Monday, 7 August 2017

ສຶກສາຊື່ ຄຳວ່າ "ອັກສອນໄທຍ໌ນ້ອຍ, ອັກສອນອີສານ ແລະອັກສອນທຳອີສານ" ຕາມການກ່າວຂານຂອງໄທຍ໌

ສຶກສາຊື່ ຄຳວ່າ "ອັກສອນໄທຍ໌ນ້ອຍ, ອັກສອນອີສານ ແລະອັກສອນທຳອີສານ" ຕາມການກ່າວຂານຂອງໄທຍ໌
ໂດຍ ພອຄ.ເນືອງພິລັກ ໂຊຕິທອນ 7 ພະຈິກ 2015
-----------
- ໃນຄວາມໝາຍ ຄຳວ່າ ໄທຍ໌ນ້ອຍໃນອັກສອນອີສານ ທີ່ໄທຍ໌ຕັ້ງຂຶ້ນໝາຍເອົາອັກສອນລາວ ທີ່ມີການໃຊ້ໃນພາກຕາເວັນອອກສ່ຽງເໜືອຂອງໄທຍ໌ທັງໝົດ, ສ່ວນຄຳວ່າ ອັກສອນອີສານ ກໍໝາຍເອົາອັກສອນລາວທັງອັກສອນລາວ ຫຼືໄທຍ໌ນ້ອຍ ແລະອັກສອນທຳລາວ ທີ່ມີການໃຊ້ໃນພາກອີສານທັງໝົດດ້ວຍ, ສ່ວນຄຳວ່າ ພາສາອີສານນັ້ນ ກໍແມ່ນໝາຍເຖິງພາສາລາວທັງນັ້ນ.
- ໃນປະຫວັດສາດຊາດໄທຍ໌ ທີ່ກ່າວເຖິງຊົນຊາດໄທຍ໌ ເຊິ່ງອົບພະຍົບລົງມາຈາກ ອານາຈັກນ່ານເຈົ້າ ມາຢູ່ດິນແດນຂອງຂອມນັ້ນ ມີຢູ່ 2 ພວກ ຄືຊົນຊາດອ້າຍລາວ ຫຼືໄທລາວ.
- ອ້າຍລາວ ແບ່ງອອກເປັນສອງພວກ ຄືພວກທີ່ອົບພະຍົບຂຶ້ນທາງເໜືອ ເຂົ້າໄປທາງດິນແດນພະມ້າມີພວກຫຼາຍຮຽກວ່າ ໄທໃຫຍ່, ສ່ວນທີ່ອົບພະຍົບລົງທາງໃຕ້ ຮຽກວ່າໄທນ້ອຍ, ໄທນ້ອຍ ແບ່ງເປັນ 3 ຈຸ ຄື ຈຸໜຶ່ງລົງໄປທາງນໍ້າຂອງຮຽກວ່າໄທລາວ ຫຼືໄທລ້ານຊ້າງ ອົບພະຍົບໄປທາງນໍ້າປິງ ຍົມ ນ່ານ ຮຽກໄທໂຍນົກ ຫຼືໄທຍວນ ຫຼືໄທລ້ານນາ ຕະກຸນລາວ ຫຼືຮຽກອີກຢ່າງໜຶ່ງວ່າລາວລ້ານນາ, ສ່ວນລົງໄປທາງແມ່ນໍ້າເຈົ້າພະຍາ ໄປອາໄສຢູ່ໃນແດນສຍາມ-ມອນ ຮຽກວ່າ "ໄທສຍາມ" ຮຽກວ່າ ອານາຈັກສຍາມ.
- ທັງຄົນໄທລ້ານຊ້າງ ລ້ານນາ ແບ່ງອອກ ເປັນຫຼາຍຈຸ ມີຊື່ນຳໜ້າວ່າໄທ ເຊັ່ນໄທດຳ ໄທແດງ ໄທຍວນ ຜູ້ໄທ ແລະໄທລາວ ສຳລັບໄທລາວ ໄດ້ຮຽກຊື່ຕົນເອງວ່າລາວ, ຄົນພວກນີ້ໄດ້ອົບພະຍົບລົງທາງໃຕ້ສະເໝີຕະຫຼອດໄລຍະປະຫວັດສາດ ທັງອົບພະຍົບລົງໄປເອງ ແລະອົບພະຍົບໄປດ້ວຍການກວດຕ້ອນ, ໂດຍສະເພາະແມ່ນຄົນລາວ ເຜົ່າຕ່າງໆ ໄດ້ອົບພະຍົບລົງໄປຢູ່ໃນອານາຈັກອາຍຸທະຍາ ແລະລັດຕະນະໂກສິນ ຢ່າງຫຼວງຫຼາຍ ເຮັດໃຫ້ຊົນຊາດລາວ ມີອິດທິພົນທາງດ້ານພາສາ ແລະວັດທະນະທຳເໜືອສຍາມ ຕໍ່ມາກໍມີອິດທິພົນເຂົ້າທາງດ້ານການເມືອງ ແລະການປົກຄອງ ຄົນສຍາມກໍໝົດອຳນາດລົງ ຍັງເຫຼືອແຕ່ຊື່ອານາຈັກວ່າ "ອານາຈັກສຍາມ" ແຕ່ພາສາແມ່ນເວົ້າພາສາໄທລາວ(ລາວ) ຈົນຮອດກາງຂອງຍຸກ ລັດຖະການທີ 8 ປະເທດໄທຍ໌ ກໍຍັງຄົງຊື່ວ່າ ປະເທດສຍາມ ຫຼືເມືອງສຍາມ.
- ສຳລັບອານາຈັກລ້ານຊ້າງ ແລະລ້ານນາ ເປັນອານາຈັກເອກລາດເລື້ອຍມາ ທັງສອງອານາຈັກນັ້ນມີຄວາມສຳພັນໃກ້ຊິດກັນ ທາງດ້ານການເມືອງ ການປົກຄອງມາຕະຫຼອດໄລຍະປະຫວັດສາດ ຈົນມາເຖິງປີ ຄສ. 1779 ແລະ ປີ 1828 ອານາຈັດທັງສອງຈຶ່ງຖືກຮຸກຮານໂດຍ ອານາຈັກສຍາມ ກາຍເປັນປະເທດສະຣາຊຂອງສຍາມ ໃນຖານະເມືອງຊ່ວຍ ຂອງສຍາມ ສ່ວນອຳນາດທາງການປົກຄອງຍັງມີອຳນາດຢູ່.
- ອານາຈັກລ້ານຊ້າງ ເປັນອານາຈັກລາວ ເກົ່າແກ່ ມີອານາເຂດກວາມສອງຟາກຝັ່ງແມ່ນໍ້າຂອງ ອານາເຂດກວ້າງຂວາງ ທາງເໜືອ ຈຸຊຽງຮຸ່ງ ສິບສອງພັນນາ ທາງຕາເວັນຕົກຈຸຊຽງຕຸງ ແລະຕໍ່ແດນ ລ້ານນາທາງຝັ່ງຂວາແມ່ນໍ້າຂອງຊຽງຮາຍ ນ່ານ ເລີຍ ລົງໄປທາງໃຕ້ຮອດ ອຳເພີພິມາຍ ປາກຊ່ອງ ປາຍນໍ້າສັກດົງພະຍາໄຟ ທິດຕາເວັນອອກສ່ຽງໃຕ້ ຕາມສາຍພູດົງເຫຼັກຮອດລີ່ຜີ ແລະດ້ານຕາເວັນອອກຕາມສາຍພູຫຼວງ ແດນແກວ ຮອດສິບສອງຈຸໄທ ນໍ້າມ້າ ເລົ່ານີ້ເປັນຕົ້ນ.
- ອານາຈັກລ້ານຊ້າງ ເປັນອານາຈັກລາວ ດຳລົງຄົງອານາຈັກໄວ້ຍາວນານກວ່າ 500 ປີ, ທາງດ້ານພາສາ ແລະວັດທະນະທຳທັງມວນນັ້ນ ເປັນເອກະລັກຂອງຕົນແຜ່ຂະຫຍາຍໄປທົ່ວ ພາກພື້ນອາຊີຕາເວັນອອກສ້ຽງໃຕ້ ແລະມີອິດທິພົນເໜືອກວ່າຊົນຊາດອື່ນ ໂດຍສະເພາະຊົນຊາດສຍາມ ຂະເໝນໃນບາງພາກດ້ວຍ ກໍໄດ້ຮັບອິດທິພົນທາງພາສາລາວນີ້.
- ອານາຈັກລາວລ້ານຊ້າງກວາມເອົາສອງຟາກຝັ່ງແມ່ນໍ້າຂອງສະນັ້ນ ພາສາລາວ ແລະອັກສອນລາວ ຈຶ່ງຖືກນຳໃຊ້ນຳຄົນເຊື້ອສາຍລາວ ຢູ່ໃນແລະນອກປະເທດໃນປັດຈຸບັນນີ້ດ້ວຍ.
- ນັບແຕ່ປີ ຄສ. 1829 ເປັນຕົ້ນມາອານາຈັກລ້ານຊ້າງຖືກລົ້ມສະຫຼາຍ ໂດຍສະເພາະສູນກາງຈັນທະບູລີສີສັດຕະນາກ(ວຽງຈັນ) ຖືກຍຸບອຳນາດລົງ ແຕ່ຫົວເມືອງຕ່າງໆ ຍັງປົກຄອງໂດຍຄົນລາວ ກາຍເປັນເມືອງສ່ວຍຂອງສຍາມ ພາຍຫຼັງປະເທດລ່າອານານິຄົມ ຈາກຊາດຕາເວັນຕົກ ມີຝຣັ່ງ-ອັງກິດ ເຂົ້າມາມີບົດບາດໃນດິນແດນອາຊີນີ້ ສຍາມຈຶ່ງໄດ້ເອົາໃຈໃສ່ປົກຄອງລາວ ໂດຍຈັດຫົວເມືອງລາວຕ່າງໆໄວ້ເປັນເຂດ ຢູ່ໃນກຳກັບຂອງສຍາມ.
- ພາຍຫຼັງສົນທິສັນຍາສຍາມ-ຝຣັ່ງ ສິ້ນສຸດລົງ ລັດຖະບານສຍາມ ຄອບຄອງດິນແດນລ້ານຊ້າງຝັ່ງຂວາເກືອບທັງໝົດ ແລະໄດ້ຈັດການແບ່ງເຂດການປົກຄອງສຍາມອອກເປັນພາກໆ ຮຽກວ່າທົນ ຕໍ່ມາກໍຈັດເປັນພາກ ດິນແດນລາວສອງເຂດແຄວ້ນ ໄດ້ແບ່ງອອກເປັນ 2 ພາກ ຄື ພາກເໜືອ ແລະພາກອີສານ.
- ກ່ຽວກັບພາສາ ແລະອັກສອນລາວ ກາຍເປັນອັກສອນໄທຍ໌ນ້ອຍ.
ເປັນລາວສອງພວກ ຄື ລາວລ້ານນາ ແລະລ້ານຊ້າງ ກ່ອນໜ້ານັ້ນ ສຍາມໄດ້ທຳການສັກມຶກຄົນໃນພາກພາກດັ່ງກ່າວໃຫ້ເປັນສຍາມ ຕໍ່ມາເມື່ອເຂົາຕັ້ງກົມການປົກຄອງຂຶ້ນແລ້ວ ກໍຂຶ້ນທະບຽນຄົນລາວໃນພາກນີ້ ເປັນ ສັນຊາດສຍາມ ເຊື້ອຊາດສຍາມ ພາຍລຸນມາປ່ຽນເປັນຊົນຊາດໄທຍ໌ ເຊື້ອຊາດໄທຍທັງໝົດ.
- ດ້ານການສຶກສາ ແຕ່ສະໄໝຣັດຖະການ ທີ 5-6-7-8 ທາງການສຍາມ ໄດ້ບັນຍັດເອົາອັກສອນໄທຍ໌ ປັດຈຸບັນເປັນອັກສອນຂອງຊາດ ໄດ້ມີການສອນໃນໂຮງຮຽນປະຊາບານ ແລະໃຊ້ໃນລັດຖະການ.
- ແຕ່ຄົນໃນ 2 ພາກນີ້ມີວັດທະນະທຳທາງ ພາສາ ອັກສອນ ເປັນຂອງຕົນ ແລະຍັງ ໃຊ້ເຂົ້າໃນວຽກງານສັງຄົມ ສາສນາ ວັດທະນະທຳຂອງຕົນຢູ່ ດ້ວຍເຫດນັ້ນ ທາງການສະຍາມ ຈຶ່ງໄດ້ຕັ້ງຊື່ໃຫອັກສອນຂອງລາວ ໃນພາກດັ່ງກ່າວ ຄື.
- ໃນພາກເໜືອ ມີ ສອນ 2 ແບບ ຄື ອັກສອນລາວບູຮານ ແບບລ້ານນາ ແລະອັກສອນລາວອີກແບບໜຶ່ງ ຍ້ອນຍົກສູງຄົນພາກເໜືອໃນລ້ານນາ ໃຫ້ເໜືອກວ່າຄົນໃນພາກອີສານ ຈຶ່ງຮຽກຄົນໃນລ້ານນາວ່າ ຄົນເມືອງ ພາສາເວົ້າຮຽກວ່າຄຳເມືອງ ຫຼືພາສາເມືອງ ອັກສອນກໍຮຽກວ່າຕົວເມືອງ ພາຍລຸນມາຮຽກວ່າ ອັກສອນລ້ານນາ ມີການປັບປຸງປ່ຽນແປງ ໂດຍໃຫ້ມີຮູບຄ້າຍຄືສອນພະມ້າຜົມສົມກັນໃນບາງຮູບ ແລະເພີ່ມຕົວໜັງສືເຂົ້າໃຫ້ຄົບ, ສ່ວນອັກສອນລາວ ອີກຮູບໜຶ່ງໃຫ້ຮຽກວ່າ ອັກສອນຝັກຂາມ.
- ຢູ່ໃນພາກອີສານນັ້ນ ຈຳປາສັກຝັ່ງຕາເວັນຕົກ ແລະບາງເກາະດອນຍັງຂຶ້ນ ກັບສຍາມ ໃນສະໄໝເຈົ້າຣາຊະດາໄນ ແລະ ເຈົ້າບຸນອຸ້ມ ນະຈຳປາສັກ ປົກຄອງແລະເປັນເຈົ້າຄອງນະຄອນຈຳປາສັກ ແລະຫົວເມືອງຂຶ້ນເດີມຂອງຈຳປາສັກບາງເມືອງ ແລະໄຊຍະບູຣີ ໃນໄລຍະນີ້ ໃນພາກອິສານ ມີອັກສອນຂອງຕົນສອງແບບ ທີ່ສືບມາຈາກອັກສອນລາວລ້ານຊ້າງ ທາງສຍາມໄດ້ປ່ຽນຊື່ອັກສອນລາວວ່າ "ອັກສອນໄທຍ໌ນ້ອຍ" ຄືເຂົາໝາຍເຖິງອັກສອນໄທຍ໌ຊະນິດໜຶ່ງ ແລະອັກສອນທຳໄດ້ຮຽກວ່າ "ອັກສອນລາວ" ແລະບັນທຶກໄວ້ໃນທະນະບັດເຈັ້ຍກະດາດດ້ວຍ.
- ສຳລັບທາງຝ່າຍລາວນັ້ນ ໄດ້ບັນຍັດອັກສອນລາວ ເປັນອັກສອນຊາດ ຫຼືອັກສອນໃຊ້ໃນຝ່າຍອານາຈັກ ຮຽກອັກສອນລາວ, ສ່ວນອັກສອນລາວ ອີກແບບໜຶ່ງ ໃຫ້ໃຊ້ໃນຝ່າຍສາສນາຈັກ ພື່ອຂຽນຄຳທຳ ຄົນທັງຫຼາຍຈຶ່ງຮຽກວ່າ ອັກກສອນທຳ ສ່ວນໃນພາກອີສານ ກໍຖືກຮຽກວ່າອັກສອນທຳອີສານ ແລະອັກສອນໄທຍ໌ນ້ອຍໃນພາກອີສານນັ້ນ ກໍຖືກກຳນົດໂດຍນັກວິຊາການໄທຍ໌ໃນປັດຈຸບັນວ່າ ອັກສອນອີສານ.
- ເນື່ອງຈາກລາວໄດ້ໃຊ້ອັກສອນລາວ ທັງສອງແບບຄວບຄູ່ກັນມາ ອັກສອນລາວ ກໍຮຽກວ່າອັກສອນລາວມາຕະຫຼອດ ອັກສອນທຳ ກໍຮຽກວ່າ ອັກສອນທຳລາວມາຕະຫຼອດ.
- ມາເຖິງໄລຍະໜຶ່ງ ເມື່ອຣາຊບັຍດິດສະພາຈັນທະບູຣີກຳເນີດຂຶ້ນ ສົມເດັດເຈົ້າເພັດຊະຣາຊ ເປັນປະທານ ກໍໄດ້ແນະນຳໃຫ້ຄະນະກຳມະການວັນນະຄະດີ ປະຕິຮູບອັກສອນລາວຂຶ້ນໃຫ້ຄົບຕາມເຄົ້າ ຮຽກວ່າອັກສອນສະພາຈັນທະບູຣີ ໂດຍມີມະຫາສີລາ ວິລະວົງ ພ້ອມຄະນະຄົ້ນຄວ້າ ສ່ວນອັນສອນທຳນັ້ນ ທາງຄະນະກຳມະການຮັບຮອງເອົາແບບ ຂອງມະຫາສີລາ ວິລະວົງ ແລະຂອງມະຫາເສນາ(ຜຸຍ) ເປັນແບບ ຈຶ່ງມີການຮຽນການສອນກັນມາເລື້ອຍ ຈົນມາຮອດ ປີ 1957 ມີກົດໝາຍສະບັບເລກທີ 10 ອອກມາ ຮຽກວ່າ ພະຣາຊະບັນຍັດເລກທີ 10 ກຳນົດໃຫ້ພາສາລາວຂຽນຕາມສຽງ ທາງຝ່າຍອານາຈັກ ກໍມີສະພາຈັນທະບູຣີເປັນແກ່ນນຳ ເຈົ້າເພັດຊະຣາດ ກໍມອບໃຫ້ມະຫາສີລາ ວິລະວົງ ແກ້ໄຂໄວຍາກອນເກົ່າ ຍົກເລີກອັກສອນ 14 ໂຕ ໃຫ້ໃຊ້ 27 ໂຕ ລະມີການສະກົດ ພິເສດ ອີກ 8 ໂຕ ຈຶ່ງໄດ້ໃຊ້ໄວຍາກອນລາວສະບັບນີ້ ມາຈົນເຖິງປີ ຄສ. 1975 ຮຽກວ່າໄວຍາກອນສະບັບກະຊວງສຶກສາ ກີລາ ສະໄໝລະບອບຣາຊາອານາຈັກ ມີປີແອງິນ ແລະຜູ້ອື່ນໆ ເປັນຜູ້ພັດທະນາ.
- ສ່ວນທາງຝ່າຍແນວລາວ ໄດ້ຈັດຕັ້ງຂຶ້ນທີ່ຊຽງຂວາງ ພະຍາພູມີ ວົງວິຈິດ ເປັນຫົວໜ້າຄະນະກຳມະການສຶກສາສູນກາງແນວລາວຮັກຊາດ ກໍໄດ້ພັດທະນາໄວຍາກອນຂອງຕົນຂຶ້ນ ໂດຍປະຕິບັດຕາມພະຣາຊະບັນຍັດ ເລກທີ 10 ເຊັ່ນດຽວກັນ ແຕ່ໃຊ້ອັກສອນ 26 ໂຕ ຕັດໂຕ ຣ ອອກ ແລະບໍ່ມີສະກົດພິເສດໃດໆ ທັງສິ້ນ.
- ຈົນມາຮອດ ປີ ຄສ. 1976 ທ່ານພູມີ ວົງວິຈິດ ເປັນຮອງນາຍົກ ແລະຣັດຖະມົນຕີກະຊວງສຶກສາ ກີລາ ແລະທຳມະການ ກໍໄດ້ນຳໃຊ້ໄວຍາກອນສະບັບ ດັ່ງກ່າວ ມາຮອດປີ 2000 ຄະນະກຳມະການຄົ້ນຄວ້າພາສາສາດ ໄດ້ເພີ່ມ ໂຕ ຣ ເຂົ້າຄືນ ອັກສອນລາວ ຈຶ່ງມີ 27 ໂຕ ແຕ່ກໍໄດ້ປັບປຸງຂຽນຈົນເປັນແບບປັດຈຸບັນເທົ່າບັດນີ້.
- ເນື່ອງຈາກອັກສອນລາວ ໄດ້ມີການພັດທະນາປ່ຽນແປງຕາມໄລຍະປະຫວັດສາດເລື້ອຍມາ ຈຶ່ງມີນັກວິຊາການບາງຄົນຂອງລາວ ຮຽກອັກສອນລາວທັງສອງແບບດັ່ງນີ້ ຄື ອັກສອນທຳລາວ ກໍຮຽກສອນລາວບູຮານ, ສ່ວນອັກສອນລາວທີ່ເປັນອັກສອນຝ່າຍຣາຊະອານາຈັກຮຽກອັກສອນລາວເດີມ ເນື່ອງຈາກມີອັກສອນລາວໃໝ່ໃນປັດຈຸບັນ ດັ່ງນີ້.
- ສ່ວນຄຳວ່າ ອັກສອນໄທຍ໌ນ້ອຍນັ້ນ ແມ່ນຝ່າຍໄທຍ໌ບັນຍັດ ຄືໃຫ້ແຍກວ່າ ອັກສອນລາວໃນພາກອິສານ ເປັນອັກສອນໄທຍ໌ນ້ອຍ ຄືໝາຍວ່າເປັນອັກສອນໄທຍ໌ເຊັ່ນກັນ ແຕ່ເປັນແບບໜຶ່ງ ຫາກເປັນແບບນີ້ ກໍໝາຍວ່າ ອັກສອນໄທຍ໌ ເປັນອັກສອນໄທຍ໌ໃຫຍ່ ແຕ່ຄຳວ່າ ໄທຍ໌ໃຫຍ່ ແມ່ນຣັດປະຊາຊາດໜຶ່ງໃນພະມ້າ ມີການໃຊ້ພາສາ ແລະອັກສອນຂອງຕົນເອງຕ່າງຫາກ ຮູ້ສຶກສັບສົນກັນ,
- ພາຍຫຼັງມານີ້ ອັກສອນໄທຍ໌ນ້ອຍ ຖືກຮຽກວ່າອັກສອນອີສານ ແລະອັກສອນທຳໃນພາກອີສານ ຮຽກວ່າກສອນທຳອີສານ ແຕ່ຄົນອີສານສ່ວນໃຫຍ່ເປັນຄົນເຊື້ອສາຍລາວ ສະນັ້ນ ໂດຍຄວາມເປັນຈິງແລ້ວ ອັກສອນໄທຍ໌ນ້ອຍ ຫຼືອັກສອນອີສານ ຈຶ່ງເປັນອັກສອນລາວ ແລະອັກສອນທຳອີສານ ກໍແມ່ນອັກສອນທຳລາວ ເພາະເຈົ້າຂອງອັກສອນທັງສອງນີ້ ບໍ່ມີຊື່ວ່າ ປະເທດອີສານ ແລະຄົນອີສານບໍ່ແມ່ນຊື່ຊາດຊື່ຄົນ.





ອັກສອນລາວ ໄດ້ຈາກອັກສອນສະໄໝພະຍາລິໄທ ຕາມການກ່າວຫາຂອງໄທຍ໌ ຈິງບໍ ? ຄົ້ນຄວ້າໂດຍ: ພອຄ.ເນືອງພິລັກ ໂຊຕິທອນ 8/8/16

ອັກສອນລາວ ໄດ້ຈາກອັກສອນສະໄໝພະຍາລິໄທ ຕາມການກ່າວຫາຂອງໄທຍ໌ ຈິງບໍ ?
ຄົ້ນຄວ້າໂດຍ: ພອຄ.ເນືອງພິລັກ ໂຊຕິທອນ
8/8/16
--------
ອ່ານເນື້ອໃນ ຫຼັກຖານ ການຄົ້ນພົບອົກສອນລາວ(ໄທຍ໌ວ່າໄທຍ໌ນ້ອຍ) ແລະຄຳເຫັນຂອງນັກວິຊາການຝ່າຍໄທຍ໌
--------
จารึก จารึกพระธาตุร้างบ้านแร่
ชื่อจารึกแบบอื่นๆ -
อักษรที่มีในจารึก ไทยน้อย
ศักราช พุทธศักราช ๑๘๙๓
ภาษา ไทย
ด้าน/บรรทัด จำนวนด้าน ๑ ด้าน มี ๑๒ บรรทัด
ลักษณะวัตถุ รูปใบเสมา
ขนาดวัตถุ กว้าง ๔๒ ซม. สูง ๗๙ ซม.
บัญชี/ทะเบียนวัตถุ ๑) กองหอสมุดแห่งชาติ กำหนดเป็น “สน. ๔”
๒) ในหนังสือ ศิลาจารึกอีสานสมัยไทย-ลาว กำหนดเป็น “จารึกพระธาตุร้างบ้านแร่”
ปีที่พบจารึก ไม่ปรากฏหลักฐาน
สถานที่พบ สถานีอนามัยบ้านแร่ (วัดธาตุศรีบุญเรือง) ตำบลแร่ อำเภอพังโคน จังหวัดสกลนคร
ผู้พบ อาจารย์สุรัตน์ วรางรัตน์ และคณะนักศึกษา จากวิทยาลัยครูสกลนคร
ปัจจุบันอยู่ที่ สถานีอนามัยบ้านแร่ (วัดธาตุศรีบุญเรือง) ตำบลแร่ อำเภอพังโคน จังหวัดสกลนคร
พิมพ์เผยแพร่ ศิลาจารึกอีสานสมัยไทย-ลาว (กรุงเทพฯ : คุณพินอักษรกิจ, ๒๕๓๐), ๒๒๕-๒๒๗.
ประวัติ ศิลาจารึกหลักนี้เพิ่งค้นพบเมื่อ อาจารย์สุรัตน์ วรางรัตน์ แห่งวิทยาลัยครูสกลนคร พานักศึกษาไปศึกษานอกสถานที่ ภายหลังได้พาอาจารย์ธวัช ปุณโณทก ไปศึกษาเมื่อเดือนเมษายน พ.ศ. ๒๕๒๗ พบเฉพาะท่อนบนและท่อนล่าง เดือนสิงหาคม ๒๕๒๗ อาจารย์ธวัช ปุณโณทก ได้นำภาพนิ่งจารึกหลักนี้มาเสนอในที่ประชุมนานาชาติเรื่อง ไทยศึกษา ที่กรุงเทพฯ ศาสตราจารย์ ดร. ประเสริฐ ณ นคร ได้แสดงความเห็นและให้ความสนใจแก่จารึกหลักนี้มาก อาจารย์ธวัช ปุณโณทก จึงได้ให้นักศึกษาผู้ช่วยวิจัยไปค้นหาส่วนของจารึกที่ยังหลงเหลืออีกครั้งหนึ่ง และพบส่วนที่ขาดไปได้ครบสมบูรณ์
เนื้อหาโดยสังเขป ข้อความจารึกกล่าวถึงการอุทิศที่ดินให้แก่วัดของเจ้านายระดับพระยา และแสน ซึ่งเป็นหัวหน้าชุมชนในละแวกนั้น
ผู้สร้าง ไม่ปรากฏหลักฐาน
การกำหนดอายุ ข้อความจารึกบรรทัดที่ ๔ ระบุ จ.ศ. ๗๑๒ คือ พ.ศ. ๑๘๙๓ ตรงกับปีที่พระเจ้าอู่ทองทรงสถาปนากรุงศรีอยุธยา และก่อนพระเจ้าฟ้างุ้มครองเมืองหลวงพระบาง (พ.ศ. ๑๘๙๖) ถึง ๓ ปี ถ้าศักราชที่ปรากฏในจารึกนี้ถูกต้อง จารึกหลักนี้จะเป็นจารึกอักษรไทยน้อยที่มีอายุเก่าที่สุดที่พบขณะนี้ และเป็นรูปแบบตัวอักษรไทยน้อยที่ได้พัฒนาไปแล้ว คือมีรูปแบบเฉพาะตัวห่างจากอักษรไทยสุโขทัยสมัยพระเจ้าลิไท ที่ร่วมสมัยเดียวกัน จากการศึกษารูปแบบของตัวอักษรในศิลาจารึกพระธาตุร้างบ้านแร่นี้ น่าจะต้องทบทวนทฤษฎีที่ว่าอักษรไทยน้อยได้แบบอย่างไปจากตัวอักษรไทยสกุลพ่อขุนรามคำแหง ถ้าปรากฏหลักฐานอื่นๆ สนับสนุนอีกส่วนหนึ่ง
ข้อมูลอ้างอิง เรียบเรียงข้อมูลโดย : นวพรรณ ภัทรมูล, โครงการฐานข้อมูลจารึกในประเทศไทย, ศมส., ๒๕๔๙, จาก :
ธวัช ปุณโณทก, “จารึกพระธาตุร้างบ้านแร่,” ใน ศิลาจารึกอีสานสมัยไทย-ลาว : ศึกษาทางด้านอักขรวิทยาและประวัติศาสตร์อีสาน (กรุงเทพฯ : คุณพินอักษรกิจ, ๒๕๓๐), ๒๒๕-๒๒๗.
ภาพประกอบ ภาพสำเนาจารึกจาก : ภาควิชาภาษาตะวันออก คณะโบราณคดี มหาวิทยาลัยศิลปากร, ๒๕๔๕ (เลขทะเบียน CD; INS-TH-14, ไฟล์; Sn_0400_c)
--------------------
- ສີລາຈາຣືກອັກສອນລາວທີ່ພົບຢຸ່ນອກປະເທດລາວ ທີ່ເກົ່າແກ່ທີ່ສຸດ ຄື ຈາຣືກພະທາດຮ້າງບ້ານແຮ່ ສ້າງປີ ຈສ. 712(ພສ. 1893, ຄສ. 1350) ສີລາຈາຣືກຫຼັກນີ້ ສ້າງປີດຽວກັນກັບພະເຈົ້າຣາມາທີ 1 (ອູ່ທອງ) ສະຖາປານາອະນຸທະຍາ, ຫຼັງພະທັມມະຣາຊາທີ 1 (ພຍາລິໄທ) ຄອງຣາດ ໃນສຸໂຂໄທຍ໌ 3 ປີ (ພສ. 1890-ຄສ. 1347) ແລະກ່ອນພຣະເຈົ້າເລີດລ້າທໍລະນີຟ້າງຸ່ມມະຫາຣາດທ້ອນໂຮມ ອານາຈັກລ້ານຊ້າງ ແລະສະຖາປານານະຄອນຊຽງທອງ ຂຶ້ນຄອງຣາຊໃນປີ ຄສ. 1353.
- ສີຈາຣືກນີ້ກຳນົດເປັນ "ສີລາຈາຣືກພະທາດຮ້າງບ້ານແຮ່" ເຊິ່ງທາງໄທຍ໌ກຳນົດຊື່ວ່າ "ອັກສອນໄທຍ໌ນ້ອຍ" ສີລາຈາຣືກນັ້ນກຳນົດວ່າ "ສີລາຈາຣືກອີສານສະໄໝໄທຍ໌-ລາວ"; ສີລາຈາຣືກນີ້ມີສະພາບຊຳລຸດເລັກນ້ອຍ ເນື້ອໃນທີ່ຈາຣືກໂດຍສັງເຂບ ກ່າວເຖິງການບໍຣິຈາກທີ່ດິນໃຫ້ແກ່ວັດຂອງເຈົ້ານາຍລະດັບພະຍາ ແລະແສນ..."
- ທວັດ ປຸນໂນທົກໃຫ້ຄວາມສົນໃຈ ໃຫ້ທັດສະນະຕໍ່ຈາຣືກນີ້ວ່າ "จารึกหลักนี้จะเป็นจารึกอักษรไทยน้อยที่มีอายุเก่าที่สุดที่พบขณะนี้ และเป็นรูปแบบตัวอักษรไทยน้อยที่ได้พัฒนาไปแล้ว คือมีรูปแบบเฉพาะตัวห่างจากอักษรไทยสุโขทัยสมัยพระเจ้าลิไท ที่ร่วมสมัยเดียวกัน จากการศึกษารูปแบบของตัวอักษรในศิลาจารึกพระธาตุร้างบ้านแร่นี้ น่าจะต้องทบทวนทฤษฎีที่ว่าอักษรไทยน้อยได้แบบอย่างไปจากตัวอักษรไทยสกุลพ่อขุนรามคำแหง ถ้าปรากฏหลักฐานอื่นๆ สนับสนุนอีกส่วนหนึ่ง" ອ້າງໃນ " นวพรรณ ภัทรมูล, โครงการฐานข้อมูลจารึกในประเทศไทย, ศมส., ๒๕๔๙"