ບັນທຶກຄວາມຝັນ
(ຈົ່ງອ່ານໂດຍພິຈາລະນາ ຮູ້ສະເພາະບຸກຄົນ)
-------------------------
ຄວາມຝັນນີ້ ເປັນຄວາມຝັນຈິງເພາະຜູ້ກ່ຽວເອງຝັນ
ແລະການຝັນນີ້ໃຜໆກໍເຄີຍໄດ້ຝັນມາດ້ວຍກັນທັງນັ້ນ, ແຕ່ຄວາມຝັນນັ້ນຈິງກໍອາດເປັນໄປໄດ້ ແລະບໍ່ຈິງກໍເປັນໄປໄດ້ອັນນີ້ບໍ່ຢືນຢັນ ເຫດທີ່ບໍ່ຢືນຢັນນັ້ນ ເພາະຄວາມຝັນມັນເປັນອະຈິນໄຕຮູ້ໄດ້ສະເພາະບຸກຄົນເທົ່ານັ້ນ ຄົນອື່ນບໍ່ອາດຮັບຮູ້ນຳ ແຕ່ຢ່າງໃດກໍຕາມຫາກຄົນຮູ້ ແລະເຂົ້າໃຈກໍເປັນເລື່ອງດີ
ບັງເອີນຄົນບໍ່ຮູ້ບໍ່ເຂົ້າໃຈກໍຫາວ່າບ້າ ຫຼືນຳຄວາມ ໄຮ້ສາລະມາບອກໃຫ້ຄົນອື່ນ ກໍອາດກາຍເປັນ ເລື່ອງບໍ່ດີແກ່ຜູ້ເວົ້ານັ້ນໂດຍກົງ ແຕ່ຢ່າງໃດກໍຕາມ ໃນເລື່ອງນີ້ຜູ້ຂຽນຕັດສິນໃຈແລ້ວວ່າ ຈັກຕ້ອງເຜີຍແຜ່ໃຫ້ຄົນຮູ້ນຳ
ໃຜຈະເຊື່ອບໍ່ເຊື່ອ ຫຼືຈະຄິດຢ່າງໃດກໍເປັນໄປຕາມສິດທິຂອງໃຜມັນຕາມທຳມະນູນ.
(ຄຳເຕືອນ ການຂຽນເລົ່າເລື່ອງຄວາມຝັນຕ່າງໆນີ້ ບໍ່ແມ່ນອວດວິເສດໃດໆທັງສິ້ນ ພຽງແຕ່ຄວາມຝັນບາງປະການ ທີ່ເຫັນວ່າບໍ່ເປັນການເສັຍຫາຍ ຈຶ່ງນຳມາເລົ່າໄວ້ໃຫ້ຄົນທັງຫຼາຍຮູ້ເທົ່ານັ້ນ)
ຄວາມຝັນເລື່ອງທີ 1
ຄວາມຝັນເລື່ອງທີ່ 1 ເປັນຄວາມຝັນຄືນວັນເຂົ້າພັນສາແລ້ວ 1 ວັນ ເປັນວັນແຮມ 1 ຄ່ຳເດືອນ 8 (2009)
ກາງຄືນວັນນັ້ນ ສະພາບຮ່າງກາຍເມື່ອຍຫຼາຍ ເໝືອນໄຂ້ ແຕ່ບໍ່ແມ່ນຕົວຮ້ອນ ມີຈົວ 2 ອົງ ແລະພຣະອາຈານພໍ່ເຖົ້າມານອນເຝົ້າ ທີ່ຫ້ອງພຣະຄວາມຝັນກໍຝັນໄປວ່າ.
ຕົນເອງຮູ້ສຶກວ່າຈະໄປສະຫວັນ ແຕ່ວ່າຕົນເອງປະກົດຢູ່ອຸມຸງແຖວຫຼັງພຣະທາດຫຼວງເບື້ອງຕາເວັນອອກ ເໝືອນກັບໄດ້ນັ່ງສິ່ງທີ່ຄ້າຍເຮືອຄຳ ໃນອຸມຸງນັ້ນຜ່ານມາທາງສະໜາມກິລາທາດຫຼວງກາງ ນອກບ້ານພັກແກ້ວພິລາ(ຄວາມຮູ້ສຶກເປັນເຊັ່ນນັ້ນ ກໍຜ່ານມາທາງ ວັດວຽງຈະເລີນ ຮ່ອງແຊງໄປຮອດນອກທົ່ງນາວັດໂພນພຣະເນົາ ຍິນສຽງພຣະອາຈານໃຫຍ່ຈະຣຸນ ວະຊິຣະຣັງສີ ຖາມວ່າ ພໍ່ຂອງຄູບາຊື່......ບໍ ?, ກໍຕອບພຣະອາຈານວ່າແມ່ນ(ບໍ່ເຫັນຕົວພຣະອາຈານໃຫຍ່ ຍິນແຕ່ສຽງ) ພໍ່ຂອງຄູບາ ເປັນຄົນເກົ່າສະໄໝສ້າງພະທາດຫຼວງ ເພິ່ນວ່າຈັງຊັ້ນ, ເຮືອຄຳນັ້ນໄດ້ພາອາຕະມາໄປຕາມອຸມຸງນັ້ນ ສວຍງາມ ບໍ່ມີຫຍັງເປັນອຸປະສັກ, ຮູ້ສຶກວ່າ (ໄປຮອດບ້ານສ້າງຫີນ ຫຼັກ15 ສະໜາມກີລາຊີເກມ ທາງໃນບ່ອນໂຮງຮຽນບ່ອນຕົ້ນໄມ້ໃຫຍ່ນັ້ນ) ດ້ານໃນບ້ານນັ້ນ ອຸມຸງແບ່ງເປັນ 3 ແຍກ ແຍກໜຶ່ງໄປທາງເໜືອ ທາງບ້ານໄຊດອນໜູນ, ແຍກໜຶ່ງໄປທາງຖະໜົນ ຂ້າມຖະໜົກເລກທີ 13 ໄປ ແຕ່ທາງນີ້ມືດຄ້າຍກັບຖືກຕັນດ້ວຍດິນ, ອີກແຍກໜຶ່ງລອດກ້ອງສະໜາມຊີເກມ ມີສຽງບອກວ່າໃຫ້ເດີນທາງຕໍ່ ອຸມຸງລົງໄປທາງໃຕ້ ເສັ້ນນີ້ແຈ້ງມີແສງສະຫວ່າງ ແລະງາມດີ ຍານຄ້າຍຄືເຮືອນັ້ນ ກໍໄປທາງສະໜາມຊີເກມ ເມື່ອໄປຮອດ ກາງສະໜາມຮູອຸມຸງຖືກຕັນ, ເພາະເຫັນເໝືອນກັບໄຍຫີນຄ້າຍກັບ ຫີນຍ້ອຍໃນຖໍ້າຕັນໄວ້ ເປັນຊັ້ນໆ ມີເຄືອໄມ້ປົ່ງຕັນ ໄປສ່ອງເບິ່ງເຫັນເປັນເຊັ່ນນັ້ນ ຍາວຢຽດຕາມອຸມຸງໄປໄກ ມີສຽງບອກວ່າ ຖ້າຈະໄປກໍໄດ້ ແຕ່ຕ້ອງໄດ້ລອດສິ່ງກີດກັນນີ້ໄປ ແຕ່ຈະຊ້າ, ໃນໃຈກໍບໍ່ໄດ້ຄິດຫຍັງ ຄິດແຕ່ພຽງວ່າຢາກໄປເບິ່ງໃຫ້ຄັກໆວ່າ ສິ່ງທີ່ຕັນນັ້ນແມ່ນຫຍັງ ທັນໃດນັ້ນ ຍິນສຽງພຣະອາຈານໃຫຍ່ທັງຫຼາຍທີ່ອາຕະມາເຄົາຣົບ ເຊັ່ນພຣະອາຈານຈະຣຸນ ພຣະອາຈານບົວຄຳ ພຣະອາຈານໃຫຍ່ຊາລີ ພຣະອາຈານໃຫຍ່ວິຈິດ ພຣະອາຈານໃຫຍ່ຊາໂງນ ແລະພຣະອາຈານອົງອື່ນໆ(ບໍ່ເຫັນຕົວ ຍິນແຕ່ສຽງຮ້ອງບອກວ່າ ບໍ່ຕ້ອງໄປກັບມາ" ທັນໃດນັ້ນ ພຣະອາຈານກໍກັບຄືນ ແລະກໍຕື່ນຂຶ້ນມາ.
(ສະພາບຮ່າງກາຍຂອງພຣະອາຈານຂະນະນັ້ນ ຄື ເມື່ອຍ ແລະເຈັບແອວຫຼວງຫຼາຍ ທາງແພດກໍມາກວດ ສຸຂະພາບ ແລະສີດຢາໃຫ້ ແລະກໍຕອນຮັບຍາດໂຍມ ແລະໄປສອນໜັງສືຕາມປົກກະຕິ ຕ່າງແຕ່ເມື່ອຍ ແລະເຈັບແອວ)
ຄວາມຝັນເລື່ອງທີ 2 ແຮມ 8 ເດືອນແປດ ປີ 2009
ມະນຸດໂລກພະອັງຄານສັ່ງເຕືອນມະນຸດໂລກ
-------------------------
ເລື່ອງມີຢູ່ວ່າ
ຫຼັງຈາກເຂົ້າພັນສາປີ 2009 ເປັນຕົ້ນມາ ຜູ້ຂຽນມັກຈະເມື່ອຍໆ ແລະຢາກນອນແຕ່ ກໍມີໂອກາດໄດ້ນອນເວັນ
ເພາະມີແຂກປະຈຳ ບາງວັນກໍໄປສອນໜັງສືທີ່ວິທະຍາໄລ, ຕົກກາງຄືນມັກຈະຝັນໄປທີ່ຕ່າງໆ ຄວາມ ຝັນມັກຈະໄປສະຫວັນ ແຕ່ບໍ່ທັນໄປຮອດສະຫວັນກໍມັກຈັກຕື່ນ, ແຕ່ລະວັນຂອງວັນເຂົ້າພັນສາ ມີການໄຫວ້ພຣະເຊົ້າ ແລະໄຫວ້ພຣະແລງ ຫາກວັນໃດເປັນວັນສິນມີພໍ່ອອກສອງຄົນມານອນວັດ ມານອນຈຳສິນວັດ
ຕອນແລງມັກຈະພາພຣະ-ເນນ ແລະຍາດໂຍມນັ່ງສະມາທິບໍ່ຂາດ.
ຕົກມາຄືນ ກົງກັບແຮມ ໘ ຄໍ່າເດືອນ ໘ ວັນນັ້ນ, ບໍ່ຮູ້ເປັນຄວາມຝັນທີເທົ່າໃດ ຝັນຄັ້ງນີ້ຖືວ່າແປກ ຈຶ່ງຢາກຈະເລົ່າໃຫ້ຟັງເທົ່າທີ່ຈື່ (ຄວາມຈິງຝັນກ່ຽວພັນກັບສະຫວັນແທບທຸກຄືນ ແຕ່ຂໍເວົ້າສະເພາະທີ່ສາມາດເປັນ ສະຕິເຕືອນໃຈແກ່ມະນຸດດ້ວຍກັນໄດ້ເທົ່ານັ້ນ).
ຄືນນັ້ນ
ຝັນໄປວ່າຕົນເອງໄປສະຖານທີ່ແຫ່ງໜຶ່ງເຊິ່ງເປັນສະຖານທີ່ທີ່ບໍ່ຄຸ້ນເຄີຍປານໃດ ແຕ່ຮູ້ໂດຍມີສຽງຄົນບອກວ່າ
“ທີ່ນີ້ເປັນພູມມະເທວະດາ” ເຊິ່ງເປັນສະຖານທີ່ຢູ່ໃກ້ມະນຸດທີ່ສຸດ, ສະພາບຂອງສະຖານທີ່ນັ້ນກວ້າງໃຫຍ່
ເປັນເດີ່ນບໍ່ຮາບພຽງ ຂຽວງາມ ມີລຳທານ ແລະຕົ້ນໄມ້ ຖະໜົນດິນ ແລະມີລັກສະ ນະຄ້າຍຫີນອ່ອນ ມອງໄປໃນເດີ່ນທົ່ງກວ້າງຄ້າຍສະໜາມກ໊ອບ ຫຼືສວນອຸທະຍານໃນຕ່າງປະເທດ ອັນນັ້ນຈະເປັນຄົນມີແຕ່ຜູ້ງາມໆ ໃບໜ້າມີລັກສະນະຕ່າງກັນເໝືອນກັບມະນຸດນີ້ ນັ່ງຫຼິ້ນ ຍ່າງໄປມາ ຢ່າງສຸກສຳລານແຕ່ບໍ່ຮູ້ວ່າໃຜເປັນໃຜເພາະຢູ່ໃກ, (ຫາກທຽບໃສ່ສະຖານທີ່ໃນເມືອງລາວແລ້ວ ເໝືອນກັບ ພູພຽງຊຽງຂວາງ
ເພາະມີເດີ່ນຫຍ້າ ແລະເປິ້ນພູ ແຕ່ງາມກວ່ານັ້ນ ເນື່ອງຈາກວ່າສະພາບທົ່ວໄປເປັນ ສີຂຽວສົດ ຫຼືໃນຮູບທີ່ຮຽກ ວ່າສະວິດເຊີແລນ)
ໃນຂະທີ່ໄປເຖິງນັ້ນ
ຮູ້ສຶກວ່າມີແຕ່ຕົນເອງຄົນດຽວ ຍ່າງໄປໃນເສັ້ນທາງທີ່ປູດ້ວຍຫີນອ່ອນ ສະພາບທາງທັງໝົດ ທີ່ເຫັນລ້ວນແຕ່ປູດ້ວຍຫີນອ່ອນ.
ຂະນະນັ້ນເອງຢູ່ທາງດ້ານຂວາມື ຮູ້ສຶກວ່າມີຍານລຳໜຶ່ງເຫາະມາ ຫຼຽວເຫັນເໝືອນລົດມ້າຂອງພຣະເວດສັນດອນ ໃນຮູບແຕ້ມພຣະເວດກັນທານະຂັນ ເມື່ອຍານຈອດແລ້ວ ຍານນັ້ນຫາຍໄປ ເຫັນແຕ່ຜູ້ຊາຍປາກົດຕົວຄົນດຽວ ມີຮູບຊົງທີ່ງົດງາມ
ບໍ່ສູງບໍ່ຕ່ຳປານໃດຍົກປະນົມແລ້ວ ໄດ້ຮ້ອງຖາມຜູ້ຜູ້ຂຽນວ່າ:
ຄົນທີ່ຂີ່ຍານມາຖາມວ່າ:
ພຣະອາຈານຊິນິມົນໄປໃສ ?
ໃນຄວາມຝັນບອກວ່າ:
ຊິໄປສະຫວັນ ແລະທ່ານເດມາຈາກໃສ ? ຜູ້ຂຽນຖາມຄືນ.
ເຂົາຄົນນັ້ນ
ກໍຕອບຜູ້ຂຽນວ່າ: ຂ້ານ້ອຍມາຈາກດາວພະອັງຄານ.
ຜູ້ຂຽນຖາມເຂົາວ່າ:
ທ່ານຊິໄປໃສ ?
ເຂົາຕອບວ່າ:
ຂ້ານ້ອຍຊິໄປທ່ຽວເມືອງສະຫວັນ ເລີຍມາທ່ຽວເມືອງມະນຸດກ່ອນ ຂ້ານ້ອຍທ່ຽວໄປທຽວ ມາລະຫວ່າງເມືອງມະນຸດ ແລະເມືອງສະຫວັນ.
ຜູ້ຂຽນກໍຖາມເຂົາວ່າ:
ເອົາວ໌….ດາວພະອັງຄານກັບສະຫວັນບໍ່ແມ່ນທີ່ດຽວກັນບໍ
?
ເຂົາຕອບວ່າ:
ສະຫວັນກັບດາວພະອັງຄານບໍ່ແມ່ນທີ່ດຽວກັນດອກ, ດາວພະອັງຄານເປັນ ແບບດຽວກັບດາວໂລກມະນຸດ, ຄົນໃນດາວພະອັງຄານມີສະພາບເໝືອນໂລກມະນຸດ
ຫາກພວກເຂົາຕາຍໄປ ເມື່ອເຂົາໄດ້ທຳບຸນ ເຂົາກໍຈະໄດ້ໄປສະຫວັນ ເໝືອນກັນກັບມະນຸດ, ຫາກເຂົາທຳບາບ
ເຂົາຈະໄດ້ໄປເປັນສັດ, ເຜດ, ອະສຸຣະກາຍ ແລະນະຣົກເໝືອນກັນກັບມະນຸດ.
ຜູ້ຂຽນຖາມເຂົາວ່າ:
ທ່ານມາເຮັດຫຍັງເມືອງມະນຸດ ?
ເຂົາຕອບວ່າ:
ມາທ່ຽວເບິ່ງເມືອງມະນຸດຊື່ໆ ແລ້ວຈັ່ງຊິໄປສະຫວັນ.
ຜູ້ຂຽນຖາມເຂົາວ່າ:
ທ່ານມາເຫັນເມືອງມະນຸດແລ້ວບໍ ?
ເຂົາຕອບວ່າ:
ເຫັນແລ້ວ ແລະມາເລື້ອຍໆ.
ຜູ້ຂຽນຖາມເຂົາວ່າ:
ເມືອງມະນຸດເປັນຈັ່ງໃດ ? ເຂົາຕອບຜູ້ຂຽນວ່າ: ເມືອງມະນຸດສັບສົນວຸ້ນວາຍຫຼາຍກວ່າດາວພະອັງຄານ, ຄົນດາວເມືອງພະອັງຄານນັບຖືສາສນາພຸດຢ່າງດຽວ
ແຕ່ເມືອງມະນຸດນັບຖືສາສນາຫຼາຍໂພດ, ຜູ້ທີ່ຖືພຸດທະສາສນາແທ້ໆ ຍັງບໍ່ປະຕິບັດຕາມຄຳສອນຂອງພຸດທະເຈົ້າ,
ມີບາງຄົນອ້າງວ່າຖືຄຳສອນພຣະພຸດທະເຈົ້າແຕ່ກັບໄປເຮັດແບບອື່ນ, ອາໄສຊື່ສາສນາພຸດບັງໜ້າ,
ມີອີກຄົນພວກໜຶ່ງກຳລັງນຳພາມະນຸດໄປທາງຜິດ ກຳລັງຕັ້ງສາສນາໃໝ່ ບິດເບືອນຄຳສອນພຣະພຸດທະເຈົ້າ
ແລະຄົນກຳລັງຫຼົງ ພວກເຂົາ.
ຂ້າພະເຈົ້າຖາມເຂົາວ່າ
ຄົນພວກນັ້ນເປັນໃຜ: ເຂົາຕອບວ່າ ໃຫ້ອາຈານໄປເບິ່ງເອງ ບໍ່ເຫິງທ່ານຈະຮູ້ເອງ, ຄົນພວກນີ້ກຳລັງພາຄົນໜີຈາກສະຫວັນ ລົງອະບາຍໃຫ້ໄປຫາຄຳຕອບເອງ.
ພຣະອາຈານກັບເມືອ
ໃຫ້ບອກສອນມະນຸດໃຫ້ຖືສິນຫ້າໃຫ້ບໍຣິສຸດ ໃຫ້ພວກເຂົາໄຫວ້ພຣະ, ທຳທານຮັກສາສິນ ແລະປະຕິບັດທຳໃຫ້ຖືກຕ້ອງ
ກໍຈະພົ້ນຈາກໄພ ທີ່ຈະເກີດໃນໂລກມະນຸດໄດ້ ທີ່ສຳຄັນໃຫ້ມະນຸດມີປັນຍາຮູ້ຈົກສະພາວະຂອງຕົວເອງ.
ເຂົາຊວນອາຕະມາວ່າ ພຣະອາຈານມານີ້
ຂ້ານ້ອຍຊິພາໄປເບິ່ງນີ້ ເຂົາເວົ້າແລ້ວກໍຢ່າງອອກຈາກທາງໄປເດີ່ນ ເດີນຜ່ານພຸ່ມໄມ້ໄປໄກເຕີບ ແຕ່ວ່າມາເບິ່ງອາຈານເອງແລ້ວຄືບໍ່ໄດ້ຢ່າງ ຄາວໜຶ່ງກໍໄປຮອດແຄມໜອງທີ່ສວຍງາມມີດອກໄມ້ນານາພັນ ສວຍງາມນໍ້ານັ້ນຂຽວມໍຣະກົດ ເມື່ອໄປຮອດແລ້ວເຂົາກໍຍົມແຂນຊ້າຍຂຶ້ນແລ້ວເອົາມື ກວາດໄປໃນອາກາດ ກໍສ່ອງເຫັນເມືອງສວຍງາມ ຖາມເຂົາວ່າເມືອງຫຍັງ ເຂົາຕອບວ່າເມືອງຈັນທະບູຣີເດີມ ຫຼືນະຄອນຫຼວງວຽງຈັນ, ເມື່ອເຫັນວ່າເປັນເມືອງວຽງຈັນຜູ້ຂຽນກໍຕັ້ງໃຈສ່ອງລົງໄປເບິ່ງ ເໝືອນກັບວ່າເຮົາຢືນຢູ່ເທິງ ຕຶກສູງແລ້ວມອງລົງຈະເຫັນຮູບເມືອງ ເມືອງວຽງຈັນໃນຄວາມຝັນນັ້ນຈະສວຍງາມກວ່າຄວາມເປັນຈິງທີ່ສຸດ ມີສວນສາທະລະນະງາມ ບ້ານຄົນແໜ້ນໜາ, ມີຕຶກຕໍ່າເຕັ້ຍ ແລະສູງ ແຕ່ເມືອງນີ້ຈະເປັນສີແດງໆສີຕັບໝູຫຼາຍ, ມີສວນບໍ່ຫຼາຍ ໃນຂະນະນັ້ນເອງເໝືອນວ່າຕົນເອງໄປໃນສ່ວນທີ່ເປັນອຸທະຍານມີຄົນໄປນັ່ງຫຼິນໃນຕັ່ງມ້າ,
ນັ່ງຫຼິ້ນໃນລົດ, ໃນພຸ່ມໄມ້ ແລະໃນກ້ອງເສົາໄຟຟ້າ.
ເຂົາບອກວ່າ ພຣະອາຈານ ຄົນຈຳນວນຫຼວງຫຼາຍເລົ່ານັ້ນ ກໍມີຄົນຈຳນວນໜຶ່ງໄປນັ່ງກອດຊົມ ດົມກັນໃນຣົດ, ໃນກ້ອງເສົາໄຟຟ້າ,
ໃນຕັ່ງມ້າ, ໃນເດິ່ນຫຍ້າ ແລະອື່ນໆ ເຂົາບອກວ່າພຣະອາຈານກັບເມືອ ເມືອງມະນຸດແລ້ວໃຫ້ບອກຄົນຈຳນວນນີ້ແນ່ວ່າ
ຢ່າໃຫ້ພວກເຂົາມາກອດກັນໃນສະຖານທີ່ແບບນີ້ ເທວະດາເຂົາມາຈົດບັນຊີໃດ ? ໃນຂະນະນັ້ນເອງ ກໍເຫັນນາງເທວະດາ ເໝືອນຮູບແຕ້ມສວຍງາມເຫາະມາທາງອາກາດ.
ແລະແລ້ວເຂົາກໍເອົາແຂນຊ້າຍກວາດໄປໃນອາກາດອີກ ຄື ກວາດໄປທາງທິດຕາເວັນອອກນອກບຶງພະທາດຫຼວງ ປາກົດເຫັນຕຶກສູງເກີດຂຶ້ນໃນບຶງພະທາດຫຼວງຫຼາຍ ແລະເປັນຍ່ານໆ ອອກໄປທາງບ້ານໂຊກຄຳ ແລະໄກພຸ້ນຈົນໄປຮອດຖະໜົນ 450 ປີ ຍິ່ງຫຼຽວໄກກໍເຫັນຕົວເມືອງສວຍງາມ ຖະໜົນຫຼາຍສາຍ ແລະມີສະພານທາງດ່ວນ ເຂົາບອກວ່າເປັນເມືອງວຽງຈັນໃໝ່ ເມືອງວຽງຈັນໃໝ່ນີ້ບ້ານເຮືອນບໍ່ໜາແໜ້ນ ມີສີຂຽວງາມດີ.
ຫຼັງຈາກນັ້ນເຂົາກໍພາຍ່າງໄປເບິ່ງຄົນ
ກໍເຫັນຄົນທີ່ຮູ້ໜ້າແນ່ ແລະບໍ່ຮູ້ໜ້າແນ່ ກຳລັງນັ່ງກອດຊົມກັນ ກໍເລີຍຮັບປາກເຂົາວ່າຈະບອກໃຫ້ (ດ້ວຍເຫດຜົນນີ້ເອງ
ຈຶ່ງຈຳຕ້ອງຂຽນບົດຄວາມເລື່ອງນີ້ອອກເຜີຍແຜ່ໃນ ເວບນີ້ ເມື່ອພິຈາຣະນາເບິ່ງແລ້ວ ອາດຊິບໍ່ຜີດສິນທຳປານໃດເພາະວ່າມັນບໍ່ແມ່ນການອວດຕົວເອງວ່າວເສດວິໂສກວ່າຄົນອື່ນພຽງແຕ່ຝັນທຳມະດາ ແລະຖືເປັນເລື່ອງດີທີ່ໄດ້ແບ່ງປະສົບການຄວາມຝັນແປກໆໃຫ້ ພວກເຮົາໄດ້ຮູ້ນຳກັນ)
ກ່ອນຊິກັບເມືອງມະນຸດ
ມະນຸດດາວພະອັງຄານຍັງສັ່ງບອກຢໍ້າວ່າ “ຢ່າລືມບອກມະນຸດໃຫ້ຮັກສາ ສິນຫ້າ ແລະໃຫ້ນັບຖືພຣະພຸດທະສາສນາໃຫ້ຖືກຕ້ອງ
ເພາະມີແຕ່ຄຳສອນຂອງພຣະພຸດທະສາສນາເທົ່ານັ້ນ ຈະຊ່ວຍໃຫ້ບອດພົ້ນຈາກໄພທີ່ຈະເກີດໃນເມືອງມະນຸດຕໍ່ໜ້າ ແລະມະນຸດຜູ້ນັບຖືພຣະພຸດທະສາສນາຈະເປັນຜູ້ທີ່ບໍ່ໄປຕົກນະຣົກ”
ເມື່ອເຂົາຈະຈາກໄປ
ຜູ້ຂຽນຍັງໄດ້ເອີ້ນເຂົາກັບມາ ແລະຖາມເຂົາວ່າ “ເອີ…ພໍ່ອອກມາຈາກ ດາວ ພະອັງ ຄານຈິງບໍ ?”
ເຂົາຕອບວ່າແມ່ນແທ້
ມາຈາກດາວພະອັງຄານ
ຂ້າພະເຈົ້າຖາມເຂົາວ່າ:
ມາຈາກດາວພະອັງຄານ ຄືເວົ້າພາສາລາວໄດ້.
ເຂົາຕອບວ່າຢູ່ດາວພະອັງຄານ
ກໍມີຄົນເວົ້າພາສາລາວຄືກັນ ແລະຍັງເວົ້າພາສາລາວຖືກ ແລະເຂົ້າໃຈກັນກວ່າ ຄົນລາວໃນເມືອງມະນຸດອີກ.
“ພາສາຂະເໝນເດລະມີບໍ ?”
ຜູ້ຂຽນຖາມ ເຂົາຕອບວ່າ “ພາສາຂະເໝນກະມີ” ຜູ້ຂຽນຖາມ “ພາສາ ຫວຽດເດ” ເຂົາກໍຕອບວ່າ “ພາສາຫວຽດກະມີ”
ແລະເຂົາກໍບອກວ່າ ພາສາຕ່າງໆ ທີ່ມີໃຊ້ໃນໂລກມະນຸດ ໃນໂລກພະອັງຄານກໍມີຄົນເວົ້າ.
ຫຼັງຈາກນັ້ນ
ຜູ້ຂຽນກະຕື່ນຂຶ້ນ ແລະຈື່ເລື່ອງລາວນີ້ຕລອດມາ, ເກືອບກ່າວໄດ້ວ່າ ສິ່ງທີ່ເລົ່າມາ ນີ້ບໍ່ ຜິດບໍ່ຜ້ຽນເລີຍດ້ວຍຊຳ້.
ການທີ່ເລົ່າມານີ້
ຜູ້ຂຽນຂໍຢັ້ງຢຶນວ່າເປັນພຽງຄວາມຝັນ ບໍ່ມີຈຸດປະສົງຈະອວດອ້າງຕົນເອງວ່າ ເປັນຜູ້ ວິເສດ ເພາະມັນເປັນແຕ່ຄວາມຝັນ
ທ່ານຈະເຊື່ອບໍ່ເຊື່ອກໍເປັນເລື່ອງຂອງແຕ່ລະຄົນ.
ຈຶ່ງຂໍບອກແຕ່ພຽງວ່າ
“ຄວາມຝັນເປັນຈິງກໍໄດ້ ບໍ່ເປັນຈິງກໍມີ ແຕ່ການຝັນນັ້ນເປັນຈິງ ແລະ ທຸກໆ ຄົນມີ ໂອກາດຝັນໄດ້ທັງນັ້ນ
ແຕ່ຈະເປັນເລື່ອງດຽວກັນບໍອັນນັ້ນ ກໍບໍ່ຮັບປະກັນວ່າຈະເປັນເລື່ອງ ດຽວກັນ.
ຂໍຈົບການເລົ່າເລື່ອງຄວາມຝັນເລື່ອງນີ້ ໄວ້ພຽງແຕ່ເທົ່ານີ້.
ຄວາມຝັນເລື່ອງທີ 3
ຄວາມຈິງ ຄວາມຝັນນີ້ບໍ່ຈື່ວັນເດືອນປີວ່າຕອນໃດ ແລະລ້ວນແຕ່ກ່ຽວພັນກັບຈະເດີນທາງໄປສະຫວັນ ແຕ່ຍົກ ເອົາຄວາມຝັນທີ່ຈື່ໄດ້ເປັນເລື່ອງເປັນລາວມາບັນທຶກໄວ້, ຄວາມຝັນເລື່ອງນີ້ ຖືເປັນເລື່ອງທີ 3 ທີ່ບັນທຶກໄວ້ ແລະ ຈືຄັກແນ່.
ໃນຄວາມຝັນເໝືອນກັບຜູ້ຂຽນໄປຢືນຢູ່ດອນພຣະເພງ ຫົວເຫວຄອນພຣະເພງດ້ານທິດຕາເວັນຕົກ ຫຼຽວເຫັນດອນນ້ອຍ ຫົວເຫວພຣະເພງຢູ່ໄກ ການຢືນນັ້ນແມ່ນຢືນຄົນດຽວໃນແຄມດອນ ເທິງຫີນ ຍິນສຽງຄົນບອກມາທາງຫຼັງວ່າ "ເດີນຂ້າມໂລດພຣະອາຈານ" ໃນຫົວໃຈຂອງຕະມານຶກວ່າ "ຈະໄປໄດ້ຈັ່ງໃດ ມີແຕ່ນໍ້າ" ໃນຄວາມຮູ້ສຶກເໝືອນມີຄົນ(ແຕ່ບໍ່ເຫັນຄົນ) ນັ່ງນົບປະນົມມືໄຫວ້ອາຕະມາ ກຽມທີ່ຈະຮອງຮັບໂຕອາຕະມາໃຫ້ຂ້າມນໍ້າໄປດອນນັ້ນ ໃນໃຈເໝືອນມີຄົນໃຫ້ກຳລັງໃຈວ່າ "ຍ້າຍຂ້າໂລດພຣະອາຈານ" ອາຕະມາກໍຍ້າຍຂາຂວາອອກໄປ ກໍປາກົດມີຄົນຍົກເອົາ ຫີນສີລາມາຮັບເອົາຕີນອາຕະມາ ເມື່ອເປັນເຊັ່ນນັ້ນ ອາຕະມາກໍຍ້າຍຍ່າງໄປຕາມຫີນສີລາທີ່ປາກົດຕົວຂຶ້ນມາສູງກວ່າໜ້ານໍ້ານັ້ນ ທັນໃດກໍຢ່າງໄປເຖິງດອນນັ້ນ ທາງໃຕ້ຂອງດອນ ອາຕະມາຢືນຢູ່ໃນຫີນຂອງດອນນັ້ນ ເຫັນຕົ້ນໄມ້ເກີດຢູ່ຫີນສອງຕົ້ນ ໃບເໝືອນຕົ້ນໄຮແຫຼມໆໆ ມີງ່າຫຼາຍ ມີໃບດົກໜາຕົ້ນໄມ້ທັງສອງນັ້ນ ລ້ວນແຕ່ເກີດໃນຫວ່າງຫີນ, ຕົ້ນໜຶ່ງຢູ່ຫີນທາງໃຕ້ ໃກ້ກັບບ່ອນທີ່ອາຕະມາຢືນ ອີກຕົ້ນໜຶ່ງຢູ່ໂງ່ນຫີນເທິງດອນນັ້ນທາງເໜືອ ບໍ່ໄກກັນ ໃນຄວາມສຳນຶກຂອງອາຕະມານຶກໃນໃຈວ່າ "ຕົ້ນຫຍັງ ?" ມີສຽງຕອບພາຍໃຕ້ ສຳນຶກນັ້ນວ່າ "ຕົ້ນໄມ້ມະນີໂຄດ" ໃນສຳນຶກຂອງອາຕະມາກໍນຶກວ່າ "ເອົາວ໌ ຕົ້ນໄມ້ມະນີໂຄດ ຕາມອາຕະມາເຫັນແຕ່ປີ 1992 ບໍ່ແມ່ນເປັນຈັ່ງຊີ້ ມັນມີສາມງ່າບໍ່ແມ່ນບໍ ? ຄວາມສຳນຶກນັ້ນ ເໝືອນກັບມີຄົນບອກວ່າ ນີ້ແລ້ວຕົ້ນໄມ້ມະນີໂຄດ "ໃນດອນນີ້ ທີ່ອາຕະມາເຫັນມີຕົ້ນໄມ້ 3 ງ່າແຕ່ນີ້ຄືມີ 2 ຕົ້ນ" ສຽງບອກວ່າ "ມີ 2 ຕົ້ນນີ້ແລ້ວ" ທັນໃດນັ້ນ ໄດ້ຫຼຽວເຫັນຜູ້ຍິງ ຈອຍໂຕສູງ ເໝືອນກັບຮູບແຕ້ມ ສູງກວ່າຄົນປົກກະຕິຍ່າງຂ້າມນ້ຳມາແຕ່ຝັ່ງຕາເວັນອອກ ແລ້ວກໍມານັ່ງລົງຍົກມື້ໄຫວ້ພຣະອາຈານ ອາຈານຖາມວ່າ "ແມ່ອອກແມ່ນໃຜ" ແມ່ອອກກໍບອກວ່າ ຂ້ານ້ອຍເຝົ້າຕົ້ນໄມ້ນີ້" ອາຕະມາກໍຖາມຍິງຄົນນັ້ນວ່າ ມີຄົນບອກວ່າ ທັງສອງຕົ້ນນີ້ແມ່ນຕົ້ນໄມ້ມະນີໂຄດ, ນາງກໍບອກວ່າ "ແມ່ນ" ອາຕະມານຶກໃນໃຈວ່າ "ຄັນເປັນຕົ້ນໄມ້ມະນີໂຄດ ກໍຈົ່ງສະແດງອະພິນິຫານ" ທັນໃດນັ້ນ ຍອດຕົ້ນໄມ້ຕົ້ນທີ່ຢູ່ໃກ້ອາຕະມາ ກໍນ້ອຍຍອດງ່າລົງມາກ້ຽວກາຍຂອງອາຕະມາອ້ອມກາຍພັນຕົວ ຢູ່ຢ່າງນັ້ນ, ທັນໃດເຫັນຍິງຄົນຕົວດຳໆ ນັ້ນກໍຂ້າມໄປຕົ້ນໄມ້ຕົ້ນເໜືອ ມອງເຫັນເຂົານັ່ງຄຸເຂົາໄຫວ້ຕົ້ນນັ້ນຢູ່, ອາຕະມາຈຶ່ງຖາມເຂົາວ່າ "ຕົ້ນໄມ້ມະນີໂຄດວິເສດຫຍັງແນ່" ຍິງຄົນນັ້ນ ກໍຕອບວ່າ "ເປັນຢາວິເສດ" ອາຕະມາ ກໍຖາມວ່າດີຫຍັງແນ່ "ຍິງຄົນນັ້ນກໍຕອບວ່າດີທຸກຢ່າງ" ອາຕະມາບອກວ່າ "ອາຕະມາຢາກໄດ້" ເຂົາຖາມວ່າ "ພຣະອາຈານເປັນຫຍັງ" ພຣະອາຈານເມືື່ອຍໆ ແລະເຈັບແອວ" ເຂົາກໍເອົາພ້າໂຈ້ບັກໃຫຍ່ໄປບາກເອົາແກ່ນ ມະນີໂຄດມາໃຫ້ອາຕະມາ" ຍັງບໍ່ທັນໄດ້ຮັບເອົາແກ່ນມະນີໂຄດຊ້ຳ ກໍຕື່ນຂຶ້ນ ພໍດີຍິນສຽງຕິລະຄັງໄຫວ້ພຣະເດີກ.
- ເປັນສິ່ງແປກຢ່າງໜຶ່ງ ແອວອາຕະມາທີ່ເຈັບຈົນວ່າສັ່ນນັ້ນ ກໍເຊົາໄປເປັນປົກກະຕິ (ຄືວ່າ ອາການເຈັບແອວຂອງອາຕະມານັ້ນ ເຈັບມາໄດ້ເກືອບ 20 ປີແລ້ວ ແຕ່ປີກາຍເຈັບອອກຮ້ອນ ແລະຈົນສັ່ນກັບຫາຍໄປ ເຈັບພຽງເລັກນ້ອຍຍັງເຫຼືອແຕ່ເມື່ອຍ ແລະໃຈສັ່ນ ຕົກເວລາ 10 ໂມງຂອງວັນນັ້ນ, ມີຄົນນັບຖືຮັກແພງກັນ ໄດ້ຝາກໂສມເກົ່າຫຼີມາໃຫ້ ແລ້ວກໍກິນແລ້ວນອນຕື່ນຂຶ້ນມາ ອາການເມື່ອຍກໍເຊົາ ແຕ່ບັດນັ້ນເປັນຕົ້ນມາ.
(ຈົ່ງອ່ານດ້ວຍການພິຈາລະນາ)