Tuesday 26 July 2011

ໜ້າທີ່ຂອງຄົນ ທີ່ທຳໃຫ້ພົ້ນທຸກຂ໌

ປາລີພຸດທະພົຈນ໌
ເຍເນວະ ຍັນຕິ ນິພພານັງ
ພຸດທາ ເຕສັນຈະ ສາວະກາ
ເອກາເຍນະ ມັຄເຄນະ
ສະຕິປັຕຖານະສັນຍິຍາ

ແປວ່າ

ພຣະນິພພານດ້ວຍເສັ້ນທາງສາຍໃດ ເສັ້ນທາງສາຍນັ້ນ ຄື ສະຕະປັດຖານ 4
ເອກະຍະໂຍໂນ ອະຍັງ ພິກຂາເວ ມັຄຖໂຄ
ສັຕຕານັງ ວິສຸທທິຍາ ໂສກະປະຣິເທວານັງ ອັຕຖັງຄະມາຍະ
ຍາຍັສສະ ອະທິຄະມາຍະ
ນິພພນັສະ ສັຈສິກິຣິຍາ
ຍະທິທັວ ຈັຕຕາໂຣ ສະຕິປັຕຖານາ
ແປວ່າ

ດູກ່ອນທ່ານຜູ້ເຫັນພັຍໃນວັຕຕະສົງສາຣທັງຫຼາຍ ທາງຄືສະຕິປັຕຕຖານ 4 ນີ້ ເປັນທາງສາຍດຽວທີ່ເປັນໄປພ້ອມ ເພື່ອຄວາມບໍຣິສຸດໝົດຈົດຂອງສັດ ທາງຫຼາຍ ເພື່ອກ້າວລ່ວງຄວາມເສົ້າໂສກເສັຍໃຈພິໄຣຣຳພັນ ເພື່ອດັບທຸກຂ໌ ດັບໂທມະນັສສະ ເພື່ອບັລລຸມັຄຄ໌ ຜົລ ນິພພານ.

ເຮົາເຄີຍຖາມຕົວເອງແນ່ຫຼືບໍ່ວ່າ ຈຸດໝາຍປາຍທາງທີ່ແທ້ຈິງຂອງຊີວິດຢູ່ທີ່ໃດ ?
- ຕາບໃດທີ່ຍັງຕອບບັນຫານີ້ບໍ່ໄດ້ ຕາບນັ້ນ ເຮົາຈະຕ້ອງດຳເນີນຊີວິຕດ້ວຍຄວາມລັ່ງເລ ໄຮ້ຈຸດໝາຍ ເໝືອນຄົນເດີນໃນທີ່ມິດ ບໍ່ມີແສງໄຟ ອັນຕຣາຍແມ່ນຕັ້ງຢູ່ສະເພາະໜ້າ ເໝືອນນົກທີ່ບິນຢູ່ໃນເວຫາມອງຫາຂອບຟ້າບໍ່ເຫັນ ເໝືອນຄົນລອຍນໍ້າຢູ່ມະຫາສະໝຸດຍ່ອມມອງຫາຟັ່ງບໍ່ເຫັນ ທ່ານກ່າວ່າເໝືອນຄົນງົມເຂັມໃນສະໝຸດ,
ເຮົາເກີດມາເພື່ອຫຍັງ ?
- ເຮົາບໍ່ໄດ້ເກີດມາເພື່ອຄວາມຣື່ນເຣີງສຳຣານໃຫ້ກັບຊີວິຕໄປພຽງວັນໆ ເທົ່ານັ້ນ.
ເຮົາບໍ່ໄດ້ເກີດມາ
- ເພື່ອລຸ່ມຫຼົງມົວເມົາຢູ່ໃນຣົສຂອງໂລກ ຄື ກິນ ກາມ ກຽດ
ເຮົາບໍ່ໄດ້ເກີດມາ
- ເພື່ອເປັນທາດຂອງຊີວິຕ
ເຮົາບໍ່ໄດ້ເກີດມາພຽງເພື່ອ
- ສຶກສາຮໍ່າຮຽນ ທຳງານ ທຳກາຣ ຕັ້ງຫຼັກຕັ້ງຖານ ມີຄອບຄົວ ມີລູກມີຫຼານ ແລ້ວກໍເຖົ້າ ແລ້ວແກ່ ແລ້ວກໍເຈັບ ແລ້ວກໍຕາຍໄປພຽງເທົ່ານັ້ນ.
ຖ້າເຮົາເກີດມາເພື່ອທໍ່ນັ້ນ
- ກໍເທົ່າກັບວ່າ ເກີດມາເພື່ອວຽນວາຍຕາຍເກີດ ຢູ່ໃນວັຕຕະສົງສາຣເທົ່ານັ້ນ ເປັນເຫຍື່ອໜອນໄປໃນຊາດໜຶ່ງໆເທົ່ານັ້ນ ບໍ່ສາມາດພົ້ນໂລກນີ້ໄປ ໄດ້ແມ່ນຈະຮັ່ງມີສີສຸຂ ເຖິງພຽງໃດ ເປັນເຈົ້າຄົນນາຍຄົນ ມີອຳນາດໃຫຍ່ເຖິງປານໃດ ກໍໄຮ້ຄວາມໝາຍ.
ແຕ່ເຮົາເກີດມາ ເພື່ອທີ່ຈະປົດເປື້ອງພັນທະນາກາຣ ທີ່ຄ້ອງດ້ວຍໂສ້ ເຄື່ອງ ເຄື່ອງຮ້ອຍຮັດທີ່ຜູກມັດຈິຕໃຈ ເຮົາໄວ້ໄປສູ່ຄວາມອິສຣະ ເພື່ອປົດປ່ອຍຕົວເອງໃຫ້ພົ້ນ ຈາກອຳນາຈຄວາມງຳຂອງກິເລສ ຕັນຫາ.
- ເພື່ອພັດທະນາຊີວິຕ ແລະຈິຕວິນຍານໃຫ້ສູງຂຶ້ນ ຈະເຣີນຂຶ້ນສູ່ຖານະອັນສູງສຸດເທົ່າທີ່ຈະຂຶ້ນໄດ້ນັ້ນເອງ ກາຣທຳຈິຕໃຈໃຫ້ບໍຣິສຸດ ຂ້າມແດນແຫ່ງຄວາມມືດມົນຂອງຊີວິຕ ເພື່ອເຂົ້າເຖິງຈຸດໝາຍ ທີ່ວັນໜຶ່ງທີ່ມີຈຸດຈົບຂອງຊີວິຕ ເຖິງທີ່ສຸດແຫ່ງທຸກຂ໌ ຄືພຣະນິພພານ.
ພຸດທະພົຈນ໌
ນິພພານ ກໍມີຢູ່
ທາງໄປພຣະນິພພານ ກໍມີຢູ່
ເຮົາຜູ້ຊີ້ທາງໄປນິພພານ ກໍມີຢູ່
ຖ້າທ່ານບໍ່ເດີນ
ແລ້ວທ່ານຈະເຖິງນິພພານໄດ້ຢ່າງໃດ

ກັມມະຖານ
- ທັມມະຊາຕໃດທີ່ທຳໃຫ້ຈິຕໃຈບໍຣິສຸດ
ທັມມະຊາຕິນັ້ນ ຊື່ວ່າ ກັມມະຖານ

- ທັມມະຊາຕິໃດ ທີ່ທຳໃຫ້ເກີດຄວາມຮູ້ແຈ້ງເຫັນຈິງ
ໃນສະພາວະທັມ ຄື ຮູບນາມ ວ່າເປັນອະນິຈຈັງ ເປັນທຸກຂັງ ເປັນອະນັຕຕາ
ທັມມະຊາຕິນັ້ນຊື່ວ່າ ວິປັສສະນາກັມມັຕຖານ

ນິພພານ
ດູກ່ອນອານົນທ໌ ຈະຖືເອົາຄວາມຮູ້ ແລະຄວາມບໍ່ຮູ້
ເປັນປະມານທີ່ດຽວບໍ່ໄດ້ ຕ້ອງຖືເອົາການລະກິເລສໄດ້ເປັນປະມານ
ເພາະຮູ້ວ່າຜູ້ທີ່ຈະເຖິງພຣະນພພານຕ້ອງອາສັຍ
ກາຣລະກິເລສໂດຍສ່ວນດຽວ
ເມື່ອລະກິເລສໄດ້ແລ້ວ ກໍຍ່ອມເຖິງພຣະນິພພານໄດ້.

ພຣະອະຣິຍະເຈົ້າທັງຫຼາຍ ມີປົກກະຕິເປັນຢ່າງນີ້
ທຳໃນສິ່ງທີ່ຜູ້ອື່ນທຳໄດ້ຍາກ
ອົດທົນໃນສິ່ງທີ່ຜູ້ອື່ນທຳໄດ້ຍາກ
ເອົາຊະນະໃນສິ່ງທີ່ຜູ້ອື່ນເອົາຊະນະໄດ້ຍາດ
ທ່ານຈຶ່ງໄດ້ ເຂົ້າເຖິງທີ່ຄົນອື່ນທັງຫຼາຍເຂົ້າເຖິງໄດ້ຍາກ.

ໂລກີຍະຊານ
ມຸ້ງສະແຫວງຫາສິ່ງທີ່ມີ
ແຕ່
ໂລກຸຕຕະຣະຊານ - ຜູ້ຢູ່ເໜືອໂລກ
ມຸ້ງສະແຫວງຫາສິ່ງທີ່ບໍ່ມີ ແລ້ວກໍຢູ່ກັບສິ່ງທີ່ບໍ່ມີນັ້ນ
ທຳໃຈໃຫ້ເໝືອນແຜ່ນດິນ.
- ລາຫຸລ: ທ່ານຈົ່ງທຳໃຫ້ເໝືອນແຜ່າດິນເຖີດ
ເພາະເມື່ອທ່ານທຳໃຫ້ເໝືອນແຜ່ນດິນເປັນປະຈຳ ຢູ່ສະເໝືແລ້ວ
ເມື່ອກະທົບກັບອາຣົມທີ່ຊອບໃຈ ຫຼືບໍ່ຊອບໃຈກໍດີ
ອາຣົມເຫຼົ່ານັ້ນ ກໍບໍ່ສາມາດທີ່ຈະທຳລາຍຈິຕຂອງທ່ານໃຫ້ຫວັ່ນໄຫວໄດ້.


- ປຽບເໝືອນຄົນທັງຫຼາຍ ຖິ່ມຄອງທີ່ສະອາດແນ່ ບໍ່ສະອາດແນ່, ຖ່າຍອຸຈຈະຣະແນ່ ລົງແຜ່ນດິນແຜ່ນດິນກໍບໍ່ມີໂກດບໍ່ມີເຄືອງ ແຜ່ນດິນຈະອຶດ ອັດອຸກອັກເອືອມລະອາ ແລະຣັງກຽດສິ່ງຂອງເຫຼົ່ານັ້ນ ກໍບໍ່ມີເລີຍ.

- ລາຫຸນ: ຖ້າທ່ານທຳໃຫ້ເໝືອນແຜ່ນດິນເປັນປະຈຳ ຢູ່ສະເໝີໄດ້ເຊັ່ນນີ້ແລ້ວ ອາຣົມທັງຫຼາຍກໍບໍ່ມີ ສາມາດຄອບງຳຈິຕໃຈຂອງທ່ານໄດ້.