Tuesday, 31 May 2011

ເລື່ອງການໃຫ້ທານຕາມຖະໜົນ ຄວນຄໍານຶ່ງກ່ອນທີ່ຈະໃຫ້

- ປະເທດລາວ ນັບວ່າເປັນປະເທດທຸກຍາກ ຕາມການປະເມີນຂອງອົງການສາກົນຕ່າງໆ ໄດ້ຈັດປະເທດລາວເຮົາຢູ່ໃນປະເທດທຸກຍາກທີ່ສຸດປະເທດໜຶ່ງ(ເຂົາວ່າຈັ່ງຊັ້ນ) ແຕ່ຜູ້ຂຽນຍັງບໍ່ທັນໄດ້ອ່ານກ່ຽວກັບຣາຍງານຕົວເລກເຣື່ອງນີ້ດອກ ໄດ້ຟັງແຕ່ຂ່າວ.

- ເຖິງຢ່າງໃດເຂົາຈັດປະເທດລາວ ຢູ່ໃນປະເທດທຸກຍາກ ເຮົາກໍວ່າຕາມເຂົາໄປອາດເປັນ ເຣື່ອງດີສໍາລັບການພັດທະນາປະເທດເຮົາໃນຫຼາຍດ້ານ ຈະເປັນດ້ານໃດກໍຕາມ, ເມື່ອປະເທດເຮົາຍັງທຸກ ເຮົາກໍຊ່ວຍກັນພັດທະນາ ໃຫ້ປະເທດລາວກ້າວຂຶ້ນເລື້ອຍໆ ພ້ອມກັນປົດປ່ອຍຄວາມທຸກຍາກເທື່ອລະກ້າວ ບໍ່ວ່າຈະເປັນດ້ານເສດຖະກິດ ສັງຄົມ ວັດທະນະທັມແລະອື່ນໆ ແຕ່ສິ່ງໜຶ່ງທີ່ລາວເຮົາພາກພູມໃຈນັ້ນ ແມ່ນວ່າປະເທດເຮົາຫາຄົນຂໍທານຍາກສົມຄວນ, ຈະວ່າບໍ່ມີກະບໍ່ແມ່ນ ແຕ່ມັນມີນ້ອຍຫາກທຽບໃສ່ປະເທດອື່ນ.

- ການທີ່ເວົ້າໄດ້ຈັ່ງຊີ້ ກໍເພາະວ່າຜູ້ຂຽນເຄີຍໄປທ່ຽວໃນປະເທດຕ່າງໆໃນອາຊີນັ້ນ ເຫັນວ່າຈະພົບເຫັນຄົນຂໍທານຫຼວງຫຼາຍ ບໍ່ວ່າຈະເປັນໃນຖນົນໃນເມືອງ, ແຫຼ່ງທ່ອງທ່ຽວ ແລະທາງເຂົ້າຫ້າງສັບພະສິນຄ້າ ແລະອື່ນໆ.

- ເວົ້າເລື່ອງຄົນຂໍທານໃນປະເທດລາວນັ້ນ ບໍ່ໄດ້ປະຕິເສດວ່າລາວເຮົາບໍ່ມີ ແຕ່ມັຮມີນ້ອຍ, ຈະບໍ່ໃຫ້ມີກໍອາດບໍ່ໄດ້ ເພາະວ່າປະເທດລາວເຮົາຍັງ ທຸກຍາກຂັ້ນຕິດອັນດັບນໍາເພິ່ນ ການເບິ່ງແຍງບໍຣິການບັນດາຄົນດ້ອຍໂອກາດອາດຊິບໍ່ທົ່ວເຖິງ, ສັງຄົມທີ່ເຂົາຢູ່ອາດຊ່ວຍເຫຼືອບໍ່ເຕັມເມັດເຕັມໜ່ວຍ ມັນກໍຍ່ອມເຮັດໃຫ້ມີບັນດາຜູ້ດ້ອຍໂອກາດເລົ່ານັ້ນຕ້ອງຊອກສະແຫວງຫາວັດຖຸປັດໄຈ ມາຈູນເຈືອຊີວິດຕົນດ້ວຍຄວາມອາດສາມາດ, ຫາກເປັນຄົນຕາບອດ, ແຂນກຸດ, ຂາຂາດ, ສະໝອງພິກົນພິການ, ເສັຍອົງຄະສະສາງ ພວກເຂົາບໍ່ມີວິຊາອາຊີບອື່ນໃດທີ່ດີກວ່າ ພວກເຂົາກໍຈໍາເປັນຫາລ້ຽງຊີບດ້ວຍການ ເປັນຂໍທານ, ອັນນັ້ນສັງຄົມກໍຄວນໃຫ້ໂອກາດ ແລະຊ່ວຍເຫຼືອເກື້ອກູນເຂົາບໍ່ວ່າທາງກົງ ຫຼືທາງອ້ອມ, ການຊ່ວຍເຫຼືອບັນດາບຸກຄົນເຫຼົ່ານີ້ ຂອງພວກເຮົາເຈົ້າຂ້ອຍທີ່ມີກຳລັງວັງຊາ ສະຕິປັນຍາ ຫຼືໂອກາດເໜືອກວ່ານັ້ນ ນັບວ່າເປັນພາລະໜ້າທີ່ກໍໄດ້ເຊັ່ນກັນ ເພາະເຫດວ່າ ຄົນດ້ອຍໂອກາດເລົ່ານັ້ນ ອາດເສັຍໂອກາດດ້ວຍການສ້າງອຸປາກາລະຄຸນຕໍ່ປະເທດຊາດຂອງເຮົາກໍເປັນໄດ້ ເຊັ່ນ: ຜູ້ດ້ອຍໂອກາດ ທີ່ເປັນຄົນເສັຍອົງຄະສະສາງ ບາງທ່ານອາດເກີດຈາກການສົງຄາມ, (ອັນນີ້ຄົງມີນ້ອຍ ເພາະສົງຄາມບ້ານເຮົາເລີກໄປຫຼາຍສິບປີແລ້ວ) ເກີດຈາກການທໍາພາລະໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ ຫຼືຈາກລູກລະເບີດ ທີ່ບໍ່ທັນແຕກເຫຼືອຈາກປາງສົງຄາມ ອັນນັ້ນຫາກມີ ແລະຖືວ່າເປັນພັນທະຂອງສັງຄົມເຊັ່ນກັນ, ຫຼືບາງຄົນເສັຍອົງຄະສະສາງ ຈາກເຫດອື່ນໆ ຫຼືເສັຍອົງຄະມາແຕ່ເກີດ ອັນນີ້ກໍອາດມີ.

- ຄົນເສັຍອົງຄະ ເຊັ່ນນີ້ ຖືວ່າເປັນຜູ້ດ້ອຍໂອກາດອັນດັບໜຶ່ງ, ທີ່ສັງຄົມຕ້ອງຮັບຜິດຊອບໂດຍກົງ ແລະແຍກປະເພດສໍາຄັນນ້ອຍສໍາຄັນຫຼາຍຕາມ ເຫດການ ແຕ່ຢ່າງໃດກໍຕາມຄົນເສັຍອົງຄະນັ້ນ ນັບເປັນຜູ້ດ້ອຍໂອກາດອັນດັບສໍາຄັນ ທີ່ສັງຄົມໃຫ້ການເອົາໃຈໃສ່.

- ຜູ້ດ້ອຍໂອກາດອັນດັບສອງ ກໍຄືຜູ້ທີ່ມີອາຍຸສູງ, ສຸຂະພາບໍ່ສົມບູນ, ຂາດທີ່ເພິ່ງພາອາໄສ ແລະຂາດຜູ້ອຸປະຖັມເບິ່ງແຍງ ອັນນີ້ສັງຄົມກໍຄວນເອົາໃຈໃສ່ ? ແຕ່ເມືອງລາວເຮົານັ້ນ ຍ້ອນເປັນລະບົບຄອບຄົວໃຫຍ່ ແລະລະບົບເຄົາຣົບຜູ້ອາວຸໂສ ແລະສອນໃຫ້ມີຄວາມກະຕັນຍູກະຕະເວທີ ຕາມຫຼັກຄໍາສອນຂອງ ສາສນາ ການທີ່ລູກໆຫຼານຈະປ່ອຍປະຄົນສູງອາຍຸບໍ່ລ້ຽງບໍ່ເກືອນັ້ນເກີອບກ່າວໄດ້ອີກວ່າບໍ່ມີ ອີກອັນໜຶ່ງ ລາວເຮົາມີສະຖາບັນວັດ ເປັນສະຖາບັນຂອງຊຸມຊົນ ທີ່ເຂັ້ມແຂງ ຍາກທີ່ຜູ້ເຖົ້າຈະຖືກປ່ອຍປະລະຖິ້ມເໝືອນຢູ່ຕ່າງປະເທດໄດ້.

- ຜູ້ດ້ອຍໂອກາດອັນດັບທີສາມ ຄືຜູ້ບໍ່ມີທີ່ຢູ່ທີ່ອາໄສ ທີ່ທໍາມາຫາກິນ ແລະຜູ້ທີ່ບໍ່ມີຄວາມຮູ້ສ້າງອາຊີບ.
- ໃນຜູ້ດ້ອຍໂອກາດທີ່ຍົກມານີ້ ຜູ້ດ້ອຍໂອກາດທີ່ສັງຄົມຄວນໃຫ້ໂອກາດ ແລະໃຫ້ການອຸປະຖັມທີ່ສຸດ ຄື ຜູ້ດ້ອຍໂອກາດອັນດັບທີໜຶ່ງ ແລະອັນດັບທີສອງ ໂດຍຈັດສັນໃຫ້ສະເໝີພາບຖາມເຫດແລະຜົນ.
- ໃນຜູ້ດ້ອຍໂອກາດທັງສາມນັ້ນ ຍັງມີຜູ້ເສັຍໂອກາດອີກພວກໜຶ່ງ ຄື ພວກທີ່ລົ້ມລະລາຍທາງທຸຣະກິດ, ຄົນຜູ້ບໍ່ມີໂອກາດໃນກາດໃນການສຶກສາ ຫາຄວາມຮູ້ ຍ້ອນສະພາບພູມີປະເທດ ການບໍຣິການຄວາມຮູ້ ຂອງລັດໄປບໍ່ທົ່ວເຖິງ ແລະສຸດທ້າຍຄື ຜູ້ທໍາລາຍໂອກາດຕົນເອງ ຄື ສະພາບຮ່າງກາຍ, ຄອບຄົວ, ສັງຄົມ ແລະສະຖານະພາບພ້ອມທຸກຢ່າງອຳນວຍໝົດ ແຕ່ຕົວເຂົາເອງບໍ່ສ້າງໂອກາດຕົນເອງ ຄືຕອນຍັງນ້ອຍບໍ່ຮໍ່າບໍ່ຮຽນ, ຕິດເບັ້ຍເຈັ້ຍໃພ້, ສູບຝິ່ນກິນກັນຊາ ເປັນຄົນເສເພຕັ້ງແຕ່ນ້ອຍ ບາດໃຫຍ່ຂຶ້ນມາພໍ່ແມ່ລົ້ມເສັຍຫາຍຕາຍເສັຍຈາກ ບໍ່ມີທີ່ເພິ່ງພາອາໃສ ກໍກາຍເປັນຜູ້ດ້ອຍໂອກາດ ໃນສັງຄົມໄດ້.

- ໃນບັນດາຄົນດ້ອຍໂອກາດ ແລະຄົນເສັຍເອົາກາດ ແລະຄົນທໍາລາຍໂອກາດທັງໝົດນີ້ ທຸກໆຄົນມີໂອກາດທີ່ຈະກ້າວເຂົ້າມາເປັນຜູ້ຂໍທານໄດ້ທັງນັ້ນ ຫາກໜ່ວຍງານລັດ ແລະສັງຄົມບໍ່ເອົາໃຈໃສ່ເປັນພິເສດ ກໍອາດຈະກາຍເປັນບັນຫາສັງຄົມລາວໄດ້ທັງໃນອະນາຄົດ.

ປະກົດການຍໍ້ທໍ້ນີ້ ໂດຍສະເພາະບັນຫາຂໍທານໃນເມືອງລາວເຮົານັ້ນ ເຮົາອາດເຫັນມີແນ່ແລ້ວ ເຖິງວ່າບໍ່ຫຼາຍ ແຕ່ກໍມີແນ່ໃນສັງຄົມໃນເມືອງ ໂດຍສະເພາະໃນສັງຄົມນະຄອນຫຼວງວຽງຈັນ(ບາງແຂວງອາດບໍ່ມີ).

- ບັນຫາການຂໍທານໃນວຽງຈັນເທົ່າທີ່ເຫັນອາດມີ 2 ປະເພດ ຄື ປະເພດເສັຍອົງຄະ ແລະຄົນເຖົ້າແກ່ຊະຣາການ.
- ສຳລັບຜູ້ຂຽນເຄີຍພົບ ແລະເຄີຍໃຫ້ທານນັ້ນ ຄືພວກເສັຍອົງຄະ, ບໍ່ວ່າຢູ່ເມືອງລາວ ແລະຢູ່ຕ່າງປະເທດມັກຈະໃຫ້ທານແກ່ຜູ້ເສັຍອົງຄະຫຼາຍກວ່າ ສ່ວນຜູ້ທີ່ບໍ່ເສັຍອົງຄະ ກໍຕ້ອງໄດ້ພິຈາຣະນາເບິ່ງສະພາບ ຫາກເຖົ້າອີຫຼີ ຜູ້ຂຽນຈຶ່ງຈະໃຫ້ຫາກບໍເຖົ້າ ຫຼືຍັງໜຸ່ມຢູ່ບໍ່ມັກຈະໃຫ້ ເພາະເຂົາມີມືມີຕີນ ພໍດີຈະຫາວຽກເຮັດງານທໍາໄດ້, ເຫດຜົນທີ່ບໍ່ໃຫ້ບໍ່ແມ່ນຂີ້ຖີ່ ເພາະວ່າການໃຫ້ຖືເປັນຄວາມເມດຕາຂອງເຮົາ ແຕ່ຄວາມເມດຕາຂອງເຮົາ ອາດກໍ່ໃຫ້ກາຍເກີດເປັນສະຕິສັງຄົມໃນທາງບໍ່ດີໄດ້ ຫາກການຂໍທານໄດ້ຮັບຄວາມນິຍົມຍິ່ງຂໍຍິ່ງໃຫ້ ອາດຈະເຮັດໃຫ້ພວກດ້ອຍໂອກາດ ບາງກຸ່ມທີ່ຍັງມີສັກສີຢູ່ມອງວ່າການໄປຂໍທານໄດ້ດີ ກວ່າການເຮັດວຽກເຮັດງານທໍາ ບາດນັ້ນສັງຄົມເຮົາອາດຈະເຕັມໄປດ້ວຍຜູ້ຂໍທານ ແລະການຂໍທານອາດ ຈະກາຍເປັນອາຊີບທີ່ສຸດຈະຣິດອີກອາຊີບໜຶ່ງໄປໄດ້.

- ດ້ວຍເຫດຜົນຂ້າງຕົ້ນນັ້ນ ຄົນຂໍທານອີກພວກໜຶ່ງທີ່ຜູ້ຂຽນບໍ່ເຄີຍໃຫ້ ຄື ຄົນຕາບອດທີ່ມີຄົນຕາດີຈູງນໍາທາງພາຂໍທານ, ອັນນັ້ນຜູ້ຂຽນຖືວ່າ ການຂໍທານປະເພດນີ້ ເປັນການອາໄສຄວາມພິການມາຫາກິນ ຈະກໍ່ໃຫ້ສັງຄົມເຫັນວ່າການຂໍທານເປັນສິ່ງທີ່ດີ, ຈິງຢູ່ຄົນທີ່ຂໍທານເປັນຄົນຕາບອດ ຖືວ່າເປັນຜູ້ດ້ອຍໂອກາດ ແຕ່ຄົນຕາດີນັ້ນ ເປັນຜູ້ມີໂອກາດເໝືອນກັບເຮົາ ຄວນຈະຫາວິທີຊ່ວຍເຫຼືອປົກປ້ອງຄົນຕາບອດ ທີ່ເສັຍໂອກາດຊ່ວຍພວກເຮົາໄດ້ ເຊັ່ນກັນ.
- ແຕ່ສິ່ງສໍາຄັນອີກອັນໜຶ່ງຕໍ່ບັນຫາຜູ້ຂໍທານ ຫຼືຜູ້ເສັຍໂອກາດທັງໝົດທີ່ກ່າວມານັ້ນ ຍັງມີຄົນພວກໜຶ່ງອີກ ທີ່ສັງຄົມຄວນຈ້ອງຕາມມອງດ້ວຍສະ ຕິສັມມະປະຊັນຍະ ຄຶພວກສວຍໂອກາດ, ພວກສວຍໂອກາດພວກນີ້ອາດຈະແຝງມານໍາພວກດ້ອຍໂອກາດນັ້ນ ດ້ວຍຮູບການຕ່າງໆ ຜູ້ທີ່ໃຫ້ທານ ຄືຄົນຜູ້ມີໂອກາດຄວນທີ່ສອດສ່ອງດູແລ ຮັບຜິດຊອບສັງຄົມນີ້ຊ່ວຍກັນໃຫ້ໄດ້ບໍ່ດັ່ງນັ້ນຄວາມເມດຕາຂອງທ່ານອາດກາຍເປັນສິ່ງ ຫຼໍ່ຫຼອມສັງຄົມ ໃຫ້ພິການໄປໄດ້ ພວກເຮົາຄວນຈະແຍກແຍະໃນການໃຫ້ທານໃຫ້ໄດ້ ການໃກ້ທານເປັນການ ເຮັດບຸນຫາກທານບໍ່ຖືກບ່ອນ ບຸນໄດ້ກໍນ້ອຍແລ.

- ເວົ້າຈັ່ງຊີ້ ບໍ່ແມ່ນວ່າຜູ້ຂຽນ ບໍ່ຢາກໃຫ້ທານ ຜູ້ຂຽນເຄີຍໃຫ້ບໍ່ວ່າທາງກົງທາງອ້ອມ ທານໃນສາສນາ ກໍທານມາແຕ່ນ້ອຍເທົ່າບັດນີ້, ທານໃຫ້ຄົນເຖົ້າ ຄົນແກ່ເພື່ອສົງເຄາະອະນຸເຄາະເຂົາກໍໃຫ້ມາຕລອດ(ການໃຫ້ພວກນີ້ ຜູ້ຂຽນໄປໃນບ້ານນອກຂອກນາ ກໍໃຫ້ເຂົາດ້ວຍຄວາມເມດຕາ ກໍໃຫ້ມາຕລອດ ແລະທີ່ສໍາຄັນຜູ້ຂຽນມັກຈະຈົ່ງເງິນ(ສ່ວນຕົວ) ຈາກການເຫຼືອໃຊ້ໃນເດືອນໆນັ້ນ ເຂົ້າຕູ້ໄວ້ຫາກມີເຫດການໃນສັງຄົມທົ່ວປະເທດ ເຊັ່ນໄຟໃໝ້, ນໍ້າຖ້ວມ, ລົມພັດ, ໄພໜາວ ກໍຈະເອົາເງິນສ່ວນນີ້ໄປຊ່ວຍເຂົາ ປັດຈຸບັນເງິນສ່ວນນີ້ ຍັງເຫຼືອຢູ່ປະມານ ໒.໒໐໐.໐໐໐ ກີບ (ເງິນສ່ວຍນີ້ ບໍ່ແມ່ນເງິນກອງທຶນກອງຫຍັງ ດອກ ມັນເປັນເງິນແຮໄວ້ ເພື່ອມີໂອກາດໄດ້ໃຫ້ທານເທົ່ານັ້ນເອງ)

Sunday, 29 May 2011

ບາປ

1. ທີ່ມາຂອງຄໍາວ່າ ບາປ
- ບາປ: ເປັນພາສາລາວ ໄດ້ຈາກພາສາປາລີ ປາປະ(ບາປ), ປາປະກັງ(ບາປໃຫຍ່)
2. ບາປແມ່ນຫຍັງ ?
- ບາປ ປຽບເໝືອນຂອງເສັຍຄຸນ ຫຼືຂອງຊໍາຣຸດຊຸດໂຊມ ຫຼືຂອງເພພັງ, ເສື່ອມ ມີຊືຮຽກຕ່າງໆນານາ ເຊັ່ນ ເຮືອນຊໍາຣຸດຊຸດໂຊມ, ເຮືອນເພ, ອາາຫານເສັຍຄຸນ ຮຽກອາຫານບູດ, ຄຳທີ່ວ່າບູດ, ຊໍາຣຸດ, ເພພັງ, ແຕກຫັກ, ເນົ່າ, ຂາດ, ແຕກ, ຫັກ, ຜຸ, ເພ, ພັງ ແລະອື່ນໆ.
- ຖ້າເຮົາເວົ້າລວມໆ ຮຽກວ່າ "ເສັຍ" ໝາຍຄວາມວ່າມັນບໍ່ດີ, ເຊັ່ນອາການເສັຍຈິດ ສາມາດຮຽກໄດ້ຫຼາຍຢ່າງ, ຈິດເສົ້າໝອງ, ຈິດຫວັ່ນໄຫວ, ໃຈຮ້າຍ, ໃຈດໍາ, ໃຈຂຸ່ນມົວ ແລະອື່ນໆ ແລ້ວແຕ່ຈະສື່ສານທາງໃດ ຄໍາວ່າເສົ້າໝອງ, ຕໍ່າຊາມ, ຊົ່ວຊ້າ, ຮ້າຍກາດ, ເປັນຄໍາບອກວ່າຈິດເສັຍ ເຊິ່ງຄວາມໝາຍທາງສາສນາ ເພິ່ນໃຊ້ຄໍາວ່າ "ບາປ" ຄໍາວ່າບາປ ຈຶ່ງໝາຍເຖິງຄວາມເສັຍຂອງຈິດນັ້ນເອງ ຄືການທີ່ໃຈມີຄຸນະພາບຕໍ່າລົງ ບໍ່ວ່າເສື່ອມເສັຍໃນແງ່ໃດກໍຮຽກວ່າບາປໄດ້.
ອະທິບາຍ:
- ບາປໝາຍເຖິງ ສິ່ງທີ່ທໍາໃຫ້ຈິດໃຈເສັຍ ຄືມີຄຸນະພາບຕໍ່າລົງ ບໍ່ວ່າເສັຍໃນແງ່ໃດກໍຮຽກວ່າບາປທັງສິ້ນ ສິ່ງທີ່ທໍາແລ້ວເປັນບາປ ຄື ອະກຸສົນກັມມະບົທ 10 ໄດ້ແກ່.
1. ຂ້າສັດ.
2. ລັກຊັບ,
3. ປະພຶດຜິດໃນກາມ.
4. ເວົ້າເທດ.
5. ເວົ້າສໍ່ສຽດ.
6. ເວົ້າຄໍາຫຍາບ.
7. ເວົ້າເລື່ອນລອຍ.
8. ຄິດໂລບມາກ.
9. ຄິດພະຍາບາທ.
10. ມີຄວາມເຫັນຜິດ.
- ບາປ ເປັນກັມຊົ່ວ, ກັມບໍ່ດີ(ການກະທໍາຊົ່ວ, ການກະທໍາບໍ່ດີ) ເກີດຈາກ 3 ທາງ ຄື
1. ທາງກາຍ (ທໍາຊົ່ວ, ທໍາບໍ່ດີທາງກາຍ ເຊັ່ນຕົບຕີບີໂບຍ ຂ້າຟັນລັນແທງ)
2. ທາງວາຈາ. (ເວົ້າຊົ່ວ, ເວົ້າບໍ່ດີ ເຊັ່ນ ເວົ້າສໍ່ສຽດ, ກ່າວຮ້າຍ, ດ່າວ່າ)
3. ທາງໃຈ. (ຄິດຊົ່ວ, ຄິດບໍ່ດີ ເຊັ່ນ ຄິດບຽດບຽນ, ຄິດອິດສາ, ຄິດຢາກໃຫ້ເຂົາເສື່ອມເສັຍ)
- ມາດຕາຖານ ຂອງອາການທັງສາມ ທີ່ຮຽກວ່າເປັນບາປ ພໍອະທິບາຍໄດ້ ດັ່ງນີ້ ຄື.
1. ບຸາປ ຄືສິ່ງທີ່ລະເມີດສີນ 5 ທັງຫຼາຍ (ປັນຈະສີລາ)
- ສິນຫ້າ 5 ເຮົາພໍຮູ້ຈັກແລ້ວວ່າຄືຫຍັງ ? ການທີ່ເຮົາຈະຄິດ(ໃຈ) ການທີ່ເຮົາຈະເວົ້າ(ວາຈາ) ການທີ່ເຮົາຈະເຮັດ(ກາຍ) ຫາກການກະທໍາທັງສາມມັນໄປທາງຊົ່ວກໍລະເມີດສິນຫ້າ, ຄວາມຄິດ ຄໍາເວົາ ແລະການກະທໍານັ້ນກໍເປັນບາປຢ່າງບໍ່ຕ້ອງສົງໃສ ເຊັ່ນ :
ກ. ການຄິດຜິດສິນ 5 ຄື ການຄິດຈະຂ້າເຂົາ(1. ປານາ) ຄິດຈະລັກ(2.ອະທິນນາ), ຄິດຈະປະພຶດຜິດໃນກາມ(3.ກາເມ), ຄິດຈະຕົວະເຂົາ(ມຸສາ)ຄິດມົວເມົາຫຼົງໃຫຼໃນຍົດຖາບັນດາສັກ ຕໍາແໜ່ງ ແລະອື່ນ(5.ສຸຣາແລະເມຣັຍ), ແມ່ນຈະຄິດແນວໃດກໍຕາມ ຊື່ວ່າບາປທາງໃຈແລ້ວ, ສ່ວນບາບທາງວາຈາກໍເຊັ່ດດຽວກັນ ຄື.
ຂ. ການເວົ້າຜິດສິນ 5 ບອກວ່າຈະຂ້າເຂົາ(1. ປານາ) ບອກເຂົາໃຫ້ໄລລັກ(2.ອະທິນນາ), ການແນະນໍາ ຫຼືເວົ້າເລື່ອງກາມ(3.ກາເມ), ເວົ້າຕົວະເຂົາ(ມຸສາ)ເວົ້າມົວເມົາຫຼົງໃຫຼໃນຍົດຖາບັນດາ ສັກ ຕໍາແໜ່ງ ແລະອື່ນ(5.ສຸຣາແລະເມຣັຍ), ແມ່ນຈະເວົ້າແນວໃດກໍຕາມ ຊື່ວ່າບາປທາງວາແລ້ວ, ແມ່ນທາງການກະທໍາ ຖືເປັນຜົນສໍາເຣັດຂອງບາປທັງສາມ ເພາະຄົນຈະທໍາໃນສິ່ງທີ່ເປັນບາປໄດ້ ຕ້ອງພ້ອມທັງ ວາຈາ ແລະໃຈແລ້ວ ການທໍາບາປ ທີ່ຜິດສິນ ເປັນດັ່ງນີ້.
ຄ. ການຂ້າຕີບີໂບຍເຂົາ(1. ປານາ) ຖືເອົາຂອງເຂົາທັງເຈຕະນາບໍ່ເຈຕນາ(2.ອະທິນນາ), ຫຼິ້ນຊູ້ສູ່ລູກຜົວເມັຍເຂົາ(3.ກາເມ), ຕົວະຫຼອກລວງເຂົາ(ມຸສາ) ກິນເຫຼົ້າ ແລະຫຼົງໃຫຼມົວເມົາໃນຄວາມຮັ່ງ ຄວາມມີ(5.ສຸຣາແລະເມຣັຍ).
1. ບາປຄືສິ່ງບໍ່ສະບາຍກາຍ ສະບາຍໃຈທັງຫຼາຍ.
- ນອກຈາກລ່ວງລະເມີດສີນທັງ ຄ ແລ້ວແບບ ຄືຄວາມບໍ່ສະບາຍກາຍ ບໍ່ສະບາຍໃຈທັງຫຼາຍ ຫາກ ຄິດ ເວົ້າ ທໍາ ໃດໆ ເມື່ອຄິດ ເວົ້າ ທໍາແລ້ວ ກໍ່ໃຫ້ເກີດຄວາມຂຸ່ນມົວ ເສັຍຫາຍ ບໍ່ສະບາຍ ເປັນທຸກ ທໍາໃຫ້ເກີດອາຣົມດ້ານລົບ ເຊັ່ນ: ບໍ່ຊອບໃຈ, ບໍ່ພໍໃຈ, ໝຸດໝັດ, ຂຸ່ນມົວ, ໄປຈົນເຖິງໂກດມີໂທສະຮຸນ ແຮງ, ອາການຮຸນແຮງຕ່າງໆ ເກີດຈາກໃຈບໍ່ນິ້ງ ບໍ່ເປັນສຸຂ ຮ້ອນກະວົນກະວາຍ ເສົ້າໝອງ ບໍ່ຊອບໃຈຄົນນັ້ນ ຊັງຄົນນີ້ ອິດສາ ບຽດບຽນ ທໍາຮ້າຍ ກ່າວຮ້າຍ ສະຣຸບ ເມື່ອໃດໃຈບໍ່ນິ້ງ ໃຈບໍ່ສຸຂຸມ ເກີດຄວາມ ຄໍາເວົ້າບໍ່ດີ ກໍກາຍເປັນການກະທໍາບໍດີ ກໍມີອາຣົມໄປທາງລົບ, ກາຍເປັນຄວາມທຸກ ແມ່ຈະພຽງສ້ຽວໜຶ່ງຂອງໃຈ ກໍຊື່ວ່າບາປ ດ້ວຍປະການສະນີ້ແລ.
ວິທີເບິ່ງຕົວເອງ ຫຼືວ່າເບິ່ງຄົນອື່ນວ່າບາປ ໄດ້ຈັ່ງໃດ ?
- ເບິ່ງຕົນເອງ ແມ່ນເບິ່ງວ່າໃຈຕົນເປັນທຸກ ຂົ້ວມົວ ເວົ້າ ທໍາ ເປັນໄປໃນລັກສະນະ ທີ່ກ່າວຂ້າງເທິງນັ້ນບໍ ?
- ເບິ່ງຄົນອື່ນ: ກໍເບິ່ງໄດ້ 2 ຢ່າງ ຄື ເບິ່ງການເວົ້າ ແລະການກະທໍາ ບໍ່ວ່າຈະການຄິດ ການກະທໍາ ຫາກອອກມາດັ່ງທີ່ກ່າວແລ້ວຂ້າງຕົ້ນຊື່ວ່າບາປ ຫາກເຮົາບໍ່ເຫັນໜ້າກັນ ກໍເບິ່ງການຂຽນ ຂອງເຂົາກໍພໍຮູ້ໄດ້ວ່າເປັນຄົນບາປ ຫາກສະແດງອອກມາໜ້ອຍ ກໍບາປນ້ອຍ ສະແດງອອກມາຫຼາຍ ກໍບາປຫຼາຍແລ.
- ເປັນມິດກັບຄົນບາປຍ່ອມໄດ້ບາປດ້ວຍ:
1. ຮ່ວມຄິດ ໃຫ້ການປຶກສາຫາຣື ໃຫ້ການສະໜັບສະໜູນ ສະແດງຄວາມຍິນດີ ຫຼືຮ່ວມອຸດົມການ
2. ຮ່ວມເວົ້າ ເວົ້າຈາປາໃສ, ແນະນໍາສັ່ງສອນ, ຍົກຍໍສໍຣະເສີນ.
3. ຮ່ວມທໍາ(ເຮັດ) ເຮັດຕາມ ປະຕິບັດຕາມ ລົມມື ຊ່ວຍແຮງ
- ຈະດ້ວຍເຈຕະນາ ບໍ່ເຈຕະນາ ດ້ວຍບໍ່ຮູ້ ດ້ວຍບໍ່ເຂົ້າໃຈ ດ້ວຍປັນຍາເຍົາ ຫຼົງໃຫຼ ຄັ່ງໃຄ້ ດ້ວຍບັງຄັບຄູ່ເຂັນ ດ້ວຍເພາະເຂົ້າເປັນຍາດພີ່ນ້ອງ ໝູ່ກອງເຮົາ ທັງໝົດລ້ວນແຕ່ ໄດ້ຮັບບາປສະເໝີກັນແລ.

Wednesday, 25 May 2011

ໂທດຂອງການດື່ມເຫຼົ້າ

- ແຕ່ງຕາມເຄົ້າ ກອນກະວີບູຮານ ໃນເລື່ອງ ລໍາສອນໂລກ
--------------------------------------------
- ຟັງກ່ອນທ້ອນ ປັດເສນພຣະຍາໃຫຍ່ ຟັງເທີ້ນ
ຝູງໝູ່ຂຸນ ໃຫຍ່ນ້ອຍ ຊາວບ້ານໃຫ້ຈື່ເອົາ ແທ້ດາຍ
ໃຫ້ຄ່ອຍ ທໍາພຽນສ້າງ ທໍາບຸນຢ່າໄດ້ຂາດ ແທ້ດາຍ
ຢ່າໄດ້ ກິນແຕ່ເຫຼົ້າ ເມົາກົ້ວ ຫຼ່າໃຈ ນັ້ນເນີ

- ໃຜຫາກ ກິນເຫຼົ້າແລ້ວ ເມົາຢູ່ໃນເຮືອນ ກໍດີ
ວ່າໂຕ ເມົາສຸຣາ ຄອບຄຸມ ປາງນັ້ນ
ອັນໜຶ່ງ ການເມືອງເຈົ້າ ຣາຊາຕັດພຣະໂອດ
ຟັງໝູ່ ຂຸນໃຫຍ່ນ້ອຍ ໃຜເຝົ້າຫຼັ່ງໂຮມ

- ໂຕເລົ່າ ມົວເມົາຕ້ອງ ສຸຣາເມົາຢູ່
ບໍ່ໄດ້ ໄປເຝົ້າເຈົ້າ ຫາຣືພ້ອມ ພໍ່າກັນ ດັ່ງນັ້ນ
ພຣະຈັກທໍາໂທດແທ້ ໃຜບໍ່ຂໍ້ອາດຂໍ ຊ່ອຍແລ
ໂຕຫາກກິນສຸຣາ ບໍ່ຄິດກົວ ໃຜແທ້

- ອັນໜຶ່ງໂພຍພັຍຕ້ອງ ວົງສາຝູງເຊື້ອໂຄດ ໂຕນັ້ນ
ໂຕຫາກເມົາແຕ່ເຫຼົ້າ ບໍ່ໄປເວົ້າຊ່ອຍເຂົາ
ພາຍລຸນໄດ້ ເປັນຄົນໃບ້ງ່າວ
ໃຈຫຍາບຊ້າ ບໍ່ມີຮູ້ຮ່ອມອິສັງ ນັ້ນແລ້ວ

(ຍັງມີຕໍ່ ເຊີນຕິດຕາມຕໍ່ໄປ)

Tuesday, 24 May 2011

ຂ່າວບຸນພະເຫວດປະຈໍາປີ 2011

ໃບດີກາຂ່າວບຸນມະຫາຊາດ(ບຸນພຣະເຫວດ)ປະຈຳປິ ພ.ສ 2554
ວັດວິຈິຕທັມມາຣາມ ບ້ານວຽງຈະເລີນ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ
ລະຫ່ວາງວັນທີ 11-12/06/2011
------------------------

ວຸດທິທັມ ຝູງຂ້າພະເຈົ້າທັງຫຼາຍມີຄະນະສົງວັດວິຈິດທັມມາຣາມເປັນເຄົ້າ, ກັບທັງອົງການ ຈັດຕັ້ງ ແລະຊາວບ້ານວຽງຈະເລີນທຸກພາກສ່ວນ ໄດ້ແຈ້ງຂ່າວດີກາມາຍັງພຸດທະສະນິກະຊົນ ທີ່ ໃຈບຸນທັງຫຼາຍທີ່ຢູ່ໃກ້ ແລະໄກ ໃຫ້ຊາບທົ່ວເຖິງກັນວ່າ, ທາງວັດວິຈິດທັມມາຣາມ ບ້ານວຽງຈະເລີນ ເມືອງ ໄຊເຊດຖາ ນະຄອນຫຼວງວຽງຈັນ ໄດ້ຕັ້ງບຸນມະຫາຊາດ(ບຸນພະເຫວດ)ປະຈຳປີຂຶ້ນ 1 ປາງ ເຊິ່ງມີ ວັດຖຸປະສົງ ຄື:
1. ສືບທອດປະເພນີ ວັດທະນະທັມລາວບໍ່ໃຫ້ເສື່ອມຄາຍ.
2. ນຳພາປະຊາຊົນບໍາເພັງປາຣະມີ ດ້ວຍການຟັງທັມ ແລະການໃຫ້ທານ.
3. ເພື່ອເປີດໂອກາດໃຫ້ຍາດໂຍມ ໄດ້ເປັນເຈົ້າພາບສືບຕໍ່ສ້າງວັດ ມີກຸຕິສົງເປັນເຄົ້າ.

ເຊິ່ງກຳນົດວັນເວລາດັ່ງນີ້
- ວັນເສົາທີ 11/06/2011 ກົງກັບມື້ຂຶ້ນ 10 ຄ່ຳ ເດືອນ 07 ພ.ສ 2554 ເປັນມື້ຕັ້ງ,ຫ້າງຫາກະກຽມສະຖານທີ່ ຕອນແລງເວລາ, ເວລາ 13:30 ໂມງ ອຸປະສົມບົດພຣະພິກຂຸ ເວລາ 16:00 ໂມງ ສູດປະຣິດຕະມຸງຄຸນ, ເທດບັ້ນຕົ້ນໂພທິສັດ, ມະໄລໝື່ນ, ມະໄລແສນ ອິຕິປິໂສ, ວະຕະໂສ ຕອນກາງຄືນ ຄົບງັນຕາມປະເພນີ.

- ວັນອາທິດທີ 12/06/2011 ກົງກັບມື້ຂຶ້ນ 11 ຄ່ຳ ເດືອນ 07 ພ.ສ 2554 ເວລາ 3:00 ໂມງເຊົ້າ ແຫ່ເຂົ້າພັນກ້ອນ, ຟັງທັມມະເທສນາເລື່ອງພຣະເຫວດ, ເວລາ 07,00 ໂມງເຊົ້າ ມີການຕັກບາດຖວາຍເຄື່ອງໄຊຍະທານຕ່າງໆ ຫຼັງຈາກສຳເລັດແລ້ວແມ່ນສືບຕໍ່ຟັງທັມມະເທສນາຕະຫຼອດມື້ ຈົນສຳເສັດຖືວ່າເປັນອັນຈົບພິທີໃນວັນນັ້ນ

ດັ່ງນັ້ນ, ອາດຕະມາພາບຈິ່ງແຈ້ງຂ່າວບຸນຂ່າວກຸສົນນີ້ ມາຍັງອອກຕົນຍາດໂຍມທຸກຖ້ວນໜ້າ ເພື່ອເປັນເຈົ້າພາບເຈົ້າສັດທາຮ່ວມກັນ ໃນການສ້າງບຸນສ້າງກຸສົນ ອັນເປັນເສັ້ນທາງໄປສູ່ສະຫວັນ ແລະພະນິບພານໃນຄັ້ງນີ້ ຂໍຄວາມສຸກສົມຫວັງ ມີລາບ ຍົດ ສັນລະເສີນ ສຸກ ຈົ່ງບັງເກີດມີແກ່ທ່ານ ແລະຄອບຄົວ, ຂໍຄຸນພະພຸດ, ຄຸນພະທັມ, ຄຸນພະສົງ ຈົ່ງຄຸ້ມຄອງປົກປັກຮັກສາຈາກໄພອັນຕະລາຍທັງປວງ, ຈົ່ງເປັນຜູ້ພຽບພ້ອມໄປດ້ວຍ ອາຍຸ ວັນນະ ສຸຂະ ພາລະ ທຸກເມື່ອທຸກຍາມດ້ວຍເທີ້ນ.

ຄະນະກຳມະການຝ່າຍສົງ
ພຣະອາຈານເນືອງພິລັກ ໂຊຕິທອນ ເຈົ້າອະທິການ
ພຣະອາຈານສົມຊາຍ ບຸນຍະປາສິດ ຮອງ
ພຣະອາຈານພົມມະລິນ ສຸດທິວົງ ເປັນຄະນະ
ພຣະອາຈານຄູນຕາ ພິິລາວັນ ເປັນຄະນະ
ພຣະອາຈານທອງແດງ ພັນນຸລາດ ເປັນຄະນະ
ພຣະສົງ-ສັມມະເນນພາຍໃນວັດ ເປັນຄະນະ

ຄະນະກຳມະການຝ່າຍຄະລືຫັດ
ທ່ານນ.ຄຳສອນ ສຸພັນທອນ ເລຂາພັກບ້ານ ປະທານ
ທ່ານບຸນຖັນ ສຸວັນນະສິດ ນາຍບ້ານ ຮອງ
ທ່ານຄຳເພົ້າ ກັດຕິຍະວົງ ເປັນຄະນະ
ທ່ານນ.ບົວຈັນ ເຫມະວັນ ເປັນຄະນະ
ທ່ານສົມພິດ ວົງພະຈັນ ເປັນຄະນະ
ທ່ານມະຫາສີນວນ ຄຳມະນີເພັດ ເປັນຄະນະ
ຫົວໜ້າໜ່ວຍທຸກໜ່ວຍພ້ອມປະຊາຊົນທັງໝົດ
ພາຍໃນບ້ານ ເປັນຄະນະ

Sunday, 22 May 2011

ບ້ານເກີດຂ້ອຍ

- ບ້ານເກີດພູມສະຖານເຄົ້າ ມາຕຸພາບບິດອນຮຽມ ຖິ່ນນັ້ນ
ນາມວ່າດອນຂະເໝົາ ບ່ອນຫາງສຸດໃຕ້
ໃກ້ກັບຫຼັກສາຍທອງນັ້ນ ຫຼັກສາຍຂອງຝຣັ່ງ
ດຽວນີ້ຍັງແຕ່ຕໍພໍໄດ້ຮູ້ ເຫັນຮູ້ເລື່ອງເກົ່າກາຍ

- ດອນຂະເໝົາບ້ານຂ້ອຍ ເປັນດອນໜຶ່ງໃນສາຍຂອງ
ນໍ້າອັ່ງນອງຍາມຝົນ ທ່ອງທຽວພໍໄດ້
ຫາກວ່າໄປຢາມແລ້ງ ນໍ້າບໍ່ໃຫຼໄປມາງ່າຍ
ເກົ້າຮ້ອຍປາຍແມັດແທ້ ຄວາມກວ້າງແມ່ນໍ້າຂອງ

- ບ້ານຂ້ອຍນີ້ຕັ້ງຢູ່ກ້ຳ ໃຕ້ຕໍ່າກິດຂະແມ
ເຂດທ່າເປືອຍທ່າແກ ດິນລາວຄາວກີ້
ດຽວນີ້ເປັນດິນຂະເໝນແລ້ວ ສຍາມ-ຝຣັ່ງເຂົາປັນແບ່ງ
ກຳປົງສເລົາກຳປົງສະແກນັ້ນ ຂະເໝນຕັ້ງຊື່ມັນ

- ຂອບເຂດດອນບ້ານຂ້ອຍນັ້ນ ກວ້າງສີ່ກິໂລກປາຍ
ບ່ອນທີ່ຮຽວຮອມສຸດ ໜຶ່ງກິໂລເຫັນຈະໄດ້
ສ່ວນາຕອນຫາງດອນນັ້ນ ພໍພຽງປຸກເຮືອນຢູ່
ໄດ້ໜຶ່ງຫຼັງເທົ່ານັ້ນ ເປັນບ່ອນຕັ້ງດ່ານແດນ

- ອັນວ່າຄວາມຍາວນັ້ນ ແທກໄດ້ເກົ້່າກິໂລ
ກັບອີກປາຍເຈັດຮ້ອຍແມັດ ຄາດໝາຍປະມານໄດ້
ເປັນດອນໂງງໍງ້ຽວ ລຽບຊາຍແດນສອງຝັ່ງ
ຝັ່ງຂະເໝນຕອນໃຕ້ ທາງເໜືອນັ້ນແມ່ນຝັ່ງລາວ

- ດອນຂະເໝົາບ້ານຂ້ອຍ ມີແປດໝູ່ບ້ານໃຫຍ່ເຈັດວັດ
ບ້ານດອນຂະເໝົາຫົວ ວັດກໍມີເດີມກີ້
ຕໍ່ມາວັດຂະເໝົາພູແມວໃຕ້ ລຽນລົງຕາເວັນອອກ
ວັດພູແມວເພິ່ນຕັ້ງ ເຫິງແລ້ວເຊັ່ນກັນ

- ຕໍ່ຈາກຫັ້ນມີບ້ານໃຫຍ່ ຂະເໝົາຫຼວງ
ບ້ານຂະເໝົາໂພນຈຳປາ ກໍວ່າກັນຕາມນັ້ນ
ມີວັດສຳຄັນເຫິງແລ້ວ ບົວລະພານາມວັດເກົ່າ
ຄົນທົ່ວໄປຮັບຮູ້ ວັດຂະເໝົາໂພນຈໍາປາບ້ານຂ້ອຍ ໃຜກໍຮູ້ຊື່ນາມ

- ວັດນີ້ລືຊື່ແທ້ ຕັ້ງແຕ່ເກົ່ານານເຫິງ
ຕັ້ງແຕ່ອາຈານພໍ່ເຖົ້າຍັງ ກໍຊ່າເຫິງນານລໍ້າ
ອາຈານພໍ່ເຖົ້າຄູລ້ວນ ຍານນະສັມປັນໂນນັ້ນ ຄົນທັງຫຼາຍຮູ້ຊື່
ດຽວນີ້ອາຈານບຸນຈອນ ແກ້ວສັນຕິໄຊ ເພີ່ນສ້າງ ຄົນຮູ້ທົ່ວອະນາ

- ຕໍ່ຈາກບ້ານຂະເໝົາໂພນຈຳປານັ້ນ ແມ່ນບ້ານເກີດຂອງຮຽມ ທ່ານເອີຍ
ໃຜຫາກທຽວໄປຫາ ອາຈານຈອນກໍຄົງຮູ້
ຂ້າມບັກຈາກເມືອງແສນພຸ້ນ ກໍມາເກີຍຕາຝັ່ງ
ບ້າຫາງຂະເໝົາບ້ານຂ້ອຍ ໃຜກໍຮູ້ແລະເຫັນ

- ບ້ານນີ້ຄາວກ່ອນກີ້ ມີວັດໂພນຈຳປາດຽວ
ດຽວນີ້ຊາວປະຊາຊົນ ໄດ້ສ້າງແປງວັດຂຶ້ນ
ຊື່ວ່າວັດຫາງດອນຂະເໝົາເຄົ້າ ວັດສຸວັນນາຣາມ ຕັ້ງຊື່
ວັດໂພນຕູມກໍຫາກເອີ້ນ ຄົນເຂົາເວົ້າຕໍ່ກັນ

- ບ້ານຫາງດອນຂະເໝົານັ້ນ ມີສອງຝັ່ງອອກຕົກ
ໄລ່ຈາກຫາງຂະເໝົາຂຶ້ນເໜືອ ແມ່ຂະເໝົາກາງກ້ຳ
ບໍ່ມີວັດກັບເຂົາຊໍ້າ ເປັນວັດດຽວແຕ່ມາເກົ່າກ່ອນ
ວັດຂະເໝົາໂພນຈຳປາບ່ອນບັ້ນ ເຄີຍສ້າງຕັ້ງແຕ່ເຫິງ

- ຕໍ່ຈາກນັ້ນແມ່ນບ້ານຊື່ ຂະເໝົາປາກເຊ
ບ່ອນປາກເຊລໍາເພົາ ປ່ອງຕົກລົງນັ້ນ
ມີວັດສໍາຄັນແທ້ສອງຮ້ອຍປີເປັນເຂດ
ບ້ານນີ້ລືຊື່ລໍ້າ ຍາມປາເຂົ້າອອກເຊ

- ຕໍ່ຈາກວັດຂະເໝົາປາກເຊນັ້ນ ແມ່ນບ້ານໜຶ່ງທີ່ມີວັດ ທ່ານເອີຍ
ຊື່ວ່າບ້ານຂະເໝົາໂພນເປືອຍ ຊື່ເດີມດາເຄົ້າ
ໃຜຫາກໄປທາງໃຕ້ ເຊີນໄປຊົມເຊົາແວ່
ດອນຂະເໝົາບ້ານຂ້ອຍ ມີຫຼາຍບ້ານຢູ່ດອນດຽວ

- ບ້ານຂ້ອຍງາມຍິ່ງລໍ້າ ລືຊື່ຕັ້ງແຕ່ເຫິງ
ຕັ້ງແຕ່ເປີງສຍາມຄອງ ຝຣັ່ງຄຸມຄາວນັ້ນ
ຍ້ອນວ່າເປັນດອນຂັ້ນ ແມ່ຂອງຂວາງຫຼາຍຍ່ານ
ການໄປມາຢາກຫຍຸ້ງ ຄົນຈຶ່ງບໍ່ໄດ້ໄປເຖິງ

- ດຽວນີ້ ຄົນທົ່ວກໍ້າ ຮູ້ຊື່ດອນຂະເໝົາ
ບ້ານເຮັດເຝີແຊບຫຼາຍ ແມ່ນບ້ານຫາງຂະເໝົານັ້ນ
ຄົນວຽງຈັນຫຼືຄົນໃຕ້ ແດນດິນທະວີບຕ່າງ
ໃຜກໍຮູ້ຊືນີ້ ຍ້ອນອາຈານເຈົ້າຜູ້ເດັ່ນດັງ

- ອາຈານໃຫຍ່ບ້ານຂ້ອຍ ນາມວ່າບຸນຈອນ
ນາມສະກຸນສັນຕິໄຊ ຊື່ງາມໃຜກໍຮູ້
ຫຼາຍຄົນເປັນສິດກໍ້າ ນັບຖືອາຈານໃຫຍ່
ເຂົາກໍໄປຂາບໄວ້ ທຽວຢາມຢື້ຢ່ອງເຖິງ

- ດຽວນີ້ ລົດກໍໄປຮອດແລ້ວ ຢ້າມຢ່ອງຈາກເມືອງແສນ
ທຽວໄປເຖິງກຸຕິວັດ ບ່ອນຈານເນົາຢັ້ງ
ໃຜຫາກຍັງບໍ່ທັນຮູ້ ບໍ່ທັນໄປຂໍເຊີນທ່ຽວ ທ່ານເອີຍ
ໄປຢາມດອນຂະເໝົາດອນໃຕ້ ຫາກິນກ້ອຍປາພອນ ແນ່ເດີ

ຄະນະຜ້າວັດວຽງຈະເຣີນ ໄປທອດທີ່ບ້ານຫາດຍືນນັ້ນ ກັບມາຮອດວຽງຈັນ 19:00 ໂມງພໍດີ

- ຄະນະຜ້າປ່າຈາກວັດວຽງຈະເຣີນ ໄດ້ອອກເດີນທາງຈາກວັດວຽງຈະເຣີນ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໄປທອດຖວາຍທີ່ວັດບ້ານຫາດຍື້ນ ເມືອງບໍຣິຄັນ ແຂວງບໍຣິຄໍາໄຊ ນໍາໂດຍພຣະຄຣູເນືອງພິລັກ ໂຊຕິທອນ ເຈົ້າອະທິການວັດໃໝ່ວຽງຈະເຣີນ ໄດ້ອອກເດີນທາງຈາກວັດວຽງຈະເຣີນ ເວລາ 08:45 ໂມງ ຂອງວັນທີ 20 ພຶດສະພາ 2011 ດ້ວຍລົດຕູ້ຈໍານວນ 5 ຄັນ ຈໍານວນພົນ 73 ຄົນ.

1. ຕອນໄປ
- ການເດີນທາງ ຂອງວັນທີ 20 ພຶດສະພານັ້ນ ຈາກວຽງຈັນ ມາຮອດບໍຣິຄໍາໄຊ ກໍໄດ້ມາຮັບປະທານອາຫານ ທີ່ເຮືອນນ້ອງສາວຂອງເຈົ້າແຂວງ(ທ່ານປ້ານ ພິລາວົງ) ເຊິ່ງນ້ອງສາວເຈົ້າແຂວງເຊິ່ງຢູ່ຕິດກັນ ເພາະວ່ານ້ອງສາວຂອງເຈົ້າແຂວງຮູ້ຈັກກັນກໍເລີຍໂທຫາ ເມື່ອຮູ້ວ່າຂະບວນຂອງເຮົາຈະຜ່ານໄປທາງນັ້ນ ນ້ອງສາວເຈົ້າແຂວງ ກໍໄດ້ນິມົນພຣະສັນເຂົ້າ ແລະຄະນະພວກເຮົາສັນເຂົ້າທີ່ເຮືອນເພິ່ນ 11:23 ນາທີຣົດພວກເຮົາໄດ້ໄປຮອດບ້ານພັກຂອງນ້ອງສາວເຈົ້າແຂວງ ເຊິ່ງມີທ່ານເຈົ້າແຂວງ ຄອບຄົວ ແລະຍາດພີ່ນ້ອງມາລໍຕ້ອນຮັບຫຼວງຫຼາຍ ຮອດແລ້ວເຈົ້າພາບກໍນິມົນພຣະສົງສັນເຂົ້າເລີຍ ເຊິ່ງອາຫານພ້ອມແລ້ວຮຽບຮ້ອຍຢູ່ເທິງໂຕ໊ະ ແລ້ວກໍເຊີນຍາດໂຍມທີ່ໄປກັບພວກເຮົາຮັບປະທານຕໍ່ກັນເລີຍ ເຊິ່ງເຂົາກໍກຽມອາຫານໄວ້ອີກຕ່າງຫາກ: ອາຫານວັນນັ້ນເຕັມພາ ທີ່ພໍຈື່ໄດ້ມີຕົ້ມປາໂຈກ ລາບປາໂຈກ ທອດຊີ້ນປາໂຈກ ແຈ່ວ ສົ້ມຜັກສ້ຽນ ສົ້ມຜັກກຸ່ມ ແລະປີ້ງໄກ່ ເມື່ອສັນອາຫານແລ້ວ ທ່ານເຈົ້າແຂວງ ຄອບຄົວ ແລະຍາດພີ່ນ້ອງກໍເອົາຊອງປັດໄຈມາຮ່ວມບຸນຖວາຍໃຫ້ອາຈານເນືອງພິລັກ ແລ້ວພຣະສົງກໍໃຫ້ພອນມອບຂອງຂວັນ ໃຫ້ເຈົ້າພາບແລ້ວ ກໍຂຶ້ນລົດອອກເດີນທາງໄປຍັງບ້ານຊົມຊື່ນ ຕາມສາຍທາງປາກຊັນເມືອງໃໝ່ບໍຣິຄັນ ເຊິ່ງເປັນຈຸດລົງເຮືອໄປບ້ານຫາດຍື້ນ(ທ່າເຮືອ) ເມື່ອໄປຮອດທ່າເຮືອພໍດີຝົນຕົກ 12:00 ໂມງຮອດ 13:00 ໂມງ ຄະນະພວກເຮົາກໍໄດ້ລົງເຮືອຫາງຍາວ ເຊິ່ງທາງອົງການຈັດຕັ້ງບ້ານຫາດຍື້ນ ຈັດມາຮັບຄະນະຜ້າປ່າ ຈະນວນ 14 ລໍາ ຄົນເດີນທາງໃນຄະນະຜ້າປ່າພວກເຮົາລົງເຮືອໄດ້ 12 ຄັນ ອີກ 2 ຄັນກໍບັນທຸກສາດ ເຄື່ອງກອງບຸນ ແລ້ວກໍອອກເດີນທາງໄປທາງເຮືອ ເຮືອແລ່ນເຮືອຂຶ້ນຕາມສາຍນໍ້າງຽບ ທີ່ນໍ້າມາກສົມຄວນ ເພາະໄລລະ 2-3 ທິດຜ່ານມາຝົນຕົກຫຼາຍ ເຮືອແລ່ນດ້ວຍຄວາມຊ້າ ຕາມລໍານໍ້າທີ່ແຄບໆປະມານບໍ່ເກີນ 200-300 ແມັດ ສອງຟາກຝັ່ງແມ່ນໍ້າເຕັມໄປດ້ວຍຕົ້ນໄມ້ນານາພັນ ທັງຕົ້ນໄມ້ໃຫຍ່ແລະນ້ອຍ ເຮືອຜ່ານໄປເຫິງໆ ຈຶ່ງເຫັນໄຮ່ ແລະກະຕູບຂອງປະຊາຊົນ ແລະໃນລໍານໍ້າຊັນກໍເຫັນດອນນ້ອຍໆ ທີ່ມີຕົ້ນໄມ້ໃຫຍ່ 2-3 ດອນ ເວລາຜ່ານໄປ 2 ຊົ່ວໂມງກັບ 14 ນາທີ ເຮືອຂອງຄະນະພວກເຮົາຈຶ່ງໄປເຖິງທ່ານວັດບ້ານຫາດຍື້ນ ເຊິ່ງຊາວບ້ານ ລໍຕ້ອນຮັບພວກເຮົາຈໍານວນຫຼວງຫຼາຍ.

2. ຕອນຢູ່ບ້ານຫາດຍື້ນ
2.ກ. ສະພາບຂອງບ້ານຫາດຍື້ນ.
- ຄະນະຜ້າປ່າພວກເຮົາໄປຮອດວັດເປັນທີ່ຮຽບຮ້ອຍແລ້ວ ເຖົ້າແກ່ຍິງຊາຍ ໄດ້ເຂົ້າມາຕ້ອນຮັບພວກເຮົາ ຕາມແບບສະບັບຊາວພວນ ແລະຊາວເມື້ອຍ, ຫຼັງຈາກທໍາພິທີແລ້ວ ກໍໄດ້ສົນທະນາກັບຄົນເຖົ້າຄົນແກ່ ແລະຄະນະອົງການຈັກຕັ້ງບ້ານ ອັນມີນາຍບ້ານ ເຖົ້າແກ່ແນວໂຮມ, ກໍຖາມສະພາບວັດ ແລະບ້ານ ຄະນບ້ານເປັນຕົວແທນລາຍງານ ດັ່ງນີ້

ກ. ບ້ານຫາດຍື້ນນີ້ ເປັນບ້ານເກົ່າແກ່ ສ້າງມາແຕ່ປີ 1885 ແຕ່ກ່ອນມີຄອບຄົວພຽງ 20 ຄອບຄົວເທົ່ານັ້ນ, ຊາວບ້ານນີ້ແຕ່ກ່ອນ ຢູ່ບ້ານຫາດຄໍາ ແຕ່ເມື່ອຝຣັ່ງມາເອົາແຮ່ຄໍາ ກໍຍ້າຍຊາວບ້ານມາຕັ້ງບ້ານຢູ່ທີ່ນີ້ (ຈ້າງຊາວບ້ານນີ້ເປັນກຸລີ) ກໍຮຽກວ່າບ້ານຫາດຍື້ນ ເມື່ອປີ 1972 ສົງຄາມເກີດຂື້ນ ມີການຖິ້ມລະເບີດ ຊາວບ້ານຍື້ນທັງໝົດກໍອົບພະຍົບອອກຈາກບ້ານໄປລີ້ຢູ່ປ່າ ຈົນປີ 1975 ຈຶ່ງໄດ້ກັບມາບ້ານ ນັບແຕ່ບັດນັ້ນມາຮອດປັດຈຸບັນນີ້ ບ້ານຍື້ນມີຄອບຄົວ 92 ຄອບຄົວ ແບ່ງເປັນສອງຄຸ້ມ ຄຸ້ມເດີມເຊິ່ງເປັນຄຸ້ນໃຕ້ວັດ ມີຊາວຢູ່ 72 ຄອບຄົວ ແລະຄຸ້ມເໜືອ ເຊິ່ງເປັນບ້ານຕັ້ງໃໝ່ຂອງຊາວມົ້ງ ມີ 20 ຄອບຄົວ.

ຂ. ວັດບ້ານຫາດຍື້ນນັ້ນ ມີການກ່າວກັນວ່າເປັນວັດທີ່ສ້າງມາເຫິງສົມຄວນ ແຕ່ສະພາບວັດນັ້ນ ຍັງບໍ່ເປັນວັດທີ່ສົມບູນແຕ່ກ່ອນເປັນວັດແບບເຮັດດ້ວຍໄມ້ ສະນັ້ນເມື່ອຜ່ານໄລຍະເວລາມາເຫິງນານ ວັດເພພັງຈຶ່ງບໍ່ມີຖາວອນວັດຖຸໃດຫຼົງເຫຼືອ ຈົນມາເຖິງປີ 2004 ເປັນຕົ້ນມາ ພຣະອາຈານຄໍາໝັ້ນ ໂຊຕິທັມໂມ (ເຈົ້າອະທິການວັດໄຊສະຖານ ຂະນະນັ້ນ, ບັດນີ້ສິກແລ້ວ) ຍ້ອນເພິ່ນເປັນຄົນບ້ານນັ້ນເອງ ໄດ້ພາຍາດໂຍມໄປສ້າງສາລາຖາວອນກວ້າງ 18 x 20 ແມັດ ສໍາເລັດແລ້ວປີ 2007, ວັດດັ່ງກ່າວມີສາສະໜາສະຖານ ຄື ກຸຕິໄມ້ເກົ່າໆ 1 ຫຼັງ, ກຸຕິໄມ້ສ້າງໃໝ່ ຍັງບໍ່ທັນແລ້ວ 1 ຫຼັງ ແລະສາລາໄມ້ສໍາລັບເປັນທີ່ພັກຍາດໂຍມ (ເປັນສາລາໂຮງທັມເກົ່າ) 1 ຫຼັງ, ມີພຣະ 1 ອົງ ເປັນພຣະອາຈານພໍ່ເຖົ້າ 1 ອົງບວດໄດ້ 4 ພັນສາ, ສາມະເນນ 2 ອົງ ບາດໄດ້ 2 ປີ ແລະອີກອົງໜຶ່ງຈັ່ງຫາກບວດໄດ້ 1 ເດືອນ.

ຄ. ໂຮງຮຽນ ແຕ່ປົດປ່ອຍມາ ປີ 1975 ມາຮອດປີ 2005 ໂຮງຮຽນບ້ານດັ່ງກ່າວ ມີ 1 ຫຼັງ ເປີດສອນຮອດຊັ້ນມູລະປະຖົມ ຄື ປໍ 3 ແຕ່ປີ 2005 ເປັນຕົ້ນມາ ມີການສອນຮອດປະຖົມສົມບູນ ຄື ປ 5 (ຈົບປະຖົມ) ກ່ອນໜ້ານີ້ເດັກນ້ອຍບ້ານນີ້ ຮຽນຈົບແຕ່ປະຖົມເທົ່ານັ້ນເພາະຈະຕໍ່ມັດທະຍົມຕ້ອງເຂົ້າໄປຮຽນ ທີ່ບ້ານຊົມຊື່ນ ຫຼືບ້ານອື່ນໆ ຫຼືທີ່ເຂົາມີພີ່ນ້ອງພໍທີ່ຈະຝາກຮຽນໄດ້, ຍັງດີແດ່ແຕ່ຜູ້ຊາຍ ໄດ້ບວດຮຽນເຂົ້າໄປຮຽນໃນເມືອງທາງສົງເລີຍ ປັດຈຸບັນນີ້ກໍເຊັ່ນດຽວກັບໃນອະດີດ ແຕ່ຈະດີແນ່ ກໍບ້ານເມືອງຈະເຣີນຂຶ້ນ ຜູ້ໃດມີຍາດພີ່ນ້ອງຢູ່ທີ່ໃດກໍເອົາລູກຂອງຕົນໄປຝາກຮຽນທີ່ນັ້ນ, ໂຮງຮຽນບ້ານຍື້ນປັດຈຸບັນ ມີ 3 ຫຼັງ ສອງຫຼັງປະຊາຊົນສ້າງເອງ ເຮັດດ້ວຍໄມ້ ສ່ວນ 1 ຫຼັງອົງການສາກົນຊ່ວຍເຫຼືອ ເຮັດດ້ວຍຊິມັງ.

ງ. ເສດຖະກິດຂອງບ້ານຢືນປູກຝັງ ແລະລ້ຽງສັດ ສັດທີ່ລ້ຽງມີສັດກາງບ້ານເປັນສ່ວນໃຫຍ່ ເຊັ່ນ ໄກ່, ເປັດ, ໝູ, ຕົ້ນໄມ້ເສດຖະກິດມີໝາກມ່ວງ, ພ້າວ ແລະອື່ນໆ, ຊາວບ້ານຫາດຍືນ ມີ 92 ຄອບຄົວ, ຄອບຄົວຊາວມົ້ງ 20 ຄອບຄົວເຮັດໄຮ່ທັງໝົດ, ສ່ວນຄອບຄົວຊາວລາວ 72 ຄອບຄົວ ຄອບຄົວທີ່ມີນາ ພຽງອຕ່ 2 ຄອບຄົວເທົ່ານັ້ນ, ໃນ 2 ຄອບຄົວນັ້ນເຖິງມີນາກໍມີນ້ອຍ ຈຶ່ງບໍ່ເຮັດນາຊໍ້າກັບມາເຮັດໄຮ່ກັນນໍາໝູ່ ເປັນອັນວ່າຊາວບ້ານຫາດຍື້ນທັງໝົດ ມີອາຊີບຊາວໄຮ່ ເນື່ອງຈາກວ່າທຸກຄອບຄົວລ້ວນແຕ່ ເຮັດໄຮ່ ຜົນຜະລິດດ້ານການກເສດທັງໝົດຈຶ່ງປອດສານພິດ, ສ່ວນການປະໂມງ ບໍ່ຖືວ່າເປັນອາຊີບ ເພາະຫາໄດ້ແຕ່ພໍກິນ.

ຈ. ສັງຄົມ ວັດທະນະທັມ ແລະປະຊາຊົນ
- ຊາວບ້ານຫາດຍືນເລີ່ມຕົ້ນຕັ້ງແຕ່ກໍາເນີດບ້ານພຸ້ນ ເຂົາຮຽກເຂົາເອງວ່າ ໄທລານ (ຖາມພວກເຂົາວ່າເປັນຫຍັງຈຶ່ງຮຽກວ່າ ໄທລານ ເຂົາກໍບໍ່ຈັກຊິຕອບ ມີແຕ່ບອກວ່າພໍ່ແມ່ມາເວົ້າຈັງຊີ້, ແຕ່ປັດຈຸບັນນີ້ຊາວບ້ານຫາດຍື້ນທັງໝົດ ມີຊົນເຜົາລາວ(ໄທລານ) ໄທເມີ້ຍ, ພວນ ແລະມົ້ງ.ວັດທະນະທັມຂອງບ້ານຍື້ນ ເໝືອນກັບວັດທະນະທັມລາວທົ່ວໄປໃນເຂດທ້ອງຖິ່ນບໍຣິຄັນ.
- ປະຊາຊົນໃນບ້ານຫາດຍື້ນຕາມສອບຖາມ ຜູ້ທີ່ອາຍຸສົງສຸດມີ 89, ປະຊາຊົນໃນບ້ານນີ້ ຄົນທີ່ອາຍຸ 89 ປີລົງມາຫາ 65 ປີເຫັນວ່າມີຈໍານວນຫຼາຍ, ແຕ່ 64-30 ກໍມີຈຳນວນຫຼາຍເຊັ່ນກັນ, ແຕ່ 30-ໄປຫາເດັກນ້ອຍບໍ່ຄ່ອຍຈະຫຼາຍ ເພາະວ່າ ໃນໄລຍະນີ້ແມ່ນໜ້າຝົນຄົນອອກໄຮ່ ແລະຈະໄປເຮັດວຽກຕ່າງຖິ່ນໃນຕົວເມືອງ ແລະຕ່າງເມືອງ ແລະວຽງຈັນ ສ່ວນມີເກນອາຍຸຍັງຮຽນ ກໍໄປຢູ່ບ້ານພີ່ນ້ອງໃນທີ່ອື່ນໆ ສະຫຼຸບແລ້ວບ້ານນີ້ ມີແຕ່ບ້ານຄົນເຖົ້າຄົນແກ່ 555555555555555

ສ. ການຄົມມະນາຄົມ
- ບ້ານຫາດຍື້ນ ບໍ່ໄກຈາກຕົວແຂວງບໍຣິຄໍາໄຊປານໄດ້ດອກລາວແລ້ວ ມີແຕ່ 80 ກໍເຫັນຈະໄດ້, ແຕ່ຊາວບ້ານຫາດຍື້ນຖືກຕັດຂາດຈາກສັງຄົມພາຍນອກດ້ວຍການຄົມມະ ນາຄົມ, ຖະໜົນເຂົ້າບ້ານຈາກທາງຢາງເມືອງບໍຣິຄັນ ເຂົ້າມາຫາບ້ານເປັນຖະນົນດິນແດງໄລຍະທາງປະມານ 40 ກິໂລແມັດ, ຈາກຈຸດນັ້ນເຂົ້າໄປຕົວແຂວງກໍ 40 ກິໂລແມັດ(ຕາມການໃຫ້ການຂອງນາຍບ້ານ ຜູ້ຂຽນຍັງບໍ່ທັນເຫັນ) ຖນົນເຂົ້າບ້ານໄລຍະ 40 ກິໂລແມັດນີ້ແລ້ວ ເຮັດໃຫ້ຂະບວນລົດຜ້າປ່າຂອງພວກເຮົາບໍ່ສາມາດເຂົ້າໄປເຖິງ ຈຶ່ງຕ້ອງລົງເຮືອທີ່ບ້ານຊົມຊື່ນ ຕ້ອງຂີ່ເຮືອທວນກະແສນໍ້າໄຫຼໄປໄລຍະທາງ 2 ຊົ່ວໂມງກວ່າ, ບ້ານທີ່ໃກ້ກັນດິນຕໍ່ແຜ່ນ ແມ່ນບ້ານເດື່ອ ໄລຍະທາງ 5-6 ກິໂລແມັດ
ບ້ານນີ້ ຈຶ່ງເປັນບ້ານຖືກປິດຢູ່ໂດດດ່ຽວ.
- ບ້ານນີ້ບາງຄອບຄົວມີໂທະທັດ ແຕ່ຕ້ອງເບິ່ງດ້ວຍເຄື່ອງຮັບດາວທຽມ ແຕ່ວ່າກະແສໄຟບໍ່ມີ ຈຶ່ງໃຊ້ກະແສໄຟແລ່ນດ້ວຍຈັກໄຟຟ້າ ແລະບາງຄົວເຮືອນ ໃຊ້ໄຟຟ້າແສງອາທິດ ກໍບໍ່ພໍໃຊ້ ໃຊ້ແຕ່ໃຕ້ຍາມກາງຄືນຢ່າງດຽວ.
- ໂທຣະສັບ ມີສອງບໍຣິສັດ ຄືລາວໂທລະຄົມ(ລາວຈີເອັສເອັມ) ແລະໂທລະຄົມລາວ(ອີທີແອລ) ສໍາລັບລາວໂທລະຄົມ ບາງວັນມີສັນຍານ ບາງວັນບໍ່ມີສັນຍານ, ສ່ວນຢູນິເທລ(ລາວສຕາຣ໌ ແລະທັງໂກບໍ່ມີ)
- ບ້ານເຮືອນຂອງຊາວບ້ານ ເປັນບ້ານໄມ້ເປັນສ່ວນຫຼາຍ ເປັນເຮືອນແບບຍົກພື້ນ ມຸງສັງກະສີ ແອ້ມແປ້ນ ປູແປ້ນ ສະພາບສົມບູນ ແລະເຄິ່ງສົມບູນ.

2.ຂ.ມອບເຄື່ອງຂອງ
- ສິ່ງຂອງທີ່ນໍາໄປຖວາຍເປັນກອງຜ້າປ່າຄັ້ງນີ້ມີ
1. ຖ້ວຍນ້ອຍ 300 ໃບ.
2. ຖ້ວຍແກງ 50 ໃບ.
3. ກະຕິກນໍ້າ 6 ໜ່ວຍ.
4. ສາດຍາວ 22 ຜີນ.
5. ສາດສັ້ນ 2 ຜືນ.
6. ບ່ວງ 10 ກັບ
7. ແລະເຄື່ອງຄົວຈໍານວນນໜຶ່ງ ຂອງເລົ່ານີ້ຈໍາເປັນຕ້ອງໃຊ້ໃນເວລາຄະນະພວກເຮົາຢູ່ໃນວັດ ແລະບ້ານນີ້ ຈຶ່ງກ່າວຖວາຍ ແລະມອບໃຫ້ເຈົ້າອະທິການເພິ່ນເປັນທີ່ຮຽບຮ້ອຍ ໃນເວລາ 05:00 ໂມງ.

2.ຄ. ສູດປະຣິດຕະມຸງຄຸນ
- ເມື່ອຍາດໂຍມຊາວບ້ານ ພ້ອມພຽງກັນເຂົ້າມາສູ່ສະລາໂຮງທັມ ຢ່າງຫຼວງຫຼາຍແລ້ວ ໃນເວລາ 19:00 ໂມງ, ສາລະວັດປະຈໍາບ້ານນັ້ນ ກໍນໍາພາໄຫວ້ພຣະຮັບສິນ ແລະສູດປະຣິດຕະມຸງຄຸນ ເຊິ່ງມີພຣະສົງຈໍານວນ 5 ອົງ, ສາມະເນນ 4 ອົງ, ລວມເປັນ 9 ອົງ, ພຣະນິມົນມາຈາກວັດຊົມຊື່ນ 1 ອົງ, ພຣະໃນວັດ 1 ອົງ, ສາມະເນນໃນວັດ 2 ອົງ, ເຫຼືອນັ້ນພຣະ ແລະສະມະເນນໄປກັບຄະບວນພວກເຮົາ.

2.ງ. ຕອນຮັບປະທານອາຫານ ແລະຟ້ອນລໍາວົງ ພັກຜ່ອນຫຼັບນອນ.
- ຫຼັງຈາກສູດປະຣິດຕະມຸງຄຸນ ແລະເທດສະໜາ 1 ກັນແລ້ວກໍໃຫ້ພອນ ຫຼັງຈາກນັ້ນຊາວບ້ານ ແລະຄະນະຍາດໂຍມຂອງພວກເຮົາ ກໍໄປຮັບປະທານອາຫານສາມັກຄີ ທີ່ເຂົາຈັດໂຕ໊ະໄວ້ທີ່ແຈວັດ ແລະເດີ່ນໂຮງຮຽນ ຫຼັງຈາກຮັບປະທານແລ້ວ ເຂົາກໍຈັດລໍາວົງສາມັກຄີມ່ວນຊື່ນກັນໄປ, ສ່ວນທີ່ສາລາຜູ້ເຖົ້າຜູ້ແກ່ກໍທະຍອຍກັນມາສົນທະນາ ກັບພຣະສົງ ຈົນຮອດ 9 ໂມງ ອາຕະມາກໍໄວ້ພຣະ ແລະກໍເຂົ້ານອນພັກ ທີ່ເຕັນເຊິ່ງສາມະເນນ ແລະສັງກະລີກະກຽມໄວ້ນອນຫຼັບຄັກດີຢູ່ດອກ ແຕ່ຕື່ນເປັນໄລຍະໄລຍະ ເໝືອນມີສັດນ້ອຍໆມາກັດ ຕື່ນຂຶ້ນມາຖາມຊາວບ້ານວ່າມີສັດນ້ອຍໆມາກັດ ເຂົາບອກວ່າແມ່ນຮິ້ນ ມັນມາກັບແສງໄຟ ສົງໄສມັນເຂົ້າເຕັນຕ໌ຕອນເປີດເຕັນຕ໌ໄວ້ ເຂົາບອກວ່າຖ້າບໍ່ເປີດໄຟແມ່ນບໍ່ມີ, ຖາມນາຍບ້ານວຽງຈະເລີນ ທີ່ໄປນໍາພວກເຮົາວ່າ ລໍາວົງເລີກຈັກໂມງ ເຂົາຕອບວ່າ ບ່າຍ 1 ໂມງ, ໄປນອນທີ່ໃດ ເຂົາຕອບວ່າ ຢາຍກັນນອນທີ່ເຮືອນປະຊາຊົນ ກໍໄປເຂົ້າຫ້ອງນໍ້າ ແລະອາບນໍ້າຮອດ ຝົນຕົກລົງມາຕັ້ງແຕ່ 5 ໂມງພຸ້ນ.

2.ຈ. ຕອນຕັກບາດຖວາຍສັງຄະທານ.
- ເຖິງຝົນຕົກກະຕາມຊາວບ້ານກໍພາກັນແຂ່ງຝົນ ເອົາພາຈັງຫັນ ແລະເຄື່ອງທານເຂົ້າມາວັດ, ຮອດເວລາ 07:00 ຕາມກໍານົດສາລະວັດນໍາພາໄຫວ້ພຣະ, ຮັບສິນ, ຖວາຍບິນທະບາດ ແລະຖວາຍກອງຜ້າປ່າເລີຍ ພຣະສົງສັນເຂົ້າແລ້ວ ເຂົາກໍອາຣາດທະນາຟັງເທດສລອງສັບພະທານ ແລະໃຫ້ພອນຢາດນໍ້າເປັນທີ່ຮຽບຮ້ອຍ, ໃນນັ້ນ ກໍໄດ້ຖວາຍເງິນຜ້າປ່າຈໍານວນ 12.750.000 ກີບ ເປັນຕົ້ນທືນສົມທົບສ້າງປະຕູໂຂງ.

3. ຕອນກັບ.
- ຕາມກໍານົດການຄະນະພວກເຮົາຈະນອນພັກທີ່ບ້ານຍື້ນນີ້ 2 ຄືນ, ແຕ່ມາເບິ່ງສະພາບການແລ້ວ ຄື.
1. ກິດຈະກໍາທໍາບຸນ ສໍາເລັດລຸລ່ວງໄປໂດຍດີ.
2. ບ້ານດັ່ງກ່າວເປັນບ້ານຖືກປິດ ຫຼືບ້ານບັງບົດ ຄືມີແຕ່ບ້ານດຽວເທົ່ານັ້ນ ເໜືອຂຶ້ນໄປຕາມລໍານໍ້າກໍເປັນປ່າ ລົງໄປໃຕ້ຕາມລໍານໍ້າກໍເປັນປ່າບໍ່ມີບ້ານຈົນໄປຮອດບ້ານຊົມຊືນ ມີບ້ານດຽວທີ່ໃກ້ກັນທາງທິດຕາເວັນອອກ ແຕ່ຕ້ອງຢ່າງໄປປະມານ 5-6 ກິໂລແມັດ.
3. ບໍ່ມີແຫຼ່ງທ່ອງທ່ຽວ ມີແຕ່ລົງຫາດ ແຕ່ວ່າຍາມນີ້ຫາດຈົມໝົດແລ້ວ.
- ດ້ວຍເຫດນັ້ນຄະນະພວກເຮົາກໍຕົກລົງກັບກັບໃນວັນນີ້ເລີຍ ຄືວັນເສົາ ວັນທີ 21 ພຶດສະພາ 2011 ຫຼັງເພນ, ຮອດເວລາເພນຍາດໂຍມ ຊາວບ້ານກໍມາຖວາຍເພນສໍາເລັດແລ້ວ ຍາດໂຍມກໍຮັບປະທານອາຫານ ຮອດ 13:00 ໂມງອອກຕົນຍາດໂຍມກໍທະຍອຍພາກັບລົງເຮືອ ເຮືອຂອງຜູ້ຂຽນອອກຈາກບ້ານຫາດຍືນ ເວລາ 13:46 ໂມງ-ລ່ອງມາຮອດບ້ານຊົມຊື່ນ 13:00 ໂມງ, ກະກຽມຂຶ້ນລົດເສັດສັບກໍແລ່ນອອກຈາກບ້ານຊົມຊື່ນ(ທ່າເຮືອ ມຸ້ງໜ້າສູ່ບໍຣິຄໍາໄຊທາງປູຢາງໃໝ່ ຮອດຕົວເມືອງ 14:00 ໂມງ ແລ້ວກໍມຸ້ງໜ້າສູ່ວຽງຈັນເລາະສົ່ງຄົນຕາມບ້ານຕ່າງໆ ກໍມາຮອດວັດ 19:00 ໂມງພໍດິບພໍດີ ເປັນອັນວ່າພາລະກິດພວກເຮົາສໍາເລັດລຸລ່ວງໂດຍດີ.
- ໝາຍເຫດ: ໄດ້ຂ່າວ່າຢູ່ເໜືອບ້ານຂຶ້ນໄປປະມານ 5-6 ກິໂລ ຈະມີການສ້າງເຂື່ອນໄຟຟ້ານໍ້າງຽບ.

- ບ້ານເຮືອນຂອງຊາວບ້ານ ເປັນບ້ານໄມ້ເປັນສ່ວນຫຼາຍ ເປັນເຮືອນແບບຍົກພື້ນ ມຸງສັງກະສີ ແອ້ມ

Wednesday, 18 May 2011

ວິສາຂະບູຊາວັນບຸນວັດທະນະທັມລາວ ວັນສຳຄັນສາກົນແຫ່ງໂລກ

1. ຄວາມເປັນມາຂອງວັນວິສາຂະບູຊາໃນລາວ.

- ວັນບຸນວິສາຂະບູຊາ ໄດ້ປາກົດຢ່າງຈະແຈ້ງໃນຮີດ 12 ອັນເປັນແມ່ບົດທາງວັດທະນະທັມລາວ ເຊິ່ງທາງຣາຊະການໃນອານາຈັກລ້ານຊ້າງ ໄດ້ກໍານົດເອົາວັນສໍາຄັນທາງສາສນາ ເປັນວັນທີ່ຊາວລ້ານຊ້າງໄດ້ປະພຶດປະຕິດບັດຕາບເທົ້າທຸກວັນນີ້ ຊາວລາວໃນຂອງເຂດທົ່ວປະເທດ ທີ່ເປັນຊາວພຸດ ໄດ້ສືບທອດປະຕິບັດມາ ໂດຍປະເພນີ ເຊິ່ງຊາວພຸດລາວທັງມວນໃຜໆ ກໍຮັບຮູ້ຄວາມໝາຍຄວາມຄໍາຄັນຂອງວັນດັ່ງກ່າວ ທັງຍັງໄດ້ສືບທອດປະຕິບັດຢ່າງສະໝໍ່າສະເໝີໂດຍບໍ່ລະຮີດໃຫ້ໝອງ ບໍ່ລະຄອງໃຫ້ເສົ້າ ເຖິງແມ່ນວ່າໃນຍາມປະເທດຊາດຢູ່ໃນພາວະສົງຄາມ ຫຍຸ້ງຍາກເໝືອນໃນອະດີດຜ່ານມາ ມາຮອດປັດຈຸບັນປະເທດຊາດ ແລະປະຊາຊົນລາວແມ່ນຢູ່ໃນພາວະ ການສ້າງສາ ແລະພັດທະນາປະເທດຊາດພັກ-ລັດຖະບານ ແລະອົງການພຸດທະສາສນາຍິ່ງໄດ້ເພີ່ມທະວີວຽກງານດ້ານພຸດທະສາສນາຢ່າງຕັ້ງໜ້າ.

2. ພຸດທະສາສນາເຂົ້າສູ່ດິນແດນລາວ ແລະປະເທດລ້ານຊ້າງ.

- ດິນແດນທີ່ເປັນພາກພື້ນຂອງອະນຸທະວີບອາຊີອາຄະເນນີ້ ເປັນດິນແດນຂອງຊົນຊາດຫຼາຍເຜົ່າຊົນ, ເມື່ອ 2500 ກວ່າປີຜ່ານມາມີນະຄອນລັດຫຼາຍນະຄອນລັດກໍາເນີດ ເກີດຂຶ້ນຕາມສອງຟາກຝັ່ງແມ່ນໍ້າຂອງ ນະຄອນລັດຕ່າງໆເລົ່ານັ້ນ ມີມະຫານະຄອນລັດທີ່ມີອຳນາດຫຼາຍນະຄອນລັດເກົ່າແກ່ ນັກປະຫວັດທັງໃນ ແລະນອກປະເທດ ໄດ້ຍອມຮັບຊື່ນະຄອນລັດເລົ່ານັ້ນວ່າ ມີອາຣະຍະທັມເກົ່າແກ່ທີ່ສຸດ ຄື

ກ. ນະຄອນສີໂຄຕປະປຸຣະ(ນະຄອນສີໂຄດຕະບອງ)

ຂ. ນະຄອນຈັນທະບູຣີ (ວຽງຈັນປັດຈຸບັນ)

ຄ. ນະຄອນຊຽງດົງ, ຊຽງທອງ (ຫຼວງພຣະບາງປັດຈຸບັນ)

ງ. ນະຄອນສຸວັນນະໂຄມຄຳ (ເມືອງຫ້ວຍຊາຍ-ຊຽງແສນ)

ຈ. ນະຄອນລາວະຣັດຖະ (ລົບບູຣີ)

- ບັນດາຫົວເມືອງເລົ່ານີ້ ປັນນະຄອນຣັດບູຮານທີ່ເກົ່າແກ່, ໄດ້ປາກົດຕົວໃນດິນແດນນີ້ມາຍາວນານ ມີຫຼັກຖານທາງປະຫວັດສາດທີ່ເປັນລາຍລັກອັກສອນ ປະເພດຕຳນານ ແລະຫຼັກຖານທາງວັດຖຸຫຼວງຫຼາຍພາຍມາກ, ນະຄອນລັດເລົ່ານີ້ ໄດ້ກາຍມາເປັນດິນແດນຂອງຊົນຊາດລາວ ທີ່ເປັນເຈົ້າຂອງ ເຖິງບາງສ່ວນຈະກາຍເປັນດິນແດນຂອງຊາດ ອື່ນໄປແລ້ວ ແຕ່ຊົນຊາດທີ່ເປັນເຈົ້າຂອງດິນແດນເລົ່ານັ້ນກໍເຕັມໄປດ້ວຍຊົນຊາດທີ່ເປັນເຊື້ອສາຍໄທລາວຢູ່ຢ່າງນັ້ນ.

- ຈຳເດີມແຕ່ 45 ປີກ່ອນຄິດຕະສັງກາດນັ້ນ ມາຮອດປີນີ້ ພຣະພຸດທະສາສນາກໍາເນີດຂຶ້ນມາແລ້ວໃນໂລກ 2599 ປີ, ແນວທາງຄຳສອນຂອງພຣະພຸດທະສາສນາ ໄດ້ຂະຫຍາຍຕົວໄປສູ່ດິນແດນແວ້ນແຄວ້ນຕ່າງໆໃນໂລກ ໄດ້ກ່າຍເປັນສາສນາທີ່ສໍາຄັນ ແລະມີປະໂຫຍດຫຼວງຫຼາຍພາຍມາກຕໍ່ຈິດວິນຍານຂອງມວນມະນຸດສະຍະຊາດ,

- ການເຂົ້າມາຂອງພຣະພຸດທະສາສນາໃນອະນຸພາກພື້ນນີ້ນັ້ນ ປະຫວັດສາດໃນຍຸກຂອງຕໍານານ ທີ່ປະກົດຕົວໃນເລື່ອງອຸຣັງຄະນິທານໄດ້ຢັ້ງຢືນວ່າພຣະພຸດທະສາສນາ ເຂົ້າມາຍັງນະຄອນສີໂຄຕະປຸຣະ ໃນປີ ພ.ສ 8 ຫຼັງຈາກພຣະພຸດທະເຈົ້າປະຣິນິພານແລ້ວ 8 ປີ, ຕໍ່ຈາກນັ້ນພຸດທະສາສນາກໍໄດ້ປະກົດຕົວໃນນະຄອນຈັນທະບູຣີ ໃນປີ ພ.ສ 236, ໃນຫຼັກຖານຕໍານານດຽວກັນຍັງໄດ້ກ່າວເຖິງນະຄອນລາວະຣັດຖະດ້ວຍ, ນອກຈາກນີ້ສຸວັນນະໂຄມຄໍາ ແລະຊຽງດົງຊຽງທອງ ກໍປາກົດຫຼັກຖານພຸດທະສາສນາ ໃນຍຸກຕໍ່ເນື່ອງ ແລະສືບທອດກັນນັ້ນ

- ຕາມການຄົ້ນຄວ້າຢັ້ງຢືນຂອງນັກປະຫວັດສາດສາສນາໄດ້ຍອມຮັບເປັນເອກະສັນວ່າ ພຣະພຸດທະສາສນາເຂົ້າມາສູ່ດິນແດນນີ້ແລ້ວ ເຖິງ 2 ຍຸກ ຄື ຍຸກສີໂຄຕະປຸຣະ ແລະຍຸກຈັນທະບູຣີ ກ່ອນທີ່ຍຸກແຫ່ງປະຫວັດສາດຂອງຊາດລາວຈະປະກົດຕົວຢ່າງເດັ່ນຊັດ ໃນປີ ພ.ສ 1902 ຫຼັງຈາກທີ່ພຣະບາດສົມເດັດພຣະເຈົ້າຟ້າງຸ່ມມະຫາຣາດ ໄດ້ສາະຖາປານາມະຫາອານາຈັກລ້ານຊ້າງໃຫ້ເຂັ້ມແຂງ ແລະກວ້າງກວ້າງຂວາງນັ້ນ, ພຣະພຸດທະສາສນານິກາຍເຖຣະວາດ ລັດທິລັງກາວົງ ກໍໄດ້ເຂົ້າມາແທນທີ່ສາສນາພຸດ ແບບເດີມ ແລະຕັ້ງໝັ້ນໃນນະຄອນຊຽງດົງຊຽງທອງ ແລ້ວກໍແຜ່ຂະຫຍາຍໃນຂອບເຂດຣາຊະສີມາແຫ່ງອານາຈັກລ້ານຊ້າງຢ່າງກວ້າງຂວາງ.

- ນັບແຕ່ນັ້ນມາທາງມະຫາອານຈັກລ້ານຊ້າງ ແລະຫົວເມືອງໃນກໍາກັບລ້ານຊ້າງ ໄດ້ຍອມຮັບນັບຖືພຣະພຸດທະສາສນາຢ່າງເປັນເອກະສັນ ເຖິງເຊິ້ງເຮົາເຫັນໄດ້ຈາກຫຼັກຖານ ທາງຮູບປະທັມ ແລະນາມະທັມ ທີ່ປະກົດຕົວໃນວິຖີຊີວິດຂອງຊາວລ້ານຊ້າງ ຫຼືຊາວລາວເຮົາເລື້ອຍມາຕາບເທົ້າປັດຈຸບັນ, ສະນັ້ນ ວິຖີຊີວິດຈອງຊາວພຸດລາວນັ້ນ ຈຶ່ງແບບແຜນ ແລະບໍຣິບົດເຕັມໄປດ້ວຍແບບແຜນພຸດທະສາສນິກະຊົນ ໃນຮອບ 12 ເດືອນຂອງປີໜຶ່ງ ຊາວລາວໄດ້ມີຮີດຄອງຂອງຕົນ 12 ຮີດຄອງທີ່ເຮົາຮຽກວ້າຮີດສິບສອງດ ຮີດສິບສອງນີ້ລ້ວນແຕ່ແມ່ນຮີດທາງພຸດທະສາສນາ ໄດ້ກາຍເປັນແມ່ແບບທາງວັດທະນະທັມລາວ ສະນັ້ນຈຶ່ງເວົ້າໄດ້ຢ່າງທະນົງອົງອາດວ່າ ຄົນລາວເປັນຊາດພຸດ,

- ພຸດທະສາສນາ ເປັນສາສນາຂອງຊາດລາວ ຄົນລາວໄດ້ຕິດພັນກັບພຸດທະສາສນາມາຕັ້ງແຕ່ກໍາເນີດຊາດ, ໃນວິຖີຊີວິດຂອງຄົນລາວກໍເຊັ່ນດຽວກັນ ນັບແຕ່ມື້ເກີດຄົນຮອດມື້ຕາຍ ນັບແຕ່ຕື່ນຈົນຮອດເຂົ້ານອນ ລ້ວນແຕ່ແມ່ນປະຕິບັດຮີດຂອງຕົນຕາມແບບແຜນພຣະພຸດທະສາສນາ, ບໍ່ວ່າຍາມປະເທດຊາດຈະເລີນຮຸ່ງ ເຮືອງ ຫຼືປະເທດຊາດຕົກຢູ່ໃນພາວະຍຸ້ງຍາກ ຊາວລາວບໍ່ໄດ້ປະລະວັດວາພຸດທະສາສນາ.

(ມື້ອື່ນມາອ່ານຕໍ່)

Monday, 16 May 2011

ຄວາມເປັນມາຂອງບຸນທອດຜ້າກະຖິນ

ການທອດກະຖິນທອດໄດ້ພຽງແຕ່ປີລະ ໑ ຄັ້ງເທົ່ານັ້ນ ທ່ານຈຶ່ງຈັດໃຫ້ເປັນກາລະທານ ໝາຍຄວາມວ່າ “ການຖວາຍທານຕາມກາລະສະໄໝ” ຄຳວ່າພິທີການທອດກະຖິນໝາຍຄວາມວ່າ “ທຳພິທີເອົາຜູ້ທີ່ຕ້ອງການ ເຮັດເປັນກຜ້າກະຖິນນັ້ນນຳໄປທອດໄວ້ ວາງໄວ້ຖ່າມກາງສົງ” ເຈົ້າພາບບໍ່ໄດ້ຍົກຜ້າກະຖິນນັ້ນປະເຄນໃຫ້ ພຣະພິກຂຸ.
ຄຳວ່າ “ກະຖິນ” ເປັນຊື່ຂອງຂອບໄມ້ທີ່ຈະເອົາມາຂຶງເພື່ອເຮັດຈີວອນໃຫ້ໄດ້ຂະໜາດ ຮຽກຕາມຄວາມ ເດີມວ່າ “ໄມ້ສະດຶງ” ເນື່ອງຈາກການເຮັດຜ້າຈີວອນໃນສະໄໝພຸດທະການພຣະສົງໄດ້ເຮັດກັນເອງ ເພື່ອໃຫ້ ງ່າຍຕໍ່ສະພາບຄວາມເປັນຢູ່ຂອງພຣະສົງທີ່ຢູ່ໂດຍປາສະຈາກພັນທະນາການຢູ່ແລ້ວ ແຕ່ຕ້ອງຖືກຕ້ອງຕາມ ພຣະວິໄນດ້ວຍ ພຣະສົງກໍຕ້ອງກະຂະໜາດຂອງຜ້າຈີວອນທີ່ຕ້ອງການກ່ອນດ້ວຍການເອົາໄມ້ “ກະຖິນ” ເຊິ່ງ ເປັນໄມ້ທີ່ບໍ່ຕ້ອງຫ້າມມາຕັດກະໄວ້ດີແລ້ວ ຈຶ່ງເອົາຜ້າທີ່ຫາມາໄດ້ຈາກທີ່ຕ່າງໆ ມາແປະແລະຫຍິບຕໍ່ກັນໄປຈົນ ໄດ້ຕາມຖະໜາດນັ້ນ ວິທີຕັດກະແລະຫຍິບທັງໝົດ ທ່ານຮຽກວ່າ “ການທຳຜ້າກະຖິນ” ການທຳຜ້າກະຖິນນັ້ນ ຈຶ່ງຕ້ອງການພຣະສົງຕັ້ງແຕ່ ໕ ອົງຂຶ້ນໄປຕຳກວ່ານັ້ນບໍ່ໄດ້, ດ້ວຍເຫດວ່າມີພິທີການເຮັດຜ້າກະຖິນນັ້ນ ເປັນດັ່ງ ນີ້ ຄືວ່າ “ພຣະພິກຂຸ ໔ ອົງ ທຳໜ້າທີ່ຂຶງຜ້າຢູ່ ໔ ແຈຂອງໄມ້ສະດຶງອົງລະແຈ ອີກອົງໜຶ່ງທີໜ້າທີ່ຫຍິບຜ້າ.
ຄຳວ່າ ການເຮັດຜ້າກະຖິນ ກໍຄືກຳນົດເອົາຜ້າຈີວອນຜືນໃດຝືນໜຶ່ງ “ຜ້າຈີວອນແມ່ນຫຍັງ ?” ຜ້າຈີ ວອນນັ້ນເຮົາຮຽກເອົາຜ້າ “ທັງໝົດທີ່ເປັນປັດໄຈສຳຄັນຂອງພຣະພິກຂຸ” ຈີວອນໃນຄວາມໝາຍຂອງຜ້າ ກໍຄືໃນ ຮຽກຜ້ານຸ່ງຫົ່ມຂອງພຣະພິກຂຸທັງໝົດ ເຊິ່ງຮຽກຕາມພາສາປາລີວ່າ “ຜ້າໄຕຣ” ຫາກຮຽກຕາມຜາສາລາວວ່າ “ຜາໄກຼ” ຄຳວ່າ “ຜ້າໄກຼ ຫຼືຜ້າໄຕຣ” ກໍຕາມລ້ວນແຕ່ແປວ່າ “ຜ້າ ໓ ຜືນ” ໃນຜ້າສາມຜືນນັ້ນມີຄື “ສັງຄາຕິ, ອຸຕຕະຣະສັງຄັງ, ອັນຕະຣະວະສັງສະກັງ” ເມື່ອຮຽກຕາມພາສາລາວຮຽກວ່າ “ຜ້າສັງຄາ, ຜ້າຄຸມ ແລະຜ້າສະບົງ” ການເຮັດກະຖິນນັ້ນທ່ານໃຫ້ເຮັດຜືນໃດຜືນໜຶ່ງໃນ ໓ ຜືນກໍໄດ້ ຫຼືເຮັດທັງສາມຜືນກໍໄດ້ ທັງນີ້ແມ່ນອີງອາໄສ ເວລາ ແລະວັດຖຸພໍ, ແຕ່ເວລາອະທິຖານ ການ ແລະຄອງກະຖິນນັ້ນ ໃຫ້ກຳນົດເອົາສະເພາະຜ້າຜືນໃດ ຜືນໜຶ່ງໃນ ໓ ຜືນ ທັງນີ້ແມ່ນເພື່ອປະໂຫຍດໃນການຖືຄອງກະຖິນ ແລະນອກຈາກນັ້ນເປັນພຽງແຕ່ຜ້າປະກອບ ຮຽກວ່າ “ປະຣິຂະຣະໂຈຣັນຈະ” ຄືຜ້າບໍຣິຂານ ທີ່ໃຊ້ປະກອບໃນຜ້າໄກຼ, ຫາກມີຜ້ານອກຈາກໄກຼທີ່ເປັນອົງກະ ຖິນແລ້ວ ໃຫ້ຮຽກວ່າ “ຜ້າບໍຣິວານກະຖິນ” ວັດຖຸເຄື່ອງທານໃນກອງກະ ຖິນ ຈະເປັນຫຍັງກໍຕາມນັບແຕ່ຕຽງ ເສື່ອ ສາດ ໝອນ ມຸ່ງໃຫ້ຮຽກວ່າ ບໍຣິວານກະຖິນ ຫຼືເຄື່ອງກອງກະຖິນ, ຄວາມສຳຄັນກໍເດັ່ນໄປໃນການໃຊ້ສອຍ ຕາມໜ້າທີ່ຂອງສິ່ງຂອງນັ້ນໆໄປ, ຄຳວ່າ “ຜ້າຈີວອນ” ໃນຄວາມໝາຍຂອງພິທີກັມນັ້ນຄື ຊື່ຂອງພິທີເຮັດບຸນປະ ເພດໜຶ່ງ ເຊິ່ງມີພຣະບໍຣົມມະພຸດທານຸຍາດ ໃຫ້ທາຍົກທາຍິກາຜູ້ປັກກະຖິນໄວ້ແລ້ວ ຫຼືຜູ້ມີສັດທາຈະຖອດຜ້າ ກະຖິນ ແຕ່ມີຄວາມຈຳເປັນຢ້ານຢູ່ບໍ່ທັນຈົນຮອດການກະຖິນໄດ້ທອດຖວາຍກ່ອນອອກພັນສາ ໗ ວັນ, ນັບແຕ່ ອອກໃໝ່ ໘ ຄ່ຳ, ຈົນຮອດເພັງ ໑໕ ຄ່ຳ ແຕ່ໃຫ້ຮຽກວ່າ “ທອດຖວາຍຜ້າຈີວອນ” ວິທີທຳກໍຕ້ອງທຳແບບກະຖິນ ຄືມີການອຸປະໂຫລກຜ້ານັ້ນ ການອະນຸຍາດນັ້ນຊົງອະນຸຍາດໃຫ້ບຸກຄົນເຫຼົ່ານີ້ຄື:
໑. ຄົນປ່ວຍໄຂ້ ຄົນຊະຣາການ ມີຄວາມວິຕົກກັງວົນຕົນວ່າ ຈະຢູ່ບໍ່ຮອດວັນທອດກະຖິນຈຶ່ງຂໍທອດ ກ່ອນກໍຊົງອະນຸຍາດ.
໒. ຂ້າຣັດຖະການ ທະຫານ ຕຳຫຼວດ ຊຶ່ງມີໜ້າທີ່ປົກປ້ອງປະເທດຊາດບ້ານເມືອງ ຫາກຖືກໃຫ້ຍ້າຍ ໄປຈຳການ ຫຼືໄປສູ້ຮົບຈັບເສີກ ຢ້ານວ່າກັບມາບໍ່ທັນວັນທອດກະຖິນ ກໍຊົງອະນຸຍາດໃຫ້ຖວາຍກ່ອນ.
ການຖວາຍຜ້າຈີວອນ ທ່ານຮຽກວ່າຜ້າກ່ອນກະຖິນ ປັດຈຸບັນຍັງມີການເຮັດຢູ່ເຂດສີພັນດອນ.
(ແກ້ຂໍ້ສົງໄສ ວິນິດໄສຕາມຂໍ້ຊົງອະນຸຍາດທັງສອງປະການຂ້າງຕົ້ນນີ້ບໍ່ຮູ້ ຈຶ່ງມີຄວາມເຊື່ອຈົນເຂົ້າກະ ດູກດຳຂອງຄົນບາງກຸ່ມວ່າ “ຍັງບໍ່ທັນເຖົ້າຫ້າມເຮັດກະຖິນ” ຖາມເຂົາວ່າ ເປັນຫຍັງຈຶ່ງບໍ່ໃຫ້ເຮັດ “ກໍໄດ້ຄຳ ຕອບແບບໜ້າສົງສານວ່າ “ຢ້ານຕາຍໄປຮັບກອງບຸນ” ການເຊື່ອແບບນີ້ ຖືວ່າເປັນການຕັດຮອນກຳລັງສັດທາ ໃນຜູ້ມີສັດທາ, ການຕັດກຳລັງທາງສາສະໜາ, ເປັນການປະໝາດໃນຊີວິດ ແລະເປັນການຊີ້ທາງບາບ ຜູ້ແນະ ນຳ ແລະຜູ້ເຊື່ອຕາມຍ່ອມໄດ້ອະທິກັມທັງນັ້ນ).
ການເຮັດຜ້າກະຖິນ ໃນລັກສະນະນະເຊັ່ນນີ້ ຄືນັບແຕ່ຕັດ, ຫຍິບ, ຍ້ອມ ໃຫ້ສຳເຣັດລົງໃນວັນດຽວນັ້ນ ແມ່ນມີເປົ້າໝາຍໃຫ້ສົງພ້ອມພຽງກັນດ້ວຍຄວາມສາມັກຄີ ຮ່ວມໃຈກັນໃຫ້ເກີດຂຶ້ນແລ້ວໃນວັນນັ້ນ ແລະໃຫ້ສຳ ເລັດລົງໃນວັນນັ້ນ ຜ້າກະຖິນທ່ານຈຶ່ງຈັດເປັນ “ມະຫາສາມັກຄີອີກທາງໜຶ່ງ” ຮຽກວ່າ “ສັງຄະສາມັກຄີ” ການ ທອດຖວາຍຜ້າກະຖິນຈຶ່ງຈັດເຂົ້າໃນປະເພດ “ສັງຄະທານ”, ສຳລັບໄມ້ສະດຶງ ທີ່ເປັນແມ່ແບບຂອງການຕັດຜ້າ ຈີວອນນັ້ນ ໃຫ້ເກັບມ້ຽນໄວ້ໃຊ້ໃນປີຕໍ່ໄປ ແຕ່ການເກັບຮຽກສາຈົນໃຫ້ເປັນຮູບຮ່າງໄວ້ນັ້ນແມ່ນໃຫ້ເກັບໄວ້ຈົນຮອດ ເດືອນ ໔ ເພັງແລ້ວຈຶ່ງທຳການຮື້ຖອນ ວິທີນີ້ຈຶ່ງຮຽກວ່າ “ເດາະ” ສະນັ້ນຄຳວ່າ “ກະຖິນເດາະ ຫຼືເດາະກະຖິນ” ໝາຍເຖິງການຮື້ໄມ້ແບບ ເພື່ອເກັບໄວ້ໃຊ້ໃນໂອກາດໜ້າ.
ກະຖິນນັ້ນເປັນຊື່ຂອງຜ້າ ແລະຕ້ອງເຮັດໃນເຂດທີ່ຊົງກຳນົດເວລາ ເຮັດກ່ອນຫຼືຫຼັງເຂດກຳນົດ ບໍ່ຖືວ່າ “ຜ້າກະຖິນ” ການທອດຖວາຍຜ້າກະຖິນກຳນົດໃຫ້ເຮັດພຽງ ໑ ເດືອນເທົ່ານັ້ນ ຄື ແຮມ ໑ ຄ່ຳເດືອນ ໑໑ ຈົນຮອດຂຶ້ນ ໑໒ ຄ່ຳ ເດືອນ ໑໒ ທີ່ເມືອງລາວໃນຈຳກັນງ່າຍໆ ຄື ນັບແຕ່ມືຊ່ວງເຮືອປາກເຊ ຫຼືຊ່ວງເຮືອວຽງຈັນ ໄປຈົນຮອດວັນບຸນທາດຫຼວງວັນສຸດທ້າຍ ນອກນັ້ນເລີຍເຂດກະຖິນ, ຜ້າທີ່ນຳເອົາເຮັດຜ້າກະຖິນໄດ້ຊົງມີອະນຸຍາດດັ່ງນີ້:
໑. ຜ້າໃໝ່ (ຄືຜ້າໃໝ່ໆຍັງບໍ່ທັນໄດ້ຕັດ, ຍ້ອມ ແລະຫາມາໃໝ່ໆ).
໒. ຜ້າທຽມໃໝ່ (ຄືຜ້າທີ່ທີ່ຮັກສາໄວ້ນານແລ້ວທີ່ຍັງບໍ່ທັນໃຊ້, ຜ້າໃຊ້ແລ້ວທັງເກົ່າດ້ວຍ ແຕ່ນຳມາຊັກ ຟອກຍ້ອມໃໝ່)
໓. ຜ້າບັງສະກຸນ (ຄືຜ້າທີ່ເຂົາຖິ້ມແລ້ວ, ຜ້າເປື້ອນດ້ວຍຝຸ່ນ, ຜ້າຫໍ່ສົບ ໄດ້ມາແລ້ວເອົາມາຊັກຟອກ ແລະ ຍ້ອມ).
໔. ຜ້າຕົກຕາມຮ້ານ (ໝາຍເອົາຜ້າທີ່ເຂົາຂາຍໃນຕລາດ ມີລັກສະນະ ໒ ແບບ ຄື ຜ້າທີ່ຕັດຫຍິບສຳເຣັດ ຮູບແລ້ວ, ແລະຜ້າທີ່ຍັງບໍ່ທັນຕັດສຳເຣັດຮູບ).
ຜູ້ທີ່ຈະຖວາຍຜ້າກະຖິນ ຫຼືຜູ້ທີ່ເຮົາຮຽກວ່າ “ເຈົ້າພາບກະຖິນນັ້ນ” ບໍ່ມີກຳນົດວ່າເປັນໃຜ ? ບໍ່ກຳນົດອາ ຍຸ ໄດ້ແກ່ນັບຕັ້ງແຕ່ຜູ້ໃຫຍ່ຮອດເດັກນ້ອຍທີ່ຮູ້ຄວາມແລ້ວ, ບໍ່ກຳນົດຖານະທາງຊົນຊັ້ນ ນັບຕັ້ງແຕ່ຄົນທຸກ, ເສັຍອົງຄະສາງ ຄົນຮັ່ງມີສີສຸກ ເສດຖີມີຮັ່ງ ຈົນຮອດຜູ້ນຳຂັ້ນສູງ ສະໄໝບູຮານຄືຮອດພະຍາຣາຊາ ແລະພຣະພິຂຸສົງ ແລະສາມະເນນເອງກໍເປັນເຈົ້າສັດທາຖວາຍໄດ້.
ກະຖິນເປັນບຸນກິຣິຍາວັດຖຸ ໝາຍຄວາມວ່າການຖວາຍຜ້າກະຖິນະທານ ແກ່ພຣະພິກຂຸຜູ້ຈຳພັນສາ ການຖ້ວນໄຕຣມາດຄົບ ໓ ເດືອນ ເພື່ອສົງເຄາະ, ອະນຸເຄາະ ຜູ້ປະພຶດດີ ປະຕິບັດຊອບໃຫ້ມີຜ້ານຸ່ງຫົ່ມໃໝ່ ຈະໄດ້ຜັດປ່ຽນຂອງເກົ່າທີ່ຂາດເສັຍ, ການທຳບຸນດ້ວຍຜ້າກະຖິນ ຫຼືຮຽກວ່າ “ທອດກະຖິນ” ຄື ເຈົ້າພາບຖືຜ້າໄວ້ກ່າວຄຳຖວາຍຜ້າໃຫ້ເປັນຜ້າກະຖິນ ແລ້ວນຳເອົາຜ້າໄປວາງລົງທ່າມກາງພິກຂຸສົງ ພຣະພິກຂຸທີ່ລົງມະຕິກັນເອງຕາມພຣະວິໄນແລ້ວ ກ່າວຄຳອຸປະໂລກະນະກັມ(ອຸປະໂລກຜ້າກະຖິນ) ໝາຍຄວາມວ່າທຳໃຫ້ຜ້ານັ້ນ ເປັນຜ້າກະຖິນຕາມພຣະທັມມະວິໄນ ເຊິ່ງເປັນໜ້າທີ່ຂອງພຣະພິກຂຸໂດຍສ່ວນດຽວ ຕໍ່ແຕ່ນີ້ໄປຍາດໂຍມບໍ່ໄດ້ມີສ່ວນກ່ຽວຂອງແລ້ວ ຖືເປັນວຽກຂອງສົງ, ລັກສະນະເຊັ່ນນີ້ ຮຽກວ່າສັງຄະກັມ, ເປັນອັນວ່າແລ້ວວຽກການທອດກະ ຖິນສຳລັບສຳລັບຍາດໂຍມແລ້ວ.
ສຳລັບຍາດໂຍມ ນຶກວ່າການເຮັດຜ້າກະຖິນເປັນເລື່ອງຍາກ ກໍບໍ່ຍາກປານໃດສຳລັບປັດຈຸບັນ ເພາະມີ ສັງຄາມະຕິ ແລະຊົງອະນຸຍາດໃຫ້ເຮັດໄດ້ຫຼາຍວີທິເຊັ່ນ ການເລືອກຜ້າ, ການຫາຜ້າ, ກຳນົດອາຍຸ ແລະຊົນຊັ້ນ ຕະຫຼອດວິທິເຮັດນັ້ນກໍມີດັ່ງນີ້:
໑. ເຮັດເປັນຜ້າມະຫາກະຖິນ(ຕັ້ງກອງມະຫາທານອັນໃຫຍ່ມີບໍຣິຂານ ແລະບໍຣິວານອັນຫຼາຍ ແລະຊັກ ຊວນອວນຮຽກພີ່ນ້ອງລູກຫຼານທັງຢູ່ໃກ້ຢູ່ໃກມາຮ່ວມເປັນເຈົ້າພາບ ຮ່ວມອະນຸໂມທະນາ ຫ້າງຫາກະກຽມຫຼາຍວັນ)
໒. ຈຸລະກະຖິນ ຫຼືກະຖິນ (ຄືກະຖິນທີ່ບໍ່ໄດ້ກະກຽມຟ້າວເຮັດຟ້າວທຳໃຫ້ແລ້ວໃນມື້ໜຶ່ງວັນດຽວ ຈະມີບໍລິ ວານ ຫຼືບໍລິຂານຫຼາຍນ້ອຍພຽງໃດກໍໄດ້ ຂໍພຽງແຕ່ໃຫ້ມີຜ້າຈີວອນ ໑ ຜືນຂຶ້ນໄປເປັນອັນໃຊ້ໄດ້ ພ້ອມທັງບໍລິວານ ທີ່ຫາໄດ້).
໓. ກະຖິນສາມັກຄື (ຄືກັບຜ້າມະຫາກະຖິນທຸກຢ່າງຕ່າງແຕ່່ວ່າມີເຈົ້າພາບຫຼາຍຄົນ ຈະເປັນບຸກຄົນ ຫຼືອົງກອນຍ່ອມໄດ້ທັງນັ້ນ)
໔. ກະຖິນຕົກຄ້າງ (ຈະເຮັດແບບໃດກໍໄດ້ໃນ ໓ ແບບທີ່ວ່າມາ ພຽງແຕ່ວ່າວັດທີ່ໄປທອດນັ້ນບໍ່ມີໃຜປັກກະ ຖິນໄວ້ກ່ອນ ຫຼືວ່າປີນີ້ບໍ່ມີເຈົ້າພາບໃດມາທອດແນ່ນອນ ກໍໄປທອດຖວາຍວັດນັ້ນ ແມ່ນວິທີການແກ້ໄຂກະຖິນ ຕົກຄ້າງ).
ກະຖິນເປັນຊື່ຂອງສັງຄະກັມ ຄືກິດຈະກັມຂອງສົງ(ສົງໝາຍເຖິງໝູ່ ເຖິງຄະນະ) ຕ້ອງມີການສູດ ການ ປະກາດ ຄວາມເຫັນຊອບຈາກທີ່ປະຊຸມສົງ ໃນການທີ່ຈະມອບຜ້າກະຖິນໃຫ້ແກ່ພຣະພິກຂຸອົງໃດອົງໜຶ່ງ ເມື່ອ ທຳຈີວອນສຳເຣັດແລ້ວດ້ວຍຄວາມຮ່ວມມືຂອງພິກຂຸສົງທັງຫຼາຍ (ດຽວນີ້ພຣະສົງບໍ່ໄດ້ຕັດຜ້າຈີວອນເອງ) ເພື່ອ ຈະໄດ້ເປີດໂອກາດຂະຫຍາຍເວລາໃຫ້ພຣະພິກຂຸອົງອື່ນເຮັດ ຫຼືຮັບຈີວອນໄດ້ອີກ ຈຶ່ງມີພຸດທານຸຍາດໃຫ້ຂະ ຫຍາຍເວລາໄປຮອດເດືອນ ໔ ເພັງ, ທັງນີ້ກໍເພາະສະໄໝພຸດທະການນັ້ນການຫາຜ້າມາເຮັດຈີວອນ ແມ່ນຫາ ກັນໄດ້ໂດຍຍາກ ແລະກໍບໍ່ຊົງອະນຸຍາດໃຫ້ພິກຂຸສະສົມຜ້າໄວ້ເກີນ ໑໐ ວັນ ແຕ່ເມື່ອພຣະພິກຂຸອົງໃດ ໄດ້ຊ່ວຍ ກັນທຳຈີວອນ ຄືຮ່ວມສັງຄະກັມ ຫຼືຮ່ວມອະນຸໂມທະນາກະຖິນ ຊົງອະນຸຍາດໃຫ້ສະແຫວງຫາຜ້າ ແລະເກັບ ສະສົມຈີວອນໄດ້ຕົຈົນຕະຫຼອດລະດຸໜາວ ຈົນເຖິງ ໑໕ ຄ່ຳ ເດືອນ ໔ ວິທີເກັບຜ້ານີ້ຊົງຮຽກວ່າ “ວິກັບ” ເລີຍ ຈາກເດືອນ ໔ ເພັງໄປໃຫ້ສະຫຼະຜ້າ ດ້ວຍການຖອນຜ້າ, ຈາກຄວາມໝາຍຂ້າງເທິງນີ້ ມີຄວາມກ່ຽວຂ້ອງກັນ ຄື ເມື່ອສົງທຳສັງຄະກັມເຣື່ອງຜ້າກະຖິນແລ້ວ ສົງທຳການອະນຸໂມທະນາ ຄືສະແດງຄວາມຍິນດີ ວ່າໄດ້ການກະ ຖິນແລ້ວ, ຄຳວ່າການກະຖິນນັ້ນ ຄືການຄາດຜ້າ ກະຜ້າ ແລະທາບຜ້າລົງກັບໄມ້ ເພື່ອຕັດຫຍິບ ຍ້ອມເຮັດເປັນ ຜືນ ແລ້ວກຳນົດເອົາຜືນໃດຜືນໜຶ່ງໃນ ໓ ຜືນນັ້ນເຮັດເປັນກະຖິນ.
ຍັງມີຄຳອີກຄຳໜຶ່ງ ທີ່ເຮົາໄດ້ຍິນສະເໝີສຳລັບຜູ້ທີ່ຈະທອດກະຖິນ ຄື ການປັກກະຖິນ ຄືການ ຈ່ອງກະ ຖິນ ໝາຍເຖິງການສະແດງເຈດຈຳນົງວ່າຈະທອດກະຖິນໃນວັດນີ້ ຈະເປັນດ້ວຍວາຈາ ຫຼືດ້ວຍລາຍລັກອັກ ສອນ ແຕ່ເທົ່າທີ່ນິຍົມກັນນັ້ນແມ່ນດ້ວຍລາຍລັກອັກສອນ ຄືຂຽນເຈດຈຳນົງລົງໄປ ແລ້ວເອົາໄປຜິດປະກາດໄວ້ ໃນວັດບ່ອນທີ່ຄົນເຫັນງ່າຍ ຈະເປັນສາລາໂຮງທັມ, ສິມ ກຸຕິເຈົ້າອາວາດ ເມື່ອຈ່ອງແລ້ວກໍຕ້ອງນຳຜ້າກະຖິນ ໄປທອດຖວາຍພາຍໃນກຳນົດເວລາ ໑ ເດືອນ ຕາມກຳນົດທາງທັມວິໄນດັ່ງທີ່ກ່າວແລ້ວ.
ອີກຄຳໜຶ່ງ ທີ່ມັກໄດ້ຍິນໃນຂະນະທີ່ທອດກະຖິນນັ້ນ ຄືຄຳວ່າ “ອະປະໂລກກະຖິນ” ໝາຍເຖິງພຣະພິກ ຂຸອົງໃດອົງໜຶ່ງກ່າວຂຶ້ນໃນທີ່ປະຊຸມ ຖາມຄວາມເຫັນຊອບວ່າຄວນມີການການກະຖິນບໍຫຼືບໍ່ ? ເມື່ອເຫັນຊອບ ຮ່ວມກັນແລ້ວ ຄວນຖວາຍແກ່ພຣະພິກຂຸອົງໃດ ? ການປຶກສາຫາລືການຖາມຄວາມເຫັນເຊັ່ນນີ້ຮຽກວ່າອະປະ ໂລກ(ອ່ານວ່າ ອະ-ປະ-ໂຫຼກ) ເມື່ອອະປະໂລກແລ້ວ ກໍຕ້ອງສູດປະກາດເປັນການສົງ ຈຶ່ງຖືວ່າເປັນສັງຄະກັມ ຫຼືກະຖີນັຕຖາກິດ ດັ່ງທີ່ກ່າວໄວ້ແລ້ວ.
ມີຂໍສົງໄສອີກຢ່າງໜຶ່ງວ່າ ວັດທີ່ບໍ່ມີສິມທອດຖວາຍຜ້າກະຖິນໄດ້ບໍ ? ຄວາມຈິງແລ້ວການທອດກະຖິນ ນັ້ນຈະທອດທີ່ໃດກໍໄດ້ ທອດທີ່ວັດບ້ານ, ວັດປ່າ, ສຳນັກສົງທີ່ບໍ່ແມ່ນວັດ ແຕ່ພຣະສົງໄປຈຳພັນສາຢູ່ ກໍຍ່ອມໄດ້ ທັ້ງ ແຕ່ເວລາທຳສັງຄະກັມນັ້ນພຣະສົງກໍຕ້ອງໄປທຳກັນຢູ່ສິມ ຫຼືເຂດທີ່ສົງກຳນົດແລ້ວ, ເຊັ່ນໄປສູດຢູ່ສິມໃນວັດ ທີ່ມີສິມ ຫຼືກຳນົດສະຖານທີ່ຕ່າງໆຕາມພຣະວິໄນກຳນົດ (ໃຫ້ເບິ່ງໃນພຣະວິໄນວ່າດ້ວຍສິມ), ທັງນີ້ກໍມີຄຳ ຖາມທີ່ວ່າ “ວັດວັດບໍ່ມີພຣະມີແຕ່ສາມະເນນເດ ຖອດກະຖິນໄດ້ບໍ ?” ຕ້ອງຕອບວ່າ “ບໍ່ໄດ້” ເພາະວ່າ “ຄຳວ່າ ພິກຂຸສົງ” ຈຶ່ງໝາຍເຖິງພຣະພິກຂຸແຕ່ ໔ ອົງຂຶ້ນໄປ, ແລ້ວວັດມີພຣະແຕ່ ໓ ອົງເດຖອດກະຖິນໄດ້ບໍ ? ກໍຕອບ ໃນທຳນອງດຽວກັນວ່າ “ເພາະກະຖິນເປັນສັງຄະກັມ ຕ້ອງມີພຣະພິກຂຸສົງແຕ່ ໔ ອົງຂຶ້ນໄປ ແມ່ນແຕ່ມີພຣະ ເກີນ ໕ ອົງ ແຕ່ວ່າພຣະສົງທີ່ອະທິຖານເຂົ້າພັນສາພຽງແຕ່ ໓ ອົງ ຫຼືພຣະສົງບາງອົງຂາດພັນສາກໍຖວາຍຜ້າ ກະຖິນບໍ່ໄດ້ ແຕ່ກໍມີການອະນຸໂລມເຮັດກັນມາ ເນື່ອງຈາກວ່າວັດບາງວັດດຽວນີ້ ຫາພຣະເກີນຫ້າອົງຈຳພັນສາ ຍາກແລ້ວ.
ໃນປັດຈຸບັນນີ້ ມີຜູ້ຖວາຍຜ້າກະຖິນກັນຢ່າງແຜ່ຫຼາຍ ດ້ວຍປັດໄຈຫຼາຍປະການ ເຊັ່ນ ຄົນຮັ່ງມີຫຼາຍຂຶ້ນ, ການຫາຜ້າໄດ້ງ່າຍຂຶ້ນ, ດັ່ງທີ່ກ່າວໄວ້ແລ້ວໃນຕອນຕົ້ນວ່າການຫານຜ້າມາເຮັດກະຖິນນັ້ນມີລັກສະນະເຊັ່ນ ໃດ, ໂດຍສະເພາະແລ້ວແມ່ນການທີ່ຫາຜ້າມາເຮັດກະຖິນນັ້ນ ແມ່ນວ່າຫາຊື້ເອົາຕາມຮ້ານແມ່ນມີຫຼາຍ ການ ເຮັດຜ້າກະຖິນໃນເມື່ອກ່ອນຕ້ອງໄມ້ສະດຶງ ຈຶ່ງເລີກໃຊ້ກັນໄປໂດຍປະຣິຍາຍ ແລະອີກຢ່າງໜຶ່ງການນິຍົມກັນ ເຮັດບຸນກະຖິນຢ່າງແຜ່ຫຼາຍໃນທົ່ວປະເທດນັ້ນ ຖືເປັນປະເພນີນິຍົມທີ່ກໍ່ໃຫ້ເກີດມະຫາກຸສົນຫຼາຍຢ່າງ ໂດຍສະ ເພາະແລ້ວຖືເປັນການປົກປັກຮັກສາ ແລະສືບທອດຳພຣະພຸດທະສາສນາໃຫ້ຍືນຍົງສະຖາພອນໄປທົ່ວກາລະ ອາວະສານ ແລະການທອດກະຖິນຍັງເປັນການສ້າງສາທາລະນະປະໂຫຍດໃຫ້ແກ່ສາສນາ ກໍຄືຊາດ ໂດຍທີ່ ປັດໃຈເງິນຄຳທີ່ໄດ້ຈາກການອະນຸໂມທະນາບຸນຂອງຍາດພີ່ນ້ອງນັ້ນ ຍັງໄດ້ເອົາໄປປະຕິສັງສອນວັດ, ໂຮງຮຽນ ຂອງວັດ ຫຼືຂອງບ້ານໄດ້ ນັບວ່າພັດທະນາຊາດສາສນາໄປພ້ອມໆກັນ.
ສະນັ້ນ, ຍາດໂຍມຜູ້ຫວັງຄວາມສຸກຄວາມຈະເລີນໃນໂລກນີ້ ຈົ່ງຂ້ຽວເຮັດຂ້ຽວທຳ ຄັນເຮົາໄປລໍເວລາ ກໍກາຍເປັນການປະໝາດໃນຊີວິດ ແລະຊັບສິນ ເພາະທຸກຢ່າງບໍ່ແນ່ນອນນັ້ນເອງ.

ຂ່າວບຸນຜ້າປ່າສາມັກຄີ ທອດຖວາຍທີ່ວັດບ້ານຫາດຍືນ ເມືອງບໍລິຄັນ ແຂວງບໍລິຄໍາໄຊ

ຂ່າວບຸນຜ້າປ່າສາມັກຄີ
ທອດຖວາຍທີ່ວັດບ້ານຫາດຍືນ ເມືອງບໍລິຄັນ ແຂວງບໍລິຄໍາໄຊ
---
ຄະນະສົງວັດວິຈິດທັມມາຣາມ ແລະຄະນະອົງການຈັດຕັ້ງບ້ານວຽງຈະເລີນ ເມືອງໄຊເຊດຖາ ນະຄອນ ຫຼວງວຽງຈັນ, ໄດ້ພ້ອມກັນຈັດຕັ້ງກອງຜ້າປ່າສາມັກຄີ ເພື່ອຈະໄປທອດຖວາຍທີ່ວັດບ້ານຫາດຍືນ ເມືອງບໍລິຄັນ ແຂວງບໍລິຄໍາໄຊ.

ວັດຖຸປະສົງ ແລະເປົ້າໝາຍ:
1. ຮີບໂຮມປັດໄຈຈາກສາທຸຊົນໄປສົມທົບການສ້າງວັດບ້ານຫາດຢືນ.
2. ໄປສ້າງສາຍສໍາພັນສາມັກຄືລະຫວ່າງວັດ, ບ້ານ ແລະປະຊາຊົນ.
3. ໄປຢ້ຽມຢາມບ້ານເກີດຂອງທ່ານຄໍາຈັນ ຄູນປະເສີດ ເຊິ່ງເຄີຍເປັນຜູ້ມີຄຸນຕໍ່ປະເທດຊາດ, ກໍຄືລູກຫຼານ ຊາວບໍລິຄຳໄຊ ແລະບ້ານວຽງຈະເລີນ.

ວັນເວລາການເດີນທາງ ແລະຈັດງານບຸນ.
- ວັນສຸກ ທີ 20/05/11 ຫຼັງຈາກຮິບໂຮມປັດໄຈໄດ້ແລ້ວ ກຽມອອກເດີນທາງ ເວລາ 08:00 ໂມງ, ຮອດແລ້ວ ຕອນແລງສູດປະຣິດຕະມຸງຄຸນ.
- ວັນເສົາ ທີ 21/05/11 ຕອນເຊົ້າຕັກບາດຖວາຍສັງຄະທານ ແລະທອດຜ້າປ່າ, ຫຼັງຈາກນັ້ນອອກເດີນທາງ ໄປລົງຫາດຍືນ ທ່ອງທ່ຽວທໍາມະຊາດ ຊາວບ້ານກຽມອາຫານ ແລະລ້ຽງ ແລະຮັບປະທານອາຫານທໍາມະ ຊາດ ທີ່ຊາວບ້ານຊອກຫາ ກຽມໄວ້ແລ້ວ ຈົນຮອດແລງ.
- ວັນອາທິດ ທີ 22/05/11 ຫຼັງຈາກຮັບປະທານອາຫານເຊົ້າແລ້ວ ເວລາ 08:00 ໂມງ, ອອກເດີນທາງກັນ ວຽງຈັນ ໂດຍສະຫວັດດີພາບ.

ໝາຍເຫດ:
- ຂໍແຜ່ສາດຍາວ, ຖ້ວຍ, ຖາດ, ພາເຂົ້າ ແລະຜ້າສະບົງຈີວອນນໍາຍາດໂຍມ ຕາມກໍາລັງສັດທາ.
- ທ່ານມີຈຸດປະສົງຢາກຮ່ວມເດີນທາງ ກະຣຸນາຕິດຕໍ່ກັບນາງຄຳສອນ ສຸພັນທອນ ເລຂາພັກບ້ານ ທີ່ຫ້ອງ ການບ້ານ ໂທ: 7750-9389 ຫຼືກຳມະການທີ່ທ່ານຮູ້ຈັກ ຄ່າລົດ 150.000 ກີບ.

ກໍາມະການຈັດງານບຸນປະກອບດ້ວຍ
ພຣະອາຈານເນືອງພິລັກ ໂຊຕິທອນ ເຈົ້າອະທິການວັດ
ທ່ານນາງຄຳສອນ ສຸພັນທອນ ເລຂາພັກບ້ານ
ທ່ານບຸນຖັນ ສຸວັນນະສິດ ນາຍບ້ານໆວຽງຈະເລີນ
ທ່ານຄຳເພົ້າ ກັດຕະຍະວົງ ຮອງປະທານແນວໂຮມບ້ານ
ທ່ານທອງສະຫວັດ ທອງປະເສີດ ຄະນະແນວໂຮມ
ນາງບົວຈັນ ເຫມມະວັນ ປະທານສະຫະພັນແມ່ຍິງບ້ານ
ທ່ານພູວານ ເກດຕະວົງ ຮອງແນວໂຮມບ້ານ
ນາງຈັນທອນ ບຸດຕະວົງ ຄະນະແນວໂຮມບ້ານ
ທ່ານເພັດສາຄອນ ຫົວໜ້າ ປ.ກ.ສ ບ້ານ
ທ່ານປ້າຈັນດີ ຄະນະແນວໂຮມບ້ານ
ທ່ານແມ່ຕູ້ອ່ອນສີ ພຣົມມະໄກສອນ ຄະນະແນວໂຮມບ້ານ
ທ່ານຍາແມ່ອ່ອນຈັນ ຈະເລີນສຸກ ຄະນະແນວໂຮມ
ທ່ານບຸນທັນ ວົງດາຣາ ຄະນະແນວໂຮມ
ທ່ານແມ່ບຸນທັນ ອຸດົມ ຄະນະແນວໂຮມ
ທ່ານປ້າຮັ່ງ ຄະນະແນວໂຮມ
ທ່ານປ້າຈັນດອນ ຄະນະແນວໂຮມ
ທ່ານນາງລຽນ ຄະນະແມ່ຍິງ
ທ່ານນາງສີມອນ ພ້ອມຄອບຄົວ
ທ່ານນາງບົວຄຳ ພ້ອມຄອບຄົວ
ທ່ານທອງເສີມ ພ້ອມຄອບຄົວ
ທ່ານນາງມາລີສີສະໝອນ ບຸນຊ່ວຍ ພ້ອມຄອບຄົວ
ທ່ານນາງແສງວິໄລ ພ້ອມຄອບຄົວ
ທ່ານບຸນຮຽງ ພ້ອມຄອບຄົວ

ອັກສອນລາວບູຮານ

ອັກສອນລາວບູຮານ ຫຼືອັກສອນທັມ ເປັນອັກສອນລາວອີກປະເພດໜຶ່ງ ຄົນລາວບັນດາເຜົ່າໃຊ້ອັກ ສອນນີ້ຄຽງຄູ່ກັນກັບອັກສອນລາວເດີມມາຕະຫຼອດໄລຍະປະຫວັດສາດ ຕາມການປ່ຽນແປງຂອງຍຸກສະໄໝ ຊາດລາວເປັນຊາດໜຶ່ງທີ່ເກົ່າແກ່ມີອາຣະຍະທຳເປັນຂອງຕົນຢ່າງມີເອກະລັກ ເຫັນໄດ້ຈາກບັນດາຊົນຊາດລາວເຮົາມີອາຣະຍະທຳຂອງຕົນຫຼາຍດ້ານ ສິ່ງທີ່ເອກະອ້າງອີກຢ່າງໜຶ່ງຄືອັກສອນ ຊາດລາວມີອັກ ສອນໃຊ້ ໒ ແບບ ຄື ອັກສອນລາວບູຮານ ແລະອັກສອນລາວເດີມ ອັກສອນລາວບູຮານ ເປັນອັກສອນຂອງຊົນຊາດລາວບັນດາເຜົ່າໃຊ້ກັນມາຄູ່ກັບຊົນຊາດລາວ ເມື່ອປີ ໑໙໑໐ ສະພາ ຈັນທະບູຣີໄດ້ເກີດຂຶ້ນ ແລະ ກຳນົດໃຫ້ອັກສອນລາວບູຮານໃຫ້ຂຽນອັກທາງພຸດທະຈັກ ແລະເອົາອັກສອນລາວເດີມ ພັດທະນາມາເປັນ ອັກສອນລາວ ໃຊ້ໃນຣາຊະອານາຈັກ ຮຽກວ່າອັກສອນທາງການລາວ ແຕ່ນັ້ນມາອັກສອນລາວບູຮານເຫຼົ່ານີ້ ຈຶ່ງຮູ້ຈັກໃນນາມອັກສອນທຳ.

ອັກສອນທຳ ສາມາດຂຽນໄດ້ ທັງພາສາປາລີ ແລະພາສາລາວ ອັກສອນທັມທີ່ຂຽນພາສາປາລີມີຈຳນວນ 32 ຕົວ ທັງທັງຕົວເຕັມ ແລະຕົວເຟື້ອງບາງຕົວດ້ວຍ, ອັກສອນລາວບູຮານໃຊ້ຂຽນພາສາປາລີ ມີ 32 ຕົວ ແບ່ງອອກເປັນ 5 ວັກ ວັກລະ 5 ໂຕ ລວມ ມີ 25 ໂຕ ແລະ "ອະວັກ ຫຼືເສດວັກອີກ 7 ໂຕ", ແຕ່ເມື່ອອັກສອນເລົ່ານີ້ເອົາໄປຂຽນເອົາໄປຂຽນພາສາລາວ ເຂົາຮຽກວ່າຄຳນິໄສ, ອັກສອນທັມຈະເພີ່ມຮູບ ຂຶ້ນ ຄືອັກສອນ ປ, ຟ, ຝ, ຮ ແລະອັກສອນຄວບອີກ 6 ຮູບ, ຣວມເປັນ 42 ຮູບ.

ອັກສອນລາວບູຮານ ເໝືອນກັບອັກສອນລາວເດີມຄືຕັ້ງຢູ່ທົ່ວທຸກທິດຂອງຕົວເຄົ້າ ແລະພິເສດກວ່າ ອັກສອນລາວເດີມ ກໍຄືອັກສອນບາງຕົວເມື່ອມາຜະສົມອັກສອນແລ້ວ ຕົວສະກົດມັກຈະປ່ຽນຮູບ, ປ່ຽນທີ່ໄປ ຕາມຮູບຂອງຄຳ. ສະຫຼະລາວບູຮານໃຊ້ປະສົມ ເວລາຂຽນພາສາປາລີມີ ໘ ສຽງ ແລະ ໗ ຮູບ (ຄືໃນພາສາປາລີ ບໍ່ມີຮູບອະ ມີແຕ່ສຽງ), ໃນອັກສອນລາວບູຮານນັ້ນ ສະນັ້ນຈະມີສະຫຼະຈົມ ແລະສະຫຼະຟູ. ໝາຍເຫດ: ສະຫຼະຈົມ ແລະສະຫຼະຟູນີ້ ເວລາເອົາໄປໃຊ້ນັ້ນ ໃຫ້ເບິ່ງຮູບການຂຽນ ວ່າຈະເໝາະສົມ ເອົາຮູບສະຫຼະໃດໄປຂຽນ. ຕົວຢ່າງການຂຽນອັກສອນລາວບູຮານ(ອັກສອນທຳ)ໃນພາສາລາວ ການຂຽນນີ້ໄດ້ຂຽນແບບປະຍຸກ ຄືຂຽນໃຫ້ມີວັນນະຍຸດ ຄວາມຈິງແລ້ວ ແຕ່ເດີມອັກສອນລາວບູຮານ ຫຼືອັກສອນທຳນີ້ ບໍ່ປາກົດມີຮູບວັນນະຍູດແຕ່ມີສຽງວັນນະຍຸດ, ເຖິງປານນັ້ນໃນໜັງສືໃບລານບາງສະບັບ ກໍປາກົດມີຮູບວັນນະຍຸດ ທີ່ຈານໃນໃບລານດ້ວຍ ສ່ວນຫຼາຍວັນນະຍຸດ ຈະມີ ໒ ຮູບ ຄື ເອກ ແລະ ໂທ ໒. ວິທີຂຽນອັກສອນລາວບູຮານ(ອັກສອນທຳ) ເປັນພາສາປາລີ ແລະຖ່າຍຖອດຮູບອັກສອນລາວບູຮານ ມາເປັນອັກສອນລາວເດີມ, ເພື່ອໃຫ້ເຫັນຮູບອັກສອນລາວບູຮານ ທີ່ຂຽນພາສາປາລີນັ້ນ ໃຊ້ອັກ ສອນ. ໝາຍເຫດ: ອັກສອນລາວບູຮານແຕ່ລະຮູບ ເມື່ອຂຽນພາສາປາລີນັ້ນ ໄດ້ຖອດຮູບເປັນອັກສອນລາວເດີມແລ້ວ ຈະເປັນຮູບອັກສອນເຫຼົ່ານີ້ (ວິທີນີ້ບໍ່ແມ່ນແປພາສາ ແຕ່ປະຣິວັດຮູບອັກສອນ ຈາກອັກສອນແບບໜຶ່ງ ມາເປັນອັກສອນແບບໜຶ່ງ ແຕ່ຄົງເຄົ້າພາສາເດີມໄວ້ທຸກຢ່າງຮຽກວ່າ ປະຣິວັດຮູບອັກສອນ ຫຼືປະຣິວັດ).

ຄົ້ນຄວ້າໂດຍ: ພຣະຄຣູເນືອງພິລັກ ໂຊຕິທອນ

ອັກສອນລາວເດີມ

ອັກສອນລາວເດີມ ເປັນອັກສອນລາວ ທີ່ພັດທະນາມາພ້ອມອັກສອນລາວບູຮານ ການກຳເນີດເກີດຂຶ້ນນັ້ນ ແມ່ນເກີດມາພ້ອມໆກັບອັກສອນທົ່ວຂອງບັນດາຊົນຊາດຕ່າງໃນໂລກ ການສັນນິຖານການເກີດຂຶ້ນອັກສອນຂອງອັກສອນເຫຼົ່ານີ້ ອາດຊິບໍ່ໄດ້ພັດທະນາມາຈາກອັກສອນປັນລະວະ ຫຼືອັກສອນເວທະວະນາຄິນ ຫຼືອັກສອນພຣາມີ ດັ່ງທີ່ນັກປາດໄທຍ໌ ແລະນັກປາດຕ່າງປະເທດຮຸ່ນກ່ອນກໍອາດເປັນໄດ້ ເພາະວິວັດທະ ນາການຂອງສັງຄົມມະນຸດນັ້ນ ແມ່ນວ່າວິວັດທະນາການບາງຢ່າງຕ້ອງໄດ້ຖ່າຍທອດມາຈາກວັດທະທຳໜຶ່ງ ຫຼືສັງຄົມໜຶ່ງ ແຕ່ກະບໍ່ເປັນດັ່ງນັ້ນສະເໝີໄປ ເພາະເຫັນໄດ້ຈາກຫຼັກຖານທາງປະຫວັດສາດຂອງລາວ ໄດ້ວິວັດທະນາການມາ 5000 ປີ, ກໍໝາຍວ່າມະນຸດຕົ້ນຕະກູນຂອງລາວນັ້ນ ໄດ້ພັດທະນາການມາພ້ອມໆພ້ອມສັງຄົມຄົນປ່າມາເປັນສັງຄົມຄອບຄົວ ສັງຄົມຊຸມຊົນໝູ່ບ້ານ ເຈົ້າກົກເຈົ້ເຫຼົ່າ ແລະສັງຄົມຄົນເມືອງຕາມລຳດັບ ຈົນກ້າວເຂົາສູ່ຍຸກປະຫວັດສາດ ຫຼືຍຸກແຫ່ງຣາຊະອານາຈັກ ແລະຍຸກແຫ່ງວິທະຍາສາດ ໃນທ້າຍສະຕະວັດ ທີ 18, ການທີ່ມະນຸດໜຶ່ງ ກໍາເນີດມາຈາກສັງຄົມ ທີ່ສັງຄົມມະນຸດທົ່ວໂລກ ຍັງຕົກຢູ່ພາຍໃຕ້ອຳນາດຂອງທຳມະຊາດ ແລະຍຸກສ້າງສາປະຫວັດສາດ ມະນຸດຕົ້ນຕະກູນລາວ ກໍເຄີຍເປັນຊາດອາຣະຍະມາກ່ອນ ມັນກໍເປັນໄປໄດ້ທີ່ຊາດລາວ ຕ້ອງໄດ້ສືບທອດມູນມໍຣະດົກແຫ່ງວັດທະນະທັມຂອງເຜົ່າພັນຕົນທີ່ສ້າງ ແລະສະສົມມາ, ການສືບທອດທາງວັດທະນະຈາກສັງຄົມໜຶ່ງສູ່ສັງຄົມໜຶ່ງໃນອະດີດ ເປັນໄປໄດ້ ໂດຍຍາກ ແລະຊ້າໆເນື່ອງຈາກເງື່ອນໄຂທາງການສື່ສານ ແລະຄົມມະນາຄົມ, ເຖິງວ່າເຮົາຈະພົບອັກ ສອນສະໄໝປັນລະວະ ທີ່ພັດທະນາມາຈາກອັກສອນພຣາມໝີຢູ່ໃນດິນແດນລາວ ດ້ວຍເງື່ອນໄຂຂອງ ສາສະໜາພຣາມ-ຮິນດູທີ່ມີອິດພົນໃນພາກກາງ ແລະພາກໃຕ້ຂອງລາວກໍຕາມ, ແຕ່ອັກສອນເຫຼົ່ານັ້ນ ອາດບໍ່ມີສ່ວນສົ່ງອິດທິພົນຕໍ່ອັກສອນລາວໄດ້ ເນື່ອງຈາກມີເຫດຜົນ ຢູ່ຢ່າງນ້ອຍ 3 ປະການໄດ້ແກ້:
1. ຄົນລາວເປັນຊົນຊາດເກົ່າແກ່ ຍ່ອມມີອາຣະຍະທັມເປັນຂອງຕົນ ການກໍາເນີດຊາດ ແລະ ຄວາມຍາວນານຂອງປະຫວັດສາດສັງຄົມ ແລະມານຸດວິທະຍາເປັນຫຼັກຖານທີ່ຢັ້ງຢືນຮອງຮອຍທາງອາຣະທັມເປັນຂອງຕົນເອງ.
2. ຄົນລາວນັບຖືສາສະໜາຜີບັນພະບູຣຸດ ແລສາສະໜາແຖນຟ້າມາແຕ່ເດີມ ແຕ່ຊົນອີກກຸ່ມໜຶ່ງ ເຄື່ອນຍ້າຍສາສະໜາພຣາມຮີນດູ ສອງສາສະໜາເຖິງເປັນສາສະໜາປະເພດເທວະນິຍົມ ເໝືອນກັນແຕ່ອາດມີການຕໍ່ຕ້ານກັນດ້ວຍເຫດນັ້ນ ການສືບທອດວັດທະນະທັມທາງອັກສອນ ຄົງເປັນໄປໄດ້ໂດຍຍາກ.
3. ເຮົາພົບອັກສອນລາວ ເດີມທີ່ມີອາຍຸເດີນ 800 ກວ່າປີໃນສີລາຈາຣືກເກົ່າແກ່ມາຫຼາຍທີ່ ແລະ ເຮົາຍອມຮັບກັນ 2 ແຫ່ງອັນໄດ້ແກ່ ສີລາຈາຣືກວັດວິຊຸນ ຈ.ສ 532 ແລະອັກສອນລາວເດີມທີ່ ພຣະທາດບ້ານຮ້າງບ້ານນາແຮ່ ແຂວງສາກົນນະະຄອນ ຕາມການອ່ານໄດ້ຂອງທາງ ການໄທຍ໌ພົບວ່າຂຽນຂຶ້ນຫຼັງພຣະເຈົ້າຟ້າງຸ່ມຂຶ້ນຄອງຣາດທີ່ຊຽງທອງພຽງ 3 ປີ.
ດັ່ງເຮົາຈະເຫັນໄດ້ວ່າອັກ ສອນລາວວັດວິຊຸນ ເປັນອັກສອນທີ່ມີອາຍຸເກົ່າກວ່າອັກສອນຕະກູນດຽວ ກັນໃນພູມີພາກອຸສາຄະເນ ໂດຍສະເພາະອັກສອນລາວຫຼັກດັ່ງກ່າວ ເທົ່າທີ່ຕົ້ນພົບວ່າມີອາຍຸເຖິງ 838 ກວ່າປີ ເປັນທີ່ຢືນຍັນທາງວິທະຍາສາດແລ້ວວ່າ" ມິອາຍຸເກົ່າກວ່າສີລາຈາຣືກຂອງຂຸນຣາມຄຳແຫງແຫ່ງສຸໂຂໄທ" ເມື່ອເປັນເຊັ່ນນັ້ນໜັງສືຂອງຂຸນຣາມຄຳແຫງ ຕ້ອງມີວິວັດທະນາການມາຈາກສອງແຫ່ງ ເມືອງຊວາ(ຫຼວງພຣະບາງ) ເມື່ອເປັນເຊັ່ນນັ້ນອັກສອນນີ້ຈຶ່ງໄດ້ຊື່ວ່າ "ອັກສອນລາວເດີມ", ຄຳວ່າອັກສອນລາວເດີມນີ້ແມ່ນຕັງຂຶ້ນໃຫ້ຄຽງຄູ່ກັບ "ອັກສອນລາວບູຮານ" ທີ່ຊາວລາວເຮົາ ຫຼືນັກປະຫວັດສາດ, ອັກສອນສາດ ຂອງບັນດາປະເທດໃກ້ຄຽງເຮົາ ພະຍາຍາມບັນຍັດໃຫ້ເປັນອັກສອນທັມ ເລີຍເຮັດໃຫ້ອັກສອນເຫຼົ່ານີ້ກາຍ ເປັນ ອັກສອນພຣະພຸດທະເຈົ້າ ໃນຄວາມເຊື່ອຄົນໃນປັດຈຸບັນ, ເປັນອັກສອນຂອງຊັ້ນສູງບໍ່ມີໃຜກ້າເອົາລົງ ມາອ່ານໃນທີ່ສຸດໜັງສືເຫຼົ່ານີ້ກໍ ຖືກລືມໂດຍປະຊາຊົນທົ່ວໄປ ອີກທາງໜຶ່ງເນື້ອໃນ ແລະຄວາມໝາຍອັນເປັນທິດສະດີດັ້ງເດີມຂອງລາວກໍຖືກປິດຂັງໄວ້ໃນຕູ້ໂດຍທີ່ບໍ່ນຳອອກມາໃຊ້ ກາຍເປັນຄວາມຮູ້ເປັນໝັນ ໃຊ້ການບໍ່ໄດ້ໂດຍຄວາມເຄົາລົບສັດທາ.
ສີລາຈາຣືກວັດວິຊຸນ (ປັດຈຸບັນຖືກຍ້າຍໄປປະດິດສະຖານທີ່ພຣະຣາຊະວັງຫຼວງພຣະບາງແລ້ວ) ເປັນສີລາຈາຣືກວັດວິຊຸນ ທີ່ບັນທຶກດ້ວຍອັກສອນລາວເດີມ ມີ 11 ແຖວ, ຈຳນວນອັກສອນ 93 ອັກສອນ(ລວມສະຫຼະດ້ວຍ) ເຊິ່ງອ່ານພົບໂດຍ ທ່ານບຸນມີ ເທບສີເມືອງ, ຕາມຈາຣືກມີອາຍຸ 835 ປີ(2005) ເປັນອັກສອນທີ່ເກົ່າແກ່ກວ່າອັກສອນຂນຣາມຄຳແຫງ ສຸໂຂໄທ 113 ປີ.
ວິທີທຽບການຄິດໄລ່ ຄື 1. ສີລາຈາຣຶກ ວັດວິຊຸນ: ປີທີ່ປະກົດໃນສີລາຈາຣືກ ທີ່ປາກົດປີຈຸນລະສັງກຣາດ 532 ກົງກັບ ພ.ສ 1713.
ຈາຣືກຂຸນຣາມຄຳແຫງ: ທີ່ປາກົດໃນສີລາຈາຣືກ ປີ ມ.ສ 1205 ກົງກັບ ຈ.ສ 645 ກົງກັບ ພ.ສ 1826 ກົງກັບ ຄ.ສ 1283 ແລ້ວເອົາ ຄ.ສ ທີ່ປາກົດມາລົບ 1283-1170 = 113.(ສີລາຈາຣືກວັດວິຊຸນເກົ່າກວ່າສີລາຈາຣືກຂຸນຣາມຄຳແຫງ) ອັກສອນລາວເດີມ ທີ່ບັນທຶກຄັງຄວາມຮູ້ຂອງຄົນລາວບູຮານໄວ້ ແຕ່ອັກສອນເຫຼົ່ານີ້ ມີຄົນຈຳນວນໜ້ອຍອ່ານໄດ້ສິ່ງທີ່ໜ້າວິຕົກ ກໍຄືອັກສອນເຫຼົ່າຖືກກາໜ້າຈາກຜູ້ສືບທອດມໍ ລະດົກລາວຣຸ່ນໃໝ່(ຜູ້ທີ່ບໍ່ຮູ້ບາງຄົນ)ວ່າອັກສອນທັມ, ບາງຄົນກໍວ່າອັກສອນປາລີ, ບາງຄົນກໍວ່າພາສາ ພຣະພຸດທະເຈົ້າ ບາງຄົນກໍເວົ້າຄວບກັນໄປເລີຍ ໂດຍຂາດຫຼັກຖານວ່າ "ພາສາປາລີ-ສັນສະກິດ" ນອກ ຈາກນີ້ແລ້ວໄພອັນຕະລາຍອັນໜຶ່ງຂອງໜັງສືລາວບູຮານ ໃນຮູບແບບໃບລານກໍຕາມ, ຮູບແບບເຈັ້ຍສາກໍຕາມ ຫຼືໃນຮູບແບບປື້ມກໍຕາມອັກສອນເຫຼົ່ານີ້ ຍັງໄດ້ຂາຍໃນທ້ອງຕລາດໃນລາຄາທີ່ແພງ ແຕ່ບໍ່ເໝາະສົມກັບຄຸນຄ່າຂອງໜັງສືດ້ວຍ ທັງນີ້ທັງນັ້ນເກີດຈາກປັດໄຈຫຼາຍດ້ານຄື
1. ຕ້ອງການເງິນ,
2. ເຫັນເປັນສິ່ງທີ່ບໍ່ມີຄາ ເພາະອ່ານບໍ່ໄດ້.
ຢ່າງໃດກໍຕາມ ເຖິງວ່າໜັງສືເຫຼົ່ານີ້ບາງສ່ວນຈະຖືກທຳລາຍ ຫຼືຂາຍໄປກໍຕາມ ແຕ່ມັນຄືຫຼັກຖານໜຶ່ງ ທີ່ສະແດງເຖິງຄວາມອຸດົມສົມບູນຂອງ "ອັກຂະຫຼະພາສາ ແລະວັດຈະນະພາສາຂອງຊາດລາວ ທີ່ຄວນຫັນມາສົນໃຈສຶກສາ".
ອັກສອນລາວເດີມ ປາກົດໃຊ້ໃນກຸ່ມຊົນຊາດລາວທັງໃນ ແລະນອກປະເທດລາວປັດຈຸບັນ ຄຽງຄູ່ກັບອັກສອນລາວບູຮານ(ອັກສອນທັມ), ໂດຍສະເພາະແມ່ນຊົນຊາດລາວໃນອານາຈັກລ້ານຊ້າງ ແລະບັນດາຫົວເມືອງລ້ານຊ້າງ ທັງກ່ອນ ແລະຫຼັງລ້ານຊ້າງດ້ວຍ, ທີ່ວ່າກ່ອນລ້ານຊ້າງ ໝາຍເອົາບັນດາອານນາຈັກກ່ອນລ້ານຊ້າງ(ເອກະພາບ) ເຊິ່ງມີຫຼັກຖານສີລາຈາລຶກຂຸນຣາມຄຳແຫງ ເປັນຕົວແທນແຫ່ງອານາຈັກເກົ່າ ແກ່ກອນລ້ານຊ້າງເອກະພາບ ທີ່ເປັນຕົວແທນແຫ່ງອາຈັກຂອງຊົນ ຊາດຕະກູນໄຕ ທີ່ໃຊ້ອັກສອນລາວເດີມ ທີ່ຕັ້ງຢູ່ດິນແດນແມ່ນຳ້ຂອງກ້ຳຕາເວັນຕົກ ແລະຫຼັກສີລາຈາລຶກວັດວິຊຸນ ເປັນຕົວແທນແຫ່ງອານາ ຈັກຊຂອງຊຸມຊົນຊາດຕະກູນໄຕ ທີ່ໃຊ້ອັກສອນລາວເດີມ ຢູ່ຝັ່ງຂອງດ້ານຕາເວັນອອກ, ນອກຈາກນີ້ເຮົາຍັງ ພົບຫຼັກຖານອັກສອນລາວ ທີ່ສະໜັບສະໜູນສີຄາຈາຣືກວັດວິຊຸນໃຫ້ພົ້ນເດັ່ນ ຄື ສີລາຈາຣືກອັກສອນພຣະ ທາດບ້ານຮ້າງບ້ານນາແຮ່ ເມືອງສາກົນນະຄອນ, ເຊິ່ງບໍ່ພຽງແຕ່ຢັ້ງຢືນດ້ານຄວາມເກົ່າແກ່ຂອງອັກສອນ ລາວເທົ່ານັ້ນ ຍັງຢັ້ງຢືນເຖິງອາຣະຍະທັມຊຸມຊົນລາວດ້ວຍ.
ສີລາຈາລຶກ 3 ຫຼັກນີ້ເປັນຫຼັກຖານພຽງພໍແລ້ວ ທີ່ໃຫ້ເຮົາສຶກສາເຖິງຄວາມເປັນມາຂອງອັກສອນລາວເດີມໄດ້ຢ່າງລະອຽດຖີ່ຖ້ວນ, ທີ່ສາມາດສືບທາວຫາຕົ້ນປາຍສາຍເຫດຂອງຄວາມເປັນ ມາຂອງອັກ ສອນລາວຊະນິດນີ້ ເທິງສອງຝາກຝັ່ງແມ່ນຳ້ຂອງໃນອຸສາຄະເນ ໂດຍສະເພາະດິນແດນອະດີດອານາຈັກລ້ານຊ້າງ ເຊິ່ງອັກສອນເຫຼົ່ານີ້ ໄດ້ຖືກກາໜ້າໃຫ້ສົມຍານາມວ່າ "ໄທນ້ອຍ" ເພາະເຫດໃດ? ຈິງບໍທີ່ວ່າໜັງສືລາວເດີມ ມີຊື່ວ່າໜັງສືໄທນ້ອຍມາແລ້ວ ເມື່ອ ໘໐໐ ກວ່າປີ ຫຼືວ່າ ຄຳວ່າ "ໜັງສືໄທນ້ອຍ" ໄດ້ກຳເນີດຈາກອຳນາດທາງການເມືອງ ທີ່ສະຫຍາມຕັ້ງຊື່ໃຫ້ ເມື່ອລາວຂາດອິດສະຫຼະພາບ ຫຼັງປີ ຄ.ສ ໑໘໒໘ ນີ້ເປັນຕົ້ນມາ.
ຮູບຂອງອັກສອນລາວເດີມລາວເດີມນັ້ນ ໂດຍລວມແລ້ວ ຄື ຮູບອັກສອນລາວເດີມ ທີ່ພັດທະນາເປັນໜັງສືມາດຕະຖານແລ້ວ ເປັນດັ່ງນີ້ຮູບອັກສອນລາວເດີມ ທີ່ຂຽນຂຶ້ນເປັນໄວຍາກອນມາດຕະຖານ ໂດຍມີພຣະຣາຊະບັນດິດສະພາຈັນທະບູຣີ ເຊິ່ງມີເຈົ້າເພັດຊະຣາດ ຣັດຕະນະວົງສາ ເປັນປະມຸກ ແລະມີມະຫາສີລາ ວິຣະວົງສ໌ ເປັນປະທານຮຽບຮຽງແຕ່ງຂຶ້ນ ໂດຍບັນຍັດອັກສອນໃຫ້ຄົບ 33 ຕົວ ແລະ ສາມາຂຽນໄດ້ທັງຄຳລາວ ແລະຄຳປາລີໄດ້ອັກສອນລາວບູຮານໃຊ້ຂຽນພາສາປາລີ ມີ 32 ຕົວ ແບ່ງອອກເປັນ 5 ວັກ ວັກລະ 5 ໂຕ ລວມ ມີ 25 ໂຕ ແລະ "ອະວັຄ ຫຼືເສດວັຄອີກ 7 ໂຕ
- ສະຫຼະລາວບູຮານໃຊ້ຜະສົມ ເວລາຂຽນພາສາປາລີມີ 8 ສຽງ ແລະ 8 ຮູບ ຫາກຂຽນໃນພາສາປາລີ ມີ 8 ສຽງ 7 ຮູບ, (ຄືໃນພາສາປາລີ ບໍ່ມີຮູບອະມີແຕ່ສຽງ).
- ໝາຍເຫດ: ສຣະຈົມແລະສຣະຟູນີ້ ເວລາເອົາໄປໃຊ້ນັ້ນ ໃຫ້ເບິ່ງຮູບການຂຽນ ວ່າຈະເໝາະ ສົມ ເອົາຮູບສຣະໃດໄປຂຽນ.
ຕົວຢ່າງການຂຽນອັກສອນລາວບູຮານ(ອັກສອນທັມ)ໃນພາສາລາວ ການຂຽນນີ້ໄດ້ຂຽນແບບປະຍຸກ ຄືຂຽນໃຫ້ມີວັນນະຍຸດ ຄວາມຈິງແລ້ວ ແຕ່ເດີມອັກສອນລາວ ບູຮານ ຫຼືອັກສອນທັມນີ້ ບໍ່ປາກົດມີຮູບວັນນະຍູດແຕ່ມີສຽງ, ເຖິງປານນັ້ນ ໃນໜັງສືໃບລານບາງສະບັບກໍປາກົດມີຮູບວັນນະຍຸດທີ່ຈານໃນໃບລານດ້ວຍ ສ່ວນຫຼາຍວັນນະຍຸດ ຈະມີ 2 ຮູບ ຄື ເອກ ແລະ ໂທ.

ລາວ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຫລື ສປປ ລາວ ຕັ້ງຢູ່ທິດຕາເວັນອອກສຽງໃຕ້ຂອງທະວີບອາຊີ, ຢູ່ໃຈກາງຂອງແຫຼມອິນດູຈີນລະຫວ່າງເສັ້ນຂະໜານທີ່ 14 - 23 ອົງສາເໜືອ ແລະ ເສັ້ນແວງທີ 100-108 ອົງສາ ສປປ ລາວເປັນປະເທດທີ່ບໍ່ມີທາງອອກສູ່ທະເລ, ມີຊາຍແດນຕິດກັບ ສາທາລະນະລັດປະຊາຊົນຈີນ (505 ກິໂລແມັດ), ທິດໄຕ້ຕິດກັບລາຊະອານາຈັກກຳປູເຈຍ (435 ກິໂລແມັດ), ທິດຕາເວັນອອກຕິດກັບ ສາທາລະນະລັດສັງຄົມນິຍົມຫວຽດນາມ ( 2.069 ກິໂລແມັດ ), ທິດຕາເວັນຕົກຕິດກັບລາຊະອານາຈັກໄທ ( 1.385 ກິໂລແມັດ ), ແລະ ທິດຕາເວັນຕົກສຽງເໜືອຕິດກັບ ສາທາລະນະລັດແຫ່ງສະຫະພາບມຽນມາ ( 236 ກິໂລແມັດ ).

ໃນພາສາອັງກິດ ຄຳວ່າລາວ ທີ່ໝາຍເຖິງປະເທດລາວ ສະກົດວ່າ "Laos" ແລະ ລາວທີ່ໝາຍເຖິງຄົນລາວ ໃຊ້ "Lao" ແລະ ບາງເທື່ອຈະມີການໃຊ້ຄຳວ່າ "Laotian" ເນື່ອງຈາກປ້ອງບໍ່ໃຫ້ສັບສົນກັບຄຳວ່າ "Lao ethnic group"

ລັກສະນະພູມສັນຖານ

ສປປ ລາວມີລວງຍາວແຕ່ເໜືອຮອດໃຕ້ 1.700 ກວ່າກິໂລແມັດ, ບ່ອນກວ້າງທີ່ສຸດ 500 ກິໂລແມັດ ແລະ ບ່ອນແຄບທີ່ສຸດ 140 ກິໂລແມັດ, ເນື້ອທີ່ທັງໝົດ 236.800 ກິໂລແມັດມົນທົນ, ມີທັງເຂດພູດອຍແລະທົ່ງພຽງ, ໃນນັ້ນມີເຂດພູພຽງ ແລະ ພູດອຍກວມເນື້ອທີ່ 3/4 ຂອງເນື້ອທີ່ທັງໝົດ ແລະ ໄດ້ແບ່ງອອກເປັນ 3 ເຂດຄື:

ເຂດພາກເໜືອ ເປັນເຂດພູສູງ, ສູງກວ່າທະເລ ສະເລ່ຍ 1.500 ແມັດ.
ເຂດສາຍພູຫວຼງນັບຕັ້ງແຕ່ທິດຕາເວັນອອກສຽງໃຕ້ຂອງພູພຽງເມືອງພວນ ຈົນຮອດຊາຍແດນກຳປູເຈຍ ໂດຍມີພູພຽງໃຫຍ່ຢູ່ 3 ແຫ່ງຄື: ພູພຽງເມືອງພວນ (ຊຽງຂວາງ), ພູພຽງນາກາຍ (ຄຳມ່ວນ) ແລະ ພູພຽງບໍລິເວນ (ພາກໃຕ້) ຊຶ່ງສູງກວ່າລະດັບນ້ຳທະເລ ສະເລ່ຍ 1.000 ແມັດ;
ເຂດທົ່ງພຽງວຽງຈັນ(ຢູ່ຕອນໃຕ້ຂອງນ້ຳງື່ມ), ທົ່ງພຽງສະຫວັນນະເຂດ (ຢູ່ຕອນໃຕ້ເຊບັ້ງໄຟ ແລະ ເຊບັ້ງຫຽງ), ທົ່ງພຽງຈຳປາສັກ ເຊິ່ງຢຽດຍາວຕາມແຄມຝັ່ງນ້ຳຂອງໄປຮອດຊາຍແດນໄທ ແລະ ກຳປູເຈຍ, ທົ່ງພຽງ ຊື່ງກວມເອົາເນື້ອທີ່ 1/4 ຂອງປະເທດນີ້, ເປັນດິນປູກຝັງທີ່ອຸດົມສົມບູນ, ງອກງາມ, ເປັນອູ່ເຂົ້າອູ່ປາຂອງປະເທດ.

ສປປ ລາວ ເປັນປະເທດໜື່ງທື່ອຸດົມສົມບູນໄປດ້ວຍຫ້ວຍນ້ຳລຳເຊ ຊຶ່ງຢາຍຢູ່ແຕ່ເໜືອຮອດໃຕ້; ແມ່ນ້ຳຂອງໄຫລຜ່ານຍາວ 1.835 ກິໂລແມັດ ເຊິ່ງມີຄວາມສາມາດບົ່ມຊ້ອນຂອງພະລັງໄຟຟ້ານ້ຳຕົກຢູ່ໃນອ່າງນ້ຳຂອງຕອນລຸ່ມກວມ 51% . ນອກຈາກແມ່ນ້ຳຂອງແລ້ວ ຍັງມີບັນດາສາຍນ້ຳທີ່ສຳຄັນຕ່າງໆ ເຊັ່ນ: ນ້ຳອູ (ຜົ້ງສາລີ - ຫລວງພະບາງ) ຍາວ 448 ກິໂລແມັດ, ນ້ຳງື່ມ (ຊຽງຂວາງ-ວຽງຈັນ) ຍາວ 354 ກິໂລແມັດ, ນ້ຳເຊບັ້ງຫຽງ (ສະຫວັນນະເຂດ) ຍາວ 338 ກິໂລແມັດ, ນ້ຳທາ (ຫຼວງນ້ຳທາ-ບໍ່ແກ້ວ) ຍາວ 325 ກິໂລແມັດ, ນ້ຳເຊກອງ (ສາລະວັນ-ເຊກອງ-ອັດຕະປື) ຍາວ 320 ກິໂລແມັດ, ນ້ຳເຊບັ້ງໄຟ (ຄຳມ່ວນ-ສະຫວັນນະເຂດ) ຍາວ 239 ກິໂລແມັດ, ນ້ຳແບ່ງ (ອຸດົມໄຊ) ຍາວ 215 ກິໂລແມັດ, ນ້ຳເຊໂດນ (ສາລະວັນ-ຈຳປາສັກ) ຍາວ 192 ກິໂລແມັດ, ນ້ຳເຊລະນອງ (ສະຫວັນນະເຂດ) ຍາວ 115 ກິໂລແມັດ, ນ້ຳກະດິງ (ບໍລິຄຳໄຊ) ຍາວ 103 ກິໂລແມັດ, ນ້ຳຄານ (ຫົວພັນ-ຫລວງພະບາງ) ຍາວ 90 ກິໂລແມັດ.
[ດັດແກ້] ລັກສະນະພູມອາກາດ

ສປປ ລາວ ຢູ່ໃນພູມອາກາດຂອງເຂດຮ້ອນ, ມີລົມມໍລະສຸມ ແຕ່ບໍ່ມີພາຍຸ, ສຳລັບເຂດພູດອຍພາກເໜືອ ແລະ ເຂດສາຍພູຫລວງອາກາດ ມີລັກສະນະເຄິ່ງຮ້ອນເຄິ່ງໜາວ ອຸນຫະພູມສະສົມ ສະເລ່ຍປະຈຳປີສູງເຖິງ 15 - 30 ອົງສາເຊ, ການຜິດດ່ຽງອຸນຫະພູມລະຫວ່າງກາງເວັນ ແລະ ກາງຄືນມີປະມານ 10 ອົງສາເຊ. ຈຳນວນຊົ່ວໂມງ ທີ່ມີແສງແດດຕໍ່ປີປະມານ 2.300-2.400 ຊົ່ວໂມງ (ປະມານ 6,3-6,5 ຊົ່ວໂມງຕ່ໍມື້), ຄວາມຊຸ່ມຊື່ນ ສຳຜັດຂອງອາກາດ ມີປະມານ 70 - 85%, ປະລິມານ ນ້ຳຝົນນັບແຕ່ 75-90% ໃນລະດູຝົນ (ແຕ່ເດືອນ ພຶດສະພາ ຫາ ເດືອນຕຸລາ). ສ່ວນໃນລະດູແລ້ງ (ເດືອນພະຈິກ ຫາເດືອນເມສາ) ປະລິມານນ້ຳຝົນມີພຽງ 10-25% ແລະ ປະລິມານສະເລ່ຍຕໍ່ປີ ຂອງແຕ່ລະເຂດກໍ່ຜິດໂຕນກັນຢ່າງຫລວງຫຼາຍ ເຊັ່ນວ່າ: ສາຍພູຫຼວງ ຍ່ານເຂດໃຕ້ໄດ້ຮັບນ້ຳຝົນ ສະເລ່ຍປີລະ 300 ຊັງຕີແມັດ ຂະນະທີ່ເຂດແຂວງ ຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ ໄດ້ຮັບພຽງແຕ່ 100-150 ຊັງຕີແມັດ, ສ່ວນວຽງຈັນ ແລະ ສະຫວັນນະເຂດ ໄດ້ຮັບລະຫວ່າງ 150-200 ຊັງຕີແມັດ ເຊັ່ນດຽວກັບ ຜົ້ງສາລີ, ຫລວງນ້ຳທາ ແລະ ບໍ່ແກ້ວ.
[ດັດແກ້] ຊັບພະຍາກອນທຳມະຊາດ ແລະ ປ່າໄມ້

ດ້ວຍພູມີປະເທດ ແລະ ພູມອາກາດທີ່ເປັນເຂດຮ້ອນຊຸ່ມ ມັນໄດ້ສ້າງເງື່ອນໄຂໃຫ້ ສປປ ລາວ ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດນາໆຊະນິດ, ໃນພື້ນດິນກໍ່ມີບໍ່ແຮ່ທາດຕ່າງໆ ເຊັ່ນ: ກົ່ວ, ເຫຼັກ, ຖ່ານຫີນ, ຊືນ, ທອງ, ຄຳ, ເງິນ,ມາດ, ອັງຕີມອນ ແລະ ໆລໆ, ຢູ່ເທິງໜ້າດິນກໍມີປ່າໄມ້ກວມເນື້ອທີ່ 47 %, ໃນນັ້ນມີທັງໄມ້ຄ່າສູງທາງດ້ານເສດຖະກິດ ເຊັ່ນ ໄມ້ຄະຍູງ, ໄມ້ດູ່, ໄມ້ເກດສະໜາ, ໄມ້ໂລ່ງເລ່ງ ຢູ່ໃນປ່າກໍມີເຄື່ອງປ່າຂອງດົງປະເພດຕ່າງໆ ທີ່ໂລກຕ້ອງການຫລາຍເຊັ່ນ: ຄັ່ງ, ຍານ, ໝາກແໜ່ງ, ຢາງແປກ, ຫວາຍ, ຕົ້ນໄມ້ເປັນຢາ ແລະ ຍັງມີສັດປ່າທ່ີຫາຍາກ ແລະ ໃກ້ຈະສູນພັນເຊັ່ນ: ຊ້າງ, ເສືອ, ໝີ, ເມີຍ, ກະທິງ, ກວາງ, ເຍືອງ, ເສົາຫລາ ໆລໆ.

ປະເພດປ່າ

ປ່າໄມ້ທີ່ອຸດົມສົມບູນຂອງປະເທດລາວແບ່ງອອກເປັນ 5 ປະເພດດັ່ງນີ້:

ປ່າດົງດິບ
ປ່າສົງ
ໂຄກ
ປ່າໄມ້ໃບເຂັມ
ຄັງ ແລະ ປ່າເລົ່າ

[ດັດແກ້] ທໍ່ສ່ົງນ້ຳມັນ

ປະເທດລາວມີທໍ່ສົ່ງນ້ຳມັນປິໂຕຣລຽມ ຍາວທັງໝົດ 136 ກິໂລແມັດ.
[ດັດແກ້] ລັກສະນະພູມອາກາດ

ສປປ ລາວ ຢູ່ໃນພູມອາກາດຂອງເຂດຮ້ອນ, ມີລົມມໍລະສຸມ ແຕ່ບໍ່ມີພາຍຸ, ສຳລັບເຂດພູດອຍພາກເໜືອ ແລະ ເຂດສາຍພູຫລວງອາກາດ ມີລັກສະນະເຄິ່ງຮ້ອນເຄິ່ງໜາວ ອຸນຫະພູມສະສົມ ສະເລ່ຍປະຈຳປີສູງເຖິງ 15 - 30 ອົງສາເຊ, ການຜິດດ່ຽງອຸນຫະພູມລະຫວ່າງກາງເວັນ ແລະ ກາງຄືນມີປະມານ 10 ອົງສາເຊ. ຈຳນວນຊົ່ວໂມງ ທີ່ມີແສງແດດຕໍ່ປີປະມານ 2.300-2.400 ຊົ່ວໂມງ (ປະມານ 6,3-6,5 ຊົ່ວໂມງຕ່ໍມື້), ຄວາມຊຸ່ມຊື່ນ ສຳຜັດຂອງອາກາດ ມີປະມານ 70 - 85%, ປະລິມານ ນ້ຳຝົນນັບແຕ່ 75-90% ໃນລະດູຝົນ (ແຕ່ເດືອນ ພຶດສະພາ ຫາ ເດືອນຕຸລາ). ສ່ວນໃນລະດູແລ້ງ (ເດືອນພະຈິກ ຫາເດືອນເມສາ) ປະລິມານນ້ຳຝົນມີພຽງ 10-25% ແລະ ປະລິມານສະເລ່ຍຕໍ່ປີ ຂອງແຕ່ລະເຂດກໍ່ຜິດໂຕນກັນຢ່າງຫລວງຫຼາຍ ເຊັ່ນວ່າ: ສາຍພູຫຼວງ ຍ່ານເຂດໃຕ້ໄດ້ຮັບນ້ຳຝົນ ສະເລ່ຍປີລະ 300 ຊັງຕີແມັດ ຂະນະທີ່ເຂດແຂວງ ຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ ໄດ້ຮັບພຽງແຕ່ 100-150 ຊັງຕີແມັດ, ສ່ວນວຽງຈັນ ແລະ ສະຫວັນນະເຂດ ໄດ້ຮັບລະຫວ່າງ 150-200 ຊັງຕີແມັດ ເຊັ່ນດຽວກັບ ຜົ້ງສາລີ, ຫລວງນ້ຳທາ ແລະ ບໍ່ແກ້ວ.
ຊື່ເດືອນ ລະດູ
ມັງກອນ ແລ້ງ
ກຸມພາ ແລ້ງ
ມີນາ ແລ້ງ
ເມສາ ແລ້ງ
ພຶດສະພາ ຝົນ
ມິຖຸນາ ຝົນ
ກໍລະກົດ ຝົນ
ສິງຫາ ຝົນ
ກັນຍາ ຝົນ
ຕຸລາ ຝົນ
ພະຈິກ ແລ້ງ
ທັນວາ ແລ້ງ

ສະໄໝສັກດີນາ
[ດັດແກ້] ຣາຊະການເຈົ້າສຸລິຍະວົງສາ

ສະ​ໄໝ​ຣາຊະກາ​ນຂອງເຈົ້າ​ສຸລິຍະ​ວົງສາ, ປີ ພ.ສ 2183 (ຄ.ສ 1631) ​ເຈົ້າ​ສຸລິຍະ​ວົງສາ ​ໄດ້​ຂຶ້ນຄອງ​ລາດ, ​ໃ​ນໄລຍະ 57 ປີ ຂອງກາ​ນປົກຄອງ​ອານາຈັກ​ລ້າ​ນຊ້າງ ​ແມ່​ນມີ​ຄວາມ​ສະຫງົບ​ຮົ່ມ​ເຢັນ, ຄວາມ​ຂັດ​ແຍ່ງ​ພາຍ​ໃ​ນຖືກ​ຊຳລະ​ສະ​ສາງ, ອິດ​ທິກຳລັງ​ພາຍ​ນອກ​ມີ​ຄວາມເກງ​ຂາມ ບໍ່​ກ້າ​ເຂົ້າ​ມາ​ລ່ວງ​ລ້ຳ ​ແລະ ​ແຊກ​ແຊງ, ປະຊາຊົ​ນໄດ້​ຮັບ​ການ​ແບ່ງ​ດິນເພື່ອ​ທຳ​ມາ​ຫາ​ກິ​ນຢ່າງ​ເປັນ​ທຳ ​ແລະ ຫ້າວຫັນ​ໃນ​ກາ​ນຜະລິດ, ​ເຂົ້າ, ປາ​ອຸດົມສົມບູນ.

ເຈົ້າ​ສຸລິຍະວົງສາ​ທຳ​ມິ​ກະລາດ ​ໄດ້​ສັ່ງ​ໃຫ້​ເສນາອາມາດ​ຜູ້​ໃຫຍ່​ພ້ອມ​ນັກປາດ​ອາຈານ​ແກ້​ໄຂ​ປ່ຽນ​ແປງ ​ແລະ ສ້າງ​ກົດໝາຍ​​ເພື່ອເປັ​ນຫລັກ​ ໃ​ນການ​ປົກ​ຄອງ​ບ້ານ​ເມືອງ ​​ໃຫ້​ມີ​ລະບຽບ​ແບບ​ແຜນ, ບ່າວ​ໄພ່​ຣາຊະ​ດອນໄດ້​ຮັບ​ຄວາມ​ເປັນ​ທຳ ຜູ້​ລ່ວງ​ລະ​ເມີດ​ກໍ່​ຖືກ​ລົງ​ໂທດ​ໂດຍ​ບໍ່​ເລືອກ​ໜ້າ​ນັບ​ທັງ​ລູກ​ຊາຍ​ຂອງ​ເພິ່ນ​ເອງ ກໍ່​ຖືກ​ສັ່ງ​ປະຫານ​ຊີວິດ​ ຖານ​ໂທດ​ຂົ່ມຂືນ​ ເມຍ​ທະຫາ​ນອົງຄະລັກ​ ຂອງ​ເພິ່ນ. ໄດ້​ເອົາ​ໃຈ​ໃສ່​ສ້າງ​ວັດວາອາ​ຮາມ, ສົ່ງ​ເສີມ​ການສຶກສາຂະຫຍາຍ​ໂຮງຮຽນ (ເວລາ​ນັ້ນແມ່​ນໂຮງຮຽນ​ວັດ) ສ້າງ​ນັກປາດ​ບັນດິດ, ປະດິດ​ຄິດ​ແຕ່ງ​ວັນນະຄະດີ, ນິທາ​ນພື້ນ​ເມືອງ, ສ້າງ​ຮີດ 12 ຄອງ 14, ​ແປ​ເທບ​ ນິຍາຍ​ຈາກ​ພາສາອິນ​ເດຍ ມາ​ເປັ​ນພາສາ​ລາວ.

​ໄດ້​ອອກ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ຊຶ່ງ​ໄດ້​ກຳນົດ​ແຈ້ງວ່າ : ດິ​ນທີ່​ມອບ​ໃຫ້​ເຖິງ 3 ປີ ແລ້ວ ຫາກ​ບໍ່​ມີ​ກາ​ນນຳ​ໃຊ້​ແມ່​ນໃຫ້ຜູ້​ອື່ນ​ສາມາດ​ ມາ​ເອົາ​ໄປ​ນຳ​ໃຊ້​ໄດ້​ ໂດຍ​ເຈົ້າ​ຂອງ​ເກົ່າ​ບໍ່​ມີ​ສິດ​ທວງ​ຖາມ​ເອົາ​ຄືນ​ອີກ. ດ້ວຍ​ເຫດ​ນັ້ນ​ຈິ່ງ​ເຮັດ​ໃຫ້​ປະຊາຊົ​ນມີ​ຄວາມເຊື່ອ​ໝັ້ນ ​ແລະ ດຸ​ໝັ່​ນໃນ​ການ​ຜະລິດ, ປູກ​ຄັ່ງ, ປູກ ​ຍານ​ເປັ​ນສິນຄ້າ.

ໄດ້​ຜູກ​ມິດ​ໄມຕີ​ກັບປະ​ເທດ​ໃກ້​ຄຽງ, ຕິດ​ຕໍ່​ຄ້າຂາຍ​ກັບ​ຕ່າງປະ​ເທດ, ວຽງ​ຈັ​ນເວລາ​ນັ້ນ​ໄດ້​ກາຍ​ເປັນ​ສູ​ນກາງ​ກາ​ນຄ້າ ຄັ່ງ ​ແລະ ຍານ ຈົນ​ມີ​ພໍ່ຄ້າ​ ຊາວ​ ໂຮ​ນລັງ(Holland) ຊື່ ວັ​ນວຸດ​ສະ​ຕົບ ​​ເຊິ່ງ​ເປັນ​ຊາວ​ຕາ​ເວັນ​ຕົກ​ຄະນະ​ທຳ​ອິດ​ທີ່​ເຂົ້າ​ມາ​ວຽງ​ຈັນ​ໃນ​ປີ 1641 ​ເພື່ອ​ຊື້ ຄັ່ງ ​ແລະ ຍານ. ​ໃນ​ປີ 1642-1647 ມີ​ຄະນະ​ ຂອງ ຄຸ​ນພໍ່ ​ເລີ​​ເລຍ ​ແລະ ມາລີນີ​ ​ເຊິ່ງ​ເປັນ​ຊາວ​ອີ​ຕາ​ລີ ​ໄດ້​ເຂົ້າ​ມາ​ເຖິງ​ວຽງ​ຈັນ, ພວກ​ເພິ່​ນໄດ້​ຍ້ອງຍໍ​ວ່າ​ເມືອງ​ວຽງ​ຈັນ​ງົດ​ງາມ, ຫໍ​ຜາສາດ​ຣາຊະ​ວັງ ສະຫງ່າ​ ກວ້າງຂວາງ, ປະຊາຊົ​ນລາວ​ເປັ​ນຄົ​ນດີ​ ບໍ່​ເອົາ​ປຽບ​ເອົາ​ລັດ​ກັນ, ຮັກ​ແພງ​ຄົນ​ຕ່າງປະ​ເທດ, ເປັນ​ຄົນ​ຊື່ສັດ ​​ເກັບ​ຂອງ​ ຕົກ​ເຮ່ຍ ​​ໄດ້ກໍ່​ຄືນເຈົ້າ​ຂອງ ​ໂດຍບໍ່​ຮຽກຮ້ອງ​ຄ່າ​ຮັກສາ​ແຕ່​ຢ່າງ​ໃດ. ພວກ​ເພີ່ນ​ຍັງ​ເວົ້າ​ວ່າ ບໍ່​ເຫັນ​ຄົນ​ລາວ​ຜິດ​ຖຽງກັນ ຄົນ​ລາວ​ມີ​ກົດໝາຍ​ພື້ນ​ເມືອງ​ດີ ແລະ ປະຕິບັດ​ເຄັ່ງ​ຄັດ ຜູ້​ໃດ​ທີ່ກະທຳ​ຜິດຜູ້​ໃດ​ໝິ່ນປະໝາດ​ຄົນ​ອື່​ນກໍ່​ລ້ວນ​ແຕ່​ຖືກ​ປັບ​ໃໝ.

ສັງ​ລວມ​ແລ້ວ​ຕະຫລອດ​ໄລຍະ 57 ປີ ທີ່​ເຈົ້າ​ສຸລະ​ຍິວົງສາ​ຂຶ້ນຄອງ​ລາດ ອານາຈັກ​ລ້ານ​ຊ້າງ ​ຢູ່​ໃນ​ຄວາມ​ສະຫງົບ​ປາສະຈາກ​ເສິກ​ ທາງ​ເໜືອເສືອທາງ​ໃຕ້, ປະຊາຊົ​ນມີ​ຄວາມ​ຮົ່ມ​ເຢັນ, ການ​ສຶກສາ​ໄດ້​ຮັບ​ການ​ພັດທະນາ, ນັກປາດ​ບັນ​ດິດ, ຄຳ​ພີ​ດີກາ, ນິທານ​ພື້ນ​ເມືອງ, ເທບ​ນິຍາຍ, ຮີດຄອງ​ປະ​ເພນີ​ອັ​ນດີງາມ ທີ່​ສືບ​ທອດ​ມາ​ເຖິງ​ປະຈຸ​ບັ​ນກໍ່​ເກີດ​ຂຶ້ນ​ໃ​ນ ສະ​ໄໝ​ເຈົ້າ​ສຸລິຍະ​ວົງສາ​ຄອງ​ເມືອງ; ​ເຮັດ​ໃຫ້​ຊາດ​ລາວ​ມີ​ມູນ​ເຊື້ອອັນ​ຈົບງາມ​ທາງ​ ດ້າ​ນຮີດຄອງ​,ປະເພນີ,ວັດທະນະທຳ, ​ເປັ​ນໄລຍະ​ຮຸ່ງ​ເຮືອງ​ເຫລືອງ​ເຫລື້ອມດ້າ​ນວັດທະນະທຳ​ທີ່​ໂດດ​ເດັ່​ນທີ່​ສຸດ.

​ເຈົ້າ​ສຸລິຍະ​ວົງສາ ​ໄດ້​ສິ້ນພະ​ຊົນ​ໃນ​ປີ 1695 ພາຍຫລັງ​ຄອງ​ເມືອງ​ມາ​ໄດ້ 57 ປີ ລວມ ອາຍຸ​ໄດ້ 82 ປີ. ພາຍຫລັງ​ເຈົ້າ​ສຸລິຍະ​ວົງສາ​ສິ້ນພະ​ຊົນ, ອານາຈັກ​ລ້າ​ນຊ້າງ​ໄດ້​ຕົກ​ເຂົ້າ​ສູ່​ວິ​ກິດ​ກາ​ນອັນ​ຮ້າຍ​ແຮງ​ອີກ​ເທື່ອ​ໜຶ່ງ ​ເຊິ່ງສາຍ​ເຫດ​ ແມ່ນຍ້ອນຜູ້​ຂຶ້ນປົກຄອງ​ເມືອງ​ບໍ່​ແມ່ນ​ເຊື້ອກະສັດ, ພຽງ​ແຕ່​ໄລຍະ 36 ປີ (1698 - 1734) ມີ​ການ​ອະພິ​ເສກ​ສາມັ​ນຊົນຂຶ້​ນເປັນ​ເຈົ້າ​ຊີວິດ​ເຖິງ 4 ອົງ ໝາຍ​ຄວາມ​ວ່າ 9 ປີ​ໃດ ປ່ຽນ​ຖ່າຍ​ເຈົ້າ​ຊີວິດ​ເທື່ອ​ໜຶ່ງ ​ເຊິ່ງຜິດ​ກັບ​ກົດ​ມົນທຽນ​ ຂອງ​ສັກ​ດີນາ ສຳລັບ​ການ​ປົກຄອງ​ໃນ​ສະ​ໄໝ​ບູຮານ​ເພາະວ່າຕາມ​ກົດ​ມົນທຽນຂອງ​ສັກ​ດີ​ນາ​ ນັ້ນແມ່ນປະຕິບັດ ​ຕາມ​ລະບອບ​ລາຊະ​ທາຍາດ (ພໍ່ ຕາ​ຍລູກຂຶ້ນ​ແທນ) ແຕ່​ອານາຈັກ​ລ້າ​ນຊ້າງ​ມີ​ໄລຍະ​ໜຶ່ງ​ຂາດ​ຜູ້​ສືບ​ແທ​ນເຮັດ​ໃຫ້ ພວກ​ຂຸນນ​າງ​ທີ່​ບໍ່​ແມ່ນ​ເຊື້ອກະສັດ​ ຈິ່ງ​ຍາດ​ກັ​ນຂຶ້ນ​ເປັນ​ເຈົ້າ​ແຜ່​ນດິນ. ສະ​ນັ້ນຈິ່ງ​ເກີດ​ການ​ໂຄ່ນ​ລົ້ມ​ກັນ ຫລື ກໍ່​ການ​ກະບົດ ຫລື ​ແຍກ​ຕົວ​ເປັນ​ອິດສະຫລະ ອັນ​ເປັ​ນເຫດ​ໃຫ້​ອາ​ນາຈັກລ້າງ ຊ້າງ​ ຖືກ​ແບ່ງ​ອອກ​ເປັນ​ສາມ ​ອາ ນາຈັກ​ ຄື : ອານາຈັກ​ລ້ານ​ຊ້າງ​ວຽງ​ຈັນ, ອານາຈັກຫລວງ​ພະ​ບາງ ​ແລະ ອານາຈັກ​ຈຳປາ​ສັກ.
[ດັດແກ້] ​ຣາຊະການ​ເຈົ້າ​ອານຸວົງ

ເມື່ອ​ບ້າ​ນເມືອງ​ສູນເສຍ​ເອກະລາດ ​ປະຊາຊົນ​ຕົກ​ເປັນ​ຂ້ອຍ​ຂ້າ​ມ້າ​ໃຊ້​ຂອງ​ຕ່າງ​ຊາດ (ສະຫຍາມ) ​ເຮັດ​ໃຫ້​ເຈົ້າ​ອະນຸວົງ ​ເກີດ​ຄວາມ​ຮູ້ສຶກ​ຢາກ​ກູ້​ຊາດ ກູ້​ເອົາ​ອິດສະຫລະພາບ​ຂອງ​ຊາວ​​ລ້າ​ນຊ້າງ​ວຽງຈັນກັບຄືນ​ມາ. ​ເພື່ອ​ກະກຽ​ມໃຫ້​ແກ່​ການ​ລຸກຂຶ້ນກູ້​ຊາດ​ຍາດແຜ່ນດິນ​ຄື​ນມາ, ພາຍຫລັງ​ໄດ້​ຖືກ​ແຕ່ງ​ຕັ້ງ ຈາກ​ສະຫຍາມ​ໃຫ້​ເປັ​ນກະສັດ​ລ້າ​ນຊ້າງ​ວຽງ​ຈັນ, ​ເຈົ້າ​ອານຸວົງ​ ກໍໄດ້​ດຳ​ເນີນ​ພາລະກິດ​ອັນສຳຄັນ​ຫລາຍ​ປະການ​ ເຊັ່ນ :

​ດ້າ​ນການ​ເມືອງ : - ​ໄດ້​ຕິດຕາມ​ຂະ​ບວນກາ​ນຕໍ່​ສູ້​ຂອງ​ປະຊາຊົນ​ຢູ່​ໃນ​ແຕ່ລະ​ທ້ອງ​ຖິ່ນ ຄື : ຢູ່​ຈຳປາ​ສັກ ພາຍ​ໃຕ້​ກາ​ນນຳພາ​ຂອງ​ອ້າຍ​ຊຽງ​ແກ້ວ ຢູ່​ເມືອງ​ໂຂງ; ການ​ຕໍ່​ສູ້​ ຂອງ​ເຈົ້າ​ໂອ, ເຈົ້າ​ອິນ ຢູ່​ອັດ​ຕະປື; ສ່ວນຢູ່​ພາກ​ເໜືອ ພາກ​ກາງ ກໍ່​ມີ​ຂະ​ບວນຂອງ​ປະຊາຊົນ​ທີ່​ບໍ່ພໍ​ໃຈ​ກັບ​ສັກ​ດີ​ນາ​ທ້ອງ​ຖິ່ນ ​ໄດ້​ລຸກຂຶ້ນ​ແບບ​ກະ​ແຈກ​ກະຈາຍ; ຢູ່​ນະຄອນ​ພະນົມ​ກໍ່​ປະກາດ​ແຍກ​ຕົວ​ບໍ່​ຂຶ້ນກັບ​ບາງກອກ; ​ໄດ້​ປັບປຸງ​ການ​ປົກຄອງ​ໃນ 79 ຫົວ​ເມືອງ ທີ່​ຂຶ້ນກັບ, ​ໄດ້​ໄປ​ພົບ​ກັບ​ເຈົ້າ​ເມືອງ​ທີ່​ເຂົ້າ​ໃຈ​ກັນດີຢູ່​ນະຄອ​ນພະນົມ, ມຸກດາ​ຫານ, ​ໄດ້​ແຕ່ງ​ໃຫ້​​ເຈົ້າຣາຊະບຸດ​ໂຍ້ ​ໄປ​ເປັນ​ຜູ້​ປົກຄອງ​ຈຳປາ​ສັກ, ​ໄດ້​ນຳ​​ເອົາເຮືອ​ຄຳ, ນຳ​ເອົາຊ້າງ 7 ສອກ ​ແລະ ຂອງຂວັ​ນອື່ນໆ​ ໄປ​ມອບ​ຖວາຍ ​ແດ່ເຈົ້າ​ມັ​ນທາຕຸ​ລາດ ອານາຈັກ​ລ້ານຊ້າງ​ຫລວງ​ພະ​ບາງ ​ເພື່ອ​ໃຫ້​ຫລົງ​ລືມຄວາມ​ເກົ່າ​ຄວາມ​ຫລັງ​ເພື່ອ​ພ້ອມ​ກັນ​ຕໍ່​ສູ້ ຍາດເອົາ​ແຜ່ນດິ​ນຄືນ​ມາ.

ດ້າ​ນການ​ສ້າງສາ : ​ເຈົ້າ​ອານຸວົງ​ ໄດ້​ນຳພາ​ປະຊາຊົນສ້າງ​ຣາຊະ​ວັງ, ສ້າງແລະປະຕິສັງຂອນ​ວັດວາອາ​ຮາມ​ຂຶ້ນຫລາຍ​ແຫ່ງ​ຄື: ວັດ​ສີສະ​​ເກດ, ປັບປຸງ​ເມືອງ​ໜອງ​ຄາຍ, ສ້າງ​ຫໍພະ​ແກ້ວ​ຂຶ້ນຢູ່​ວັດ​ຊ້າງ​ເຜືອກ ສີ​ຊຽງ​ໃໝ່, ລົງ​ໄປ​ສະຫລອງ​ຂົວ ​ແລະ ເຂົ້າ​ຮ່ວມ​ງາ​ນນະມັດສະການ​ທາດ​ພະນົມ, ສ້າງ​ຂົວ​ຂ້າມແມ່ນ້ຳຂອງ​ມາ​ສູ່​ວັດ​ອຸບ​ມຸງ.

ດ້ານ​ການ​ທະຫານ : ​ໄດ້​ປັບປຸງ​ກອງທັບ​ບັນດາ​ຫົວ​ເມືອງ​ໃຫ້​ເຂັ້ມ​ແຂງ.

ດ້ານການ​ຕ່າງປະ​ເທດ : ​ເຈົ້າ​ອານຸວົງ​ ພະຍາຍາມ​ໃກ້ຊິດ ​ກັບ​ກະສັດສະຫຍາມ ​ແລະ ​ໄດ້​ຊ່ວຍ​ສະຫຍາມ​ຍົກ​ທັບ​ໄປ​ຕີ​ພະມ້າ​ ຈົນ​ໄດ້​ຮັບ​​ໄຊຊະນະ ໃ​ນຂະນະ​ທີ່​ກອງທັບ​ສະຫຍາມ​ ໄດ້​ກັບ​ມາ​ດ້ວຍ​ມື​ເປົ່າ ​ແລະ​ ເສຍ​ໄຊ​ແກ່​ພະມ້າ ​ເຊິ່ງ​ໄດ້​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັບ​ສະຫຍາມ. ເຈົ້າ​ອານຸວົງ ​ມີ​ນະ​ໂຍບາຍພາຍ​ໃນ ​ແລະ ພາຍນ​ອກ​ຢ່າງ​ຈະ​ແຈ້ງ; ​ໃນນັ້ນ ​ມີ​ກາ​ນພົວພັນກັບ​ອານາ​ມ ( ດ້າຍ​ຫວຽດ ຫລື ຫວຽດາມ​ໃນປະຈຸ​ບັນ ).

​ເມື່ອກະກຽມ​ກຳລັງ​ພຽງພໍ​ແລ້ວ​ກໍ່​ໄດ້ ​ໂອກາດ​ລົງ​ໄປ​ປົງ​ສົບ​ພະພຸດທະ​ເລີດ​ຫຼ້າ​ນະພາ​ໄລ ( ລາຊະການ ​ທີ 2 ) ຂອງສະຫຍາມ​. ໃນໂອກາດນີ້ ເຈົ້າ​ອານຸວົງ​ໄດ້​ຂໍ​ເອົາ​ຄົນ​ລາວ​ທີ່​ຖືກ​ກວາດ​ຕ້ອນ ໄປ​ໃນ​ເມື່ອ​ກ່ອນກັບ​ຄືນ, ຂໍ​ເອົາ​ນາງ​ສະໜົມ​ລາວ, ຂໍ​​ເອົາເຈົ້າ​ຍິງ​ດວງ​ຄຳ ນ້ອງ​ສາວ​ອອກ​ຈາກ​ວັງ​ຄືນ​ມາ. ​ແຕ່​ບໍ່​ເປັນຈັ່ງ​ບຸນ ເພາະ​ຜູ້​ຂຶ້ນຄອງ​ລາດ​ແທນ ​ພະພຸດທະ​ເລີດ​ຫຼ້ານ​ະພາ​ໄລ ນັ້ນ ​ບໍ່​ແມ່ນ​ຜູ້​ສືບ​ທອດ​ຕາມ​ແຜນ ​ເພາະ​ຖືກ​ໄປ​ບວດ​ຍ້ອ​ນ ກາ​ນຊ່ວງ​ຊິງ​ອຳນາດ​ກັນໃນວັງ. ຜູ້​ທີ່ກຳ​ອຳນາດ​ພັດແມ່ນຜູ້​ທີ່​ຂັດ​ໃຈ​ກັບ​ເຈົ້າ​ອານຸວົງ​ມາ​ຕະຫລອດ ສະ​ນັ້ນ ຈຶ່ງ​ບໍ່​ຍອມ​ໃຫ້​ເຈົ້າ​ອານຸວົງ​ໄດ້​ຈັກຢ່າງ. ຄວາມຄຽດ​​ແຄ້ນຂອງ​ເຈົ້າ​ອານຸວົງ​ ທີ່​ມີ​ຕໍ່​ສະຫຍາມ​ນັບ​ມື້​ເພີ່ມ​ທະວີ​ຂຶ້ນ. ດັ່ງນັ້ນ ເຈົ້າ​ອານຸວົງ​ ຈຶ່ງ​ໄດ້​ຕັດສິນ​ໃຈ​ລຸກຂຶ້ນຕໍ່​ສູ້​ເພື່ອ​ອິດສະຫລະພາບ ​ແຕ່​ຍ້ອ​ນການກະກຽມ​ ແລະ ການສ້າງ​ກຳລັງ​ບໍ່​ທັນ​ດີ, ພາຍ​ໃນ​ບໍ່​ທັນ​ເຂັ້ມ​ແຂງ, ການຊັ່ງຊາ​ກຳລັງ​ກໍ່​ຜິດ​ໂຕ​ນກັນຫລາຍ, ຝ່າຍ​ລາວ​ມີ​ທະຫານພຽງ​ແຕ່ 7 ໝື່ນຄົນ ​ພາຫະນະ​ສົງ​ຄາມ​ກໍ​ຫລ້າ​ສະ​ໄໝ ມີ​ແຕ່​ຫອກ​ແຕ່​ດາບ, ​ໃຊ້​ຊ້າງ​, ​ໃຊ້​ມ້າ ​ແລະ ງົວ​ກວຽນ. ກົງກັນ ຂ້າມ​ຝ່າຍ​ສະຫຍາມ​ມີ​ທະຫານ 1 ​ແສນ 7 ໝື່​ນຄົນ, ມີ​ອາວຸດ​ທັ​ນສະ​ໄໝ: ( ປືນໃຫຍ່, ປືນ ​ເຫລັກ​ຍາວ ) ມີ​ລົດ​ລາກ​ແກ່​ຈຳນວນໜຶ່ງ. ສະນັ້ນ, ຈຶ່ງ​ພາ​ໃຫ້ການຕໍ່​ສູ້​ຂອງ​ເຈົ້າອານຸວົງ​ ບໍ່​ເປັນ​ຜົນສຳ​ເລັດ, ນະຄອນວຽງ​ຈັນ ​ກໍ່​ຖືກ​ກອງ​ທະຫານສະຫຍາມ​ມາ​ຍຶດ​ເອົາ ແລະ ທຳລາຍ​ທຸກສິ່ງ​ທຸກ​ຢ່າງ​ບໍ່​ໃຫ້​ເຫລື​ອຫຍັງ, ​ເຈົ້າ​ອານຸວົງ​ກໍ່​ຖືກ​ຈັບໃສ່ກົງເຫຼັກ​ໄປ​ທໍລະມານ​ຢ່າງ​ປ່າ​ເຖື່ອນ​ຢູ່​ບາງກອກ ແລະ ເສຍ​ຊີວິດ​ຢູ່​ທີ່ນັ້ນ. ສຳລັບ​ຜູ້​ທີ່ເປັນ ​ເຊື້ອ​ເຈົ້າ​ວຽງ​ຈັ​ນ ທັງ​ໝົດ​ກໍ່​ຖືກ​ດັບສູນ ດ້ວຍຮູບ​ການທໍລະມານຮ່າງກາຍ ຫຼື ຂ້າ​ຖິ້ມ. ສ່ວນບຸກຄົນທີ່ຮອງ​ລົງ​ມາ​ກໍ່​ຖືກ​ເຮັດ​ໃຫ້​ເສຍກຽດ​ເສຍ​ສັກ​ສີ, ສຳລັບ​ປະຊາຊົນກໍ່​ຖືກ​ກວາດ​ຕ້ອນລົງ​ໄປ​ບາງກອກ​ ​ແລະ ຖືກ​​ໃຊ້​ງານ​ຢ່າງ​ໜັກ​ ໃນ​ຖານະເປັນສະ​ເລີຍ​ເສິກ, ​ເປັນຂ້ອຍ​ຂ້າ​ມ້າ​​ໃຊ້​ໃຫ້​ ພວກ​ຂຸນນ​າງ​ສັກ​ດີ​ນາສະຫຍາມ.

ສຳລັບ​ໂຕ​ເມືອງ​ວຽງ​ຈັນກໍ່​ຖືກຂຸນເສິກ​ສະຫຍາມ ​ສັ່ງ​ໃຫ້​ກອງ​ທະຫານ ​ຕັດ​ກົກ​ໄມ້​ທັງ​ໝົດ ແລະ ຈູດ​ເຜົາ​ທຳລາຍ, ປຸ້ນ​ເອົາ​ຊັບ​ສົມບັດ​ຂອງ​ປະຊາຊົ​ນແບບໂຈນ 500 ​ໂດຍ​ເຈຕະນາ​​ເຮັດໃຫ້​ວຽງ​ຈັນ ​ເປັນເມືອງ​ຮ້າງ​ບໍ່​ສາມາດ​ຢູ່​ໄດ້ ບໍ່​ໃຫ້​ຟື້ນຟູ​ເປັນຕົວ​ເມືອງ​ໄດ້​ອີກ. ອານາຈັກ​ລ້າ​ນຊ້າງ​ວຽງ​ຈັນ ​ໄດ້​ຖືກຫຼຸດ​ຖານະ​ຈາກ​ເປັ​ນ ອານາຈັກ​ໜຶ່ງ​ລົງ​ມາ​ເປັນ​ແຄ້ວ​ນໜຶ່ງ​ຂອງ​ສະຫຍາມ​​ໂດຍມີ​ສຳນັກງານ ​ຕັ້ງ​ຢູ່​ໜອງ​ຄາຍ ຕໍ່​ມາ​ກໍ່​ໄປ​ຕັ້ງ​ຢູ່ ​ອຸດອນທານີ, ວຽງ​ຈັນທີ່​ງົດງາມ​ກໍກາຍ​ເປັນເມືອງ​ຮ້າງ 60 ກວ່າ​ປີ.

ເຖິງ​ວ່າກາ​ນຕໍ່​ສູ້​ກູ້​ແຜ່ນດິນ​ຄືນ​ຂອງ ​ເຈົ້າ​ອານຸວົງ ​ບໍ່​ເປັນຜົນສຳ​ເລັດ​ກໍ່ຕາມ ​ແຕ່​ມັ​ນກໍ່​ມີ​ຄວາມ​ໝາຍປະຫວັດສາດ ອັ​ນເລິກ​ເຊິ່ງຊຶ່ງ​ສະ​ແດງ​ໃຫ້​ເຫັນເຖິງ​ມູ​ນເຊື້ອຕໍ່​ສູ້​ອັນ ເດັດດ່ຽວ​ກ້າຫານ ​ບໍ່​ຍອມ​ຈຳນົນຂອງ​ຄົ​ນລາວ​ ໃຕ້​ກາ​ນນຳພາ​ຂອງ​ເຈົ້າ​ອານຸວົງ, ມູນ​ເຊື້ອ ດັ່ງກ່າວ ຖືກຝັງ​ເລິກ​ຢູ່​ໃນ​ຈິດ​ໃຈ​ຂອງ​ຄົ​ນລາວ​ທຸກ​ຄົນ ​ບໍ່​ວ່າຈະ​ເປັນ​ຄົ​ນເຊື້ອຊາດ​ລາວ​ຢູ່​ຝັ່ງ​ຊ້າຍ, ກໍ​ຄືຝັ່ງ​ຂວາ​ຂອງ​ແມ່ນ້ຳຂອງ​ຕ່າງ​ກໍ່​ຈົດ​ຈຳ​ມູນເຊື້ອດັ່ງກ່າວໄວ້​ຕະຫລອດ​ມາ ​ແລະ​ ໄດ້​ສືບຕໍ່​ກາ​ນຕໍ່​ສູ້​ໃນຮູບ​ການໃໝ່ເປັ​ນຕົ້ນ ແມ່​ນຊາວ​ອີສານຂອງ​ໄທ ​ໄດ້​ພາກັນແຕ່ງ​ກາບ​ກອນ, ວັນນະຄະດີ, ສ້າງເປັ​ນໜັງສື​ອິນຕົກ ​ເພື່ອຄັດຄ້າ​ນຕ້ານຢັ​ນການສັກ​ລາຍ ​​ເອົາ​ຄົນລາວ​ອີສານເປັນສັນຊາດ​ໄທ; ​ເປັນຄຳປິດສະໜາ ​ແລະ ມີ​ຄຳ​ເວົ້າ​ທີ່​ວ່າ: “ ໝາກ​ຟັກ, ໝາກອຶ ຢູ່ດີໆ​ຈະ​ກາຍ​ເປັນຊ້າງ​ເປັນ​ມ້າ​ໄດ້​ແນວ​ໃດ, ຄວາຍ​ເຖິກຄວາຍ​ດ່ອນ ​ແລະ ໝູ​ດ່ອນ ​ຢູ່ດີໆ​ຈະ​ກາຍ​ເປັນຍັກ​ກິນຄົນໄດ້​ແນວ​ໃດ, ຄົ​ນລາວ​ ຢູ່ດີໆ​ຈະ​ກາຍ​ເປັນໄທ​ໄດ້​ແນວ​ໃດ ”, ນອກນັ້ນ ​ກໍ​ມີ​ຈົດໝາຍ “ ສານລືບ​ພະ​ສູນ ” ແລະ ອື່ນໆ... ຂະບວນການຕໍ່​ສູ້​ຕ້ານສະຫຍາມ ​ເພື່ອ​ກູ້​ແຜ່ນດິ​ນຄືນຂອງ ເຈົ້າ​ອານຸວົງ ​ໄດ້​ເຮັດໃຫ້​ລັດທິ​ຮັກ​ຊາດ​ອັນດູດ​ດື່ມ​ເຂັ້ມ​ຂຸ້ນຂຶ້ນ, ຊື່​ສຽງ​ຂອງນັກ​ຮົບວິລະ​ຊົນ​ທີ່​​ເຂົ້າຮ່ວມ​ການ​ຕໍ່​ສູ້​ຄັ້ງນັ້ນ​ເຊັ່ນ: ເຈົ້າ​ສຸ​ກະສານ​, ເຈົ້າ​ລາຊະວົງ, ເຈົ້າ​ລາຊະບຸດ, ພະຍາ​ນາ​ລິ, ພະຍາ​ໄກ​ສົງຄາມ ​ແລະ ຜູ້​ອື່ນໆ ໄດ້​ຖືກຈົດ​ບັນທຶກ​ໄວ້ໃນປຶ້ມຄຳ​ປະຫວັດສາດ ເຊິ່ງຄົນລາວ ​ບໍ່ຫຼົງລືມ​ໄດ້​. ສັງ​ລວມ​ແລ້ວ ​ໄລຍະລາວ​ ຕົກ​ເປັ​ນເມືອງ​ສ່ວຍ ​ແລະ ເມືອງ​ຂຶ້ນຂອງ​ສະຫຍາມຮ້ອຍ​ກວ່າ​ປີ, ​ເປັນໄລຍະ​ທີ່​ນະຄອນວຽງ​ຈັນ ​ຫງ່ວມ​ເຫງົາ, ​ເສົ້າໝອງ ​ແລະ ສູນເສຍນ້ຳຕາ ບ້າ​ນເມືອງ​ອັນ​ງົດ​ງາມ​ທີ່​ບັນພະ​ບູລຸດ​ເຮົາ​ສ້າງ​ໄວ້​ເກືອບ 500 ປີ​ກ່ອນນັ້ນ ​ເກືອບຈະ​ບໍ່​ຍັງ​ເຫລືອ​ແມ່​ນແຕ່ຮ່ອງຮອຍ. ຄວາມ​​ໂຫດຮ້າຍ ​ປ່າ​ເຖື່ອນໃນ​ກາ​ນທຳລາຍ​ລ້າງຜາ​ນຂອງ​ສະຫຍາມ​ທີ່​ມີ​ຕໍ່​ລາວເວລາ​​ໃດ​ກໍ່​ຍັງ​ຝັງ​ເລິກ​ຢູູ່່​ໃນ ດວງ​ໃຈ​ຂອງ​ຄົນລາວ​ຕະຫລອດ​ມາ.

ພາຍຫລັງ​ ເຈົ້າ​ອະນຸວົງ ​ ຖືກ​ປະຫານຊີວິດ​ດ້ວຍ​ການທໍລະມານຮ່າງກາຍ​ອັນປ່າ​ເຖື່ອນ​ແລ້ວ​ ກໍ່​ຍັງເກີດ​ມີ​ຂະ​ບວນການຕ້ານ​ສະຫຍາມ​ເຊັ່ນ: “​ເສິກ​ສາມ​ໂບກ(ນ້ຳ​ພອງ ຈັງຫວັດຂອນແກ່ນ) 1893”, ຂະ​ບວນການຕໍ່​ສູ້​ຂອງເຈົ້າຟ້າ​ຂາວ ຍາດພີ່ນ້ອງ​ຂອງ ​ເຈົ້າ​ລາຊະ​ດາ​ ໃນເຈົ້າ​ເມືອງ​ຈຳປາ​ສັກ, ພະຍາອຸທຸມພອນ ​ເຈົ້າ​ເມືອງ​ອຸທຸມພອນ, ພະຍາ​ສ້າງ​ດີ ​ເຈົ້າ​ເມືອງ​ອັດ​ຕະປື ແລະ ຂະ​ບວນການ ​ຕໍ່​ສູ້​ອື່ນໆ ທີ່ໄດ້​ປະ​ຮ່ອງຮອຍ​ແຫ່ງ​ການ​ຕໍ່​ສູ້​ໄວ້​ ເຊິ່ງມູ​ນເຊື້ອຕໍ່​ສູ້ນັ້ນ ​ໄດ້​ລຸກ​ເປັນໄຟ​ໃນສະໄໝ​ຝຣັ່ງ​ມາ​ປົກຄອງ.
[ດັດແກ້] ສະໄໝຕົກເປັນຫົວເມືອງຂື້ນ ປະກາດເອກະລາດ ແລະ ສົງຄາມກາງເມືອງ

ໄລຍະ 60 ປີ ທີ່​ລາວ​ເປັນ​ເມືອງ​ຂຶ້ນຝຣັ່ງ

ພາຍຫລັງ​ໄດ້​ຍຶດ​ເອົາ 12 ຈຸ​ໄທ, ອານາ​ມ, ​ໂກ​ແຊງ​ຊິນ ​ແລະ ກຳປູ​ເຈຍ​ ໄດ້​ແລ້ວ ​ຝຣັ່ງ​ກໍ່​ໄດ້​ມາ​ຍຶດ​ເອົາ​ລາວ ​ໃນ​ປີ 1893 ​ໂດຍ​ໄລ່​ສະຫຍາມ​ອອກຈາກ​ລາວ, ​ເຊັນ​ສັນຍາ​ແບ່ງ​​ເຂດ​ປົກຄອງ​ ລະຫວ່າງ​ ຝຣັ່ງ ​ແລະ ສະຫຍາມ ​ໂດຍ​ໃຫ້​ດິນ​ແດນ​ຝັ່ງ​ຊ້າຍ​ ຂອງ​ແມ່ນ້ຳຂອງ​ ເປັນ​ຂອງ​ຝຣັ່ງ ​ແລະ ຝັງ​ຂວາ ​ເປັນຂອງ​ສະຫຍາມ​ ໃນວັນທີ 3/10/1893, ເຮັດ​ໃຫ້​ດິນ​ແດ​ນຂອງ​ລາວ​ຫລາຍ​ກວ່າ​ເຄິ່ງໜຶ່ງຖືກ​ສູນ​ເສຍ​ ​ແລະ ຕົກເປັນ​ຂອງ​ສະຫຍາມ ​ອັນ​ສ້າງ​ຄວາມ​ເຈັບ​ປວດ​ ໃຫ້​ກັບປະຊາຊົນ​ລາວຢ່າງບໍ່​ມີ​ວັນ​ລືມ.

ພາຍຫລັງ​ໄດ້​ ເຊັນ​ສັນຍາ ​ແບ່ງ​ເຂດ​ແດນ​ກັບສະຫຍາມ​ແລ້ວ ຝຣັ່ງກໍ່​ຈັດ​ລະບຽບ​ການ​ປົກຄອງ​ຂຶ້ນຢູ່​ລາວ ຕາມ​ແບບ​ສະບັບ​ຂອງ​ສະຫຍາມ​ໂດຍ​ ແບ່ງ​ເປັນ 10 ​ແຂວງ ​​ແລະ ​ຖື​ເອົາ​ວຽງ​ຈັນ​ ເປັນ​ທີ່​ຕັ້ງຂອງ​ສຳນັກງານ​ ສຳລັບ​ຂ້າ​ຫລວງ​ໃຫຍ່​ປະຈຳ​ລາວ, ​ເອົາ​ຄົນ​ຝຣັ່ງ​ເປັນ​ເຈົ້າ​ແຂວງ ສ່ວນ​ເຈົ້າ​ເມືອງ ຕາ​ແສງ ​ແລະ ນາຍບ້າ​ນນັ້ນປະ​ໃຫ້​ຄົ​ນລາວ​ ເປັ​ນເອງ​ເພື່ອ​ເກັບ​ສ່ວຍ​ຈາກປະຊາຊົນ, ​ເກ​​ນເອົາຄົນ​ໄປ​ອອກ​ແຮງ​ງານ​ ໂດຍ​ວາງ​ລະບຽບ​ການ​ອອກ​ຄື: ຜູ້​ຊາຍ​ອາຍຸ 18 ປີ​ ຂຶ້ນ​ໄປ​ຕ້ອງ​ໄດ້​​ເສຍສ່ວຍ​​ໄຖ່​ການ​ໄປ​ເຮັດ​ວຽກ 15 ວັ​ນ ໃນ 1 ປີ ​ໂດຍບໍ່​ມີຄ່າ​ຕອບ​ແທນ​ແຮງ​ງານ​ແຕ່​ຢ່າງ​ໃດ, ພວກ​ເຂົາ​ໄດ້​ຕັດ​ເອົາ​ໄມ້​ເນື້ອດີ, ຂຸດ​ເອົາ​ແຮ່​ທາດ ຈຳນວນ​ໜຶ່ງ​ກັບ​ຄື​ນເມືອ​ສ້າງ​ຄວາມ​ຮັ່ງມີ​ໃຫ້​ປະ​ເທດ​ແມ່, ສ້າງ​ໂຮງຮຽ​ນຈຳນວນ​ໜຶ່ງ​ເພື່ອ​ລູກ​ຫລານ​ຂອງ​ເຂົາ ​ແລະ ລູກ​ຫລານ​ຂອງ​ຄົ​ນລາວ​ທີ່​ເຮັດ​ກາ​ນນຳ​ຝຣັ່ງ, ​ສ້າງໂຮງໝໍ​ ໃ​ນເມືອງ​ຈຳນວນໜຶ່ງ ​ເພື່ອ​ປິ່ນປົວ​ເຂົາ​ເອງ ​ແລະ ສ້າງ​ຖະ​ໜົນ ຫົນທາງ​ຈຳນວ​ນໜຶ່ງ ​ໂດຍ​ເກນ​ເອົາ​ແຮງ​ງາ​ນຂອງ​ປະຊາຊົນ ​ໄປ​ເຮັດ​ເພື່ອ​​ຂົນ​ສົ່ງ​ສິນຄ້າ​​ສຳລັບ​ພວກ​ເຂົາ. ຢູ່​ໃຕ້​ແອກ​ປົກຄອງ​ຂອງຝຣັ່ງ ​ໄດ້​ເກີດ​ມີ​ໄພພິບັດ​ໃຫຍ່ 4 ປະການທີ່​ຂົ່ມ​ຂູ່​ຊີວິດ​ຂອງ​ຄົ​ນລາວ​ເຊັ່ນ: ​ໄພ​ແຫ່ງ​ຄວາ​ມອຶດ​ຫິວ, ​ໄພ​ແຫ່ງ​ຄວາມ​ກືກ​ໜັງສື, ​ໄພ​ແຫ່ງ​ໂລກລະບາດ​ບໍ່​ມີ​ຢຸກຢາ​ປິ່ນປົວ ​ແລະ ​ໄພ​ແຫ່ງ​ຄວາມ​​ໂງ່​ຈ້າ​ຫລ້າຫລັງ ​ແລະ ຄວາມ​ຕ່ຳ​ຕ້ອຍສູນ​ເສຍ​ອິດສະຫຼະພາບ ​ແຫ່ງ​ຄວາມ​ເປັນ​ຄົນຍ້ອນ​ປະ​ເທດ​ຊາດ​ສູນ​ເສຍ​ເອກະລາດ.

ຕໍ່ໜ້າ​ສະພາບ​ການ​ດັ່ງກ່າວ​ ໂດຍ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ແຫ່ງ​ ການຕໍ່​ສູ້​ໃ​ນການ​ສ້າງ​ຊາດ ​ແລະ ປົກ​ປັກ​ຮັກສາ​ຊາດ ຂອງ​ບັນດາ​ ບັນພະ​ບູລຸດຕົນເປັນ​ຕົ້ນ ແມ່​ນກາ​ນນຳພາ​ຕໍ່​ສູ້​ບໍ່​ຍອມ​ຈຳນົນ​ຂອງ​ເຈົ້າ​ອານຸວົງ ​ແລະ ​ເຈົ້າ​ລາຊະວົງ ທີ່​ໄດ້​ຕໍ່​ສູ້ ກັບ​ສັດຕູ​ຈົນ​ເຖິງ​ຢາດ​ເລືອດ ຢາດ​ສຸດ​ທ້າຍນັ້ນ ປະຊາຊົນ​ລາວ​ ບັນດາ​ເຜົ່າໄດ້​ຕໍ່​ສູ້​ ກັບ​ລັດທິ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່າ ດ້ວຍ​ຫລາຍ​ຮູບ​ການ ນັບ​ແຕ່​ຫຼົບຫຼີກ ​ບໍ່​ໄປ​ເຮັດ​ການ 15 ວັນ, ຫ​ລົບ​ຫລີກ​ບໍ່​ເສຍ​ສ່ວຍ​ໄຖ່​ການ ຫລື ​ໄປ​ເຮັດ​ການ ກໍ​ເຮັດ​ແບບ​​ແປະໆ​ບາງໆ ຫລື ມ້າງ​ເຄື່ອງ​ຈັກ​ເຄື່ອງ​ລານ. ຈາກ​ຮູບ​ກາ​ນຕໍ່​ສູ້​ເຫຼົ່າ​ນີ້ກໍ່​​ເກີດມີ​ ການ​ຕໍ່​ສູ້​ເປັນ​ກຸ່ມ ​ກ້ອນ​ຈົ​ນເກີດ​ມີ​ຂະ​ບວນການ​ໃຫຍ່​ເຊັ່ນ: ກາ​ນຕໍ່​ສູ້​ຂອງ​ປະຊາຊົນ​ຊາວ​ສະຫວັນນ​ະ​ເຂດ ພາຍ​ໃຕ້​ກາ​ນຳພາ​ຂອງ​ ພໍ່​ກະ​ດວດ, ຂະ​ບວນການ​ຕໍ່​ສູ້​ຂອງ​ເຜົ່າ​ມົ້ງ ຢູ່​ແຂວງ​ຫົວພັນ ​ແລະ ​ແຂວງ​ຊຽງ​ຂວາງ ​ນຳໂດຍ ​ເຈົ້າຟ້າ​ປັດ​ໄຈ​, ຂະ​ບວນການ​ຕໍ່​ສູ້​ຂອງ​ເຜົ່າ​ລື້ ນຳໂດຍ​ ເຈົ້າຟ້າ​ເມືອງ​ສິງ ແລະ ຂະ​ບວນການ​ຕໍ່​ສູ້​ຂອງ​ຊົນ​ເຜົ່າ​ລາວ​ເທິງ ຢູ່​ພາກ​ໃຕ້ ນຳໂດຍ​ ອົງ​ແກ້ວ-ອົງ​ກົມມະ​ດຳ​.

ພາຍຫລັງ​ມີ​ພັກ​ກອມ​ມູນິ​ດອິນດູຈີນນ​ຳພາ (1930) ​ເຮັດ​​ໃຫ້ການ​ຕໍ່​ສູ້​ທີ່​ໄຮ້​ທິດ​ທາງ​ໃນ​ເມື່ອ​ກ່ອນນັ້ນ ​ໄດ້​ຫັ​ນມາ​ສູ່​ການ​ຕໍ່​ສູ້​ທີ່​ມີ​ທິດ​ທາງ, ມີ​ຈຸດໝາຍ​ປາຍທາງ, ມີ​ການຈຳ​ແ​ນກມິດ-ສັດຕູ​ຢ່າງ​ຈະ​ແຈ້ງ ອັນ​ໄດ້​ເຮັດ​ໃຫ້ການ​ຕໍ່​ສູ້​ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ​ເຕີບ​ໃຫຍ່​ຂຶ້ນ​ເປັ​ນລຳດັບ ​ແລະ ຍາດ​ເອົາ​ໄຊຊະນະ​ມາ​ໄດ້​ຢ່າງ​ຕໍ່​ເນື່ອງ.

ປີ 1934 ​ໄດ້​ມີ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ ​ເພື່ອ​ຈັດ​ຕັ້ງ​ ຄະນະ​ພັກ​ແຄວ້ນ​ລາວ​ຂຶ້ນ ຢູ່​ດອນ​ຊິງ​ຊູ້ນະຄອນຫລວງ​ວຽງ​ຈັນ ​ເຮັດ​ໃຫ້ກາ​ນນຳພາ​ ການ​ຕໍ່​ສູ້​ຕ້ານ​ລັດທິ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່າ ນ​ັບ​ມືຂະຫຍາຍຕົວ. ບັນດາ​ເຫດການ ​ທີ່​ເປັນ​ຂີດ​ໝາຍ​ ທາງ​ປະຫວັດສາດ ໃນ​ພາລະກິດ​ຕໍ່ຕ້ານ​ກັບ​ ລັດທິ​ລ່າ​ເມືອງ​ຂຶ້​ນແບບເກົ່າ​ ອັນໄດ້​ແກ່​ກາ​ນລຸກ​ຮື້ຂຶ້ນ ຢຶດ​ເອົາ​ອຳນາດ​ການ​ປົກຄອງ​ຢູ່​ວຽງ​ຈັນ ໃນ​ວັ​ນທີ 23 ສິງຫາ 1945 ​ໄດ້​ນຳ​ໄປ​ສູ່​ ການ​ປະກາດ​ເອກະລາດ 12 ຕຸລາ ​ໃນປີ​ດຽວ​ກັນ, ສ້າງ​ຕັ້ງ​ລັດຖະບານ​ລາວ​ອິດສະຫຼະຊົ່ວຄາວ. ຫລັງ​ຈາກ​ນັ້ນ ​ກໍ່​​ໄດ້ຫັນທິດ​ອອກ​ສູ່​ຊົນນະບົດ​ ເພື່ອ​ຕ້ານ​ກັບ​ການ​ມາ​ຍຶດຄອງ​ລາວ​ ຄັ້ງ​ທີ II ຂອງຝຣັ່ງ, ​ໄດ້​ສ້າງ​ຕັ້ງ​ແນວ​ລາວ​ອິດສະຫລະ ​ແລະ ລັດຖະບານ​ຕໍ່ຕ້ານ ​ເພື່ອ​ເຕົ້າ​ໂຮມ​ປະຊາຊົນ ດຳ​ເນີນ​ການຕໍ່ຕ້ານ ​ໂດຍ​ສົມທົບ​ກັບ​ກອງທັບ ​ແລະ ປະຊາຊົນ​ຫວຽດນາມ ໃນ​ພາລະກິດ​ຕໍ່​ສູ້​ກັບ​ລັດທິ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່ານານ​ເຖິງ 9 ປີ ຈົນ​ໄດ້​ຮັບ​​ໄຊຊະນະ​ຢູ່​ສະໜາມຮົບ​ດຽນບຽນ​ຟູ, ອັນນຳ​ໄປ​ສູ່​ກອງ​ປະຊຸມ​ເຊີ​ແນວ ປີ 1954 ກ່ຽວ​ກັບອິນດູຈີນ; ​ໂລກ​ໄດ້​ຮັບ​ຮູ້​ເອກະລາດ, ອຳນາດ​ອະທິປະ​ໄຕ ຂອງ​ສາມ​ຊາດ​ອິນດູຈີນ ​ແລະ ນຳ​ເອົາ​ ປະ​ເທດ​ລາວ​ເຂົ້າ​ສູ່​ໄລຍະ​ສັນຕິພາບ ແລະ ຄວາມ​ປອງ​ດອງ​ຂອງ​ຊາດ ​ເປັນ​ເວລາ​ສັ້ນ, ຈາກນັ້ນ​ບ້ານ​ເມືອງ ກໍ່​ກັບ​ຄື​ສູ່​ສົງຄາມ​ເທື່ອ​ໃໝ່.
[ດັດແກ້] ສະໄໝເປັນສາທາລະນະລັດ ປະຊາທະປະໄຕປະຊາຊົນລາວ

ໃນວັນທີ 1 ທັນວາ ຄ.ສ 1975 ກອງປະຊຸມຜູ້ແທນທົ່ວປະເທດໄດ້ໄຂຂື້ນທີ່ນະຄອນຫລວງວຽງຈັນ ເຊິ່ງມີຜູ້ແທນເຂົ້າຮ່ວມ 264 ທ່ານ ເພື່ອຄົ້ນຄວ້າຕີລາຄາສະຖານະການຮ່ວມກັນ ແລະ ພິຈາລະນາອະນາຄົດຂອງປະເທດຊາດ. ຜ່ານການຄົ້ນຄວ້າພິຈາລະນາ, ຮັບຮອງເອົາການປະກາດຍຸບຕົວຂອງລັດຖະບານປະສົມຊົ່ວຄາວແຫ່ງຊາດ. ກອງປະຊຸມຍັງໄດ້ຕົກລົງມະຕິຮັບຮອງເອົາທຸງສາມສີວົງເດືອນເປັນທຸງຊາດລາວ, ຮັບຮອງເອົາເນື້ອຮອງເພງຊາດໃໝ່, ຮັບຮອງເອົາພາສາລາວ ເປັນພາສາທາງການ ແລະ ປະກາດປະເທດລາວເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ປະກາດແຕ່ງຕັ້ງ ທ່ານ ສຸພານຸວົງ ເປັນປະທານປະເທດ, ແຕ່ງຕັ້ງທ່ານ ໄກສອນ ພົມວິຫານ ເປັນນາຍົກລັດຖະມົນຕີ, ແຕ່ງຕັ້ງ ເຈົ້າສີສະຫວ່າງວັດທະນາ ເປັນທີ່ປຶກສາສູງສູດຂອງປະທານປະເທດ, ແຕ່ງຕັ້ງ ເຈົ້າສຸວັນນະພູມມາ ເປັນທີ່ປຶກສາສູງສູດຂອງລັດຖະບານ ແລະ ຜ່ານມະຕິອື່ນໆ. ໃນວັນທີ 2 ທັນວາ ຄ.ສ 1975 ກອງປະຊຸມໄດ້ປິດລົງດ້ວຍຜົນສຳເລັດອັນສະຫງ່າງາມ.

ພາສາ

ພາສາລາວ ແມ່ນພາສາທາງການຂອງປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນພາສາແມ່ຂອງຊົນຊາດລາວ ແລະ ຊົນເຊື້ອສາຍອື່ນໃນປະເທດລາວ ພາສາລາວມີວັນນະຍຸດ ມີຄວາມສຳພັນຄ້າຍຄຽງກັບພາສາພາກຕາເວັນອອກສຽງເໜືອ( ອີສານ ) ຂອງປະເທດໄທ ລະບົບການຂຽນຈະໃຊ້ ຕົວອັກສອນລາວຊື່ງເປັນລະບົບອັກສອນສະຫຼະປະກອບ (ລະບົບການນຂຽນ ທີ່ປະກອບດ້ວຍສັນຍາລັກແທນພະຍັນຊະນະ ແລະ ຕິດຕາມດ້ວຍສະຫຼະທີ່ຈະຢູ່ທາງໜ້າ ທາງຫຼຼັງ ທາງເທິງ ທາງລຸ່ມ ຂອງພະຍັນຊະນະ) ແລະ ມີຄວາມສຳພັນໃກ້ຊິດກັບພາສາໄທ. ພາສາລາວແມ່ນ ພາສາໃນກຸ່ມພາສາລາວ-ໄຕ ອັນເປັນກຸ່ມຍ່ອຍຂອງຕະກູນພາສາໄທ-ກະໄດ
[ດັດແກ້] ຄວາມເປັນມາຂອງພາສາລາວ

ພາສາລາວສືບຖອດມາຈາກ ພາສາໄຕ ຢູ່ພາກໃຕ້ຂອງປະເທດຈີນຊື່ງເປັນຈຸດດັ່ງເດີມຂອງຫລາຍພາສາຕ່າງໆ ທີ່ຍັງໃຊ້ແລະເວົ້າຢູ່ໂດຍຫລາຍຊົນເຜົ່າ. ເນື່ອງຈາກຖືກຄວາມກົດດັນຈາກການຂະຫຍາຍຕົວ ຂອງອານາຈັກຈີນ, ການບຸກລຸກຂອງຊາວມົງໂກນ ແລະ ການປູກຝັງທຳມາຫາກີນ, ຄົນໄຕໃດ້ຍົກຍ້າຍລົງມາພາກໃຕ້ ຕາມຮີມຝັ່ງແມ່ນ້ຳຂອງ. ການອົບພະຍົກຂອງຊາວໄຕກໍ່ໄດ້ມີກ່າວໄວ້ໃນຕຳນານຂອງເຈົ້າພະຍາ ຂຸນບູຣົມຣາຊາທິຣາດ.

ພາສາລາວ
ອັກສອນລາວເດີມ
ອັກສອນລາວບູຮານ

[ດັດແກ້] ສາດສະໜາ

ຄົນລາວສ່ວນຫຼາຍນັບຖື ສາດສະໜາພຸດ ນິກາຍຫິນະຍານ ເຊິ່ງເປັນສາດສະໜາປະຈຳຊາດ (60% ຂອງປະຊາກອນທັງໝົດ) ຄວບຄູ່ກັບລັດທິນັບຖືຜີບັນພະບູລຸດຂອງຊົນເຜົ່າສ່ວນໜ້ອຍໃນເຂດຫ່າງໄກສອກຫຼີກ ສ່ວນຄົນລາວທີ່ນັບຖືສາດສະໜາຄຣິດ ແລະ ອິດສະລາມມີຈຳນວນໜ້ອຍຫຼາຍ ໂດຍສາດສະໜາຄຣິດ ສ່ວນຫຼາຍຈະມີຜູ້ນັບຖືເປັນກຸ່ມຄົນຫວຽດນາມທີ່ອົບພະຍົບເຂົ້າຢູ່ລາວ ແຕ່ສະໄໝສົງຄາມ, ສ່ວນສາດສະໜາອິດ ສະລາມ ພົບວ່າມີການນັບຖືໃນໝູ່ຊົນເຜົ່າສ່ວນໜ້ອຍ(ຊົນເຜົ່າຫ້ໍ) ທີ່ອາໄສຕາມຊາຍແດນດ້ານຕິດກັບປະເທດມຽນມາ ແລະ ຊຸມຊົນມຸດສະລິມທີ່ມີເສື້ອສາຍ ອາຊີໃຕ້ ແລະ ຈາມໃນນະຄອນຫຼວງວຽງຈັນ ສາດສະໜາ: ສາດສະໜາພຸດ ນິກາຍເຖຣະວາດ 60%
[ດັດແກ້] ວັດທະນະທຳ

ພຸດທະສາດສະໜານິກາຍເຖຣວາດ ນັບເປັນແບບແຜນຫຼັກຂອງວັດທະນະທຳລາວ ຊື່ງປາກົດໃຫ້ເຫັນທົ່ວປະເທດ ທັງໃນດ້ານພາສາ ແລະ ສິລະປະ, ວັນນະຄະດີ, ສິລະປະການສະແດງ ຯລຯ ສຳຫຼັບດົນຕີລາວນັ້ນ ຍັງຄົງມີອິດທິພົນຂອງແຄນ ຊຶ່ງເປ້ນເຄື່ອງດົນຕີປະຈຳຊາດ ວົງດົນຕີຂອງລາວແມ່ນວົງໝໍລຳ ມີ ໝໍລຳ ແລະ ໝໍແຄນ ທຳນອງການຂັບຈະແຕກຕ່າງກັນໄປຕາມທ້ອງຖິ່ນ ທາງພາກເໜືອເອິ້ນວ່າ ຂັບ ພາກໃຕ້ຈາກ ບໍລິຄຳໄຊລົງໄປເອິ້ນວ່າ ລຳ ເຊ່ັນ: ຂັບງຶ່ມວຽງຈັນ, ຂັບພວນຊຽງຂວາງ, ລຳສາລະວັນຂອງແຂວງສະລະວັນ, ລຳພູໄທ, ລຳຕັງຫວາຍ, ລຳຄອນສະຫວັນ, ລຳບ້ານຊອກຂອງແຂວງສະຫວັນນະເຂດ, ລໍາໂສມ, ລຳສີພັນດອນຂອງແຂວງຈຳປາສັກ, ລຳມະຫາໄຊຂອງແຂວງຄຳມ່ວນ, ຂັບທຸ້ມຂອງແຂວງຫຼວງພະບາງ, ຂັບລື້ຂອງຊາວລື້ ເປັນຕົ້ນ ການແຕ່ງກາຍທີ່ເປັນເອກະລັກຢ່າງໜຶ່ງຂອງຄົນລາວແມ່ນ ຜູ້ຍິງຈະນຸ່ງສິ້ນ,ເກົ້າຜົມ,ບ່ຽງແພ. ອາຫານຂອງຄົນລາວຈະກິນເຂົ້າໜຽວເປັນຫຼັກ ອາຫານທີ່ເປັນເອກະລັກແມ່ນ: ແຈ່ວ, ຕຳໝາກຮຸ່ງ, ປິ້ງໄກ່, ສົ້ມປາ ເປ້ນຕົ້ນ.

ອະລິຍະທຳເກົ່າແກ່ຂອງລາວນັ້ນ ມີປາກົດຈາກຫຼັກຖານດ້ານບູຮານຄະດີຍຸກຫີນ ຢູ່ ທົ່ງໄຫຫິນ ແຂວງຊຽງຂວາງ

Sunday, 15 May 2011

ກົງກັມກົງກວຽນ

ວິສາຂາລໍາລຶກ

- ສິບນິ້ວຍົກໃສ່ເກົ້າ ເນົາແນບເໜືອສຽນ
ລຽນລໍານຳຊູຖວາຍ ອົງຊຸລີພຣະກອນນ້ອມ
ປັນຈາງກາຍກຽມພ້ອມ ອະພິວັນທະນາການແນບເນັ່ງ
ເປັ່ງວາຈາກ່າວໄຫວ້ ວັນທາໄທ້ໜໍ່ພຸດໂທ

- ສຸຄະໂຕເລີດລໍ້າ ພຣະອົງຍິ່ງເໜືອໂລກັນ
ພຸດທະວັນລີລາຜາຍ ເປັນຍອດຄົນອະນັນລໍ້າ
ຍິ່ງກວ່າຄົນໃນກໍ້າ ໂລກາໄກເກີນເຂດ
ທວາຍເທດເໜືອນ່ານຟ້າ ວັນທານ້ອມຍົກຍໍ

- ພຣະອົງເປັນໜໍ່ໄທ້ ອົງເອກສັບພັນຍູ
ເປັນຍອດຄູຂອງມະນຸດ ໝູ່ເທວະດາດ້ວຍ
ພຣະອົງສອນໃຜແທ້ ບໍ່ເຄີຍມີຕົກຕໍ່າ
ນໍາເອົາຕົນລອດພົ້ນ ຈະເຣີນກ້າວຮຸ່ງເຮືອງ

- ພຣະອົງເປັນບາດເບື້ອງ ເໝືອນດັ່ງນາວາຫຼວງ
ນໍາປວງຊົນນະຄອນຄາມ ໄຕ່ຕາມພຣະອົງພົ້ນ
ບໍ່ວ່າຄົນສູງຊັ້ນ ບັນດິດນັກປາດ
ຂ້າທາດສັກຕໍ່າຕ້ອຍ ກໍນໍາຂ້າມບໍ່ໃຫ້ຫຼໍ

- ຈຶ່ງວ່າ ພຣະອົງເປັນໜໍ່ເນື້ອ ນາມໜຶ່ງພຣະສັດຖາ
ສາດສະດາອົງດຽວ ຜູ່ອັ່ງນອງພຣະທັມແທ້
ນັບວ່າມີຄຸນລໍ້າ ຫາໃຜທຽມທັນທ່ານ
ຈັກກະວານກ່າວຍ້ອງ ນໍາພົນຂ້າມພຣະນິບພານ

- ຄຸນພຣະອົງເກີນກວ່າລ້ານ ລົ້ນລື່ນເກີນຊິນັບ ແທ້ດາຍ
ຈັບເອົາພຽງພໍຈາ ກໍຍິ່ງສູງສະເໝີຟ້າ
ພຣະປັນຍາທິຄຸນກ້າ ພຣະສັດທັມສັດຈະເຈດ
ພຣະອົງເທເທດໄວ້ ຫຼາຍລົ້ນລື່ນໄຕຣ

- ພຣະບໍຣິສຸດທິຄຸນໄດ້ ໝົດຈົດຍອດບໍ່ມີໝອງ
ກິເລດມານຕາຍກອງ ມຸ່ນກະຈວນກະຈາຍຟົ້ງ
ບໍ່ມີຫຼົງເຫຼືອໄວ້ ຄົງຄາຈັກສະໜ່ອຍ
ພຣະອົງກົງຈ່ອຍໆ ສະເດັດເຂົ້າສູ່ນິບພານ

- ພຣະມະຫາທິຄຸນຍິ່ງສະທ້ານ ກວາມເມກເຮືອງຣິດ
ພຣະອົງມີເຫຼືອຫຼາຍ ຍາກຊິພັນລະນາສ້ຽງ
ຜະດຽງນໍາພົນຂ້າມ ໂອຄະຫຼວງອັນກວ້າງໃຫຍ່
ເໜືອແຜ່ນໄຕຣພົບພື້ນ ຕາມເບື້ອງບາດພຣະອົງ

- ນັບຕັ້ງແຕ່ພຣະອົງໄດ້ ຕັດສະຮູ້ສ່ອງເປັນພຸດທະ
ໜໍ່ພຣະໂຄຕະມະ ແຜ່ໂພທິຍານກວ້າງ
ແກ່ປວງຊົນທັງຫຼາຍລ້ວນ ບໍ່ຜັນແຜແບ່ງແຍກ
ຍົກຍໍຊົດຊ່ວຍໃຫ້ ສະເໝີດ້າມດັ່ງກັນ

- ພຣະອົງນັບແຕ່ໄດ້ ຕັດສ່ອງສໍຣະຍານ
45 ວັດສາການ ບໍ່ເນັ່ງເນົານອນລ້າ
ຫວັງເພື່ອພາພົນຂ້າມ ມະຫາສະໝຸດໃຫ້ພົ້ນເຂດ
ພຸດທະກິດທີ່ພຣະອົງສ້າງ ຄວນອ້າງກ່າວເຖິງ

- ປຸບພັນເຫ ຕື່ນແຕ່ເຊົ້າ ພຣະອົງທ່ຽວໂຜດສັດ
ບິນທະບາດໄປຕາມທາງ ໂຜດຄົນທັງຄ້າຍ
ໝາຍເພື່ອໄປປົດເປື້ອງ ໃຫ້ບຸກຄົນໄດ້ພົ້ນຜ່ານ
ຫຼຸດອອກຈາກຄວາມໂງ່ຈ້າ ຫັນໜ້າສູ່ກະເສີມ

- ສາຍັນເຫ ຕາເວັນບ່າຍຄ້ອຍ ໂຄ້ງອ່ວຍລົງແລງ
ພຣະອົງເທສະໜາສອນ ໂຜດຄົນທີ່ມານ້ອມ
ທັງໝູ່ຣາຊາເຈົ້າ ຄອງເມືອງນະຄອນຣາດ
ທັງອາມາດຮັບໃຊ້ ປະຊາເຊື້ອທຸກເຜົ່າຊົນ

- ປາໂທເສ ມືດອໍ່າຄໍ້າ ມິດມີ່ຕາເວັນຕົກ
ພຣະອົງເທສນາສອນ ໝູ່ສົງພິກຂຸເຈົ້າ
ຜູ້ທີ່ຫວັງມາເຝົ້າ ຖາມບັນຫາທູນເຫດ
ພຣະອົງເທເທດໃຫ້ ໄຂແຈ້ງຍົກພຣະທັມ

- ອັຕຖະຣະເຕ ກໍ້າ ເດິກດື່ນທ່ຽງຄືນ
ຝູງໝູ່ຄົນທັມມະດານອນ ແຕ່ພຣະອົງຍັງສອນເຊື້ອ
ເທວະດາມາເຝົ້າ ພຣະພຣົມມາຖາມເຫດ
ພຣະອົງເທເທດໃຫ້ ໄຂແຈ້ງບໍ່ເສື່ອງອໍາ

- ປັດຈຸດເສ ແສງທອງອ້ຳ ໃກ້ຊິຮຸ່ງນະພາໃສ
ພຣະອົງຊົງຍານຫຼິງ ກວດດູຂະຫຍາຍກວ້າງ
ຈ້ອງສ່ອງແຍງທິບພະຈັກຂຸຂ້າມ ກວາມໄຕຣໂລກດ່ານ
ເຫັນສ່ອງຍານຢັ່ງຮູ້ ຄົນທີ່ຕ້ອງໄປຊ່ວຍປອງ

- ສິ່ງທີ່ພຣະອົງທໍານັ້ນຖືກຕ້ອງ ເປັນແບບຢ່າງຕາມຄວາມຈິງ
ພຸດໂທ ເມ ນາໂຖ ເປັນທີ່ເພິ່ງພິງຄົນແທ້
ຂໍແກ່ວັນທານ້ອມ ຍໍພຣະກອນນົບນ້ອມ
ເໜືອຫວ່າງສຽນເກດເກົ້າ ຄະນິງເບື້ອງຫ່ອມພຣະທັມ

- ຊາວໂລກເບື້ອງຝ່າຍກໍ້າ ທະວີບອື່ນໂລກາໄກ
ຍົກເອົາວັນວິສາຂະມາ ປະກາດໄກກຽງລໍ້າ
ຍົກເປັນວັນສໍາຄັນຄໍ້າ ໃຫ້ປວງຊົນໄດ້ສືບຕໍ່
ສຶກສາແບບບາດເບື້ອງ ພຣະອົງໄວ້ແລ້ວໄຕ່ຕາມ

- ຊາວພຸດລາວບໍ່ໄດ້ຂວ້າມ ກ້າວກ່າຍແລະລືມຫຼົງ
ເຖິງວັນເພັງເດືອນຫົກ ໄດ້ຮ່ວມກັນຖວາຍນ້ອມ
ນັບແຕ່ລາວຈະເຣີນຂຶ້ນ ພັດທະນາເອກະຣາດ
ຫຼາຍຮ້ອຍປີລ່ວງຂວ້າມ ລາວກໍນ້ອມບໍ່ເສື່ອມຄາຍ ຊອບແລ້ວ.

- ວັນນີ້ ເປັນວັນຄ້າຍ ເຫດການໃຫຍ່ໃນຊີວິດ ພຣະອົງແລ້ວ
ເປັນທີ່ອັດສະຈັນໃຈ ຍາກຄົນຊິທຳໄດ້
ຫາໃຜໃນຈັກກະວານກວ້າງ ຈະທຳການເໝືອນພຣະອົງທ່ານ
ສາມເຫດການທີ່ກ່າວອ້າງ ຄວນນ້ອມໃສ່ໃຈ

- ເຫດການໜຶ່ງນັ້ນບອກໄວ້ ເປັນວັນເກີດມະຫາບູຣຸດ
ໜໍ່ພຣະພຸດທາງກຸໂລ ປະເສີດສີແສນລ້ານ
ເປັນກຸມານພຣະອົງນ້ອຍ ກາງໄພປ່າໄມ້ໃຫຍ່
ສີສຸດໂທທະນະ-ມະຫາມາຍາມອບໃຫ້ ສາກົນໄດ້ເພິ່ງບຸນ

- ເຫດການສອງໄຕຣໂລກໄດ້ ເປັນວັນໃຫຍ່ມະຫາໄຊ
ຕັດສະຮູ້ພຣະແຂໄຂ ແຈ້ງສ່ອງຍານເຍືອງຮູ້
ອົງພຣະສັບພັນຍູເຈົ້າ ເຫັນປັນຍາທັມດວງປະເສີດ
ພຣະອົງເລີດລື່ນແທ້ ຫາໃຜໄດ້ໄປ່ສະເໝີ

- ເຫດການສາມໂລກອ່າວເພີ້ ພຣະອົງຈາກມວນມະນຸດ
ຫຼຸດຈາກໂອຄະຫຼວງ ສູ່ນິບພານອັນນັນລ້ຳ
ວາງແຕ່ພຣະທັມໄວ້ ໃຫ້ຊາວຊົນໄດ້ຕາມໄຕ່
ໂລກວິໄລກ້່າວໜ້າ ມາເທົ້າທຸກວັນ

- ດ້ວຍສາມເຫດການໃຫຍ່ນັ້ນ ຊາວພຸດຈຶ່ງທຳບຸນ
ເນື່ອງໃນວັນເດືອນຫົກເພັງ ວິຂາບູຊານ້ອມ
ຂໍແກ່ຊົນຊາວເຊື້ອ ເຄືອລາວນ້ອຍໜຸ່ມ
ຈົ່ງເຊີດຊູປຸ້ມລຸມສະຫຼອງວັນປະເສີດນີ້ ໃຫ້ຍືນໝັ້ນຢູ່ຄູ່ລາວ ທ່ານເອີຍ.

Saturday, 14 May 2011

ປະຖົມມະກະຖາ ແລະຊຸມນຸມເທວະດາ

1. ປະຖະມະກະຖາ (ປະຖົມມະກະຖາ)
- ວັນທິຕ໌ວາ ສີຣະສາ ພຸທທັງ ສະທັມມະຄະນຸຕຕະມັງ ອິທັງ ປະຣິຕຕະສັງເຂປັງ ປະວັກຂາມິ ຍາຖາພະລັງ (ແປ) ຂ້າຂໍນ້ອມໄຫວ້ພຣະສັມມາ ສັມພຸດທະເຈົ້າ ພ້ອມດ້ວຍພຣະສັທທັມ ແລະໝູ່ພຣະອະຣິຍະສົງຄ໌ຜູ້ອຸດົມ ດ້ວຍສຽຣເກົ້່າ ແລ້ວຈະກ່າວພຣະປະຣິຕຕ໌ ອັນສັງເຂປນີ້ຕາມກໍາລັງ ຯ

2. ຊຸມນຸມເທວະດາ (ປ່າວເທວະດາ)

- ສະມັນຕາ ຈັກກະວາເລສຸ ອັຕ໌ຣາຄັຈສັນຕຸ ເທວະຕາຄະຕາ ສັທທັມມັງ ມຸນິຣາຊັສສະ ສຸນັນຕຸ ສັຄຄະໂມກຂະທັງ (ແປ) ຂໍເຊີນເທວະດາເຈົ້າ ທັງຫຼາຍໃນຈັກກະວາລໂຄຍຮອບ ຈົ່ງມາໃນທີ່ນີ້(ແລ້ວ) ຈົ່ງຟັງພຣະສັທທັມຂອງພຣະມຸນີຣາຊ ອັນອາຈໃຫ້ໄດ້ສວັຣຄ໌ ແລະນິພພານ ຯ

ຢົດນໍ້າ ໃນຍອດຫຍ້າ

ຢົດນໍ້າຝົນຄ້າງໃນຍອດຫຍ້າລໍເວລາແຕ່ ຊິຫຼົ່ນ
ຫາກຄົນເກີດມາພຽງສ້າງໂລກໃຫ້ ສັບສົນ
ກໍຈະຕົກຫຼົ່ນລົງຕໍ່າດັ່ງ ນໍ້າຝົນ
ຢົດນໍ້າຄ້າງຍອດຫຍ້າລໍຖ້າແຕ່ ຊິຕົກ

ເໝືອນກັບຄົນເກີດມາໃນສັງຄົມສ້າງ ຄວາມຮົກ
ແມ່ນຈະຕົກລົງດິນກໍ ສິ້ນຫວັງ
ບໍ່ສ້າງປະໂຫຍດແມ່ນພຽງ ໜຶ່ງຄັ້ງ
ກໍປ່ຽບດັ່ງເມັດຝົນບົນຍອດ ຫຍ້າຄາ
ນັ້ນແລນາ

ເພງຫຼິນບູຮານ

- ສະໄໝຍັງນ້ອຍ ເຄີຍຫຼິ້ນຢູ່
ຈໍ້າໝູ່ມີ ໝູ່ມົກໝູ່ມົນ
ຫັກຄໍຄົນໃສ່ໜ້ານົກກົດ
ໜ້ານົກກົດໜ້າລິງໜ້າລາຍ
ໜ້າຜີພາຍໜ້າຢິກໜ້າຫຍ່ອມ
ໜ້າຂ່ອມຫລ້ອມເຂົ້າຟັກເຂົ້າພັນ
ໄທວຽງຈັນໃສ່ແຫວນເບື້ອງຊ້າຍ
ຍ້າຍອອກຕອກສິ່ວຫຼິ້ວງັບ
ໝາຕິດກັບເຂົ້າປ່າເຮວຮີບ
ໄດ້ລູກຊາຍຫຼານຊາຍອອກກ່ອນຫຼອນຮັບ.

ເຄື່ອງມະຫໍຣະສົບລາວ

- ແຕ່ກ່ອນ ວັດເປັນໂຮງຮຽນ ວິຊາການຕ່າງໆ ສອນທີ່ວັດ ຊາວບ້ານມາຮຽນທີ່ວັດ ສະນັ້ນເຮົາຈຶ່ງເຫັນວັດແຕ່ລະວັດມີໂຮງຮຽນ ທີີ່ວັດແສນເໜືອ ມີໂຮງຮຽນຢູ່ໃນວັດ ປັດຈຸບັນໂຮງຮຽນໄດ້ພັດທະນາອອກໄປວັດບາງວັດກໍບໍ່ມີໂຮງຮຽນຂອງຊາວບ້ານ, ສະໄໝບວດໃໝ່ ຕອນປີ 1980 ພໍ່ເຖົ້າຈານໝູນ ບ້ານເມືອງແສນເວົ້າເລື່ອງນີ້ໃຫ້ຟັງວ່າ ທີ່ວັດແສນເໜືອ ມີກຸຕິຫຼັງໜຶ່ງເປັນບ່ອນໄວ້ເຄື່ອງມະໂຫຣີໂດຍສະເພາະ, ກ່ອນປົດປ່ອຍຫຼາຍວັດຊຸດໂຊມລົງຫຼາຍ ສະພາບບ້ານເມືອງປ່ຽນໄປ ກໍບໍ່ມີເຄື່ອງມະໂຫລີແລ້ວ ແຕ່ພໍ່ເຖົ້າຈານໝູນເວົ້າໃຫ້ຟັງວ່າ ສະໄໝເພິ່ນບວດ ນັ້ນກໍປະມານ 1880 ນັ້ນມີໂຮງທີ່ວັດໝົດ.
- ພໍ່ເຖົ້າຈານໝູນຍັງເວົ້າໃຫ້ຟັງ ພໍຈື່ໄດ້ວ່າ ເຄື່ອງມໍໂຫຣີ ແລະເພື່ອຫຼິ້ນໃນງານມະຫໍຣະສົບນັ້ນ ປະເພດເຄື່ອງດົນຕຣີລາວ ມີ 4 ປະເພດ ຄື:
1. ເຄື່ອງດີດ
2. ເຄື່ອງສີ
3. ເຄື່ອງຕີ ແລະ
4. ເຄື່ອງເປົ່າ.
- ສະນັ້ນ ຈຶ່ງມີຄໍາເວົ້າວ່າ ດີດສີຕີເປົ່າ ແມ່ນລັກສະນະການບອກເຖິ່ງການຫຼິ້ນມະໂຫຣີ,
- ເຄື່ອງດີດສີຕີເປົ່າລາວນັ້ນ ມີດັ່ງນີ້:
1. ກອງ (ກອງຍາວ, ກອງຫາງ, ກອງຕະໂພນ, ກອງຣຳມະນາດ, ກອງຕຸ້ມ, ກອງສັ້ນ, ກອງຊວາ, ກອງກິ່ງ, ກອງຊຸມ)
2. ສິ່ງ
3. ແສ່ງ
4. ຄ້ອງ (ແຍກປະເພດໄປຫຼາຍແບບ)
5. ແກ
6. ຂຸ່ຍ
7. ແຄນ
8. ຈັບປີ່
9. ຊໍ (ປະເພດຕ່າງ)
10. ຣະນາດ.
11. ປີ່ (ປະເພດຕ່າງ)
12. ພິນ.
13, ສັງ.
14. ສະໄນ.
15. ພັງຮາດ
16. ຣະຄັງ.
---------------
- ນອກນີ້ຍັງມີສິ່ງໃຫ້ເກີດສຽງ ເພື່ອໃຊ້ໃນປະໂຫຍດອື່ນໆ ອີກເຊັ່ນ ເຂາະ, ຂິກ, ກະລໍ, ໂປງ, ຣະຄັງ, ແປ່ງ.

ຕາລະລາງຈັດກິດຈະກັມສະຫຼອງັວນວິສາຂາບູຊາ ທີ່ຫໍທັມມະສະພາ ພຣະທາດຫຼວງ

ວັນທີ 15/05/2011
- 08:00 ໂມງ ເຕົ້າໂຮມພຣະສົງສາມະເນນ ແລະຍາດໂຍມ.
- 08:30 ໂມງ ໄຫວ້ພຣະ-ຮັບສິນ-ບວດຂາວ(ໃຫ້ແກ່ຍາດໂຍມ)
- 09:00 ໂມງ ພິທີການເປີດງານ. ເຖິງ 10:00 ໂມງ
- 10:00 ໂມງ ສູດພຣະໄຕຣປີດົກຊຸດ 1 (ພຣະວິໄນປິດົກ) ຮອດ 10:45 ໂມງ
- 11:30 ໂມງ ສັນເພນ/ຮັບປະທານອາຫານ
- 13:30 ໂມງ ສະແດງພຣະທັມມະເທດສະນາ(ຄວາມສໍາຄັນຂອງພຣະວິໄນປິດົກ) ຮອດ 14:00 ໂມງ
- 14:15 ໂມງ ສູດພຣະໄຕຣປີດົກຊຸດ 2 (ພຣະວິໄນປິດົກ) ຮອດ 15:00 ໂມງ
- 15:15 ໂມງ ຝຶກສະມາທິພາວະນາ ຮອດ 15:45 ໂມງ
- 16:00 ໂມງ ພັກຜ່ອນ
- 18:30 ໂມງ ເຕົ້າໂຮມພົນ.
- 19:00 ໂມງ ໄຫວ້ພຣະແລງ ຮອດ 20:00 ໂມງ.
- 20:15 ໂມງ ສະແດງທັມມະເທດສະນາ (ພຸດທະປະວັດຕອນປະສູດ) ຮອດ ເວລາ 21:00 ໂມງ.
- 21:00 ໂມງ ພັກຜ່ອນຕາມອັດທະຍາໄສ ແລະນອນ.
--------------------------------------------------------------------------------------------------------
ວັນທີ 16/05/2011
- 03:30 ໂມງ ສັນຍານລະຄັງຕອນເຊົ້າ.
- 04:30 ໂມງ ໄຫວ້ພຣະເຊົ້າ ຮອດ 05:30 ໂມງ.
- 06:30 ໂມງ ສັນເຂົ້າເຊົ້າ/ຮັບປະທານອາຫານ.
- 08:00 ໂມງ ສູດພຣະໄຕຣປີດົກຊຸດ 3 (ພຣະສູດຕັນຕະປິດົກ) ຮອດ 08:45 ໂມງ
- 09:00 ໂມງ ອະທິບາຍພຣະສູດຕັນຕະປີດົກ ຮອດ 09:30 ໂມງ
- 09:45 ໂມງ ສູດພຣະໄຕຣປີດົກຊຸດ 4 (ພຣະສູດຕັນຕະປິດົກ) ຮອດ 10:30 ໂມງ
- 10:45 ໂມງ ສະແດງທັມມະເທດສະໜາ (ຄວາມສໍາຄັນຂອງພຣະສູດຕັນຕະປິດົກ ຮອດ 11:15 ໂມງ.
- 11:30 ໂມງ ສັນເພນ
- 13:30 ໂມງ ສູດພຣະໄຕຣປີດົກຊຸດ 5 (ພຣະສູດຕັນຕະປິດົກ) ຮອດ 14:10 ໂມງ
- 14:15 ໂມງ ຝຶກສະມາທິພາວະນາ ຮອດ 15:00 ໂມງ.
- 16:00 ໂມງ ພັກຜ່ອນ
- 18:30 ໂມງ ເຕົ້າໂຮມພົນ
- 19:00 ໂມງ ໄຫວ້ພຣະແລງ ຮອດ 20:00 ໂມງ.
- 20:15 ໂມງ ສະແດງທັມມະເທດສະນາຕອນຕັດສະຮູ້ ຮອດ 21:0 ພັກຜ່ອນນອນ.
---------------------------------------------------------------------------------------------
ວັນທີ 17/05/2011
- 03:30 ໂມງ ສັນຍານລະຄັງຕອນເຊົ້າ.
- 04:30 ໂມງ ໄຫວ້ພຣະເຊົ້າ ຮອດ 05:30 ໂມງ.
- 06:30 ໂມງ ສັນເຂົ້າເຊົ້າ/ຮັບປະທານອາຫານ.
- 07:00 ໂມງ ຕັກບາດຖວາຍສັງຄະທານ ພຣະສົງ 108 ອົງ, ຟັງທັມມະເທສນາ 1 ກັນ
- 09:00 ໂມງ ສູດພຣະໄຕຣປີດົກຊຸດ 6 (ພຣະອະພິທັມປິດົກ) ຮອດ 09:45 ໂມງ
- 10:50 ໂມງ ສະແດງທັມມະເທດສະໜາ (ຄວາມສໍາຄັນຂອງພຣະອະພິທັມປິດົກ) ຮອດ 11:20 ໂມງ.
- 11:30 ໂມງ ສັນເພນ
- 13:30 ໂມງ ຝຶກສະມາທິພາວະນາ ຮອດ 14:10 ໂມງ
- 14:15 ໂມງ ສູດພຣະໄຕຣປີດົກຊຸດ 7 (ພຣະອະພິທັມປິດົກ) ຮອດ 15:00 ໂມງ.
- 16:00 ໂມງ ພັກຜ່ອນ
- 18:30 ໂມງ ເຕົ້າໂຮມພົນ
- 19:00 ໂມງ ແຫ່ດອກໄມ້ວຽນທຽນຮອບອົງພຣະທາດຫຼວງ ຮອດ 20:00 ໂມງ.
- 20:15 ໂມງ ສະແດງທັມມະເທດສະນາຕອນປະຣິນິພານ ຮອດ 21:00 ພັກຜ່ອນນອນ.
- 21:30 ໂມງ ຈົບພິທີ ແລະເລີກແລ້ວວັນນັ້ນ.

ໝາຍເຫດ : (ໂດຍ:ສາຍເຊລຳເພົາ ປະກາດເພີ່ມຕື່ມ)
- ທ່ານໃດ ມີສັດທາຢາກໄປຮ່ວມທໍາກິດຈະຈະເປັນຊົ່ວຄາວ ຫຼືຕະຫຼອດໄປພົວພັນ ທີ່ຫ້ອງການສູນກາງ ອ.ພ.ສ ໂດຍກົງແຕ່ວັນນີ້ເປັນຕົ້ນໄປ
http://my.opera.com/neuang/blog/show.dml/30118592

Thursday, 12 May 2011

ວິສາຂະບູຊາວັນບຸນວັດທະນະທັມລາວ ວັນສຳຄັນສາກົນແຫ່ງໂລກ

. ຄວາມເປັນມາຂອງວັນວິສາຂະບູຊາໃນລາວ.
- ວັນບຸນວິສາຂະບູຊາ ໄດ້ປາກົດຢ່າງຈະແຈ້ງໃນຮີດ 12 ອັນເປັນແມ່ບົດທາງວັດທະນະທັມລາວ ເຊິ່ງທາງຣາຊະການໃນອານາຈັກລ້ານຊ້າງ ໄດ້ກໍານົດເອົາວັນສໍາຄັນທາງສາສນາ ເປັນວັນທີ່ຊາວລ້ານຊ້າງໄດ້ປະພຶດປະຕິດບັດຕາບເທົ້າທຸກວັນນີ້ ຊາວລາວໃນຂອງເຂດທົ່ວປະເທດ ທີ່ເປັນຊາວພຸດ ໄດ້ສືບທອດປະຕິບັດມາ ໂດຍປະເພນີ ເຊິ່ງຊາວພຸດລາວທັງມວນໃຜໆ ກໍຮັບຮູ້ຄວາມໝາຍຄວາມຄໍາຄັນຂອງວັນດັ່ງກ່າວ ທັງຍັງໄດ້ສືບທອດປະຕິບັດຢ່າງສະໝໍ່າສະເໝີໂດຍບໍ່ລະຮີດໃຫ້ໝອງ ບໍ່ລະຄອງໃຫ້ເສົ້າ ເຖິງແມ່ນວ່າໃນຍາມປະເທດຊາດຢູ່ໃນພາວະສົງຄາມ ຫຍຸ້ງຍາກເໝືອນໃນອະດີດຜ່ານມາ ມາຮອດປັດຈຸບັນປະເທດຊາດ ແລະປະຊາຊົນລາວແມ່ນຢູ່ໃນພາວະ ການສ້າງສາ ແລະພັດທະນາປະເທດຊາດພັກ-ລັດຖະບານ ແລະອົງການພຸດທະສາສນາຍິ່ງໄດ້ເພີ່ມທະວີວຽກງານດ້ານພຸດທະສາສນາຢ່າງຕັ້ງໜ້າ.
2. ພຸດທະສາສນາເຂົ້າສູ່ດິນແດນລາວ ແລະປະເທດລ້ານຊ້າງ.
- ດິນແດນທີ່ເປັນພາກພື້ນຂອງອະນຸທະວີບອາຊີອາຄະເນນີ້ ເປັນດິນແດນຂອງຊົນຊາດຫຼາຍເຜົ່າຊົນ, ເມື່ອ 2500 ກວ່າປີຜ່ານມາມີນະຄອນລັດຫຼາຍນະຄອນລັດກໍາເນີດ ເກີດຂຶ້ນຕາມສອງຟາກຝັ່ງແມ່ນໍ້າຂອງ ນະຄອນລັດຕ່າງໆເລົ່ານັ້ນ ມີມະຫານະຄອນລັດທີ່ມີອຳນາດຫຼາຍນະຄອນລັດເກົ່າແກ່ ນັກປະຫວັດທັງໃນ ແລະນອກປະເທດ ໄດ້ຍອມຮັບຊື່ນະຄອນລັດເລົ່ານັ້ນວ່າ ມີອາຣະຍະທັມເກົ່າແກ່ທີ່ສຸດ ຄື
ກ. ນະຄອນສີໂຄຕປະປຸຣະ(ນະຄອນສີໂຄດຕະບອງ)
ຂ. ນະຄອນຈັນທະບູຣີ (ວຽງຈັນປັດຈຸບັນ)
ຄ. ນະຄອນຊຽງດົງ, ຊຽງທອງ (ຫຼວງພຣະບາງປັດຈຸບັນ)
ງ. ນະຄອນສຸວັນນະໂຄມຄຳ (ເມືອງຫ້ວຍຊາຍ-ຊຽງແສນ)
ຈ. ນະຄອນລາວະຣັດຖະ (ລົບບູຣີ)
- ບັນດາຫົວເມືອງເລົ່ານີ້ ປັນນະຄອນຣັດບູຮານທີ່ເກົ່າແກ່, ໄດ້ປາກົດຕົວໃນດິນແດນນີ້ມາຍາວນານ ມີຫຼັກຖານທາງປະຫວັດສາດທີ່ເປັນລາຍລັກອັກສອນ ປະເພດຕຳນານ ແລະຫຼັກຖານທາງວັດຖຸຫຼວງຫຼາຍພາຍມາກ, ນະຄອນລັດເລົ່ານີ້ ໄດ້ກາຍມາເປັນດິນແດນຂອງຊົນຊາດລາວ ທີ່ເປັນເຈົ້າຂອງ ເຖິງບາງສ່ວນຈະກາຍເປັນດິນແດນຂອງຊາດ ອື່ນໄປແລ້ວ ແຕ່ຊົນຊາດທີ່ເປັນເຈົ້າຂອງດິນແດນເລົ່ານັ້ນກໍເຕັມໄປດ້ວຍຊົນຊາດທີ່ເປັນເຊື້ອສາຍໄທລາວຢູ່ຢ່າງນັ້ນ.
- ຈຳເດີມແຕ່ 45 ປີກ່ອນຄິດຕະສັງກາດນັ້ນ ມາຮອດປີນີ້ ພຣະພຸດທະສາສນາກໍາເນີດຂຶ້ນມາແລ້ວໃນໂລກ 2599 ປີ, ແນວທາງຄຳສອນຂອງພຣະພຸດທະສາສນາ ໄດ້ຂະຫຍາຍຕົວໄປສູ່ດິນແດນແວ້ນແຄວ້ນຕ່າງໆໃນໂລກ ໄດ້ກ່າຍເປັນສາສນາທີ່ສໍາຄັນ ແລະມີປະໂຫຍດຫຼວງຫຼາຍພາຍມາກຕໍ່ຈິດວິນຍານຂອງມວນມະນຸດສະຍະຊາດ,
- ການເຂົ້າມາຂອງພຣະພຸດທະສາສນາໃນອະນຸພາກພື້ນນີ້ນັ້ນ ປະຫວັດສາດໃນຍຸກຂອງຕໍານານ ທີ່ປະກົດຕົວໃນເລື່ອງອຸຣັງຄະນິທານໄດ້ຢັ້ງຢືນວ່າພຣະພຸດທະສາສນາ ເຂົ້າມາຍັງນະຄອນສີໂຄຕະປຸຣະ ໃນປີ ພ.ສ 8 ຫຼັງຈາກພຣະພຸດທະເຈົ້າປະຣິນິພານແລ້ວ 8 ປີ, ຕໍ່ຈາກນັ້ນພຸດທະສາສນາກໍໄດ້ປະກົດຕົວໃນນະຄອນຈັນທະບູຣີ ໃນປີ ພ.ສ 236, ໃນຫຼັກຖານຕໍານານດຽວກັນຍັງໄດ້ກ່າວເຖິງນະຄອນລາວະຣັດຖະດ້ວຍ, ນອກຈາກນີ້ສຸວັນນະໂຄມຄໍາ ແລະຊຽງດົງຊຽງທອງ ກໍປາກົດຫຼັກຖານພຸດທະສາສນາ ໃນຍຸກຕໍ່ເນື່ອງ ແລະສືບທອດກັນນັ້ນ
- ຕາມການຄົ້ນຄວ້າຢັ້ງຢືນຂອງນັກປະຫວັດສາດສາສນາໄດ້ຍອມຮັບເປັນເອກະສັນວ່າ ພຣະພຸດທະສາສນາເຂົ້າມາສູ່ດິນແດນນີ້ແລ້ວ ເຖິງ 2 ຍຸກ ຄື ຍຸກສີໂຄຕະປຸຣະ ແລະຍຸກຈັນທະບູຣີ ກ່ອນທີ່ຍຸກແຫ່ງປະຫວັດສາດຂອງຊາດລາວຈະປະກົດຕົວຢ່າງເດັ່ນຊັດ ໃນປີ ພ.ສ 1902 ຫຼັງຈາກທີ່ພຣະບາດສົມເດັດພຣະເຈົ້າຟ້າງຸ່ມມະຫາຣາດ ໄດ້ສາະຖາປານາມະຫາອານາຈັກລ້ານຊ້າງໃຫ້ເຂັ້ມແຂງ ແລະກວ້າງກວ້າງຂວາງນັ້ນ, ພຣະພຸດທະສາສນານິກາຍເຖຣະວາດ ລັດທິລັງກາວົງ ກໍໄດ້ເຂົ້າມາແທນທີ່ສາສນາພຸດ ແບບເດີມ ແລະຕັ້ງໝັ້ນໃນນະຄອນຊຽງດົງຊຽງທອງ ແລ້ວກໍແຜ່ຂະຫຍາຍໃນຂອບເຂດຣາຊະສີມາແຫ່ງອານາຈັກລ້ານຊ້າງຢ່າງກວ້າງຂວາງ.
- ນັບແຕ່ນັ້ນມາທາງມະຫາອານຈັກລ້ານຊ້າງ ແລະຫົວເມືອງໃນກໍາກັບລ້ານຊ້າງ ໄດ້ຍອມຮັບນັບຖືພຣະພຸດທະສາສນາຢ່າງເປັນເອກະສັນ ເຖິງເຊິ້ງເຮົາເຫັນໄດ້ຈາກຫຼັກຖານ ທາງຮູບປະທັມ ແລະນາມະທັມ ທີ່ປະກົດຕົວໃນວິຖີຊີວິດຂອງຊາວລ້ານຊ້າງ ຫຼືຊາວລາວເຮົາເລື້ອຍມາຕາບເທົ້າປັດຈຸບັນ, ສະນັ້ນ ວິຖີຊີວິດຈອງຊາວພຸດລາວນັ້ນ ຈຶ່ງແບບແຜນ ແລະບໍຣິບົດເຕັມໄປດ້ວຍແບບແຜນພຸດທະສາສນິກະຊົນ ໃນຮອບ 12 ເດືອນຂອງປີໜຶ່ງ ຊາວລາວໄດ້ມີຮີດຄອງຂອງຕົນ 12 ຮີດຄອງທີ່ເຮົາຮຽກວ້າຮີດສິບສອງດ ຮີດສິບສອງນີ້ລ້ວນແຕ່ແມ່ນຮີດທາງພຸດທະສາສນາ ໄດ້ກາຍເປັນແມ່ແບບທາງວັດທະນະທັມລາວ ສະນັ້ນຈຶ່ງເວົ້າໄດ້ຢ່າງທະນົງອົງອາດວ່າ ຄົນລາວເປັນຊາດພຸດ,
- ພຸດທະສາສນາ ເປັນສາສນາຂອງຊາດລາວ ຄົນລາວໄດ້ຕິດພັນກັບພຸດທະສາສນາມາຕັ້ງແຕ່ກໍາເນີດຊາດ, ໃນວິຖີຊີວິດຂອງຄົນລາວກໍເຊັ່ນດຽວກັນ ນັບແຕ່ມື້ເກີດຄົນຮອດມື້ຕາຍ ນັບແຕ່ຕື່ນຈົນຮອດເຂົ້ານອນ ລ້ວນແຕ່ແມ່ນປະຕິບັດຮີດຂອງຕົນຕາມແບບແຜນພຣະພຸດທະສາສນາ, ບໍ່ວ່າຍາມປະເທດຊາດຈະເລີນຮຸ່ງ ເຮືອງ ຫຼືປະເທດຊາດຕົກຢູ່ໃນພາວະຍຸ້ງຍາກ ຊາວລາວບໍ່ໄດ້ປະລະວັດວາພຸດທະສາສນາ.
- ໂດຍສະເພາະແລ້ວ ຮອດວັນເພັງເດືອນ 6 ຫຼືວ່າເດືອນວິສາຂະບູມາດນັ້ນ ຊາວພຸດລາວທົ່ວປະເທດ ບໍ່ວ່າບ້ານນອກ ແລະໃນເມືອງ ບໍ່ວ່າບ້ານນນ້ອຍ ຫຼືບ້ານໃຫຍ່ ຊາວພຸດລາວ ໄດ້ພາກັນລັ່ງໄຫຼເຂົ້າໄປສູ່ວັດ ເພື່ອເຮັດບຸນວິສາຂາບູຊາ ດ້ວຍການຕັ້ງບາດ ສັງຄະທານ ແລະກິດຈະກັມຕ່າງໆຕາມທ້ອງຖິ່ນ ໂດຍບໍ່ໄດ້ນັດໝາຍກັນ ຫຼືອອກບັດຂ່າວບັດເຊີນ ເໝືອນກັບປາງບຸນອື່ນໆນອກຈາກໃນຮີດ 12, ກິດຈະກັມນີ້ ສໍາລັບຊາວພຸດລາວແລ້ວ ຖືວ່າເປັນສະຕິຂອງສັງຄົມໄປເລີຍ, ດັ່ງເຮົາຈະສັງເກດໄດ້ ຢູ່ບ້ານນອກຂອກຄາເມ ຈະບໍ່ມີປະຕິທິນ ຜູ້ເຖົ້າຊາວບ້ານເຂົາຈະເບິ່ງເດືອນ ແລ້ວນັບມືເອົາ ເຂົາຈະຮູ້ໂລດວ່າວັນຕໍ່ໄປຂ້າງຂ້າງເປັນວັນສິນ, ຕົກຕອນບ່າຍແລ້ວ(ປັດຈຸບັນຍັງ ປະຕິບັດກັນຢູ່ໃນບາງໝູ່ບ້ານສັງຄົມຊົນນະບົດ) ເຖົ້າແກ່, ໜູ່ມສາວ, ບາງຜ່ອງກໍໄປແຫ່ຕົ້ນກັນຫຼອນໃສ່ຫົວວັດຕ່າງໆທີ່ເຄີຍພົວພັນກັນມາກ່ອນ ໃນຂອບເຂດໃກ້ຄຽງ, ອອກປ່າໄປຫາເກັບດອກໄມ້ ຕົກຕອນແລງຄໍ່າແລ້ວລົງວັດໄປວຽນທຽນ ຟັງທັມ ທີວັດຈົນເດີກ, ສໍາລັບພຣະສົງເອງ ກໍມີກິດຈະກັມລົງອຸໂປສົດ, ໃນວັນນີ້ ບາງທ້ອງຖິ່ນ ກໍໄດ້ຈັດງານສູດດວງເມືອງ ແລະວັນນີ້ ກໍເປັນວັນເອົາພຣະທີ່ເອົາລົງສົງແຕ່ວັນສັງຂານລ່ວງພຸ້ນ ສ່ວນໜຶ່ງຍັງປະໄວ້ທີ່ຮ້ານສົງ ເອົາຂຶ້ນສູ່ສາລາ ວິຫານ ແລະສິມ ວັນນີ້ ຈຶ່ງໄດ້ຊື່ໜຶ່ງອີກວ່າວັນເອົາພຣະຂຶ້ນ.
- ຮີດເດືອນຫົກ ທີ່ປາກົດໃນຮີດ 12 ເດືອນນັ້ນ ເປັນປະເພນີຂອງຊົນຊາດລາວ ທີ່ສືບທອດມາເປັນປະເພນີ ແລະກາຍເປັນໜຶ່ງໃນວັດທະນະທັມຂອງຊາດລາວ ໄດ້ສືບທອດ ປະຕິບັດມາບໍ່ຂາດໄລຍະ ປັດຈຸບັນນີ້ບ້ານເມືອງລາວຕົກເຂົ້າຍຸກພັດທະນາ ປະຊາຊົນໃຜໆກໍພໍຢູ່ພໍກິນດ້ານເສດຖະກິດ ບຸນວິສາຂາບູຊາກໍໄດ້ສືບທອດປະຕິບັດມາທຸກໆປີ ບໍ່ໄດ້ຂາດ ມາໄລຍະຫຼັງໆນີ້ ບຸນໃນຮີດ 12 ລວມທັງບຸນວິສາຂະບູຊາເຫັນວ່າປະຊາຊົນຍິ່ງເພິ່ມຂື້ນຊັກໃຊ້.
- ການສະຫຼອງວັນວິສາຂາບູຊາ ທີ່ຈັດຂຶ້ນທີ່ເດິ່ນພຣະທາດຫຼວງນີ້ ຖືວ່າເປັນຈັດຂຶ້ນຕາມກົດບັດສະຫະປະຊາຊາດ ເພື່ອສະຫຼອງການທີ່ອົງການສະຫະປະຊາຊາດ ໄດ້ກຳນົດ ໃຫ່້ວັນວິສາຂະບູຊາ ເປັນວັນສໍາຄັນສາກົນຂອງໂລກນັບແຕ່ປີ 1999 ເປັນຕົ້ນມາ, ຢ່າງໃດກໍຕາມ ການຈັດບຸນວິສາຂະບູຊາແບບໃຫຍ່ໆ ແລະທາງການເຊັ່ນນີ້ ບໍ່ແມ່ນວ່າ ຈະຈັດຂຶ້ນຄັ້ງນີ້ເປັນຄັ້ງແຮກ ໃນນະຄອນຫຼວງວຽງຈັນແມ່ນຈັດຂຶ້ນມາແລ້ວແຕ່ປີ 2004 ເປັນຕົ້ນມາ ແຕ່ຈັດທີ່ວັດເທບນິມິດທາດຝຸນ ແລະຈັດຂຶ້ນໃນລະດັບກໍາແພງ ແຕ່ມາຮອດປີນີ້ ແມ່ນວ່າທາງສູນກາງອົງການພຸດທະສາສນາ ແລະລັດຖະບານ ສປປ.ລາວ ໄດ້ສ້າງຫໍທັມມະສະກາສໍາເລັດ ແລະເດີ່ນກໍກວ້າງແລ້ວ ຈຶ່ງຈັດຂຶ້ນຄັ້ງນີ ເປັນຄັ້ແຮກ ທີ່ຈັດໃນລະດັບປະເທດ.
- ຢ່າງໃດກໍຕາມ ວັນວິສາລະບູຊານັ້ນ ຊາວລາວຮູ້ຈັກມາແຕ່ເສະໄໝອານາຈັກລ້ານຊ້າງພຸ້ນ ການເຮັດບຸນໃນວັນດັ່ງກ່າວແມ່ນ ເພື່ອສະຫຼອງເຫດການໃຫຍ່ 3 ເຫດການ ກ່ຽວກັບຊີວິດອົງສົມເດັດພຣະສັມມາສັມພຸດທະເຈົ້າ ຄື:
1. ວັນປະສູດ
2. ວັນຕັດສະຮູ້
3. ວັນປະຣິນິພພານ
- ທັງສາມວັນນີ້ ນັບວ່າເປັນວັນມະຫັດສະຈັນ ຂອງອົງສົມເດັດພຣະສັມມາສັມພຸດທະເຈົ້າ ເຊິ່ງເປັນສາດສະດາເອກຂອງໂລກ ເຊິ່ງຫາສາດສະດາໃດ ຫຼືບຸກຄົນໃດໃນໂລກສະເໝີເໝືອນໄດ້, ຄວນທີ່ຊາວພຸດລາວ ແລະຊາວພຸດທົ່ວໂລກ ຈົ່ງທໍາບຸນກຸສົນ ແລະສ້າງຄວາມຖວາຍແດ່ອົງສົມເດັດພຣະສັມມາສັມພຸດທະເຈົ້າຂອງ ເຮົາເຖີ້ນ ເພື່ອຄວາມສະຫວັດສະດີ ເພື່ອຕັ້ງຕົນຢູ່ໃນຄວາມບໍ່ປະໝາດເຖີ້ນ ສາທຸ ສາທຸ ສາທຸ ອະນຸໂມທາມິ.