ຊຽງໝ້ຽງ ກິນກ້ຽງແຊບຫຼາຍ.
-=====-
- ຊຽງໝ້ຽງເປັນຊື່ນິທານ ແລະຕົວລະຄອນເອກຂອງ ເລື່ອງ ເວົ້າເຖິງຊຽງໝ້ຽງ ໃຜໆກໍຮູ້ຊື່ນີ້ ແຕ່ຈະເລົ່າເລື່ອງໃຫ້ຈົບນັ້ນກໍຈົບ ຍາກເພາະ ມັນຫຼາຍບັ້ນຫຼາຍຕອນ ເລື່ອງຈົບໃນຕອນ ຄືແຕ່ລະຕອນຄືຕັ້ງບັນຫາ ແກ້ໄຂບັນຫາ ແລະສະຫຼຸບຫາລົງ ເປັນຕອນໆໄປ ຈຶ່ງເຮັດໃຫ້ຜູ້ຕິດ ຕາມອ່ານຟັງເຂົ້າໃຈເລື່ອງງ່າຍ ແລະຕິດຕາມເລື່ອງຕໍ່ເລື່ອງ ເປັນນິທານລາວ ເລື່ອງໜຶ່ງທີ່ມີຄວາມສຳຄັນສຸດ ຈັດຢູ່ໃນປະເພດ ຕະຫຼົກ ສອນໃຈ ບັນເທີງປັນຍາ ມີລົດຊາດ ເກືອບຄົບອັດຖະລົດ.
-=====-
- ຊຽງໝ້ຽງເປັນຊື່ນິທານ ແລະຕົວລະຄອນເອກຂອງ ເລື່ອງ ເວົ້າເຖິງຊຽງໝ້ຽງ ໃຜໆກໍຮູ້ຊື່ນີ້ ແຕ່ຈະເລົ່າເລື່ອງໃຫ້ຈົບນັ້ນກໍຈົບ ຍາກເພາະ ມັນຫຼາຍບັ້ນຫຼາຍຕອນ ເລື່ອງຈົບໃນຕອນ ຄືແຕ່ລະຕອນຄືຕັ້ງບັນຫາ ແກ້ໄຂບັນຫາ ແລະສະຫຼຸບຫາລົງ ເປັນຕອນໆໄປ ຈຶ່ງເຮັດໃຫ້ຜູ້ຕິດ ຕາມອ່ານຟັງເຂົ້າໃຈເລື່ອງງ່າຍ ແລະຕິດຕາມເລື່ອງຕໍ່ເລື່ອງ ເປັນນິທານລາວ ເລື່ອງໜຶ່ງທີ່ມີຄວາມສຳຄັນສຸດ ຈັດຢູ່ໃນປະເພດ ຕະຫຼົກ ສອນໃຈ ບັນເທີງປັນຍາ ມີລົດຊາດ ເກືອບຄົບອັດຖະລົດ.
- ອັນນິທານຊຽງໝ້ຽງນີ້ ບາງຄົນວ່າ ເປັນນິທານ ຕະຫຼົກ ມັນກະຕະຫຼົກອີຫຼີ ເພາະໃຜເລົ່າກະໄດ້ ສຸດທ້າຍກະຫົວຂວັນໂລດ, ບາງຄົນກະວ່າຊຽງ ໝ້ຽງເປັນຄົນຫຼອກລວງ, ຕົວະ ບາງຄົນຈົນທຽບ ປຽບເປີຍ ຄົນມີນິໄສຕົວະລ່າຍຫຼອກລວງ ຄືຊຽງໝ້ຽງ ແຕ່ເບິ່ງເລືຶ່ອງລາວແລ້ວ ກໍຄ້າຍກັບ ຕົວະ ແຕ່ບໍ່ຫຼວກລວງ ບໍ່ເອົາປຽບ ແບບຊຽງ ໝ້ຽງນີ້ ຄືຄົນສະຫຼາດມີປະຕິພານ ໄຫວພິບ ທັນຄົນ ທັນການ ທັນເວລາ ໂດຍເອົາປັນຍາ ມາຜະສົມພາສາເປັນຕົວແກ້ໄຂບັນຫາ ເຊັ່ນເລື່ອງຂ້າມແມ່ນຳ້, ພະຍາໃຫ້ສະໜົມໄປ ອຸດຈະລະໃສ່ເຮືອນຊຽງໝ້ຽງ, ໄປກ່ອນໄກ່ ທຸກຕອນລ້ວນແຕ່ກ່ຽວຂ້ອງກັບການ
ໃຊ້ພາສາທັງນັ້ນ, ຄືຊຽງໝ້ຽງຈະໃຊ້ພາສາ ຫັກລ້າງພາສາ, ຄວາມຈິງແລ້ວ ຊຽງໝ້ຽງບໍ່ແມ່ນຄົນຊົ່ວຊ້າສາມານດັ່ງທີ່ຫຼາຍຄົນເຂົ້າໃຈດອກ ຊຽງໝ້ຽງເປັນ ຕົວແທນຂອງປະ ຊົນ, ຕໍ່ສູ້ເພື່ອປະຊາຊົນ ບົນຄວາມຖືກຕ້ອງ ເປັນທຳ ບໍ່ປະຫັດປາຫານດ້ວຍກຳລັງ ເອົາປັນຍາສູ້ກັບອະປັນຍາລ້ວນໆ ຕໍ່ສູ້ ກັບພະຍາຜູ້ຊົງອຳນາດ ເຖິງບໍ່ສູ້ກັນດ້ວຍດ້ວຍກຳລັງກໍຕາມ, ຜູ້ໄຮ້ປັນຍາ ກໍເຖິງຂັ້ນຊີວິດໄດ້ ດັ່ງຕອນຈົບຂອງເລື່ອງຄື ກິນງ້ວນ ຜູ້ມີປັນຍາແມ່ນກະທັງຕົນຈະຕາຍ ກໍຕາຍຢ່າງມີກຽດ ແຕ່ຄົງໄວ້ເຊິ່ງຄວາມເປັນທຳ ແລະເຖິງຕົນຈະຕາຍກໍເອົາຊະນະຜູ້ໄຮ້ປັນຍາໄດ້, ຄວາມຈິງເລື່ອງຊຽງໝ້ຽງ ຈົບລົງດ້ວຍການຕາຍ ແຕ່ກໍຍັງມີພາກຕໍ່.
ໃຊ້ພາສາທັງນັ້ນ, ຄືຊຽງໝ້ຽງຈະໃຊ້ພາສາ ຫັກລ້າງພາສາ, ຄວາມຈິງແລ້ວ ຊຽງໝ້ຽງບໍ່ແມ່ນຄົນຊົ່ວຊ້າສາມານດັ່ງທີ່ຫຼາຍຄົນເຂົ້າໃຈດອກ ຊຽງໝ້ຽງເປັນ ຕົວແທນຂອງປະ ຊົນ, ຕໍ່ສູ້ເພື່ອປະຊາຊົນ ບົນຄວາມຖືກຕ້ອງ ເປັນທຳ ບໍ່ປະຫັດປາຫານດ້ວຍກຳລັງ ເອົາປັນຍາສູ້ກັບອະປັນຍາລ້ວນໆ ຕໍ່ສູ້ ກັບພະຍາຜູ້ຊົງອຳນາດ ເຖິງບໍ່ສູ້ກັນດ້ວຍດ້ວຍກຳລັງກໍຕາມ, ຜູ້ໄຮ້ປັນຍາ ກໍເຖິງຂັ້ນຊີວິດໄດ້ ດັ່ງຕອນຈົບຂອງເລື່ອງຄື ກິນງ້ວນ ຜູ້ມີປັນຍາແມ່ນກະທັງຕົນຈະຕາຍ ກໍຕາຍຢ່າງມີກຽດ ແຕ່ຄົງໄວ້ເຊິ່ງຄວາມເປັນທຳ ແລະເຖິງຕົນຈະຕາຍກໍເອົາຊະນະຜູ້ໄຮ້ປັນຍາໄດ້, ຄວາມຈິງເລື່ອງຊຽງໝ້ຽງ ຈົບລົງດ້ວຍການຕາຍ ແຕ່ກໍຍັງມີພາກຕໍ່.
- ຊຽງໝ້ຽງແທ້ ຊື່ເດີມສີທະນົນໄຊ ທີ່ພໍ່ແມ່ຕັ້ງຊື່ໃຫ້ ຄົນຮູ້ໃນນາມທ້າວສີ ເອົາໄປຝາກກັບພະຍາເປັນລູກລ້ຽງ ບາດແລ້ວໄດ້ບວດເປັນບຈົວ ກໍໄດ້ສ້າງວິລະກຳ ຕອນເປັນຈົວຫັ້ນກະຫຼາຍເລື່ອງ ກ່ອນຊິໄດ້ຊື່ວ່າຊຽງໝ້ຽງ ພໍ່ຄ້າໝ້ຽງ ມາພະນັນກັບຈົວສີທະນົນໄຊ ເລື່ອງຂວ້າມນ້ຳ ວາງພະນັນຄັກແນ່ ຖາມເລື່ອງຂວ້າມນ້ຳນີ້ໄດ້ບໍ ຈົວສີ ຕອບວ່າຂວ້າມນຳນີ້ບໍ່ໄດ້ ທາງພໍ່ຄ້າກະລຸຍນຳ້ໄປຮອດຝັ່ງນັ້ນ ເຂົ້າໃຈວ່າຕົນຂວ້າມນ້ຳໄດ້ແລ້ວ ກໍຈະມາແກ້ເອົາຜ້າຄຸມຈົວສີ ຕາມທີ່ຕົກລົງກັນໄວ້ ຈົວສີບໍ່ຍອມໃຫ້ ເພາະພໍ່ຄ້າໝ້ຽງຂວ້າມນໍ້າບໍ່ໄດ້ ເມື່ອເປັນເຊັ່ນນັ້ນ ຄູ່ກໍລະນີຈຶ່ງພາກັນໄປຂຶ້ນສານໃຫ້ພະຍາຕັດສິນ ແຕ່ວ່າມີກົດທີ່ວ່າ ຫາກພິກຂຸ-ສາມະເນນ ຈະຂຶ້ນສານ ວ່າຄວາມ ຈະຕ້ອງໄດ້ສິກກ່ອນ ຈົວສີທະນົນໄຊ ຈຶ່ງໄດ້ສິກຂາໄປຂຶ້ນສານ ເມື່ອສານຊັກຖາມ ຊຽງສີແກ້ຄວາມ ເຫັນວ່າຊຽງສີຊະນະນຳ້ຕື້ນໆ ຄື ພໍ່ຄ້າໝ້ຽງລຸຍນ້ຳ ບໍ່ແມ່ນຂວ້າມນຳ້ ນີ້ລະຜູ້ຂຽນ ຈຶ່ງຂຽນບົດໄວ້ຫຼາຍເລື່ອງ ພາສານີ້ມີຄວາມສຳຄັນ ຫາກໃຊ້ປົກກະຕິ ໃນຄອບຄົວເຮືອນຊານ ຈະໃຊ້ຈັງໃດກໍໄດ້, ແຕ່ເມື່ອໃຊ້ທາງການ ໃຊ້ກັບສັງຄົມໝູ່ໃຫຍ່, ສອນໜັງສື, ບັນຍາຍ, ປາຖະກະຖາ ອື່ນໆ ຈະໃຊ້ພາສາຕາມທຳມະດາບໍ່ໄດ້ ມັນຕ້ອງເລືອກໃຊ້ ແລະລະວັງໃນການໃຊ້ພາສານັ້ນ, ເຫດການນີ້ ປາກົດວ່າຈົວສີໄດ້ໝ້ຽງເປັນ ຄ່າພະນັນ ກັບເງິນອີກ ສີ່ກະຊ້າ ກັບຫ້າບາດພະ 5555 ຄົນທັງຫຼາຍຈຶ່ງຮຽກຊື່ວ່າຊຽງໝ້ຽງສືບຕໍ່ມາ. (ເອີຢ່າວ່າຊັ້ນວ່າຊີ້ ຂະນະທີ່ຂຽນເລື່ອງນີ້ຢູ່ໄດ້ເຫັນຂ່າວທາງທໍລະທັດໄທຍ ຫຼືໂທລະພາບໄທຍນັ້ນລະ ເຫັນຄູບາສຸເທບ ໄປຂຶ້ນສານທັງຜ້າເຫຼືອງ ຄື ບໍ່ເຫັນວ່າຊິສິກ ເໝືອນຈົວສີ ຍັງສົງໄສຢູ່ວ່າ ບາດສານບອກວ່າ ເຄົາລົບສານ ຄູບາສຸເທບຊິເຮັດຈັງໃດ ຄັນບໍ່ເຄົາລົບ ພັດວ່າຊິວ່າຜາໝາດສານ, ຄັນເຄົາລົບພັດເປັນພະ ຄູບາສຸເທບຊິໄຫວ້ສານຈັງໃດເນາະ ອັນນີ້ກະເວົ້າໄປຊື່ໆດອກ ເລື່ອງຂອງເພິ່ນ ບ້ານເພິ່ນກະຢ່າເຂົາ ນຳມາເວົ້າກໍເພື່ອເອົາບົດຮຽນຊື່ໆດອກ).
- ເວົ້າເລື່ອງຊຽງໝ້ຽງ ກໍຄິດເຫັນເລື່ອງພາສາລາວ ທີ່ກ່ຽວກັບໝ້ຽງ ຄືໝ້ຽງທີ່ຈົວສີທະນົນໄຊ ໄດ້ຮັບຄ່າປັບ ເປັນໝ້ຽງອົມ ແຕ່ກ່ອນຄົງຈະ ມີລາຄາແພງເປັນທີ່ນິຍົມ ຈຶ່ງມີການຂາຍກັນ, ມີຄຳເວົ້າຄຳເວົ້າປະໂຫຍກໜຶ່ງວ່າ "ໝ້ຽງໝາກ" ຄົງຈະແມ່ນອົມແທນໝາກກະໄດ້, ອີກສຳນວນ ໜຶ່ງວ່າ "ເອົາລູກເຂົາມາລ້ຽງ ເອົາໝ້ຽງເຂົາມາອົມ" ໝ້ຽງ ຄົງຈະອົມແທນໝາກ ເພາະເຂົາບອກວ່າໝ້ຽງນີ້ອົມຫຼາຍເມົາ ວ່າຈັງຊັ້ນ, ທີ່ຈິງໝ້ຽງນັ້ນ ດຽວນີ້ກະຍັງມີຢູ່ ແຖວທາງເໜືອພຽງໄຊຍະບູລີຂື້ນເມືອ ຍິນວ່າມີການເຮັດຢູ່ ກຳມະວິທີເຮັດໝ້ຽງ ຄືເອົາໃບໝ້ຽງ ມາບົ່ມໃສ່ໄຫຈົນລົດ ສົ້ມແລ້ວຈຶ່ງເອົາມາອົມ ກ່ອນຈະອົມ ຕ້ອງຫາເກືອ, ກະທຽມ, ຂີງ, ຂ່າ, ໝາກພິກ ມາ ແລ້ວເອົາໝ້ຽງຫໍ່ພໍຄຳ, ອົມໄວ້ໃນປາກ ດູດກິນນ້ຳອັນແຊບຊ້ອຍຂອງມັນ, ຖາມເຂົາວ່າ ຕົ້ນໝ້ຽງເປັນຈັງໃດ ໄດ້ຄວາມວ່າ ເໝືອນຕົ້ນຊານີ້ລະ ຜູ້ຂຽນສົງໄສ ຄົງແມ່ນຕົ້ນຊາ ເພາະເຫັນໃບ ທີ່ເປັນໝ້ຽງແລ້ວ ຄ້າຍກັນ ຄັນບໍ່ແມ່ນຕົ້ນຊາ ກໍຄົງແມ່ນຕົ້ນແຈ້ ກໍຄືຕົ້ນຊາປະເພດໜຶ່ງນີ້ລະ ຕ່າງກັນຈັກໜ່ອຍ ໃບມັນແກວດກວ່າ ແຕ່ກ່ອນບ້ານຜູ້ຂຽນມີ ເຂົາເອົາມາແຊ່ກິນນໍ້າຄ້າຍຊາ ດຽວນີ້ບໍ່ເຫັນແລ້ວຄົງ ຈະດັບແນວໄປແລ້ວ.
- ໝ້ຽງອີກປະເພດໜຶ່ງ ຂອງຊາວສີພັນດອນ ເປັນແບບຕ່າງ ຄື ເອົາຫົວສິງໃຄ ຂີງ ຂ່າ ແລະອື່ນໆຊອຍຄັກແລ້ວ ມາຕຳລົງຄົກໃສ່ກັບ ໝາກພິກ ຈົນລະອຽດດີຄັກ ເອົາປາແດກດີໆລົງ ເຫັນວ່ານົວພໍໃຈແລ້ວ ກໍຕັກມາໄວ້ຫາຜັກມາຫໍ່ມາພັນ ເຊັ່ນໃບອີເລີດ ຜັກຂາວທອງ ຍອດໃບມີ້ ໃບຂ່າ ໃບຂີງ ປີອ່ອນ ຢວກກ້ວຍ ໝາກມີ້ອ່ອນ ແລະອື່ນໆ ຕາມໃຈຊອບ ມີປາຢ້າງ ປາແຫ້ງ ປາກະເຕົາເອົາຫໍ່ມາພັນ ປ່ອນໃສ່ປາກ ອັນນີ້ກະວ່າໝ້ຽງ.
- ໝ້ຽງອີກແບບໜຶ່ງ ສະໄໝກ່ອນປະມານປີ 1985-1995 ໄທວຽງຈັນຂະນະນັ້ນໃຜໆ ຄົງຊິຮູ້ຈັກກັນທົ່ວໜ້າ ມີການເຮັດຂາຍຍາມຄໍ່າ ແລະນິຍົມກິນກັນຄັກ ຢູ່ຕໍ່ໜ້າສວນເຍົາວະຊົນ ສະພັງເລນດຽວນີ້, ກຳມະວິທີການເຮັດໝ້ຽງ ແບບນີ້ ພໍຮູ້ຄ້າວໆ ແມ່ນມີເຂົ້າໜຶ້ງແຫ້ງຂົ້ວ ແລ້ວກໍຂົ້ວໃສ່ໜັງໝູ ຫຼືຄຽບໝູປຸງລົດແຊບຊ້ອຍ ເອົາຜັກສະຫຼັດມາຫໍ່ໝ້ຽງນັ້ນດ້ວຍ ຂີງຊອຍ ຂ່າຊອຍ ຖົ່ວດິນ ພິກແຫ້ງຂົ້ວ ຄຽບໝູ ພິກແຫ້ງຂົ້ວ ແລະອື່ນໆຕາມໃຈຊອບ ຫໍ່ເປັນຄຳແລ້ວ ເອົາມາປ່ອນໃສ່ປາກຜູ້ມັກກະວ່າແຊບມແບບນີ້ເຂົາວ່າໝ້ຽງຄຳ ສະໄໝນັ້ນມຮູ້ຈັກກັບຄົນຂາຍ ຄືຄອບຄົວພໍສາຍ ແມ່ນາງຂາຍດິບຂາຍດີ ລ້ຽງລູກລ້ຽງເຕົ້າ 2 ຈົນຮຽນຈົບມະຫາວິທະຍາ ໄລທັງສອງ ດຽວນີ້ລູກຂອງລາວ ກໍມາຈະເລີນຮອຍຕາມພໍ່ແມ່ ແຕ່ຈັດລະບົບ ຮ້ານແບບທັນສະໄໝ ຮ້ານຢູ່ຖະໜົນວຽງຈະເລີນ ຊື່ວ່າ "ຮ້ານໝ້ຽງເຈົ້າເກົ່າ" ດັງຄັບດັງຄັ່ງ ຄົນໜຸ່ມຄົນສາວ ເຈົ້າໃຫຍ່ນາຍໂຕ ໃນວຽງຈັນ ແລະຕ່າງແຂວງ ຕ່າງປະເທດ ບໍ່ມີໃຜຊິບໍ່ຮູ້ຮ້ານນີ້ ອັັນນີ້ກະຍ້ອງເຂົາ ຮູ້ຈັກໃຊ້ພາສາລາວໃຫ້ເປັນປະໂຫຍດ 555 ໝ້ຽງ ໃຜຊິຮູ້ຈັກວ່າມັນຊິດັງ ເພາະພາສາພື້ນໆນີ້ເອງ ບາດມັນດັງແລ້ວ ຈ່ອງກະບໍ່ລົງ.
- ມີໝ້ຽງ ອີກແບບໜຶ່ງ ມີເຄື່ອງປະກອບຄ້າຍກັບໝ້ຽງຕຳນັ້ນລະ ແຕ່ມີປາປີ້ງທີ່ເຮັດໃຫ້ມຸ່ນແລ້ວມາຜະສົມກັບ ເຂົ້າທີ່ຂົ້ວແລ້ວ ໃນປະລິມານເທົ່າກັນ ແລ້ວໄປຫໍ່ກັບເຄື່ອງປະກອບດັ່ງໝ້ຽງຄຳ ປ່ອນໃສ່ປາກຄືກັນຜູ້ມັກ ກະວ່າແຊບທຸກຄົນ ໝ້ຽງແບບນີ້ ເພິ່ນວ່າໝ້ຽງປາ ບາງຄົນວ່າໝ້ຽງເມືອງຫຼວງ ແຕ່ກ່ອນປາພັນປາ ແບບຂາຍກັນເກື່ອນໃນວຽງຈັນນີ້ ກະຊື່ວ່າ ໝ້ຽງພັນປາ ເພາະເຄື່ອງມັນຄືກັນ ດຽວນີ້ຮູ້ຈັກໃນນາມພັນປາ, ເວົ້າເລື່ອງພັນປາ ມີອາຫານສີທັນດອນ ຈຳປາສັກ ປະເພດໜຶ່ງຄື ກ້ອຍພັນ ກໍພັນຄືກັບໝ້ຽງ ແຕ່ບໍ່ມີວີ່ແວວວ່າ ຊິເປັນໝ້ຽງ ເພາະເຄື່ອງພັນກ້ອຍບໍ່ມີຂີງຄ່າ ສິງໄຄ ເໝືອນພັນປາແບບທາງວຽງ ສະນັ້ນ ຄຳວ່າໝ້ຽງ ມີສ່ວນປະກອບຫຼັກໆ ຄື ຂີງ ຄ່າ ສິງໃຄ ແລະອື່ນໆດັ່ງທີ່ທ່ານຮູ້.
- ໝ້ຽງອີກແບບໜຶ່ງ ເຂົາວ່າໝ້ຽງຊາວວັງ ມີ ຂ່າ ຂີງ ຜັກບົ່ວ ຫົວກະທຽມ ພີກຢວກ ພິກກົ້ນຊັນ ແລະອື່ນໆສຸດແລ້ວແຕ່ຈະໃສ່ທັງໝົດເອົາມາຫັ່ນ ມາຊອຍ ແລ້ວຕັ້ງໝໍ້ຂາງລົງ ໃສ່ນຳ້ປາ ນ້ຳຕານຊາຍ ນໍ່າຕານກ້ອນ ນຳ້ຕານກະຖັງຂອງໄທຍ ຫຼືນຳ້ອ້ອຍກ້ອນ ກະສຸດແລ້ວແຕ່ ເອົາຂອງເລົ່ານັ້ນລົງ ຂົ່ວໃຫ້ສຸກ ປຸງລົດໃຫ້ຖືກລີ້ນ ເຫັນວ່າພໍໃຈແລ້ວຍົກລົງມາ ຫາຜັກອີເລີດ ຂາວທອງ ໝາກແຕງ ໝາກເຂືອເຄືອ ໝາກເຫຼັ່ນ ຜັກສະຫຼັດອື່ນໆ ທີ່ເປັນເຄື່ອງພັນໝ້ຽງ ຕາມໃຈຊອບ ຢ່າລືມໝາກພິກຂີ້ໜູ ຫຼືໝາກພິກແຫ້ງຂົ້ວຈັກ ໜ່ອຍອັນນີ້ກະວ່າໝ້ຽງ.
- ໂອຍ ເວົ້າເລື່ອງຊຽງໝ້ຽງ ຈັງແມ່ນມັນຫຼາຍໝ້ຽງ ມີຄົນຖາມວ່າ ໝ້ຽງໂຕສຸດທ້າຍນີ້ ຄືບໍ່ໃສ່ຊີ້ນ ໃສ່ປາ ອັນນີ້ກະຕອບວ່າສຸດແລ້ວແຕ່ຈະໃສ່ ແນວວ່າ ເວົ້າເລື່ອງພາສາ ຊິໃຫ້ເວົ້າຄູ່ກິ ຄູ່ກີ ມັນກະບໍ່ໄດ້ ຢາກໃສ່ຫຍັງຫາລະໃສ່ໂລດ ໃສ່ກຸ້ງ ກະວ່າໝ້ຽງກຸ່ງ ໃສ່ປາ ໃສ່ໝູຫຍອງ ກະວ່າໄປຕາມນັ້ນ ຢ່າລືມວ່າ ກຳລັງເວົ້າເລື່ອງພາສາກະແລ້ວກັນ.
- ມີອີກໝ້ຽງແບບໜຶ່ງ ຫຼາຍຄົນຄືຊິໄດ້ກິນ ແນ່ແລ້ວ 555 ຄືຂີ້ໝ້ຽງ ທີ່ມັນກັດເຫັຼກນັ້ນໜ່າ ອັນນີ້ກະເອີ້ນໝ້ຽງແຕ່ເອົາຂີ້ ຂຶ້ນໜ້າ ເພາະເປັນ ຂອງໄຮ້ຄ່າ, ເວົ້າແລ້ວກະວ່າຊິສຸດພຽງນີ້ ແລະແລ້ວມັນກະບໍ່ສຸດ ມີຄົນໆໜຶ່ງບໍ່ເປັນຕາ ຂີ້ຮ້າຍທ້າຍເປ ຂີ້ເລ່ນ້ຳມັນຍາງ ເຮັດຫຍັງກໍບໍ່ເອົາການເອົາງານ ເຂົາຕັ້ງຊື່ໃຫ້ຄົນແບບນີ້ວ່າ ໜ້າຂີ້ໝ້ຽງ.
ສຸດແລ້ວບາດນີ້ ຢ່າລືມວ່ານີ້ເປັນການ ຂຽນເລື່ອງ ພາສາ ທີ່ວ່າດ້ວຍໝ້ຽງໆໆໆ.