Monday 18 July 2011

ທັມຄຸ້ມຄອງໂລກ

- ທັມມະຄຸ້ມຄອງໂລກກວ້າງ ໃຫ້ຢູ່ເປັນສຸກ
ທຸກກະຄືໝວດສອງ ຮຸ່ງເຮືອງງາມລົ້ນ
ຄົນໃດມີທັມມີ້ ຈະສຸກຂີພົ້ນເດັ່ນ
ສຸກທັງກາຍໃຈພ້ອມ ສັງຄົມກວ້າງກໍງົດງາມ

- ຫິຣິ: ຄວາມລະອາຍຕໍ່ບາບໃບ້ ແນວຊົ່ວມົວໝອງ
ຄວາມບໍໍ່ດີທັງຜອງ ບໍ່ກ່ຽວວຽນວົນໃກ້
ຄວາມລະອາຍໃຈນັ້ນ ອະກຸສົນກັມບໍ່ກ້າວກ່າຍ
ຄັນບໍ່ອາຍພຽງເລັກນ້ອຍ ປາປັງເຂົ້າບຽດບຽນ

- ຄືວ່າ ເຮົາຢາກອາຍກາຍເນື້ອ ທີ່ໜ້າກຽດໜ້າຊັງ
ກໍຫາແພສະໃບຊົງ ເຊື່ອງບັງປິດໄວ້
ຄັນວ່າເຫັນຄວາມດ້ອຍ ຂອງກາຍບໍ່ສະອາດ
ອາບນໍ້າຕົບແຕ່ງໜ້າ ໃຫ້ງາມເລື້ອຍກໍບໍ່ອາຍ

- ຄັນຢາກອາຍຍາມປາກຕ້ານ ໃຫ້ຂານກ່າວຄໍາຫວານ
ເວົ້າຈາພາສາທັມ ມ່ວນມະໂນໃນແຈ້ງ
ສະແດງຄວາມຄໍາເວົ້າ ຈິງໃຈບໍ່ບ້ຽວລ່າຍ
ສາທະຍາຍໃຫ້ມ່ວນແມ້ງ ຄົນກໍຫຸ້ມຮັກໂຮມ

- ແລ້ວກໍຊະລ້າງເຈດເຈົ້າ ໃຈເກົ່າແນວອັບປິ
ຄິດແຕ່ແນວສິ່ງດີ ເພື່ອໃຫ້ກາຍວາຈາພ້ອມ
ຈິດໃຈໃສສະເໝີແກ້ວ ແວວວາວທັມມະຊາດ
ກໍຈະສຸກເລີດລົ້ນ ອະກຸສົນເສົ້າກໍເສື່ອມຖອຍ

- ໂອຕັປປະນັ້ນ: ເກງກົວຕໍ່ອະກຸສົນທັມ
ທີ່ມັນເປັນປາປັງ ບາບຫຼາຍໜັກນ້ອຍ
ອັນໃດທໍາໄປແລ້ວ ຜິດທາງທັມມະນຸດຊາດ
ກັບທັງສິນຫ້າພ້ອມ ບໍ່ຄວນໃກ້ໃຫ້ຫຼິ້ກໄກ

- ມະນຸດຄົນເຮົານີ້ ມີທັມສອງຢ່າງ
ຄົນກໍຈະສຸກເລີດລົ້ນ ກຸສົນເພີ້ມຕື່ມແຖມ
ໂລກທີ່ກວ້າງຕໍ່ກວ້າງ ບໍ່ທໍາຊົ່ວມົວຫຼົງ
ໂລກກໍສີວິໄລສຸດ ຢູ່ສຸກກະເສີມລົ້ນ

- ຂໍແກ່ຊົນຊາວເຊື້ອ ຜູ້ຫວັງເດີນຈະເຣີນຍິ່ງ
ຈົ່ງເອົາທັມສອງສິ່ງ ມາເບິ່ງແຍງແຕ່ງແຕ້ມ
ໃຫ້ກາຍໃສສະອາດແຈ້ງ ວາຈາງາມມ່ວນແມ້ງ
ຈິດໃຈບໍຣິສຸດຢູ່ເລື້ອຍ ຄວາມເສົ້າຍ່ອມບໍ່ມີ ທ່ານເອີຍ

No comments:

Post a Comment