Wednesday 6 July 2011

ສະຫວັນ ໃນຄວາມເຊື່ອພຸດທະສາສນາ

- ສະຫວັນ ໃນຄວາມເຊື່ອທາງພຸດທະສາສນາ ແປວ່າ ພູມ ຫຼື້ດິນແດນທີ່ມີອາຣົມເລີດດ້ວຍດີ, ຈຳແນກອອກໄດ້ເປັນ 6 ຊັ້ນ, ຄື ຈາຕຸມະຫາຣາຊິກາ, ຍາມາ, ຕາວະຕິງສາ, ດຸສິຕາ, ນິມມານະດີ ແລະປະຣະນິມມິຕະວາວັຕຕີ.

- ສະຫວັນ ຂຽນຕາມເຄົ້າໃນດ້ວຍອັກສອນລາວ ສວັນຄ໌ ຄື ພູມອັນເປັນທີ່ຢູ່ຂອງເທວະດາ ເປັນໂລກທີ່ຢູ່ອາໄສຂອງກາຍລະອຽດອັນເປັນທິບ ທີ່ມີຣັສມີສະຫວ່າງສະໄຫວຮອບກາຍຕລອດເວລາ ເຫດທີ່ທຳໃຫ້ເກີດເປັນເທວະດາ ເພາະໄດ້ສ້າງບຸນກຸສົນໄວ້ເມື່ອຄັ້ງຍັງເປັນມະນຸດ ເມື່ອສິ້ນສະພາບຄວາມເປັນມະນຸດ(ຕາຍ) ກໍອຸບັດຂຶ້ນຕັ້ງຢູ່ໃນຄວາມເປັນໜຸ່ມເປັນສາວທັນທີ ແລະງົດງາມຢູ່ຢ່າງນັ້ນຕລອດເວລາ ຈົນກວ່າະເຖິງເວລາຈຸຕິ ບໍ່ມີຄວາມແກ່ ຄວາມເຈັບເກີດຂຶ້ນເໝືອນໃນເມືອງມະນຸດ, ວິມານຜາສາດເປັນທີ່ຢູ່ອາໄສຂອງເທວະດາ ລ້ວນແຕ່ມີຄວາມວິຈິດງົດງາມ ມະຂະໜາດແຕກຕ່າງກັນ ມີຄວາມເປັນຢູ່ສະດວກສະບາຍ ມີອາຫານເປັນທິບບັງເກີດຂຶ້ນຕາມໃຈປະສົງ ມີບໍຣິວານຮັບໃຊ້ໃກ້ຊິດ ເສ້ອຜ້າສະໃບຊົງລ້ວນເປັນທິບ ວິຈິດຫຼາຍ ເກີດຕາມບຸນຍະສົມພານ ທີ່ຕົນໄດ້ສ້າງໄວ້ໃນຄາວເປັນມະນຸດທັງນັ້ນ, ສ່ວນຈະອຸບັດຂຶ້ນ ນະ ສະຫວັນຊັ້ນໃດ ເປັນເທວະດາປະເພດໃດ ແລະຢູ່ໃນສະຖານະອັນໃດນັ້ນ ກໍຂຶ້ນກັບບຸນທີ່ຕົນເອງສ້າງສະສົມມາເມື່ອ ຄັ້ງຍັງເປັນມະນຸດ ເຊິ່ງໄດ້ມີກ່າວໄວ້ໃນພຣະໄຕຣປິດົກ ເຫຼັ້ມທີ 7 ເຮື່ອງ ທານະສູດ ສະຫຼຸບຫຍໍ້ໆ ດັ່ງນີ້:

1. ສະຫວັນຊັ້ນຈາຕຸມາຫາຣາຊິກາ ມີຈາກຫຼາຍສາເຫດ ຄື ເມື່ອຄັ້ງຍັງເປັນມະນຸດ ທໍາບຸນບໍ່ຄ່ອຍເປັນ ບໍ່ຮູ້ຫຼັກຂອງການທໍາບຸນ ແລະບໍ່ຄ່ອຍໄດ້ ສ້າງສະສົມບຸນເຫິງໆ ທໍາບຸນຄັ້ງໜຶ່ງ ເມື່ອທໍາກໍນ້ອຍ ຫຼືທໍາບຸນເອົາຄຸນ ບຸນທີ່ໄດ້ກໍບໍ່ບໍຣິສຸດ ບໍ່ສົມບູນ ບາບໃນຕົວກໍມີຢູ່ ແຕ່ວ່າບຸນຫຼາຍກວ່າ ເມື່ອລະໂລກໃຈນຶກເຖິງບຸນກ້ອນກໍໄປສະຫວັນຊັ້ນນີ້, ເຊິງຕັ້ງຢູ່ ນະຊາຍພູເຂົາສິເນຣຸ ສະຫວັນຊັ້ນນີ້ຈະມີຄວາມຫຼາກຫຼາຍທີ່ສຸດ ເພາະຢູ່ໃກ້ຊິດກັບພື້ນມະນຸດຫຼາຍກວ່າສະຫວັນຊັ້ນອື່ນໆ ແລະມີບາງສ່ວນທີ່ມີຢູ່ຊ້ອນກັບພູມມະນຸດ ທີ່ໄດ້ຊື່ສະຫວັນຊັ້ນຈ່ຕູມະຫາຣາຊິກາ ເພາະມີເທບຜູ້ເປັນໃຫຍ່ຄອງສະຫວັນຊັ້ນນີ້ຢູ່ 4 ທ່ານ ຄື ທະຕະຣະຖະ ປົກຄອງເທວະດາ 3 ພວກໄດ້ແກ່ ຄັນທັບພະ, ວິທະຍາກອນ(ພິດ ທະຍາທອນ) ກຸມພັນ, ທ້າວວິຣຸລຫົກ ປົກຄອງພວກຄຸດ, ທ້າວວິຣູປັກ ປົກຄອງນາກ, ທ້າວເວສສຸວັນ ປົກຄອງພວກຍັກ.

2. ສະຫວັນຊັ້ນຕາວະດິງ ຂຽນແບບບູຮານວ່າ ຕາວະດິງສ໌ ບາງຄັ້ງກໍວ່າ ຕາວະຕິງສ໌ ຄືເທວະດາຄັ້ງນີ້ ເມື່ອຄັ້ງເປັນມະນຸດ ທຳບຸນເພາະເຫັນວ່າ ເປັນສິ່ງທີ່ດີງາມ ເປັນສິ່ງທີ່ຄວນທໍາ ການກະທໍາແລ້ວກໍສັ່ງສົມບຸນ ສັ່ງສົມເທວະທັມ ມີຫີຣິ ໂອຕຕັບປະດ້ວຍ, ເມື່ອລະໂລກ ກໍຈະໄປເກີດໃນສະຫວັນຊັ້ນນີ້ ເຊິ່ງຕັ້ງຢູ່ໃນທີ່ໜ້າຕັດຂອງເຂົາພຣະສິເນຣຸ ທີ່ຊື່ວ່າດາວະດິງ ເພາະເປັນທີ່ຢູ່ຂອງເທພຜູ້ປົກຄອງພົບເຖິງ 33 ອົງ ໂດຍມີສົມເດັດຈອມອະມະຣິນທຣາທິຣາດ ຫຼືພຣະອິນ ເປັນປະທານ ແລະທີ່ສຳຄັນມີພຣະທາດຈຸລະມະນີ ເຊິ່ງທຸກວັນສີຍ ເທວະດາຈະມາປະ ຊຸມກັນທີ່ສຸທັມມາເທວະສະະພາ ເພື່ອຮັບຟັງໂອວາດຈາກທ້າວສັກກະ(ຊື່ພຣະອິນອີກຊື່ໜຶ່ງ).

3. ສະຫວັນຊັ້ນຍາມາ ເທວະດາທີ່ເກີດສະຫວັນຊັນຍາມາ ຄື ເມື່ອຄັ້ງເປັນມະນຸດ ທໍາເພາະຢາກສືບທອດ ແລະຮັກສາປະເພນີແຫ່ງຄວາມດີງາມ ນັ້ນໄວ້ ທໍານອງວ່າ ວົງຕະກູນສ້າງສົມຄວາມດີຢ່າງໃດ ກໍຢາກຈະຮັກສາປະເພນີນີ້ໄວ້ ຫຼືຜູ້ຫຼັກຜູ້ໃຫຍ່ສອນຢ່າງໃດ ບັນພະບູຣຸດທຳມາ ຢ່າງໃດກໍທຳຢ່າງນັ້ນ ທຳກັນໄປຕາມທຳນຽມ ເຊັ່ນ ເຫັນປູ່ ເຫັນຍ່າສ້າງສິມ ບໍາຣຸງວັນ ສ້່ງພຣະພຸດທະຮູບ ກໍທຳຕາມນັ້ນດ້ວຍ ຫຼືພຣະພິກຂຸ ທີ່ຮັກສາພຸດທະສາສນາເອົາໄວ້ ຕາມທຳນຽມປະຕິບັດ ທີ່ພຣະຕ້ອງມີໜ້າທີ່ຮັກສາພຣະພຸດທະສາສນາ ເມື່ອລະໂລກແລ້ວ ສ່ວນໃຫຍ່ຈະໄປ ບັງເກີດບົນສະຫວັນັ້ນນີ້ ເຊິ່ງຕັ້ງຢູ່ສູງຈາກຊັ້ນດາວະດິງ ຫຼືຕາວະຕິງຂຶ້ນໄປ.

4. ສະຫວັນຊັ້ນດຸສິດ ຫຼືເວົ້າ ແລະຂຽນວ່າ ຕາວະຕິງ ເທວະດາຊັ້ນນີ້ ເມື່ອຄັ້ງເປັນມະນຸດ ທຳບຸນເພື່ອປາຖະໜາສົງເຄາະໂລກ ປາຖະໜາໃຫ້ຊາວໂລກມີຄວາມສຸກ ມີຄວາມຄິດທີ່ຍິ່ງໃຫຍ່ບໍ່ແມ່ນເພື່ອຕົນເອງຢ່າງດຽວ ແຕ່ເປັນການເພື່ອສົງເຄາະໂລກ ເພື່ອມະນຸດ ແລະສັບ ພະສັດທັງຫຼາຍດ້ວຍ ເມື່ອລະໂລກແລ້ວ ກໍຈະໄປເກີດທີ່ສະຫວັນຊັ້ນນີ້ ເຊິ່ງຕັ້ງຢູ່ສູງຖັດໄປຈາກສະຫວັນຊັ້ນຍາມາຂຶ້ນໄປ.

5. ສະຫວັນຊັ້ນນິມມານະຣະດີ ຫຼືຣະຕີ ເທວະດາຊັ້ນນີ້ ເມື່ອຄັ້ງເປັນມະນຸດ ເຫັນຜູ້ອື່ນທໍາບຸນແລ້ວໄດ້ຮັບ ການຍົກຍ້ອງ ສົ່ງເສີມ ຈຶ່ງຢາກເຮັດບຸນນັ້ນດ້ວຍ ແລະເມື່ອລະໂລກໄປແລ້ວ ຈະໄປບັງເກີດບົນສະຫວັນຊັ້ນນີ້ ເຊິ່ງຕັ້ງຢູ່ສູງຈາກສະຫວັນຊັ້ນດຸສິດຂຶ້ນໄປ.

6. ສະຫວັນຊັ້ນປະຣະນິມມິຕະສະວັຕດີ ຫຼືສະວັຕຕີ ຄື ເມື່ອຄັ້ງເປັນມະນຸດ ທໍາບຸນດ້ວຍຄວາມເຫຼື້ອມໃາ ເຄົາຣົບໃນທານ ທໍາແລ້ວມີຄາມຮູ້ສຶກ ປາບປື້ມ ລື່ນເລີງບັນເທີງໃຈໃນການທໍາບຸນນັ້ນ ເມື່ອລະໂລກແລ້ວຈະບັງເກີດບົນສະຫວັນຊັ້ນນີ້ ເຊິ່ງຕັ້ງຢູ່ສູງຈາກສະຫວັນຊັ້ນນິມມານະຣະດີ ຂຶ້ນໄປ.

No comments:

Post a Comment