Wednesday 7 March 2012

ມື້ນີ້ວັນສິນ ໑໕ ຄ່ຳເພັງເດືອນ ໔ ມື້ອື່ນວັນທີ ໘ ມິນາ ວັນແມ່ຍິງສາກົນ

- ວັນນີ້ ເປັນວັນສິນ ໑໕ ຄ່ຳເພັງເດືອນ ໔ ຍາດໂຍມ ເຂົ້າວັດທຳບຸນຕັກບາດ ດ້ວຍກຸສົນສັດທາ ອັນແຮງກ້າ ເບິ່ງແລ້ວ ບໍ່ໄດ້ມາຕາມປະເພນີລ້າໆ ຫາກແມ່ນມາເພາະສັດທາທີ່ຄົງໝັ້ນໃນພຸດທະສາສນາແທ້ໆໆ ອາຕະມາຈຶ່ງຂໍອັງເຊີນເອົາພຸດທະພົດມາສາທະຍາຍແກ່ຍາດໂຍມໄດ້ສະດັບ "ເຈຕະນາຫັງ ພິກຂາເວ ວະທາມິ ກັມມ" ເຊິ່ງແປວ່າ "ດູກອນ ພິກຂຸທັງຫຼາຍ ກັມຍ່ອມສໍ່ສະແດງເຈຕະນາ".
- ກັມຄືການກະທຳ ການກະທຳຂອງທ່ານສາທຸຊົນທີ່ທຳໃນວັນນີ້ ແມ່ນວ່າມີການມາໃຫ້ທານ ມາຮັບສິນ ມາຟັງທຳ ເຊິ່ງທັງສາມນີ້ ແມ່ນການທຳບຸນໃນທາງພຣະພຸດທະສາສນາ ການກະທຳຂອງທ່ານ ແມ່ນການທຳຄວາມດີ ຫຼືການທຳບຸນ ດ້ວຍເຫດນັ້ນຜົນຂອງການກະທຳຂອງທ່ານທັງຫຼາຍ ສະແດງອອກເຖິງເຊິ່ງຄວາມດີ ກໍເລັ່ງເຫັນເຈດ ຕະນາຂອງທ່ານວ່າ ມີເຈດຕະນາດີ ເຈດຕະນາເປັນບຸນ ເມື່ອການກະທຳດີ ເຈດຕະນາກໍດີ ທ່ານກໍເປັນຄົນດີ ຕາມແບບສະບັບຂອງພຸດທະສາສນິກກະຊົນໂດຍແທ້.

- ມື້ນີ້ເປັນວັນສີເພັງ ກາງເດືອນ 4 ເປັນວັນສຳຄັນຂອງພຸດທະສາສນາ ແລະຊາວພຸດລາວທົ່ວປະເທດພາກັນ ເຂົ້າມາວັດເພື່ອທຳບຸນ ຖືເປັນກິດເປັນໜ້າທີ່ຂອງຊາວພຸດ ສ່ວນມື້ອື່ນ ວັນທີ 8 ມິນາ 2012 ອົງການສະຫາ ປະຊາຊາດກນົດເປັນກົດບັດສາກົນວ່າ ເປັນວັນແມ່ຍິງສາກົນ ສະນັ້ນ, ມື້ນີ້ຖືວ່າເປັນວັນພິເສດ ທີ່ແມ່່ອອກໄດ້ເຂົາມາ ທຳບຸນເປັນຈຳນວນຫຼາຍ ຈຶ່ງຂໍອ່ວຍພອນວັນແມ່ຍິ່ງສາກົນ ໂດຍສະເພາະແມ່ຍິງລາວທົ່ວປະເທດ ແລະທົ່ວໂລກ ຈົ່ງເປັນຜູ້ປະກອບດ້ວຍອາຍຸ ວັນນະ ສຸຂະ ພະລະ ພ້ອມທີ່ຈະທຳໜ້າທີ່ເພື່ອປົດປ່ອຍຕົນອອກຈາກຄວາມທຸກ ຍາຫຫຼ້າຫຼັງ ແລະພັດທະນາຕົນ ພັດທະນາສັງຄົມ ແລະພັັດທະນາປະເທດຊາດ ພຣະພຸດທະສາສນາ ໃຫ້ວັດທະນາຖາວອນ ແລະທີ່ສຳຄັນ ຄືຈົ່ງຊຳຮະຊະລ້າງແນວອັນຊົ່ວໆອອກຈາກກາຍໃຈ ສ້າງຕົນໃຫ້ເປັນຜູ້ມີຄວາມ ບໍຣຸດຜຸດຜ່ອງ ເພື່ອກ້າວຂຶ້ນສູ່ເປົ້າໝາຍໃຫຍ່ ຄືຄວາມອຸດົມສົມບູນ ທັງໃນຊາດນີ້ ແລະຊາດໜ້າເທີນ.

- ວັນແມ່ຍິງສາກົນນີ້ ເປົ້າໝາຍຂອງການກຳນົດວັນນີ້ ແມ່ນເພື່ອໃຫ້ຊາວໂລກ ຫັນມາໃຫ້ຄວາມສຳຄັນ ແກ່ເພດຍິງ ຄືໃຫ້ຜູ້ຍິງມີຄວາມສຳຄັນສະເໝີພາບທຽນເທົ່າກັນຊາຍ ຄື ສົ່ງເສີມບົດບາງຍິງຊາຍ ເຊິ່ງຮຽກຢ່າງໜຶ່ງສິດປະຊາທິ ປະໄຕລະຫວ່າງຍິງຊາຍ ເຊິ່ງໃນໂລກນີ້ໃນໄລຍະຜ່ານມາຍັງມີເພດຍິງຈຳນວນຫຼວງຫຼາຍ ຍັງບໍ່ມີສິດປະຊາທິປະໄຕ ສະເໝີຊາຍ.

- ສຳລັບປະເທດລາວເຮົາ ຍິງລາວຈຳນວນຫຼວງຫຼາຍ ມີຄວາມທຽບທັນກັບຊາຍເປັນສ່ວນຫຼາຍ ໂດຍສະເພາະວັດທະນະທຳລາວ ແລ້ວເກືອບກ່າວໄດ້ວ່າ ບໍ່ມີກົດກະຕິການເກືອດຫ້າມ ຫຼືກົດໜ່ວງປະຊາທິປະໄຕ ເພດຍິງເລີຍ ບໍ່ວ່າສິດການປະກອບອາຊີບ, ສິດການເລືອກຄູ່ຄອງ ແລະການຄອງຄູ່ ຕະຫຼອດສິນໃນການປາກເວົ້າ ການຮຽນ ການຂຽນ ແລະອ່ານ ໃນໄລຍະທີ່ປະເທດລ້ານຊ້າງຈະເລີນສູງສູດ ວັດທະນະທຳລາວຍິ່ງເປີດກວ້າງຕໍ່ເພດຍິງ ວັດທະນະທຳລາວຈັດສັນ ແບ່ງງານ ແບ່ງໜ້າທີ່ລະຫວ່າງຊາຍຍິງ ໄວ້ຢ່າງຮອບຄອບ ແລະເປັນທຳທີ່ສຸດ.

- ເມື່ອມາເວົ້າເບື້ອງພຣະພຸດທະສາສນາແລ້ວ ປະເທດລາວເປັນປະເທດພຣະພຸດທະສາສນາ ພຸດທະສາສນາ ອາດເປັນສາສນາດຽວ ທີ່ໃຫ້ສິດສະເໝີພາບລະຫວ່າງຍິງຊາຍ ເຊັ່ນສິດໃນການທຳບຸນກຸສົນ ທຳຕົນໃຫ້ບັນລຸທຳ ສູງສຸດ ສິດໃນການບວດ ແລະປະຕິບັດທຳ ໂດຍເຫັນໄດ້ຈະແຈ້ງ ຄື ຊາຍ ຫຼືຍິງສາມາດທຳຕົນໃຫ້ບັນລຸອໍ ຣະຫັນ ເຂົ້າສູ່ພຣະນິພພານ ສະເໝີເໝືອນເພດຊາຍ.

- ໃນຫຼັກທຳທາງພຸດທະສາສນາ ໄດ້ມີຫົວຂໍ້ທຳຫຼາຍຫົວຂໍ້ ທີ່ເວົ້າເຖິງຄວາມສະເໝີພາບຍິງຊາຍ ເຊິ່ງພຣະພຸດທະ ອົງໄດ້ສະເໜີໄວ້ເປັນເວລາ 2500 ກວ່າປີແລ້ວຄື.

- ຫຼັກຄວາມສະເໝີພາບຄອງຄູ່ຄອງ ແລະຄອບຄົວ 4 ປະການ ຄື
1. ສະມະສັດທາ ມີຄວາມເຊື່ອສະເໝີກັນ ເຊື່ອລັດທິສາສນາ, ເຊື່ອຄຳສອນ ແລະແນວທາງຕ່າງໆໃຫ້ສະເໝີກັນ ຄືໃຫ້ສົມກັນ.
2. ສະມາສີລາ ມີສີນ(ຄວາມງາມ, ຄວາມໜັກແໜ້ນ) ຄືມີຂໍ້ວັດປະຕິບັດສະເໝີກັນ.
3. ສະມະຈາຄະ ມີຄວາມເສັຍສະຫຼະ ເອື້ອເຟື້ອ ບໍລິຈາກສະເໝີກັນ.
4. ສະມະປັນຍາ ມີຄວາມຮູ້ໃນການປະກອບຊີວິດ ແບະຄວາມຮູ້ໃຫ້ວຽກງານໃດໆ ສະເໝີກັນ


- ຄວາມສົມກັນ ຫຼືສະເໝີກັນທັງ 4 ປະການນີ້ ຄືນະໂຍບາຍການສ້າງຄວາມເປັນເອກະພາບ ແລະຄວາມເປັນອັນໜຶ່ງອັນດຽວກັນຂອງຍິງ ຊາຍ ທີ່ພຣະພຸດທະເຈົ້າສະເໝີກັນ ເຊິ່ງເປັນຂໍ້ສະເໜີທີ່ສຳຄັນ ແລະກວາມລວມເອົາບັນຫາຊີວິດຂອງມະນຸດທຸກໆເຊື້ອຊາດວັນນະ.


- ວັນທີ 8 ມິນາ ຂໍໃຫ້ແມ່ຍິງທົ່ວໂລກ ຈົ່ງເທົ່າທຽມເພດຊາຍ ໂດຍທຳເທີ້ນ.
 

No comments:

Post a Comment