Monday, 16 May 2011

ລາວ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຫລື ສປປ ລາວ ຕັ້ງຢູ່ທິດຕາເວັນອອກສຽງໃຕ້ຂອງທະວີບອາຊີ, ຢູ່ໃຈກາງຂອງແຫຼມອິນດູຈີນລະຫວ່າງເສັ້ນຂະໜານທີ່ 14 - 23 ອົງສາເໜືອ ແລະ ເສັ້ນແວງທີ 100-108 ອົງສາ ສປປ ລາວເປັນປະເທດທີ່ບໍ່ມີທາງອອກສູ່ທະເລ, ມີຊາຍແດນຕິດກັບ ສາທາລະນະລັດປະຊາຊົນຈີນ (505 ກິໂລແມັດ), ທິດໄຕ້ຕິດກັບລາຊະອານາຈັກກຳປູເຈຍ (435 ກິໂລແມັດ), ທິດຕາເວັນອອກຕິດກັບ ສາທາລະນະລັດສັງຄົມນິຍົມຫວຽດນາມ ( 2.069 ກິໂລແມັດ ), ທິດຕາເວັນຕົກຕິດກັບລາຊະອານາຈັກໄທ ( 1.385 ກິໂລແມັດ ), ແລະ ທິດຕາເວັນຕົກສຽງເໜືອຕິດກັບ ສາທາລະນະລັດແຫ່ງສະຫະພາບມຽນມາ ( 236 ກິໂລແມັດ ).

ໃນພາສາອັງກິດ ຄຳວ່າລາວ ທີ່ໝາຍເຖິງປະເທດລາວ ສະກົດວ່າ "Laos" ແລະ ລາວທີ່ໝາຍເຖິງຄົນລາວ ໃຊ້ "Lao" ແລະ ບາງເທື່ອຈະມີການໃຊ້ຄຳວ່າ "Laotian" ເນື່ອງຈາກປ້ອງບໍ່ໃຫ້ສັບສົນກັບຄຳວ່າ "Lao ethnic group"

ລັກສະນະພູມສັນຖານ

ສປປ ລາວມີລວງຍາວແຕ່ເໜືອຮອດໃຕ້ 1.700 ກວ່າກິໂລແມັດ, ບ່ອນກວ້າງທີ່ສຸດ 500 ກິໂລແມັດ ແລະ ບ່ອນແຄບທີ່ສຸດ 140 ກິໂລແມັດ, ເນື້ອທີ່ທັງໝົດ 236.800 ກິໂລແມັດມົນທົນ, ມີທັງເຂດພູດອຍແລະທົ່ງພຽງ, ໃນນັ້ນມີເຂດພູພຽງ ແລະ ພູດອຍກວມເນື້ອທີ່ 3/4 ຂອງເນື້ອທີ່ທັງໝົດ ແລະ ໄດ້ແບ່ງອອກເປັນ 3 ເຂດຄື:

ເຂດພາກເໜືອ ເປັນເຂດພູສູງ, ສູງກວ່າທະເລ ສະເລ່ຍ 1.500 ແມັດ.
ເຂດສາຍພູຫວຼງນັບຕັ້ງແຕ່ທິດຕາເວັນອອກສຽງໃຕ້ຂອງພູພຽງເມືອງພວນ ຈົນຮອດຊາຍແດນກຳປູເຈຍ ໂດຍມີພູພຽງໃຫຍ່ຢູ່ 3 ແຫ່ງຄື: ພູພຽງເມືອງພວນ (ຊຽງຂວາງ), ພູພຽງນາກາຍ (ຄຳມ່ວນ) ແລະ ພູພຽງບໍລິເວນ (ພາກໃຕ້) ຊຶ່ງສູງກວ່າລະດັບນ້ຳທະເລ ສະເລ່ຍ 1.000 ແມັດ;
ເຂດທົ່ງພຽງວຽງຈັນ(ຢູ່ຕອນໃຕ້ຂອງນ້ຳງື່ມ), ທົ່ງພຽງສະຫວັນນະເຂດ (ຢູ່ຕອນໃຕ້ເຊບັ້ງໄຟ ແລະ ເຊບັ້ງຫຽງ), ທົ່ງພຽງຈຳປາສັກ ເຊິ່ງຢຽດຍາວຕາມແຄມຝັ່ງນ້ຳຂອງໄປຮອດຊາຍແດນໄທ ແລະ ກຳປູເຈຍ, ທົ່ງພຽງ ຊື່ງກວມເອົາເນື້ອທີ່ 1/4 ຂອງປະເທດນີ້, ເປັນດິນປູກຝັງທີ່ອຸດົມສົມບູນ, ງອກງາມ, ເປັນອູ່ເຂົ້າອູ່ປາຂອງປະເທດ.

ສປປ ລາວ ເປັນປະເທດໜື່ງທື່ອຸດົມສົມບູນໄປດ້ວຍຫ້ວຍນ້ຳລຳເຊ ຊຶ່ງຢາຍຢູ່ແຕ່ເໜືອຮອດໃຕ້; ແມ່ນ້ຳຂອງໄຫລຜ່ານຍາວ 1.835 ກິໂລແມັດ ເຊິ່ງມີຄວາມສາມາດບົ່ມຊ້ອນຂອງພະລັງໄຟຟ້ານ້ຳຕົກຢູ່ໃນອ່າງນ້ຳຂອງຕອນລຸ່ມກວມ 51% . ນອກຈາກແມ່ນ້ຳຂອງແລ້ວ ຍັງມີບັນດາສາຍນ້ຳທີ່ສຳຄັນຕ່າງໆ ເຊັ່ນ: ນ້ຳອູ (ຜົ້ງສາລີ - ຫລວງພະບາງ) ຍາວ 448 ກິໂລແມັດ, ນ້ຳງື່ມ (ຊຽງຂວາງ-ວຽງຈັນ) ຍາວ 354 ກິໂລແມັດ, ນ້ຳເຊບັ້ງຫຽງ (ສະຫວັນນະເຂດ) ຍາວ 338 ກິໂລແມັດ, ນ້ຳທາ (ຫຼວງນ້ຳທາ-ບໍ່ແກ້ວ) ຍາວ 325 ກິໂລແມັດ, ນ້ຳເຊກອງ (ສາລະວັນ-ເຊກອງ-ອັດຕະປື) ຍາວ 320 ກິໂລແມັດ, ນ້ຳເຊບັ້ງໄຟ (ຄຳມ່ວນ-ສະຫວັນນະເຂດ) ຍາວ 239 ກິໂລແມັດ, ນ້ຳແບ່ງ (ອຸດົມໄຊ) ຍາວ 215 ກິໂລແມັດ, ນ້ຳເຊໂດນ (ສາລະວັນ-ຈຳປາສັກ) ຍາວ 192 ກິໂລແມັດ, ນ້ຳເຊລະນອງ (ສະຫວັນນະເຂດ) ຍາວ 115 ກິໂລແມັດ, ນ້ຳກະດິງ (ບໍລິຄຳໄຊ) ຍາວ 103 ກິໂລແມັດ, ນ້ຳຄານ (ຫົວພັນ-ຫລວງພະບາງ) ຍາວ 90 ກິໂລແມັດ.
[ດັດແກ້] ລັກສະນະພູມອາກາດ

ສປປ ລາວ ຢູ່ໃນພູມອາກາດຂອງເຂດຮ້ອນ, ມີລົມມໍລະສຸມ ແຕ່ບໍ່ມີພາຍຸ, ສຳລັບເຂດພູດອຍພາກເໜືອ ແລະ ເຂດສາຍພູຫລວງອາກາດ ມີລັກສະນະເຄິ່ງຮ້ອນເຄິ່ງໜາວ ອຸນຫະພູມສະສົມ ສະເລ່ຍປະຈຳປີສູງເຖິງ 15 - 30 ອົງສາເຊ, ການຜິດດ່ຽງອຸນຫະພູມລະຫວ່າງກາງເວັນ ແລະ ກາງຄືນມີປະມານ 10 ອົງສາເຊ. ຈຳນວນຊົ່ວໂມງ ທີ່ມີແສງແດດຕໍ່ປີປະມານ 2.300-2.400 ຊົ່ວໂມງ (ປະມານ 6,3-6,5 ຊົ່ວໂມງຕ່ໍມື້), ຄວາມຊຸ່ມຊື່ນ ສຳຜັດຂອງອາກາດ ມີປະມານ 70 - 85%, ປະລິມານ ນ້ຳຝົນນັບແຕ່ 75-90% ໃນລະດູຝົນ (ແຕ່ເດືອນ ພຶດສະພາ ຫາ ເດືອນຕຸລາ). ສ່ວນໃນລະດູແລ້ງ (ເດືອນພະຈິກ ຫາເດືອນເມສາ) ປະລິມານນ້ຳຝົນມີພຽງ 10-25% ແລະ ປະລິມານສະເລ່ຍຕໍ່ປີ ຂອງແຕ່ລະເຂດກໍ່ຜິດໂຕນກັນຢ່າງຫລວງຫຼາຍ ເຊັ່ນວ່າ: ສາຍພູຫຼວງ ຍ່ານເຂດໃຕ້ໄດ້ຮັບນ້ຳຝົນ ສະເລ່ຍປີລະ 300 ຊັງຕີແມັດ ຂະນະທີ່ເຂດແຂວງ ຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ ໄດ້ຮັບພຽງແຕ່ 100-150 ຊັງຕີແມັດ, ສ່ວນວຽງຈັນ ແລະ ສະຫວັນນະເຂດ ໄດ້ຮັບລະຫວ່າງ 150-200 ຊັງຕີແມັດ ເຊັ່ນດຽວກັບ ຜົ້ງສາລີ, ຫລວງນ້ຳທາ ແລະ ບໍ່ແກ້ວ.
[ດັດແກ້] ຊັບພະຍາກອນທຳມະຊາດ ແລະ ປ່າໄມ້

ດ້ວຍພູມີປະເທດ ແລະ ພູມອາກາດທີ່ເປັນເຂດຮ້ອນຊຸ່ມ ມັນໄດ້ສ້າງເງື່ອນໄຂໃຫ້ ສປປ ລາວ ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດນາໆຊະນິດ, ໃນພື້ນດິນກໍ່ມີບໍ່ແຮ່ທາດຕ່າງໆ ເຊັ່ນ: ກົ່ວ, ເຫຼັກ, ຖ່ານຫີນ, ຊືນ, ທອງ, ຄຳ, ເງິນ,ມາດ, ອັງຕີມອນ ແລະ ໆລໆ, ຢູ່ເທິງໜ້າດິນກໍມີປ່າໄມ້ກວມເນື້ອທີ່ 47 %, ໃນນັ້ນມີທັງໄມ້ຄ່າສູງທາງດ້ານເສດຖະກິດ ເຊັ່ນ ໄມ້ຄະຍູງ, ໄມ້ດູ່, ໄມ້ເກດສະໜາ, ໄມ້ໂລ່ງເລ່ງ ຢູ່ໃນປ່າກໍມີເຄື່ອງປ່າຂອງດົງປະເພດຕ່າງໆ ທີ່ໂລກຕ້ອງການຫລາຍເຊັ່ນ: ຄັ່ງ, ຍານ, ໝາກແໜ່ງ, ຢາງແປກ, ຫວາຍ, ຕົ້ນໄມ້ເປັນຢາ ແລະ ຍັງມີສັດປ່າທ່ີຫາຍາກ ແລະ ໃກ້ຈະສູນພັນເຊັ່ນ: ຊ້າງ, ເສືອ, ໝີ, ເມີຍ, ກະທິງ, ກວາງ, ເຍືອງ, ເສົາຫລາ ໆລໆ.

ປະເພດປ່າ

ປ່າໄມ້ທີ່ອຸດົມສົມບູນຂອງປະເທດລາວແບ່ງອອກເປັນ 5 ປະເພດດັ່ງນີ້:

ປ່າດົງດິບ
ປ່າສົງ
ໂຄກ
ປ່າໄມ້ໃບເຂັມ
ຄັງ ແລະ ປ່າເລົ່າ

[ດັດແກ້] ທໍ່ສ່ົງນ້ຳມັນ

ປະເທດລາວມີທໍ່ສົ່ງນ້ຳມັນປິໂຕຣລຽມ ຍາວທັງໝົດ 136 ກິໂລແມັດ.
[ດັດແກ້] ລັກສະນະພູມອາກາດ

ສປປ ລາວ ຢູ່ໃນພູມອາກາດຂອງເຂດຮ້ອນ, ມີລົມມໍລະສຸມ ແຕ່ບໍ່ມີພາຍຸ, ສຳລັບເຂດພູດອຍພາກເໜືອ ແລະ ເຂດສາຍພູຫລວງອາກາດ ມີລັກສະນະເຄິ່ງຮ້ອນເຄິ່ງໜາວ ອຸນຫະພູມສະສົມ ສະເລ່ຍປະຈຳປີສູງເຖິງ 15 - 30 ອົງສາເຊ, ການຜິດດ່ຽງອຸນຫະພູມລະຫວ່າງກາງເວັນ ແລະ ກາງຄືນມີປະມານ 10 ອົງສາເຊ. ຈຳນວນຊົ່ວໂມງ ທີ່ມີແສງແດດຕໍ່ປີປະມານ 2.300-2.400 ຊົ່ວໂມງ (ປະມານ 6,3-6,5 ຊົ່ວໂມງຕ່ໍມື້), ຄວາມຊຸ່ມຊື່ນ ສຳຜັດຂອງອາກາດ ມີປະມານ 70 - 85%, ປະລິມານ ນ້ຳຝົນນັບແຕ່ 75-90% ໃນລະດູຝົນ (ແຕ່ເດືອນ ພຶດສະພາ ຫາ ເດືອນຕຸລາ). ສ່ວນໃນລະດູແລ້ງ (ເດືອນພະຈິກ ຫາເດືອນເມສາ) ປະລິມານນ້ຳຝົນມີພຽງ 10-25% ແລະ ປະລິມານສະເລ່ຍຕໍ່ປີ ຂອງແຕ່ລະເຂດກໍ່ຜິດໂຕນກັນຢ່າງຫລວງຫຼາຍ ເຊັ່ນວ່າ: ສາຍພູຫຼວງ ຍ່ານເຂດໃຕ້ໄດ້ຮັບນ້ຳຝົນ ສະເລ່ຍປີລະ 300 ຊັງຕີແມັດ ຂະນະທີ່ເຂດແຂວງ ຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ ໄດ້ຮັບພຽງແຕ່ 100-150 ຊັງຕີແມັດ, ສ່ວນວຽງຈັນ ແລະ ສະຫວັນນະເຂດ ໄດ້ຮັບລະຫວ່າງ 150-200 ຊັງຕີແມັດ ເຊັ່ນດຽວກັບ ຜົ້ງສາລີ, ຫລວງນ້ຳທາ ແລະ ບໍ່ແກ້ວ.
ຊື່ເດືອນ ລະດູ
ມັງກອນ ແລ້ງ
ກຸມພາ ແລ້ງ
ມີນາ ແລ້ງ
ເມສາ ແລ້ງ
ພຶດສະພາ ຝົນ
ມິຖຸນາ ຝົນ
ກໍລະກົດ ຝົນ
ສິງຫາ ຝົນ
ກັນຍາ ຝົນ
ຕຸລາ ຝົນ
ພະຈິກ ແລ້ງ
ທັນວາ ແລ້ງ

ສະໄໝສັກດີນາ
[ດັດແກ້] ຣາຊະການເຈົ້າສຸລິຍະວົງສາ

ສະ​ໄໝ​ຣາຊະກາ​ນຂອງເຈົ້າ​ສຸລິຍະ​ວົງສາ, ປີ ພ.ສ 2183 (ຄ.ສ 1631) ​ເຈົ້າ​ສຸລິຍະ​ວົງສາ ​ໄດ້​ຂຶ້ນຄອງ​ລາດ, ​ໃ​ນໄລຍະ 57 ປີ ຂອງກາ​ນປົກຄອງ​ອານາຈັກ​ລ້າ​ນຊ້າງ ​ແມ່​ນມີ​ຄວາມ​ສະຫງົບ​ຮົ່ມ​ເຢັນ, ຄວາມ​ຂັດ​ແຍ່ງ​ພາຍ​ໃ​ນຖືກ​ຊຳລະ​ສະ​ສາງ, ອິດ​ທິກຳລັງ​ພາຍ​ນອກ​ມີ​ຄວາມເກງ​ຂາມ ບໍ່​ກ້າ​ເຂົ້າ​ມາ​ລ່ວງ​ລ້ຳ ​ແລະ ​ແຊກ​ແຊງ, ປະຊາຊົ​ນໄດ້​ຮັບ​ການ​ແບ່ງ​ດິນເພື່ອ​ທຳ​ມາ​ຫາ​ກິ​ນຢ່າງ​ເປັນ​ທຳ ​ແລະ ຫ້າວຫັນ​ໃນ​ກາ​ນຜະລິດ, ​ເຂົ້າ, ປາ​ອຸດົມສົມບູນ.

ເຈົ້າ​ສຸລິຍະວົງສາ​ທຳ​ມິ​ກະລາດ ​ໄດ້​ສັ່ງ​ໃຫ້​ເສນາອາມາດ​ຜູ້​ໃຫຍ່​ພ້ອມ​ນັກປາດ​ອາຈານ​ແກ້​ໄຂ​ປ່ຽນ​ແປງ ​ແລະ ສ້າງ​ກົດໝາຍ​​ເພື່ອເປັ​ນຫລັກ​ ໃ​ນການ​ປົກ​ຄອງ​ບ້ານ​ເມືອງ ​​ໃຫ້​ມີ​ລະບຽບ​ແບບ​ແຜນ, ບ່າວ​ໄພ່​ຣາຊະ​ດອນໄດ້​ຮັບ​ຄວາມ​ເປັນ​ທຳ ຜູ້​ລ່ວງ​ລະ​ເມີດ​ກໍ່​ຖືກ​ລົງ​ໂທດ​ໂດຍ​ບໍ່​ເລືອກ​ໜ້າ​ນັບ​ທັງ​ລູກ​ຊາຍ​ຂອງ​ເພິ່ນ​ເອງ ກໍ່​ຖືກ​ສັ່ງ​ປະຫານ​ຊີວິດ​ ຖານ​ໂທດ​ຂົ່ມຂືນ​ ເມຍ​ທະຫາ​ນອົງຄະລັກ​ ຂອງ​ເພິ່ນ. ໄດ້​ເອົາ​ໃຈ​ໃສ່​ສ້າງ​ວັດວາອາ​ຮາມ, ສົ່ງ​ເສີມ​ການສຶກສາຂະຫຍາຍ​ໂຮງຮຽນ (ເວລາ​ນັ້ນແມ່​ນໂຮງຮຽນ​ວັດ) ສ້າງ​ນັກປາດ​ບັນດິດ, ປະດິດ​ຄິດ​ແຕ່ງ​ວັນນະຄະດີ, ນິທາ​ນພື້ນ​ເມືອງ, ສ້າງ​ຮີດ 12 ຄອງ 14, ​ແປ​ເທບ​ ນິຍາຍ​ຈາກ​ພາສາອິນ​ເດຍ ມາ​ເປັ​ນພາສາ​ລາວ.

​ໄດ້​ອອກ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ຊຶ່ງ​ໄດ້​ກຳນົດ​ແຈ້ງວ່າ : ດິ​ນທີ່​ມອບ​ໃຫ້​ເຖິງ 3 ປີ ແລ້ວ ຫາກ​ບໍ່​ມີ​ກາ​ນນຳ​ໃຊ້​ແມ່​ນໃຫ້ຜູ້​ອື່ນ​ສາມາດ​ ມາ​ເອົາ​ໄປ​ນຳ​ໃຊ້​ໄດ້​ ໂດຍ​ເຈົ້າ​ຂອງ​ເກົ່າ​ບໍ່​ມີ​ສິດ​ທວງ​ຖາມ​ເອົາ​ຄືນ​ອີກ. ດ້ວຍ​ເຫດ​ນັ້ນ​ຈິ່ງ​ເຮັດ​ໃຫ້​ປະຊາຊົ​ນມີ​ຄວາມເຊື່ອ​ໝັ້ນ ​ແລະ ດຸ​ໝັ່​ນໃນ​ການ​ຜະລິດ, ປູກ​ຄັ່ງ, ປູກ ​ຍານ​ເປັ​ນສິນຄ້າ.

ໄດ້​ຜູກ​ມິດ​ໄມຕີ​ກັບປະ​ເທດ​ໃກ້​ຄຽງ, ຕິດ​ຕໍ່​ຄ້າຂາຍ​ກັບ​ຕ່າງປະ​ເທດ, ວຽງ​ຈັ​ນເວລາ​ນັ້ນ​ໄດ້​ກາຍ​ເປັນ​ສູ​ນກາງ​ກາ​ນຄ້າ ຄັ່ງ ​ແລະ ຍານ ຈົນ​ມີ​ພໍ່ຄ້າ​ ຊາວ​ ໂຮ​ນລັງ(Holland) ຊື່ ວັ​ນວຸດ​ສະ​ຕົບ ​​ເຊິ່ງ​ເປັນ​ຊາວ​ຕາ​ເວັນ​ຕົກ​ຄະນະ​ທຳ​ອິດ​ທີ່​ເຂົ້າ​ມາ​ວຽງ​ຈັນ​ໃນ​ປີ 1641 ​ເພື່ອ​ຊື້ ຄັ່ງ ​ແລະ ຍານ. ​ໃນ​ປີ 1642-1647 ມີ​ຄະນະ​ ຂອງ ຄຸ​ນພໍ່ ​ເລີ​​ເລຍ ​ແລະ ມາລີນີ​ ​ເຊິ່ງ​ເປັນ​ຊາວ​ອີ​ຕາ​ລີ ​ໄດ້​ເຂົ້າ​ມາ​ເຖິງ​ວຽງ​ຈັນ, ພວກ​ເພິ່​ນໄດ້​ຍ້ອງຍໍ​ວ່າ​ເມືອງ​ວຽງ​ຈັນ​ງົດ​ງາມ, ຫໍ​ຜາສາດ​ຣາຊະ​ວັງ ສະຫງ່າ​ ກວ້າງຂວາງ, ປະຊາຊົ​ນລາວ​ເປັ​ນຄົ​ນດີ​ ບໍ່​ເອົາ​ປຽບ​ເອົາ​ລັດ​ກັນ, ຮັກ​ແພງ​ຄົນ​ຕ່າງປະ​ເທດ, ເປັນ​ຄົນ​ຊື່ສັດ ​​ເກັບ​ຂອງ​ ຕົກ​ເຮ່ຍ ​​ໄດ້ກໍ່​ຄືນເຈົ້າ​ຂອງ ​ໂດຍບໍ່​ຮຽກຮ້ອງ​ຄ່າ​ຮັກສາ​ແຕ່​ຢ່າງ​ໃດ. ພວກ​ເພີ່ນ​ຍັງ​ເວົ້າ​ວ່າ ບໍ່​ເຫັນ​ຄົນ​ລາວ​ຜິດ​ຖຽງກັນ ຄົນ​ລາວ​ມີ​ກົດໝາຍ​ພື້ນ​ເມືອງ​ດີ ແລະ ປະຕິບັດ​ເຄັ່ງ​ຄັດ ຜູ້​ໃດ​ທີ່ກະທຳ​ຜິດຜູ້​ໃດ​ໝິ່ນປະໝາດ​ຄົນ​ອື່​ນກໍ່​ລ້ວນ​ແຕ່​ຖືກ​ປັບ​ໃໝ.

ສັງ​ລວມ​ແລ້ວ​ຕະຫລອດ​ໄລຍະ 57 ປີ ທີ່​ເຈົ້າ​ສຸລະ​ຍິວົງສາ​ຂຶ້ນຄອງ​ລາດ ອານາຈັກ​ລ້ານ​ຊ້າງ ​ຢູ່​ໃນ​ຄວາມ​ສະຫງົບ​ປາສະຈາກ​ເສິກ​ ທາງ​ເໜືອເສືອທາງ​ໃຕ້, ປະຊາຊົ​ນມີ​ຄວາມ​ຮົ່ມ​ເຢັນ, ການ​ສຶກສາ​ໄດ້​ຮັບ​ການ​ພັດທະນາ, ນັກປາດ​ບັນ​ດິດ, ຄຳ​ພີ​ດີກາ, ນິທານ​ພື້ນ​ເມືອງ, ເທບ​ນິຍາຍ, ຮີດຄອງ​ປະ​ເພນີ​ອັ​ນດີງາມ ທີ່​ສືບ​ທອດ​ມາ​ເຖິງ​ປະຈຸ​ບັ​ນກໍ່​ເກີດ​ຂຶ້ນ​ໃ​ນ ສະ​ໄໝ​ເຈົ້າ​ສຸລິຍະ​ວົງສາ​ຄອງ​ເມືອງ; ​ເຮັດ​ໃຫ້​ຊາດ​ລາວ​ມີ​ມູນ​ເຊື້ອອັນ​ຈົບງາມ​ທາງ​ ດ້າ​ນຮີດຄອງ​,ປະເພນີ,ວັດທະນະທຳ, ​ເປັ​ນໄລຍະ​ຮຸ່ງ​ເຮືອງ​ເຫລືອງ​ເຫລື້ອມດ້າ​ນວັດທະນະທຳ​ທີ່​ໂດດ​ເດັ່​ນທີ່​ສຸດ.

​ເຈົ້າ​ສຸລິຍະ​ວົງສາ ​ໄດ້​ສິ້ນພະ​ຊົນ​ໃນ​ປີ 1695 ພາຍຫລັງ​ຄອງ​ເມືອງ​ມາ​ໄດ້ 57 ປີ ລວມ ອາຍຸ​ໄດ້ 82 ປີ. ພາຍຫລັງ​ເຈົ້າ​ສຸລິຍະ​ວົງສາ​ສິ້ນພະ​ຊົນ, ອານາຈັກ​ລ້າ​ນຊ້າງ​ໄດ້​ຕົກ​ເຂົ້າ​ສູ່​ວິ​ກິດ​ກາ​ນອັນ​ຮ້າຍ​ແຮງ​ອີກ​ເທື່ອ​ໜຶ່ງ ​ເຊິ່ງສາຍ​ເຫດ​ ແມ່ນຍ້ອນຜູ້​ຂຶ້ນປົກຄອງ​ເມືອງ​ບໍ່​ແມ່ນ​ເຊື້ອກະສັດ, ພຽງ​ແຕ່​ໄລຍະ 36 ປີ (1698 - 1734) ມີ​ການ​ອະພິ​ເສກ​ສາມັ​ນຊົນຂຶ້​ນເປັນ​ເຈົ້າ​ຊີວິດ​ເຖິງ 4 ອົງ ໝາຍ​ຄວາມ​ວ່າ 9 ປີ​ໃດ ປ່ຽນ​ຖ່າຍ​ເຈົ້າ​ຊີວິດ​ເທື່ອ​ໜຶ່ງ ​ເຊິ່ງຜິດ​ກັບ​ກົດ​ມົນທຽນ​ ຂອງ​ສັກ​ດີນາ ສຳລັບ​ການ​ປົກຄອງ​ໃນ​ສະ​ໄໝ​ບູຮານ​ເພາະວ່າຕາມ​ກົດ​ມົນທຽນຂອງ​ສັກ​ດີ​ນາ​ ນັ້ນແມ່ນປະຕິບັດ ​ຕາມ​ລະບອບ​ລາຊະ​ທາຍາດ (ພໍ່ ຕາ​ຍລູກຂຶ້ນ​ແທນ) ແຕ່​ອານາຈັກ​ລ້າ​ນຊ້າງ​ມີ​ໄລຍະ​ໜຶ່ງ​ຂາດ​ຜູ້​ສືບ​ແທ​ນເຮັດ​ໃຫ້ ພວກ​ຂຸນນ​າງ​ທີ່​ບໍ່​ແມ່ນ​ເຊື້ອກະສັດ​ ຈິ່ງ​ຍາດ​ກັ​ນຂຶ້ນ​ເປັນ​ເຈົ້າ​ແຜ່​ນດິນ. ສະ​ນັ້ນຈິ່ງ​ເກີດ​ການ​ໂຄ່ນ​ລົ້ມ​ກັນ ຫລື ກໍ່​ການ​ກະບົດ ຫລື ​ແຍກ​ຕົວ​ເປັນ​ອິດສະຫລະ ອັນ​ເປັ​ນເຫດ​ໃຫ້​ອາ​ນາຈັກລ້າງ ຊ້າງ​ ຖືກ​ແບ່ງ​ອອກ​ເປັນ​ສາມ ​ອາ ນາຈັກ​ ຄື : ອານາຈັກ​ລ້ານ​ຊ້າງ​ວຽງ​ຈັນ, ອານາຈັກຫລວງ​ພະ​ບາງ ​ແລະ ອານາຈັກ​ຈຳປາ​ສັກ.
[ດັດແກ້] ​ຣາຊະການ​ເຈົ້າ​ອານຸວົງ

ເມື່ອ​ບ້າ​ນເມືອງ​ສູນເສຍ​ເອກະລາດ ​ປະຊາຊົນ​ຕົກ​ເປັນ​ຂ້ອຍ​ຂ້າ​ມ້າ​ໃຊ້​ຂອງ​ຕ່າງ​ຊາດ (ສະຫຍາມ) ​ເຮັດ​ໃຫ້​ເຈົ້າ​ອະນຸວົງ ​ເກີດ​ຄວາມ​ຮູ້ສຶກ​ຢາກ​ກູ້​ຊາດ ກູ້​ເອົາ​ອິດສະຫລະພາບ​ຂອງ​ຊາວ​​ລ້າ​ນຊ້າງ​ວຽງຈັນກັບຄືນ​ມາ. ​ເພື່ອ​ກະກຽ​ມໃຫ້​ແກ່​ການ​ລຸກຂຶ້ນກູ້​ຊາດ​ຍາດແຜ່ນດິນ​ຄື​ນມາ, ພາຍຫລັງ​ໄດ້​ຖືກ​ແຕ່ງ​ຕັ້ງ ຈາກ​ສະຫຍາມ​ໃຫ້​ເປັ​ນກະສັດ​ລ້າ​ນຊ້າງ​ວຽງ​ຈັນ, ​ເຈົ້າ​ອານຸວົງ​ ກໍໄດ້​ດຳ​ເນີນ​ພາລະກິດ​ອັນສຳຄັນ​ຫລາຍ​ປະການ​ ເຊັ່ນ :

​ດ້າ​ນການ​ເມືອງ : - ​ໄດ້​ຕິດຕາມ​ຂະ​ບວນກາ​ນຕໍ່​ສູ້​ຂອງ​ປະຊາຊົນ​ຢູ່​ໃນ​ແຕ່ລະ​ທ້ອງ​ຖິ່ນ ຄື : ຢູ່​ຈຳປາ​ສັກ ພາຍ​ໃຕ້​ກາ​ນນຳພາ​ຂອງ​ອ້າຍ​ຊຽງ​ແກ້ວ ຢູ່​ເມືອງ​ໂຂງ; ການ​ຕໍ່​ສູ້​ ຂອງ​ເຈົ້າ​ໂອ, ເຈົ້າ​ອິນ ຢູ່​ອັດ​ຕະປື; ສ່ວນຢູ່​ພາກ​ເໜືອ ພາກ​ກາງ ກໍ່​ມີ​ຂະ​ບວນຂອງ​ປະຊາຊົນ​ທີ່​ບໍ່ພໍ​ໃຈ​ກັບ​ສັກ​ດີ​ນາ​ທ້ອງ​ຖິ່ນ ​ໄດ້​ລຸກຂຶ້ນ​ແບບ​ກະ​ແຈກ​ກະຈາຍ; ຢູ່​ນະຄອນ​ພະນົມ​ກໍ່​ປະກາດ​ແຍກ​ຕົວ​ບໍ່​ຂຶ້ນກັບ​ບາງກອກ; ​ໄດ້​ປັບປຸງ​ການ​ປົກຄອງ​ໃນ 79 ຫົວ​ເມືອງ ທີ່​ຂຶ້ນກັບ, ​ໄດ້​ໄປ​ພົບ​ກັບ​ເຈົ້າ​ເມືອງ​ທີ່​ເຂົ້າ​ໃຈ​ກັນດີຢູ່​ນະຄອ​ນພະນົມ, ມຸກດາ​ຫານ, ​ໄດ້​ແຕ່ງ​ໃຫ້​​ເຈົ້າຣາຊະບຸດ​ໂຍ້ ​ໄປ​ເປັນ​ຜູ້​ປົກຄອງ​ຈຳປາ​ສັກ, ​ໄດ້​ນຳ​​ເອົາເຮືອ​ຄຳ, ນຳ​ເອົາຊ້າງ 7 ສອກ ​ແລະ ຂອງຂວັ​ນອື່ນໆ​ ໄປ​ມອບ​ຖວາຍ ​ແດ່ເຈົ້າ​ມັ​ນທາຕຸ​ລາດ ອານາຈັກ​ລ້ານຊ້າງ​ຫລວງ​ພະ​ບາງ ​ເພື່ອ​ໃຫ້​ຫລົງ​ລືມຄວາມ​ເກົ່າ​ຄວາມ​ຫລັງ​ເພື່ອ​ພ້ອມ​ກັນ​ຕໍ່​ສູ້ ຍາດເອົາ​ແຜ່ນດິ​ນຄືນ​ມາ.

ດ້າ​ນການ​ສ້າງສາ : ​ເຈົ້າ​ອານຸວົງ​ ໄດ້​ນຳພາ​ປະຊາຊົນສ້າງ​ຣາຊະ​ວັງ, ສ້າງແລະປະຕິສັງຂອນ​ວັດວາອາ​ຮາມ​ຂຶ້ນຫລາຍ​ແຫ່ງ​ຄື: ວັດ​ສີສະ​​ເກດ, ປັບປຸງ​ເມືອງ​ໜອງ​ຄາຍ, ສ້າງ​ຫໍພະ​ແກ້ວ​ຂຶ້ນຢູ່​ວັດ​ຊ້າງ​ເຜືອກ ສີ​ຊຽງ​ໃໝ່, ລົງ​ໄປ​ສະຫລອງ​ຂົວ ​ແລະ ເຂົ້າ​ຮ່ວມ​ງາ​ນນະມັດສະການ​ທາດ​ພະນົມ, ສ້າງ​ຂົວ​ຂ້າມແມ່ນ້ຳຂອງ​ມາ​ສູ່​ວັດ​ອຸບ​ມຸງ.

ດ້ານ​ການ​ທະຫານ : ​ໄດ້​ປັບປຸງ​ກອງທັບ​ບັນດາ​ຫົວ​ເມືອງ​ໃຫ້​ເຂັ້ມ​ແຂງ.

ດ້ານການ​ຕ່າງປະ​ເທດ : ​ເຈົ້າ​ອານຸວົງ​ ພະຍາຍາມ​ໃກ້ຊິດ ​ກັບ​ກະສັດສະຫຍາມ ​ແລະ ​ໄດ້​ຊ່ວຍ​ສະຫຍາມ​ຍົກ​ທັບ​ໄປ​ຕີ​ພະມ້າ​ ຈົນ​ໄດ້​ຮັບ​​ໄຊຊະນະ ໃ​ນຂະນະ​ທີ່​ກອງທັບ​ສະຫຍາມ​ ໄດ້​ກັບ​ມາ​ດ້ວຍ​ມື​ເປົ່າ ​ແລະ​ ເສຍ​ໄຊ​ແກ່​ພະມ້າ ​ເຊິ່ງ​ໄດ້​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັບ​ສະຫຍາມ. ເຈົ້າ​ອານຸວົງ ​ມີ​ນະ​ໂຍບາຍພາຍ​ໃນ ​ແລະ ພາຍນ​ອກ​ຢ່າງ​ຈະ​ແຈ້ງ; ​ໃນນັ້ນ ​ມີ​ກາ​ນພົວພັນກັບ​ອານາ​ມ ( ດ້າຍ​ຫວຽດ ຫລື ຫວຽດາມ​ໃນປະຈຸ​ບັນ ).

​ເມື່ອກະກຽມ​ກຳລັງ​ພຽງພໍ​ແລ້ວ​ກໍ່​ໄດ້ ​ໂອກາດ​ລົງ​ໄປ​ປົງ​ສົບ​ພະພຸດທະ​ເລີດ​ຫຼ້າ​ນະພາ​ໄລ ( ລາຊະການ ​ທີ 2 ) ຂອງສະຫຍາມ​. ໃນໂອກາດນີ້ ເຈົ້າ​ອານຸວົງ​ໄດ້​ຂໍ​ເອົາ​ຄົນ​ລາວ​ທີ່​ຖືກ​ກວາດ​ຕ້ອນ ໄປ​ໃນ​ເມື່ອ​ກ່ອນກັບ​ຄືນ, ຂໍ​ເອົາ​ນາງ​ສະໜົມ​ລາວ, ຂໍ​​ເອົາເຈົ້າ​ຍິງ​ດວງ​ຄຳ ນ້ອງ​ສາວ​ອອກ​ຈາກ​ວັງ​ຄືນ​ມາ. ​ແຕ່​ບໍ່​ເປັນຈັ່ງ​ບຸນ ເພາະ​ຜູ້​ຂຶ້ນຄອງ​ລາດ​ແທນ ​ພະພຸດທະ​ເລີດ​ຫຼ້ານ​ະພາ​ໄລ ນັ້ນ ​ບໍ່​ແມ່ນ​ຜູ້​ສືບ​ທອດ​ຕາມ​ແຜນ ​ເພາະ​ຖືກ​ໄປ​ບວດ​ຍ້ອ​ນ ກາ​ນຊ່ວງ​ຊິງ​ອຳນາດ​ກັນໃນວັງ. ຜູ້​ທີ່ກຳ​ອຳນາດ​ພັດແມ່ນຜູ້​ທີ່​ຂັດ​ໃຈ​ກັບ​ເຈົ້າ​ອານຸວົງ​ມາ​ຕະຫລອດ ສະ​ນັ້ນ ຈຶ່ງ​ບໍ່​ຍອມ​ໃຫ້​ເຈົ້າ​ອານຸວົງ​ໄດ້​ຈັກຢ່າງ. ຄວາມຄຽດ​​ແຄ້ນຂອງ​ເຈົ້າ​ອານຸວົງ​ ທີ່​ມີ​ຕໍ່​ສະຫຍາມ​ນັບ​ມື້​ເພີ່ມ​ທະວີ​ຂຶ້ນ. ດັ່ງນັ້ນ ເຈົ້າ​ອານຸວົງ​ ຈຶ່ງ​ໄດ້​ຕັດສິນ​ໃຈ​ລຸກຂຶ້ນຕໍ່​ສູ້​ເພື່ອ​ອິດສະຫລະພາບ ​ແຕ່​ຍ້ອ​ນການກະກຽມ​ ແລະ ການສ້າງ​ກຳລັງ​ບໍ່​ທັນ​ດີ, ພາຍ​ໃນ​ບໍ່​ທັນ​ເຂັ້ມ​ແຂງ, ການຊັ່ງຊາ​ກຳລັງ​ກໍ່​ຜິດ​ໂຕ​ນກັນຫລາຍ, ຝ່າຍ​ລາວ​ມີ​ທະຫານພຽງ​ແຕ່ 7 ໝື່ນຄົນ ​ພາຫະນະ​ສົງ​ຄາມ​ກໍ​ຫລ້າ​ສະ​ໄໝ ມີ​ແຕ່​ຫອກ​ແຕ່​ດາບ, ​ໃຊ້​ຊ້າງ​, ​ໃຊ້​ມ້າ ​ແລະ ງົວ​ກວຽນ. ກົງກັນ ຂ້າມ​ຝ່າຍ​ສະຫຍາມ​ມີ​ທະຫານ 1 ​ແສນ 7 ໝື່​ນຄົນ, ມີ​ອາວຸດ​ທັ​ນສະ​ໄໝ: ( ປືນໃຫຍ່, ປືນ ​ເຫລັກ​ຍາວ ) ມີ​ລົດ​ລາກ​ແກ່​ຈຳນວນໜຶ່ງ. ສະນັ້ນ, ຈຶ່ງ​ພາ​ໃຫ້ການຕໍ່​ສູ້​ຂອງ​ເຈົ້າອານຸວົງ​ ບໍ່​ເປັນ​ຜົນສຳ​ເລັດ, ນະຄອນວຽງ​ຈັນ ​ກໍ່​ຖືກ​ກອງ​ທະຫານສະຫຍາມ​ມາ​ຍຶດ​ເອົາ ແລະ ທຳລາຍ​ທຸກສິ່ງ​ທຸກ​ຢ່າງ​ບໍ່​ໃຫ້​ເຫລື​ອຫຍັງ, ​ເຈົ້າ​ອານຸວົງ​ກໍ່​ຖືກ​ຈັບໃສ່ກົງເຫຼັກ​ໄປ​ທໍລະມານ​ຢ່າງ​ປ່າ​ເຖື່ອນ​ຢູ່​ບາງກອກ ແລະ ເສຍ​ຊີວິດ​ຢູ່​ທີ່ນັ້ນ. ສຳລັບ​ຜູ້​ທີ່ເປັນ ​ເຊື້ອ​ເຈົ້າ​ວຽງ​ຈັ​ນ ທັງ​ໝົດ​ກໍ່​ຖືກ​ດັບສູນ ດ້ວຍຮູບ​ການທໍລະມານຮ່າງກາຍ ຫຼື ຂ້າ​ຖິ້ມ. ສ່ວນບຸກຄົນທີ່ຮອງ​ລົງ​ມາ​ກໍ່​ຖືກ​ເຮັດ​ໃຫ້​ເສຍກຽດ​ເສຍ​ສັກ​ສີ, ສຳລັບ​ປະຊາຊົນກໍ່​ຖືກ​ກວາດ​ຕ້ອນລົງ​ໄປ​ບາງກອກ​ ​ແລະ ຖືກ​​ໃຊ້​ງານ​ຢ່າງ​ໜັກ​ ໃນ​ຖານະເປັນສະ​ເລີຍ​ເສິກ, ​ເປັນຂ້ອຍ​ຂ້າ​ມ້າ​​ໃຊ້​ໃຫ້​ ພວກ​ຂຸນນ​າງ​ສັກ​ດີ​ນາສະຫຍາມ.

ສຳລັບ​ໂຕ​ເມືອງ​ວຽງ​ຈັນກໍ່​ຖືກຂຸນເສິກ​ສະຫຍາມ ​ສັ່ງ​ໃຫ້​ກອງ​ທະຫານ ​ຕັດ​ກົກ​ໄມ້​ທັງ​ໝົດ ແລະ ຈູດ​ເຜົາ​ທຳລາຍ, ປຸ້ນ​ເອົາ​ຊັບ​ສົມບັດ​ຂອງ​ປະຊາຊົ​ນແບບໂຈນ 500 ​ໂດຍ​ເຈຕະນາ​​ເຮັດໃຫ້​ວຽງ​ຈັນ ​ເປັນເມືອງ​ຮ້າງ​ບໍ່​ສາມາດ​ຢູ່​ໄດ້ ບໍ່​ໃຫ້​ຟື້ນຟູ​ເປັນຕົວ​ເມືອງ​ໄດ້​ອີກ. ອານາຈັກ​ລ້າ​ນຊ້າງ​ວຽງ​ຈັນ ​ໄດ້​ຖືກຫຼຸດ​ຖານະ​ຈາກ​ເປັ​ນ ອານາຈັກ​ໜຶ່ງ​ລົງ​ມາ​ເປັນ​ແຄ້ວ​ນໜຶ່ງ​ຂອງ​ສະຫຍາມ​​ໂດຍມີ​ສຳນັກງານ ​ຕັ້ງ​ຢູ່​ໜອງ​ຄາຍ ຕໍ່​ມາ​ກໍ່​ໄປ​ຕັ້ງ​ຢູ່ ​ອຸດອນທານີ, ວຽງ​ຈັນທີ່​ງົດງາມ​ກໍກາຍ​ເປັນເມືອງ​ຮ້າງ 60 ກວ່າ​ປີ.

ເຖິງ​ວ່າກາ​ນຕໍ່​ສູ້​ກູ້​ແຜ່ນດິນ​ຄືນ​ຂອງ ​ເຈົ້າ​ອານຸວົງ ​ບໍ່​ເປັນຜົນສຳ​ເລັດ​ກໍ່ຕາມ ​ແຕ່​ມັ​ນກໍ່​ມີ​ຄວາມ​ໝາຍປະຫວັດສາດ ອັ​ນເລິກ​ເຊິ່ງຊຶ່ງ​ສະ​ແດງ​ໃຫ້​ເຫັນເຖິງ​ມູ​ນເຊື້ອຕໍ່​ສູ້​ອັນ ເດັດດ່ຽວ​ກ້າຫານ ​ບໍ່​ຍອມ​ຈຳນົນຂອງ​ຄົ​ນລາວ​ ໃຕ້​ກາ​ນນຳພາ​ຂອງ​ເຈົ້າ​ອານຸວົງ, ມູນ​ເຊື້ອ ດັ່ງກ່າວ ຖືກຝັງ​ເລິກ​ຢູ່​ໃນ​ຈິດ​ໃຈ​ຂອງ​ຄົ​ນລາວ​ທຸກ​ຄົນ ​ບໍ່​ວ່າຈະ​ເປັນ​ຄົ​ນເຊື້ອຊາດ​ລາວ​ຢູ່​ຝັ່ງ​ຊ້າຍ, ກໍ​ຄືຝັ່ງ​ຂວາ​ຂອງ​ແມ່ນ້ຳຂອງ​ຕ່າງ​ກໍ່​ຈົດ​ຈຳ​ມູນເຊື້ອດັ່ງກ່າວໄວ້​ຕະຫລອດ​ມາ ​ແລະ​ ໄດ້​ສືບຕໍ່​ກາ​ນຕໍ່​ສູ້​ໃນຮູບ​ການໃໝ່ເປັ​ນຕົ້ນ ແມ່​ນຊາວ​ອີສານຂອງ​ໄທ ​ໄດ້​ພາກັນແຕ່ງ​ກາບ​ກອນ, ວັນນະຄະດີ, ສ້າງເປັ​ນໜັງສື​ອິນຕົກ ​ເພື່ອຄັດຄ້າ​ນຕ້ານຢັ​ນການສັກ​ລາຍ ​​ເອົາ​ຄົນລາວ​ອີສານເປັນສັນຊາດ​ໄທ; ​ເປັນຄຳປິດສະໜາ ​ແລະ ມີ​ຄຳ​ເວົ້າ​ທີ່​ວ່າ: “ ໝາກ​ຟັກ, ໝາກອຶ ຢູ່ດີໆ​ຈະ​ກາຍ​ເປັນຊ້າງ​ເປັນ​ມ້າ​ໄດ້​ແນວ​ໃດ, ຄວາຍ​ເຖິກຄວາຍ​ດ່ອນ ​ແລະ ໝູ​ດ່ອນ ​ຢູ່ດີໆ​ຈະ​ກາຍ​ເປັນຍັກ​ກິນຄົນໄດ້​ແນວ​ໃດ, ຄົ​ນລາວ​ ຢູ່ດີໆ​ຈະ​ກາຍ​ເປັນໄທ​ໄດ້​ແນວ​ໃດ ”, ນອກນັ້ນ ​ກໍ​ມີ​ຈົດໝາຍ “ ສານລືບ​ພະ​ສູນ ” ແລະ ອື່ນໆ... ຂະບວນການຕໍ່​ສູ້​ຕ້ານສະຫຍາມ ​ເພື່ອ​ກູ້​ແຜ່ນດິ​ນຄືນຂອງ ເຈົ້າ​ອານຸວົງ ​ໄດ້​ເຮັດໃຫ້​ລັດທິ​ຮັກ​ຊາດ​ອັນດູດ​ດື່ມ​ເຂັ້ມ​ຂຸ້ນຂຶ້ນ, ຊື່​ສຽງ​ຂອງນັກ​ຮົບວິລະ​ຊົນ​ທີ່​​ເຂົ້າຮ່ວມ​ການ​ຕໍ່​ສູ້​ຄັ້ງນັ້ນ​ເຊັ່ນ: ເຈົ້າ​ສຸ​ກະສານ​, ເຈົ້າ​ລາຊະວົງ, ເຈົ້າ​ລາຊະບຸດ, ພະຍາ​ນາ​ລິ, ພະຍາ​ໄກ​ສົງຄາມ ​ແລະ ຜູ້​ອື່ນໆ ໄດ້​ຖືກຈົດ​ບັນທຶກ​ໄວ້ໃນປຶ້ມຄຳ​ປະຫວັດສາດ ເຊິ່ງຄົນລາວ ​ບໍ່ຫຼົງລືມ​ໄດ້​. ສັງ​ລວມ​ແລ້ວ ​ໄລຍະລາວ​ ຕົກ​ເປັ​ນເມືອງ​ສ່ວຍ ​ແລະ ເມືອງ​ຂຶ້ນຂອງ​ສະຫຍາມຮ້ອຍ​ກວ່າ​ປີ, ​ເປັນໄລຍະ​ທີ່​ນະຄອນວຽງ​ຈັນ ​ຫງ່ວມ​ເຫງົາ, ​ເສົ້າໝອງ ​ແລະ ສູນເສຍນ້ຳຕາ ບ້າ​ນເມືອງ​ອັນ​ງົດ​ງາມ​ທີ່​ບັນພະ​ບູລຸດ​ເຮົາ​ສ້າງ​ໄວ້​ເກືອບ 500 ປີ​ກ່ອນນັ້ນ ​ເກືອບຈະ​ບໍ່​ຍັງ​ເຫລືອ​ແມ່​ນແຕ່ຮ່ອງຮອຍ. ຄວາມ​​ໂຫດຮ້າຍ ​ປ່າ​ເຖື່ອນໃນ​ກາ​ນທຳລາຍ​ລ້າງຜາ​ນຂອງ​ສະຫຍາມ​ທີ່​ມີ​ຕໍ່​ລາວເວລາ​​ໃດ​ກໍ່​ຍັງ​ຝັງ​ເລິກ​ຢູູ່່​ໃນ ດວງ​ໃຈ​ຂອງ​ຄົນລາວ​ຕະຫລອດ​ມາ.

ພາຍຫລັງ​ ເຈົ້າ​ອະນຸວົງ ​ ຖືກ​ປະຫານຊີວິດ​ດ້ວຍ​ການທໍລະມານຮ່າງກາຍ​ອັນປ່າ​ເຖື່ອນ​ແລ້ວ​ ກໍ່​ຍັງເກີດ​ມີ​ຂະ​ບວນການຕ້ານ​ສະຫຍາມ​ເຊັ່ນ: “​ເສິກ​ສາມ​ໂບກ(ນ້ຳ​ພອງ ຈັງຫວັດຂອນແກ່ນ) 1893”, ຂະ​ບວນການຕໍ່​ສູ້​ຂອງເຈົ້າຟ້າ​ຂາວ ຍາດພີ່ນ້ອງ​ຂອງ ​ເຈົ້າ​ລາຊະ​ດາ​ ໃນເຈົ້າ​ເມືອງ​ຈຳປາ​ສັກ, ພະຍາອຸທຸມພອນ ​ເຈົ້າ​ເມືອງ​ອຸທຸມພອນ, ພະຍາ​ສ້າງ​ດີ ​ເຈົ້າ​ເມືອງ​ອັດ​ຕະປື ແລະ ຂະ​ບວນການ ​ຕໍ່​ສູ້​ອື່ນໆ ທີ່ໄດ້​ປະ​ຮ່ອງຮອຍ​ແຫ່ງ​ການ​ຕໍ່​ສູ້​ໄວ້​ ເຊິ່ງມູ​ນເຊື້ອຕໍ່​ສູ້ນັ້ນ ​ໄດ້​ລຸກ​ເປັນໄຟ​ໃນສະໄໝ​ຝຣັ່ງ​ມາ​ປົກຄອງ.
[ດັດແກ້] ສະໄໝຕົກເປັນຫົວເມືອງຂື້ນ ປະກາດເອກະລາດ ແລະ ສົງຄາມກາງເມືອງ

ໄລຍະ 60 ປີ ທີ່​ລາວ​ເປັນ​ເມືອງ​ຂຶ້ນຝຣັ່ງ

ພາຍຫລັງ​ໄດ້​ຍຶດ​ເອົາ 12 ຈຸ​ໄທ, ອານາ​ມ, ​ໂກ​ແຊງ​ຊິນ ​ແລະ ກຳປູ​ເຈຍ​ ໄດ້​ແລ້ວ ​ຝຣັ່ງ​ກໍ່​ໄດ້​ມາ​ຍຶດ​ເອົາ​ລາວ ​ໃນ​ປີ 1893 ​ໂດຍ​ໄລ່​ສະຫຍາມ​ອອກຈາກ​ລາວ, ​ເຊັນ​ສັນຍາ​ແບ່ງ​​ເຂດ​ປົກຄອງ​ ລະຫວ່າງ​ ຝຣັ່ງ ​ແລະ ສະຫຍາມ ​ໂດຍ​ໃຫ້​ດິນ​ແດນ​ຝັ່ງ​ຊ້າຍ​ ຂອງ​ແມ່ນ້ຳຂອງ​ ເປັນ​ຂອງ​ຝຣັ່ງ ​ແລະ ຝັງ​ຂວາ ​ເປັນຂອງ​ສະຫຍາມ​ ໃນວັນທີ 3/10/1893, ເຮັດ​ໃຫ້​ດິນ​ແດ​ນຂອງ​ລາວ​ຫລາຍ​ກວ່າ​ເຄິ່ງໜຶ່ງຖືກ​ສູນ​ເສຍ​ ​ແລະ ຕົກເປັນ​ຂອງ​ສະຫຍາມ ​ອັນ​ສ້າງ​ຄວາມ​ເຈັບ​ປວດ​ ໃຫ້​ກັບປະຊາຊົນ​ລາວຢ່າງບໍ່​ມີ​ວັນ​ລືມ.

ພາຍຫລັງ​ໄດ້​ ເຊັນ​ສັນຍາ ​ແບ່ງ​ເຂດ​ແດນ​ກັບສະຫຍາມ​ແລ້ວ ຝຣັ່ງກໍ່​ຈັດ​ລະບຽບ​ການ​ປົກຄອງ​ຂຶ້ນຢູ່​ລາວ ຕາມ​ແບບ​ສະບັບ​ຂອງ​ສະຫຍາມ​ໂດຍ​ ແບ່ງ​ເປັນ 10 ​ແຂວງ ​​ແລະ ​ຖື​ເອົາ​ວຽງ​ຈັນ​ ເປັນ​ທີ່​ຕັ້ງຂອງ​ສຳນັກງານ​ ສຳລັບ​ຂ້າ​ຫລວງ​ໃຫຍ່​ປະຈຳ​ລາວ, ​ເອົາ​ຄົນ​ຝຣັ່ງ​ເປັນ​ເຈົ້າ​ແຂວງ ສ່ວນ​ເຈົ້າ​ເມືອງ ຕາ​ແສງ ​ແລະ ນາຍບ້າ​ນນັ້ນປະ​ໃຫ້​ຄົ​ນລາວ​ ເປັ​ນເອງ​ເພື່ອ​ເກັບ​ສ່ວຍ​ຈາກປະຊາຊົນ, ​ເກ​​ນເອົາຄົນ​ໄປ​ອອກ​ແຮງ​ງານ​ ໂດຍ​ວາງ​ລະບຽບ​ການ​ອອກ​ຄື: ຜູ້​ຊາຍ​ອາຍຸ 18 ປີ​ ຂຶ້ນ​ໄປ​ຕ້ອງ​ໄດ້​​ເສຍສ່ວຍ​​ໄຖ່​ການ​ໄປ​ເຮັດ​ວຽກ 15 ວັ​ນ ໃນ 1 ປີ ​ໂດຍບໍ່​ມີຄ່າ​ຕອບ​ແທນ​ແຮງ​ງານ​ແຕ່​ຢ່າງ​ໃດ, ພວກ​ເຂົາ​ໄດ້​ຕັດ​ເອົາ​ໄມ້​ເນື້ອດີ, ຂຸດ​ເອົາ​ແຮ່​ທາດ ຈຳນວນ​ໜຶ່ງ​ກັບ​ຄື​ນເມືອ​ສ້າງ​ຄວາມ​ຮັ່ງມີ​ໃຫ້​ປະ​ເທດ​ແມ່, ສ້າງ​ໂຮງຮຽ​ນຈຳນວນ​ໜຶ່ງ​ເພື່ອ​ລູກ​ຫລານ​ຂອງ​ເຂົາ ​ແລະ ລູກ​ຫລານ​ຂອງ​ຄົ​ນລາວ​ທີ່​ເຮັດ​ກາ​ນນຳ​ຝຣັ່ງ, ​ສ້າງໂຮງໝໍ​ ໃ​ນເມືອງ​ຈຳນວນໜຶ່ງ ​ເພື່ອ​ປິ່ນປົວ​ເຂົາ​ເອງ ​ແລະ ສ້າງ​ຖະ​ໜົນ ຫົນທາງ​ຈຳນວ​ນໜຶ່ງ ​ໂດຍ​ເກນ​ເອົາ​ແຮງ​ງາ​ນຂອງ​ປະຊາຊົນ ​ໄປ​ເຮັດ​ເພື່ອ​​ຂົນ​ສົ່ງ​ສິນຄ້າ​​ສຳລັບ​ພວກ​ເຂົາ. ຢູ່​ໃຕ້​ແອກ​ປົກຄອງ​ຂອງຝຣັ່ງ ​ໄດ້​ເກີດ​ມີ​ໄພພິບັດ​ໃຫຍ່ 4 ປະການທີ່​ຂົ່ມ​ຂູ່​ຊີວິດ​ຂອງ​ຄົ​ນລາວ​ເຊັ່ນ: ​ໄພ​ແຫ່ງ​ຄວາ​ມອຶດ​ຫິວ, ​ໄພ​ແຫ່ງ​ຄວາມ​ກືກ​ໜັງສື, ​ໄພ​ແຫ່ງ​ໂລກລະບາດ​ບໍ່​ມີ​ຢຸກຢາ​ປິ່ນປົວ ​ແລະ ​ໄພ​ແຫ່ງ​ຄວາມ​​ໂງ່​ຈ້າ​ຫລ້າຫລັງ ​ແລະ ຄວາມ​ຕ່ຳ​ຕ້ອຍສູນ​ເສຍ​ອິດສະຫຼະພາບ ​ແຫ່ງ​ຄວາມ​ເປັນ​ຄົນຍ້ອນ​ປະ​ເທດ​ຊາດ​ສູນ​ເສຍ​ເອກະລາດ.

ຕໍ່ໜ້າ​ສະພາບ​ການ​ດັ່ງກ່າວ​ ໂດຍ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ແຫ່ງ​ ການຕໍ່​ສູ້​ໃ​ນການ​ສ້າງ​ຊາດ ​ແລະ ປົກ​ປັກ​ຮັກສາ​ຊາດ ຂອງ​ບັນດາ​ ບັນພະ​ບູລຸດຕົນເປັນ​ຕົ້ນ ແມ່​ນກາ​ນນຳພາ​ຕໍ່​ສູ້​ບໍ່​ຍອມ​ຈຳນົນ​ຂອງ​ເຈົ້າ​ອານຸວົງ ​ແລະ ​ເຈົ້າ​ລາຊະວົງ ທີ່​ໄດ້​ຕໍ່​ສູ້ ກັບ​ສັດຕູ​ຈົນ​ເຖິງ​ຢາດ​ເລືອດ ຢາດ​ສຸດ​ທ້າຍນັ້ນ ປະຊາຊົນ​ລາວ​ ບັນດາ​ເຜົ່າໄດ້​ຕໍ່​ສູ້​ ກັບ​ລັດທິ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່າ ດ້ວຍ​ຫລາຍ​ຮູບ​ການ ນັບ​ແຕ່​ຫຼົບຫຼີກ ​ບໍ່​ໄປ​ເຮັດ​ການ 15 ວັນ, ຫ​ລົບ​ຫລີກ​ບໍ່​ເສຍ​ສ່ວຍ​ໄຖ່​ການ ຫລື ​ໄປ​ເຮັດ​ການ ກໍ​ເຮັດ​ແບບ​​ແປະໆ​ບາງໆ ຫລື ມ້າງ​ເຄື່ອງ​ຈັກ​ເຄື່ອງ​ລານ. ຈາກ​ຮູບ​ກາ​ນຕໍ່​ສູ້​ເຫຼົ່າ​ນີ້ກໍ່​​ເກີດມີ​ ການ​ຕໍ່​ສູ້​ເປັນ​ກຸ່ມ ​ກ້ອນ​ຈົ​ນເກີດ​ມີ​ຂະ​ບວນການ​ໃຫຍ່​ເຊັ່ນ: ກາ​ນຕໍ່​ສູ້​ຂອງ​ປະຊາຊົນ​ຊາວ​ສະຫວັນນ​ະ​ເຂດ ພາຍ​ໃຕ້​ກາ​ນຳພາ​ຂອງ​ ພໍ່​ກະ​ດວດ, ຂະ​ບວນການ​ຕໍ່​ສູ້​ຂອງ​ເຜົ່າ​ມົ້ງ ຢູ່​ແຂວງ​ຫົວພັນ ​ແລະ ​ແຂວງ​ຊຽງ​ຂວາງ ​ນຳໂດຍ ​ເຈົ້າຟ້າ​ປັດ​ໄຈ​, ຂະ​ບວນການ​ຕໍ່​ສູ້​ຂອງ​ເຜົ່າ​ລື້ ນຳໂດຍ​ ເຈົ້າຟ້າ​ເມືອງ​ສິງ ແລະ ຂະ​ບວນການ​ຕໍ່​ສູ້​ຂອງ​ຊົນ​ເຜົ່າ​ລາວ​ເທິງ ຢູ່​ພາກ​ໃຕ້ ນຳໂດຍ​ ອົງ​ແກ້ວ-ອົງ​ກົມມະ​ດຳ​.

ພາຍຫລັງ​ມີ​ພັກ​ກອມ​ມູນິ​ດອິນດູຈີນນ​ຳພາ (1930) ​ເຮັດ​​ໃຫ້ການ​ຕໍ່​ສູ້​ທີ່​ໄຮ້​ທິດ​ທາງ​ໃນ​ເມື່ອ​ກ່ອນນັ້ນ ​ໄດ້​ຫັ​ນມາ​ສູ່​ການ​ຕໍ່​ສູ້​ທີ່​ມີ​ທິດ​ທາງ, ມີ​ຈຸດໝາຍ​ປາຍທາງ, ມີ​ການຈຳ​ແ​ນກມິດ-ສັດຕູ​ຢ່າງ​ຈະ​ແຈ້ງ ອັນ​ໄດ້​ເຮັດ​ໃຫ້ການ​ຕໍ່​ສູ້​ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ​ເຕີບ​ໃຫຍ່​ຂຶ້ນ​ເປັ​ນລຳດັບ ​ແລະ ຍາດ​ເອົາ​ໄຊຊະນະ​ມາ​ໄດ້​ຢ່າງ​ຕໍ່​ເນື່ອງ.

ປີ 1934 ​ໄດ້​ມີ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ ​ເພື່ອ​ຈັດ​ຕັ້ງ​ ຄະນະ​ພັກ​ແຄວ້ນ​ລາວ​ຂຶ້ນ ຢູ່​ດອນ​ຊິງ​ຊູ້ນະຄອນຫລວງ​ວຽງ​ຈັນ ​ເຮັດ​ໃຫ້ກາ​ນນຳພາ​ ການ​ຕໍ່​ສູ້​ຕ້ານ​ລັດທິ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່າ ນ​ັບ​ມືຂະຫຍາຍຕົວ. ບັນດາ​ເຫດການ ​ທີ່​ເປັນ​ຂີດ​ໝາຍ​ ທາງ​ປະຫວັດສາດ ໃນ​ພາລະກິດ​ຕໍ່ຕ້ານ​ກັບ​ ລັດທິ​ລ່າ​ເມືອງ​ຂຶ້​ນແບບເກົ່າ​ ອັນໄດ້​ແກ່​ກາ​ນລຸກ​ຮື້ຂຶ້ນ ຢຶດ​ເອົາ​ອຳນາດ​ການ​ປົກຄອງ​ຢູ່​ວຽງ​ຈັນ ໃນ​ວັ​ນທີ 23 ສິງຫາ 1945 ​ໄດ້​ນຳ​ໄປ​ສູ່​ ການ​ປະກາດ​ເອກະລາດ 12 ຕຸລາ ​ໃນປີ​ດຽວ​ກັນ, ສ້າງ​ຕັ້ງ​ລັດຖະບານ​ລາວ​ອິດສະຫຼະຊົ່ວຄາວ. ຫລັງ​ຈາກ​ນັ້ນ ​ກໍ່​​ໄດ້ຫັນທິດ​ອອກ​ສູ່​ຊົນນະບົດ​ ເພື່ອ​ຕ້ານ​ກັບ​ການ​ມາ​ຍຶດຄອງ​ລາວ​ ຄັ້ງ​ທີ II ຂອງຝຣັ່ງ, ​ໄດ້​ສ້າງ​ຕັ້ງ​ແນວ​ລາວ​ອິດສະຫລະ ​ແລະ ລັດຖະບານ​ຕໍ່ຕ້ານ ​ເພື່ອ​ເຕົ້າ​ໂຮມ​ປະຊາຊົນ ດຳ​ເນີນ​ການຕໍ່ຕ້ານ ​ໂດຍ​ສົມທົບ​ກັບ​ກອງທັບ ​ແລະ ປະຊາຊົນ​ຫວຽດນາມ ໃນ​ພາລະກິດ​ຕໍ່​ສູ້​ກັບ​ລັດທິ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່ານານ​ເຖິງ 9 ປີ ຈົນ​ໄດ້​ຮັບ​​ໄຊຊະນະ​ຢູ່​ສະໜາມຮົບ​ດຽນບຽນ​ຟູ, ອັນນຳ​ໄປ​ສູ່​ກອງ​ປະຊຸມ​ເຊີ​ແນວ ປີ 1954 ກ່ຽວ​ກັບອິນດູຈີນ; ​ໂລກ​ໄດ້​ຮັບ​ຮູ້​ເອກະລາດ, ອຳນາດ​ອະທິປະ​ໄຕ ຂອງ​ສາມ​ຊາດ​ອິນດູຈີນ ​ແລະ ນຳ​ເອົາ​ ປະ​ເທດ​ລາວ​ເຂົ້າ​ສູ່​ໄລຍະ​ສັນຕິພາບ ແລະ ຄວາມ​ປອງ​ດອງ​ຂອງ​ຊາດ ​ເປັນ​ເວລາ​ສັ້ນ, ຈາກນັ້ນ​ບ້ານ​ເມືອງ ກໍ່​ກັບ​ຄື​ສູ່​ສົງຄາມ​ເທື່ອ​ໃໝ່.
[ດັດແກ້] ສະໄໝເປັນສາທາລະນະລັດ ປະຊາທະປະໄຕປະຊາຊົນລາວ

ໃນວັນທີ 1 ທັນວາ ຄ.ສ 1975 ກອງປະຊຸມຜູ້ແທນທົ່ວປະເທດໄດ້ໄຂຂື້ນທີ່ນະຄອນຫລວງວຽງຈັນ ເຊິ່ງມີຜູ້ແທນເຂົ້າຮ່ວມ 264 ທ່ານ ເພື່ອຄົ້ນຄວ້າຕີລາຄາສະຖານະການຮ່ວມກັນ ແລະ ພິຈາລະນາອະນາຄົດຂອງປະເທດຊາດ. ຜ່ານການຄົ້ນຄວ້າພິຈາລະນາ, ຮັບຮອງເອົາການປະກາດຍຸບຕົວຂອງລັດຖະບານປະສົມຊົ່ວຄາວແຫ່ງຊາດ. ກອງປະຊຸມຍັງໄດ້ຕົກລົງມະຕິຮັບຮອງເອົາທຸງສາມສີວົງເດືອນເປັນທຸງຊາດລາວ, ຮັບຮອງເອົາເນື້ອຮອງເພງຊາດໃໝ່, ຮັບຮອງເອົາພາສາລາວ ເປັນພາສາທາງການ ແລະ ປະກາດປະເທດລາວເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ປະກາດແຕ່ງຕັ້ງ ທ່ານ ສຸພານຸວົງ ເປັນປະທານປະເທດ, ແຕ່ງຕັ້ງທ່ານ ໄກສອນ ພົມວິຫານ ເປັນນາຍົກລັດຖະມົນຕີ, ແຕ່ງຕັ້ງ ເຈົ້າສີສະຫວ່າງວັດທະນາ ເປັນທີ່ປຶກສາສູງສູດຂອງປະທານປະເທດ, ແຕ່ງຕັ້ງ ເຈົ້າສຸວັນນະພູມມາ ເປັນທີ່ປຶກສາສູງສູດຂອງລັດຖະບານ ແລະ ຜ່ານມະຕິອື່ນໆ. ໃນວັນທີ 2 ທັນວາ ຄ.ສ 1975 ກອງປະຊຸມໄດ້ປິດລົງດ້ວຍຜົນສຳເລັດອັນສະຫງ່າງາມ.

ພາສາ

ພາສາລາວ ແມ່ນພາສາທາງການຂອງປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນພາສາແມ່ຂອງຊົນຊາດລາວ ແລະ ຊົນເຊື້ອສາຍອື່ນໃນປະເທດລາວ ພາສາລາວມີວັນນະຍຸດ ມີຄວາມສຳພັນຄ້າຍຄຽງກັບພາສາພາກຕາເວັນອອກສຽງເໜືອ( ອີສານ ) ຂອງປະເທດໄທ ລະບົບການຂຽນຈະໃຊ້ ຕົວອັກສອນລາວຊື່ງເປັນລະບົບອັກສອນສະຫຼະປະກອບ (ລະບົບການນຂຽນ ທີ່ປະກອບດ້ວຍສັນຍາລັກແທນພະຍັນຊະນະ ແລະ ຕິດຕາມດ້ວຍສະຫຼະທີ່ຈະຢູ່ທາງໜ້າ ທາງຫຼຼັງ ທາງເທິງ ທາງລຸ່ມ ຂອງພະຍັນຊະນະ) ແລະ ມີຄວາມສຳພັນໃກ້ຊິດກັບພາສາໄທ. ພາສາລາວແມ່ນ ພາສາໃນກຸ່ມພາສາລາວ-ໄຕ ອັນເປັນກຸ່ມຍ່ອຍຂອງຕະກູນພາສາໄທ-ກະໄດ
[ດັດແກ້] ຄວາມເປັນມາຂອງພາສາລາວ

ພາສາລາວສືບຖອດມາຈາກ ພາສາໄຕ ຢູ່ພາກໃຕ້ຂອງປະເທດຈີນຊື່ງເປັນຈຸດດັ່ງເດີມຂອງຫລາຍພາສາຕ່າງໆ ທີ່ຍັງໃຊ້ແລະເວົ້າຢູ່ໂດຍຫລາຍຊົນເຜົ່າ. ເນື່ອງຈາກຖືກຄວາມກົດດັນຈາກການຂະຫຍາຍຕົວ ຂອງອານາຈັກຈີນ, ການບຸກລຸກຂອງຊາວມົງໂກນ ແລະ ການປູກຝັງທຳມາຫາກີນ, ຄົນໄຕໃດ້ຍົກຍ້າຍລົງມາພາກໃຕ້ ຕາມຮີມຝັ່ງແມ່ນ້ຳຂອງ. ການອົບພະຍົກຂອງຊາວໄຕກໍ່ໄດ້ມີກ່າວໄວ້ໃນຕຳນານຂອງເຈົ້າພະຍາ ຂຸນບູຣົມຣາຊາທິຣາດ.

ພາສາລາວ
ອັກສອນລາວເດີມ
ອັກສອນລາວບູຮານ

[ດັດແກ້] ສາດສະໜາ

ຄົນລາວສ່ວນຫຼາຍນັບຖື ສາດສະໜາພຸດ ນິກາຍຫິນະຍານ ເຊິ່ງເປັນສາດສະໜາປະຈຳຊາດ (60% ຂອງປະຊາກອນທັງໝົດ) ຄວບຄູ່ກັບລັດທິນັບຖືຜີບັນພະບູລຸດຂອງຊົນເຜົ່າສ່ວນໜ້ອຍໃນເຂດຫ່າງໄກສອກຫຼີກ ສ່ວນຄົນລາວທີ່ນັບຖືສາດສະໜາຄຣິດ ແລະ ອິດສະລາມມີຈຳນວນໜ້ອຍຫຼາຍ ໂດຍສາດສະໜາຄຣິດ ສ່ວນຫຼາຍຈະມີຜູ້ນັບຖືເປັນກຸ່ມຄົນຫວຽດນາມທີ່ອົບພະຍົບເຂົ້າຢູ່ລາວ ແຕ່ສະໄໝສົງຄາມ, ສ່ວນສາດສະໜາອິດ ສະລາມ ພົບວ່າມີການນັບຖືໃນໝູ່ຊົນເຜົ່າສ່ວນໜ້ອຍ(ຊົນເຜົ່າຫ້ໍ) ທີ່ອາໄສຕາມຊາຍແດນດ້ານຕິດກັບປະເທດມຽນມາ ແລະ ຊຸມຊົນມຸດສະລິມທີ່ມີເສື້ອສາຍ ອາຊີໃຕ້ ແລະ ຈາມໃນນະຄອນຫຼວງວຽງຈັນ ສາດສະໜາ: ສາດສະໜາພຸດ ນິກາຍເຖຣະວາດ 60%
[ດັດແກ້] ວັດທະນະທຳ

ພຸດທະສາດສະໜານິກາຍເຖຣວາດ ນັບເປັນແບບແຜນຫຼັກຂອງວັດທະນະທຳລາວ ຊື່ງປາກົດໃຫ້ເຫັນທົ່ວປະເທດ ທັງໃນດ້ານພາສາ ແລະ ສິລະປະ, ວັນນະຄະດີ, ສິລະປະການສະແດງ ຯລຯ ສຳຫຼັບດົນຕີລາວນັ້ນ ຍັງຄົງມີອິດທິພົນຂອງແຄນ ຊຶ່ງເປ້ນເຄື່ອງດົນຕີປະຈຳຊາດ ວົງດົນຕີຂອງລາວແມ່ນວົງໝໍລຳ ມີ ໝໍລຳ ແລະ ໝໍແຄນ ທຳນອງການຂັບຈະແຕກຕ່າງກັນໄປຕາມທ້ອງຖິ່ນ ທາງພາກເໜືອເອິ້ນວ່າ ຂັບ ພາກໃຕ້ຈາກ ບໍລິຄຳໄຊລົງໄປເອິ້ນວ່າ ລຳ ເຊ່ັນ: ຂັບງຶ່ມວຽງຈັນ, ຂັບພວນຊຽງຂວາງ, ລຳສາລະວັນຂອງແຂວງສະລະວັນ, ລຳພູໄທ, ລຳຕັງຫວາຍ, ລຳຄອນສະຫວັນ, ລຳບ້ານຊອກຂອງແຂວງສະຫວັນນະເຂດ, ລໍາໂສມ, ລຳສີພັນດອນຂອງແຂວງຈຳປາສັກ, ລຳມະຫາໄຊຂອງແຂວງຄຳມ່ວນ, ຂັບທຸ້ມຂອງແຂວງຫຼວງພະບາງ, ຂັບລື້ຂອງຊາວລື້ ເປັນຕົ້ນ ການແຕ່ງກາຍທີ່ເປັນເອກະລັກຢ່າງໜຶ່ງຂອງຄົນລາວແມ່ນ ຜູ້ຍິງຈະນຸ່ງສິ້ນ,ເກົ້າຜົມ,ບ່ຽງແພ. ອາຫານຂອງຄົນລາວຈະກິນເຂົ້າໜຽວເປັນຫຼັກ ອາຫານທີ່ເປັນເອກະລັກແມ່ນ: ແຈ່ວ, ຕຳໝາກຮຸ່ງ, ປິ້ງໄກ່, ສົ້ມປາ ເປ້ນຕົ້ນ.

ອະລິຍະທຳເກົ່າແກ່ຂອງລາວນັ້ນ ມີປາກົດຈາກຫຼັກຖານດ້ານບູຮານຄະດີຍຸກຫີນ ຢູ່ ທົ່ງໄຫຫິນ ແຂວງຊຽງຂວາງ

No comments:

Post a Comment