Wednesday 20 July 2011

ເວຣັນຊະພຣາມ (ຕູ່ຫາພຣະພຸດທະເຈົ້າ)

- ເວຣັນຊະພຣາມກ່າວຕູ່ຫາພຣະພຸດທະເຈົ້າ.
- ຫຼັງຈາກນັ້ນ ເວຣັນຊະພຣາມໄດ້ໄປໃນພຸດທະສຳນັກ ຄັນເຖິງແລ້ວໄດ້ທູນປາໄສກັບພຣະຜູ້ມີພຣະພາຄ ຄັນຜ່ານການທູນປາໄສພໍໃຫ້ເປັນ ທີ່ບັນເທີງ ເປັນທີ່ຣະນຶກເຖິງກັນແລ້ວ ຈຶ່ງນັ່ງນະທີ່ຄວນສ່ວນຂ້າງໜຶ່ງ ເວຣັນຊະພຣາມນັ່ງ ນະທີ່ຄວນສ່ວນຂ້າງໜຶ່ງແລ້ວ ໄດ້ທູນຄຳນີ້ແດ່ພຣະ ຜູ້ມີພຣະພາຄວ່າ:

{ວ}. ທ່ານສະມະນະໂຄດົມ ຂ້າພະເຈົ້າຊາບມາວ່າ ພຣະສະມະນະໂຄດົມ ບໍ່ໄຫວ້, ບໍ່ລຸກຮັບພວກພຣາມຜູ້ແກ່, ຜູ້ເຖົ້າ, ຜູ້ໃຫຍ່ ຜູ້ລ່ວງການ ຜ່ານໄວມາໂດຍລຳດັບ ຫຼືບໍ່ເຊື້ອເຊີນດ້ວຍອາສະນະ ຂໍທີ່ຂ້າພະເຈົ້າຊາຍມານີ້ ເປັນເຊັ່ນນັ້ນຈິງ, ອັນການທີ່ທ່ານສະມະນະໂຄດົມບໍ່ໄຫວ້, ບໍ່ລຸກຮັບພວກພຣາມຜູ້ແກ່, ຜູ້ເຖົ້າ, ຜູ້ໃຫຍ່ ຜູ້ລ່ວງການ ຜ່ານໄວມາໂດຍລຳດັບ ຫຼືບໍ່ເຊື້ອເຊີນດ້ວຍອາສະນະນີ້ນັ້ນ ບໍ່ສົມຄວນເລີຍ.
{ພ}. ຕັດວ່າ, ດູກຣພຣາມ ໃນໂລກ, ທັງເທວະໂລກ, ມາຣໂລກ, ພຣົມໂລກ, ໃນໝູ່ສັດ, ພ້ອມທັງສະມະນະພຣາມ, ເທບ ແລະມະນຸດ ເຮົາບໍ່ເລັງເຫັນບຸກຄົນທີ່ເຮົາຄວນໄຫວ້, ຄວນລຸກຮັບ, ຫຼືຄວນເຊື້ອເຊີນດ້ວຍອາສະນະ ເພາະວ່າຕະຖາຄົດເພິ່ງໄຫວ້, ເພິ່ງລຸກຮັບ ຫຼືເພິ່ງເຊືອເຊີນ ບຸກຄົນໃດດ້ວຍອາສະນະ ແມ່ນສີສະຂອງບຸກຄົນນັ້ນກໍຈະເພິ່ງຂາດຕົກໄປ.

{ວ}. ພຣະສະມະນະໂຄດົມມີປົກກະຕິບໍ່ໄຍດີ.
{ພ}. ມີຢູ່ຈິງແທ້ ພຣາມ ເຫດທີ່ເຂົາກ່າວຫາເຮົາວ່າ ພຣະສະມະນະໂຄດົມມີປົກກະຕິບໍ່ໄຍດີ, ດັ່ງນີ້ ຊື່ວ່າກ່າວຖືກ, ເພາະຄວາມບໍ່ໄຍດີໃນຮູບ, ສຽງ, ກິ່ນ, ຣົສ, ໂຜຕຖັພພະ ເຫຼົ່ານັ້ນ ຕະຖາຄົຕລະໄດ້ແລ້ວ, ຕັດຮາກຂາດແລ້ວ, ທຳໃຫ້ເໝືອນຕານຍອດກຸດ ທຳບໍ່ໃຫ້ມີໃນພາຍຫຼັງ, ມີບໍ່ເກີດອີກ, ຕໍ່ໄປເປັນທັມມະດາ, ນີ້ແລ ເຫດທີ່ເຂົາກ່າວຫາວ່າພຣະສະມະນະໂຄດົມມີປົກກະຕິບໍ່ໄຍດີ ດັ່ງນີ້ຊື່ວ່າກ່າວຖືກ, ແຕ່ບໍ່ໃຊ່ເຫດທີ່ທ່າມຸ້ງກ່າວ.

{ວ}. ພຣະສະມະນະໂຄດົມບໍ່ມີສົມບັດ.
{ພ} ມີຢູ່ຈິງແທ້ພຣາມ ເຫດທີ່ເຂົາກ່າວຫາເຮົາວ່າ ພຣະສະມະນະໂຄດົມບໍ່ມີສົມບັດ, ດັ່ງນີ້ຊື່ວ່າກ່າວຖືກ ເພາະສົມບັດ ຄື ຮູບ, ສຽງ, ກິ່ນ, ຣົສ ໂຜຕຖັພພະເຫຼົ່ານັ້ນ, ຕະຖະຄົດລະໄດ້ແລ້ວ ຕັດຮາກຂາດແລ້ວ ທຳໃຫ້ເປັນເໝືອນຕານຍອດກຸດ ທຳບໍ່ໃຫ້ມີໃນພາຍຫຼັງ ມີບໍ່ເກີດອີກຕໍ່ໄປ ເປັນ ນີ້ແລເຫດທີ່ເຂົາກ່າວກາເຮົາວ່າ ພຣະສະມະນະໂຄດົມບໍ່ມີສົມບັດ ດັ່ງນີ້ ຊື່ວ່າກ່າວຖືກ ແຕ່ບໍ່ແມ່ນເຫດທີ່ທ່ານມຸ້ງກ່າວ.

{ວ}. ພຣະສະມະນະໂຄດົມກ່າວການບໍ່ທຳ.
{ພ} ມີຢູ່ຈິງແທ້ພຣາມ ເຫດທີ່ເຂົາກ່າວຫາວ່າ ພຣະສະມະນະໂຄດົມກ່າວການບໍ່ທຳດັ່ງນີ້, ຊື່ວ່າກ່າວຖືກ ເພາະເຮົາກ່າວການບໍ່ທໍາກາຍທຸດຈະ ຣິຕ, ວະຈີທຸຈະຣິຕ, ມະໂນທຸຕຈະຣິຕ ເຮົາການການບໍ່ທຳສິ່ງທີ່ເປັນບາບອະກຸສົນຫຼາຍຢ່າງນີ້ແລ, ເຫດທີ່ເຂົາກ່າວກາວ່າພຣະສະມະນະໂຄດົມ ກ່າວການບໍ່ທຳ ດັ່ງນີ້ຊື່ວ່າກ່າວຖືກ ແຕ່ບໍ່ແມ່ນເຫດທີ່ທ່ານມຸ້ງກ່າວ.

{ວ}. ພຣະສະມະນະໂຄດົມບໍ່ມີສົມບັດ.
{ພ} (ຍັງມີຕໍ່ ເຊີນຕິດຕາມບົດສະຫຼຸບ ຂອງເລື່ອງໄດ້)


ໝາຍເຫດ:

- {ວ}. ເວຣັນຊະພຣາມ.
- {ພ}. ພຣະຜູ້ມີພຣະພາຄ.

No comments:

Post a Comment