Saturday 30 July 2011

ທາງສຸດໂຕ່ງສອງຢ່າງ

ທາງສຸດໂຕ່ງສອງຢ່າງ
- ທາງປະຕິບັດສຸດໂຕ່ງ 2 ຢ່າງ
- ບັນຫາ
ທາງປະຕິບັດແບບປາຍສຸດສອງຢ່າງທີ່ນັກບວດໃນອິນເດັຍສະໄໝພຸດທະການນິຍົມ ປະຕິບັດກັນຢູ່ຄືອັນໃດ ?

- ພຸດທະດຳຣັສຕອບ:
“ດູກ່ອນພິກຂຸທັງຫຼາຍ ທາງສຸດໂຕ່ງສອງຢ່າງນີ້ ບັນພະຊິດບໍ່ຄວນເຂົ້າໃກ້ ທາງສຸດໂຕ່ງສອງຢ່າງນັ້ນ ຄືອັນໃດ ? ຄື
- ການປະກອບມົວເມົາໃນ ກາມສຸຂ ໃນສິ່ງທີ່ໜ້າໃຄ່ທັງຫຼາຍອັນຕໍ່າຊາມ ເປັນຂອງຊາວບ້ານ ເປັນຂອງປຸຖຸຊົນ ບໍ່ປະເສີດ ບໍ່ປະກອບປະໂຫຍດ 1.
- ການປະກອບມົວເມົາໃນການທໍຣະມານຕົນໃກ້ລຳບາກ ເປັນທຸກ ບໍ່ປະເສີດ ບໍ່ປະກອບດ້ວຍປະໂຫຍດ ັ1.
- ຂໍ້ປະຕິບັດໃນທາງກາງ ບໍ່ເຂົ້າໄປໃກ້ ບໍ່ເຂົ້າໄປໃຫ້ທາງສຸດໂຕ່ງທັງສອງນັ້ນ ຕະຖະຄົຕໄດ້ຕັສຮູ້ແລ້ວທີ່ສ້າງດວງຕາ ສ້າງຍານ ເປັນໄປເພື່ອຄວາມ ສະຫງົບ ເພື່ອຄວາມສະຫງົບຍິ່ງ ເພື່ອການຕັສຮູ້ຍິ່ງ ເພື່ອການຕັສຮູ້ ເພື່ອນພພານ ຂໍ່ປະຕິບັເອັນເປັນທາງສາຍກາງນັ້ນ...ຄື ອະຣິຍະມັຄຄະອັນ ປະກອບດ້ວຍອົງ 8 ປະການນີ້ແລ...“

ຕະຖາຄະຕະສູຕ ທີ 1 ມະຫາ. ສັງ. (1664)
ຕບ. 19 :528 ຕທ.19 : 475
ຕອ. K.S. 5: 356-357

No comments:

Post a Comment