Wednesday 6 July 2011

ເທວະດາຕາມຄະຕິຄວາມເຊື່ອຂອງພຸດທະສາສນາ

- ຕາມຄະຕິຄວາມເຊື່ອຂອງຊາວພຸດ ການໃຊ້ຄຳວ່າ "ເທພ ຫຼື ເທວະດາ" ຄອບຄຸມເຖິງພົມທັງຫຼາຍໃນພຣົມມະໂລກດ້ວຍ ໂດຍແບ່ງເປັນ ເທວະຊັ້ນກາມາວະຈອນ(ຜູ້ທີ່ຍັງກ່ຽວຂ້ອງກັບກາມ) ຢູ່ບົນສະຫວັນຊັ້ນກາມາວະຈອນ ຫຼືສະຫວັນທີ່ຍັງກ່ຽວຂ້ອງກັບກາມ ເຊິ່ງມີ 6 ຊັ້ນ ຄື
ຈາຕຸມະຫາຣາຊິກາ,ຕາວະຕິງສາ, ຍາມາ, ດຸສິຕາ, ນິມມານະດີ ແລະປະຣະນິມມິຕະວາວັຕຕີ,
- ເທວະດາຊັ້ນ ຣູປະວະຈອນ ຫຼືຮູບພຣົມ 16 ຊັ້ນ ເປັນເທວະດາ ທີ່ຍັງມີກາຍທິບຢູ່.
- ເທວະດາຊັ້ນ ອະຣູປະວະຈອນ ຫຼືອະຣູປະພຣົມ ເປັນເທວະດວາບໍ່ມີກາຍທິບ.

ການເກີດເປັນເທວະດາ
- ການເກີດເປັນເທວະດາບໍ່ຕ້ອງຜ່ານຄັບມານດາ ແຕ່ຈະເກີດກາຍເປັນເທວະດາເລີຍ ຮຽກວ່າໂອປປາຕິກະ ມະນຸດຈະເກີດເປັນເທວະດາ ໄດ້ມີຈິດກ່ອນຕາຍລະນຶກເຖິງຄວາມດີເລັກນ້ອຍ ທີ່ເຄີຍທຳໄວ້ໃນມະນຸດສາໂລກ ເກີດເປັນມະຫາກຸສົນ 8 ດວງ, ອັນປະກອບດ້ວຍ ຫິຣິ ແລະໂອຕັປປະ ການບໍຣິຈາກທານ ການຟັງທັມ ຫຼືການສ້າງສິ່ງທີ່ເປັນສາທາຣະນະປະໂຫຍດ ເປັນຕົ້ນ.

ອາຍຸຂອງເທວະດາ
- ອາຍຸຂອງເທວະດາ ມີໜ່ວຍປີທິບ ປະມານອາຍຸຂອງເທວະດາຊັ້ນຕ່າງໆນັ້ນບໍ່ເທົ່າກັນກ່າວຄື:

໑. ຊັ້ນຈາຕູມມະຫາຣາຊິກາ ເທວະດາຊັ້ນນີ້ ມີອາຍຸໂດຍສະເໝີພາກກັນ ເທວະດາຢູ່ຊັ້ນນີ້ ມີອາຍຸໄຂ ໕໐໐ ປິທິບ, ຄວາມຕ່າງຂອງອາຍຸ ຄື ໑ ວັນ ໑ ຄືນ ຂອງສະຫວັນຊັ້ນນີ້ ເທົ່າກັບ ໕໐ ປີເມືອງມະນຸດ ທຽບໄດ້ ຄື ນັບອາຍຸໃນໂລກມະນຸດເທົ່າກັບ ໙ ລ້ານປີເມືອງມະນຸດແລ.

໒. ຊັ້ນຕາວະດິງສາ(ຕາວະຕິງສ໌) ເທວະດາຊັ້ນນີ້ ມີອາຍຸໂດຍສະເໝີພາກກັນ ເທວະດາຢູ່ຊັ້ນນີ້ ມີອາຍຸໄຂ ໑.໐໐໐ ປິທິບ, ຄວາມຕ່າງຂອງອາຍຸ ຄື ໑ ວັນ ໑ ຄືນ ຂອງສະຫວັນຊັ້ນນີ້ ເທົ່າກັບ ໑໐໐ ປີເມືອງມະນຸດ ທຽບໄດ້ ຄື ນັບອາຍຸໃນໂລກມະນຸດເທົ່າກັບ ໓໙ ລ້ານປີເມືອງມະນຸດແລ.

໓. ຊັ້ນຍາມາ ເທວະດາຊັ້ນນີ້ ມີອາຍຸໂດຍສະເໝີພາກກັນ ເທວະດາຢູ່ຊັ້ນນີ້ ມີອາຍຸໄຂ ໒.໐໐໐ ປິທິບ, ຄວາມຕ່າງຂອງອາຍຸ ຄື ໑ ວັນ ໑ ຄືນ ຂອງສະຫວັນຊັ້ນນີ້ ເທົ່າກັບ ໒໐໐ ປີເມືອງມະນຸດ ທຽບໄດ້ ຄື ນັບອາຍຸໃນໂລກມະນຸດເທົ່າກັບ ໑໔໔ ລ້ານປີເມືອງມະນຸດແລ.

໔. ຊັ້ນດຸດສິດ(ຕຸສິຕາ) ເທວະດາຊັ້ນນີ້ ມີອາຍຸໂດຍສະເໝີພາກກັນ ເທວະດາຢູ່ຊັ້ນນີ້ ມີອາຍຸໄຂ ໔.໐໐໐ ປິທິບ, ຄວາມຕ່າງຂອງອາຍຸ ຄື ໑ ວັນ ໑ ຄືນ ຂອງສະຫວັນຊັ້ນນີ້ ເທົ່າກັບ ໔໐໐ ປີເມືອງມະນຸດ ທຽບໄດ້ ຄື ນັບອາຍຸໃນໂລກມະນຸດເທົ່າກັບ ໕໗໖ ລ້ານປີເມືອງມະນຸດແລ.

໕. ຊັ້ນນິມມານະຣະດີ(ຕີ) ເທວະດາຊັ້ນນີ້ ມີອາຍຸໂດຍສະເໝີພາກກັນ ເທວະດາຢູ່ຊັ້ນນີ້ ມີອາຍຸໄຂ ໘.໐໐໐ ປິທິບ, ຄວາມຕ່າງຂອງອາຍຸ ຄື ໑ ວັນ ໑ ຄືນ ຂອງສະຫວັນຊັ້ນນີ້ ເທົ່າກັບ ໘໐໐ ປີເມືອງມະນຸດ ທຽບໄດ້ ຄື ນັບອາຍຸໃນໂລກມະນຸດເທົ່າກັບ ໒.໓໐໔ ລ້ານປີເມືອງມະນຸດແລ.

໖. ປະຣະນິມມິຕວະສວັສດີ ເທວະດາຊັ້ນນີ້ ມີອາຍຸໂດຍສະເໝີພາກກັນ ເທວະດາຢູ່ຊັ້ນນີ້ ມີອາຍຸໄຂ ໑໖.໐໐໐ ປິທິບ, ຄວາມຕ່າງຂອງອາຍຸ ຄື ໑ ວັນ ໑ ຄືນ ຂອງສະຫວັນຊັ້ນນີ້ ເທົ່າກັບ ໑,໖໐໐ ປີເມືອງມະນຸດ ທຽບໄດ້ ຄື ນັບອາຍຸໃນໂລກມະນຸດເທົ່າກັບ ໙.໒໑໖ ລ້ານປີເມືອງມະນຸດແລ.

ເຄື່ອງແຕ່ງກາຍຂອງເທວະດາ.
- ຊາວລາວທີ່ັບຖືພຣະພຸດທະສາສນາ ເຊື່ອວ່າເທວະດາແຕ່ງຕົວດ້ວຍເຄື່ອງຊົງ ໃນຄະຕິຄວາມເຊື່ອແບບລາວ ເຊື່ອວ່າເທວະດາຊົງເຄື່ອງດ້ວຍ ເຄື່ອງຊົງປະເພດຕ່າງໆ ມີໝວກຈອມແຫຼມທີ່ຮຽກວ່າເທວະດາ ເໝືອນພຣະຍາ ແລະຂຸນນາງໃນຣາຊະສຳນັກເມື່ອ 300 ປິໃນອານາຈັກລ້ານຊ້າງ (ສັງເກດໃນເຄື່ອງແຕ່ງກາຍຂອງລະຄອນ ແລະລໍາເລື່ອງສະໄໝກ່ອນ ຫຼືສັງເກດໃນຮູບແຕ້ມຕ່າງໆ) ແລະປະດັບປະ ດາງເຄື່ອງຊົງໄປດ້ວຍເຄື່ອງເພັດນິນຈິນດາ ສ້ອຍສັງວານ ອື່ນໆ.

ຄວາມເປັນທິບຂອງເທວະດາ
- ເທວະດາບໍ່ມີກາຍເນື້ອ ຈຶ່ງບໍ່ເຈັບບໍ່ໄຂ້ ມີຮູບໂສມພະໂນມພັນງົດງາມຈົນເບິ່ງງົດງາມເໝືອນກັນໄປໝົດ ສາມາດຄົງຄວາມໜຸ່ມສາມຢູ່ເຊັ່ນນັ້ນຕລອດອາຍຸໄຂ ຢາກໄດ້ອັນໃດກໍພຽງແຕ່ນຶກເອົາເທົ່ານັ້ນເອງ ເຊັ່ນວ່າຢາກໃຫ້ອິ່ມກໍບໍ່ຕ້ອງຮັບປະທານອາຫານ ພຽງແຕ່ນຶກເອົາກໍອື່ມແລ້ວ ຮຽກວ່າອິ່ມທິບ.

ການທຳຄວາມດີຂອງເທວະດາ
- ຊາວພຸດຖືວ່າ ເທວະດາບັນສວາງສະຫວັນເປັນພົບພູມ ທີ່ສະເຫວີຍສຸກຢ່າງດຽວ ບໍ່ສາມາດທຳຄວາມດີໄດ້ຫຼາຍ ເນື່ອຈາກບໍ່ມີກາຍເນື້ອ ແຕ່ສາມາດຕຶດຕາມຜູ້ກະທຳຄວາມດີຢ່າງສະໜໍ່າສະເໝີໄດ້ ເພື່ອອະນຸໂມທະນາບຸນ ສາມາດສູດມົນ ແລະຟັງທັມໄດ້ ເມື່ອເທວະດາໝົດບູນແລ້ວກໍກໍຈຸຕິໄປເກີດໃນພົບພູມອື່ນໆຕໍ່ໄປ ຜູ້ທີ່ເປັນເທວະດາຖືວ່າການເກີດໃນໂລກມະນຸດເປັນສຸຄະຕິພູມຂອງຕົນ ເພາະມະນຸດມີກາຍເນື້ອ ສາມາດທຳຄວາມດີໄວ້ຫຼາຍ.

No comments:

Post a Comment