Tuesday 10 May 2011

ຖາມຕອບເລື່ອງເອກະພາບໃນການເຮັດບຸນ

ສາລະວັດ ຫຼືຜູ້ນໍາພາໄຫວ້ພຣະສູດມົນໃນງານບຸນສິນກິນທານ ບ້ານໜຶ່ງໃນໃຈກາງວຽງຈັນໄດ້ຖາມຜູ້ຂຽນວ່າ :
- ສາລະວັດ: ພຣະອາຈານ ເຮັດຈັ່ງໃດ ການນໍາພາໄຫວ້ພຣະສູດມົນແຕ່ລະບ້ານ ແຕ່ລະທີ່ບໍ່ຄກັນເອົາແຕ່ຜູ້ຊິເຮັດ ?
- ພຣະອາຈານ : ເຂົາເຮັດຈັ່ງໃດ ?
- ສາລະວັດ: ບາງຄົນກະມັກສັ້ນ ບາງຄົນກໍມັກຍາວ ບາງຄົນຄົນກໍເວົ້າບໍ່ຖືກ.
- ພຣະອາຈານ: ຜູ້ພາເຮັດສັ້ນ, ເຮັດຍາວທັງສອງນີ້ ເຂົາສະຫຼາດຄັກພໍ່ຕູ້.
- ສາລະວັດ : ຈັ່ງໃດຈຶ່ງວ່າ ຈັ່ງຊັ້ນ ຂ້ານ້ອຍ ມັນບໍ່ຜິດບໍ ?
- ພຣະອາຈານ : ຄັນເວົ້າປາລີບໍ່ຜິດ ແລ້ວແມ່ນບໍ່ຜິດ, ໄຫວ້ພຣະຕ້ອງໄຫວ້ເປັນພາສາປາລີ ຫາກເວົ້າພາສາປາລີບໍ່ຜິດພາສາປາລີ ເວົ້າພາສາລາວບໍ່ຜິດພາສາລາວ ແມ່ນຖືກ, ທີ່ວ່າຍາມເວົ້າສັ້ນກໍສັ້ນ ຍາມເວົ້າຍາວກໍຍາວນັ້ນ ນັບວ່າເຂົາເບິ່ງສະຖານະການເປັນ ແລະເບິ່ງເວລາເປັນ ຜູ້ນີ້ຮູ້ສະຖານະການ ແລະເວລາ, ຜູ້ໃນຮູ້ສະຖານະການ ແລະເວລາຜູ້ນັ້ນປະເສີດສຸດພໍ່ຕູ້.
- ສາລະວັດ : ຈັ່ງໃດຈຶ່ງວ່າຈັ່ງຊັ້ນ.
- ພຣະອາຈານ: ກໍຊິວ່າຈັ່ງຊີ້ ກໍເພາະຄົນນັ້ນເຂົາເປັນຄົນຮູ້, ເປັນຄົນສະຫຼາດ ສາມາຈັດສັນເວລາໃຫ້ເໝາະສົມ ແລະຮູ້ຈັກວ່າຄວນຈະເຮັດຈັ່ງໃດກ່ອນ ແລະຫຼັງ ຫຼືປະຍຸກທັມໃສ່ຄົນ ປະຍຸກຄົນໃສ່ທັມ.
- ສາລະວັດ: ຮູ້ຫຍັງລະ ? ຢາກເວົ້າສັ້ນກະເວົ້າ ຢາກເວົ້າຍາວກະເວົ້າ.
- ພຣະອາຈານ: ເຂົາຮູ້ເວລາ ຮູ້ລຶກ ຮູ້ຍາມ ໝາຍຄວາມວ່າຍາມໃດ ເຂົາຈະເວົ້າຈັ່ງໃດ ຍາມໃດເຂົາຈະເວົ້າສັ້ນ ຍາມໃດເຂົາຈະເວົ້່າຍາວ, ແລະບົດໄຫວ້ພຣະສູດມົນ ຫຼືຖວາຍທານຕ່າງ ເຂົາສາມາດທີ່ຈະເວົ້າເຂົ້າກັບງານໄດ້.
- ສາລະວັດ: ຂ້ານ້ອຍບໍ່ເຂົ້າໃຈ ?
- ພຣະອາຈານ: ກໍເບິ່ງເວລາເອົາ ສູດນີ້ບໍ່ຕາຍຕົວ ແຕ່ລະງານບໍ່ຄືກັນເຂົ້າໃຈເອົາເອງ, ເຮົາເປັນຜູ້ນໍາຄວນຮູ້ວ່າ ງານແຕ່ລະງານ ແມ່ນງານຫຍັງຈະເຮັດຈັ່ງໃດ ເຮັດເມື່ອໃດ ?.
- ສາລະວັດ: ຂ້ານ້ອຍ ຍັງຄິດວ່າເຮັດຈັ່ງໃດ ຊິໃຫ້ມີເອກະພາບກັນ.
- ພຣະອາຈານ: ເອກະພາບເລື່ອງໃດ ?
- ສາລະວັດ: ເລື່ອງໄຫວ້ພຣະ ຮັບສິນໃນງານບຸນ.
- ພຣະອາຈານ: ອາຕະມາເຊື່ອວ່າ ເອກະພາບກັນແລ້ວຫາກຄົນຫຼາຍຄົນໄຫວ້ພຣະ, ຂໍສິນ, ເວົ້າພ້ອມກັນເພືອບໆໆໆ ບໍ່ຂັດຂ້ອງກັນໝາຍວ່າແຕ່ລະຄົນເວົ້າຄືກັນ ກໍເອກະພາບກັນແລ້ວ ເວັ້ນເສັຍແຕ່ຄົນໜຶ່ງວ່ານະໂມ, ອີກຄົນໜຶ່ງວ່ານະມາ ອັນນັ້ນແມ່ນບໍ່ເອກະພາບກັນແລ້ວ ຄົນວ່ານະມາຜິດແລ້ວ, ຄົງຈະບໍ່ມີໃຜວ່ານະມາຕີ.
- ສາລະວັດ: ບໍ່ມີດອກ ຂ້ານ້ອຍ.
- ພຣະອາຈານ: ຄັນບໍ່ມີ ກະສະແດງວ່າເອກະພາບກັນແລ້ວ ຊິໃຫ້ເອກະພາບແນວໃດອີກ.
- ສາລະວັດ: ຄືໃຫ້ແຕ່ລະທີ່ ແຕ່ລະບ່ອນເຮັດຄືກັນ.
- ພຣະອາຈານ: ອາຕະມາໄປຮອບທີບ ແຕ່ລະທີ່ ແຕ່ລະບ່ອນເຮັດຄືກັນໝົດ ມີໄຫວ້່, ຮັບສີນ, ຖວາຍທານ, ຮັບພອນ, ຢາດນໍ້າ.
- ສາລະວັດ : ຄືຢາກໃຫ້ເຮັດເອກະພາບການ ຄືບໍ່ໃຫ້ຕ່າງກັນ.
- ພຣະອາຈານ: ອັນນີ້ຕ້ອງຂຶ້ນກັບພໍ່ອອກເອງ ເຮັດຈັ່ງໃດຊິໃຫ້ເອກະພາບ ບໍ່ແມ່ນໃຫ້ຄົນອື່ນມາເອກະພາບ ຄືຢາກໃຫ້ຄົນອື່ນຄືເຮົາ, ເຮົາຢາກມີຄວາມເອກະພາບ ມັນກໍຂຶ້ນກັບຕົວເຮົາ ເຮົາເປັນຜູ້ນໍາເຂົາມອບໜ້າທີ່ໃຫ້ເຮົາແລ້ວ ເຮົາຈະເຮັດແນວໃດໃຫ້ຄົນອື່ນເອກະພາບກັບເຮົາແມ່ນເຮົາເອງ ໄປບັງຄັບຄົນອື່ນບໍ່ໄດ້.
- ສາລະວັດ: ບໍ່ເຂົ້າໃຈ ຂ້ານ້ອຍ.
- ພຣະອາຈານ: ໝາຍວ່າ ທ່ານໄປເປັນຜູ້ນໍາໃນງານບຸນໃດ ທ່ານຕ້ອງນໍາພາເຂົາໃຫ້ເຮັດກັບທ່ານໄດ້ຮູ້ຣືກ ຮູ້ຍາມ ຮູ້ສະຖານທີ ຮູ້ບຸກຄົນ ຫັ້ນແລ້ວແມ່ນດີ, ເພາະວ່າງານນັ້ນໆ ເທົ່າທີ່ອາຈານເຫັນ ເຂົາມອບໃຫ້ສາຣະວັດເປັນຜູ້ນໍາເຮັດຈັ່ງໃດມັນຊິດີງາມ ແມ່ນທ່ານເອງເປັນຜູ້ນໍາພາເຂົາ ເຈົ້າພາບ ແລະຄົນອື່ນ ແມ່ນເຂົາພ້ອມທີ່ຈະເຮັດນໍາທ່ານ ເພາະເຂົາມອບໃຫ້ທ່ານເປັນຜູ້ພາເຮັດພາທໍາ ອີກທາງໜຶ່ງ ທ່ານຢ່າເຂົ້າໃຈວ່າທ່ານເຮັດຖືກ ແລະດີກວ່າຄົນອື່ນໆ ທ່ານເອງພ້ອມທີ່ຈະຮຽນນໍາຄົນອື່ນ ແລ້ວນໍາມາປະຍຸກໃຊ້ໃຫ້ຖືກຕ້ອງຕາມຫຼັກການເຮັດບຸນ ແລະເວລາເວົ້າກໍໃຫ້ຖືກຕ້ອງຕາມພາສາປາລີ ແລະພາສາລາວ ແມ່ນຖືກຕ້ອງແລ້ວ ບໍ່ມີຜິດ.

No comments:

Post a Comment