Wednesday 6 July 2011

ພຣະພຸດທະອົງ ພາພຣະນັນທະ ໄປຢ້ຽມຊົມ ເມືອງສະຫວັນ

- ຫຼັງຈາກພຣະພຸດທະອົງສັນພັດຕາກິດ ທີ່ພຣະຣາຊະວັງຂອງພຣະຣາຊະວັງ ໃນງາມອະພິເສກສົມຣົດຂອງເຈົ້າຊາຍນັນທະ ພຣະອະນຸຊາ(ນ້ອງຊາຍ)ເສັດພຣະອົງກໍລຸກຈາກທີ່ສັນກັບຍັງທີ່ພໍານັກ ໃນຊາຍປ່າເມືອງຣາຊະຄືຫະນະຄອນ ເຈົ້າຊາຍນັນທະຮັບບາດ ຈາກພຣະອົງສະເດັດຕາມໄປສົ່ງພຣະພຸດທະອົງ ເຈົ້າຍິງຄູ່ສົມຣົກຮ້ອງສັ່ງວ່າ ເມື່ອໄປສົ່ງພຣະອົງແລ້ວໃຫ້ຮີບກັບ, ເມື່ອພຣະພຸດທະອົງ ອອກຈາກວັງແລ້ວ ພຣະອົງກໍບໍ່ໄດ້ຮັບບາດຈາກເຈົ້າຊາຍນັນທະເລີຍ ດ້ວຍຄວາມເກງພຣະໄທ ເຈົ້າຊາຍນັນທະກໍ່ໄດ້ເຕືອນພຣະພຸດທະອົງ ນຶກວ່າຫວິດປະຕູວຽງແລ້ວ ພຣະອົງຈະຮັບບາດ ເຈົ້າຊາຍນັນທະກໍຫອບບາດຕາມພຣະອົງໄປສົ່ງພຣະພຸດທະອົງຈົນເຖິງວັດ.
- ພໍເຖິງວັດ ພຣະພຸດທະເຈົ້າກໍປະທັບນັ່ງເຈົ້າຊາຍນັນທະ ກໍນໍາບາດໄປປະເຄນໃຫ້ພຣະພຸດທະອົງ ຂະນະທີ່ເຈົ້າຊາຍນັນທະປະເຄນບາດນັ້ນ ພຣະພຸດທະເຈົ້າກໍຕັດແກ່ເຈົ້າຊາຍນັນທະວ່າ ນັນທະທ່ານຈະບວດບໍ ? ເຈົ້າຊາຍນັນທະເມື່ອໄດ້ຟັງພຣະດໍາຣັດແລ້ວ ກໍເກງພຣະໄທພຣະ ພຸດທະອົງ ກໍຕອບພຣະອົງວ່າວ່າ "ບວດ" ພຣະພຸດທະອົງກໍຈັດການບວດໃຫ້ເຈົ້າຊາຍນັນທະດ້ວຍເອຫິພິກຂຸອຸປະສັມປະທາ ໃນວັນທີ 5 ນັບແຕ່ວັນທີ່ພຣະພຸດທະເຈົ້າສະເດັດເຖິງເມືອງກະວິລະພັດເປັນຄັ້ງແຮກ, ແລະວັນນັ້ນ ພຣະອົງກໍໄປໃນງານອະພິເສກສົມຣົດເຈົ້າສາຍສະກຸນ ສາກະຍະ ທີ່ຊື່ວ່າ "ນັນທະ" ກັບເຈົ້າຍິງສາວສວຍ ທີ່ມີຊື່ວ່່າ "ຊະນະບົດກັລຍານີ".
- ເຈົ້າຊາຍນັນທະນັ້ນ ເປັນພຣະອະນຸຊາຂອງພຣະອົງເອງ ແຕ່ເປັນພຣະອະນຸຊາຕ່າງມານດາ ຄື ມີພຣະບິດາດຽວກັນ ຄືພຣະເຈົ້າສຸດໂທທະນະ, ກ່າວຄື ພາຍຫຼັງທີ່ພຣະພຣະມານດາຂອງພຣະພຸດທເຈົ້າ ຄື ພຣະນາງສີຣິມະຫາມາຍາ ສິ້່ນພຣະຊົນ ຕັ້ງແຕ່ພຣະອົງ ມີພຣະຊົນໄດ້ 7 ວັນແລ້ວນັ້ນ, ພຣະເຈົ້າສຸດໂທທະນະຊົງໄດ້ຂໍພຣະນາງປະຊາບໍດີໂຄຕະມີ ຜູ້ເປັນນ້ອງສາວຂອງພຣະນາງ ສີຣິມະຫາມາຍາມາເປັນພຣະຊາຍາດ ເຈົ້າຊາຍນັນທະຈຶ່ງເກີດຈາກພຣະນາງປະຊາບໍດີຜູ້ເປັນພຣະແມ່ນ້າຂອງພຣະພຸດທະເຈົ້າ.
- ເມື່ອພຣະພຸດທະເຈົ້າອອກບວດແລ້ວ ຣັຊະທາຍາດຂອງພຣະເຈົ້າສຸດໂທທະນະ ຜູ້ທີ່ຈະສືບຕໍ່ຄອງພຣະຣາຊະບັນລັງຈຶ່ງຕົກເປັນພາລະຂອງ ເຈົ້າຊາຍນັນທະ ພຣະເຈົ້າສຸດໂທທະນະຊົງໝັ້ນໝາຍພຣະໄທໄວ້ວ່າ ເມື່ອເຈົ້າຊາຍນັນທະໄດ້ອະພິເສກສົມລົດແລ້ວ ຈະໄດ້ອະພິເສກໃຫ້ຂຶ້ນຄອງ ຣາດແທນພຣະອົງ.
- ໃນວັນວິວາຫະມຸງຄຸນນັ້ນ ພຣະພຸດທະເຈົ້າຊົງໄດ້ຮັບສະເດັດຕາມຄໍາທູນອາຣາດທະນາຂອງພຣະຣາຊະບິດາ, ເມື່ອຊົງສັນພັດຕາກິດສໍາເຣັດ ແລ້ວ ພຣະອົງໄດ້ຊົງມອບບສດຂອງພຣະອົງແກ່ເຈົ້າຊາຍນັນທະ ເຈົ້າຊາຍນັນທະໄດ້ຊົງຖືບາດສະເດັດຕາມພຣະອົງ ແລະຊົງດໍາຣະວ່າ ເມື່ອເຖິງປະຕູພຣະຣາຊະນິເວດ ພຣະພຸດທະເຈົ້າຄົງຈະຮັບບາດຄືນຈາກຕົນ ແຕ່ເມື່ອໄປເຖິງທີ່ນັ້ນພຣະອົງກໍບໍ່ໄດ້ຮັບບາດຈາກຕົນເລີຍ, ຄັນຈະມອບາດກໍບໍ່ກ້າ ເພາະເກງພຣະໄທເພາະເປັນພຣະເຊດຖາ ເຈົ້າຊາຍນັນທະກໍອຸ້ມບາດໄປສົ່ງພຣະພຸດທະເຈົ້າຈົນເຖິງພຣະອາຣາມ ທີ່ປະທັບ ພຣະຸດທະເຈົ້າຊົງຫັນມາຖາມເຈົາຊາຍນັນທະອະນຸຊາວ່າ "ບວດບໍ ?"
- ເຈົ້າຊາຍນັນທະ ຈະປະຕິເສດກໍເກັງພຣະໄທພຣະເຊດຖາ "ບວດຂ້ານ້ອຍ".
- ເຈົ້າຊາຍນັນທະ ບໍ່ໄດ້ໄດ້ຍອມບວດດ້ວຍນໍ້າໃນໃຈຈິງ ເພາະກໍາລັງຈະແຕ່ງງານ, ແຕ່ການຮັບບວດ ກໍເພາະເກງພຣະໄທ, ທັງໆທີ່ຕອນຈະນໍາ ບາດມາສົ່ງພຣະພຸດທະເຈົ້ານັ້ນ, ເຈົ້າຍິງຊະນະບົດກັນລະຍານີ ຜູ້ເປັນເຈົ້າຍິງຄູ່ສົມຣົດ ຍັງຮ້ອງຮຽກສັ່ງຕາມມາວ່າ "ເຈົ້າພີ່ໄປແລ້ວຈົ່ງຮີບສະ ເດັດຫັບ" ແຕ່ທີ່ຕ້ອງລັ່ນພຣະວາຈາບວດ ກໍເພາະເກງພຣະໄທພຣະພຸດທະເຈົ້າຕາມທີ່ກ່າວແລ້ວ.
(ພາບຈິນຕະນາການ ຈາກຊ່າງແຕ້ມ)
ພຣະນັນທະໄປທ່ຽວຊົມນາງຟ້າ ເທິງສະຫວັນ.
- ພຣະນັນທະເມື່ອບວດແລ້ວ ຈຶ່ງມີຄວາມໂສກເສົ້າຫງ່ວມເຫງົາ, ດ້ວຍເຫດນີ້ ພຣະສົງອື່ນໆຈຶ່ງນໍາເລື່ອງຂຶ້ນທູນຖວາຍພຣະພຸດທະເຈົ້າ ແລະພຣະພຸດທະເຈົ້າຄິດຈະພາ ພຣະນັນທະໄປທ່ຽວຊົມເມືອງສະຫວັນ ເພື່ອໃຫ້ຫາຍໂສກ ພຣະນັນທະບໍ່ມີເວລາປະຕິບັດກິດສົງ ມີແຕ່ຈະລາ ສິກຂາພຽງຢ່າງດຽວ ເພາະຄິດເຖິງເຈົ້າສາວ ພຣະພຸດທະເຈົ້າຈຶ່ງໄດ້ພາພຣະນັນທະໄປທ່ຽວສະຫວັນ, ໃນລະຫວ່າງທາງພຣະພຸດທະເຈົ້າຊີ້ໃຫ້
ພຣະນັນທະເບິ່ງນາງລິງໂຕໜຶ່ງ ຫູຂາດ ແລະໂຕດຳມິດໝີ່ ນັ່ງຢູ່ທີ່ຕໍໄມ້ທີ່ໃໝ້ໄຟດຳ ແລ້ວຈຶ່ງໄປເຖິງສະຫວັນ, ພຣະພຸດທະເຈົ້າຊີ້ໃຫ້ພຣະນັນທະເບິ່ງນາງສະຫວັນ ທີ່ມີແຕ່ຜູ້ຍິງງາມໆ ຫາຍິງໃດໃນເມືອງມະນຸດປຽບບໍ່ໄດ້ ພຣະພຸດທະເຈົ້າໄດ້ຖາມພຣະນັນທະວ່າ ນາງຟ້າເຫຼົ່ານັ້ນກັບເຈົ້າສາວຜູ້ທີ່ຈະແຕ່ງານດ້ວຍນັ້ນ ເປັນເຊັ່ນໃດ ພຣະນັນທະກໍຕອບວ່າທຽບກັນບໍ່ໄດ້ເລີຍ, ເຈົ້າສາວທີ່ຈະແຕ່ງນັ້ນກໍປຽບກັບລິງໂຕທີ່ເຫັນມາກ່ອນນັ້ນ.

No comments:

Post a Comment