* ຜັກ ແລະ ຫມາກໄມ້ ເປັນອາຫານສຸຂະພາບທີ່ມີຄຸນປະໂຫຍດ ສູງຕໍ່ຮ່າງກາຍ ເພາະນອກຈາກວິ ຕາມິນຕ່າງໆແລ້ວ ຮ່າງ ກາຍ ຍັງຕ້ອງການແຮ່ທາດຕ່າງໆ

ສີແດງ: ຜັກ ແລະ ຫມາກໄມ້ທີ່ມີສີສັນແຈດຕານີ້ ໄດ້ແກ່ ຫມາກເລັ່ນ, ຫມາກໂມ, ຫມາກກ້ຽງ ໃຫຍ່ສີບົວ (ຫມາກພຸກ) ຊ່ວຍໃນ ການ ບຳລຸງປອດ ແລະ ຍັງຊ່ວຍປ້ອງກັນ ພະຍາດມະ ເຮັງທີ່ ຫົວໃຈ.
ສີສົ້ມ-ສີເຫລືອງ: ໄດ້ແກ່ ຫມາກກ້ຽງ, ຫມາກຫຸ່ງ ເຊິ່ງມີເນກທາຣີນ ທີ່ມີຄຸນປະໂຫຍດໃນການ ບຳລຸງຫົວໃຈ ແລະ ກະເພາະອາຫານ, ສຳລັບຜູ້ທີ່ມີບັນຫາ ໃນເລື່ອງການຂັບຖ່າຍ ຫລື ຍື່ງທ້ອງ ຜັກ ແລະ ຫມາກໄມ້ສີເຫລືອງ ແລະ ສົ້ມນີ້ ສາມາດຊ່ວຍໄດ້ ແລະ ຍັງມີວິ ຕາມິນເຊ ຊ່ວຍບຳລຸງ ລະບົບແຊນອີກດ້ວຍ.
ສີແດງ-ມ້ວງ: ເຊັ່ນ: ລະແຊັງ ສີມ່ວງ, ສະຕໍເບີຣີ, ແອັບເປິນແດງ ພວກນີ້ຈະເຂົ້າໄປຊ່ວຍບຳລຸງການເຮັດວຽກຂອງແຊນສະຫມອງ, ໃຜຢາກເປັນອັດສະລີຍະ ກໍຕ້ອງຮັບປະທານຜັກ ແລະ ຫມາກໄມ້ຫມວດນີ້ຫລາຍໆ.
ສີເຫລືອງ-ຂຽວ: ໄດ້ແກ່ຜັກຫົມ, ຫມາກອະໂວຄາໂດ, ຜັກກາດ, ສາລີ, ຖົ່ວດິນ ກຸ່ມນີ້ ຈະຊ່ວຍບຳລຸງຕັບຂອງເຮົາ ແລະ ຍັງຊ່ວຍ ກະ ຕຸ້ນລະບົບການ ຟອກ ຂອງ ເສດເຫລືອຕ່າງໆໃນຮ່າງກາຍ.
ສີຂາວ-ສີຂຽວ: ກະທຽມ ໃບກະທຽມ ຫົວຫອມບົ່ວ ຕັ່ງສາຍ ຫມາກກຽງ ກຸ່ມນີ້ຊ່ວຍໃນການເຮັດວຽກຂອງລະບົບ ຫມູນວຽນ ຕ່າງໆ ພາຍໃນຮ່າງກາຍ ໂດຍ ສະເພາະຫົວໃຈ.
ສີສົ້ມ: ສີສັນສົດໃສ ເປັນຕາແຊບໄດ້ແກ່: ກາລົດ, ຫມາກມ່ວງສຸກ, ຫມາກອຶ ... ເຫມາະສຳລັບແມ່ຍິງສຸຂະ ພາບດີທີ່ຢາກມີຜິວພັນ ນວນນຽນ ຜ່ອງໃສ ແລະ ຍັງຊ່ວຍບຳລຸງສາຍຕາອີກດ້ວຍ.
ສີຂຽວ: ຜັກ ຫມາກໄມ້ ປະເພດນີ້ ໄດ້ແກ່ ດອກຜັກສີຂຽວ , ກະຫລ່ຳ, ຜັກກວາງຕຸງ, ຜັກບົ້ງ ເຊິ່ງມີວິຕາມິນຫລາຍ ຊ່ວຍໃນການບຳລຸງ ສາຍຕາໃຫ້ ມີສຸຂະ ພາບດີ ແລະ ເພີ່ມກາກໃຍຊ່ວຍໃນການຂັບຖ່າຍໄດ້ດີ./.