Tuesday 20 September 2011

ຄວາມເຊື່ອ ແລະສິດທິຂອງຄວາມເຊື່ອ

- ຄວາມເຊື່ອ ເປັນສິດຂອງແຕ່ລະບຸກຄົນ ໃນຣັຖທັມມະນູນຂອງ ສປປ.ລາວ ລັດໄດ້ໃຫ້ສິດທິແກ່ປະຊາຊົນວ່າ ເຊື່ອ ຫຼືບໍ່ເຊື່ອໃນສາສນາ.
- ໝາຍຄວາມວ່າ ທຸກຄົນມີສິດທິຈະເຊື່ອບໍ່ເຊື່ອໃນເລື່ອງຂອງສາສນາ.
- ກ່ຽວກັບຄວາມເຊື່ອນີ້ ຈະອະທິບາຍເປັນເລື່ອງໆໆໆ ໄປມີ 3 ເລື່ອງ

1. ເລື່ອງທີ 1 - ໝໍມໍຄົນໜຶ່ງ ອາໄສດູມໍເປັນການລ້ຽງຊີບ ເຂົາໄດ້ຮູ້ແລ້ວວ່າເຂົາຈະຕາຍໃນບໍ່ຊ້າ ເຂົາມີລູກຊາຍ 2 ຄົນ ແລະເຂົາກໍມອງເຫັນວ່າລູກຊາຍເຂົາທັງສອງຄົນນັ້ນ ເມື່ອເຂົາໝົດບຸນໄປ ລູກຂອງເຂົາຈະເປັນເຊັ່ນໃດ.
- ດ້ວຍເຫດນັ້ນ ເຂົາຈຶ່ງຮຽກລູກຂອງເຂົາທັງສອງມາພ້ອມໜ້າກັນແລ້ວບອກວ່າ ເມື່ອພໍ່ຈາກໄປແລ້ວໃຫ້ລູກທັງສອງຮັກກັນ ອ້າຍໃຫ້ເບິ່ງແຍງນ້ອງ ນ້ອງໃຫ້ເບິ່ງແຍງອ້າຍ ຢ່າຜິດຂ້ອງຕ້ອງຖຽງກັນ ລະອາຍຊາວບ້ານເຂົາ, ພໍ່ເອງບໍ່ນານກໍຈາກພວກລູກໄປແລ້ວ, ພໍ່ບໍ່ມີອັນໃດຈະໃຫ້ພວກລູກໆໆ ມີແຕ່ຄໍາທີ່ພໍ່ຝັງໄວ້ໃນພື້ນດິນນີ້ ເມື່ອພໍ່ຈາກໄປແລ້ວ ໃຫ້ລູກທັງສອງແບ່ງດິນເຄິ່ງກັນ ແລະໃຫ້ພວກລູກຂຸດເອົາຄໍາທີ່ພໍ່ຝັງດິນໄວ້ນັ້ນຂຶ້ນມາໃຊ້ລ້ຽງຊີວິດເດີ, ອີກອັນໜຶ່ງ ພໍ່ຊິທວາຍລູກທັງສອງໄວ້ ອ້າຍຈະທຸກ ສ່ວນນ້ອງຫຼ້າຈະສະບາຍ ໃຜເປັນຈັ່ງໃດໃຫ້ເບິ່ງແຍງກັນ.
- ເປັນເວລາບໍ່ເຫິງ ໝໍມໍຄົນນັ້ນ ກໍຕາຍຈາກລູກເຂົາທັງສອງ, ເມື່ອພໍ່ຈາກໄປແລ້ວສອງອ້າຍນ້ອງຈຶ່ງມາຕົກລົງປັນມູນກັນ ນ້ອງຊາຍຈໍາຄໍາຂອງພໍ່ໄວ້ວ່າພໍ່ຝັງຄໍາໄວ້ໃນຟື້ນດິນ ຈຶ່ງຂໍເອົາດິນຕອນທີ່ປຸກເຮືອນເພາະເຂົາເຂົ້າໃຈວ່າ ພໍ່ຂອງເຂົາຕ້ອງຝັງດິນໄວ້ກະລ່າງເຮືອນແນ່ນອນ, ອ້າຍຂອງເຂົາຈຶ່ງໄດ້ມອບດິນສ່ວນທີ່ປຸກເຮືອນໃຫ້ນ້ອງຊາຍ ສ່ວນເຂົາໄດ້ພາປຸກເຮືອນຂຶ້ນໃໝ່ ໃສ່ດິນທີ່ເປັນສົມບັດຂອງຕົນ.
- ທາງອ້າຍ ເຊື່ອວ່າພໍ່ຂອງຕົນນັ້ນ ບໍ່ມີຄໍາຈິງດອກ ຄັນເພີ່ນມີແທ້ໆ ເພິ່ນຕ້ອງໄປຂຸດເອົາມາລ້ຽງລູກແຕ່ຍັງມີຊີວິດພຸ້ນແລ້ວ ເພິ່ນບໍ່ປະໃຫ້ຕົນເອງ ແລະລູກໆທຸກແນ່ນອນ, ຄໍາໃນຄວາມໝາຍຂອງພໍ່ຄົງຈະແມ່ນມີຄວາມໝາຍວ່າ ດິນກໍຄືຄໍາທີ່ມີຣາຄາ ໃຜໝັ່ນສ້າງໝັ່ນສາ ກໍມີເງິນມີຄໍາ ແລະທາງອ້າຍຍັງເຊື່ອຄໍາພໍທວາຍວ່າ ເຂົາຈະທຸກ ຈຶ່ງທົນລໍາບາກ ຂຸດດິນປູກຕົ້ນໄມ້ ໝາກໄມ້ໄວ້ອ້ອມເຮືອນ, ບໍ່ເຖິງປີກໍອອກດອກແຕກຜົນ ເກັບໄປຂາຍລ້ຽງຊີວິດ.
- ສ່ວນທາງນ້ອງຊາຍ ເມື່ອໄດ້ດິນເປັນກັມມະສິດຂອງຕົນແລ້ວ ທຸກວັນບໍ່ເຮັດຫຍັງໄດ້ແຕ່ຂຸດດິນເລີກເປັນແມັດ ເພື່ອຊອກຫາຄໍາທີ່ພໍ່ບອກວ່າຝັງໄວ້ໃນດິນ, ຂຸດຈົນທົ່ວດິນຂອງຕົນ ຈົນບໍ່ມີບ່ອນວ່າງກະບໍ່ເຫັນຄໍາ ທີ່ພໍ່ສັ່ງໄວ້, ຈຶ່ງຂໍປ່ຽນກັບດິນຂອງອ້າຍ ພ້ອມທັງບອກວ່າ ສົງໄສພໍ່ຝັງຄໍາໄວ້ດິນອ້າຍ, ອ້າຍກໍພະຍາມຫ້າມປາມ ແລະໃຫ້ເຫດຜົນ ແຕ່ເຂົາກະບໍ່ເຊື່ອ ເຂົາຈຶ່ງບອກວ່າ ຕ້ອງມີຄໍາແນ່ນອນ ພໍໍ່ຍັງທວາຍເຂົາອີກວ່າເຂົາຊິສະບາຍ, ຍ້ອນບໍ່ຊາຄວາມຍາກ ແລະດ້ວຍຄວາມຮັກນ້ອງຊາຍຈຶ່ງຕາມໃຈ, ອ້າຍຈຶ່ງຕົກລົງປ່ຽນດິນກັບນ້ອງ ເມື່ອປ່ຽນດິນແລ້ວ ອ້າຍກໍຫາແນວພັນຕົ້ນໄມ້ທີ່ໃຫ້ຜົນມາປູກໄວ້ດິນທີ່ຂຸດແລ້ວນັ້ນ ຕົ້ນໄມ້ຈັ່ງແມ່ນງາມ ບໍ່ເຖິງປູກຫຍັງລົງໄປກໍໃຫ້ຜົນ ແລະງາມໂດຍທີ່ບໍ່ຕ້ອງຂຸດດິນໃຫ້ເໝື່ອຍ.
- ສ່ວນຝ່າຍນ້ອງເມື່ອໄດ້ປ່ຽນດິນກັບອ້າຍແລ້ວ ກໍບໍ່ເຮັດຫຍັງເກີດເປັນມື້ມາ ມີແຕ່ແບກຈົກແບກສຽງລົງໄປຂຸດດິນເພື່ອຫາໄຫຄໍາທີ່ພໍ່ຝັງໄວ້ ຂຸດຈົນທົ່ວດິນກໍບໍ່ເຫັນໄຫຄໍາ ເຂົາຈຶ່ງມາສະ ເດືອກວ່າສົງໄສພໍ່ຕົວະເຂົາ, ເຂົາຈຶ່ງຄິດວ່າ ມີທາງດຽວຈະໄດ້ເງິນມາລ້ຽງຊີບ ຄືຂາຍດິນນີ້ແລ້ວເອົາເງິນໄປລົງທຶນ.
- ເຂົາໄດ້ມາປຶກສາກັບອ້າຍຂອງເຂົາ ອ້າຍກໍຫ້າມປາມ ແຕ່ເຂົາບໍ່ຟັງ ເຂົາຍັງເຊື່ອວ່າເຂົາຈະສະບາຍ ຕາມຄວາມພໍ່ສັ່ງ ອ້າຍຂອງເຂົາກໍບໍ່ຊາຄວາ ຈຶ່ງຕົກລົງຊື້ດິນຂອງນ້ອງໄວ້ ດ້ວຍລາຄາທີ່ແພງກວ່າ ທີ່ດິນ ເພາະເຂົາໄດ້ເງິນຈາກການປູກພືດໃນດິນຂອງນ້ອງຊາຍນັ້ນ, ຈຶ່ງມີກິນມີໃຊ້ມາ, ຝ່າຍນ້ອງຊາຍໄດ້ເງິນແລ້ວ ກໍລາອ້າຍເຂົ້າໄປໃນເມືອງ ເພື່ອທໍາການ ຄ້າຂາຍ, ສ່ວນອ້າຍເມື່ອໄດ້ດິນ ທີ່ນ້ອງຊາຍຂຸດຖິ່ມໄວ້ແລ້ວ ກໍຫາໝາກທຖົ່ວ ໝາກພິກ ໝາກແຕງ ແລະຜັກອື່ນໆ ຕລອດທັງຕົ້ນໄມ້ໃຫ້ໝາກຍາວນານມາປູກ ຜົນຜລິດແຕກດອກ ອອກຜົນດີ ເພາະດິນຖືກຂຸດດີແລ້ວ.
- ເປັນເວລາ 3 ປີຝ່າຍອ້າຍໄດ້ທໍາການກະເສດ ປູກຜັກຫັກຫຍ້າໃນດິນບ້ານຂອງຕົນ ກໍມີເງິນມີຄໍາດ້ວຍການຂາຍພືດຜັກ ຈຶ່ງໄດ້ປຸກເຮືອນຫຼັງບັກໃຫຍ່ ລ້ຽງລູກລ້ຽງເມັຍ ຍັງບໍ່ພເທົ່ານັ້ນ ຊາວບ້ານຂັດສົນເລື່ອງເງິນໆຄໍາໆ ເຂົາກໍມີໃຫ້ກູ້ໃຫ້ຢືມ ແລະສັບຊ່າວແລກປ່ຽນ ໄຖ່ຖອນ ຊວດຈໍາເອົາວັດຖຸ ດິນດອນຕອນຫຍ້າ ເລີຍກາຍເປັນຄົນມີຖານະ ມີເງິນມີຄໍາ ລື່ນບ້ານລື່ນເມືອງໃນເຂດນັ້ນ ໃຜໆກໍນັບໜ້າຖືຕາ.
- ຝ່າຍນ້ອງຊາຍຫາຍໜ້າໄປໃນເມືອງ 3 ປີ ກໍກັບມາຫາອ້າຍດ້ວຍໃບໜ້າເສົ້າສ້ອຍ ໄປຄ້າຂາຍຫງາຍມືກໍຫຼຸບຈົມ ຍັງແຕ່ເສື້ອຄາຄິງ ອ້າຍຈຶ່ງຮັບລ້ຽງໄວ້ ແລະມອບດິນສ່ວນໜຶ່ງໃຫ້ນ້ອງ ແລະແຕ່ງເມັຍໃຫ້ ທັງສອງອ້າຍນ້ອງກໍຢູ້ນໍາກັນຢ່າງມີຄວາມສຸກ ໃນຖານະເປັນຜູ້ຊ່ວຍອ້າຍທໍາການຄ້າຂາຍ ເບິ່ງແຍງທຸຣະກິດຂອງອ້່າຍ.

ນິທານເລື່ອງນີ້ສອນໃຫ້ຮູ້ວ່າ ຄວາມເຊື່ອນັ້ນ ຖ້າໄຮ້ເຫດຜົນກໍນໍາຄວາມຫຍຸ້ງຍາກສັບສົນ ແລະເຮັດໃຫ້ຄົນເສັຍເວລາໄປເຫິງນານ ກວ່າຈະຟື້ນສະຕິໄດ້ທຸກຢ່າງກໍໝົດໄປແລ້ວ.

2, ເລື່ອງທີ 2 (ເປັນນິທານສະໄໝໃໝ່ ແລະພົບເຫັນເອງ)
- ທ້າວມີ(ນາມສົມມຸດ) ເປັນຄົນພື້ນຖານບ້ານບໍ່ໂອ ຄອບຄົວເຂົາຈຶ່ງສົມບູນພູນສຸກ ເຂົາເອງເຮັດການທີ່ກະຊວງກໍ່ສ້າງ, ໄລຍະໜຶ່ງລັດຖະບານເປີດນະໂຍບາຍ ເສດຖະກິດຄອບຄົວ ເຂົາຈຶ່ງລາການອອກມາເຮັດທຸຣະກິດ. ຍ້ອນເຂົາມີຄວາມຮູ້ດ້ານການກໍ່ສ້າງເຂົາ ເຂົາາຈຶ່ງຕັ້ງບໍຣິສັດກໍ່ສ້າງຈໍາກັດ, ຮັບເໝົາກໍສ້າງທົ່ວໄປ ຍ້ອນເປັນຄົນພື້ນຖານ ແລະມີສັບສິນຫຼາຍຢູ່ແລ້ວ ເຂົາຈຶ່ງສ້າງບໍລິສັດຂອງເຂົາຈະເລີນໄວ ມີເຮືອນຊານ ລົດລານ ພາຫະນະຫຼວງຫຼາຍ ໃນສະໄໝ ປີ 1987-1995 ເຂົາກໍກາຍເປັນຜູ້ຮັ່ງມີດີໄດ້ຄົນນັບໜ້າຖືຕາເຂົາ.
- ຜູ້ຂຽນພົບເຂົາ ຫຼາຍຄັ້ງ ເພາະຮູ້ຈັກກັບພຣະອາຈານແຖວບໍໂອ ເຄີຍໄປມາຫາສູ່ພຣະອາຈານແຖວນັ້ນ ເຂົາກໍມັກມາຫຼິ້ນນໍາພຣະເນນແຖວນັ້ນ ກໍເລີຍໃຫ້ຮູ້ຈັກ ເຂົາໄປດ້ວຍ, ເຂົາມີແນວຄວາມເຊື່ອເລື່ອງໜຶ່ງ ຄື ເປັນຜູ້ສະແຫວງຫາຂອງດີ ເຊັ່ນ ພຣະງ້າງ, ຂອງແຄ້ວຂອງຄົງ, ເຫຼັກປຽກ, ເຫຼັກໃຫຼ, ທອງດໍາ, ຫວ້ານ ແລະອື່ນໆ ເລົ່ານີ້ ເຂົາຈະຫາມາເພື່ອເອົາໄປຂາຍ ເຂົາບອກວ່າມີເຖົ້າແກ່ຈາກຝັ່ງໄທຍ໌ຊື້ ໃນລາຄາແພງ, ຄວາມເຊື່ອຂອງເຂົາ ກໍ່ໃຫ້ເກີດການປະຕິບັດ ວ່າແຕ່ຍິນຂ່າວທີ່ໃດ ເຂົາຈະທີີ່ ໄກປານໃດເຂົາກໍໄປ ບາງຄັ້ງຖນົນໄປຍາກ ລົດບໍ່ສາມາດໄປໄດ້ ເຂົາຈະຈ້າງຍົນເຮເລຄ໊ອປເຕີໄປໂລດ, ດ້ວຍເຫດນັ້ນ ເຂົາຈຶ່ງຕ້ອງຂາຍດິນ, ຂາຍຄໍາ, ຂາຍທຸກສິ່ງທຸກຢ່າງ, ເຄີຍບອກເຕືອນເຂົາໃນລັກສະນະແບບປິດສະໜາໃຫ້ເຂົາຄິດແລ້ວຫຼາຍຄັ້ງ ວ່າຂອງຄົງຫັ້ນມີຈິງ ແລະຄົນຊື້ມີບໍ ? ສ່ວນໃຫຍ່ມີຂອງບໍ່ມີຄົນຊື້, ບາງຄັ້ງມີຄົນຊື້ ແຕ່ບໍ່ມີຂອງ ບາງຄັ້ງຂອງດີໆໆ ບາດເອົາມາລອງອາດບໍ່ຜ່ານກະມີ, ຕາມໄດ້ຂ່າວວ່າເຂົາຍັງເຊື່ອວ່າເຂົາຈະໄດ້ສິ່ງນັ້ນຢູ່ ປີ 1999 ຜູ້ຂຽນກັບມາແຕ່ຮຽນຕ່າງປະເທດ ກໍໄປຢາມພຣະອາຈານໃຫຍ່ແຖວບໍ່ໂອ ແລ້ວກໍໄດ້ຖາມເຖິງເຂົາ, ໄດ້ຄວາມວ່າ ເຂົາລົ້ມລະລາຍຈົນບໍ່ມີເຮືອນຊິຢູ່, ເຂົ້າຊິກິນເຂົາໜີ ຈາກບ້ານນີ້ ບໍ່ຮູ້ວ່າໄປທີ່ໃດ ?

- ອັນນີ້ກໍຄວາມເຊື່ອ ພາໃຫ້ເປັນເຫດ ໃຫ້ຊິວິດດັບລົງຢ່າງຟື້ນຄືນບໍ່ໄດ້.

3. ເລື່ອງທີ 3(ເປັນເລື່ອງເລົ່າ)
- ຢູ່ບ້ານເມືອງແສນ ມີພໍ່ເຖົ້າຄົນໜຶ່ງ ຊື (ພໍ່ເຖົ້າສີ) ເກິດທີ່ບ້ານດອນນາງຄວັດ ມາເອົາເມັຍທີ່ບ້ານຫົວແສນ ເຂົາເອີ້ນລາວວ້າພໍ່ເຖົ້າສີຫຼັງແຫ້ງ(ເຫດທີ່ຮຽກວ່າ ພໍ່ເຖົ້າສີຫຼັງແຫ້ງ ເພາະລາວບໍ່ມັກນຸ່ງເສື້ອ, ຕອນ ປີ 1981 ເຄີຍເຫັນລາວຢູ່ ລາວເຖົາແລ້ວ ອາຍຸລາວຕອນນັ້ນປະມານ 70 ປີ ແຕ່ເຮັດວຽກໄດ້)
- ມີເລື່ອງກ່ຽວກັບລາວ ຈັ່ງຊີ້ ຕອນລາວມາເອົາເມັຍຢູ່ບ້ານຫົວເມືອງແສນໃໝ່ໆນັ້ນ ບ່ອນນາລາວດຽວນີ້ ມັນເປັນໂພນ ແລະນາງຄຸ່ມເປັນໜອງ ນາອັນນີ້ມັນເຂັດ ຂວາງໃຜໄປເຮັດ ຕ້ອງມີອັນເປັນໄປ ໃນນານັ້ນປູປານານໍ້າ ນົກໜູ ອຸດົມສົມບູນ ເພາະວ່າບໍ່ມີໃຜກ້າລົງ, ດິນນັ້ນມີເຈົ້າຂອງ ແຕ່ເຈົ້າຂອງເຂົາປະຖິ້ມ ເພາະມັນເຂັດຂວາງຄືວ່າ.
- ພໍ່ເຖົ້າສີຮູ້ເລື່ອງລາວ ກິດຕິສັບສະຖານທີ່ນີ້ດີທີ່ສຸດເພາະມັນໃກ້ນາລາວ ລາວຄິດຢາກໄດ້ ແຕ່ພໍ່ເຖົ້າ ແມ່ເຖົາ ພີ່ນ້ອງໃຜໆກໍຫ້າມ, ລາວກໍໄປຫາເຈົ້າຂອງດິນຕອນນັ້ນ ເຈົ້າຂອງດິນກະຫ້າມອີກ, ລາວຈຶ່ງເວົ້າກັບເຈົ້າຂອງດິນວ່າ ຄັນແມ່ນລາວເຮັດໄດ້ ຊິໃຫ້ດິນຕອນນັ້ນແກ່ລາວບໍ ?
- ເຈົ້າຂອງດິນກໍວ່າ ຄັນເຮັດໄດ້ກໍເຮັດ ແລະຢ່າໃຫ້ມີເລື່ອງ ຄັນມີເລື່ອງຊິເອົາໂທດ, ລາວໃຫ້ຄໍາໝັ້ນສັນຍາກັບເຈົ້າຂອງດິນ, ພໍກ່ຽວເຂົ້າປີຕໍ່ມາ ໄປຂໍເຮັດຮຸງຮໍາ ເພື່ອມ້ຽນເຟືອງໃສ່ໂພນ ໃກ້ໆກັບຫໍຜີ ທີ່ເຂັດໆ ນັ້ນ ລາວຈົ່ມສົບຈົ່ມປາກວ່າ ພໍ່ເຖົ້າເອີຍມາຂໍຝາກເຂົ້າຝາກນໍ້າ ຝາກເຟືອງ ໄວ້ ຄັນພໍ່ເຖົາຢາກໄດ້ ຢາກໃຊ້ກໍໃຊ້ໄດ້ ບາດຕີເຂົ້າແລ້ວລາວກໍເອົາເຟືອງໄປກອງໄວ້ ໃນຮູງຮໍານັ້ນ, ຈົນຮອດເດືອນ 5 ງົວຄວາຍກະມາກິນເຟືອງນັ້ນ ຕູ້ສີກໍບໍ່ສົນໃຈຈະມາໄລ່ງົວຄວາຍ ເຮັດໃຫ້ເຟືອງແຕກຊະນະໂມ ຢັງຢາຍໄປໄກໆ ວັນນັ້ນແດດກ້າລາວອອກໄປທົ່ງ ທໍາທ່າໄປໄລ່ຄວາຍ ກິນເຟືອງ ພ້ອມທັງສູບຢາຊອງໄປດ້ວຍ ໄປໃກ້ຮຸງຮໍາ ກໍຖິ່ມສົ້ນກອກຢາລົງໃສ່ໃນນາ ແລ້ວກໍໄລ່ຄວາຍໄປພ້ອມ ເຟືອງຖືກໄຟ ເຮັດໃຫ້ໄຟໄໝ້ເຟືອງ ລາວຕິຈອບເບິ່ງ ເຫັນວ່າເຟືອງຕິດໄຟດີແລ້ວ ລາມໄປຍັງຮຸງຮໍາບ່ອນຕາຫໍ ເຊື່ອແນ່ວ່າໄຟໃໝ່ເຟືອງຄັກ ລາວກໍຕິລົງໄປອາບນໍ້າ ພໍຂຶ້ນມາຈາກອາບນໍ້າ ກໍເຫັນໄຟລາມໄປຮອດຮຸງຮໍາບ່ອນຕາຫໍແລ້ວ ກໍທໍາທ່າຖືຟັດໄມ້ໃບຫຍ້າຮ້ອງ ບອກໃຫ້ຄົນຊ່ວຍ ທັງບອກພໍໍເຖົ້າປູ່ຕາໄປພ້ອມວ່າ ພໍ່ເຖົ້າເອີຍໄຟໃໝ້ໄຟໃໝ້ ໃຫ້ຮູບຂົນລູກ ຂົນເມັຍ ຂົນສິ່ງຂົນຂອງອອກຈາກບ້ານຈາກເຮືອນ ລາວເອງ ກໍທໍາທ່າໄປມອດໄຟ ທີ່ກໍາລັງໃໝ່ຫໍປຸຕາຢູ່ນັ້ນ ເອົາຟັດໄມ້ໄປຕິ ກໍຊ້າໄປແລ້ວ ໄປໄໜ້ຕາຫໍ ຮຸງຮໍາຈົນໝົດກ້ຽງ ພໍ່ເຖົ້າສີກໍທໍາທ່າ ເສັຍອົກເສັຍໃຈ ຮ້ອງຫົ່ມຮ້ອງໃຫ້ ມາບໍ່ທັນເຂົ້າໄປບ້ານ ຄາວດຽວ ໄຟກໍມາໄໝ້ເຮືອນປູ່ຕາຈິບຫາຍວາຍວອດ, ຊາວບ້ານມາເຫັນ (ທ້າວສີ-ຂະນະນັ້ນຍັງໜຸ່ມ) ເຂົາກໍວ່າທ້າວສຮຜີບ້າ.
- ຕົກກາງຄືນມາ ພໍ່ເຖົາສີຝັນເຫັນຜີປູ່ຕານັ້ນມາຂອບອົກຂອບໃຈລາວ ຂັນບໍ່ມີທ້າວສີ ລູກເມັຍຂອງປູ່ຕາຄົງຕາຍຄາກອງໄຟ ຈຶ່ງຂອບອົກຂອບໃຈ ທັງບອກໃຫ້ທ້າວສີ(ພໍ່ເຖົາສີ) ໄປເອົາສົມບັດ ໃນໂພນນັ້ນ ຊິໃຫ້ພໍລ້ຽງຊິວິດອິນຊີໄດ້, ອີກອັນໜຶ່ງ ດິນຕອນນັ້ນ ຜີປູຕາກໍມອບໃຫ້ເປັນສົມບັດຂອງທ້າວສີໄປສັຍຊ່າວເອົາ, ພໍ່ເຖົາສີຕື່ນຂຶ້ນມາກໍອອກໄປທົ່ງ ເຫັນສາຍສ້ອຍ ແລະເຄື່ອງປະດັບ ພາກຢູ່ຕົ້ນສົ້ມພໍ່ລາວກໍເອົາມາ, ພໍເດືອນ 6 ປີນັ້ນລາວກໍໄດ້ເຮັດນາຮ້າງ ແລະດິນສວນນັ້ນຢ່າງສະບາຍ, ຊາວບ້ານງຶດແທ້ ງຶດວ່າ.

- ອັນນີ້ ກະແມ່ນຄວາມເຊື່ອໃຜ ເຊື່ອມັນ ແຕ່ຄວາມເຊື່ອຂອງທ້າວສີ ປະກອບໄປດ້ວຍປັນຍາ.

No comments:

Post a Comment