(ອະທິບາຍຂອງຄວາມໝາຍດ້ານພາສາ)
- ຄຳວ່າ "ສາສນາ" ແປຕາມຮູບສັບວ່າ "ຄຳສອນ" ເປັນຄໍາສັ່ງສອນໃຫ້ຄົນເປັນຄົນດີ, ເປັນຄົນມີຄວາມສາມາດຢູ່ໃນສັງຄົມຮ່ວມກັບຄົນອື່ນໄດ້ ຢ່າງປົກກະຕິສຸກ ກ້າວໄປສູ້ສັນຕິສຸກ ແລະຄົນອື່ນກໍມີຄວາມເປັນປົກກະຕິສຸກດ້ວຍ.
- ສາສນາ ມີສິ່ງທີ່ທໍາໃຫ້ເກີດຄວາມເຊື່ອ ແລະຄວາມເຄົາຣົບສູງສຸດ ໃນບາງສິ່ງບາງຢ່າງ, ໃຜຖືຄໍາສອນຂອງສາສດາອົງໃດ ກໍເປັນຄົນຂອງສາສະດາອົງ ນັ້ນ, ຄົນທີ່ນັບຖື ແລະປະຕິບັດຕາມຄໍສອນຂອງພຣະພຸດທະເຈົ້າ ກໍເປັນຄົນຂອງພຸດທະສາສນາ ຮຽກວ່າ ພຸດທະສາສນິກະຊົນ (ຄົນຂອງພຸດທະສາສນາ ຫຼືຄົນພຸດ) ຄົນທີ່ເຊື່ອ ແລະປະຕິບັດຕາມຄໍສອນຂອງເຢຊູຄິຕສ໌ ກໍເປັນຄິຕສນິກຊົນ (ຄົນຂອງສາສນາຄິຕສ໌ ຄົນຄິຕສ໌) ຄົນທີ່ເຊື່ອ ແລະປະຕິບັດຕາມຄໍາສອນຂອງພຣະອັລລາຫ໌ (ບາງກໍວ່າອັລເລາະຫ໌) ຜູ້ກໍ່ຕັ້ງສາສນາອິສລາມ ຫຼືມຸສລິມ ກໍວ່າອິສລາມນິກະຊົນ ຫຼືມຸສລິມນິກະຊົນ.
- ຕາມຫຼັກຂອງວິຊາການ ທີ່ຖືກັນວ່າ ຄວາມເປັນສາສນານັ້ນ ຕ້ອງມີສິ່ງເລົ່ານີ້ຄົບ ຈຶ່ງຊື່ວ່າສາສນາໄດ້ ຄື:
໑. ມີສາສດາ (ຜູ້ກໍ່ຕັ້ງສາສນາ ຫຼືຜູ້ປະກາດສາສນາ)
໒. ມີຫຼັກທັມຄໍາສອນ.
໓. ມີຜູ້ສຶບທອດສາສນາ (ຄືຜູ້ປະຕິບັດຕາມຄໍາສອນ)
໔. ມີສະຖານທີ່ປະຕິບັດທັມຄຳສອນນັ້ນໆ.
ເຊັ່ນພຸດທະສາສານາ ເຊິ່ງເປັນສາສນາໃຫຍ່ຂອງໂລກ ກໍມີດັ່ງນີ້
ກ. ສາສດາ ຄື ອົງສົມເດັດພຣະສັມມາສັມພຸດທະເຈົ້າ.
ຂ. ຄຳສອນ ພຣະໄຕຣປິກດົກ ໘໔.໐໐໐ ພຣະທັມມະຂັນ.
ຄ. ຜູ້ສຶບທອດ (ສາສນິກ) ພິກຂຸ ສາມະເນນ ອຸປາສົກ ອຸປາສິກກາ.
ງ. ມີສາສນາສະຖານ (ສາຖານທີ່ປະຕິບັດທັມ) ວັດ, ວິຫານ, ສິມ, ສາລາໂຮງທັມ ແລະທັມມະສະຖານ)
- ທຸກສາສນາມຸ້ງສອນໃຫ້ຄົນເປັນຄົນດີ ດ້ວຍກາຍ, ວາຈາ ແລະໃຈ ເຊັ່ນຄໍາສອນຂອງພຸດທະສາສນານັ້ນ ຈະເນັ້ນການທໍາຄວາມດີໂດຍສັງຣວມ ໄວ້ ໓ ປະການ ຄື ລະຊົ່ວ, ທໍາດີ, ຊໍາຮະຊະລ້າງໃຈໃຫ້ບໍຮິສຸດ.
- ການນັບຖືສາສນາຂອງຄົນເຣົາໃນປັດຈຸບັນ ມັກນັບຖື ຕາມພໍ່ ຕາມແມ່ ຕາມປະເພນີຂອງຊຸມຊົນ, ຄວາມເຊື່ອທີ່ເຮົາເຊື່ອນັ້ນ ຄືເຊື່ອວ່າຈະຊ່ວຍໃຫ້ ເຣົາມີສຸກ, ພົ້ນທຸກ ແລະປ້ອງກັນເຮົາໄດ້.
- ສະນັ້ນ, ການເຊື່ອຖືສາສນາໃດໆ ກໍຕາມຕ້ອງເຊື່ອ ແລ້ວນໍາເອົາຄຳສອນຂອງສາສນານັ້ນໆໄປປະຕິບັດດ້ວຍ, ເຊັ່ນຕົວຢ່າງຊາວພຸດ ທີ່ອ້າງຕົນເອງວ່າເປັນພຸດທະສາສນິກະຊົນ ກໍຄວນຢຶດໝັ້ນໃນຄໍາ ແລະສຶກສາຄຳສອນຂອງສາສນານັ້ນ ໃຫ້ຈະແຈ້ງ ນໍາໄປປະຕິບັດ ຜົນຈຶ່ງໄດ້ຢ່າງສົມບູນ.