Thursday 6 March 2008

ສະແດງຕົນເປັນພຸດທະມາມະກະ ຫຼືການເຂົ້າເຖິງພຣະຣັຕນະໄຕຍ໌

ຄົນລາວບູຮານ ຜູ້ທີ່ຍັງບໍ່ເຄີຍບວດເປັນສາມະເນນ ຫຼືພິກຂຸ ຄວນສະແດງຕົນເປັນພຸດ ທະມາມະກະ, ພຸດທະມາມະກະແປວ່າ ຜູ້ນັບຖືພຣະພຸດທະເປັນເປັນທີ່ເພິ່ງຂອງຕົນ ຄືນັບຖື ພຣະພຸດທະສາສນາຢ່າງແທ້ຈິງບໍ່ລະຖິ້ມນັ້ນເອງ, ເມື່ອປະກາດຕົນເປັນພຸດທະມາມະກະແລ້ວ ບຸກຄົນນັ້ນກໍຈັກໄດ້ກາຍເປັນພຸດທະສາສນິກຊົນ ຄືເປັນຊາວພຸດໂດຍແທ້ ຫຼືເປັນຄົນຂອງ ສາສນາພຸດນັ້ນເອງ ເຖິງແມ່ນວ່າເຄີຍບວດແລ້ວ ເມື່ອເດີນທາງ ໄປຢູ່ຕ່າງປະເທດໃນເວລາ ນານ ກໍຄວນສະແດງຕົນເປັນພຸດທະມາມະກະກ່ອນຈະໄປ ເພາະ ນອກຈາກເປັນການປະການ ຢ້ຳເຖິງຄວາມເປັນພຸດທະສາສນິກຊົນທີ່ດີແລ້ວ ຖືເປັນຣະບຽບພິທີແລ້ວ ຍັງຖືວ່າສາມາດປ້ອງ ກັນພຍັນຕຣາຍຕ່າງໆໄດ້ດ້ວຍ.
ສະຖານທີ່ທໍາພິທີ: ຄວນເປັນສິມ ຖ້າບໍ່ມີສິມກໍຄວນເປັນສາລາໂຮງທັມ ຫຼືບາງວັດຍັງບໍ່ ມີສາລາໂຮງທັມ ກໍໃຫ້ເລືອກເອົາສະຖານທີ່ມີພຣະພຸດທະຮູບ, ເຕົ້າດອກໄມ້, ຮາວທຽນ, ກະຖັງ ປັກທູບ, ຝ່າຍມຸງຄຸນ, (ສຳລັບຮອບພຣະພຸດທະຮູບ ໓ ຮອບ ແລະ ຕົວຜູ້ສະແດງ) ບາດນ້ຳມົນ ທີ່ມີນໍ້າ ແລະ ສົ້ມປ່ອຍເຝົາ ໙ ປ່ຽງ, ທຽນຄ່າສອກ, ວຽນຫົວ, ທູບທຽນບູຊາພຣະຣັຕນະຕຣັຍ, (ທຽນ ໒ ເຫຼັ້ມ, ທູບ ໓ ກ້ານ) ຂັນ ໕ ໑ ຂັນ, ພຣະສົງ ໔ ອົງຂຶ້ນໄປ ປະຊຸມກັນໃນສະຖານທີ່ນັ້ນ ນັ່ງອ້ອມຜູ້ສະແດງ.
ຜູ້ສະແດງ ໃຕ້ທຽນ, ຈູດທູບ ບູຊາພຣະຣັຕນະຕຣັຍ ແລ້ວຈຸດທຽນນໍ້າມົນປັກໄວ້ ທີ່ຂອບ ປາກບາດ(ຫ້າມເອົາໄປຕັ້ງລົງໃນບາດ) ຍົກປະເຄນບາດແກ່ພຣະສົງແລ້ວ ຈຶ່ງໄວ້ພຣະ, ອາຣາ ທະນາສີນດ້ວຍຕົນເອງ ເມື່ອຮັບໄຕສະນະຄົມ ແລະ ສີນສຳເຣັດແລ້ວ ຕໍ່ດ້ວຍຄຖສາມະທານສີນ ໕ ວ່າ:
ອິມານິ ປັນຈະ ສິກຂາປະທານິ ສະມາທິຍາມິ (໓ ຫົນຈົບ) ຈົບແລ້ວຂາບ ໓ ຫົນ, ຕໍ່ຈາກນັ້ນສະແດງຕົນເປັນພຸດທະມາມະກະ ຕໍ່ໜ້າພຣະສົງວ່າ :
ພຸດທັງ ເມ ຊີວິຕຕັງ ຍາວະ ນິບພານັງ ສາຣະນັງຄັດສະມິ : ຂ້ານ້ອຍຂໍເຖິງພຣະພຸດ ທະເຈົ້າເປັນສາຣະນະທີ່ເພິ່ງ ທີ່ຣະນຶກຕລອດຊີວິດ ຕລອດພຣະນິພພານ.
ທັມມັງ ເມ ຊີວິຕຕັງ ຍາວະ ນິບພານັງ ສາຣະນັງຄັດສະມິ : ຂ້ານ້ອຍຂໍເຖິງພຣະ ທັມ ມະເຈົ້າເປັນສາຣະນະທີ່ເພິ່ງ ທີ່ຣະນຶກຕລອດຊີວິດ ຕລອດພຣະນິພພານ.
ສັງຄັງ ເມ ຊີວິຕຕັງ ຍາວະ ນິບພານັງ ສາຣະນັງຄັດສະມິ : ຂ້ານ້ອຍຂໍເຖິງພຣະສັງ ຄະເຈົ້າເປັນສາຣະນະທີ່ເພິ່ງ ທີ່ຣະນຶກຕລອດຊີວິດ ຕລອດພຣະນິພພານ.
ພຸດທະມາມະໂກຕິ ມັງ ສັງໂຄ ທາເຣຕຸ : ຂໍພຣະສົງຈົ່ງຈຳຂ້ານ້ອຍໄວ້ວ່າ ເປັນພຸດ ທະມາມະກະ ຜູ້ນັບຖືເຊິ່ງພຣະພຸດທະເຈົ້າວ່າເປັນຂອງຂ້ານ້ອຍ.
ທັມມະມາມະໂກຕິ ມັງ ສັງໂຄ ທາເຣຕຸ : ຂໍພຣະສົງຈົ່ງຈຳຂ້ານ້ອຍໄວ້ວ່າ ເປັນທັມມະ ມາມະກະ ຜູ້ນັບຖືເຊິ່ງພຣະພຸດທະເຈົ້າວ່າເປັນຂອງຂ້ານ້ອຍ.
ສັງຄະມາມະໂກຕິ ມັງ ສັງໂຄ ທາເຣຕຸ : ຂໍພຣະສົງຈົ່ງຈຳຂ້ານ້ອຍໄວ້ວ່າ ເປັນສັງຄະ ມາມະກະ ຜູ້ນັບຖືເຊິ່ງພຣະພຸດທະເຈົ້າວ່າເປັນຂອງຂ້ານ້ອຍ:
ອິມາຫັງ ພະຄະວາ ອັຕຕະພາວັງ ຕຸມຫາກັງ ປະຣິຈະຊາມິ : ຂ້າແຕ່ພຣະຜູ້ມີພຣະ ພາຄເຈົ້າ ຂ້ານ້ອຍຂໍສະລະອັຕພາບຮ່າງກາຍນີ້ ແຕ່ພຣະອົງ(ວ່າບົດນີ້ທັງຄຳແປ ໓ ຫົນ).
ຈາກນັ້ນອາຣາທະນາພຣະປະຣິຕຕໍ່ໄປ ພຣະສົງເອົາຝ້າຍມຸງຄຸນ ຄ້ອງຕົວຜູ້ສະແດງ ຈະເຣີນພຸດທະມົນ ຈົບແລ້ວຫົວໜ້າສົງ ອາບນໍ້າມົນໃຫ້ຜູ້ສະແດງ ພຣະພິກຂຸສູດ ຊະຍັນໂຕ ຯລຯ ຕໍ່ດ້ວຍສັບພະພຸດທາ ຯລຯ ຣັກຂັງພັນທາ ນິສັບພະໂສ ໓ ຫົນ.
ໝາຍເຫດ: ຜູ້ສະແດງຄວນຄວນແຕ່ງຕົວດ້ວຍຜ້າຂາວຕາມສະໄໝນິຍົມ ຖ້າເປັນຍິງ ພຣະສົງບໍ່ຕ້ອງນັ່ງລ້ອມວົງ ຖ້າຈະຄ້ອງຝ້າຍມຸງຄຸນ ໃຫ້ພັນຝ້າຍມຸງຄຸນກັບສິ່ງອື່ນສາກ່ອນ ໃນກໍຣະນີນີ້ບໍ່ຄວນອາບນໍ້າມົນໃຫ້ ພຽງແຕ່ເອົາຟົດໄມ້ ມັດຫຍ້າຄາມາຊິດນ້ຳມົນໃຫ້ກໍພໍ ໃຫ້ຜູ້ ສະແດງໄປອາບນ້ຳມົນເອງທີ່ບ້ານ.

No comments:

Post a Comment