Sunday 11 September 2011

ປະວັດພຣະຈັນທາທິຣາດ

(ພຣະຈັນທາທິຣາດ ພຣະອົງສັກສິດ ປະຈຳວັດວິຈິດທັມມາຣາມ)
ກ. ຂະໜາດ: 
໑. ເປັນພຣະປາງສະມາທິ. 
໒. ສິລະປະ (ບໍ່ຮູ້ຈັກ-ເປັນພຣະເກົ່າ ແຕ່ບໍ່ມີສີລະປະອື່ນທຽບ ຈະເປັນແບບພະມ້າກະບໍ່ແມ່ນ).
໓. ໜ້າຕັກ ໓໐ ຊັງຕີແມັດ.
໔. ລວງສູງລວມບັນລັງ ໔໕ ຊັງຕີແມັດ. 
໕. ພະພັກສຸຂຸມ ງົດງາມ. 
໖. ບັນລັງ ສີລະປະລາວດອກບົວດອກບົວຫງາຍນ້ອຍ, ດອກບົວຂລຳ້ຍາວ.
ຂ. ປະຫວັດການໄດ້ມາ:
໑. ໄດ້ຮັບອະນຸມັດຈາກກະຊວງແຮງງານສະຫວັດດີການສັງຄົມ ແລະກະຊວງຖະແຫຼງຂ່າວ ແລະວັດທະນະທຳ ໃຫ້ມາປະດິດສະຖານຢູ່ວັດໃໝ່ວິຈິດທັມມາຣາມ, ບ້ານວຽງຈະເຣີນ ເມື່ອວັນທີ ໒໐ ມັງກອນ ປີ ໒໐໐໔.
(ເດີມພຣະຈັນທາທິຣາດ ປະດິດສະຖານຢູ່ກະຊວງແຮງງານ ສະຫວັດດີການສັງຄົມ, ຕືກ ໓ ຊັ້ນ, ກ່ອນໜ້ານັ້ນ ເປັນຕືກຂອງເຖົ້າ່ແກ່ ໕໕໕)

ຄ. ຄວາມເປັນມາ:
ວັນໜຶ່ງ ກາງພັນສາ ປີ ໒໐໐໓ ພໍ່ອອກເພັດ ບ້ານວຽງຈະເຣີນ ເປັນພະນັກງານຂັ້ນສູງຂອງກະຊວງແຮງງານ ສະຫວັດດີການສັງຄົມ, ໄດ້ມານັ່ງຫຼິ້ນນຳ ທີ່ຫ້ອງຮັບແຂກວັດ ໄດ້ສົນທະນາກັນຫຼາຍເລື່ອງ ໃນນັ້ນໄດ້ກ່າວເຖິງ ພຣະພຸດທະຮູບທີ່ກະຊວງແຮງງານ ສະຫວັດດີການສັງຄົມວ່າ:
"ທີ່ກະຊວງນັ້ນມີຫ້ອງພຣະ ມີພຣະອົງໜຶ່ງ ສວຍງາມໜ້າເກງຂາມ, ນັບແຕ່ຕັ້ງກະຊວງມາພຣະອົງ ນັ້ນໄດ້ຍ້າຍມາໄວ້ທີ່ຫ້ອງມ້ຽນຂອງ ກໍບໍ່ມີໃຜສົນໃຈບົວລະ ບັດ ຂ້ານ້ອຍເຫັນແລ້ວຄິດສິໂຕນ, ພຣະອາຈານຫຼາຍວັດໄດ້ຍິນຂ່າວແລ້ວ ກໍໄປຂໍທາງລັດຖະມົນຕີຫຼາຍຊຸດແລ້ວ ບໍ່ເຄີຍອະນຸມັດໃຫ້ຈັກເທື່ອ".
- ເມື່ອອາຕະມາຟັງດັ່ງນັ້ນແລ້ວ ກໍເກີດຄວາມສັດທາຂຶ້ນມາທັນທີ ແລະເກີດຄວາມຜູກພັນກັບພຣະດັ່ງກ່າວຂຶ້ນມາ ຢ່າງບອກບໍ່ຖືກ ແລ້ວກໍລຸກຈາກທີ່ນັ່ງເຂົ້າໄປໃນຫ້ອງ ແລ້ວບອກຄູບາມານັ່ງຫຼິ້ນນຳພໍ່ອອກເພັດ ແລ້ວບອກເພິ່ນ ວ່າ ຖ້ານີ້ກ່ອນເດີ ເຂົ້າໄປໃນຫ້ອງຈັກຄາວ, ເຂົ້າໄປຫ້ອງຄາວດຽວກໍພິມໜັງສືວ່າ :
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ປະຊາຊົນລາວ
------ 
ໃບສະເໜີ.
- ຈະເລີນພອນ : ທ່ານລັດຖະມົນຕີ ກະຊວງແຮງງານສະຫວັດດີການສັງຄົມ ທີ່ຮັກປແພງ.
- ອາຕະມາ ຍິນຂ່າວວ່າ ທີ່ກະຊວງຂອງທ່ານ ມີພຣະພຸດທະຮູບຢູ່ທີ່ຫ້ອງເກັບເຄື່ອງນັ້ນ ບໍ່ມີໃຜຮັກສາ, ເນື່ອງຈາກວ່າ ວັດອາຕະມາສ້າງໃໝ່ ຍັງບໍ່ທັນມີພຣະທອງ ຈຶ່ງໃຄ່ຂໍພຣະອົງດັ່ງກ່າວມາປະຈຳວັດໃໝ່ວຽງຈະເລີນ.
- ຄວນບໍ່ຄວາມປະການໃດ ກໍຈົ່ງພິຈາລະນາ.
ຈະເລີນພອນມາ ດ້ວຍຄວາມເມດຕາທັມ.
ເຈົ້າອະທິການວັດ


ພຣະຊາເນືອງພິລັກ ໂຊຕທອນ

- ເມື່ອຂຽນໜັງສືສັ້ນໆດັ່ງນັ້ນແລ້ວ ກໍປະທັບຕາລົງລາຍເຊັນ ເອົາໃສ່ຊອງອອກມາໃຫ້ພໍ່ອອກເພັດ, ເມື່ອພໍ່ອອກ ເພັດຮັບແລ້ວ ກ​ໍຖາມວ່າແມ່ນຫຍັງ ? ຕອບວ່າຈົດໝາຍຂໍພຣະ.
- ພໍ່ອອກເພັດເວົ້າວ່າ ຊິກ້າເອົາໄປບໍ ? 
- ອາຕະມາບອກວ່າ ຕ້ອງກ້າ, ຕ້ອງເອົາໄປໃສ່ມືຂອງລັດຖະມົນຕີເອງ.
- ພໍ່ອອກເພັດຕອບວ່າ : ສົງໃສບໍ່ໄດ້ເພາະໃຜມາຂໍກະບໍ່ໃຫ້.
- ອາຕະມາຖາມວ່າ ທ່ານຮູ້ຈັກລັດຖະມົນຕີບໍ ? 
- ພໍ່ອອກເພັດວ່າ : ກະພໍເວົ້ານຳເພິ່ນໄດ້.
- ອາຕະມາກໍເວົ້າວ່າ : ໄດ້ບໍ່ໄດ້ກໍບໍ່ສຳຄັນ ສຳຄັນກົງທີ່ວ່າເຮົາກໍເພິ່ນບໍ ? ແລະອີກຢ່າງໜຶ່ງໜັງສືນີ້ເຖິງມືເພິ່ນບໍ ? ອາຕະມາຖາມພໍ່ອອກເພັດວ່າວ່າ "ລັດຖະມົນຕທ່າຊື່ວ່າຈັ່ງໃດ ?" ພໍ່ອອກເພັດເວົ້າວ່າ "ທ່ານສົມພັນ ແພງຄຳມີ"
ອາຕະມາກໍບອກວ່າ (ອືມ໌ ດີແລ້ວ ຄັນໜັງສືຮອດມືເພິ່ນ ເພິ່ນຕ້ອງໃຫ້ພຣະເຮົາມາ) ເວົ້າແລ້ວທັງອາຕະມາ ແລະພໍ່ອອກເພັດກໍຫົວຂວັນຂຶ້ນ ພ້ອມກັນລົມກັນຈັກໜ່ອຍແລ້ວກໍລາກັບໄປ.

- ຈາກວັດນັ້ນ ບໍ່ມີໃຜໄດ້ເວົ້າເຖິງເລື່ອງດັ່ງກ່າວເລີຍ, ພໍ່ອອກເພັດເອງ ເມື່ອພົບອາຕະມາກໍບໍ່ໄດ້ເວົ້າເລື່ອງພຣະນັ້ນ ອີກເລີຍ, ຈົນມາເຖິງວັນທີ ໑໘ ເດືອນມັງກອນ ປີ ໒໐໐໔ ເຫັນພໍ່ອອກເພັດ ມາຫາທີ່ວັດພ້ອມທັງມີສີໜ້າຍິ້ມແຍ້ມ ແຈ່ມໃສ ຂາບລົງແລ້ວກໍຈົກເອົາຊອງຂາວອອກຈາກຖົງເສື້ອ ພ້ອມທັງບອກວ່າ.

- ພຣະຈານ ທາງກະຊວງອະນຸມັດມອບພຣະໃຫ້ວັດເຮົາແລ້ວ ພໍ່ອອກເພັດກໍເວົ້າວ່າ ຂ້ານ້ອຍງຶດພໍຫົວຊິແຕກ ຂ້ານ້ອຍເອົາໜັງສືໄປໃຫ້ລັດຖະມົນຕີນັ້ນແລ້ວ ກໍບໍ່ໄດ້ເວົ້າເຖິງພຣະນັ້ນເລີຍ ຈົນມາຮອດວັນນີ້ຫ້ອງການເອົາ ໜັງສືນີ້ມາສົ່ງໃຫ້ພຣະອາຈານ.

- ໃນເນື້ອໃນຂອງໜັງສື ນັ້ນບອກວ່າ ທາງຫ້ອງການກະຊວງແຮງງານ ແລະຫວັດດີການສັງຄົມ ໄດ້ຂໍອະນຸມັດໄປ ຍັງກະຊວງຖະແຫຼງຂ່າວ ແລະວັດທະນະທັມ ແລະກະຊວງທັງສອງໄດ້ອະນຸມັດໃຫ້ນຳພຣະມາປະດິດສະຖານ ຢູ່ວັດວິຈິດທັມມາຣາມ ໃນໜັງສື ໄດ້ໃຫ້ເຈົ້າອະທິການວັດໄປເອົາພຣະໃນວັນທີ ໒໐ ມັງກອນ ປີ ໒໐໐໔.

- ເມື່ອໄດ້ຮັບຈົດໝາຍ ເປັນທາງການເຊັ່ນນັ້ນແລ້ວ, ກໍນຶກໃນໃຈໂລດວ່າ ທ່ານຜູ້ອະນຸມັດນັ້ນ ຕ້ອງເປັນຄົນເຂົ້າໃຈຄວາມໝາຍຄວາມສຳຄັນ ຂອງພຣະພຸດທະສາສນາໄດ້ຢ່າງແນ່ນອນ ຈຶ່ງຂໍອະນຸໂມທະນາໃຫ້ທ່ານ ຈົ່ງມີແຕ່ຄວາມຜາສຸກ ຊ່ວຍພັດທະນາບ້ານເມືອງໃຫ້ໝັ້ນຄົງຍືນຍາວນານ, ອີກອັນໜຶ່ງຍັງນຶກໄປວ່າ ພຣະພຸດທະຮູບອົງນີ້ຄົງຈະຢາກມາຢູ່ວັດວຽງຈະ ເຣີນແນ່ນອນ ເພາະຍິນມາວ່າເປັນເວລາຫຼາຍປີ ທີ່ພຣະສົງ ແລະຄະຣາວາດ ອົງອື່ນໆ ທ່ານອື່ນໆ ໃຜໆກໍຢາກໄດ້ໄປໄວ້ວັດຂອງຕົນ ຈຶ່ງພາກັນມາຂໍ ແຕ່ທາງກະຊວງແຮງງານບໍ່ໄດ້ອະນຸມັດໃຫ້ເລີຍ, ແຕ່ເມື່ອເຮົາຂໍໄປ ທັງໆ ທີ່ຍັງບໍ່ທັນເຫັນພຣະພຸດທະຮູບຊຳ້ ເພີ່ນຍັງອະນຸມັດໃຫ້ນັບວ່າ ພຣະອົງນີ້ ຄູ່ຄວນແກ່ວັດວຽງຈະເຣີນ ຫຼືວັດວິຈິຕທັມມາຣາມແນ່ນອນ.

- ເມື່ອໄດ້ຮັບຈົດໝາຍນັ້ນ ກໍພໍດີໄກ້ວັນຈະເຮັດບຸນມະຫາຊາດ ປະຈຳປີ ເຊິ່ງວັນຕັ້ງບຸນກໍແມ່ນວັນທີ ໒໓ ມັງກອນ ໒໐໐໔ ແລະເທດ ວັນທີ ໑໔ ມັງກອນ ໒໐໐໔, ຈຶ່ງໄດ້ມີໂອກາດຮຽກຄະນະອົງການຈັດຕັ້ງບ້ານ ແລະເຖົ້າແກ່ແນວໂຮມມາປະຊຸມກັນ ເພື່ອແຈ້ງຂ່າວດີເລື່ອງດັ່ງກ່າວ ເມື່ອຊາວບ້ານ ແລະອົງການຈັດຕັ້ງໄດ້ຮັບການແຈ້ງການເຊັ່ນນັ້ນແລ້ວ ໃຜໆກໍມີຄວາມດີອົກດີໃຈ ຕົກລົງກັນຫ້າງຫາກະກຽມໄປແຫ່ເອົາພຣະ ພຸດທະຮູບນັ້ນມາປະດິດສະຖານທີ່ວັດຂອງເຮົາ.

- ເມື່ອຮອດວັນທີ ໒໐ ມັງກອນ ໒໐໐໔ ຄະນະເຖົ້າແກ່ແນວໂຮມອົງການ ຈັດຕັ້ງທຸກພາກສ່ວນຈຶ່ງມາຮຽກໂຮມກັນທີ່ວັດ ໃຜໆກໍດີອົກດີໃຈ ທ່ານຜູ້ ມີສັດທາອື່ນໆ ກໍມາໂຮມກັນເມື່ອໄດ້ກຳນົດການແລ້ວ ກໍມີລົດໃຫຍ່ມາ ໂຮມກັນລວມແລ້ວກໍປະມານ ໔໐-໕໐ ຄັນ, ລວມຄົນຄົງປະມານ ໘໐ ຫາ ໑໐໐ ຄົນ ທັງເຖົ້າທັງແກ່ທັງໜຸ່ມທັງສາມ ໃຜໆກໍຖືຂັນດອກໄມ້ທູບທຽນ ຕົ້ນເງິນ ຕົ້ນຄຳ ຕົ້ນໂພ ທຸງ ແລະຕາມໃຜຈະຄິດເຮັດຄິດສ້າງ.

- ເມື່ອໄດ້ເວລາແລ້ວ ຂະນະນັ້ນເວລາ ໑໔.໑໕ ໂມງ ຕາມການນັດໝາຍລົດ ກໍອອກຈາກວັດວຽງຈະເລີນມຸ້ງໜ້າໄປຍັງກະຊວງແຮງງານ (ເຊິ່ງຜູ້ຂຽນ ໃນສະໄໝນັ້ນ ກໍາລັງແຕ່ມາຈາກຕ່າງປະເທດໃໝ່ ລືມໄປວ່າກະຊວງແຮງ ງານ ສະຫວັດດີການສັງຄົມ ຢູ່ທີ່ໃດ ຮູ້ແຕ່ວ່າທ່ານເປັນ ຣມຕ ຜູ້ສ້າງ ແລະດຳຣົງຕຳແໜ່ງທ່ານທຳອີກແມ່ນທ່ານທອງລຸນ ສີສຸລິດ) ເມື່ອຂະບວນລົດແລ່ນມຸ້ງໜ້າສູ່ໃນເມືອງ ຈຶ່ງລ້ຽວເຂົ້າແຖວທາດດຳ ທາງໂຮງແຮມເຖດຖາປລາດ ເຂົ້າໄປກໍຮອດຕຶກສາມຊັ້ນໃກ້ກັບ ໂຮງແຮມ ລາວພລາຊ່າ ຈຶ່ງຊວດຮູ້ເມື່ອວ່າອືມ໌ ກະຊວງເພື່ນຢູ່ທີ່ນີ້ນໍ ລົດລ້ຽວເຂົ້າໄປ ຈອດໃນເດີ່ນຂອງກະຊວງ ສ່ວນລົດຄັນອື່ນເຂົ້າບໍ່ໄດ້ກໍຈອດແຄມຖນົນ ປະຊາຊົນລົງລົດແລ້ວ ທາງພະນັກງານໃຫ້ລໍທີ່ຫົ່ມໂພ ບ່ອນຈອດລົດ ສ່ວນອາຕະມາພ້ອມພຣະສົງ ທາງ ຣມຕ ໃຫ້ຂຶ້ນໄປຫ້ອງຮັບແຂກ ທີ່ຊັ້ນ ໓ ເມື່ອຂຶ້ນໄປຮອດຫ້ອງຮັບແຂກແລ້ວ ທ່ານ ຣມຕ ກໍນັ່ງຢູ່ທີ່ນັ້ນແລ້ວ ກໍຊວດຮູ້ເມື່ອວ່າ ຊາມຊາເຂົານຳພຣະລົງມາ ກໍບອກໃຫ້ເຂົາໄປຮັບພຣະອາຈານ ອພສ ເມືອງໄຊເຊດຖາ ມາເປັນສັກຂີພະຍານດ້ວຍ ຂະນະນັ້ນແມ່ນຍາທ່ານບຸນມາ ສີມາພຣົມ ເປັນປະທານ, ນັ່ງລໍຖ້າສັນນ້ຳຊາ ກາແຟລົມກັບທ່ານ ຣມຕ ຢູ່ນັ້ນເຫິງເຕີບ ຈຶ່ງເຫັນພະນັກງານຂຶ້ນມາບອກວ່າ ກຽມການຮຽບຮ້ອຍແລ້ວ  

(ຍັງມີຕໍ່)

1 comment:

  1. ເບິ່ງຄືພຣະຫວຽດນາມຫລາຍກ່ວາລາວ.

    ReplyDelete