-ເຮືອນໜຶ່ງໆ ມັກຈະມີແພດານ ເຮືອນສະໄໝບູຮານ ແພດານມັກຈະເປັນໄມ້, ຫຼືເປັນແພ, ເຮືອນລາວບູຮານ ແພດານຈະເປັນແພສາເປັນສ່ວນໃຫຍ່ (ເວັ້ນເຮືອນມຸງຫຍ້າ ມັກຈະເອົາໄມ້ໄຜ່ສານເປັນແພດານ) ຢູ່ທີ່ວັດຍາດໂຍມມັກຈະເຮັດ ແພດານດານ ດ້ວຍຜ້າໃໝ ຝ້າຍ ຫຼືຜ້າກໍາມະຍີ່ ແລະອື່ນໆ ໄປຖວາຍວັດ ເພື່ອກັ້ງສາລາໂຮງທໍາ ແລະທີ່ພຣະເຈົ້າໃຫຍ່ປະດິດສະຖານໃນສິມ ແລະສາລາ ແມ່ນກຸດຕິ ວິຫານ ເມື່ອ ໒໐ ປີກັບໄປມັດມີແພດານແພ, ປັດຈຸບັນກໍມີ ແຕ່ໄດ້ຮັບຄວາມນິຍົມນ້ອຍ ແນ່ ເພາະປັດຈຸບັນ ນິຍົມເຮັດແພດານສໍາເຣັດຮູບ ດ້ວຍປູນຊີມັງ, ຍິຊ່ໍາ, ກະຕົງ ແລະແຕ້ມຮູບສວຍງາມ, ໃນວັດໜຶ່ງມັກປະດັບປະດາແພດານສວຍງາມກ່ອນອື່ນໝົດ ແມ່ສາລາໂຮງທໍາ ເພາະສາລາໂຮງທັມ ເປັນທີ່ຍາດໂຍມມາທໍາບຸນຫຼາຍແທບທຸກວັນ ສະນັ້ນ ຈຶ່ງຕ້ອງມີການເອ້ຍ້ອງສວຍສົດງົດງາມ ເພື່ອເປັນທີ່ຈະເລີນຕາ ຈະເລີນໃຈແກ່ຍາດສັດທາທັມທີ່ມາພົບ ເຫັນ, ລອງລົງມາແມ່ນສິມ ແລະກຸຕິຕາມລໍາດັບ.
- ທີ່ທີ່ແພດານສາລາໂຮງທັມນັ້ນ ທີ່ນິຍົມກັນແຕ້ມຮູບຫຼາຍທີ່ສຸດ ແລະແທບທຸກວັດມັກຈະເປັນຮູບພຣະເວດ ພຣະເຈົ້າສິບຊາດ ແລະປະຫວັດພຣະພຸດທະເຈົ້າ, ການແຕ້ມຮູບເພດານ ແລະຝາຜະໜັງນັ້ນ ເທົ່າທີ່ພົບບໍແມ່ນນິຍົມແຕ່ສະໄໝນີເທົ່ານັ້ນ ມີການິຍົມກັນມາຕັ້ງແຕ່ອານາຈັກລ້ານຊ້າງພຸ້ນ ດັ່ງຮູບແຕ້ມສິນວັດສີສະເກດ ແມ່ນແຕ້ຮູບປະຫວັດວຽງຈັນ ແລະພະລັກພະລາມ (ນັບແຕ່ເຂົາສ້ອມແຊມວັດສີສະເກດມາ ຍັງບໍ່ທັນໄປເບິ່ງເທື່ອວ່າເພິ່ນຮັກສາໄວ້ຫຼືບໍ ? ຄັນຮັກສາໄວ້ແມ່ນດີ ຄັນທໍາລາຍຖິ້ມກໍເປັນໜ້າເສັຍດາຍມູນມໍລະດົກທາງວັດທະນະທໍາ ເມື່ອ ໒໐໐ ປີແທ້ໆ) ນອກຈາກນີ້ຍັງພັບຫຼັກຖານ ທີ່ນະຄອນຫຼວງພຣະບາງຫຼາຍວັດ.
- ແພດານ ຕາຄະຕິບູຮານ ຄົງຈະເຮັດດ້ວຍແພ ດັ່ງທີ່ປາກົດຫຼັກຖານໃນເມືອງລາວ ເມື່ອ ໒໐ ປີກັບຄືນໄປ, ອາດເປັນເພາະເຮັດດ້ວຍແພນີ້ເອງ ພາສາບູຮານ ຈຶ່ງຮຽກວ່າ "ແພດານ", ແຕ່ສະໄໝຍັງນ້ອຍ ພາສາບ້ານ ຜຂ ຮຽກວ່າ "ພີດານ"(ປັດຈຸບັນ ວ່າແພດານທົ່ວໄປໝົດແລ້ວ) ຄໍາວ່າພີດານອາດເປັນສ້ຽງພ້ອງຈາກ "ແພດານ" ປັດຈຸບັນນີ້ ຄໍາວ່າ ແພດານນັ້ນ ໄດ້ຮັບຄວາມນິຍົມລົງວ່າ "ເພດານ", ຕາພາສານິຍົມສະໄໝໃໝ່.
- ຫຼັກຖານໜຶ່ງທີ່ຢັ້ງຢືນວ່າ ແພດານ ເປັນພາສາບູຮານ ແລະຕ້ອງຢູ່ເທິງກັ້ນກັນລະຫວ່າງທີ່ສູງ ແລະທີ່ຕ່ໍາ ຄື ທີ່ປາກດ້ານເທິງຂອງຄົນເຮົາ ເຂົາກໍຮຽກວ່າ "ແພດານ" ການທານແພດານໄດ້ອານິສົງຫຼາຍ ປາກົດໃນໜັງສືສະຫຼອງແພດານ ທີ່ພຣະສົງມັກນໍາເອົາໄປເທດ ສະຫຼອງຍາມມີການຖວາຍເພດານ.