Wednesday 20 July 2011

(ສາສນາປຽບທຽບ) 1. ສາສນາເຊນ

- ສາສນາເຊນ ຮຽກອີກຢ່າງໜຶ່ງວ່າ ໄຊນະ ຫຼື ຊິນະ ແປວ່າ ຜູ້ຊະນະ, ສາສນານີ້ເກີດໃນປະເທດອິນເດັນ ອະນຸມານການຄາວດຽວກັຍສະໄໝ ພຸດທະດານ ເປັນໜຶ່ງໃນລັດທິສຳຄັນ 6 ລັດທິທີ່ເກີດຮ່ວມສະໄໝດຽວກັບພຣະພຸດທະເຈົ້າ.

- ສາສນາເຊນ ບໍ່ນັບຖືພຣະເຈົ້າ ຫຼືເທບພະເຈົ້າ ຖືກຫຼັກການບໍ່ບຽນບຽນ ຫຼືອະຫິງສາຢ່າງເອກອຸ ຖືວ່າການບໍາເພັງຕົນໃຫ້ລຳບາກ ຄື ອັດຕະກິລະມະຖານຸໂຍກ ເປັນທາງນຳໄປສູ່ການບັນລຸທັມ ທີ່ຜູ້ທີ່ຝືກດີແລ້ວ ຍ່ອມບໍ່ຫວັ່ນໄຫວທຸກສິ່ງທຸກຢ່າງທີ່ເກີດຂຶ້ນທາງກາຍ, ວາຈາ ແລະໃຈ.

- ມີສາສະດາ ຄື ພຣະມະຫາວິຣະ ຫຼື ນິຄຣົນຖະນາຕະບູດ.

- ຈຸດມຸ້ງໝາຍ ສູງສຸດຂອງສາສນານີ້ ຄື ການບຳເພັງຕົນໃຫ້ຫຼຸດພົ້ນຈາກກິເລສ ຫຼູດພົ້ນຈາກສັງສາຣະວັຕ ໂດຍຮຽກວ່າ ໂມກສະ ໂດຍນັກບວດ ໃນສາສນານີ້ ໃຫ້ວິທີການຕັດກິເລສໂດຍບໍ່ໜຸ່ງຜ້າ ຮຽກວ່າ ນິຄຣົນຖ໌ ແປວ່າ ບໍ່ມີກິເລສຜູກຮັດ.

- ປັດຈຸບັນ ມີເຊນສະນິກະຊົນປະມານ 6 ລ້ານຄົນ ທົ່ວປະເທດອິນເດັຍ ໂດຍສ່ວນຫຼາຍມີຖານະດີ ເພາະເປັນພໍ່ຄ້າສາເປັນສ່ວນໃຫຍ່.

ກ. ຂໍ້ປະຕິບັດສໍາລັບຜູ້ຄອງເຮືອນ.
1. ເວັ້ນຈາກການຂ້າສັດ.
2. ເວັ້ນຈາກການເວົ້າເທັດ
3. ເວັ້ນຈາກການລັກສໍ້.
4. ສັນໂດດໃນລູກໃນເມັຍຕົນ.
5. ມີຄວາມປາຖະໜາພໍສົມຄວນ.
6. ເວັ້ນຈາກການຂ້າສັດເປັນອາຫານ.
7. ຢູ່ໃນເຂດຂອງຕົນຕາມກຳນົດ.
8. ພໍດີໃນການບໍຣິໂພກ.
9. ເປັນຄົນກົງ.
10. ບຳເພັງພົກປະພຶດວັດໃນຄາວເທດສະການ
11. ຮັກສາອຸໂປສົດ.
12. ບໍຣິບູນດ້ວຍປະຕິສັນຖານຕໍ່ອາຄັນຕຸກະ.

ຂ. ຂໍ້ປະຕິບັດສໍາລັບບັນພະຊິດ.
1. ຫ້າມປະກອບເມຖຸນທັມ.
2. ຫ້າມຮຽກສິ່ງຕ່າງໆວ່າເປັນຂອງຕົນ.
3. ກິນອາຫານທ່ຽງໄດ້ ແຕ່ຫ້າມກິນຍາມຣາຕຣີ.

ຄ. ນິກາຍຂອງສາສນາເຊນ.
- ເມື່ອພຣະມະຫາວິຣິສິ້ນໄປແລ້ວ ສາສນິກກໍປແຕກແຍກກັນປະຕິບັດຫຼັກທັມ ຈາກຫຼັກທັມທີ່ຮຽບງ່າຍ ກໍກາຍເປັນຫຍຸ້ງເຫຍິງ ພ.ສ 200 ກໍແຕກອອກເປັນ 2 ນິກາຍ ຄື:
1. ນິກາຍທິຄັມພອນ (ນຸ່ງລົມຫົ່ມຟ້າ-ເປືອຍກາຍ)
2. ນິກາຍເສວະຕັມພອນ (ນຸ່ງຂາວຫົ່ມຂາວ)

ງ. ຄັມພີທາງສາສນາ.
- ຄັມພີ ອາຄະມະ ຫຼື ອາຄົມ

No comments:

Post a Comment