Sunday 22 May 2011

ບ້ານເກີດຂ້ອຍ

- ບ້ານເກີດພູມສະຖານເຄົ້າ ມາຕຸພາບບິດອນຮຽມ ຖິ່ນນັ້ນ
ນາມວ່າດອນຂະເໝົາ ບ່ອນຫາງສຸດໃຕ້
ໃກ້ກັບຫຼັກສາຍທອງນັ້ນ ຫຼັກສາຍຂອງຝຣັ່ງ
ດຽວນີ້ຍັງແຕ່ຕໍພໍໄດ້ຮູ້ ເຫັນຮູ້ເລື່ອງເກົ່າກາຍ

- ດອນຂະເໝົາບ້ານຂ້ອຍ ເປັນດອນໜຶ່ງໃນສາຍຂອງ
ນໍ້າອັ່ງນອງຍາມຝົນ ທ່ອງທຽວພໍໄດ້
ຫາກວ່າໄປຢາມແລ້ງ ນໍ້າບໍ່ໃຫຼໄປມາງ່າຍ
ເກົ້າຮ້ອຍປາຍແມັດແທ້ ຄວາມກວ້າງແມ່ນໍ້າຂອງ

- ບ້ານຂ້ອຍນີ້ຕັ້ງຢູ່ກ້ຳ ໃຕ້ຕໍ່າກິດຂະແມ
ເຂດທ່າເປືອຍທ່າແກ ດິນລາວຄາວກີ້
ດຽວນີ້ເປັນດິນຂະເໝນແລ້ວ ສຍາມ-ຝຣັ່ງເຂົາປັນແບ່ງ
ກຳປົງສເລົາກຳປົງສະແກນັ້ນ ຂະເໝນຕັ້ງຊື່ມັນ

- ຂອບເຂດດອນບ້ານຂ້ອຍນັ້ນ ກວ້າງສີ່ກິໂລກປາຍ
ບ່ອນທີ່ຮຽວຮອມສຸດ ໜຶ່ງກິໂລເຫັນຈະໄດ້
ສ່ວນາຕອນຫາງດອນນັ້ນ ພໍພຽງປຸກເຮືອນຢູ່
ໄດ້ໜຶ່ງຫຼັງເທົ່ານັ້ນ ເປັນບ່ອນຕັ້ງດ່ານແດນ

- ອັນວ່າຄວາມຍາວນັ້ນ ແທກໄດ້ເກົ້່າກິໂລ
ກັບອີກປາຍເຈັດຮ້ອຍແມັດ ຄາດໝາຍປະມານໄດ້
ເປັນດອນໂງງໍງ້ຽວ ລຽບຊາຍແດນສອງຝັ່ງ
ຝັ່ງຂະເໝນຕອນໃຕ້ ທາງເໜືອນັ້ນແມ່ນຝັ່ງລາວ

- ດອນຂະເໝົາບ້ານຂ້ອຍ ມີແປດໝູ່ບ້ານໃຫຍ່ເຈັດວັດ
ບ້ານດອນຂະເໝົາຫົວ ວັດກໍມີເດີມກີ້
ຕໍ່ມາວັດຂະເໝົາພູແມວໃຕ້ ລຽນລົງຕາເວັນອອກ
ວັດພູແມວເພິ່ນຕັ້ງ ເຫິງແລ້ວເຊັ່ນກັນ

- ຕໍ່ຈາກຫັ້ນມີບ້ານໃຫຍ່ ຂະເໝົາຫຼວງ
ບ້ານຂະເໝົາໂພນຈຳປາ ກໍວ່າກັນຕາມນັ້ນ
ມີວັດສຳຄັນເຫິງແລ້ວ ບົວລະພານາມວັດເກົ່າ
ຄົນທົ່ວໄປຮັບຮູ້ ວັດຂະເໝົາໂພນຈໍາປາບ້ານຂ້ອຍ ໃຜກໍຮູ້ຊື່ນາມ

- ວັດນີ້ລືຊື່ແທ້ ຕັ້ງແຕ່ເກົ່ານານເຫິງ
ຕັ້ງແຕ່ອາຈານພໍ່ເຖົ້າຍັງ ກໍຊ່າເຫິງນານລໍ້າ
ອາຈານພໍ່ເຖົ້າຄູລ້ວນ ຍານນະສັມປັນໂນນັ້ນ ຄົນທັງຫຼາຍຮູ້ຊື່
ດຽວນີ້ອາຈານບຸນຈອນ ແກ້ວສັນຕິໄຊ ເພີ່ນສ້າງ ຄົນຮູ້ທົ່ວອະນາ

- ຕໍ່ຈາກບ້ານຂະເໝົາໂພນຈຳປານັ້ນ ແມ່ນບ້ານເກີດຂອງຮຽມ ທ່ານເອີຍ
ໃຜຫາກທຽວໄປຫາ ອາຈານຈອນກໍຄົງຮູ້
ຂ້າມບັກຈາກເມືອງແສນພຸ້ນ ກໍມາເກີຍຕາຝັ່ງ
ບ້າຫາງຂະເໝົາບ້ານຂ້ອຍ ໃຜກໍຮູ້ແລະເຫັນ

- ບ້ານນີ້ຄາວກ່ອນກີ້ ມີວັດໂພນຈຳປາດຽວ
ດຽວນີ້ຊາວປະຊາຊົນ ໄດ້ສ້າງແປງວັດຂຶ້ນ
ຊື່ວ່າວັດຫາງດອນຂະເໝົາເຄົ້າ ວັດສຸວັນນາຣາມ ຕັ້ງຊື່
ວັດໂພນຕູມກໍຫາກເອີ້ນ ຄົນເຂົາເວົ້າຕໍ່ກັນ

- ບ້ານຫາງດອນຂະເໝົານັ້ນ ມີສອງຝັ່ງອອກຕົກ
ໄລ່ຈາກຫາງຂະເໝົາຂຶ້ນເໜືອ ແມ່ຂະເໝົາກາງກ້ຳ
ບໍ່ມີວັດກັບເຂົາຊໍ້າ ເປັນວັດດຽວແຕ່ມາເກົ່າກ່ອນ
ວັດຂະເໝົາໂພນຈຳປາບ່ອນບັ້ນ ເຄີຍສ້າງຕັ້ງແຕ່ເຫິງ

- ຕໍ່ຈາກນັ້ນແມ່ນບ້ານຊື່ ຂະເໝົາປາກເຊ
ບ່ອນປາກເຊລໍາເພົາ ປ່ອງຕົກລົງນັ້ນ
ມີວັດສໍາຄັນແທ້ສອງຮ້ອຍປີເປັນເຂດ
ບ້ານນີ້ລືຊື່ລໍ້າ ຍາມປາເຂົ້າອອກເຊ

- ຕໍ່ຈາກວັດຂະເໝົາປາກເຊນັ້ນ ແມ່ນບ້ານໜຶ່ງທີ່ມີວັດ ທ່ານເອີຍ
ຊື່ວ່າບ້ານຂະເໝົາໂພນເປືອຍ ຊື່ເດີມດາເຄົ້າ
ໃຜຫາກໄປທາງໃຕ້ ເຊີນໄປຊົມເຊົາແວ່
ດອນຂະເໝົາບ້ານຂ້ອຍ ມີຫຼາຍບ້ານຢູ່ດອນດຽວ

- ບ້ານຂ້ອຍງາມຍິ່ງລໍ້າ ລືຊື່ຕັ້ງແຕ່ເຫິງ
ຕັ້ງແຕ່ເປີງສຍາມຄອງ ຝຣັ່ງຄຸມຄາວນັ້ນ
ຍ້ອນວ່າເປັນດອນຂັ້ນ ແມ່ຂອງຂວາງຫຼາຍຍ່ານ
ການໄປມາຢາກຫຍຸ້ງ ຄົນຈຶ່ງບໍ່ໄດ້ໄປເຖິງ

- ດຽວນີ້ ຄົນທົ່ວກໍ້າ ຮູ້ຊື່ດອນຂະເໝົາ
ບ້ານເຮັດເຝີແຊບຫຼາຍ ແມ່ນບ້ານຫາງຂະເໝົານັ້ນ
ຄົນວຽງຈັນຫຼືຄົນໃຕ້ ແດນດິນທະວີບຕ່າງ
ໃຜກໍຮູ້ຊືນີ້ ຍ້ອນອາຈານເຈົ້າຜູ້ເດັ່ນດັງ

- ອາຈານໃຫຍ່ບ້ານຂ້ອຍ ນາມວ່າບຸນຈອນ
ນາມສະກຸນສັນຕິໄຊ ຊື່ງາມໃຜກໍຮູ້
ຫຼາຍຄົນເປັນສິດກໍ້າ ນັບຖືອາຈານໃຫຍ່
ເຂົາກໍໄປຂາບໄວ້ ທຽວຢາມຢື້ຢ່ອງເຖິງ

- ດຽວນີ້ ລົດກໍໄປຮອດແລ້ວ ຢ້າມຢ່ອງຈາກເມືອງແສນ
ທຽວໄປເຖິງກຸຕິວັດ ບ່ອນຈານເນົາຢັ້ງ
ໃຜຫາກຍັງບໍ່ທັນຮູ້ ບໍ່ທັນໄປຂໍເຊີນທ່ຽວ ທ່ານເອີຍ
ໄປຢາມດອນຂະເໝົາດອນໃຕ້ ຫາກິນກ້ອຍປາພອນ ແນ່ເດີ

No comments:

Post a Comment