Wednesday, 7 March 2012

ມື້ນີ້ວັນສິນ ໑໕ ຄ່ຳເພັງເດືອນ ໔ ມື້ອື່ນວັນທີ ໘ ມິນາ ວັນແມ່ຍິງສາກົນ

- ວັນນີ້ ເປັນວັນສິນ ໑໕ ຄ່ຳເພັງເດືອນ ໔ ຍາດໂຍມ ເຂົ້າວັດທຳບຸນຕັກບາດ ດ້ວຍກຸສົນສັດທາ ອັນແຮງກ້າ ເບິ່ງແລ້ວ ບໍ່ໄດ້ມາຕາມປະເພນີລ້າໆ ຫາກແມ່ນມາເພາະສັດທາທີ່ຄົງໝັ້ນໃນພຸດທະສາສນາແທ້ໆໆ ອາຕະມາຈຶ່ງຂໍອັງເຊີນເອົາພຸດທະພົດມາສາທະຍາຍແກ່ຍາດໂຍມໄດ້ສະດັບ "ເຈຕະນາຫັງ ພິກຂາເວ ວະທາມິ ກັມມ" ເຊິ່ງແປວ່າ "ດູກອນ ພິກຂຸທັງຫຼາຍ ກັມຍ່ອມສໍ່ສະແດງເຈຕະນາ".
- ກັມຄືການກະທຳ ການກະທຳຂອງທ່ານສາທຸຊົນທີ່ທຳໃນວັນນີ້ ແມ່ນວ່າມີການມາໃຫ້ທານ ມາຮັບສິນ ມາຟັງທຳ ເຊິ່ງທັງສາມນີ້ ແມ່ນການທຳບຸນໃນທາງພຣະພຸດທະສາສນາ ການກະທຳຂອງທ່ານ ແມ່ນການທຳຄວາມດີ ຫຼືການທຳບຸນ ດ້ວຍເຫດນັ້ນຜົນຂອງການກະທຳຂອງທ່ານທັງຫຼາຍ ສະແດງອອກເຖິງເຊິ່ງຄວາມດີ ກໍເລັ່ງເຫັນເຈດ ຕະນາຂອງທ່ານວ່າ ມີເຈດຕະນາດີ ເຈດຕະນາເປັນບຸນ ເມື່ອການກະທຳດີ ເຈດຕະນາກໍດີ ທ່ານກໍເປັນຄົນດີ ຕາມແບບສະບັບຂອງພຸດທະສາສນິກກະຊົນໂດຍແທ້.

- ມື້ນີ້ເປັນວັນສີເພັງ ກາງເດືອນ 4 ເປັນວັນສຳຄັນຂອງພຸດທະສາສນາ ແລະຊາວພຸດລາວທົ່ວປະເທດພາກັນ ເຂົ້າມາວັດເພື່ອທຳບຸນ ຖືເປັນກິດເປັນໜ້າທີ່ຂອງຊາວພຸດ ສ່ວນມື້ອື່ນ ວັນທີ 8 ມິນາ 2012 ອົງການສະຫາ ປະຊາຊາດກນົດເປັນກົດບັດສາກົນວ່າ ເປັນວັນແມ່ຍິງສາກົນ ສະນັ້ນ, ມື້ນີ້ຖືວ່າເປັນວັນພິເສດ ທີ່ແມ່່ອອກໄດ້ເຂົາມາ ທຳບຸນເປັນຈຳນວນຫຼາຍ ຈຶ່ງຂໍອ່ວຍພອນວັນແມ່ຍິ່ງສາກົນ ໂດຍສະເພາະແມ່ຍິງລາວທົ່ວປະເທດ ແລະທົ່ວໂລກ ຈົ່ງເປັນຜູ້ປະກອບດ້ວຍອາຍຸ ວັນນະ ສຸຂະ ພະລະ ພ້ອມທີ່ຈະທຳໜ້າທີ່ເພື່ອປົດປ່ອຍຕົນອອກຈາກຄວາມທຸກ ຍາຫຫຼ້າຫຼັງ ແລະພັດທະນາຕົນ ພັດທະນາສັງຄົມ ແລະພັັດທະນາປະເທດຊາດ ພຣະພຸດທະສາສນາ ໃຫ້ວັດທະນາຖາວອນ ແລະທີ່ສຳຄັນ ຄືຈົ່ງຊຳຮະຊະລ້າງແນວອັນຊົ່ວໆອອກຈາກກາຍໃຈ ສ້າງຕົນໃຫ້ເປັນຜູ້ມີຄວາມ ບໍຣຸດຜຸດຜ່ອງ ເພື່ອກ້າວຂຶ້ນສູ່ເປົ້າໝາຍໃຫຍ່ ຄືຄວາມອຸດົມສົມບູນ ທັງໃນຊາດນີ້ ແລະຊາດໜ້າເທີນ.

- ວັນແມ່ຍິງສາກົນນີ້ ເປົ້າໝາຍຂອງການກຳນົດວັນນີ້ ແມ່ນເພື່ອໃຫ້ຊາວໂລກ ຫັນມາໃຫ້ຄວາມສຳຄັນ ແກ່ເພດຍິງ ຄືໃຫ້ຜູ້ຍິງມີຄວາມສຳຄັນສະເໝີພາບທຽນເທົ່າກັນຊາຍ ຄື ສົ່ງເສີມບົດບາງຍິງຊາຍ ເຊິ່ງຮຽກຢ່າງໜຶ່ງສິດປະຊາທິ ປະໄຕລະຫວ່າງຍິງຊາຍ ເຊິ່ງໃນໂລກນີ້ໃນໄລຍະຜ່ານມາຍັງມີເພດຍິງຈຳນວນຫຼວງຫຼາຍ ຍັງບໍ່ມີສິດປະຊາທິປະໄຕ ສະເໝີຊາຍ.

- ສຳລັບປະເທດລາວເຮົາ ຍິງລາວຈຳນວນຫຼວງຫຼາຍ ມີຄວາມທຽບທັນກັບຊາຍເປັນສ່ວນຫຼາຍ ໂດຍສະເພາະວັດທະນະທຳລາວ ແລ້ວເກືອບກ່າວໄດ້ວ່າ ບໍ່ມີກົດກະຕິການເກືອດຫ້າມ ຫຼືກົດໜ່ວງປະຊາທິປະໄຕ ເພດຍິງເລີຍ ບໍ່ວ່າສິດການປະກອບອາຊີບ, ສິດການເລືອກຄູ່ຄອງ ແລະການຄອງຄູ່ ຕະຫຼອດສິນໃນການປາກເວົ້າ ການຮຽນ ການຂຽນ ແລະອ່ານ ໃນໄລຍະທີ່ປະເທດລ້ານຊ້າງຈະເລີນສູງສູດ ວັດທະນະທຳລາວຍິ່ງເປີດກວ້າງຕໍ່ເພດຍິງ ວັດທະນະທຳລາວຈັດສັນ ແບ່ງງານ ແບ່ງໜ້າທີ່ລະຫວ່າງຊາຍຍິງ ໄວ້ຢ່າງຮອບຄອບ ແລະເປັນທຳທີ່ສຸດ.

- ເມື່ອມາເວົ້າເບື້ອງພຣະພຸດທະສາສນາແລ້ວ ປະເທດລາວເປັນປະເທດພຣະພຸດທະສາສນາ ພຸດທະສາສນາ ອາດເປັນສາສນາດຽວ ທີ່ໃຫ້ສິດສະເໝີພາບລະຫວ່າງຍິງຊາຍ ເຊັ່ນສິດໃນການທຳບຸນກຸສົນ ທຳຕົນໃຫ້ບັນລຸທຳ ສູງສຸດ ສິດໃນການບວດ ແລະປະຕິບັດທຳ ໂດຍເຫັນໄດ້ຈະແຈ້ງ ຄື ຊາຍ ຫຼືຍິງສາມາດທຳຕົນໃຫ້ບັນລຸອໍ ຣະຫັນ ເຂົ້າສູ່ພຣະນິພພານ ສະເໝີເໝືອນເພດຊາຍ.

- ໃນຫຼັກທຳທາງພຸດທະສາສນາ ໄດ້ມີຫົວຂໍ້ທຳຫຼາຍຫົວຂໍ້ ທີ່ເວົ້າເຖິງຄວາມສະເໝີພາບຍິງຊາຍ ເຊິ່ງພຣະພຸດທະ ອົງໄດ້ສະເໜີໄວ້ເປັນເວລາ 2500 ກວ່າປີແລ້ວຄື.

- ຫຼັກຄວາມສະເໝີພາບຄອງຄູ່ຄອງ ແລະຄອບຄົວ 4 ປະການ ຄື
1. ສະມະສັດທາ ມີຄວາມເຊື່ອສະເໝີກັນ ເຊື່ອລັດທິສາສນາ, ເຊື່ອຄຳສອນ ແລະແນວທາງຕ່າງໆໃຫ້ສະເໝີກັນ ຄືໃຫ້ສົມກັນ.
2. ສະມາສີລາ ມີສີນ(ຄວາມງາມ, ຄວາມໜັກແໜ້ນ) ຄືມີຂໍ້ວັດປະຕິບັດສະເໝີກັນ.
3. ສະມະຈາຄະ ມີຄວາມເສັຍສະຫຼະ ເອື້ອເຟື້ອ ບໍລິຈາກສະເໝີກັນ.
4. ສະມະປັນຍາ ມີຄວາມຮູ້ໃນການປະກອບຊີວິດ ແບະຄວາມຮູ້ໃຫ້ວຽກງານໃດໆ ສະເໝີກັນ


- ຄວາມສົມກັນ ຫຼືສະເໝີກັນທັງ 4 ປະການນີ້ ຄືນະໂຍບາຍການສ້າງຄວາມເປັນເອກະພາບ ແລະຄວາມເປັນອັນໜຶ່ງອັນດຽວກັນຂອງຍິງ ຊາຍ ທີ່ພຣະພຸດທະເຈົ້າສະເໝີກັນ ເຊິ່ງເປັນຂໍ້ສະເໜີທີ່ສຳຄັນ ແລະກວາມລວມເອົາບັນຫາຊີວິດຂອງມະນຸດທຸກໆເຊື້ອຊາດວັນນະ.


- ວັນທີ 8 ມິນາ ຂໍໃຫ້ແມ່ຍິງທົ່ວໂລກ ຈົ່ງເທົ່າທຽມເພດຊາຍ ໂດຍທຳເທີ້ນ.
 

Tuesday, 6 March 2012

ກິນເຈ ກັບກິນຊິ້ນ ອັນໃດບາບຫຼາຍກວ່າກັນ ?

- ພໍ່ອອກມາຈາກ ບ້ານລາດຄວາຍຜູ້ດຽວກັບ ກັບທີ່ຖາມເລື່ອງເອົາຄວາຍງົວມາຂ້າທໍາບຸນ ແລະຊື້ທີ່ເຂົາຂ້າແລ້ວອັນໃດໄດ້ບາບກວ່າກັນ ? ເຂົາຖາມຕື່ມ ອີກວ່າ:
(ພໍ່ອອກ) ຍິນບອກເຂົາວ່າ "ກິນຊີ້ນກັບກິນເຈ ? ຢາກຖາມວ່າ ກິນເຈກັບກິນຊີ້ນ ອັນໃດບາບກວ່າກັນ ?
(ພຣະອາຈານ) ອັນນີ້ຕ້ອງຖາມພໍ່ອອກຄືນກ່ອນ ໄດ້ບໍ ?
(ພໍ່ອອກ) ໂດຍ ຂ້ານ້ອຍ ໄດ້.
(ພຣະອາຈານ) ຜູ້ກິນຊີ້ນ ຕ້ອງລ້ຽງສັດ ແລະຂ້າສັດ, ຫຼືຊື້ສັດທີ່ເຂົາຂ້າມາແລ້ວ ແມ່ນບໍ ?
(ພໍ່ອອກ) ໂດຍຂ້ານ້ອຍ.
(ພຣະອາຈານ) ຜູ້ກິນເຈ ຕ້ອງກິນພືດຜັກແມ່ນບໍ ?
(ພໍ່ອອກ) ໂດຍຂ້ານ້ອຍ.
(ພຣະອາຈານ) ຕ້ອງຊື້ຜັກ ຫຼືປູກຜັກທີ່ເຂົາປູກແລ້ວມາກິນແມ່ນບໍ ?
(ພໍ່ອອກ) ແມ່ນແລ້ວ ຂ້ານ້ອຍ.
(ພຣະອາຈານ) ທ່ານປູກຜັກ ໄດ້ໃສ່ຝຸຍ ແລະຢາຂ້າແມງແນ່ບໍ ?
(ພໍ່ອອກ) ໂດຍ ໃສ່ໃດຂ້ານ້ອຍ ບໍ່ໃສບໍ່ໄດ້ກິນດິນບໍ່ງາມຄູ່ມື້ນີ້.
(ພຣະອາຈານ) ທ່ານຄິດບໍ່ວ່າຝຸ໋ຍບາງຊະນິດ ເປັນສານເຄມີທໍາລາຍສັດທີ່ຢູ່ພື້ນດິນນັ້ນຕາຍຈັກໂຕ, ສ່ວນວ່າຢາຂ້າແມງເດຕາຍຈັກໂຕ ກວ່າຈະໄດ້ມາ ເຊິງຜັກທີ່ສວຍງາມນັ້ນ.
(ພໍ່ອອກ) ນັບບໍ່ໄດ້ຂ້ານ້ອຍ.
(ພຣະອາຈານ) ຄົນປູກຜັກເປັນການຄ້າ ແລະອຸດສະຫະກັມ ເຂົາຍິ່ງໃສມາກມາຍກ່າຍກອງ ເຂົາກໍມີສ່ວນໃນການຂ້າສັດ ແລ້ວຜູ້ບໍຣິໂພກພືດແລະຜັກ ເປັນຫຍັງຊິບໍ່ມີສ່ວນໄດ້ຂ້າສັດ ຍິ່ງຂ້າຫຼາຍກວ່າຜູ້ບໍລິໂພກສັດສາດ້ວຍ ເພາະຜັກໜານໜຶ່ງໆ ມີສັດທີ່ມີຊີວິດຢູ່ໃນທີ່ນັ້ນລ້ານໆໆໂຕ ແລ້ວມັນຈະໄປຕ່າງ ຫຍັງກັບຜູ້ບໍລິໂພກສັດໂດຍກົງລະ ?
(ພໍ່ອອກ) ໂດຍໆໆໆ ຂ້ານ້ອຍເຂົ້າໃຈແລ້ວ.

ເຮັດບຸນ ເອົາຊີ້ນສັດມາທານໄດ້ບຸນຫຼືໄດ້ບາບ ?

- ພໍ່ອອກມາຈາກບ້ານລາດຄວາຍ ຖາມອາຈານວ່າ:
(ຜູ້ຖາມ) ຂໍ້ທີໜຶ່ງເຮັດບຸນຊື້ງົວ ຊື້ຄວາຍມາຂ້າທານມີກໍາບໍ ? ຂໍ້ທີສອງ ເຮົາເຮັດບຸນ ຄົນອື່ນຂ້າງົວ ຂ້າຄວາຍແລ້ວເຮົາໄປຊື້ມາ ມີກໍາບໍ ?
(ຜູ້ຕອບຖາມຄືນ) ສອງເລື່ອງນີ້ບໍ ?
(ຜູ້ຖາມຕອບ) ໂດຍ ຂ້ານ້ອຍ.

(ຕອບ) ຈະເລີນພອນ, ຈະຕອບຈັ່ງຊີ້ ເລື່ອງນີ້ໜີ້ ທັງມະນຸດ ແລະສັດລ້ວນແຕ່ເກີດມາໃຊ້ກໍາ ການບໍລິໂພກອາຫານ ກໍມັນເປັນປະເພນີຂອງມະນຸດແລະສັດ, ສິ່ງທີ່ຈໍາເປັນຂອງທັງມະນຸດ ແລະສັດຄືມີປັດໄຈ 4 ໄດ້ແກ່ 1. ອາຫານ, 2.ເຄື່ອງນຸ່ງຫົ່ມ, 3.ທີ່ຢູ່ອາໄສ ແລະ 4.ຢາປົວພະຍາດ.

- ສັດເກີດຂຶ້ນມາ ມີຄວາມສະເໝີກັນກັບມະນຸດ ຄື ຕ້ອງການກິນ, ຖ່າຍ, ສືບພັນ, ພັກຜ່ອນ, ອັນໜຶ່ງ ທັງມະນຸດ ແລະສັດລ້ວນແຕ່ມີຄວາມສະເໝີກັນ ຄື ຮັກຕົວ ກົວຕາຍດ້ວຍກັນທັງນັ້ນ, ດ້ວຍເຫດນັ້ນທັງສັດ ແລະມະນຸດ ຈຶ່ງຕ້ອງຫາກິນ ແຕ່ວ່າປະເພນີຂອງການຫາກິນທັງມະນຸດ ແລະສັດມີຄວາມແຕກ ຕ່າງກັນຕາມໜ້າທີ່ ສໍາມະນຸດແລ້ວ ນອກຈາກຫາກິນຕາມໜ້າທີ່ແລ້ວ ຍັງຕ້ອງຫາກິນຕາມປະເພນີອີກດ້ວຍ.

- ທັງມະນຸດ ແລະສັດກໍຫາກິນຕາມປະເພນີ ຄື ສັດບາງຊະນິດ ເຄີຍກິນພືດ ກໍກິນແຕ່ພືດ, ສັດບາງປະເພດ ເຄີຍກິນສັດ ກໍກິນແຕ່ສັດ, ມີສັດອີກບາງ ປະເພດກິນທັງພືດທັງສັດ ພວກເຂົາກໍກິນຢ່າງນັ້ນ, ສ່ວນມະນຸດນັ້ນ ກິນທັງພືດທັງສັດ ອີງຕາມຮີດຄອງປະເພນີ ບາງທ້ອງຖີ່ນເຄີຍກິນພືດຊະນິດນີ້ ແຕ່ແຕ່ທ້ອງຖິ່ນອື່ນກັບບໍ່ກິນ, ບາງທ້ອງຖິ່ນເຄີບກິນສັດປະເພດນີ້ ທ້ອງຖິ່ນອື່ນກັບບໍ່ກິນ ແມ່ນແຕ່ບາງທ້ອງຖິ່ນ ກິນສັດປະເພດດຽວກັນ ແຕ່ອາໄວຍະວະ ບາງຢ່າງຂອງສັດນັ້ນກັບບໍ່ກິນ, ເຊັ່ນ ຄົນທາງເມືອງໂຂງກ່ອນປີ 1975 ບໍ່ມັກກິນເຄື່ອງໃນ ແລະໜັງຄວາຍ, ງົວ ແຕ່ທ້ອງຖິ່ນອື່ນກິນຈົນໝົດ(ດຽວນີ້ ກິນຄືກັນໝົດແລ້ວ)

- ເມື່ອສະຫຼຸບແລ້ວ ທັງສັດທັງມະນຸດລ້ວນແຕ່ເກີດມາເພື່ອກິນ ແລະຊອກຫາກິນຕາມໜ້າທີ່ ແລະປະເພນີຂອງແຕ່ລະເພົ່າພັນນັ້ນໆ, ໃນທາງພຣະພຸດທະສາສນາ ເລື່ອງການກິນມັງສາວິຣັດ ເຊິ່ງເຮົາຮຽກວ່າກິນເຈນີ້ ບໍ່ໄດ້ຫ້າມ ແລະບໍ່ໄດ້ອະນຸດຍາດໄວ້, ມີການຫ້າມໄວ້ໃນສິນຫ້າວ່າ "ຫຼີກເວັ້ນຂ້າ ແລະບຽດບຽນສັດ" ໃນສິນຂໍ້ທີໜຶ່ງ ປານາ ຕິປາຕາເວ ຣະມະນີ ສິກຂາ ປະທັງສະມາທິຍາມິ ແລະໄດ້ຊົງອະນຸຍາດເລື່ອງການບໍລິໂພກໄວ້ວ່າ "ໂພຊະເນ ມັດຕັນຍຸຕາ - ຄືບໍລິໂພກພໍປະມານ".

- ຫາກຈະຕອບວ່າ ການບໍລິໂພກສັດເປັນບາບບໍ ? ກໍອາດຈະຕອບວ່າ ບາບກະມີ ບໍ່ບາບກະມີ ຕ້ອງເບິ່ງເຈຕະນາ ດັ່ງພຸດທະພົດວ່າ "ເຈຕະນາຫັງ ພິກຂາເວ ວະທາມິກັມມັງ - ດູກ່ອນພິກຂຸທັງຫຼາຍ ກັມສໍ່ສະແດງເຈຕະນາ" ອະທິບາຍວ່າ ການກະທໍາ ອັນວ່າກໍາຂອງມະນຸດນັ້ນສະແດງເຈຕະນາ ຫາກເຈຕະນາດີກໍເປັນດີ ຫາກເຈຕະນາຮ້າຍກໍເປັນຊົ່ວ.

- ສົມມຸດວ່າ "ຫາກການກະທໍານັ້ນ ເປັນການບຽດບຽນ ການທໍາຮ້າຍ ການທໍລະມານນັ້ນ ກໍເປັນກັມ ກໍາໜັກ ຫຼືເບົາເບິ່ງເຈຕະນາ, ຫາກວ່າ ມີເຈຕະນາ ເພື່ອຫວັງດີ ບໍ່ໄດ້ທໍາໜ້າທີ່ເພື່ອການບຽດບຽນ ການທໍາຮ້າຍ ແລະທໍລະມານ ກໍມີກໍານ້ອຍ ຈະໜ້ອຍຫຼືຫຼາຍຫຼືບໍ່ມີເລີຍກໍໄດ້ ເຊັ່ນການນໍາມາເພື່ອການ ປະກອບບຸນທາງພຸດທະສາສນາກໍອາຈະມີກໍານ້ອຍ ຫຼືບໍ່ມີເລີຍ ກ່າວໄດ້ວ່າ ໄດ້ບຸນຫຼາຍກວ່າບາບ ກໍເປັນບຸນນັ້ນເອງ.

- ສະນັ້ນ ຈະຕອບຂໍ້ທີ 1 ວ່າ "ຂໍ້ທີໜຶ່ງເຮັດບຸນຊື້ງົວ ຊື້ຄວາຍມາຂ້າທານມີກໍາບໍ ?" ອັນນີ້ ຫາກເຮົາຈັດແຈງ ແລະຈັດຫາມາເພື່ອຂ້າ ກໍຈະໄດ້ກໍານໍາດ້ວຍ, ເພາະເຮົາເປັນທຸລະຈັດຫາເອງ ແຕ່ວ່າເຈຕະນາທີ່ຍິ່ງໃຫຍ່ກວ່າ ເພື່ອການທານ ແລະການເຮັດບຸນ ຈິດເຮົາບໍລິສຸດທັງ ກ່ອນ, ກໍາລັງທໍາ ແລະທໍາໄປແລ້ວ ບຸນນນັ້ນກໍຫຼາຍກວ່າບາບ ກໍຖືວ່າເຮົາຍັງມີກໍາໄລຢູ່, ຂໍ້ທີສອງ ເຮົາເຮັດບຸນ ຄົນອື່ນຂ້າງົວ ຂ້າຄວາຍແລ້ວເຮົາໄປຊື້ມາ ມີກໍາບໍ ? ອັນນີ້ ຫາກເຮົາບໍລິສຸດໃຈທັງສາມສະຖານະດັ່ງທີ່ວ່າ ບາບກໍາອາດນ້ອຍທີ່ສຸດ ບຸນກໍຈະມີ ອະທິກໍາກໍບໍ່ມີ ເພາະບຸນ ແລະກຸສົນມັນເໜືອກວ່າແລ້ວ.