Monday, 16 May 2011

ຄວາມເປັນມາຂອງບຸນທອດຜ້າກະຖິນ

ການທອດກະຖິນທອດໄດ້ພຽງແຕ່ປີລະ ໑ ຄັ້ງເທົ່ານັ້ນ ທ່ານຈຶ່ງຈັດໃຫ້ເປັນກາລະທານ ໝາຍຄວາມວ່າ “ການຖວາຍທານຕາມກາລະສະໄໝ” ຄຳວ່າພິທີການທອດກະຖິນໝາຍຄວາມວ່າ “ທຳພິທີເອົາຜູ້ທີ່ຕ້ອງການ ເຮັດເປັນກຜ້າກະຖິນນັ້ນນຳໄປທອດໄວ້ ວາງໄວ້ຖ່າມກາງສົງ” ເຈົ້າພາບບໍ່ໄດ້ຍົກຜ້າກະຖິນນັ້ນປະເຄນໃຫ້ ພຣະພິກຂຸ.
ຄຳວ່າ “ກະຖິນ” ເປັນຊື່ຂອງຂອບໄມ້ທີ່ຈະເອົາມາຂຶງເພື່ອເຮັດຈີວອນໃຫ້ໄດ້ຂະໜາດ ຮຽກຕາມຄວາມ ເດີມວ່າ “ໄມ້ສະດຶງ” ເນື່ອງຈາກການເຮັດຜ້າຈີວອນໃນສະໄໝພຸດທະການພຣະສົງໄດ້ເຮັດກັນເອງ ເພື່ອໃຫ້ ງ່າຍຕໍ່ສະພາບຄວາມເປັນຢູ່ຂອງພຣະສົງທີ່ຢູ່ໂດຍປາສະຈາກພັນທະນາການຢູ່ແລ້ວ ແຕ່ຕ້ອງຖືກຕ້ອງຕາມ ພຣະວິໄນດ້ວຍ ພຣະສົງກໍຕ້ອງກະຂະໜາດຂອງຜ້າຈີວອນທີ່ຕ້ອງການກ່ອນດ້ວຍການເອົາໄມ້ “ກະຖິນ” ເຊິ່ງ ເປັນໄມ້ທີ່ບໍ່ຕ້ອງຫ້າມມາຕັດກະໄວ້ດີແລ້ວ ຈຶ່ງເອົາຜ້າທີ່ຫາມາໄດ້ຈາກທີ່ຕ່າງໆ ມາແປະແລະຫຍິບຕໍ່ກັນໄປຈົນ ໄດ້ຕາມຖະໜາດນັ້ນ ວິທີຕັດກະແລະຫຍິບທັງໝົດ ທ່ານຮຽກວ່າ “ການທຳຜ້າກະຖິນ” ການທຳຜ້າກະຖິນນັ້ນ ຈຶ່ງຕ້ອງການພຣະສົງຕັ້ງແຕ່ ໕ ອົງຂຶ້ນໄປຕຳກວ່ານັ້ນບໍ່ໄດ້, ດ້ວຍເຫດວ່າມີພິທີການເຮັດຜ້າກະຖິນນັ້ນ ເປັນດັ່ງ ນີ້ ຄືວ່າ “ພຣະພິກຂຸ ໔ ອົງ ທຳໜ້າທີ່ຂຶງຜ້າຢູ່ ໔ ແຈຂອງໄມ້ສະດຶງອົງລະແຈ ອີກອົງໜຶ່ງທີໜ້າທີ່ຫຍິບຜ້າ.
ຄຳວ່າ ການເຮັດຜ້າກະຖິນ ກໍຄືກຳນົດເອົາຜ້າຈີວອນຜືນໃດຝືນໜຶ່ງ “ຜ້າຈີວອນແມ່ນຫຍັງ ?” ຜ້າຈີ ວອນນັ້ນເຮົາຮຽກເອົາຜ້າ “ທັງໝົດທີ່ເປັນປັດໄຈສຳຄັນຂອງພຣະພິກຂຸ” ຈີວອນໃນຄວາມໝາຍຂອງຜ້າ ກໍຄືໃນ ຮຽກຜ້ານຸ່ງຫົ່ມຂອງພຣະພິກຂຸທັງໝົດ ເຊິ່ງຮຽກຕາມພາສາປາລີວ່າ “ຜ້າໄຕຣ” ຫາກຮຽກຕາມຜາສາລາວວ່າ “ຜາໄກຼ” ຄຳວ່າ “ຜ້າໄກຼ ຫຼືຜ້າໄຕຣ” ກໍຕາມລ້ວນແຕ່ແປວ່າ “ຜ້າ ໓ ຜືນ” ໃນຜ້າສາມຜືນນັ້ນມີຄື “ສັງຄາຕິ, ອຸຕຕະຣະສັງຄັງ, ອັນຕະຣະວະສັງສະກັງ” ເມື່ອຮຽກຕາມພາສາລາວຮຽກວ່າ “ຜ້າສັງຄາ, ຜ້າຄຸມ ແລະຜ້າສະບົງ” ການເຮັດກະຖິນນັ້ນທ່ານໃຫ້ເຮັດຜືນໃດຜືນໜຶ່ງໃນ ໓ ຜືນກໍໄດ້ ຫຼືເຮັດທັງສາມຜືນກໍໄດ້ ທັງນີ້ແມ່ນອີງອາໄສ ເວລາ ແລະວັດຖຸພໍ, ແຕ່ເວລາອະທິຖານ ການ ແລະຄອງກະຖິນນັ້ນ ໃຫ້ກຳນົດເອົາສະເພາະຜ້າຜືນໃດ ຜືນໜຶ່ງໃນ ໓ ຜືນ ທັງນີ້ແມ່ນເພື່ອປະໂຫຍດໃນການຖືຄອງກະຖິນ ແລະນອກຈາກນັ້ນເປັນພຽງແຕ່ຜ້າປະກອບ ຮຽກວ່າ “ປະຣິຂະຣະໂຈຣັນຈະ” ຄືຜ້າບໍຣິຂານ ທີ່ໃຊ້ປະກອບໃນຜ້າໄກຼ, ຫາກມີຜ້ານອກຈາກໄກຼທີ່ເປັນອົງກະ ຖິນແລ້ວ ໃຫ້ຮຽກວ່າ “ຜ້າບໍຣິວານກະຖິນ” ວັດຖຸເຄື່ອງທານໃນກອງກະ ຖິນ ຈະເປັນຫຍັງກໍຕາມນັບແຕ່ຕຽງ ເສື່ອ ສາດ ໝອນ ມຸ່ງໃຫ້ຮຽກວ່າ ບໍຣິວານກະຖິນ ຫຼືເຄື່ອງກອງກະຖິນ, ຄວາມສຳຄັນກໍເດັ່ນໄປໃນການໃຊ້ສອຍ ຕາມໜ້າທີ່ຂອງສິ່ງຂອງນັ້ນໆໄປ, ຄຳວ່າ “ຜ້າຈີວອນ” ໃນຄວາມໝາຍຂອງພິທີກັມນັ້ນຄື ຊື່ຂອງພິທີເຮັດບຸນປະ ເພດໜຶ່ງ ເຊິ່ງມີພຣະບໍຣົມມະພຸດທານຸຍາດ ໃຫ້ທາຍົກທາຍິກາຜູ້ປັກກະຖິນໄວ້ແລ້ວ ຫຼືຜູ້ມີສັດທາຈະຖອດຜ້າ ກະຖິນ ແຕ່ມີຄວາມຈຳເປັນຢ້ານຢູ່ບໍ່ທັນຈົນຮອດການກະຖິນໄດ້ທອດຖວາຍກ່ອນອອກພັນສາ ໗ ວັນ, ນັບແຕ່ ອອກໃໝ່ ໘ ຄ່ຳ, ຈົນຮອດເພັງ ໑໕ ຄ່ຳ ແຕ່ໃຫ້ຮຽກວ່າ “ທອດຖວາຍຜ້າຈີວອນ” ວິທີທຳກໍຕ້ອງທຳແບບກະຖິນ ຄືມີການອຸປະໂຫລກຜ້ານັ້ນ ການອະນຸຍາດນັ້ນຊົງອະນຸຍາດໃຫ້ບຸກຄົນເຫຼົ່ານີ້ຄື:
໑. ຄົນປ່ວຍໄຂ້ ຄົນຊະຣາການ ມີຄວາມວິຕົກກັງວົນຕົນວ່າ ຈະຢູ່ບໍ່ຮອດວັນທອດກະຖິນຈຶ່ງຂໍທອດ ກ່ອນກໍຊົງອະນຸຍາດ.
໒. ຂ້າຣັດຖະການ ທະຫານ ຕຳຫຼວດ ຊຶ່ງມີໜ້າທີ່ປົກປ້ອງປະເທດຊາດບ້ານເມືອງ ຫາກຖືກໃຫ້ຍ້າຍ ໄປຈຳການ ຫຼືໄປສູ້ຮົບຈັບເສີກ ຢ້ານວ່າກັບມາບໍ່ທັນວັນທອດກະຖິນ ກໍຊົງອະນຸຍາດໃຫ້ຖວາຍກ່ອນ.
ການຖວາຍຜ້າຈີວອນ ທ່ານຮຽກວ່າຜ້າກ່ອນກະຖິນ ປັດຈຸບັນຍັງມີການເຮັດຢູ່ເຂດສີພັນດອນ.
(ແກ້ຂໍ້ສົງໄສ ວິນິດໄສຕາມຂໍ້ຊົງອະນຸຍາດທັງສອງປະການຂ້າງຕົ້ນນີ້ບໍ່ຮູ້ ຈຶ່ງມີຄວາມເຊື່ອຈົນເຂົ້າກະ ດູກດຳຂອງຄົນບາງກຸ່ມວ່າ “ຍັງບໍ່ທັນເຖົ້າຫ້າມເຮັດກະຖິນ” ຖາມເຂົາວ່າ ເປັນຫຍັງຈຶ່ງບໍ່ໃຫ້ເຮັດ “ກໍໄດ້ຄຳ ຕອບແບບໜ້າສົງສານວ່າ “ຢ້ານຕາຍໄປຮັບກອງບຸນ” ການເຊື່ອແບບນີ້ ຖືວ່າເປັນການຕັດຮອນກຳລັງສັດທາ ໃນຜູ້ມີສັດທາ, ການຕັດກຳລັງທາງສາສະໜາ, ເປັນການປະໝາດໃນຊີວິດ ແລະເປັນການຊີ້ທາງບາບ ຜູ້ແນະ ນຳ ແລະຜູ້ເຊື່ອຕາມຍ່ອມໄດ້ອະທິກັມທັງນັ້ນ).
ການເຮັດຜ້າກະຖິນ ໃນລັກສະນະນະເຊັ່ນນີ້ ຄືນັບແຕ່ຕັດ, ຫຍິບ, ຍ້ອມ ໃຫ້ສຳເຣັດລົງໃນວັນດຽວນັ້ນ ແມ່ນມີເປົ້າໝາຍໃຫ້ສົງພ້ອມພຽງກັນດ້ວຍຄວາມສາມັກຄີ ຮ່ວມໃຈກັນໃຫ້ເກີດຂຶ້ນແລ້ວໃນວັນນັ້ນ ແລະໃຫ້ສຳ ເລັດລົງໃນວັນນັ້ນ ຜ້າກະຖິນທ່ານຈຶ່ງຈັດເປັນ “ມະຫາສາມັກຄີອີກທາງໜຶ່ງ” ຮຽກວ່າ “ສັງຄະສາມັກຄີ” ການ ທອດຖວາຍຜ້າກະຖິນຈຶ່ງຈັດເຂົ້າໃນປະເພດ “ສັງຄະທານ”, ສຳລັບໄມ້ສະດຶງ ທີ່ເປັນແມ່ແບບຂອງການຕັດຜ້າ ຈີວອນນັ້ນ ໃຫ້ເກັບມ້ຽນໄວ້ໃຊ້ໃນປີຕໍ່ໄປ ແຕ່ການເກັບຮຽກສາຈົນໃຫ້ເປັນຮູບຮ່າງໄວ້ນັ້ນແມ່ນໃຫ້ເກັບໄວ້ຈົນຮອດ ເດືອນ ໔ ເພັງແລ້ວຈຶ່ງທຳການຮື້ຖອນ ວິທີນີ້ຈຶ່ງຮຽກວ່າ “ເດາະ” ສະນັ້ນຄຳວ່າ “ກະຖິນເດາະ ຫຼືເດາະກະຖິນ” ໝາຍເຖິງການຮື້ໄມ້ແບບ ເພື່ອເກັບໄວ້ໃຊ້ໃນໂອກາດໜ້າ.
ກະຖິນນັ້ນເປັນຊື່ຂອງຜ້າ ແລະຕ້ອງເຮັດໃນເຂດທີ່ຊົງກຳນົດເວລາ ເຮັດກ່ອນຫຼືຫຼັງເຂດກຳນົດ ບໍ່ຖືວ່າ “ຜ້າກະຖິນ” ການທອດຖວາຍຜ້າກະຖິນກຳນົດໃຫ້ເຮັດພຽງ ໑ ເດືອນເທົ່ານັ້ນ ຄື ແຮມ ໑ ຄ່ຳເດືອນ ໑໑ ຈົນຮອດຂຶ້ນ ໑໒ ຄ່ຳ ເດືອນ ໑໒ ທີ່ເມືອງລາວໃນຈຳກັນງ່າຍໆ ຄື ນັບແຕ່ມືຊ່ວງເຮືອປາກເຊ ຫຼືຊ່ວງເຮືອວຽງຈັນ ໄປຈົນຮອດວັນບຸນທາດຫຼວງວັນສຸດທ້າຍ ນອກນັ້ນເລີຍເຂດກະຖິນ, ຜ້າທີ່ນຳເອົາເຮັດຜ້າກະຖິນໄດ້ຊົງມີອະນຸຍາດດັ່ງນີ້:
໑. ຜ້າໃໝ່ (ຄືຜ້າໃໝ່ໆຍັງບໍ່ທັນໄດ້ຕັດ, ຍ້ອມ ແລະຫາມາໃໝ່ໆ).
໒. ຜ້າທຽມໃໝ່ (ຄືຜ້າທີ່ທີ່ຮັກສາໄວ້ນານແລ້ວທີ່ຍັງບໍ່ທັນໃຊ້, ຜ້າໃຊ້ແລ້ວທັງເກົ່າດ້ວຍ ແຕ່ນຳມາຊັກ ຟອກຍ້ອມໃໝ່)
໓. ຜ້າບັງສະກຸນ (ຄືຜ້າທີ່ເຂົາຖິ້ມແລ້ວ, ຜ້າເປື້ອນດ້ວຍຝຸ່ນ, ຜ້າຫໍ່ສົບ ໄດ້ມາແລ້ວເອົາມາຊັກຟອກ ແລະ ຍ້ອມ).
໔. ຜ້າຕົກຕາມຮ້ານ (ໝາຍເອົາຜ້າທີ່ເຂົາຂາຍໃນຕລາດ ມີລັກສະນະ ໒ ແບບ ຄື ຜ້າທີ່ຕັດຫຍິບສຳເຣັດ ຮູບແລ້ວ, ແລະຜ້າທີ່ຍັງບໍ່ທັນຕັດສຳເຣັດຮູບ).
ຜູ້ທີ່ຈະຖວາຍຜ້າກະຖິນ ຫຼືຜູ້ທີ່ເຮົາຮຽກວ່າ “ເຈົ້າພາບກະຖິນນັ້ນ” ບໍ່ມີກຳນົດວ່າເປັນໃຜ ? ບໍ່ກຳນົດອາ ຍຸ ໄດ້ແກ່ນັບຕັ້ງແຕ່ຜູ້ໃຫຍ່ຮອດເດັກນ້ອຍທີ່ຮູ້ຄວາມແລ້ວ, ບໍ່ກຳນົດຖານະທາງຊົນຊັ້ນ ນັບຕັ້ງແຕ່ຄົນທຸກ, ເສັຍອົງຄະສາງ ຄົນຮັ່ງມີສີສຸກ ເສດຖີມີຮັ່ງ ຈົນຮອດຜູ້ນຳຂັ້ນສູງ ສະໄໝບູຮານຄືຮອດພະຍາຣາຊາ ແລະພຣະພິຂຸສົງ ແລະສາມະເນນເອງກໍເປັນເຈົ້າສັດທາຖວາຍໄດ້.
ກະຖິນເປັນບຸນກິຣິຍາວັດຖຸ ໝາຍຄວາມວ່າການຖວາຍຜ້າກະຖິນະທານ ແກ່ພຣະພິກຂຸຜູ້ຈຳພັນສາ ການຖ້ວນໄຕຣມາດຄົບ ໓ ເດືອນ ເພື່ອສົງເຄາະ, ອະນຸເຄາະ ຜູ້ປະພຶດດີ ປະຕິບັດຊອບໃຫ້ມີຜ້ານຸ່ງຫົ່ມໃໝ່ ຈະໄດ້ຜັດປ່ຽນຂອງເກົ່າທີ່ຂາດເສັຍ, ການທຳບຸນດ້ວຍຜ້າກະຖິນ ຫຼືຮຽກວ່າ “ທອດກະຖິນ” ຄື ເຈົ້າພາບຖືຜ້າໄວ້ກ່າວຄຳຖວາຍຜ້າໃຫ້ເປັນຜ້າກະຖິນ ແລ້ວນຳເອົາຜ້າໄປວາງລົງທ່າມກາງພິກຂຸສົງ ພຣະພິກຂຸທີ່ລົງມະຕິກັນເອງຕາມພຣະວິໄນແລ້ວ ກ່າວຄຳອຸປະໂລກະນະກັມ(ອຸປະໂລກຜ້າກະຖິນ) ໝາຍຄວາມວ່າທຳໃຫ້ຜ້ານັ້ນ ເປັນຜ້າກະຖິນຕາມພຣະທັມມະວິໄນ ເຊິ່ງເປັນໜ້າທີ່ຂອງພຣະພິກຂຸໂດຍສ່ວນດຽວ ຕໍ່ແຕ່ນີ້ໄປຍາດໂຍມບໍ່ໄດ້ມີສ່ວນກ່ຽວຂອງແລ້ວ ຖືເປັນວຽກຂອງສົງ, ລັກສະນະເຊັ່ນນີ້ ຮຽກວ່າສັງຄະກັມ, ເປັນອັນວ່າແລ້ວວຽກການທອດກະ ຖິນສຳລັບສຳລັບຍາດໂຍມແລ້ວ.
ສຳລັບຍາດໂຍມ ນຶກວ່າການເຮັດຜ້າກະຖິນເປັນເລື່ອງຍາກ ກໍບໍ່ຍາກປານໃດສຳລັບປັດຈຸບັນ ເພາະມີ ສັງຄາມະຕິ ແລະຊົງອະນຸຍາດໃຫ້ເຮັດໄດ້ຫຼາຍວີທິເຊັ່ນ ການເລືອກຜ້າ, ການຫາຜ້າ, ກຳນົດອາຍຸ ແລະຊົນຊັ້ນ ຕະຫຼອດວິທິເຮັດນັ້ນກໍມີດັ່ງນີ້:
໑. ເຮັດເປັນຜ້າມະຫາກະຖິນ(ຕັ້ງກອງມະຫາທານອັນໃຫຍ່ມີບໍຣິຂານ ແລະບໍຣິວານອັນຫຼາຍ ແລະຊັກ ຊວນອວນຮຽກພີ່ນ້ອງລູກຫຼານທັງຢູ່ໃກ້ຢູ່ໃກມາຮ່ວມເປັນເຈົ້າພາບ ຮ່ວມອະນຸໂມທະນາ ຫ້າງຫາກະກຽມຫຼາຍວັນ)
໒. ຈຸລະກະຖິນ ຫຼືກະຖິນ (ຄືກະຖິນທີ່ບໍ່ໄດ້ກະກຽມຟ້າວເຮັດຟ້າວທຳໃຫ້ແລ້ວໃນມື້ໜຶ່ງວັນດຽວ ຈະມີບໍລິ ວານ ຫຼືບໍລິຂານຫຼາຍນ້ອຍພຽງໃດກໍໄດ້ ຂໍພຽງແຕ່ໃຫ້ມີຜ້າຈີວອນ ໑ ຜືນຂຶ້ນໄປເປັນອັນໃຊ້ໄດ້ ພ້ອມທັງບໍລິວານ ທີ່ຫາໄດ້).
໓. ກະຖິນສາມັກຄື (ຄືກັບຜ້າມະຫາກະຖິນທຸກຢ່າງຕ່າງແຕ່່ວ່າມີເຈົ້າພາບຫຼາຍຄົນ ຈະເປັນບຸກຄົນ ຫຼືອົງກອນຍ່ອມໄດ້ທັງນັ້ນ)
໔. ກະຖິນຕົກຄ້າງ (ຈະເຮັດແບບໃດກໍໄດ້ໃນ ໓ ແບບທີ່ວ່າມາ ພຽງແຕ່ວ່າວັດທີ່ໄປທອດນັ້ນບໍ່ມີໃຜປັກກະ ຖິນໄວ້ກ່ອນ ຫຼືວ່າປີນີ້ບໍ່ມີເຈົ້າພາບໃດມາທອດແນ່ນອນ ກໍໄປທອດຖວາຍວັດນັ້ນ ແມ່ນວິທີການແກ້ໄຂກະຖິນ ຕົກຄ້າງ).
ກະຖິນເປັນຊື່ຂອງສັງຄະກັມ ຄືກິດຈະກັມຂອງສົງ(ສົງໝາຍເຖິງໝູ່ ເຖິງຄະນະ) ຕ້ອງມີການສູດ ການ ປະກາດ ຄວາມເຫັນຊອບຈາກທີ່ປະຊຸມສົງ ໃນການທີ່ຈະມອບຜ້າກະຖິນໃຫ້ແກ່ພຣະພິກຂຸອົງໃດອົງໜຶ່ງ ເມື່ອ ທຳຈີວອນສຳເຣັດແລ້ວດ້ວຍຄວາມຮ່ວມມືຂອງພິກຂຸສົງທັງຫຼາຍ (ດຽວນີ້ພຣະສົງບໍ່ໄດ້ຕັດຜ້າຈີວອນເອງ) ເພື່ອ ຈະໄດ້ເປີດໂອກາດຂະຫຍາຍເວລາໃຫ້ພຣະພິກຂຸອົງອື່ນເຮັດ ຫຼືຮັບຈີວອນໄດ້ອີກ ຈຶ່ງມີພຸດທານຸຍາດໃຫ້ຂະ ຫຍາຍເວລາໄປຮອດເດືອນ ໔ ເພັງ, ທັງນີ້ກໍເພາະສະໄໝພຸດທະການນັ້ນການຫາຜ້າມາເຮັດຈີວອນ ແມ່ນຫາ ກັນໄດ້ໂດຍຍາກ ແລະກໍບໍ່ຊົງອະນຸຍາດໃຫ້ພິກຂຸສະສົມຜ້າໄວ້ເກີນ ໑໐ ວັນ ແຕ່ເມື່ອພຣະພິກຂຸອົງໃດ ໄດ້ຊ່ວຍ ກັນທຳຈີວອນ ຄືຮ່ວມສັງຄະກັມ ຫຼືຮ່ວມອະນຸໂມທະນາກະຖິນ ຊົງອະນຸຍາດໃຫ້ສະແຫວງຫາຜ້າ ແລະເກັບ ສະສົມຈີວອນໄດ້ຕົຈົນຕະຫຼອດລະດຸໜາວ ຈົນເຖິງ ໑໕ ຄ່ຳ ເດືອນ ໔ ວິທີເກັບຜ້ານີ້ຊົງຮຽກວ່າ “ວິກັບ” ເລີຍ ຈາກເດືອນ ໔ ເພັງໄປໃຫ້ສະຫຼະຜ້າ ດ້ວຍການຖອນຜ້າ, ຈາກຄວາມໝາຍຂ້າງເທິງນີ້ ມີຄວາມກ່ຽວຂ້ອງກັນ ຄື ເມື່ອສົງທຳສັງຄະກັມເຣື່ອງຜ້າກະຖິນແລ້ວ ສົງທຳການອະນຸໂມທະນາ ຄືສະແດງຄວາມຍິນດີ ວ່າໄດ້ການກະ ຖິນແລ້ວ, ຄຳວ່າການກະຖິນນັ້ນ ຄືການຄາດຜ້າ ກະຜ້າ ແລະທາບຜ້າລົງກັບໄມ້ ເພື່ອຕັດຫຍິບ ຍ້ອມເຮັດເປັນ ຜືນ ແລ້ວກຳນົດເອົາຜືນໃດຜືນໜຶ່ງໃນ ໓ ຜືນນັ້ນເຮັດເປັນກະຖິນ.
ຍັງມີຄຳອີກຄຳໜຶ່ງ ທີ່ເຮົາໄດ້ຍິນສະເໝີສຳລັບຜູ້ທີ່ຈະທອດກະຖິນ ຄື ການປັກກະຖິນ ຄືການ ຈ່ອງກະ ຖິນ ໝາຍເຖິງການສະແດງເຈດຈຳນົງວ່າຈະທອດກະຖິນໃນວັດນີ້ ຈະເປັນດ້ວຍວາຈາ ຫຼືດ້ວຍລາຍລັກອັກ ສອນ ແຕ່ເທົ່າທີ່ນິຍົມກັນນັ້ນແມ່ນດ້ວຍລາຍລັກອັກສອນ ຄືຂຽນເຈດຈຳນົງລົງໄປ ແລ້ວເອົາໄປຜິດປະກາດໄວ້ ໃນວັດບ່ອນທີ່ຄົນເຫັນງ່າຍ ຈະເປັນສາລາໂຮງທັມ, ສິມ ກຸຕິເຈົ້າອາວາດ ເມື່ອຈ່ອງແລ້ວກໍຕ້ອງນຳຜ້າກະຖິນ ໄປທອດຖວາຍພາຍໃນກຳນົດເວລາ ໑ ເດືອນ ຕາມກຳນົດທາງທັມວິໄນດັ່ງທີ່ກ່າວແລ້ວ.
ອີກຄຳໜຶ່ງ ທີ່ມັກໄດ້ຍິນໃນຂະນະທີ່ທອດກະຖິນນັ້ນ ຄືຄຳວ່າ “ອະປະໂລກກະຖິນ” ໝາຍເຖິງພຣະພິກ ຂຸອົງໃດອົງໜຶ່ງກ່າວຂຶ້ນໃນທີ່ປະຊຸມ ຖາມຄວາມເຫັນຊອບວ່າຄວນມີການການກະຖິນບໍຫຼືບໍ່ ? ເມື່ອເຫັນຊອບ ຮ່ວມກັນແລ້ວ ຄວນຖວາຍແກ່ພຣະພິກຂຸອົງໃດ ? ການປຶກສາຫາລືການຖາມຄວາມເຫັນເຊັ່ນນີ້ຮຽກວ່າອະປະ ໂລກ(ອ່ານວ່າ ອະ-ປະ-ໂຫຼກ) ເມື່ອອະປະໂລກແລ້ວ ກໍຕ້ອງສູດປະກາດເປັນການສົງ ຈຶ່ງຖືວ່າເປັນສັງຄະກັມ ຫຼືກະຖີນັຕຖາກິດ ດັ່ງທີ່ກ່າວໄວ້ແລ້ວ.
ມີຂໍສົງໄສອີກຢ່າງໜຶ່ງວ່າ ວັດທີ່ບໍ່ມີສິມທອດຖວາຍຜ້າກະຖິນໄດ້ບໍ ? ຄວາມຈິງແລ້ວການທອດກະຖິນ ນັ້ນຈະທອດທີ່ໃດກໍໄດ້ ທອດທີ່ວັດບ້ານ, ວັດປ່າ, ສຳນັກສົງທີ່ບໍ່ແມ່ນວັດ ແຕ່ພຣະສົງໄປຈຳພັນສາຢູ່ ກໍຍ່ອມໄດ້ ທັ້ງ ແຕ່ເວລາທຳສັງຄະກັມນັ້ນພຣະສົງກໍຕ້ອງໄປທຳກັນຢູ່ສິມ ຫຼືເຂດທີ່ສົງກຳນົດແລ້ວ, ເຊັ່ນໄປສູດຢູ່ສິມໃນວັດ ທີ່ມີສິມ ຫຼືກຳນົດສະຖານທີ່ຕ່າງໆຕາມພຣະວິໄນກຳນົດ (ໃຫ້ເບິ່ງໃນພຣະວິໄນວ່າດ້ວຍສິມ), ທັງນີ້ກໍມີຄຳ ຖາມທີ່ວ່າ “ວັດວັດບໍ່ມີພຣະມີແຕ່ສາມະເນນເດ ຖອດກະຖິນໄດ້ບໍ ?” ຕ້ອງຕອບວ່າ “ບໍ່ໄດ້” ເພາະວ່າ “ຄຳວ່າ ພິກຂຸສົງ” ຈຶ່ງໝາຍເຖິງພຣະພິກຂຸແຕ່ ໔ ອົງຂຶ້ນໄປ, ແລ້ວວັດມີພຣະແຕ່ ໓ ອົງເດຖອດກະຖິນໄດ້ບໍ ? ກໍຕອບ ໃນທຳນອງດຽວກັນວ່າ “ເພາະກະຖິນເປັນສັງຄະກັມ ຕ້ອງມີພຣະພິກຂຸສົງແຕ່ ໔ ອົງຂຶ້ນໄປ ແມ່ນແຕ່ມີພຣະ ເກີນ ໕ ອົງ ແຕ່ວ່າພຣະສົງທີ່ອະທິຖານເຂົ້າພັນສາພຽງແຕ່ ໓ ອົງ ຫຼືພຣະສົງບາງອົງຂາດພັນສາກໍຖວາຍຜ້າ ກະຖິນບໍ່ໄດ້ ແຕ່ກໍມີການອະນຸໂລມເຮັດກັນມາ ເນື່ອງຈາກວ່າວັດບາງວັດດຽວນີ້ ຫາພຣະເກີນຫ້າອົງຈຳພັນສາ ຍາກແລ້ວ.
ໃນປັດຈຸບັນນີ້ ມີຜູ້ຖວາຍຜ້າກະຖິນກັນຢ່າງແຜ່ຫຼາຍ ດ້ວຍປັດໄຈຫຼາຍປະການ ເຊັ່ນ ຄົນຮັ່ງມີຫຼາຍຂຶ້ນ, ການຫາຜ້າໄດ້ງ່າຍຂຶ້ນ, ດັ່ງທີ່ກ່າວໄວ້ແລ້ວໃນຕອນຕົ້ນວ່າການຫານຜ້າມາເຮັດກະຖິນນັ້ນມີລັກສະນະເຊັ່ນ ໃດ, ໂດຍສະເພາະແລ້ວແມ່ນການທີ່ຫາຜ້າມາເຮັດກະຖິນນັ້ນ ແມ່ນວ່າຫາຊື້ເອົາຕາມຮ້ານແມ່ນມີຫຼາຍ ການ ເຮັດຜ້າກະຖິນໃນເມື່ອກ່ອນຕ້ອງໄມ້ສະດຶງ ຈຶ່ງເລີກໃຊ້ກັນໄປໂດຍປະຣິຍາຍ ແລະອີກຢ່າງໜຶ່ງການນິຍົມກັນ ເຮັດບຸນກະຖິນຢ່າງແຜ່ຫຼາຍໃນທົ່ວປະເທດນັ້ນ ຖືເປັນປະເພນີນິຍົມທີ່ກໍ່ໃຫ້ເກີດມະຫາກຸສົນຫຼາຍຢ່າງ ໂດຍສະ ເພາະແລ້ວຖືເປັນການປົກປັກຮັກສາ ແລະສືບທອດຳພຣະພຸດທະສາສນາໃຫ້ຍືນຍົງສະຖາພອນໄປທົ່ວກາລະ ອາວະສານ ແລະການທອດກະຖິນຍັງເປັນການສ້າງສາທາລະນະປະໂຫຍດໃຫ້ແກ່ສາສນາ ກໍຄືຊາດ ໂດຍທີ່ ປັດໃຈເງິນຄຳທີ່ໄດ້ຈາກການອະນຸໂມທະນາບຸນຂອງຍາດພີ່ນ້ອງນັ້ນ ຍັງໄດ້ເອົາໄປປະຕິສັງສອນວັດ, ໂຮງຮຽນ ຂອງວັດ ຫຼືຂອງບ້ານໄດ້ ນັບວ່າພັດທະນາຊາດສາສນາໄປພ້ອມໆກັນ.
ສະນັ້ນ, ຍາດໂຍມຜູ້ຫວັງຄວາມສຸກຄວາມຈະເລີນໃນໂລກນີ້ ຈົ່ງຂ້ຽວເຮັດຂ້ຽວທຳ ຄັນເຮົາໄປລໍເວລາ ກໍກາຍເປັນການປະໝາດໃນຊີວິດ ແລະຊັບສິນ ເພາະທຸກຢ່າງບໍ່ແນ່ນອນນັ້ນເອງ.

No comments:

Post a Comment