Friday 22 July 2011

ກາຣກຳເນີດຂອງສັຕວ໌ມີ 4 ຢ່າງ

- ກາຣກຳເນີດຂອງສັຕວ໌ ພຣະພຸດທະອົງຊົງຕັສໄວ້ ມີ 4 ຢ່າງ ດັ່ງນີ້
1. ອັນທະຊະກຳເນີດ : ສັຕວ໌ໄປເກີດເປັນໄຂ່.
2. ຊະລາພຸຊະກຳເນີດ : ສັຕວ໌ທີ່ໄປເກີດໃນມຸດລູກ.
3. ສັງເສທະຊະກຳເນີດ : ສັດທີ່ໄປເກີດໃນເຖົ້າໄຄ (ຂອງສົກກະປົກ).
4. ໂອປປາຕິກະກຳເນີດ : ສັຕວ໌ທີ່ຜຸດເກີດຂຶ້ນເອງແລ້ວໃຫຍ່ທັນທີ.
- ໃນກຳເນີດ 4 ອັນທະຊະກຳເນີດ ແລະຊະລາພຸຊະກຳເນີດ 2 ກຳເນີດນີ້ ຣວມຮຽກວ່າ ຄັພພະໄສຍຍະກະກຳເນີດ ຄືເປັນສັຕວ໌ທີ່ຕ້ອງອາໄສຄັພມາຣກາເກີດ.
- ສ່ວນສັງເສທະຊະກຳເນີດ ແລະໂອປປາຕິກກາກຳເນີກ ບໍ່ຕ້ອງອາໄສຄັພມາຣດາເກີດ (ເກີດຕາມບຸພພະກັມ).
ກ. ປະເພດສັຄວ໌ທີ່ີເກີດໃນແຕ່ລະທີ່ແຕ່ລະຢ່າງນັ້ນເປັນດັ່ງນີ້.
1. ສັຕວ໌ທີ່ເປັນ ອັນທະຊະກຳເນີດ ໄດ້ແກ່ນົກ, ກາ, ເປັດ, ໄກ່, ງູ, ເຕົ່າ, ເຫັ້ຍ, ແລນ, ສັດນໍ້າ ແລະສັຕວ໌ບາງປະເພດ ເປັນຕົ້ນ,
2. ສັຕວ໌ທີ່ເປັນ ຊະລາພຸຊະກຳເນີດ ໄດ້ແກ່ມະນຸດ ແລະສັຕວ໌ຕ່າງໆ ຊ້າງ, ມ້າ, ງົວ, ຄວາຍ ແລະສັຕວ໌ບາງປະເພດ ເປັນຕົ້ນ.
3. ສັຕວ໌ທີ່ເປັນ ໂອປປາຕິກະກຳເນີດ ໄດ້ແກ່ໜອນ ເກີດໃນຂອງເນ່ົ່າ, ມອດໃນເຂົ້າສານ, ເຊື່ອຣາ, ເຊື້່ອໂຣຄ ແລະພະຍາດ ເປັນຕົ້ນ.
4. ສັຕວ໌ທີ່ເປັນ ໂອປປາຕິກະກຳເນີດ ໄດ້ແກ່ ສັຕວ໌ນະຣົກ, ສັຕວ໌ເດັຍຣະສານບາງຈຳພວກ ເຜດບາງຈຳພວກ ມະນຸສຍ໌ໃນສະໄໝຕົ້ນກັປ ແລະເທວະບຸຕຣ໌ ເທວະດາເປັນຕົ້ນ.
ວັນເທໂວໂລຫະນະ (ວັນພຣະພຸດທະເຈົ້າເປີດໂລກ ໃຫ້ມະນຸດສາໂລກ, ເທວະໂລກ, ນະຣົກໂລກ ແລະນາຄະໂລກ ໄດ້ເຫັນກັນ ໃນພຸດທະສາສນາ ຂອງສາສນາພຣະພຸດທະເຈົ້າໂຄຕະມະຂອງເຮົາ ມີຄັ້ງດຽວ ຄື ວັນແຮມ 1 ຄ່ຳ ເດືອນ 11 ປີທີ 6 ຫຼັງຈາກພຣະອົງສະເດັດໄປຈຳພັນສາ ທີ່ຊັ້ນຕາວະຕິງສາແລ້ວ)
(ພາບສະຫວັນເທວາສະຖານ ຂອງພຣະຍາອິນ ເຊິ່ງເປັນແນວຄວາມເຊື່ອຂອງສາສນາພຸດ ເຖຣະວາດ ລາວ, ໄທຍ໌, ກັມປູເຈັຍ, ພະມ້າ,ສີລັງກາ)
(ພາບສະຫວັນເທວາສະຖານ ຂອງພຣະຍາອິນ ເຊິ່ງເປັນແນວຄວາມເຊື່ອຂອງສາສນາພຸດ ອາຈະຣິຍະວາດ ຝ່າຍຈີນ, ເກົ່າຫຼີ, ຍີ່ປຸ່ນ)
(ພາບນະຣົກຕ່າງ)

No comments:

Post a Comment