Thursday, 6 March 2008
ວິທີຊະນະທຸກແບບພຸດທະ
ວິທີຊະນະທຸກແບບພຸດທະ
ໂດຍ: ລູກຊາວດອນ
ມະນຸດຊົນ ທຸກໆຊົນຊັ້ນ, ວັນນະ, ເພສ, ວັຍ, ຖານະທາງການເງິນສູງ-ຕ່ຳ, ວຸດທິກາຣສຶກສາສູງຕ່ຳ ທັງຫຼາຍ, ທີ່ຍັງບໍ່ທັນສິ້ນອາສາວະກິເລສທັງປວງ ຍ່ອມມີຄວາມທຸກ ຄວາມຜິດຫວັງ ຄວາມວິຕົກກັງວົນ ຄວາມ ໂສກເສົ້າ, ະທົມຂົມຂຶ້ນທັງປວງ ບໍ່ຫຼາຍກໍນ້ອຍ.
ມະນຸດເຮົາຈະທຳຢ່າງໃດ ທີ່ຈະບໍ່ປະສົບກັບສິ່ງເຫຼົ່ານັ້ນ, ເນື່ອງຈາກຄວາມເປັນຈິງແລ້ວມະນຸດເຫຼົ່າ ນັ້ນ ບໍ່ວ່າຮັ່ງມີ, ທຸກຈົນ, ກໍຍັງຈັກຕ້ອງປະສົບພົບພໍ້ໃນສິ່ງເຫຼົ່ານີ້ຢູ່ສະໝີກັນ, ແມ່ນແຕ່ນັກຮຽນຮູ້ປັນຍາຊົນຜູ້ມີ ການສຶກສາສູງພຽງໃດ ກໍຕ້ອງຈະຕ້ອງໄດ້ພົບພານກັບສິ່ງເຫຼົ່ານີ້ ຮູ້ສຶກວ່າຜູ້ທີ່ຮຽນສູງ ແລະ ຮັ່ງມີລົ້ນຟ້າເໜືອ ແຜ່ນດິນ ຈະມີສິ່ງເຫຼົ່ານີ້ຫຼາບກວ່າຜູ້ທີ່ມີຄວາມຮູ້ນ້ອຍ ແລະ ທຸກຈົນດ້ວຍຊໍ້າໄປ, ເມື່ອເຮົາມາສັງເກເເບິ່ງພາວະ ຂອງມະນຸດໂລກໃນປັດຈຸບັນແລ້ວ ຈຶ່ງສາມາດແບ່ງມະນຸດອອກເປັນສອງພວກ ຄື ຜູ້ທີ່ຮັ່ງມີສີສຸຂ ແລະ ຜູ້ທຸກຈົນ ຄົນທັງສອງນີ້ ເມື່ອມາທຽບກັບຄຳສອນຂອງພຣະພຸດທະສາສນາ ຈະເຫັນວ່າມະນຸດທັງສອງພວກລ້ວນແຕ່ມີ ທຸກຂ໌ ຄື “ຄົນຮັ່ງທຸກເພາະບໍ່ພໍ, ຄົນທຸກຂ໌ຈົນ ທຸກເພາະຢາກມີ” ທັງ “ບໍພໍ” ກັບ “ຢາກມີ” ລ້ວນແຕ່ແມ່ນຄວາມ ຢາກ ພາສາພຣະວ່າ “ຕັນຫາ” ຕົວຕັນຫານີ້ແລ້ວ ຄືຕົວເຮັດໃຫ້ມະນຸດຕ້ອງທຸກ ຢູ່ໃນພາວະທັງ ໓ ຄື “ກາ ມະຕັນຫາ, ພາວະຕັນຫາ ແລະ ວິພາວະຕັນຫາ”
ບັນກາເຫຼົ່ານີ້ ຖືວ່າເປັນຄວາມທຸກຂ໌ ທີ່ມະນຸດໃນໂລກປັຈຈຸບັນພົບພໍ້ຫຼາຍຂຶ້ນ ຍິ່ງມະນຸດມີຄວາມຈເຣີນ ທາງດ້ານວັດຖຸຫຼາຍປານໃດ, ສິ່ງທີ່ມະນຸດຈະໄດ້ປະົບພົບພໍ້ກັບຄວາມທຸກຮູ້ສຶກວ່າ ຈະມີຄວາມພອກພູນຫຼາຍຂຶ້ນ ກວ່າແຕ່ເດີມ, ແຖມໃນປັຈຈຸບັນຍັງມິສິິ່ງທຳໃຫ້ຄວາມທຸກພັດທະນາຖືກພັດທະນາໃນຮູບແບບໃໝ່ຂຶ້ນມາເລື້ອຍໆ ດັ່ງພວກເຮົາຈະໄດ້ເຫັນຈາກ ທີ່ຄວາມທຸກຄວາມລຳບາກນັ້ນ ຈະເກີດຂຶ້ນໃນບັນດາປະເທດທີ່ພັດທະນາແລ້ວ ຫຼືກຳລັງພັດທະນາສາເປັນສ່ວນໃຫຍ່ ບໍ່ວ່າກາຣຂັດແຍ່ງເຣື່ອງຜົລປະໂຫຍດກັນໃນສັງຄົມ, ບັນຫາຄ່າຄອງຊີບ, ຄວາມແຕກແຍກໃນຄອບຄົວ, ບັນຫາເດັກນ້ອຍ ເຍົາວະຊົນ, ບັນຫາຢາເສບຕິດ, ບັນຫາໂສເພນີ, ບັນຫາມູນພາ ວະໃນເມືອງ, ບັນຫາຄວາມບໍ່ລົງລອຍກັນຣະຫວ່າງແນວຄິດ(ທິດຖີ) ບັນຫາໂຣຄາພະຍາດ ທີ່ໂດ່ງດັງທີ່ສຸດ ກໍ ໄດ້ແກ່ໂຣກເອດສ໌, ມະເຮັງນີ້ ກໍມັກຈະເກີດຂຶ້ນມາໃນບັນດາປະເທດພັດທະນາແລ້ວທັງນັ້ນ ແລ້ວຈຶ່ງຄ່ອຍແຜ່ ລາມໄປຍັງປະເທດກຳລັງພັດທະນາ ແລະ ມັນກຳລັງເຂົ້າມາຄຸກຄາມໃນປະເທດດ້ອຍພັດທະນາເປັນຂັ້ນຕອນ, ນອກຈາກນີ້ບັນຫາຣົດຕິດກໍຍັງພາໃຫ້ເກີດຄວາມທຸກບໍ່ນ້ອຍ, ສະນັ້ນຈຶ່ງເຫັນໄດ້ວ່າ ເຖິງວ່າຈະມີຄວາມຈະເຣີນ ທາງດ້ານວັດຖຸຫຼາຍກໍຕາມ ຄວາມທຸກເລົ່ານັ້ນ ທີ່ເກີດຂຶ້ນມາທາງດ້ານຈິດໃຈ ຍິ່ງເພີ່ມທະວີ ແລ້ວກໍຄ່ອຍສົ່ງຜົນ ເຂົ້າມາທາງດ້າຮ່າງກາຍ ທາງດ້ານວັດຖຸ ຢ່າງບໍ່ລົດລະ, ສ່ວນປະເທດດ້ວຍພັດທະນາເຖິງຈະມີຄວາມທຸກທາງ ກາຍກໍຕາມ ແຕ່ທຸກທາງຈຍັງມີຣະດັຍຕ່ຳຢູ່ ຖ້າບໍ່ມີວິທີ ແລະ ເຄື່ອງມີປ້ອງກັນກໍຈະສວາຍເກີິນແກ້ແນ່ອນ, ດັ່ງດຽວກັບຄົນທີ່ຮັ່ງມີ ຫຼືຄົນທີ່ຢູ່ໃນປະເທດຮັ່ງມີແລ້ວ ຄວາມທຸກທາງກາຍ ກໍຈະມາບັນເຂົາຫາກບໍ່ມີທາງປ້ອງ ກັນກໍຈະເກີດບັນຫາທາງກາຍ ແລະ ໃຈ ກະທົບຜົນຕໍ່ສັງຄົມສ່ວນໃຫຍ່ ແລະ ສັງຄົມໂລກ.
ບັນຫາຄວາມທຸກເລົ່ານີ້ ຖືວ່າສຳຄັນທີ່ສຸດ ແລະ ອາດກ່າວວ່າບໍ່ມີວິທີໃດໆ ໃນໂລກຈະແກ້ໄດ້ ຫຼືວ່າຄຳ ສອນລັດທີສາສນາໃດໆໃນໂລກ ທີ່ຈະດັບຄວາມທຸກທີ່ເກີດຂຶ້ນຈາກຄວາມຜິດຫວັງ, ຄວາມວິຕົກກັງວົນ, ຄວາມ ຣະທົມຂົມຂື່ນ, ຄວາມອິດສາຣິດສຍາ, ຄວາມບຈັກຜ່ອນສັ້ນຜ່ອນຍາວ ຫຼືຄວາມເຫັນແກ່ຕົວ, ມົວເມົາໃນລາບ, ກຽດຕິຍົດ, ຊື່ສຽງ ແລະ ຄວາມບໍ່ຍອມກັນອັນເປັນນິສັຍພຶ້ນຖານຂອງມະນຸດນັ້ນໄດ້ ກໍຄົງຈະບໍ່ປາສາຈາກຫຼັກຄຳ ສອນຂອງພຣະພຸດທະສາສນາ ທີ່ແນະນຳໃຫ້ແກ້ໄຂຄວາມທຸກໂດຍວິທີທັມມະດາ ຫຼືທັມມະຊາດ, ເຊິ່ງເນັ້ນທາງ ຈິດ ອັນຕິດພັນກັບມະນຸດ ເຊິ່ງວິທະຍາສາດ ວິທະຍາການສະໄໝໃໝ່ໄດ້ປະຕິເສດ, ໄດ້ຄ່ອຍໆຫັນມາໃຫ້ກາຣ ຍອມຮັບຂຶ້ນທຸກຂະນະ ແລະ ປັຈຈຸບັນນັກວິທະຍາສາດ ໄດ້ນຳເອົາຫຼັກຄຳສອນຂອງພຣະພຸດ ທະສາສນາໄປຄົ້ນ ຄວ້າຫຼາຍຂຶ້ນແລ້ວ ມີຫຼາຍສຳນັກ, ຫຼາຍປະເທດ ຈົນເຖິງສ້າ່ງຕັງເປັນອົງກອນຂອງຣັດ ແລະ ເອກຊົນ ຖ້າແກ້ໄຂຄວາມທຸກບໍ່ໄດ້ຈິງ ນັກວິທະຍາສາດ ຄົງຈະບໍ່ເສັຍສະຫຼະເວລາຂອງຕົນມາປະຕິບັດທັມດອກ ປະເທດ ເຮົາເປັນປະເທດພຣະພຸດທະສາສນາແທ້ໆມາແຕ່ກຳເນີດຊາດ ຈະລະເລີຍບັນຫານີ້ໄປໄດ້ຢ່າງໃດ ?
ສິ່ງທີ່ແກ້ບັນຫາຕ່າງໄດ້ຖືກຈຸດນັ້ນ ຕ້ອງມີຄວາມຮູ້ຖືກ ຄວາມເຂົ້າໃຈຖືກໃນເບື້ອງຕົ້ນ, ຈະເປັນປະ ໂຫຍດຢ່າງຍິ່ງ ສາມາດນຳມາໃຊ້ເປັນວິທີຄິດ ແລະ ໃຊ້ປະຕິບັດໃນຊີວິດປະຈຳວັນໄດ້, ໃນສິ່ງຕ່າງໆທີ່ເຮົາໄດ້ພົບ ເຫັນ ບຸກຄົນທັງຫຼາຍທັງທີ່ເປັນທີ່ຮັກ ແລະ ບໍ່ເປັນທີ່ຮັກ ຕອລດເຖິງວັດຖຸ ສິງແວດລ້ອມຕ່າງໆ ທີ່ຈະທຳໃຫ້ເຮົາ ເກີດຄວາມເພີນເພີນຍິນດີ ຫຼືເກີດຄວາມຜິດຫວັງບໍພໍໃຈ ອຸກໃຈ ເຫງົາໃຈ ວິຕົກກັງວົນ ລ້ວນແຕ່ເກີດດັບສະຫຼັບ ກັນໄປໃນຈິດຂອງເຮົາເອງຢູ່ສະເໝີ ທັງຄວາມຍິນດີ ຍິນຮ້າຍ ບໍ່ພໍໃຈ ກັບບໍ່ພໍໃຈ ໃນເຣື່ອງຂອງບຸກຄົນ ຫຼືວັດຖຸສິ່ງ ຂອງອັນທີ່ເປັນ ຮູບ, ສຽງ, ກິ່ນ, ຣົດ, ແລະ ສຳຜັດ ເປັນຢ່າງໜີຢູ່ທຸກເມືອ່ເຊື້ອວັນ ນີ້ເປັນສັດຈະທັມຢ່າງໜຶ່ງ ທີ່ພວກເຮົາຄວນຮູ້ ຄວນເຂົ້າໃຈ ເປັນເບື້ອງຕົ້ນ ເຊິ່ງເຮົາຈະຫຼີກລຽງບໍ່ໄດ້ເລີຍແມ່ນແຕ່ເຮົານອນຫຼັບຢູ່ ອາຣົມ ຕ່າງໆ ທັງດີ ແລະ ບໍ່ດີເຫຼົ້ານັ້ນ ຍ່ອມມາປາກົດຫຼອກຫຼອນເຮົາຢູ່ ມັນເຂົ້າມາໃນຄວາມຝັນຂອງເຮົາ ເຊິ່ງມັນບັງຄັບມັນບໍ່ໄດ້ເລີຍ ແມ່ນແຕ່ຝັນເຣື່ອງດີ ເຮົາກໍຢາກໄດ້ໃຫ້ມັນກັບມາຝັນອີກ, ເມືອ່ມັນບໍ່ຝັນແບບນັ້ນ ຈັກເທື່ອເລີຍ ມັນກໍເກີດຄວາມທຸກ ຄືທຸກເພາະຢາກໄດ້ ຢາກເປັນນັ້ນເອງ, ສ່ວນຄວາມຝັນຮ້າຍ ເຮົາບໍ່ຢາກໃຫ້ ມັນຝັນ ມັນພັດຝັນຂຶ້ນມາ, ແຖມຝັນເລື້ອຍໆຈົນເຮັດໃຫ້ເຮົາເກີດຄວາມທຸກ ແລະ ຄວາມຢ້ານກົວ ຢ້ານຕະພຶດ ຕະພື ແລ່ນເຂົ້າໄປຫາພຣະ ຖືກພຣະທີ່ມີຄວາມຮູ້ວິຊາກໍສອນຕາມຫຼັກທັມ ດ້ວຍເຫດດ້ວຍປັດໄຈແຫ່ງທັມ, ບາງຄົນຮູ້ບໍ່ເຖິງບໍ່ເທົ່າທັນກັບບັນຫາ ແລະ ຫຼັກທັມ ກໍຫາພຣະບໍ່ດີ ຊ່ວຍຍາດໂຍມບໍ່ໄດ້, ກໍແລ່ນໄປຫາພຣະບາງ ອົງຮູ້ບໍ່ເທົ່າທັນກັບໂລກ ກໍສອນ ຫຼືແກ້ໃຫ້ຕາມວິທີນອກບັນຫາ ຮູ້ສຶກຍິ່ງແກ່ຍິ່ງທຸກເຂົາໄປຊັກໃຊ້ ຫາກໂຊກເຂົ້າ ຂ້າງໄດ້ຜົນກໍໄດ້ຜົນ ແຕ່ສ່ວນໃຫຍ່ຈະບໍ່ໄດ້ຜົນ ກໍຫາວ່າພຣະບໍ່ເກ່ງບໍ່ໄດ້, ແລ່ນໄປຫາໝໍມົດ ໝໍຜີ ໝໍເດົາ ມໍ່ດູ ພວກນີ້ຮູ້ສຶກວ່າມີຫຼວງຫຼາຍໃນສັງຄົມ ແທນທີ່ຈະໄປບັນເທົາບັນຫາ ກບັໄປເພີ່ມບັນຫາອີກຫຼວງຫຼາຍ, ບາງຄົນ ສົມຫວັງຫັບມະນຸດ ກໍມັກຈະແລ່ນໄປຫາຜີ ຕົ້ນໄມ້ໃຫຍ່ລຳທານເລີກ ກໍມີຫຼວງພາຍມາກ.
ນີແລ້ວທ່ານສາທຸຊົນ ແມ່ນແຕ່ຄວາມຝັນຊື່ໆ ທັງຮ້າຍ ທັງດີ ຍັງເຮັດໃຫ້ເຮົາທຸກເຖິງຂະໜາດນີ້ແລ້ວ ຝັນດີກໍເປັນທຸກ ຝັນຮ້າຍກໍເປັນທຸກ ເກີດຄວາມວິຕົກກັງວົນ ເຮົາຮູ້ວ່າ ຄວາມຝັນມັນເປັນເຣື່ອງບໍ່ຈິງ ກໍຍັງທຳໃຫ້ ຄົນທຸກເຖິງຂະໜາດນັ້ນ ປາສາຫຍັງກັບເຣື່ອງທີ່ຫຍ່ກວ່ານີ້ ຊິບໍ່ໃຫ້ເຮົາທຸກຫຼາຍກວ່ານີ້ ພຣະເຈົ້າຢູ່ເທິງສະຫວັນ ກໍບໍ່ສາມາດໃຊ້ອຳນາດບັງຄັບ ບັນຊາໄດ້ ນອກຈາກກົດເກນຂອງທັມມະດາທີ່ເປັນ ທັມມະຊາດ ຢູ່ໃນຕົວຂອງເຮົາ ເອງເທົ່ານັ້ນ ທັງນີ້ກໍຕ້ອງອາສັບຫຼັກທັມຂອງພຸດທະສາສນາເຂົ້າຊ່ວຍ ຈຶ່ງຈະແກ້ໄດ້.
ດັ່ງນັ້ນ, ໃຜກໍຕາມຈະເຮັດໃຫ້ເຮົາ ບໍ່ມີຄວາມຜິດຫວັງວິຈົກກັງວົນ, ເດືອດຮ້ອນໃຈໄດ້ນັ້ນ ຍ່ອມບໍ່ມີຢູ່ ນອກຕົວເຮົາ, ເມື່ອເຮົາຮູ້ແລ້ວວ່າເຮົາຕ້ອງຊ່ວຍຕົນເອງ ເຮົາຈະຕ້ອງໄດ້ມີຄວາມຮູ້ຖືກ, ເຂົ້າໃຈຖືກ, ຊີວິດຂອງ ເຮົາຈຶ່ງເໜືອທັມມະຊາດ, ເຮົາບໍ່ຈຳເປັນຕອ້ງໃຫ້ຊີວິດເຮົາເໜືອຄົນອື່ນກໍໄດ້ ແຕ່ເຮົາຕ້ອງໃຫ້ຊີວິດເຮົາ ເໜືອນ ຊີວິຕອັນເປັນພື້ນຖານແຫ່ງຈິດເຮົາເຮົາເທົ່ານັ້ນ, ເມື່ອເຮົາທຳຕົນ ຈິດຂອງຕົນເໜືອຈິດເດີມຂອງເຮົາແລ້ວ ເຮົາ ກໍຈະເປັນຄົນເໝືອທັມມະຊາດ, ເໜືອພຣະເຈົ້າ, ສິ່ງທີ່ທຳໃຫ້ເຮົາເໜືອສິ່ງເຫຼົ່ານັ້ນ ພຣະພຸດທະອົງຊົງຕັດສອນ ໄວ້ວ່າ “ກັມມຸນາ ວັຕຕະຕິ ໂລໂກ” ເຮົາເທົ່ານັ້ນຈະເປັນຜູ້ແກໄຂບັນຫາຊີວິດເຮົາໄດ້ດີ, ຫາກເຮົາຈະເໜືອດສິ່ງ ເຫຼົ່ານັ້ນໄດ້ ເຮົາຈະຕ້ອງເປັນຜູ້ສອດສ່ອງຮູ້ບັນຫານັ້ນໄດ້ດີ ຄົນອື່ນຫຼືພຣະເຈົ້າເຫຼົ່າເທວະດາອົງໃດຈະມາ ຮູ້ບັນ ຫານັ້ນໄດ້ດີກວ່າເຮົາກໍບໍ່ມີອີກເຊັ່ນກັນ ເຮົາເທົ່ານັ້ນເປັນຜູ້ຮູ້, ສະນັ້ນເຣື່ອງຂອງເຮົາ ເຮົາຈຶ່ງເປັນຜູ້ແກ້ ພຣະເຈົ້າ ເຖິງສະຫວັນຈະເປັນຜູ້ແກ້ໃຫ້ເຮົາຄົງສພເຣັດຍາກສົມຄວນ, ຖ້າເປັນເຊັ່ນນັ້ນ ເມື່ອເຮົາຮູ້ວ່າທຸມີຈິງ ເຮົາກໍຢາກ ໜີຈາກທຸກທັງມວນ ທາງດຽວກໍຄືເດີນຕາມເສັ້ນທາງແຫ່ງພຣະສັຈຈະທັມຄຳສອນແຫ່ງອົງສົມເດັດພຣະສັມມາ ສັມພຸດທະເຈົ້າເທົ່ານັ້ນ, ທີ່ຈະປົກປ້ອງເຮົາ ໃຫ້ປະສົບກັບຄວາມສຸຂ ຄວາມສງົບ ຄວາມສົມຫວັງ ທັງທາງກາຍ ແລະ ທາງໃຈ ທີ່ທ່ຽງແທ້ຖາວອນ.
ຢ່າງໃດກໍຕາມ ເມື່ອເຮົາຮູ້ ແລະ ເຂົ້າໃຈວ່າ ພຣະສັຈຈະທັມທາງພຣະພຸດທະສາສນາຊ່ວຍແກ່ໃຫ້ເຮົາ ໄດ້ ເຮົາກໍຕ້ອງຮູ້ຄວາມຈິງທີ່ວ່າ “ກາຍກັບໃຈ” ຂອງເຮົາມີທຸດ ມີສຸຂເກີດຂຶ້ນມາໄດ້ເພາະເຫດໃດ ແລະ ຈະສົ່ງຜົນ ຕໍ່ເນື່ອງກັນຢ່າງໃດ ຄວາມຮູ້ຖືກຄວາມເຂົ້າໃຈຖືກ ຈະເປັນເບື້ອງຕົ້ນ ເຮັດໃຫ້ຄິດຖືກ ເວົ້າຖືກ ແລະ ປະຕິບັດຖືກ, ແລ້ວກໍວາງຕົວວາງໃຈວາງກາຍເປັນກາງ(ມັດຊິມະປະຕິປະທາ) ແຕ່ບໍ່ແມ່ນວາງເສັຍ ການວາງເສີນ ມັນເປັນ ການຍອມຈຳນົນ ຫຼືທຳການບໍ່ສູ້ອັນໃດເລີຍ ຖ້າເປັນຢ່າງນັ້ນມັນກໍເປັນຄວາມຫຼົງໄຫ໕ມົວເມົາ ຍິ່ງຈະທຸກເຂົ້າໄປ ໜັກໜ້າສາຫັດ ຈິດໃຈກໍຍ່ອມເສົ້າໝອງລົງໄປທຸກຂະນະ ເດືອດຮ້ອນ ວິຕົກກັງວົນ ຜິດຫວັງລົງໄປອີກ.
ດັ່ງຕົວຢ່າງ ທີ່ເກີດຂືຶ້ນໃນສະຫະຣັດອະເມຣິກາ ຄືການທີ່ມີພວກບໍ່ດີຈີ້ຍົນຊົນລະເບີດສູນກາງການຄ້າ ໂລກ(Wold trade Center) ເມື່ອວັນທີ ໑໑ ກັນຍາ ປີ ໒໐໐໑ ກໍເຊັ່ນດຽວກັນ ມັນກໍເປັນຄວາມທຸກສຳຄັນຂອງປະ ຊາຊົນຊາວອະເມຣິກາ ຕລອດປະຊາຊາດໃນໂລກ, ສິ່ງທີ່ເກີດນັ້ນມັນບໍ່ໄດ້ເກີດຈາກເທວະດາອິນພຣົມ ຫຼືເທພະ ເຈົ້າເຫຼົ່າໃດເລີຍ ອັນນັ້ນມັນເກີດຈາກການກະທຳຂອງມະນຸດ ຈະໂທດຝ່າຍໃດຝ່າຍໜຶ່ງບໍ່ໄດ້ ທາງຝ່າຍອະເມຣິ ກາເອງກໍຕ້ອງທົບທວນນະໂຍບາຍຂອງຕົນດ້ວຍ, ແລະ ທາງສັດຕູເອງກໍຕ້ອງເບິ່ງບັນຫາຂອງມະນຸດທັງມວນ ດ້ວຍ ຈະໄປໂທດຄົນອື່ນບໍ່ໄດ້ເດັດຂາດ ມັນຕ້ອງເວົ້າເຖິງສິ່ງຕ່າງໆທີ່ກ່ຽວພັນກັນຂອງມະນຸດທີ່ຢູ່ຮ່ວມກັນໃນໂລກ ມະນຸດທຸກຄົນລ້ວນສະແຫວງສັນຕິ ແລະ ສຸຂດ້ວຍກັນ ແຕ່ວິທີການນັ້ນມະນຸດຈະທຳເຊັ່ນໃດ ຈຶ່ງຈະບໍ່ເກີດບັນຫາ ຕິດຕາມມາ, ນອກຈາກນັ້ນ ກໍບັນຫາເຣື່ອງຊຶນາມິ ໃນທ້າຍປີ ໒໐໐໔ ອັນເປັນພັຍຈາກທັມມະຊາດ ແຕ່ກໍເປັນຜົລ ງານຂອງມະນຸດ, ເຊັ່ນດຽວກັບປີ ໒໐໐໘ ຄວາມຈິງແລ້ວ ບໍ່ມີເລີນເດືອນຍີ່ຝົນຈະຕົກ ແຕ່ພາຍໃນ ໒ ປີຜ່ານມານີ້ ໂລກຮ້ອນ ແລະ ໜາວຜິດປົກຕິ ອັນນີ້ກໍບໍ່ແມ່ນເຣື່ອງຂອງເທບອີກເຊັ່ນກັນ ມັນແມ່ນເຣື່ອງຂອງມະນຸດເປັນຜູ້ສ້າງ ແລະ ມະນຸດເທົ່ານັ້ນ ຈະເປັນຜູ້ແກ້ ຈະໃຫ້ທັມມະຊາດເປັນຜູ້ແກ້ແມ່ນບໍ່ໄດ້ ທຽບໃສ່ຫຼັກທັມ ກໍຄື “ຜູ້ສ້າງກັມ ຍ່ອມໄດ້ຮັບຜົລຂອງກັມ” ສິ່ງທັງໝົດເຖິງຈະເກີດຂຶ້ນກັບໂລກ ແຕ່ເຮົາກໍນຳມາເປັນບົດຮຽນຊິວິດໄດ້ ບໍ່ວ່າໂລກ ທັງ ມວລລວມ ກໍລ້ວນແຕ່ເກີດຈາກນໍ້າມືຄົນທັງນັ້ນ, ທີ່ສຳຄັນຄືຕ້ອງບໍ່ມີຄວາມຫຼົງ, ຄວາມບໍ່ຮູ້ ບໍ່ເຂົ້າໃຈ ໃນບັນຫາ ຫຼືຕົ້ນເຫດຂອງທຸກ, ດັ່ງມີເຣື່ອງເລົ່າຢູ່ວ່າ.
ທີ່ຄະຣິຫາດມະກາເສດຖີ ຂະນະນັ້ນມະຫາເສດຖີກຳລັງນັ່ງສຳລານ ຢູ່ໜ້າຄະຣືຫາກຂອງຕົນ, ທັນ ໃດນັ້ນ ມີເດັກນ້ອຍຂໍທານຄົນໜຶ່ງເຂົ້າມາຂໍເງິນ ແລະ ເສດອາຫານ ເພື່ອລ້ຽງຊີບ ມະຫ່າເສດຖີພັດເປັນຄົນຂີຖີ່ ຈຶ່ງມີອຸບາຍຖາມເດັກນ້ອຍຄົນຂໍທ່ານວ່າ “ເປັນຫຍັງຈຶ່ງຂໍທານ” ເດັກນ້ອຍຂໍທານເມືອ່ໄດ້ຮັ້ບຄຳຖາມ ກໍຕອບໄປ ຕາມກົງວ່າ “ຂ້ານ້ອຍທຸກຂ໌” ມະຫາເສຕຖີຈຶ່ງຖາມວ່າ “ທຸກຂ໌ນັ້ນມັນເປັນຈັ່ງໃດ ?” ຈົ່ງອະທິບາຍທຸກຂ໌ຂອງເຈົ້າ ມາຫໃຫ້ຟັງ ຖ້າອະທິບາຍຄວາມທຸກຂ໌ຂອງເຈົ້າໃຫ້ເຮົາເຂົ້າໃຈ ເຮົາຈັກໃຫ້ຫານແກ່ເຈົ້າ, ເດັກນ້ອຍຄົນນັ້ນ ກໍພະຍາມອະທິບາຍຄວາມທຸກຂ໌ທີ່ຕົນປາສົບໃຫ້ເສດຖີຟັງ ແຕ່ເສດຖີກໍຟັງບໍ່ຮູ້ເຣື່ອງ, ກໍປະຕິເສດຕໍ່ຄຳອະທິບາຍ ນັ້ນທຸກຂໍ້ ເພາະເສຕຖີບໍ່ເຂົ້າໃຈ ເຖິງເຂົ້າໃຈກໍບໍ່ເຫັນວວ່າທຸກຂ໌ຂອງຄົນຂໍທານນັ້ນມັນຈັກພິເສດພິໂສຫຍັງ, ຍິ່ງ ເດັກນ້ອຍຂໍທານເຫຼົ່າເທົ່າໃດ ກໍຍິ່ງກາຍເປັນເຣື່ອງຕລົກສຳລັບເສດຖີຊໍ້າ ເພາະເສດຖີເອງກໍຍັງບໍ່ເຄີຍທຸກຂ໌ ຈັກ ເທື່ອ ເກີດຢູ່ກອງເງິນກອງຄຳ ເມື່ອເປັນເຊັ່ນນັ້ນເສດຖີກໍບໍ່ໄດ້ໃຫ້ຫຍັງແກ່ເດັກນ້ອຍຂໍທານເລີຍ ເພາະຄວາມຂອງ ເດັກນ້ອຍຂໍທານເປັນພຽງເຣື່ອງຕລກທັມມະດາ.
ວັນໜຶ່ງ, ມະຫາເສດຖີຜູ້ບໍ່ເຄີຍພົບກັບຄວາທຸກຂ໌ຈັກເທື່ອໄດ້ໄປເດີນຫຼິ້ນໃນສວນສາທາຣະນະ ບັງເອີນ ເຈັບແຂ້ວຂຶ້ນມາກະທັນຫັນ ຢ່າງໂຈມທາງຮ້ອງໂອດໂອຍຢູ່ ເດັກນ້ອຍຂໍທານຄົນນັ້ນເຫັນເສດຖີກໍຍ່າງເຂົ້າໄປຂໍ ເສດອາຫາຣກັບເສດຖີຕາມເຄີຍ ເສດຖີທັງຮ້ອງທັງຄາງ ເມື່ອເຫັນເດັກນ້ອຍຂໍທານຂໍສິ່ງທີ່ເຂົາປາຖນາ ເສດຖີຂີ້ ຖີ່ເຖິງເຈັບແຂ້ວຢູ່ ກໍຍັງຫຼິ້ນແຜນເດີມຢູ່, ຄືຖາມເຣືອ່ງລັກສະນະອາການຂອງຄວາມທຸກໃຫ້ຄົນຂໍທານແກ້ໃກ້ຕົນ ຟັງຈົນເຂົ້າໃຈດີ ຈຶ່ງຈະໃຫ້ອາຫານ, ເມື່ອເດັກນ້ອຍຄົນນັ້ນເຫັນເສດຖີຮ້ອງໂອດໂອຍຄວນຄາງທັງເອົາມືໂຈມຄາງ ດ້ວຍການເຈັບແຂ້ວ ຈຶ່ງມີຄວາມສລາດຂຶ້ນ ຈຶ່ງຖາມທ່ານເສດຖີວ່າ “ທ່ານເປັນຫຍັງຈຶ່ງຮ້ອງໂອດໂອຍຢ່າງນັ້ນ” ທ່ານເສດຖີຈຶ່ງຕອຍວ່າ “ເຮົາເຈັຍແຂ້ວເວີຍວ໌” ເດັກນ້ອຍຂໍທານໄດ້ໂອກາດກໍຕອບວ່າ “ທ່ານມະຫາເສດຖີ ອັນຄວາມທຸກຂອງຂ້າພະເຈົ້າ ກໍເ້ໝືອນອາການເຈັບແຂ້ວຂອງທ່ານນັ້ນແລ້ວ” ທ່ານມະຫາເສດຖີ ຈຶ່ງຮູ້ວ່າ ຄວາມທຸກຂ໌ ກໍຄືຄວາມທົນໄດ້ຍາກ ມັນທໍຣະມາແສນສາຫັດ ອັນນີ້ເປັນການເຈັບແຕ່ພຽງທາງກາຍຍັງເຖິງຂະ ໜາດນີ້ ບາດເຈັບທາງໃຈຈະຂນາດໃດ ? ຈະຫາຢາຫຍັງມາບັນເທົາລົງໄດ້.
ຄົນໃຊ້ຂອງທ່ານມະຫາເສດຖີ ທີ່ຢືນຢູ່ຂ້າງໆ ກໍຕອບວ່າ “ທາງອອກມີທາງດຽວກໍຄືມີແຕ່ພຣະສັຈທັມ ຂອງອົງສົມເດັດພຣະສັມມານັສມພຸດທະເຈົ້າເທົ່ານັ້ນ” ທ່ານເສດຖີບອກກັບຄົນໃຊ້ວ່າ “ພາເຮົາໄປຫາອົງສົມເດັດ ພຣະສັມມາສັມພຸດທະເຈົ້າດຽວນີ້, ຄົນໃຊ້ຕອບວ່າ ກ່ອນຈະປະຕິບັດທັມໄດ້ ຕ້ອງໄດ້ໃຫ້ທານສາກ່ອນ ທ່ານເສດຖີ ຈຶ່ງຖືໂອກາດນັ້ນໃຫ້ທານດ້ວຍຄວາມສົງສານຂຶ້ນມາ ແລະ ຍັງນຶກວ່າ “ຕົນກັບຄົນຂໍທານລ້ວນແຕ່ທຸກຂ໌ຄືກັນ ແຕ່ຕ່າງແຕ່ສະພາວະທຸກເທົ່ານັ້ນ”.
ນີ້ສະແດງໃຫ້ເຫັນວ່າ ຫາກບໍ່ປະສົບກັບຄວາມທຸກຂໍ່ ກໍບໍ່ຮູ້ຈັກທຸກຂ໌ ເມື່ອປະສົບກັບຄວາມທຸກຂ໌ ແລ້ວ ມະນຸດຈະວາງເສີຍບໍ່ໄດ້ ສະນັ້ນເມື່ອເຮົາຮູ້ ເຮົາກໍຕ້ອງແກໄຂຕາມຕົວເທົ່າເຮົາຮູ້ນັ້ນສາ, ຫາກຮູ້ແລ້ວບໍ່ເຮັດຕາມ ກໍຄືການຫຼົງຜິດ ຈິດໃຈຍ່ອມເສົ້າໝອງເດີອຮ້ອນ, ວິຕົກກັງວົນຜິດຫວັງຢູ່ສະເໝີ ຄວາມຮູ້ຖືກ ແລະ ຄວາມເຂົ້າ ໃຈຖືກມັນຄືຫັຍງ ເຊັ່ນເຮົາມີຄວາມຕ້ອງການທາງອາຣົມທີ່ດີ ທີ່ໜ້າປາຖນາກວ່າຄວາມຕອ້ງກາຣ ໃນຮູປ ສຽງ ກິ່ນ ຣົສ ເປັນຕົ້ນ ແຕ່ເຮົາບໍ່ຮູ້ມັນວ່າເປັນເປັນສິ່ງນັ້ນສະເໝີໄປ ທີ່ຈິງແລ້ວເຮົາກໍຕອບເຮົາເອງໄດ້ດີວ່າ “ບໍ່ຈຳເປັນ ຫຼືບາງຄັ້ງກໍຕ້ອງການ, ບາງຄັ້ງບໍ່ຕ້ອງການ” ແຕ່ສິ່ງທີ່ເຮົ້າຄິດນັ້ນມັນເປັນຈິງດັ່ງທີ່ຫົວໃຈຄິດບໍ ? ຖ້າສິ່ງນັ້ນບໍ່ ເປັນຈິງດັ່ງທີ່ຄິດ ມັນກໍຜິດຫວັງ ສິ່ງທີ່ຜິດຫວັງ ແລະ ສົມຫວັງທັງສອງຢ່າງກາຍເປັນຄວາມທຸກ ທີ່ຕ່າງສະພາວະ ທຸກຂ໌.
ດ້ວຍເຫດນັ້ນ, ເມື່ອເຮົາບໍ່ສົມຫວັງ ຫຼືບໍ່ໄດ້ດັ່ງຫວັງແລ້ວ ເຮົາຕະໄປຕິຕິງ ແລະ ດ່າຄົນອື່ນ ວ່າເຮົາໃຫ້ ເຮົາຜິດຫວັງ ເດືອດເນື້ອຮ້ອນໃຈ ສິ່ງທັງໝົດມັນບໍ່ໄດ້ເກີດຈາກຄົນອື່ນ, ມັນເກີດຈາກຕົວເຮົາເທບທັງນັ້ນ ເຮົາຫຼົງ ຜິດເອງ ຕົວຢ່າງກໍຣະນີການທີ່ຜົວ ຫຼືເມັຍປະຮ້າງກັນ ຕ່າງຝ່າຍຕ່າງຕິຕິງກັນວ່າບັນຫາເກີດຂຶ້ນເພາະຝ່າຍ ກົງກັນຂ້າມ ທີ່ແທ້ມັນເກີດຈາກຕົນເອງ, ດັ່ງທີ່ເຮົານຸ່ງເສື້ອ, ສົງ, ເມື່ອນຸ່ງເຫິງໄປ ກໍຫາວ່າສົ້ງເສື້ອບໍ່ງາມ, ເສື້ອເປື້ອນ, ເສື້ອບໍ່ສະອາດ ທີ່ແທ້ຕົວເຮົາບໍ່ສະອາດເຮົາບໍໄດ້ມອງກັບເຂົ້າມາ, ຖ້າຕົວເຮົາບໍ່ເຕັມໄປດ້ວນເຫື່ອ ແລະ ໃຄ ສົ້ງເສື້ອນັນກໍສະອາດສເມີ ແຕ່ທີ່ນີ້ຕົວເຮົາເອງເນົ່າເໝັ້ນ ເສື້ອສົ້ງ ກໍພອຍເໝືອນໄປດ້ວຍ, ຈິງຢູ່ວ່າສົ້ງ ເສື້ອອາດເປື້ອນມາຈາກພາຍນອກສ່ວນໜຶ່ງ ແຕ່ຖ້າເຮົາບໍ່ໄປເກືອກກົ້ວກັບສິ່ງທີ່ສົກກະປົກ ເປີະເປື້ອນ ສົ້ງເສື້ອກໍ ຈັກຕ້ອງສະອາດຢູ່ນານ ແຕ່ຢ່າງໃດກໍຕາມ ທັງຕົນຕົວເຮົາເອງ ແລະ ສົງເສື້ອກໍຕ້ອງສົກກະປົກຢູ່ຕາມກາລແລ້ວ ເພາະສັພພະສິງຍ່ອມມີການປ່ຽນແປງ.
ຈະອະທິບາຍໃຫ້ແຈ້ງຂຶ້ນອີກ ຄູ່ຜົວເມັຍຄູ່ໜຶ່ງຮັກແພງກັນມາເຫິງນານ ແຕ່ມາໃນວັນໜຶ່ງຜົວ ຫຼືເມັຍໜີ ໄປກັບຄົນອື່ນ ແລ້ວຕ່າງຝ່າຍກໍຕ້ອງໂທດກັນ ແລະ ກັນວ່າບໍ່ດີ ແຖມຍັງຕ້ອງໃສ່ໂທດໄປຮອດແຟນຂອງກັນ ແລະ ກັນອີກ ວ່າມາເຮັດໃຫ້ຄອບຄົວຂອງຕົນແຕກແຍກ ຖ້າເຮົາຖືກຕາມຄະຕິແບບນີ້ເຮົາຈະເຫັນໄດ້ວ່າ ຍ້ອນເຮົາບໍ່ມີ ສິ່ງບົກຜ່ອງ ທີ່ເຮັດໃຫ້ຜ່ານໃດຝ່າຍໜຶ່ງຕ້ອງໜີຈາກ ແລະ ຫາກຝ່ານໃດຝ່າຍໜຶ່ງບໍ່ມັກມາກໃນກາມ ຣາຄະ ກໍບໍ່ ສາມາດຈະຕັດສິນໃຈໜີຈາກຄອບຄົວທີ່ພຽບພ້ອມ ແລະ ເຄີຍຢູ່ກັນເປັນສຸຂມາກ່ອນໄດ້, ແລະ ຖ້າເຮົາມອງສຳ ຫຼວດຕົນເອງວ່າ ເປັນຢັງຜົວ ຫຼືເມັຍຈຶ່ງໜີຈາກເຮົາ ເຮົາມີຈຸດບົກຜ່ອງເຊັນໃດ ແລ້ວແກ່ເຊັ່ນນັ້ນບັນຫາກໍຈັກບໍ່ ເກີດແນ່ອນ, ເມື່ອເກີດບັນຫາເຮົາບໍ່ແກ້ ກໍເປັນທຸກຂ໌, ເມື່ອຮູ່ເຊັ່ນນີ້ແລ້ວ ທ່ານພໍມອງເຫັນທາງແກ້ຄວາທຸກ ແລ້ວບໍ ?
Subscribe to:
Post Comments (Atom)
No comments:
Post a Comment