Wednesday 20 July 2011

ນິທທະສະສູຕທີ 2

- ສະໄໝໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ ນະ ໂຄສີຕາຣາມ ໃຫ້ພຣະນະຄອນໂກສັມພີ, ຄັ້ງນັ້ນເປັນເວລາເຊົ້າ ທ່ານພຣະອານົນທ໌ນຸ້ງແລ້ວ ຖືກບາດ ແລະຈີວອນ ເຊົ້າໄປບິນທະບາດຍັງພຣະນະຄອນໂກສັມພີ ກໍຍັງເຊົ້າຫຼາຍ ຢ່າເລີຍເຮົາຄວນເຂົ້າໄປຍັງອາຮາມຂອງອັນຍະເດັຍຣະຖີ ປະຣິພາຊົກເຖີດ, ລຳດັບນັ້ນແລ ທ່ານພຣະອານົນທ໌ເຂົ້າໄປຍັງອາຣາມຂອງພວກອັນຍະເດັຍຣະຖີປະຣິພາຊົກ ໄດ້ສົນທະນາປາໄສກັບພວກ ຍະເດັຍຣະຖີປະຣິພາຊົກ. ຄັນຜ່ານການປາໄສພໍໃຫ້ລະຣະລືກເຖິງກັນໄປແລ້ວ ຈຶ່ງນັ່ງ ນະທີ່ຄວນສ່ວນຂ້າງໜຶ່ງ.
- ກໍສະໄໝນັ້ນ ອັນຍະເດັຍຣະຖີປະຣິພາຊົກ ກຳລັງນັ່ງປະຊຸມສົນທະນາກຫນວ່າ ທ່ານຜູ້ມີອາຍຸ ທັງຫຼາຍ ທ່ານຜູ້ໃດຜູ້ໜຶ່ງປະພຶດພຣົມະຈັນຍ໌ ບໍຣິສຸດບໍຣິບູນຄົບ 12 ປີ, ຄວນຈະຮຽກພິກຂຸຜູ້ນິທທະສະ ທ່ານພຣະອານົນທ໌ບໍ່ຍິນດີ ບໍ່ຄັດຄ້ານຄຳກ່າວຂອງພວກອັນຍະເດັຍຣະຖີປະ ຣິພາຊົກເຫຼົ່ານັ້ນ ຄັນແລ້ວ ລຸກຈາກອາສະນະຫຼີກໄປດ້ວຍຕັງໃຈວ່າ ເຮົາຈະຮູ້ທົ່ວເຖິງເນື້ອຄວາມແຫ່ງຄຳກ່າວຂອງອັນຍະເດັຍຣະຖີປະ ຣິພາຊົກ ໃນສຳນັກຂອງພຣະຜູ້ມີພຣະພາຄ.
- ລຳດັບນັ້ນ ພຣະອານນົນທ໌ໄດ້ທ່ຽວບິນທະບາດໃນພຣະນະຄອນໂກສັມພີ ກັບຈາກບິນທະບາດໃນເວລ່ປັຈສາພັຕ ເຂົ້າໄປເຝົ້າພຣະຜູ້ມີ ພຣະພາຄເຖິງທີ່ປະທັບ ຖວາຍອະພິວາດແລ້ວນັ່ງ ນະທີ່ຄວນສ່ວນຂ້າງໜຶ່ງ, ຄັນແລ້ວ ໄດ້ຂາບທູນວ່າ ຂ້າແຕ່ພຣະອົງຜູ້ຈະເຣີນ ຂໍປະທານພຣະ ວະໂຣກາດ ເວລາເຊົ້າ ຂ້າພຣະອົງນຸ່ງແລ້ວ ຖືບາດ ແລະຈີວອນ ເຂົ້າໄປບິນທະບາດຍັງພຣະນະຄອນໂກສັມພີ ຊ້າພຣະອົງ ຄິດໄດ້ວ່າເຮົາຈະທ໋ຽວບິນທະບາດ ໃນພຣະນະຄອນໂກສັມພີ ກໍຍັງເຊົ້າຫຼາຍ ກະຢ່າເລີຍ ເຮົາຄວນເຂົ້າໄປຍັງອາຣາມຂອງພວກອັນຍະ ເດັຍຣະຖີປະ ຣິພາຊົກ, ລຳດັບນັ້ນຂ້າພຣະອົງເຂົາໄປຍັງອາຮາມຂອງພວກອັນຍະເດັຍຣະຖີປະ ຣິພາຊົໄດ້ສົນທະນາປາໄສກັບພວກ ອັນຍະເດັຍຣະຖີປະຣິພາຊົກ ຄັນຜ່ານການປາໄສພໍໃຫ້ຣະລືກເຖິງກັນໄປແລ້ວ ຈຶ່ງນັ່ງນະທີ່ຄວນສ່ວນຂ້າງໜຶ່ງ ກໍສະໄໝນັ້ນ ອັນຍະເດັຍຣະຖີປະ ຣິພາຊົກ ກຳລັງນັ່ງປະຊຸມສົນທະນາກັນວ່າ ທ່ານຜູ້ມີອາຍຸທັງຫຼາຍ ທ່ານຜູ້ໃດຜູ້ໜຶ່ງປະພຶດພຣົມະຈັນຍ໌ບໍ່ຣິສຸດ ບໍຣິບູນ ຄົບ 12 ປີ ຄວນຮຽກພິກຂຸນິທທະສະ ແຕ່ຂ້າພຣະອົງບໍ່ຍິນດີ ບໍ່ຄັດຄ້ານຄຳກ່າວຂອງອັນຍະເດັຍຣະຖີປະຣິພາຊົກເຫຼົ່ານັ້ນ ຄັນແລ້ວລຸກຈາກ ອາສະນະຫຼີກໄປ ດ້ວຍຄິດວ່າເຮົາຈະຮູ້ທົ່ວເຖິງ ເນື້ອຄວາມຂອງພາສິດນີ້ໃນສຳນັກຂອງພຣະຜູ້ມີພຣະພາຄ ຂ້າແຕ່ພຣະອົງຜູ້ຈະເຣີນ ພຣະອົງ ອາດ ຫຼືໜໍ ເພື່ອຊົງບັນຍັດພິກຂຸຜູ້ນິທທະສະ ດ້ວຍເຫຕພຽງນັບພັນສາຢ່າງດຽວ ໃນທັມວິນັຍນີ້.
- ພຣະຜູ້ມີພຣະພາຄຕັດວ່າ ດູກຣອານົນທ໌ ບໍ່ມີໃຜໆ ອາຈເພື່ອບັນຍັດພິກຂຸ ຜູ້ນິທທະສະ ດ້ວຍເຫດພຽງເພື່ອນັບພັນສາຢ່າງດຽວ ໃນທັມວິ ນັຍນີ້ ດູກຣອານົນທ໌ ວັຕຖຸແຫ່ງນິທທະສະ 7 ປະການນີ້ ເຮົາກະທຳໃຫ້ແຈ້ງດ້ວຍປັນຍາອັນຍິ່ງເອງ, ປະກາດແລ້ວ 7 ປະການເປັນຈັ່ງໃດ ດູກຣອານົນທ໌ ພິກຂຸໃນທັມວິໄນນີ້ ເປັນຜູ້
- ມີສັດທາ 1
- ມີຫິຣິ 1
- ມີໂອຕຕັປປະ 1
- ເປັນພຣະຫູສູຕ 1
- ປາຣົພຄວາມພຽຣ 1
- ມີສະຕິ 1
- ມີປັນຍາ 1
- ດູກຣອານົນທ໌ ວັຕຖຸແຫ່ງນິທທະສະ 7 ປະການນີ້ແລ ເຮົາກະທຳໃຫ້ແຈ່ງດ້ວຍປັນຍາອັນຍິ່ງເອງ ປະກາດແລ້ວ, ດູກ່ອນອານົນທ໌ ພິກຂຸຜູ້ປະກອບດ້ວຍແຫ່ງນິທທະສະ 7 ປະການນີ້ແລ ຖ້າປະພຶກພຣົມມະຈັນຍ໌ບໍຣິສຸດ ບໍຣິບຸນຄົບ 12 ປີກໍດີຄວນຈະຮຽກໄດ້ວ່າພິກຂຸ ນິທທະສະ ຖ້າປະພຶກພຣົມະຈັນຍ໌ບໍຣິສຸດ ບໍຣິບູນຄົຍ 214 ປີກໍດີ....36 ປີກໍດີ....48 ປີກໍດີ ຄວນຈະຮຽກໄດ້ວ່າ ພິກຂຸຜູ້ນິທທະສະ.

No comments:

Post a Comment