Thursday 12 May 2011

ວິສາຂະບູຊາວັນບຸນວັດທະນະທັມລາວ ວັນສຳຄັນສາກົນແຫ່ງໂລກ

. ຄວາມເປັນມາຂອງວັນວິສາຂະບູຊາໃນລາວ.
- ວັນບຸນວິສາຂະບູຊາ ໄດ້ປາກົດຢ່າງຈະແຈ້ງໃນຮີດ 12 ອັນເປັນແມ່ບົດທາງວັດທະນະທັມລາວ ເຊິ່ງທາງຣາຊະການໃນອານາຈັກລ້ານຊ້າງ ໄດ້ກໍານົດເອົາວັນສໍາຄັນທາງສາສນາ ເປັນວັນທີ່ຊາວລ້ານຊ້າງໄດ້ປະພຶດປະຕິດບັດຕາບເທົ້າທຸກວັນນີ້ ຊາວລາວໃນຂອງເຂດທົ່ວປະເທດ ທີ່ເປັນຊາວພຸດ ໄດ້ສືບທອດປະຕິບັດມາ ໂດຍປະເພນີ ເຊິ່ງຊາວພຸດລາວທັງມວນໃຜໆ ກໍຮັບຮູ້ຄວາມໝາຍຄວາມຄໍາຄັນຂອງວັນດັ່ງກ່າວ ທັງຍັງໄດ້ສືບທອດປະຕິບັດຢ່າງສະໝໍ່າສະເໝີໂດຍບໍ່ລະຮີດໃຫ້ໝອງ ບໍ່ລະຄອງໃຫ້ເສົ້າ ເຖິງແມ່ນວ່າໃນຍາມປະເທດຊາດຢູ່ໃນພາວະສົງຄາມ ຫຍຸ້ງຍາກເໝືອນໃນອະດີດຜ່ານມາ ມາຮອດປັດຈຸບັນປະເທດຊາດ ແລະປະຊາຊົນລາວແມ່ນຢູ່ໃນພາວະ ການສ້າງສາ ແລະພັດທະນາປະເທດຊາດພັກ-ລັດຖະບານ ແລະອົງການພຸດທະສາສນາຍິ່ງໄດ້ເພີ່ມທະວີວຽກງານດ້ານພຸດທະສາສນາຢ່າງຕັ້ງໜ້າ.
2. ພຸດທະສາສນາເຂົ້າສູ່ດິນແດນລາວ ແລະປະເທດລ້ານຊ້າງ.
- ດິນແດນທີ່ເປັນພາກພື້ນຂອງອະນຸທະວີບອາຊີອາຄະເນນີ້ ເປັນດິນແດນຂອງຊົນຊາດຫຼາຍເຜົ່າຊົນ, ເມື່ອ 2500 ກວ່າປີຜ່ານມາມີນະຄອນລັດຫຼາຍນະຄອນລັດກໍາເນີດ ເກີດຂຶ້ນຕາມສອງຟາກຝັ່ງແມ່ນໍ້າຂອງ ນະຄອນລັດຕ່າງໆເລົ່ານັ້ນ ມີມະຫານະຄອນລັດທີ່ມີອຳນາດຫຼາຍນະຄອນລັດເກົ່າແກ່ ນັກປະຫວັດທັງໃນ ແລະນອກປະເທດ ໄດ້ຍອມຮັບຊື່ນະຄອນລັດເລົ່ານັ້ນວ່າ ມີອາຣະຍະທັມເກົ່າແກ່ທີ່ສຸດ ຄື
ກ. ນະຄອນສີໂຄຕປະປຸຣະ(ນະຄອນສີໂຄດຕະບອງ)
ຂ. ນະຄອນຈັນທະບູຣີ (ວຽງຈັນປັດຈຸບັນ)
ຄ. ນະຄອນຊຽງດົງ, ຊຽງທອງ (ຫຼວງພຣະບາງປັດຈຸບັນ)
ງ. ນະຄອນສຸວັນນະໂຄມຄຳ (ເມືອງຫ້ວຍຊາຍ-ຊຽງແສນ)
ຈ. ນະຄອນລາວະຣັດຖະ (ລົບບູຣີ)
- ບັນດາຫົວເມືອງເລົ່ານີ້ ປັນນະຄອນຣັດບູຮານທີ່ເກົ່າແກ່, ໄດ້ປາກົດຕົວໃນດິນແດນນີ້ມາຍາວນານ ມີຫຼັກຖານທາງປະຫວັດສາດທີ່ເປັນລາຍລັກອັກສອນ ປະເພດຕຳນານ ແລະຫຼັກຖານທາງວັດຖຸຫຼວງຫຼາຍພາຍມາກ, ນະຄອນລັດເລົ່ານີ້ ໄດ້ກາຍມາເປັນດິນແດນຂອງຊົນຊາດລາວ ທີ່ເປັນເຈົ້າຂອງ ເຖິງບາງສ່ວນຈະກາຍເປັນດິນແດນຂອງຊາດ ອື່ນໄປແລ້ວ ແຕ່ຊົນຊາດທີ່ເປັນເຈົ້າຂອງດິນແດນເລົ່ານັ້ນກໍເຕັມໄປດ້ວຍຊົນຊາດທີ່ເປັນເຊື້ອສາຍໄທລາວຢູ່ຢ່າງນັ້ນ.
- ຈຳເດີມແຕ່ 45 ປີກ່ອນຄິດຕະສັງກາດນັ້ນ ມາຮອດປີນີ້ ພຣະພຸດທະສາສນາກໍາເນີດຂຶ້ນມາແລ້ວໃນໂລກ 2599 ປີ, ແນວທາງຄຳສອນຂອງພຣະພຸດທະສາສນາ ໄດ້ຂະຫຍາຍຕົວໄປສູ່ດິນແດນແວ້ນແຄວ້ນຕ່າງໆໃນໂລກ ໄດ້ກ່າຍເປັນສາສນາທີ່ສໍາຄັນ ແລະມີປະໂຫຍດຫຼວງຫຼາຍພາຍມາກຕໍ່ຈິດວິນຍານຂອງມວນມະນຸດສະຍະຊາດ,
- ການເຂົ້າມາຂອງພຣະພຸດທະສາສນາໃນອະນຸພາກພື້ນນີ້ນັ້ນ ປະຫວັດສາດໃນຍຸກຂອງຕໍານານ ທີ່ປະກົດຕົວໃນເລື່ອງອຸຣັງຄະນິທານໄດ້ຢັ້ງຢືນວ່າພຣະພຸດທະສາສນາ ເຂົ້າມາຍັງນະຄອນສີໂຄຕະປຸຣະ ໃນປີ ພ.ສ 8 ຫຼັງຈາກພຣະພຸດທະເຈົ້າປະຣິນິພານແລ້ວ 8 ປີ, ຕໍ່ຈາກນັ້ນພຸດທະສາສນາກໍໄດ້ປະກົດຕົວໃນນະຄອນຈັນທະບູຣີ ໃນປີ ພ.ສ 236, ໃນຫຼັກຖານຕໍານານດຽວກັນຍັງໄດ້ກ່າວເຖິງນະຄອນລາວະຣັດຖະດ້ວຍ, ນອກຈາກນີ້ສຸວັນນະໂຄມຄໍາ ແລະຊຽງດົງຊຽງທອງ ກໍປາກົດຫຼັກຖານພຸດທະສາສນາ ໃນຍຸກຕໍ່ເນື່ອງ ແລະສືບທອດກັນນັ້ນ
- ຕາມການຄົ້ນຄວ້າຢັ້ງຢືນຂອງນັກປະຫວັດສາດສາສນາໄດ້ຍອມຮັບເປັນເອກະສັນວ່າ ພຣະພຸດທະສາສນາເຂົ້າມາສູ່ດິນແດນນີ້ແລ້ວ ເຖິງ 2 ຍຸກ ຄື ຍຸກສີໂຄຕະປຸຣະ ແລະຍຸກຈັນທະບູຣີ ກ່ອນທີ່ຍຸກແຫ່ງປະຫວັດສາດຂອງຊາດລາວຈະປະກົດຕົວຢ່າງເດັ່ນຊັດ ໃນປີ ພ.ສ 1902 ຫຼັງຈາກທີ່ພຣະບາດສົມເດັດພຣະເຈົ້າຟ້າງຸ່ມມະຫາຣາດ ໄດ້ສາະຖາປານາມະຫາອານາຈັກລ້ານຊ້າງໃຫ້ເຂັ້ມແຂງ ແລະກວ້າງກວ້າງຂວາງນັ້ນ, ພຣະພຸດທະສາສນານິກາຍເຖຣະວາດ ລັດທິລັງກາວົງ ກໍໄດ້ເຂົ້າມາແທນທີ່ສາສນາພຸດ ແບບເດີມ ແລະຕັ້ງໝັ້ນໃນນະຄອນຊຽງດົງຊຽງທອງ ແລ້ວກໍແຜ່ຂະຫຍາຍໃນຂອບເຂດຣາຊະສີມາແຫ່ງອານາຈັກລ້ານຊ້າງຢ່າງກວ້າງຂວາງ.
- ນັບແຕ່ນັ້ນມາທາງມະຫາອານຈັກລ້ານຊ້າງ ແລະຫົວເມືອງໃນກໍາກັບລ້ານຊ້າງ ໄດ້ຍອມຮັບນັບຖືພຣະພຸດທະສາສນາຢ່າງເປັນເອກະສັນ ເຖິງເຊິ້ງເຮົາເຫັນໄດ້ຈາກຫຼັກຖານ ທາງຮູບປະທັມ ແລະນາມະທັມ ທີ່ປະກົດຕົວໃນວິຖີຊີວິດຂອງຊາວລ້ານຊ້າງ ຫຼືຊາວລາວເຮົາເລື້ອຍມາຕາບເທົ້າປັດຈຸບັນ, ສະນັ້ນ ວິຖີຊີວິດຈອງຊາວພຸດລາວນັ້ນ ຈຶ່ງແບບແຜນ ແລະບໍຣິບົດເຕັມໄປດ້ວຍແບບແຜນພຸດທະສາສນິກະຊົນ ໃນຮອບ 12 ເດືອນຂອງປີໜຶ່ງ ຊາວລາວໄດ້ມີຮີດຄອງຂອງຕົນ 12 ຮີດຄອງທີ່ເຮົາຮຽກວ້າຮີດສິບສອງດ ຮີດສິບສອງນີ້ລ້ວນແຕ່ແມ່ນຮີດທາງພຸດທະສາສນາ ໄດ້ກາຍເປັນແມ່ແບບທາງວັດທະນະທັມລາວ ສະນັ້ນຈຶ່ງເວົ້າໄດ້ຢ່າງທະນົງອົງອາດວ່າ ຄົນລາວເປັນຊາດພຸດ,
- ພຸດທະສາສນາ ເປັນສາສນາຂອງຊາດລາວ ຄົນລາວໄດ້ຕິດພັນກັບພຸດທະສາສນາມາຕັ້ງແຕ່ກໍາເນີດຊາດ, ໃນວິຖີຊີວິດຂອງຄົນລາວກໍເຊັ່ນດຽວກັນ ນັບແຕ່ມື້ເກີດຄົນຮອດມື້ຕາຍ ນັບແຕ່ຕື່ນຈົນຮອດເຂົ້ານອນ ລ້ວນແຕ່ແມ່ນປະຕິບັດຮີດຂອງຕົນຕາມແບບແຜນພຣະພຸດທະສາສນາ, ບໍ່ວ່າຍາມປະເທດຊາດຈະເລີນຮຸ່ງ ເຮືອງ ຫຼືປະເທດຊາດຕົກຢູ່ໃນພາວະຍຸ້ງຍາກ ຊາວລາວບໍ່ໄດ້ປະລະວັດວາພຸດທະສາສນາ.
- ໂດຍສະເພາະແລ້ວ ຮອດວັນເພັງເດືອນ 6 ຫຼືວ່າເດືອນວິສາຂະບູມາດນັ້ນ ຊາວພຸດລາວທົ່ວປະເທດ ບໍ່ວ່າບ້ານນອກ ແລະໃນເມືອງ ບໍ່ວ່າບ້ານນນ້ອຍ ຫຼືບ້ານໃຫຍ່ ຊາວພຸດລາວ ໄດ້ພາກັນລັ່ງໄຫຼເຂົ້າໄປສູ່ວັດ ເພື່ອເຮັດບຸນວິສາຂາບູຊາ ດ້ວຍການຕັ້ງບາດ ສັງຄະທານ ແລະກິດຈະກັມຕ່າງໆຕາມທ້ອງຖິ່ນ ໂດຍບໍ່ໄດ້ນັດໝາຍກັນ ຫຼືອອກບັດຂ່າວບັດເຊີນ ເໝືອນກັບປາງບຸນອື່ນໆນອກຈາກໃນຮີດ 12, ກິດຈະກັມນີ້ ສໍາລັບຊາວພຸດລາວແລ້ວ ຖືວ່າເປັນສະຕິຂອງສັງຄົມໄປເລີຍ, ດັ່ງເຮົາຈະສັງເກດໄດ້ ຢູ່ບ້ານນອກຂອກຄາເມ ຈະບໍ່ມີປະຕິທິນ ຜູ້ເຖົ້າຊາວບ້ານເຂົາຈະເບິ່ງເດືອນ ແລ້ວນັບມືເອົາ ເຂົາຈະຮູ້ໂລດວ່າວັນຕໍ່ໄປຂ້າງຂ້າງເປັນວັນສິນ, ຕົກຕອນບ່າຍແລ້ວ(ປັດຈຸບັນຍັງ ປະຕິບັດກັນຢູ່ໃນບາງໝູ່ບ້ານສັງຄົມຊົນນະບົດ) ເຖົ້າແກ່, ໜູ່ມສາວ, ບາງຜ່ອງກໍໄປແຫ່ຕົ້ນກັນຫຼອນໃສ່ຫົວວັດຕ່າງໆທີ່ເຄີຍພົວພັນກັນມາກ່ອນ ໃນຂອບເຂດໃກ້ຄຽງ, ອອກປ່າໄປຫາເກັບດອກໄມ້ ຕົກຕອນແລງຄໍ່າແລ້ວລົງວັດໄປວຽນທຽນ ຟັງທັມ ທີວັດຈົນເດີກ, ສໍາລັບພຣະສົງເອງ ກໍມີກິດຈະກັມລົງອຸໂປສົດ, ໃນວັນນີ້ ບາງທ້ອງຖິ່ນ ກໍໄດ້ຈັດງານສູດດວງເມືອງ ແລະວັນນີ້ ກໍເປັນວັນເອົາພຣະທີ່ເອົາລົງສົງແຕ່ວັນສັງຂານລ່ວງພຸ້ນ ສ່ວນໜຶ່ງຍັງປະໄວ້ທີ່ຮ້ານສົງ ເອົາຂຶ້ນສູ່ສາລາ ວິຫານ ແລະສິມ ວັນນີ້ ຈຶ່ງໄດ້ຊື່ໜຶ່ງອີກວ່າວັນເອົາພຣະຂຶ້ນ.
- ຮີດເດືອນຫົກ ທີ່ປາກົດໃນຮີດ 12 ເດືອນນັ້ນ ເປັນປະເພນີຂອງຊົນຊາດລາວ ທີ່ສືບທອດມາເປັນປະເພນີ ແລະກາຍເປັນໜຶ່ງໃນວັດທະນະທັມຂອງຊາດລາວ ໄດ້ສືບທອດ ປະຕິບັດມາບໍ່ຂາດໄລຍະ ປັດຈຸບັນນີ້ບ້ານເມືອງລາວຕົກເຂົ້າຍຸກພັດທະນາ ປະຊາຊົນໃຜໆກໍພໍຢູ່ພໍກິນດ້ານເສດຖະກິດ ບຸນວິສາຂາບູຊາກໍໄດ້ສືບທອດປະຕິບັດມາທຸກໆປີ ບໍ່ໄດ້ຂາດ ມາໄລຍະຫຼັງໆນີ້ ບຸນໃນຮີດ 12 ລວມທັງບຸນວິສາຂະບູຊາເຫັນວ່າປະຊາຊົນຍິ່ງເພິ່ມຂື້ນຊັກໃຊ້.
- ການສະຫຼອງວັນວິສາຂາບູຊາ ທີ່ຈັດຂຶ້ນທີ່ເດິ່ນພຣະທາດຫຼວງນີ້ ຖືວ່າເປັນຈັດຂຶ້ນຕາມກົດບັດສະຫະປະຊາຊາດ ເພື່ອສະຫຼອງການທີ່ອົງການສະຫະປະຊາຊາດ ໄດ້ກຳນົດ ໃຫ່້ວັນວິສາຂະບູຊາ ເປັນວັນສໍາຄັນສາກົນຂອງໂລກນັບແຕ່ປີ 1999 ເປັນຕົ້ນມາ, ຢ່າງໃດກໍຕາມ ການຈັດບຸນວິສາຂະບູຊາແບບໃຫຍ່ໆ ແລະທາງການເຊັ່ນນີ້ ບໍ່ແມ່ນວ່າ ຈະຈັດຂຶ້ນຄັ້ງນີ້ເປັນຄັ້ງແຮກ ໃນນະຄອນຫຼວງວຽງຈັນແມ່ນຈັດຂຶ້ນມາແລ້ວແຕ່ປີ 2004 ເປັນຕົ້ນມາ ແຕ່ຈັດທີ່ວັດເທບນິມິດທາດຝຸນ ແລະຈັດຂຶ້ນໃນລະດັບກໍາແພງ ແຕ່ມາຮອດປີນີ້ ແມ່ນວ່າທາງສູນກາງອົງການພຸດທະສາສນາ ແລະລັດຖະບານ ສປປ.ລາວ ໄດ້ສ້າງຫໍທັມມະສະກາສໍາເລັດ ແລະເດີ່ນກໍກວ້າງແລ້ວ ຈຶ່ງຈັດຂຶ້ນຄັ້ງນີ ເປັນຄັ້ແຮກ ທີ່ຈັດໃນລະດັບປະເທດ.
- ຢ່າງໃດກໍຕາມ ວັນວິສາລະບູຊານັ້ນ ຊາວລາວຮູ້ຈັກມາແຕ່ເສະໄໝອານາຈັກລ້ານຊ້າງພຸ້ນ ການເຮັດບຸນໃນວັນດັ່ງກ່າວແມ່ນ ເພື່ອສະຫຼອງເຫດການໃຫຍ່ 3 ເຫດການ ກ່ຽວກັບຊີວິດອົງສົມເດັດພຣະສັມມາສັມພຸດທະເຈົ້າ ຄື:
1. ວັນປະສູດ
2. ວັນຕັດສະຮູ້
3. ວັນປະຣິນິພພານ
- ທັງສາມວັນນີ້ ນັບວ່າເປັນວັນມະຫັດສະຈັນ ຂອງອົງສົມເດັດພຣະສັມມາສັມພຸດທະເຈົ້າ ເຊິ່ງເປັນສາດສະດາເອກຂອງໂລກ ເຊິ່ງຫາສາດສະດາໃດ ຫຼືບຸກຄົນໃດໃນໂລກສະເໝີເໝືອນໄດ້, ຄວນທີ່ຊາວພຸດລາວ ແລະຊາວພຸດທົ່ວໂລກ ຈົ່ງທໍາບຸນກຸສົນ ແລະສ້າງຄວາມຖວາຍແດ່ອົງສົມເດັດພຣະສັມມາສັມພຸດທະເຈົ້າຂອງ ເຮົາເຖີ້ນ ເພື່ອຄວາມສະຫວັດສະດີ ເພື່ອຕັ້ງຕົນຢູ່ໃນຄວາມບໍ່ປະໝາດເຖີ້ນ ສາທຸ ສາທຸ ສາທຸ ອະນຸໂມທາມິ.

No comments:

Post a Comment