Monday 18 July 2011

ຫິຣິ-ໂອຕັປປະ ຄືທັມຄຸ້ມຄອງໂລກ 2 ຢ່າງ

- ຫິຣະ ແລະໂອຕັປປະ ຄືທັມຄຸ້ມຄອງໂລກ 2 ຢ່າງ.
- ຫິຣິ ຄືຄວາມລະອາຍຕໍ່ບາບ ເຖິງບໍ່ມີໃຜຮູ້ແຕ່ນຶກກິນແໜງແຄງໃຈ, ບໍ່ສະບາຍໃຈ ເປັນຄວາມຮູ້ສຶກຣັງກຽດ ເປັນບາບເປັນຂອງສົກກະປົກ ຈະທຳໃຫ້ໃຈຂອງເຮົາເສົ້າໝອງ ຈຶ່ງບໍ່ຍອມທໍຳບາບ.

- ໂອຕັປປະ ຄື ຄວາມເກງກົວຕໍ່ບາບ ເປັນຄວາມຮູ້ສຶກຢ້ານກົວ, ກົວວ່າເມື່ອທໍາໄປແລ້ວບາບອາດສົ່ງຜົນເປັນຄວາມທຸກ ທໍຣະມານແກ່ເຮົາ, ຈຶ່ງບໍ່ຍອມທໍາບາບ.

- ສົມມຸດວ່າເຮົາ ເຮົາເຫັນຖ້ວຍໃບໝຶ່ງເປື້ອນອຸດຈາຣະ ເຮົາບໍ່ຢາກຈັບຕ້ອງ ເພາະຣັງກຽດວ່າອຸດຈາຣະຈະເປຶ້ອນມືເຮົາ ຄວາມຮູ້ສຶກນີ້ປຽບໄດ້ ກັບຫິຣິ ຄືຄວາມຣະອາຍບາບ.

ໍ- ສົມມຸດວ່າ ເຮົາເຫັນເຫຼັກທ່ອນໜຶ່ງເຜົາໄຟຢູ່ຈົນແດງ ເຮົາມີຄວາມຮູ້ສຶກກົວຢ້ານບໍ່ກ້າກັບຕ້ອງ ເພາະເຮົາກົວຢ້ານວ່າຄວາມຮ້ອນຈະລວກເຜົາ ໄໝມືເຮົາ ຄວາມຮູ້ສຶກນີ້ປຽບໄດ້ກັບໂອຕັປປະ ຄື ຄວາມເກງກົວຕໍ່ຜົນຂອງບາບ.

- ຫິຣິ-ໂອຕັປປະ ຈົນເກີດໄດ້ຕ້ອງອາໄສ ເຫດພາຍນອກ 4 ເຫດພາຍໃນ 8 ຢ່າງໃດຢ່າງໜຶ່ງ.

ກ. ເຫດພາຍນອກ 4 ໄດ້ແກ່.
1. ອັຕຕານຸວາທະພະຍັງ : ກົວຕໍ່ການຖຶກຕິຕຽຮຕົນດ້ວຍຕົນເອງ.
2. ປະຣະວາທານຸພະຍັງ : ກົວຕໍ່ການຖືກຕິຕຽນຕົນຈາກຜູ້ອື່ນ.
3. ທັນທະພະຍັງ : ກົວຕໍ່ຣາຊະທັນ ຄື ກົດໝາຍບ້ານເມືອງ.
4. ທຸຄຄະຕິພະຍົງ : ກົວຕໍ່ໄພໃນອະບາຍພູມ.

ຂ. ເຫດພາຍໃນ 8 ໄດ້ແກ່
1. ກຸລະ : ລະອາຍບາບ ກົວບາບໂດຍຄໍານຶງເຖິງກະກູນຂອງຕົນ.
2. ວະຍະ : ລະອາຍບາບກົບບາບ ໂດຍຄໍານຶງເຖິງວັຂອງຕົນ.
3. ພາຫຸສັຕຈະ : ລະອາຍບາບກົວບາບ ໂດຍຄຊານຶງເຖິງການສຶກສາຂອງຕົນ.
4. ຊາຕິມະຫັຕຕະ : ລະອາຍບາບກົວບາບໂດຍຄໍານຶງເຖິງຊາດອັນປະເສີດຂອງຕົນ.
5. ສັຕຖຸມະຫັຕຕະ : ລະອາຍບາບກົວບາບໂດຍຄໍານຶງເຖິງພຣະພຸດທະເຈົ້າ ບິດາ ມາຣດາ ຄຣູ ອາຈານ.
6. ທາຍັຊຊະມະຫັຕຕະ : ລະອາຍບາບກົວບາບໂດຍຄຳນຶງເຖິງ ມໍຣະດົກຂອງພຣະພຸດທະເຈົ້າ ຂອງບິດາ ມານດາ ເຊິ່ງຕົນເອງຈະຕ້ອງໄດ້ ຮັບມໍຣະດົກນັ້ນ.
7. ສະພຣົມມະຈາຣິມະຫັຕຕະ : ລະອາຍບາບກົວບາບໂດຍຄໍານຶງເຖິງ ເພື່ອນທີ່ດີເຄີຍຄົບມາ.
8. ສູຣະພາວະ : ລະອາຍບາບກົວບາບໂດຍຄໍານຶງເຖິງ ຄວາມກ້າຫານ ແລະຄວາມສະຫງົບສະຫງຽມຈຽມຕົວຂອງຕົນ.

No comments:

Post a Comment