Friday 12 August 2011

ຜູ້ໃດປາຖະໜາຈະອຸປັດຖາກເຮົາຕະຖະຄົດ ຜູ້ນັ້ນເພິງປິ່ນປົວຮັກສາພິກຂຸຜູ້ປ່ວຍໄຂ້.

ພຮະພຸດທະເຈົ້າຊົງຕັດວ່າ:-
“ໂຍ ພິກຂະເວ ມັງ ອຸປັຕຖະເຫຍຍະ ໂສ ຄິລານັງ ອຸປັຕຖະເຫຍຍະ”
"ຜູ້ໃດປາຖະໜາຈະອຸປັດຖາກເຮົາຕະຖະຄົດ ຜູ້ນັ້ນເພິງປິ່ນປົວຮັກສາພິກຂຸຜູ້ປ່ວຍໄຂ້."

- ການໃຫ້ການພະຍາບານ ຫຼືບໍຳບັດໂລກໄພໄຂ້ເຈັບຂອງພຣະສົງ ເທົ່າກັບການໄດ້ອຸປະຖາກພຣະພຸດທະອົງເອງແທ້ ຜູ້ຂຽນກຳລັງໄດ້ຍິນປາລີ ບົດນີ້ວ່າ: “ໂຍ ພິກຂະເວ ມັງ ອຸປັຕຖະເຫຍຍະ ໂສ ຄິລານັງ ອຸປັຕຖະເຫຍຍະ ແປວ້າ = ຜູ້ໃດປາຖະໜາຈະອຸປັດຖາກເຮົາຕະຖະຄົດ ຜູ້ນັ້ນເພິງປິ່ນປົວຮັກສາພິກຂຸຜູ້ປ່ວຍໄຂ້." ບໍ່ວ່າຈະເປັນພຣະປັດເຈກະພຸດທະເຈົ້າ ຫຼືພຣະສັມມາສັມພຸດທະເຈົ້າ ບຸນທີ່ເກີດຈາກການຖວາຍທານນັ້ນ ມີອານິສົງຫຼາຍຈິງແທ້ ເຖິງຂະໜາດຜູ້ນັ້ນຕັ້ງຈິດອະທິຖານ ຂໍໃຫ້ໄດ້ເປັນສາວົກ ຫຼືອັກຄະສາວົກ ຫຼືປາຖະໜາພຸດທະພູມ ກໍໄດ້ສົມດັ່ງໃຈປາຖະໜາເລີຍ.

- ຕາມພຸດທະດຳຣັດທີ່ກ່າວມາຂ້າງຕົ້ນນັ້ນ ການທີ່ເຮົາເບິ່ງແຍງ ຊ່ວຍເຫຼືອປະຕິບັດຕໍ່ພຣະພິກຂຸສົງ-ສາມະເນນຜູ້ອາພາດ ເທົ່າກັບວ່າເຮົາໄດ້ສ້າງກຸ ສົນຕໍ່ພຣະພຸດທະອົງໂດຍກົງເລີຍ ດັ່ງນັ້ນຜົນບຸນຄົງຈະມະຫາສານ ດັ່ງກັບວ່າເຮົາໄດ້ຖວາຍທານຕໍ່ພຣະພຸດທະເຈົ້າເອງ.

- ດັ່ງນັ້ນ, ການທີ່ເຮົາມີໂອກາດ ຫຼືຕັ້ງໃຈທີ່ຈະປະຕິບັດເບິ່ງແຍງຊ່ວຍເຫຼືອ ພຣະພິກຂຸສົງທີ່ປ່ວຍໄຂ້ ອາພາດ ແລ້ວເຮົານ້ອມຈິດຈອງເຮົາຣະລຶກເຖິງ ອົງພຣະສັມມາສັມພຸດທະເຈົ້າ ຈະສົ່ງຜົນຕໍ່ຈິດໃຈອັນເປັນມະຫາກຸສົນເປັນຢ່າງຍິ່ງ ແລະຫາກມີອະນິສົງດັ່ງພຸດທະດຳຣັດແລ້ວ ບຸນຈາກການອຸປັດ ຖາພຣະພຸດທະອົງຍ່ອມມີກຳລັງມະຫາສານ ຫາກຕັ້ງຈິດອະທິຖານວ່າ ຂໍໃຫ້ຂ້ານ້ອຍຈະເຣິນໃນທັມ ໃນພຣະສາສນາຂອງພຣະພຸດທະອົງແລ້ວ ກຳລງັແຫ່ງຄວາມຕັ້ງໃຈນັ້ນຄົງມີຫຼາຍ ແລະສົ່ງຜົນໃຫ້ເຮົາກ້າວໜ້າໃນທັມ ມີພະລະກຳລັງ ແລະອິນຊີເພື່ອຄວາມຫຼຸດພົ້ນໃນໂອກາດພາຍໜ້າໄດ້ ແທ້ແນ່ນອນ.

No comments:

Post a Comment