Thursday, 6 March 2008

ປະເທສລາວເປັນປະເທສພຸທທະສາສນາ

ປະເທສລາວ ເປັນປະເທສພຸທທະສາສນາທີ່ແທ້ຈິງ, ພົລລະເມືອງລາວເກືອບ ໙໐ ເປີເຊັນ, ເປັນພຸທທະສາສນານິກກະຊົນ, ປັຈຈຸບັນປະຊາຊົນລາວ ມີ ເກືອບ ໖ ລ້ານກວ່າຄົນ, ມີວັດຢູ່ ໒.໐໐໐ ກວ່າວັດ, ແລະ ພຣະສົງ-ສາມະເນນລາວປັດຈຸບັນ ມີປະມານ ໓໐.໐໐໐ ອົງ.
ເມື່ອເຮົາມາເບິ່ງສະຖີຕິແລ້ວ ຈະເຫັນວ່າຈຳນວນຜູ້ບວຊ ຄືຈັ່ງວ່າມີນ້ອຍຢູ່ ມີພຣະສົງ-ສາມະເນນພຽງສາມໝື່ນກວ່າອົງເທ່ົານັ້ນ, ອັນນີ້ຈະວ່າເປັນເປີຣ໌ເຊັນນ້ອຍນັ້ນກໍບໍ່ແມ່ນ ຈະວ່າຫຼາຍກໍບໍ່ແມ່ນ ເພາະວ່າພຸທທະສາສນາຈະໝັ້ນຄົງ ແລະ ຈະເຣີນຂຶ້ນໄດ້ ບໍ່ແມ່ນເປັນພັນທະສະເພາະພຣະສົງ-ສາມະເນນເທົ່ານັ້ນ, ມັນຫາກຣວມເອົາພຸທທະບໍຣິສັທ ໔ ຈຳພວກອັນໄດ້ແກ່:
໑. ພິກຂຸສົງ(ພຣະຜູ້ຊາຍ)
໒. ພິກຂຸນີສົງ(ພຣະຜູ້ຍິງ-ໃນຝ່າຍເຖຣະວາທ ກ່າວກັນວ່າໄດ້ສິ້ນສຸດເມື່ອ ພ.ສ ໕໐໐ ສ່ວນຝ່າຍອະຈິຣິຍະວາທ ຍັງປາກົດວ່າຍັງມີຢູ່, ສະນັ້ນສຳລັບ ຝ່າຍເຖຣະວາທຈຶ່ງກຳນົດອະນຸໂລມເອົາແມ່ຂາວ).
໓. ອຸປາສົກ(ພໍ່ອອກ).
໔. ອຸປາສິກາ(ແມ່ອອກ).
ພຸທທະບໍຣິສັທສີ່ຈຳພວກນີ້ ເປັນສິ່ງຄ້ຳປະກັນ ແລະ ຢັ້ງຢືນເຖິງຄວາມເສື່ອມ ແລະ ຄວາມຈະເຣີນແຫ່ງພຣະພຸທທະສາສນາ, ຫາກວ່າພຸທທະບໍຣິສັທເຫຼົ່ານີ້ ຍັງຕັ້ງໜ້າປະຕິບັຕສິນທັມ ແລະ ວັທທະນະທັມຢູ່ຢ່າງເນື່ອງນິຕລຽນຕິດໂດຍສະເພາະວັທທະນະທັມທາງພຣະພຸທທະສາສນາ ທີ່ເປັນເອກະລັກລາວ ເຊິ່ງຊາວລາວຄວຣເອກອ້າງທະນົງໃຈນັ້ນ ກໍຄືຮີດ ໑໒ ຄອງ ໑໔ ຮີດຍີ່ ຄອງຈຽງເຊິ່ງໃນອະດີຕ ຄືກົຕມົນທຽນບາລຂອງຣາຊະອານາຈັກລ້ານຊ້າງ, ເຊິ່ງໃຊ້ປົກ ຄອງປະຊາຊົນລາວ ເໝືອນກັບຣັຖທັມມະນູນ ມາແຕ່ຕັ້ງຣາຊະອານາຈັກລ້ານຊ້າງ ໑ ຄຽງຄູ່ກັບກາຣທີ່ທາງຣາຊກາຣປົກ ຄອງໃນສມັຍນັ້ນຍອມຮັບນັບຖືວ່າ ພຸທທະສາສນາ ເປັນສາສນາຂອງຊາຕລາວ ມາດຽວນີ້ໄດ້ກາຍເປັນວັທທະນະທັມ ຮີຕ ໑໒ ຄອງ ໑໔ ໄດ້ກາຍເປັນບໍຣິບົທແຫ່ງກາຣພັທທະນາ ວັທທະທັມຂອງຊົນຊາຕລາວທັງມວລ(1) ແລະ ມັນຍັງໄດ້ກາຍເປັນແມ່ບົທທີ່ສະແດງອອກທາງດ້ານກາຍະພາບ ຄືກາຣປະຕິບັຕຂອງຄົນລາວທຸກຊັ້ນຄົນ, ຢັ້ງຢືນເຖິງມະໂນເຈຕະນາ ອັນເລິກເຊິ່ງຂອງຄົນລາວໂດຍແທ້ ເຖິງໂລກຈະປ່ຽນແປງໄປໂດຍພາວະວິສັຍ ແຕ່ຄົນລາວຢັງຄົງໄວ້ເຊິ່ງຄວາມເປັນເອກະລັກ ແລ້ວກໍ່ໃຫ້ກາຍເປັນສັນ ຍາລັກ ແລະ ສ້າງເສີມຄວາມເປັນເອກະຣາຊແຫ່ງຊາຕລາວໃຫ້ໝັ້ນຄົງຂະໜົງແກ່ນ ຢືນຍົງບໍ່ມີວັນເສື່ອມສະຫຼາຍລົງໄດ້.
ປະເທສລາວເຮົາຍອມຮັບນັບຖື ເອົາພຣະພຸທທະສາສນາ ເປັນສາສ-ນາປະຈຳຊາຕລາວ ພຣະພຸທທະສາສນາກໍໄດ້ກາຍເປັນເອກລັກລາວ ວິຖີວິຕຂອງຄົນລາວຕລອດມາ ກາຣປະຕິບັຕຕົນໃນທາງພຣະພຸທທະສາສນາ ດ້ວຍກາຣທຳບຸນສີນກິນທານ ໄດ້ກາຍເປັນສັນຍາລັກຂອງຊົນຊາຕລາວ ແລະ ພຸທທະບໍຣິສັທລາວ ຍັງຄົງຢຶດໝັ້ນໃນຫຼັກຄຳສອນທາງພຣະພຸທທະສາສນາເຖິງພຽງນີ້ ນັບວ່າພຣະພຸທທະສາສນາ ມີຄວາມໝັ້ນຄົງ ແລະ ຖາວອນຢູ່, ເພາະຈະເຫັນວ່າຍາຕໂຍມລາວ ຍັງຕັ້ງໝັ້ນປະຕິບັຕສີລທັມທາງພຣະພຸທທະສາສນາມາຢ່າງບໍ່ລົດລະ, ເຮົາເຫັນໄດ້ອີກຢ່າງໜຶ່ງ ຄື ສາສນາພຸດເປັນສາສນາປະຈຳຊາຕລາວເຮົາແຕ່ກຳເນີດຊາຕ, ພຸດທະສາສນາກໍຄືສາຍເລືອດລາວ, ເປັນຈິຕວິນຍານລາວທັງໝົດນັ້ນ ຄືຄວາມເປັນເອກະຣາຊແຫ່ງຊາຕລາວ.
ໃນອະດີດນັ້ນ ພຣະພຸທທະສາສນາໄດ້ປາກົຕຕໍ່ຊາວໂລກ ເມື່ອ ໒໕໙໕ ປີຜ່ານມາ ຄື ເມື່ອ ໔໕ ປີກ່ອນພຸທທະສັງກາຊ ມາຮອດປີນີ້ປະຊາຊົນຄົນລາວ ຄົງຈະໄດ້ພົບພຣະພຸທທະສາສນາແລ້ວ ເພາະດິນແດນລາວຕອນກຳເນີດຊົນຊາຕນັ້ນ ຢູ່ນະຄອຣລຸງນະຄອຣປາ ແລະ ປາກົຕວ່າຢູ່ໃນອິນເດັຍຕາເວັນອອກໃກ້ກັບນະຄອຣລຸງນະຄອຣປານັ້ນ ມີຊົນເຜົ່າໜຶ່ງທີ່ນັບຖືນາຄະ(ນາຄ)ຮຽກຕົນເອງວ່າເຜົ່ານາຄາ.
ເມື່ອຊົນຊາຕອ້າຍ ໄດ້ລົງມາຕັ້ງອານາຈັກທີ່ໜອງແສ(ເສສວນ) ປາກົຕຫຼັກຖານວ່າ ຄົນລາວໄດ້ນັບຖືພຣະພຸດທະສາສນາແລ້ວໃນບາງສ່ວນ ແຕ່ກໍປະສົມປະສານກັບລັດທິສາສນາແຖນ ໃນນັ້ນຄວາມເຊື່ອເລື່ອງນາຄະ, ເຣື່ອງແຖນ ແລະ ເຣື່ອງຜີສາງນາງໄມ້ ແລະ ຜີບັນພະບູຣຸສ ກໍສະແດງເຖິງຄວາມເປັນເອກະລັກຂອງຄົນເຊື້ອຊາຕລາວ ອີກຂະແໜງໜຶ່ງ ທີ່ສະແດງເຖິງຄວາມຈະ ເຣີນຮຸ່ງເຮືອງ ໂດຍສະເພາະເຣື່ອງຄວາມເຊື່ອເຣື່ອງແຖນນັ້ນ ເປັນຄວາມເຊື່ອແບບບູຮານ ກ່ອນສາສນາພຸທເກີດຂຶ້ນມາໃນໂລກ ເມື່ອສານສາ ຫຼືລັທທິແຖນ ເປັນລັທທິສາສນາ ແລະ ຄວາມເຊື່ອຂອງລາວ ກໍສະແດງເຖິງວິວັທທະນາກາຣທາງສັງຄົມລາວ ມີມາເຫິງກ່ອນສາສນາພຸທທະມາແລ້ວສະນັ້ນ, ນັກປະວັຕສາສຕຣ໌ຊາຕພັນວິທະຍາທີ່ຄົ້ນຄວ້າກ່ຽວກັບຊົນຊາຕລາວ ຈຶ່ງລົງມະຕິວ່າ ຊາຕລາວກຳເນີດມາແລ້ວ ຢ່າງນ້ອຍ ໕.໐໐໐ ປີ.
ຈົນລາວມາຕັ້ງອານາຈັກຕ່າງໆ ໃນແມ່ນ້ຳຂອງ, ສາຂາຂອງແມ່ນ້ຳຂອງ, ຕລອດໄດ້ຂະຫຍາຍຕົວໄປສູ່ແມ່ນ້ຳສາຣະວິນ, ນ້ຳປິງ, ນ້ຳຍົມ, ນ້ຳນ່ານ ແລະ ແລ້ວກໍເລີຍໄປຍັງຕົ້ນແມ່ນ້້ຳເຈົ້າພຣະຍານັ້ນ ເຊັ່ນອານາຈັກລະໂວ້ (ຫຼືລົພ ບູຣີ-ລາວະຣັຕຖະ) ຊົນຊາຕອ້າຍລາວກໍໄດ້ຮັບອິທທິພົລພຣະພຸທທະສາສນາຫຼາຍຂຶ້ນ.
ສ່ວນລາວຢູ່ໃນລ່ອງແມ່ນ້ຳຂອງທັງສອງຝັ່ງ ໄດ້ສ້າງອານາຈັກຂອງຕົ້ນຂຶ້ນ ແລະ ມີສູນກາງອຳນາຈໃຫຍ່ຢູ່ນະຄອນຊຽງທອງ, ສີໂຄຕະປຸຣະ, ຈັນທະບູຣີ ກໍມີພຣະພຸທທະສາສນາເຂົ້າມີສ່ວນຮ່ວມໃນກາຣພັທທະນາຊາຕ, ໂດຍສະເພາະເຫັນໄດ້ຈະແຈ້ງ ຄື ສມັຍພຣະເຈົ້າຟ້າງຸ່ມມະຫາຣາຊ ພຣະອົງໄດ້ເອົາພຸທທະສາສນາ ເປັນຄັນທຸງໄຊຍ໌ຂອງກາຣສ້າງຄວາມປຶກແຜ່ນໝັ້ນຄົງຂອງຊາຕ ພຣະອົງໄດ້ຍົກເອົາພຣະພຸທທະສາສນາ ເປັນສາສນາຂອງຊາດລາວ ແລະ ໄດ້ທຳກາຣລົບລ້າງສາສນາຜີແຖນ ອັນເປັນສາສນາດັ້ງເດີມຂອງລາວຖິ້ມສຳລັບພຣະອົງເອງໃນບັ້ນສຸດທ້າຍຂອງຊີວິຕ ກໍໄດ້ສລະຣາຊບັລລັງອອກບວຊໃນພຣະພຸທທະສາສນາ ອັນເປັນແບບຢ່າງທີ່ສຳຄັນ ໃຫ້ກຸລບຸຕໄດ້ສືບຕໍ່ປະຕິບັຕເລື້ອຍໆມາຮອດບັດນີ້.
ສິ່ງທີ່ຢັ້ງຢືນອີກຢ່າງໜຶ່ງວ່າຊົນຊາຕລາວເຮົາ ນັບຖືສາສນາພຸທ ແລະ ສາສນາພຸທ ເປັນວິຖີຊີດຊາຕລາວນັ້ນ ກໍຄືນະຄອນຫຼວງສຳຄັນຂອງລາວນັ້ນຍັງໄດ້ ຊື່ວ່ານະຄອນຫຼວງພຣະບາງ ເຊິ່ງເປັນສັນຍາລັກຂອງຄວາມຈະເຣີນແຫ່ງພຣະພຸທທະສາສນາຂອງລາວເຮົາ, ອັນນີ້ເຮັດໃຫ້ເຮົາເຫັນວ່າ ສຍາມໄດ້ຖືເອົາຄະຕິແບບຢ່າງນີ້ ໄປເປັນແບບຢ່າງໃນກາຣຕັ້ງອານາຈັກຂອງຕົນ ຫຼັງຈາກສຍາມໄດ້ພຣະແກ້ວມໍຣະກົຕຈາກລາວໄປແລ້ວ ຄື ອານາຈັກຣັຕນະໂກສິນທ໌ຸ ກໍໄດ້ຕັ້ງຊື່ຕາມຊື່ພຣະແກ້ວມໍຣະກົຕ ແລ້ວກໍປ່ຽນພຣະນາມຂອງພຣະ ແກ້ວມໍຣະກົຕວ່າ ພຣະມະຫາມີຣັຕນະປະຕິມາກອຣ ແລະ ສ້າງວັດໄວ້ປະດິສຖານພຣະແກ້ວວ່າ “ວັດພຣະສຣີຣັຕນະສາສນດາຣາມ” ເບິ່ງທາງດ້ານກາຍະ ພາບອັນເປັນພຶດຕິນັຍແລ້ວ ຄວາມເປັນເອກະລັກ, ສັນຍາລັກນີ້ ບໍ່ພຽງແຕ່ຄົງເຊື້ອຊາຕ ວັທທະນະທັມຂອງຊາຕຕົນເທົ່ານັ້ນ ຍັງສົ່ງຜົລໃຫ້ຊາຕອື່ນ ທີ່ມີວັດ ທະນະທັມດ້ອຍກວ່າຢືດຖືປະຕິບັດຕາມດ້ວຍ ຍ່ອມສະແດງເຖິງຄວາມເປັນເອກຣາຊ ເຊິ່ງບໍ່ອາຈປະຕິເສສໄດ້ເລີຍ, ຢ່າງໃດກໍຕາມມາໃນໄຣຍະເກືອບ ໓໐໐ ປີມານັ້ນ ເຖິງລາວຈະເສັຍເອກຣາຊໃຫ້ຊາຕອື່ນກໍຕາມ ແຕ່ໃນໄຣຍະເກືອບ ໓໐໐ ປີຜ່ານມາ ໃນບາງໄລຍະ, ບາງຊົ່ວຂະນະ ຊົນຊາຕລາວ ກໍສາມາຖຍາຕເອົາເປັນເອກະຣາຊຂອງຕົນມາເປັນລຳດັບ, ກໍຍ້ອນສາສນາ ພາສາ ແລະ ວັດທະທັມລາວ ທີ່ມີເອກລັກ ສັນຍາລັກເທົ່ານັ້ນ ລາວຈຶ່ງຍັງຄົງເປັນລາວ ບໍ່ມີວັນປ່ຽນແປງ.
ຢ່າງໃດກໍຕາມ ນັບແຕ່ປະເທສລາວໄດ້ຮັບເອກຣາຊຈາກຝຣັ່ງໃນວັນທີ ໑໒ ຕຸລາ ປີ ໑໙໔໕ ແລ້ວ, ປະຊາຊົນລາວເຮົາກໍໄດ້ປົກຄອງປະເທສດ້ວຍຣັຖະທັມມະນູນ, ໃນຣັຖະທັມມະນູນສະບັບແຮກຂອງລາວນັ້ນ ໄດ້ກຳນົດເອົາພຣະພຸທທະສາສນາເປັນສາສນາປະຈຳຊາຕ ພົລເມືອງລາວເປັນຊາວພຸດ ພຣະມະ ຫາກະສັຕຣິຍ໌ຊົງເປັນຣາຊູປະຖັມ ແລະ ໃນບົທນຳຂອງຣັຖະທັມມະນູນນັ້ນ ໄດ້ກຳນົດເອົາຫຼັກທັມທາງພຣະພຸທທະສາສນາເປັນແມ່ບົທຄື "ມະໂນ ເສຕຖາ ມະໂມມະຍາ” ອັນນີ້ໄດ້ຢັ້ງຢືນຢ່າງຈະແຈ້ງວ່າ ປະເທສລາວຄືປະເທສແຫ່ງເສຣີພາບ, ສັນຕິພາບ, ພາລະດອນພາບ ທັງຍັງບົ່ງບອກເຖິງ ເປັນດິນແດນທີ່ມີຄວາມສງົບ, ສະດວກ, ສະບາຍ, ທັງເປັນດິນແດນແຫ່ງນັກປຣາຊອີກທາງໜຶ່ງ.
ຣັຖະທັມມະນູນ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປີ ໑໙໙໑ ຖືວ່າເປັນສະບັບປະຊາທິປະໄຕທີ່ສຸດຂອງປະຊາຊົນລາວ ຮຽກອີກຢ່າງໜຶ່ງວ່າສະບັບທຳອິດທີ່ເປັນຣັດຖະທັມມະນູນ ທີ່ຂຽນຂຶ້ນດ້ວຍຄົນລາວລ້ວນ ແລະ ຖືໄດ້ວ່າເປັນ “ຣັຖທະທັມມະນູນທີ່ຂຽນຂຶ້ນດ້ວຍປະຊາຊົນ ເພື່ອປະຊາຊົນ” ເພາະເປັນຣັດຖະທັມມະນູນທີ່ຮ່າງຂຶ້ນໂດຍມວລຊົນທຸກຄົນ, ທຸກສາຂາອາຊີບ ໃນເວລາກະກຽມຮ່າງຣັດຖະທັມມະນູນນັ້ນ ຄະນະສົງລາວກໍມີສ່ວນໄດ້ຄົ້ນຄວ້າຮ່າງຣັຖະທັມມະນູນນີ້ດ້ວຍ, ອັນນີ້ຖືໄດ້ວ່າ ເປັນສິ່ງທີ່ເອກອ້າງທະນົງໃຈຂອງຄະນະສົງລາວ ກໍຄືປະຊາຊົນລາວທັງມວລ ແລະ ເຫັນໄດ້ເຖິງຄວາມປາຖນາສູງສູດຂອງພັກ-ລັດຂອງພວກເຮົາ ທີ່ຍາມໃດກໍເອົາໃຈໃສ່ຕໍ່ວຽກງານສາສນາ ແລະ ວັດທະນະທັມ; ຣັຖະທັມມະນູນສະບັບນີ້ ຮຽກວ່າ “ຣັຖະທັມມະນູນສະບັບປະຊາຊົນ”, ມາຕາທີ່ວ່າດ້ວຍສາສນານັ້ນ, ເຖິງບໍ່ໄດ້ບັນຍັດເອົາພຣະພຸດທະສາສນາ ເປັນສາສນາປະຈຳຊາຕໂດຍກົງກໍຕາມ ແຕ່ວ່າມັນໄດ້ສະແດງເຖິງຫຼັກປະຊາທິປະໄຕຢ່າງສົມບູນ ທີ່ພັກ-ລັດຂອງພວກເຮົາໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນກັບທຸກໆສາສນາ ທີ່ມີຢູ່ ສປປ.ລາວ ເຖິງວ່າໃນປວັຕ ສາຕຣ໌ຂອງຊາຕລາວ ຈະຢັ້ງຢືນໄວ້ວ່າ ສາສນາພຸທທະເປັນສາສນາດຽວຂອງ ລາວ ເຊິ່ງບໍ່ມີສາສນາປົນຢູ່ມາກ່ອນເລີຍ ແຕ່ພັກ ແລະ ລັດກໍຄືປະຊາຊົນລາວ ເຫັນ ໄດ້ຈະແຈ້ງວ່າກາຣສ້າງຄວາມເປັນສັນຕິພາບ ເອກຣາຊ ປະຊາທິປະໄຕ ເອກະພາບ ແລະ ຄວາມວັດທະນາຖາວອນນັ້ນ ມັນຕ້ອງໄດ້ສ້າງຄົນພາຍໃນ ຊາຕ, ສ້າງຄວາມສາມັກຄີ ແລະ ສເມີພາຄພາຍໃນຊາຕ ຢາກໄດ້ແນວນັ້ນ ຈຳ ເປັນຢ່າງຍິ່ງ ລັດຈຶ່ງຕ້ອງສ້າງຄວາມໝັ້ນໃຈພື້ນຖານຂອງສັງຄົມ ໃຫ້ມີຄວາມ ສງົບ ອຸ່ນອ່ຽນໝັ້ນຄົງ ເຊິ່ງເຮົາເຫັນໄດ້ຈາກບົດບັນຍັດ ມາດຕາ ໙ ແຫ່ງ ຣັຖະທັມມະນູນສະບັບປຊາຊົນນັ້ນ ໄດ້ບັນຍັຕວ່າ “ລັດເຄົາລົບສິດ ແລະ ປົກປ້ອງການເຄື່ອນໄຫວອັນຖືກກົດໝາຍຂອງພຸດທະສາສນິກຊົນ ແລະ ສາສນິກຊົນອື່ນ. ປຸກລະດົມພຣະພິກຂຸ ສາມະເນນ ແລະ ນັກບວດຂອງສາສນາອື່ນໆ ໃຫ້ເຂົ້າຮ່ວມ ໃນການເຄື່ອນໄຫວ ທີ່ເປັນປະໂຫຍດແກ່ປະເທດຊາຕ ແລະ ປະຊາຊົນ. ຫ້າມທຸກການກະທຳ ທີ່ເປັນການແບ່ງແຍກສາສນາ ແລະ ແບ່ງແຍກປະ ຊາຊົນ” ອັນນີ້ ຖືເປັນບົທບັນຍັຕທີ່ວ່າດ້ວຍກາຣສົ່ງເສີມ ແລະ ກໍ່ສ້າງປະຊາທິປະໄຕໂດຍແທ້ ທີ່ພັກ ແລະ ຣັຖເຮົາເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນເປັນພິເສສ, ນອກຈາກໃຫ້ສິດເສຣີພາບແລ້ວ ຍັງໄດ້ເອົາໃຈໃສ່ປຸກລະດົມຂົນຂວາຍອີກ, ຣັຖະທັມມະນູນ ນອກຈາກຈະໃຫ້ສິທທິຂອງສາສນາແລ້ວ ຍັງເຄົາຣົບສິທທິຂອງພົລລະເມືອງດ້ວຍ ເຣື່ອງທີ່ກ່ຽວກັບສາສນາ ແລະ ຄາວາມເຊື່ອ ດັ່ງບົທບັນ ຍັຕໃນມາດຕາ ໓໐ ທີ່ວ່າ “ພົລເມືອງລາວ ມີສິດເສລີພາບ ໃນການເຊື່ອຖື ຫຼືບໍ່ເຊື່ອຖືສາສນາ” ບົທບັນຍັຕນີ້ເຖິງວ່າ ມີເນື້ອຄວາມສັ້ນໆ ແຕ່ຄົງໄວ້ເຖິງສິດເສຣີພາບທີ່ຍິ່ງໃຫຍ່ ຄືຄວາມສເມີພາຄ ອັນເປັນເຄື່ອງມືນຳໄປສູ່ປະຊາທິປະໄຕຢ່າງເຕັມສ່ວນ ເຖິງຣັດຖະທັມມະນູນຈະບໍ່ໄດ້ ບັນຍັຕຈະແຈ້ງວ່າພົລລະເມືອງລາວ ຕ້ອງນັບຖືພຸທທະສາສນາ ແຕ່ຊາວລາວເຮົາສ່ວນຫຼາຍປະຕິບັຕສິນທັມທາງພຣະພຸທສາສນາແລ້ວ, ປາສະຈາກຄວາມພະຍາບາທ, ອາຄາຕ, ຈ່ອງເວຣ ແລະ ບຽດບຽນກັນ, ຊິງຊັງ, ບໍ່ລົບລູ່ກຽດສັກສີ ຂອງກັນ ແລະ ກັນ ເຄົາຣົບໃນສິທທິຂອງກັນ ແລະ ກັນ ບໍ່ແຊກແຊງກິຈາກພາຍໃນຂອງກັນ ແລະ ກັນ ທັງພາຍໃນຊາຕເອງ ແລະ ຊາຕອື່ນດ້ວຍ ຍ່ອມຍັ້ງຢືນວ່າ “ຊາຕລາວເປັນຊາຕແຫ່ງພຣະ ພຸທທະສາສນາ” ຫຼືບໍ່ຈຳເປັນຕ້ອງໄປປະກາສໃຫ້ຄົນອື່ນ, ຊາຕອື່ນຮູູ້ກໍໄດ້ ຫາກ ຊາວລາວທັງມວລ ຍັງຄົງໝັ້ນປະຕິບັຕຢູ່ໃນຮີຕ ໑໒ ຄອງ ໑໔ ຢູ່ ກໍນັບວ່າຄົນລາວ ທັງໝົດຍັງເປັນຊາວພຸທຕາມວັຕປະສົງ ແລະ ເປົ້າໝາຍຂອງບັນພະບູຣຸສລາວ ກໍຄືຣັຖທັມມະນູນລາວສະບັບນີ້ຢູ່ ນອກຈາກນັ້ນຍັງສະແດງເຈຕນາຣົມຂອງ ຣັຖະທັມມະນູນສະບັບນີ້ອີກ ຄືບໍ່ວ່າແຕ່ສາສນາພຸທເທົ່ານັ້ນ ສາສນາໃດໆກໍຕາມຣັຖທັມມະນູນຕ້ອງໄດ້ປົກປ້ອງ ຫາກການປະຕິບັຕກິຈກັມທາງສາສນາ ບໍ່ເປັນໄປເພື່ອການແບ່ງແຍກຄວາມສາມັກຄີພາຍໃນຊາຕ ພັກ ແລະ ຣັຖແມ່ນ ສນັບສນູນ ນອກຈາກນັ້ນພັກ ແລະ ລັດເຮົາຍ່ອມມອງເຫັນວ່າ ມະນຸສເຮົາທຸກເຊື້ອຊາຕເຜົ່າພັນ ຈະຄົງໝັ້ນຢູ່ໄດ້ ໂດຍບໍ່ນັບຖື ຫຼືເຊື່ອຖືສາສນາໃດໆນັ້ນແມ່ນບໍ່ໄດ້ເດັດຂາດ, ສະນັ້ນຣັຖລາວ ຈຶ່ງໃຫ້ສິທທິກາຣເລືອກນັບຖືສາສນາຂອງແຕ່ ລະຄົນ ໂດຍທີ່ຣັຖຈະບໍ່ຊີ້ນຳ, ບັງຄັບ, ຫຼືກຳນົດໃຫ້ພົລເມືອງເຊື່ອ ຫຼືບໍ່ຊື່ອສາສ-ນາໃດໆ ເພາະສາສນາກໍຄືຄວາມເຊື່ອ, ຫາກມະນຸດເຮົາເຊື່ອໃນສາສນາໃດ ແລ້ວ ປະຕິບັຕຕົນໃນຄຳສອນຂອງສາສນານັ້ນໆ ໃຫ້ເຖິງກົກເຖິງຮາກ ທັງເຊື່ອໝັ້ນ ແລະ ຕາຍໃຈ ເອົາຫຼັກຄຳສອນນັ້ນໆ ໄປຜັນຂະຫຍາຍໃນຊີວິຕຕົນ ແລະ ພັທທະນາສັງຄົມ ໂດຍວິທີປະຕິບັຕແລ້ວ ຍ່ອມເຮັດໃຫ້ຄົນ, ສັງຄົມ ແລະ ປະເທສຊາດນັ້ນຈະເຣີນ, ໝັ້ນຄົງສະຖາພອຣໄດ້.
ນີ້ແລ້ວບັນດາສາທຸຊົນລາວເຮົາທັງຫຼາຍ ພັກ ແລະ ລັດເຮົາ ຍາມໃດກໍໄດ້ເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບຕໍ່ພັນທະກິຈຂອງຕົນ ດ້ວຍກາຣສົ່ງເສີມ ແລະ ພັດທະນາສາສນາ, ແລະ ວັດທະນະທັມຂອງຊາຕ ເພື່ອຄວາມວັທທະນາຖາວອຣ ຕາມຄຳຂວັນຂອງຊາຕທີ່ວາງໄວ້.
ດ້ວຍເຫຕນັ້ນ, ກາຣທີ່ຈະບັນຍັຕວ່າ “ຈະເອົາສາສນາໃດໆ” ເປັນສາສ-ນາປະຈຳຊາຕ ຫຼືບໍ່ປະຈຳຊາຕນັ້ນບໍ່ເປັນເຣື່ອງສຳຄັນ ຫາກປະຊາຊົນບໍ່ໄດ້ປະ ຕິບັຕຮີດຄອງທາງສາສນາແລ້ວ ຈະບັນຍັຕໄວ້ໃນຣັຖະທັມມະນູນ ກໍເປັນພຽງອັກສອຣຢູ່ໃນເຈັ້ຍຊື່ໆ, ແຕ່ວ່າຣັຖ ແລະ ພົລເມືອງລາວເຮົາປັດຈຸບັນນີ້ ໄດ້ເອົາໃຈໃສ່ປະຕິບັຕສິນທັມທາງພຣະພຸທທະສາສນາ ໂດຍເນັ້ນໃສ່ຄວາມສຸກ, ຄວາມສັນຕິ, ຄວາມສເມີພາບ, ພາລາດອນພາບ, ສັນຕິພາບ ແລະ ວັດທະນາຖາວອຣນີ້ ຄືເປົ້າໝາຍຂອງການພັດທະນາພຸທທະສາສນາ ແລະ ວັທທະນະທັມລາວ, ເຫັນໄດ້ເຖິງເປົ້າໝາຍຂອງຊາຕທີ່ ສະແດງວິສັຍທັສນ໌ໄວ້ວ່າ “ສັນຕິພາບ ເອກະຣາຊ ປະຊາທິປະໄຕ ເອກະພາບ ວັດທະນາຖາວອຣ”.
ປະຊາຊົນລາວເຮົາ ຈຳນວນຫຼາຍຂອງປະເທສຍັງຄົງໝັ້ນ ແລະ ເຊື່ອຖືໃນພຸທທະສານາຢູ່ ເຊິ່ງເຫັນໄດ້ຈາກກາຣປະຕິບັຕສິນທັມ ແລະ ວັທທະນະທັມທາງພຣະພຸທທະສາສນາ ຢ່າງບໍ່ລົດລະເຊັ່ນນີ້ ຄື ຄວາມພາກພູມໃຈ ແລະ ຄວາມທະນົງອົງອາຈຂອງຊົນຊາຕລາວ, ພັກ ແລະ ຣັຖເຮົາຍ່ອມໃຫ້ຄວາມຮ່ວມມື ແລະ ສົ່ງເສີມ ເວັ້ນເສັຍແຕ່ການກະທຳທີ່ເປັນການແບ່ງແຍກຊາຕ, ແບ່ງແຍກສາສນາ ແລະ ປະຊາຊົນເທົ່ານັ້ນ ບໍ່ສະເພາະແຕ່ຣັຖະບານລາວເທົ່ານັ້ນຈະຕ້ອງທຳ ໜ້າທີ່ປົກປ້ອງ ແລະ ເກືອດຫ້າມ; ຣັດຖະບາລຊາຕອື່ນໆທີ່ເປັນຊາຕອາຣະຍະ ໃນໂລກກໍຮັບຜິດຊອບໃນວຽກງານສ່ວນນີ້, ປະຊາຊົນລາວເຮົາຈົ່ງມີຄວາມພາຄພູມໃຈ ແລະ ທະນົງໃຈ ໃນຄວາມເປັນລາວ ພາຍໃຕ້ຄັນທຸງປະຕິວັຕຊາຕ ປະຊາທິປະໄຕເຖີດ.
---------------------------
(1) ໝາຍເຖິງຄົນລາວ ແລະ ຄົນເຊື້ອຊາຕລາວທັງມວລທັງຢູ່ໃນ ແລະ ນອກປະເທສ ທີ່ຍັງຄົງນຳໃຊ້ຮີດ ໑໒ ຄອງ ໑໔ ເປັນພື້ນຖານວັທນະທັມຂອງຕົນຢູ່.
---------------------------

No comments:

Post a Comment