Thursday 4 August 2011

ກຳພ້າຄຳສອນ

(ເນື້ອເຣື່ອງຫຍໍ້)
- ທ້າວຄຳສອນເປັນກຳພ້າ ອາໄສຢູ່ກັບມະຫາເຖຣະ ເມື່ອຈະເຣີນໄວພຣະມະຫາເຖຣະ ຈຶ່ງສອນວິທີການເລີກຄູ່ຄອງ ເຊິ່ງທ່ານໄດ້ ອັດຖະທິບາຍ, ເຖິງລັກສະນະຍິງປະເພດຕ່າງໆ ທ້າວຄຳສອນກໍລາພຣະມະຫາເຖຣະ ໄປຫາຍິງລັກສະນະດີເປັນຄູ່ຄອງ ໃນທີ່ສຸດກໍພົບກັບ ນາງປັງຄຳ ເປັນຄົນຈົນຢູ່ກະຕູບນ້ອຍ ດ້ວຍລັກສະນະຖືກໂສຼກຂອງຍິງທີ່ເປັນເມັຍແກ້ວ ທ້າວຄສອນກ້ຽວພາຣາສີ ເຊິ່ງຕອນນີ້ກະວີທ່ານໄດ້ ນຳເອົາ ຜຍາກ້ຽວໃສ່ເຂົ້າໄປ ເຊິ່ງເປັນທີ່ກີນໃຈຂອງຊາວໜຸ່ມຍິງສາວ ນຳມາເປັນຜຍາກ້ຽວກັນ ສົນທະນາກັນຢູ່ເນື່ອງໆ.
- ສະນັ້ນ, ຖ້າຣວມສຳນວນຜຍາ ທີ່່ໜຸ່ມສາວຈ່າຍກັນ ກໍເປັນໜ້າຈະເປັນສຳນວນທີ່ຈຳມາຈາກເຣື່ອງທ້າວຄຳສອນເປັນສ່ວນໃຫຍ່ ຄຳນິຍົມໃນການເລືອກຄູ່ຂອງຊາວລາວບູຮານ (ຣວມເຊື້ອຊາດລາວທັງມວນ) ບໍ່ເນັ້ນເຣື່ອງສາວຍງາມຂອງຮ່າງກາຍເປັນຫຼັກ ຫາກແຕ່ວ່າເນັ້ນເຖິງລັກສະນະຂອງສະຕຣີທີ່ດີເປັນສີຣິມຸງຄຸລ ເຖິງແມ່ນວ່າຈະງາມບໍ່ງາມກໍຕາມ ແຕ່ເນັ້ນເຖິງຍິງທີ່ມີໃຈບຸນສຸນທານ ຫາກວ່າ ຍິ່ງນັ້ນງາມພ້ອມດ້ວຍລັກສະນະທີ່ເປັນເມັຍແກ້ວ ກໍຍິ່ງເປັນບຸນວາສນາຂອງຜູ້ນັ້ນ.
- ດັ່ງນັ້ນ, ວັນນະກັມເຣື່ອງທ້າວຄຳສອນ ນີ້ຊີ້ໃຫ້ເຫັນເຖິງລັກສະນະນິໄສ ຂອງການເລືອກຄູ່ຂອງຊາວລາວ ຄືເປັນເມັຍແກ້ວເມັຍຂວັນ ແລະ ຄວນເປັນຍິງທີ່ນຳໂຊກມາໃຫ້ສາມີ ແລະຄອບຄົວ ໃຈບຸນ ຊື່ສັດຕໍ່ສາມີ ແລະເປັນແມ່ສຣີເຮືອນເຮືອນນັ້ນເອງ ແຕ່ວັນນະກັມເຣື່ອງນີ້ເປັນພຽງຄວາມພະຍາຍາມ ທີ່ຈະກຳນົດຮູບແບບຜູ້ຍິງ ທີ່ດີ ແລະບໍ່ດີເອົາໄວ້ ເພື່ອເປັນແນວທາງຂອງການເລືອກ ຄູ່ຄອງອີກວິທີໜຶ່ງເທົ່ານັ້ຍນ ເຊິ່ງບໍ່ແນ່ວ່າຈະເປັນຈິງຢ່າງນັ້ນສະເໝີໄປ ຄືຈະເປັນຄຸຄອງຈິງ ອາດຈະບໍ່ມີລັກສະນະກົງກັບພຣະມະຫາເຖນສັ່ງ ສອນເອົາໄວ້ກໍໄດ້ ດັ່ງຕອນສຸດທ້າຍຂອງເຮື່ອງກ່າວໄວ້ດັ່ງນີ້:
- ຄຳສອນທ້າວ ຟັງຄຳສອນນາງເວົ້າມ່ວນ ຖືກໂສຼກແທ້ ນາງແກ້ວຕອບຂານ, ນາງນັ້ນຊື່ວ່ານາງປັງຄຳເຈົ້າ ສອນຕ້ານກ່າວ ນາງດວົ້າຈ້ອຍໆ ຄຳສອນທ້າວນັ່ງຟັງ ທ້າວກໍມັກຈິງແທ້ ປະສົງແຕ່ງເປັນເມັຍ, ຖືກໂສຼກມະຫາເຖນ ຍອກຍິງແປງສ້າງ ຊື່ວ່າເປັນນາງແກ້ວ ຄຽງສອງສະເໝີແວ່ນ, ມະຫາເຖນແຕ່ງໃຫ້ເຫັນແລ້ວຖືກກະໃຈ, ຖືກລັກສະນະແທ້ທັງໂສ5ກກຍິງດີ ບໍ່ໄດ້ມີທາງຕິເຍື່ອງປະມານພໍນ້ອຍ. ເປັນເພາະສາຍມິ່ງແກ້ວ ປາງກ່ອນສາຍແນນ, ບຸບພະກັມປາງຫຼັງຈ່ອງດຶງໃຫ້ມພໍ້ ຜົວເປັນເທວະບຸດແທ້ສະແຫວງຫາເມັຍມິ່ງ, ເມັຍເປັນ ເທວະດາໃຫ້ພໍ້ ບຸນກວ້າງສົ່ງສະໜອງ, ແນນມິ່ງນັ້ນ ຄືດັ່ງວາດສະໜາ ນັ້ນແລ້ວ, ຊາດກ່ອນ ເຄີຍຮ່ວມຜົວເມັຍ ແສນຊິໄປຄົນທາງ ເກີດກັນຄົນກໍ້າ ແມ່ນຊິປາດຖະໜາເວັ້ນ ກໍຍັງນໍາຮຽງຮ່ວມກັນດາຍ ໜີບໍ່ມົ້ມເວນກ້ຽວຊາດລຸນ, ແນມທໍ່ ສອງປະສົງເວັ້ນ ພາຍລຸນຈຶ່ງຈຳຈາກ ພິວ່າຜົວບໍ່ເວັ້ນໃຈຂ້ອງຕໍ່ເມັຍ ຈະໄດ້ກັນທ່ຽງແທ້ ບໍ່ເຫີນຫ່າງສາຍແນນ.
- ຖ້າເຮົາເບິ່ງຕາມ ບົດກອນທີ່ຍົກໄວ້ເທິງນັ້ນ ຈະເຫັນໄດ້ວ່າ ຄົນທີ່ເປັນຜົວເມັຍກັນນັ້ນ ຍ່ອມີວາສະໜາຕໍ່ກັນ ແລະເປັນສາຍມິ່ງ ສາຍແນນ ຕໍ່ກັນ ຫາກຄາດທີ່ເປັນຜົວເມັຍກັນແລ້ວ ຈະດີຈະຮ້າຍກໍເປັນເພາະສາຍມິ່ງສາຍແນນ ແຕ່ມັນກໍກົງກັບຄຳຂອງສາສນາ ທີ່ພຣະອົງຊົງໄດ້ຕັດ ເທດໄວ້ ຄືເມັຍ 7 ຈຳພວກ ຫາກຄາດເປັນຂອງເຮົາ ຊົ່ວກະຈຳຍອມ ດີກໍຍິນດີ.
- ລັກສະນະຂອງຍິ່ງ ທີ່ເປັນສີຣິມູງຄຸນແກ່ສາມີ ແລະຄອບຕົວ ເຊິ່ງຄວນທີ່ຈະເລືອກມາເປັນຄູ່ຄອງມີລັກສະນະ 7 ປະການ ຄື ເມື່ອແຕ່ງານກັນ ແລ້ວຈະເປັນສີຣິມຸງຄຸນແກ່ສາມີ ແລະຄອບຄົວ ທຳມາຫາກິນຂຶ້ນເກີນ ຮັ່ງມີລ້ໍາລວຍ ດັ່ງນີ້.
1) ຍິງໃດແອ້ແລ້ທ້ອງ ປູມຫຼວງອຸ້ມບາດ
ຍິງນັ້ນລອນທໍ່ເປັນຮູບຮ່້າຍບຸນເຈົ້າຫາກມີ ແທ້ດາຍ.
ຊາຍໃດໄດ້ເຂົາຢູ່ຊ້ອນສຸກຮ່ວມບໍຣົມ
ສົມບັດໃນເຮືອນມີ ພໍ່າເພັງເຕັມຢ້າວ ຫັ້ນແລ້ວ.
2) ຍິງໃດຄໍກົມປ້ອງ ປາຍຫາງຕາແດງຈັກໜ່ອຍ
ເມື່ອນາງຍົກຍ່າງຍ້າຍ ພໍດ້າມເກິ່ງສະເໝີ
ແມ່ນວ່າທ້າວເຂົ້າໄດຢູ່ຊ້ອນ ຮຽງຮ່ວມເປັນເມັຍ ເມື່ອໃດ
ຢູ່ທ່າງທຣົງຄວາມສຸກ ນັ່ງປອງເປັນເຈົ້າ.
3) ຍິງໃດມີປານດຳຂຶ້ນ ຈັບກົງກົກຂາດູຫຼາກ
ຍິງນັ້ນໃຜຜູ້ໃດກ້າວກ່າວຕ້ານ ໂອມໄດ້ໂຊກມີແທ້ແລ້ວ.
4) ຍິງໃດໂປ້ແຂ່ງນ້ອຍ ຄິ້ວຄ່ອງກວາມຕາ
ຫົວນົມເປັນປານດຳ ກໍຫາກມີບຸນແທ້
ໃຜຜູ້ໂອມເອົາໄດ້ ເປັນເມັຍໂຊກຂະໜາດ ແທ້ດາຍ
ມັນຫາດູປະເສີດແທ້ ເມືອໜ້າບໍ່ຂວາງ ແທ້ແລ້ວ.
5. ຍິງໃດຂີ້ແມງວັນຈັບສົບເບື້ອງຊ້າຍ ສົມບັດມັ່ງບຸນມີ ທ້າວເອີຍ
ໃຜຫາກໂອມເອົາໄດ້ ເປັນເມັຍຫາກດູຍິ່ງຈິງດາຍ
6. ຍິງໃດປາຍຫູຫ້ວຍ ຢຸດປາຍພົດສະໜ່ອຍ
ຍິງນັ້ນ ເປັນແມ່ຄ້າຍັງຊິໄດ້ມັ່ງມີເຈົ້າເອີຍ.
ຍັງໄດ້ຜົມດຳເຫຼື້ອມຫາງນົກຍູງສະເໝີພາກ ກັນນັ້ນ
ຊາຍໃດເຂົ້າຢູ່ຊ້ອນ ຈັກເປັນເຈົ້າເສດຖີ.
7. ຍິງໃດສຽງປາກຕ້ານຫວານຫູເວົ້າມ່ວນ
ຕາເຊີດຊ້າຍ ຄໍປ້ອງຮູບງາມ
ເກສາຜົມຍາວ ໄກ້ວາປາຍຄືບໜຶ່ງ
ຍິງນັ້ນຄວນຄ່າລ້ານ ຄຳມ່ວນຊອບທັມ ແທ້ດາຍ.

ແຕ່ໃນໜັງສືທ້າວຄຳສອນ ນັ້ນມີການກ່າວເຖິງລັກສະນະຍິງ ດີບໍ່ດີ ໄວ້ຫຼາຍເຖິງ32 ປະການ, ການທີ່ມະຫາເຖນໄດ້ບອກສອນໄວ້ນັ້ນອາດ ມີເຄົ້າໂຄງມາຈາກພຸດທະພົດທີ່ເວົ້່າເຖິງລັກສະນະເມັຍ 7 ປະການ ແຕ່ການທີ່ກ່າວໄວ້ຫຼາຍເຖິງ 32 ບາງສະບັບມີຮອດ 46 ຂໍ້ນັ້ນອາດເປັນການຂະຫຍາຍຄວາມເພີ່ມຕື່ມນັ້ນເອງ.

No comments:

Post a Comment