Tuesday, 24 April 2012

ເມື່ອຄົນກິນພືດຜັກຫຼາຍຂຶ້ນ ສັດທັງຫຼາຍກໍຍິ່ງດັບລົງ

(ບົດຄວາມພິເສດ)
- ດຽວນີ້ ມີຄົນຂົນຂວາຍກັນໃຫ້ກິນພືດຜັກຕະຫຼອດຊີວິດ ຄື ໃຫ້ເປັນມັງສາວິຣັດຕະຫຼອດຊີວິດ, ບາງຄົນເຖິງກັບ ຕັ້ງຕົນເປັນນັກມັງສາວິຣັດຊ້າຍຈັດ ບາງຄົນກໍຕັ້ງຕົວເປັນນັກມັງສາວິຣັດຂວາໂພດ.

- ບົດຂຽນນີ້ ບໍ່ໄດ້ຕໍ່ຕ້ານນັກມັງສາວິຣັດ ຫຼືບາງທ່ານຮູ້ພວກເຂົາວ່າ ຄົນກິນເຈນັ້ນ, ຄຳວ່າ ກິນເຈ ເປັນພາສາໃໝ່ ອາດໄດ້ມາຈາກຈີນ ແຕ່ເດີມນັ້ນຮຽກວ່າ "ການບໍຣິໂມກມັງສາວິຣັດ" ຜູ້ບໍຣິໂພກ "ຮຽກວ່ານັກມັງສາວິຣັດ" ປັດຈຸບັນເຮົາມັກຈະຮູ້ໃນນາມ ການຖືສິນກິນເຈ.

- ຕາມຄວາມເຊື່ອຂອງນັກກິນເຈສະໄໝວ່າ "ການກິນເຈ ດີຕໍ່ສຸຂະພາບ, ທັງໄດ້ບຸນພ້ອມ ເພາະບໍ່ໄດ້ບຽດບຽນ ສັດ".

- ສ່ວນທາງການແພດບໍ່ຖືວ່າ ການກິນເຈ ຫຼືການກິນແຕ່ພືດຜັກ ທຳໃຫ້ຂາດສານອາຫານ ເພາະບໍຣິໂພກອາຫານ ບໍ່ຄົບ 5 ໝູ່ຕາມຫຼັກໂພຊະນາການ;

- ທາງສາສນາອິສຣາມ ບໍ່ໄດ້ຍົກປະເດັນໃຫ້ຄົນຂອງເຂົາກິນເຈ ແຕ່ໃນຮອບປີໜຶ່ງໆ "ອິສລາມິກະຊົນທຸກຄົນຕ້ອງ ຖືສີລອົດ" ການຖືສີລອົດຂອງຊາວອິສລາມນັ້ນ ບໍ່ແມ່ນການກິນເຈ ແຕ່ເປັນການອົດອາຫານທຸກປະເພດ ແມ່ນກະທັງນໍ້າດື່ມກໍອົດ, ອາຫານເຂົາທີ່ບໍຣິໂພກໃນການຖືສີລອົດ ກໍແມ່ນອາຫານຕາມການບັນຍັດຂອງສາສນາ ເຂົາ.

- ສາສນາພຸດນັ້ນ ພຣະພຸດທະອົງຊົງສອນ ໃຫ້ມະນຸດເວັ້ນຈາກການຂ້າສັດ ເຊິ່ງບັນຍັດໃນສີລຂໍ້ທີ 1 ແລະໃຫ້ ມະ ນຸດມີເມດຕາຕໍ່ກັນ ບໍ່ເວັ້ນວ່າເປັນສັດ ແລະຄົນ ພູດຜີປີສາດ ແລະອື່ນ ຄື ມະນຸດ ແລະອະມະນຸດ ມະນຸດ ຄວນເວັ້ນຂາດຈາກການບຽດບຽນ ພຣະພຸດທະອົງບໍໄດ້ຊົງວາງມາດຕາການໄວ້ວ່າ ພຣະສົງໃນສາສະໜາ ຂອງພຣະອົງ ຕ້ອງເວັ້ນຈາກການບໍຣິໂພກໂດຍເດັດຂາດ ແຕ່ພຣະສົງຕ້ອງບໍຣິໂພກອາຫານແຕ່ພໍປະມານ "ໂພຊະເນ ມັດຕັນຍຸຕາ" ນອກຈາກນັ້ນ ຍັງບັນຍັດໄວ້ວ່າ "ພຣະສົງ ຈະໃຊ້ຈະບໍຣິໂພກໃນປັດໄຈ 4 ຕ້ອງພິຈາ ຣະນາ "ຕັງຂະນະປັດຈະເວກຂະນະວິທີ" ການຕີຄວາມໝາຍນີ້ ໝາຍວ່າ "ພຣະສົງຈະສັນອາຫານທີ່ເປັນມັງສະ ວິຣັດກໍໄດ້ ບໍ່ເປັນມັງສາວິຣັດກໍໄດ້ ແຕ່ການຖືໜັກໄປຂ້າງໃດຂ້າງໜຶ່ງນັ້ນບໍ່ຄວນ" ເຮົາຈະເຫັນໄດ້ວ່າ ໃນສາສນາ ພຸດຝ່າຍເຖຣະວາດ ອັນເປັນຝ່າຍດັ້ງເດີມສືບທອດມາຈາກພຸດທະເຈົ້າໂດຍກົງນັ້ນ ມັກຈະສັນອາຫານຕາມມີ ຕາມໄດ້ ໂດຍບໍ່ລັງກຽດ, ສ່ວນສາສນາຝ່າຍອາຈະຣິຍະວາດນັ້ນ ເປັນພຸດທະສາສນາຝ່າຍເໜືອ ມັກຈະສັນມັງ ສາວິຣັດ ອາດໄດ້ອີງຕາມຣັດທິຂອງສາສນາຮີນດູ ທີ່ມີການຫຼີ້ກເວັ້ນການກິນຊິ້ນສັດບາງປະເພດ ແລ້ວກໍຖືກັນ ຈົນເປັນແບບແຜນປະເພນີມາເທົ້າບັດນີ້, ແຕ່ໃນສາສນາຝ່າຍອາຈະຣິຍະວາດນັ້ນ ຕາມໄດ້ຍິນມາວ່າ ບາງນິກາຍ ກໍສັນອາຫານທີ່ ບໍ່ເປັນມັງສາວິຣັດໄດ້ ສັນມັງສາວິຣັດຕາມເວລາ ແລະເທດສະການເທົ່ານັ້ນ.

- ຢ່າງໃດ ກໍຕາມຈະກິນມັງສາວິຣັດ ຫຼືບໍ່ກິນມັງສາວິຣັດ(ເຈ)ນັ້ນ, ອີກຕາມຄວາມສັດທາ ແລະຄວາມອາດສາ ມາດຂອງແຕ່ລະຄົນ ຜູ້ທີ່ກິນມັງສາວິຣັດຕະຫຼອດຊີວິດ ທີ່ບໍ່ຖືຕົນເອງວ່າວິເສດວິໂສນັ້ນ ກໍຖືວ່າເປັນການສ້າງ ບຸນປະເພດໜຶ່ງ, ຫາກຜູ້ທີ່ກິນເປັນບາງຄັ້ງບາງຄາວ ບໍ່ມີຄວາມປາໝາດ ກໍຖືວ່າເປັນການສ້າງບຸນເຊັ່ນກັນ ສ່ວນຜູ້ທີບໍຣິໂພກຕາມປົກກະຕິຂອງໂລກນັ້ນ ແລະບໍ່ຕັ້ງຕົນໂດຍຄວາມປາໝາດ ຂາດສະຕິ ແລ້ວກໍຊື່ວ່າ ເປັນຄົນທີ່ສົມບູນໄດ້ເຊັ່ນກັນ ຫາກພ້ອມໄປດ້ວຍການໃຫ້ທານ, ການຮັກສາສີລ, ການຈະເຣີນເມດຕາພາວະ ນາກໍນັບວ່າເປັນເລີດໃນຄວາມເປັນມະນຸດ.

- ແຕ່ວ່າເມື່ອມາເບິ່ງສະຖານະການຂອງໂລກປັດຈຸບັນນີ້ ເຫັນວ່າໃນໄລຍະ 30 ປີຜ່ານມານີ້, ສັດໃນພູມີພາກ ອາຊີນັ້ນເຫັນວ່າເຣີ່ມລົດລົງຢ່າງມະຫັນ ເມື່ອເບິ່ງຕາມເຫດການແລ້ວ ສັດດັບລົງບໍ່ໄດ້ສືບເນື່ອງມາຈາກ ການບໍຣິໂພກຊິ້ນສັດເລີຍ, ໂດຍເຮົາຈະຍົກປະເດັນບັນຫາສະເພາະປະເທດລາວເຮົາ ເພື່ອເປັນຕົວຢ່າງ ຄື ໃນໄລຍະແຕ່ປີ 1980 ເປັນຕົ້ນມານັ້ນສັດປ່ານານາຊະນິດຫຼຸດລົງ ສັດບາງປະເພດສູນພັນ, ສັດບາງປະເພດ ໃກ້ສູນພັນ, ເມື່ອມາເບິ່ງຄົນລາວໃນອະດີດ ຈົນຮອດປັດຈຸບັນແລ້ວ ອາຫານທາງວັດທະນະທຳຂອງລາວນັ້ນ ຖືວ່າເປັນອາຫານທີ່ປາດສະຈາກຊີ້ນສັດ ແລະມີຊີ້ນສັດ ຫຼືມີທັງຊີ້ນ ແລະພືດຜັກພໍປະມານ ເມື່ອເບິ່ງແລ້ວ ຄົນລາວເປັນຄົນທີ່ບໍຣິໂພກພືດ ແລະສັດເທົ່າກັນ ຄື:

1. ອາຫານທີ່ປະກອບດ້ວຍຊີ້ນສັດ ຄື ອ່ອມ, ເກງ, ຕົ້ມ, ລາບ, ກ້ອຍ, ໝົກ ແລະອື່ນໆ ໃນອາຫານເລົ່ານີ້ ທີ່ເປັນອາຫານຂອງລາວປະກອບດ້ວຍຜັກຫຼາຍປະເພດ ເປັນຜັກທີ່ປະກອບອາຫານ ແລະຜັກກັບແກ້ມ ເຊັ່ນ, ອ່ອມນັ້ນມີຊິ້ນສັດພຽງ 1 ໃນສາມຂອງພືດ ຜັກ ແລະໝາກໄມ້, ແກງ ກໍມີຜັກປະມານເຄິ່ງຕໍ່ເຄີ່ງ, ສ່ວນຕົ້ມນັ້ນ ເຖິງວ່າຈະເນັ້ນເລື່ອງຊິ້ນສັດເປັນສ່ວນຫຼາຍ ຜັກກໍມີແຕ່ຜັກຫອມເທົ່ານັ້ນ ແຕ່ກໍບໍ່ໄດ້ໝາຍວ່າຈະຊິ້ນເປືອງຊີ້ນສັດ ຈະເນັ້ນເລື່ອງນໍ້າຫຼາຍເກີນກວ່າຊີ້ນສັດອີກ, ສຳລັບລາບ, ກ້ອຍ, ໝົກ, ປົ່ນ, ແຈ່ວ ຈະເນັ້ນເຖິງຊິ້ນສັດ ແຕ່ກໍມີປົ່ນ ແຈ້ວບາງຊະນິດບໍ່ຕ້ອງການຊິ້ນສັດປະກອບ.
2. ອາຫານທີ່ບໍ່ຕ້ອງການຊິ້ນສັດບາງຢ່າງ ເຊັ່ນແກງໜໍ່ໄມ້, ແກງເຫັດ ຫຼືຊຸບຜັກ, ພວກຜັກດອງ, ໝາກໄມ້ດອງ ແລະຂອງຫວານເກືອບທຸກປະເພດບໍ່ໄດ້ຕ້ອງການຊິ້ນສັດ ເປັນເຄື່ອງປຸງຫຼັກ.

- ນອກຈາກນີ້ ອາຫານປະເພດກັກຕູນ ແລະຖະໜອມໄວ້ກິນດົນຂອງລາວນັ້ນ ມີປາສົ້ມ, ປາຈາວ, ປາແດກ, ໝໍ້າປາ ແລະຊີ່ນ, ອາຫານປະເພດຢ້າງ, ຕາກແຫ້ງອື່ນໆນັ້ນ ເຫັນວ່າອາຫານບາງປະເພດມີກຳນົດພຽງ 6 ວັນ, ເຊັ່ນປາສົ້ມ, ອາຫານບາງປະເພດເອົາໄວ້ໄດ້ພຽງ 1 ເດືອນ, ເຊັ່ນອາຫານປະເພດຕາກແຫ້ງ, ຢ້າງ, ຫາກກາຍ ນັ້ນຂຶ້ນເຊື້ອລາວ ອາຫານປະເພດໝັກເອົາໄວ້ກິນເກີນ 6 ເດືອນກໍແມ່ນປາຈາວ ຫາກປະໄວ້ເກີນນັ້ນ ກໍກິນບໍ່ໄດ້, ອາຫານທີ່ຖະໜອມໄວ້ເກີນ 1 ປີ ຮອດ 3 ປີ ແມ່ນປາແດກ.

- ອາຫານປະເພດຖະໜອມໄວ້ກິນດົນນັ້ນ ບໍ່ເປັນແຮງຜັກດັນໃຫ້ຊາວລາວຕ້ອງລ່າເນື້ຶ້ອມາກິນຈົນດັບສູນໄດ້ ເພາະມີອາຫານປະເພດປາກໍມີຕາມລະດູການຢູ່ແລ້ວ, ເຂົາຖະໜອມອາຫານໄວ້ກໍເພື່ອກິນຍາມອືດເທົ່ານັ້ນ ເຂົາຍ່ອມສະສົມກັກຕູນອາຫານເລົ່ານັ້ນໄວ້ແຕ່ພຽງພໍປະມານ.
- ນອກຈາກນັ້ນ ປະເພນີບາງທ້ອງຖິ່ນກໍເລືອກບໍລິໂພກສັດບາງຊະນິດດ້ວຍ ຫາກເວົ້າຕາມພື້ນຖານທາງວັດທະ ນະທຳລາວບູຮານແລ້ວ ບາງທ້ອງຖິ່ນບໍ່ຣິໂພກສັດໃຫຍ່, ບາງທ້ອງກິ່ນບໍ່ກິນຂຽດ ແລະກົບ, ບາງທ້ອງຖິ່ນ ບໍ່ມີອາຊີບລ່າເນື້ຶ້ອ ມີແຕ່ບໍຣິໂພກປາ ແລະສັດບາງປະເພດ ບາງທ້ອງຖິ່ນບໍ່ກິນແມງໄມ້ບາງປະເພດເຊັ່ນ ຕັກແຕນ, ດ້ວງ ແລະອື່ນໆ ນອກຈາກນັ້ນປະເທດລາວ ເປັນຊາວພຸດ ຍັງຫຼີ້ກເວັ້ນມັງສັງ 10 ປະການອີກ, ຈຶ່ງວ່າ ຄົນລາວຈຳນວນຫຼວງຫຼາຍ ບໍ່ເປັນນັກມັງສະວິຣັດເຕັມຕົວ ແລະເປັນມັກມັງສາວິຣັດໂດຍທາງອ້ອມ.

- ເມື່ອອີງຕາມຄວາມເປັນຈິງ ໃນສັງຄົມລາວໃນໄລຍະ 40 ປີມານີ້ ຄົນລາວຈຳນວນໜຶ່ງບໍຣິໂພກສັດປ່າ ບາງປະເພດເທົ່ານັ້ນເປັນອາຫານ, ບາງທ້ອງຖິ່ນ ບໍ່ມີໂອກາດບໍລິໂພກສັດປ່າ ທີ່ເປັນສັດໃຫຍ່ໆເລີຍ, ບາງຄົນ ໄດ້ບໍຣິໂພກສັດປ່າ ກໍເນື່ອງຈາກໄດ້ອອກທ່ອງທ່ຽວໄປໃນຕ່າງຖິ່ນ ແລະມີຄົນຈຳນວນຫຼວງຫຼາຍ ໃນຊິວິດຂອງເຂົາ ບໍ່ເຄີຍເຫັນຊ້າງ, ເສືອ, ກວາງ, ຟານ ແລະອື່ນໆເລີຍ ເພາະຢູ່ໃນເຂດທີ່ບໍ່ມີແຫຼ່ງລ່າສັດ, ຢູ່ໃນເຂດທີ່ບໍນິຍົມຊີ້ນສັດ ແລະບໍ່ເຄີຍກິນ ກໍບໍ່ສະຫງວນຫາຊຶື້ມາກິນ ເຖິງມີຂາຍກໍບໍຊື້, ປັດຈຸບັນນີ້ ຄົນລາວຈຳ ນວນຫຼວງຫຼາຍ ກໍຮູ້ຈັກສັດທີ່ກິນໄດ້ ບໍ່ເກີນ 10 ຊື່ເທົ່ານັ້ນ ຄື ໄກ່, ເປັດ, ໝູ, ງົວ, ຄວາຍ, ປາ, ຫອຍ, ກຸ້ງ ແລະອື່ນໆ ບາງທ້ອງຖິ່ນ ໂດຍສະເພາະຄົນໃນເມືອງ ຮູ້ຊື່ປາ ມີແຕ່ປາລ້ຽງ ກັບປະແມ່ນໍ້າເທົ່ານັ້ນ. 

- ແລ້ວຕະຫຼອດໄລຍະ 30 ກວ່າປີມານີ້ ສັດປ່າໃນເມືອງລາວຈຳນວນຫຼາຍຫາຍໄປໃສໝົດ, ບາງຄົນອາດຊິຕອບງ່າຍໆວ່າ ຄົນລ່າໆໄປຫຼາຍ, ກັບດຽວນີ້ຄົນຫາບໍ່ພຽງແຕ່ກິນ ຫາຂາຍພ້ອມ.

- ແຕ່ເທົ່າທີ່ຜູ້ຂຽນສັງເກດມາ ແຕ່ປີ 1ໍ982 ປາກົດວ່າມີປັດໄຈ 2 ປະການຄື 1, ຄົນທຳລາຍປ່າໄມ້ ອັນເປັນ ທີ່ຢູ່ຂອງສັດປ່າເລົ່ານັ້ນ 2 ແມ່ນການທີ່ເມືອງລາວໃຊ້ຝຸ໊ຍ ແລະຢາຂ້າແມງ ໃນການກະເສດ.

ກ. ບັນຫາການທຳລາຍປ່າໄມ້ ແລະໃສ່ຝຸຍ ແລະຢາຂ້າແມງ ເປັນການທຳລາຍສັດໃຫ້ດັບສູນ ຄື.
- ການທຳລາຍປ່າໄມ້.
1. ການຕ້ອງການໄມ້ ເພື່ອເປັນສິນຄ້າ.
2. ການຖາງປ່າເມື່ອການກະສິກຳ.
3. ໄຟໃໝ້ປ່າຕາມລະດູ ແລະລ່າເນື້ອ 

 - ສາມບັນຫາໃຫຍ່ເປັນການກວນ ແລະແຍ້ງທີ່ຢູ່ຂອງສັດ ນອກຈາກນັ້ນການເຜົາທຳລາຍປ່າໄມ້ເພື່ອການກະ ເສດຍັງທຳລາຍສັດນ້ອຍໆ ທີ່ເປັນຄຸນຕໍ່ດິນ ແລະປ່າອີກ, ໄຟໃໝ້ປ່າຕາມທຳມະຊາດ ກໍເປັນອຸປະສັກເຊັ່ນ ແຕ່ບໍ່ ຮ້າຍແຮງກວ່າການຖາງປ່າເຮັດໄຮ່ ແລະການຕັດໄມ້ເພື່ອການຄ້າ ເພາະສັງສອງປະການນີ້ ເຮັດໃຫ້ມີການບຸກ ລຸກຖິ່ນທີ່ຢູ່ຂອງສັດ ເຂົ້າໄປເລິກໄກກວ່າ.

- ການໃສ່ຝຸຍ ແລະຢ່າຂ້າແມງ ນີ້ຖືວ່າອັນຕະລາຍລະດັບຮ້າຍແຮງຕໍ່ສັດທຸກປະເພດ ແລະຂະຫຍາຍວົງກວ້າງ ທັງຍາວນານ ຄືວ່າ ສັດບາງປະເພດຢູ່ໃນນໍ້າ ກໍຕາຍເພາະຕ້ານທານຕໍ່ສານເຄມີບໍ່ໄດ້, ສັດນ້ອຍໆ ທີ່ເປັນອາຫານ ຂອງສັດໃຫຍ່ໆ ແລະປະເພດນົກດັບສູນ ສັດເລົ່ານັ້ນກໍຕາຍ ສັດບາງປະເພດບໍ່ຕາຍ ແຕ່ກໍຂະຫຍາຍພັນບໍ່ໄດ້ ເພາະເປັນໝັນ, ການໃສ່ຝຸຍ ແລະຢາປາບສັດຕູພືດ ບໍ່ສະເພາະແຕ່ທຳລາຍສັດຢູ່ໃນເຂດຈຳເພາະເທົ່ານັ້ນ ຍັງຂະຫຍາຍຕົວໄປໄປນອກຈາກຖິ່ນທີ່ຢູ່ນັ້ນດ້ວຍ ເຊັ່ນ ມີການໃສ່ຝຸຍ ແລະຢາຂ້າແມງຢູ່ຕົ້ນນໍ້າ ສັດ ທີ່ຢູ່ຕົ້ນນໍ້າ ໃຕ້ນໍ້າກໍໄດ້ຮັບຜົນກະທົບດ້ວຍ.

- ຕົວຢ່າງທີ່ເລົ່າມານີ້ ເປັນພຽງການສະຫຼຸບສັງລວມ ຫຍໍ້ມາໃຫ້ເຫັນວ່າ ສັດດັບເພາະເຫດນີ້, ຫາກໃນອະນາຄົດ ຕໍ່ໄປເມື່ອມະນຸດຕ້ອງການບໍຣິໂພກພືດຜັກຫຼາຍຂຶ້ນ ການຕ້ອງການທີ່ດິນ ທີ່ຈະນຳເອົາມາເປັນທີ່ປູກພືດເພື່ອ ສະໜອງຕາມຄວາມຕ້ອງການກໍເພິ່ມຂຶ້ນ, ການເພີ່ມຜົນຜະລິດດ້ວຍການໃສ່ຝຸຍເຄມີ ແລະຢາຂ້າແມງເພີ່ມຂຶ້ນ ແລ້ວ ສັດປ່າ ແລະສັດລ້ຽງຈະຢູ່ໄດ້ຈັ່ງໃດ ? ອັນໜຶ່ງ ຫາກເປັນເຊັ່ນນັ້ນ ມະນຸດຜູ້ກິນເຈ ວ່າເປັນຄົນຜິເສດພິໂສ ບໍ່ບຽດບຽນສັດນັ້ນ ຈະກ່າວໄດ້ເຕັມສົບເຕັມປາກບໍ ?

- ວິທີແກ້ ຄື 
1. ລົດການບໍລິໂພກໃຫ້ນ້ອຍລົງ.
2. ບໍຣິໂພກອັນໃດ ກໍຕ້ອງພິຈາຣະນາ.
3. ບໍຣິໂພກທຸກຢ່າງແຕ່ພໍປະມານ.

- ເອົາແບບພຣະສົງໃນສາສນານີ້ ຊິບໍ່ດີກວ່າບໍ ? (ໂອ່ ພຣະທະອົງ ເປັນຍອດສັບພັນຍູ ໄດ້ຊື່ວ່າ ພຣະບໍຣົມມະສາດສະດາ ມອງເຫັນໄພໄວ້ໃນເບື້ອງໜ້າແລ້ວ ເຮົາຍັງຈະລື່ນຄອງທັມຂອງພຣະອົງຢູ່ບໍ ?
- ຈິຣັງ ຕິດຖາຕຸ ພຸດທະສາສະນັງ (ຂໍພຣະພຸດທະສາສນາຈົ່ງຕັ້ງຢູ່ຢ່າງໝັ້ນຄົງສະຖາພອນເທີ້ນ)
 

No comments:

Post a Comment