Sunday 10 January 2016

ສີລນຳສຸກມາໃຫ້ຕາບເທົ້າຊະຣາ

ພຸດທະພົດ
- ສຸຂັງ ຍາວະ ຊະຣາ ສີລັງ (ສິລນຳສຸກມາໃຫ້ຕາບເທົ້າຊະຣາ)
ທີ່ມາ: ຂຸທທະກະນິກາຍ ທັມມະບົດ.

ອະທິບາຍ:
- ສີລ ແປວ່າໜັກ ແປວ່າໝັ້ນຄົງ, ສີລມີຫຼາຍປະເພດ ໂດຍຍິ່ງແລະໂດຍຢ່ອນກວ່າກັນໃນລັກສະນະການປະຕິບັດ ຄື ຈຸລສິລ ໄດ້ແກ່ສິລ 5 ມັດຊິມະສີລ ໄດ້ແກ່ສີລ 8 ແລະສິລ 10 ມະຫາສິນ ໄດ້ແກ່ສິລ 227 ແລະ 311 ເພື່ອນຳອັດທະຍາໄສ ຫຼືຄວາມພ້ອມຂອງຜູ້ປະຕິບັດຕາມຂັ້ນໃຫ້ບໍລິສຸດຜ່ອງໃສ ແລະປານີດຂຶ້ນໂດຍລຳດັບ ຫຼືພູມທັມຶນເປັນເບື້ອງຕົ້ນ ຫຼືພື້ນຖານແຫ່ງຄຸນທັມເບື້ອງສູງ ແລະຍັງນຳສຸກມາໃຫ້ແກ່ຜູ້ປະພຶດປະຕິບັດ ສູກອັນ້ກີດຈາກການຮັກສາສີລນັ້ນ ໄດ້ແກ່ການບໍ່ຢ້ານກົວໂທດ ແຫ່ງການປະພຶດຊົ່ວ ບໍ່ຕ້ອງຕົກອະບາຍມີນະຣົກເປັນ

- ສີລ ເປັນຂໍ້ວັດປະຕິບັດ ເພື່ອຮັກສາກາຍ ແລະວາຈາໃຫ້ເປັນປົກກະຕິ ທັມມະຊາດ ສີລເປັນເຄື່ອງປ້ອງກັນໄພຕ່າງໆນານາ ຜູ້ຮັກສາສີລຍ່ອມບໍ່ກໍ່ເວນ ມີກາຍ ວາຈາ ສະຫງົບປົກກະຕິ ບໍ່ຝັ່ນເຟືອນເມື່ອໄພມາ ຜູ້ປະຕິບັດສີລ ຍ່ອມຮັບຄວາມສູກທັງກາຍໃຈຕາບເທົ້າຊີວິດ.

No comments:

Post a Comment