Monday, 22 December 2014
ພອນຍິ່ງໃຫຍ່ ໄຊຊະນະອັນໃໝ່ ໃຫຍ່ຫຼວງກວ່າເກົ່າ
ຂໍໃຫ້ໂຊກມີໂຊກໃຫຍ່ ໄຊຊະນະອັນໃໝ່ ໃຫຍ່ຫຼວງກວ່າເກົ່າ
ຫາເງິນຫຍວນໃຫ້ໄດ້ເຕັມຫີບ
ຫາເງິນກີບໃຫ້ໄດ້ເຕັມຂັນ
ຫາເງິນໝັນໃຫ້ໄດ້ເຕັມພາ
ຫາເງິນໂດລ໌ລາຣ໌ໃຫ້ໄດ້ໂອ
ຫາເງິນຢູໂຣໃຫ້ໄດ້ເຕັມເຮືອນເຕັມຊານ
ຢ່າລືມຫາໄດ້ຫຼາຍແລ້ວ ໃຫ້ເອົາໄປຝາກທະນາຄານເດີ
ອະທິບາຍພອນ ສໍາລັບຜູ້ທີ່ຢາກໄດ້ພອນ ແຕ່ຮັບພອນບໍເປັນ
ຄໍາວ່າ ຫາເງິນຫຍວນໃຫ້ໄດ້ເຕັມຫີບ ໝາຍຄວາມວ່າ ຕະລອດໄລຍະອັນເຫິງນານນັ້ນ ເງິນຫຍວນຄົງຄຸນຄ່າໄວ້ດົນ ເງິນຫຍວນແຂງ ໑ ດອນຕໍ່ ໘ ຫຍວນ ສະນັ້ນ ເງິນທີ່ທ່ານຫາໄດ້ກໍໃຫ້ມັນຄົງຄຸນຄ່າເຊັ່ນນັ້ນ ເໝືອນກັບເງິນເອົາໄວ້ໃນຫີບ ບໍ່ເສັຍງ່າຍ ອີກຢ່າງໜຶ່ງ ຄຳວ່າຫີບໝາຍເຖິງໄມ້ຫີບ ທີ່ປີ້ງຊີ້ນປີ້ງປາ ຫາກໃສ່ຫີບແລ້ວ ຍ່ອມບໍ່ຕົກບໍ່ລົ່ນ ແມ່ນກະທັງປາທີ່ຍັງເປັນຢູ່ ຫາກໃສ່ໄມ້ຫີບແລ້ວຍ່ອມຫຼຸດອອກຍາກ.
ຫາເງິນກີບໃຫ້ໄດ້ເຕັມຂັນ ໝາຍຄວາມວ່າ ຂັນມັນໄວ້ບໍ່ໃຫ້ມັນໄປໃສ ເຖິງແມ່ນໃຊ້ມັນໄປ ກໍຂັນມັນໄວ້ຢ່າໃຫ້ມັນໜີນານ ຄຳວ່າຂັນ ໝາຍເຖິງເອົາເຊືອກຜູກວັດຖຸສິ່ງໃດໜື່ງໄວ້ແລ້ວ ກໍກ້ຽວໄວ້ໃນກົງ ແລ້ວໃຊ້ແຮງຂັນກົງນັ້ນເຂົ້າມາ.
ຫາເງິນໝັນໃຫ້ໄດ້ເຕັມພາ ໝາຍຄວາມວ່າ ຢ່າໃຫ້ມັນເປັນໝັນໃຫ້ມັນພາເຮັດພາສ້າງ ອອກແມ່ແຜ່ລູກ ສືບຕໍ່ໄປ ຄຳວ່າໝັນ ມີສອງຄວາມໝາຍ ແມ່ຍິງທີ່ມີລູກຍາກ ຫຼືສັດທີ່ບໍ່ມີລູກຈັກເທື່ອ ຮຽກວ່າເປັນໝັນ ອີກຄວາມໝາຍໜຶ່ງ ເງິນຊະນິດໜຶ່ງຮຽກວ່າເງິນໝັກ(ເປັນຄຳຈຳເພາະຖິ່ນທາງພາກເໜືອ ຄືໝາຍເຖິງເງິນກີບຫົວໜາມ ສະໄໝອິນດູຈີນ ຝຣັ່ງເສດ) ຄຳວ່າຄຳວ່າໝັນ ຍັງເອົາໄປໃຊ້ໃນຄວາມໝາຍແຝງອື່ນໆ ອີກເຊັ່ນ ຮັກເປັນໝັນ ໝາຍເຖິງຮັກທີ່ບໍ່ສຳເລັດຜົນ, ຄວາມຮູ້ເປັນໝັນ ໝາຍເຖິງຄວາມຮູ້ໃຊ້ການບໍ່ໄດ້ ດັ່ງນີ້ເປັນຕົ້ນ.
ຫາເງິນໂດລ໌ລາຣ໌ໃຫ້ໄດ້ໂອ(ເງິນດອລລາຣ໌) ໝາຍຄວາມວ່າ ຫາເງິນຫຍັງກໍຕາມ ຈະໄດ້ຫຼາຍ ຫຼືໄດ້ນ້ອຍກໍຕາມ ຈົ່ງພໍໃຈໃນສິ່ງທີ່ຫາໄດ້ ໃຫ້ໃນສິ່ງທີ່ມີ ໂອລະນໍ ດ້ວຍຄວາມພໍອົກພໍໃຈ ເຕັມອົກເຕັມໃຈ ໃນພາສາອັງກິດວ່າ Okey ຄືຄວາມຕົກລົງປົງໃຈ ກໍຄືພໍໃຈນັ້ນເອງ.
ຫາເງິນຢູໂຣໃຫ້ໄດ້ເຕັມເຮືອນເຕັມຊານ ໝາຍຄວາມວ່າ ໃຫ້ເງິນອັນນີ້ມັນສາມາດຊີ້ຂາຍໄດ້ ກວ້າງຂວາງ ເພື່ອແຜ່ເຈືອຈານ ລ້ຽງຄົນໃນເຮືອນໃຫ້ເປັນສຸກ ລ້ຽງຄົນນອກເຮືອນໃຫ້ເປັນສຸກ ລ້ບງຕົນເອງໃຫ້ເປັນສຸກ ບໍ່ໃຫ້ເງິນພາເຮັດຊົ່ວ ທຳຊົ່ວ ຄືຕ້ອງໃຫ້ເກີດຄຸນ ໄດ້ເງິນແລ້ວໃຊ້ເງິນເປັນ ຢ່າໃຫ້ເງິນໃຊ້.
ຢ່າລືມຫາໄດ້ຫຼາຍເອົາໄປຝາກທະນາຄານເດີ ໝາຍຄວາມວ່າ ເມື່ອຮັ່ງມີດີໄດ້ແລ້ວ ຕ້ອງສ້າງບຸນນິທິ ຄືທະນາຄານ ທັງທະນາຄານຊາດນີ້ ແລະທະນາຄາຊາດໜ້າ.
ທະນາຄານຊາດນີ້
໑. ລ້ຽງຕົນໃຫ້ເປັນສຸກ
໒. ລ້ຽງຄົນໃນຄວາມຄຸ້ມຄອງ ແລະມີຄຸນໃຫ້ເປັນສຸກ
໓. ລົງທຶນທຸຣະກິດການຄ້າ
ທະນາຄານຊາດໜ້າ
໔. ທໍາບຸນໄວ້ໃນສາສນໜາ ແລະກໍ່ສ້າງສາທະຣະນະປະໂຫຍດອື່ນໆ.
ພອນອັນນີ້ ຜູ້ສະຫຼາດຍ່ອມໄດ້ ຜູ້ໃບ້ ບໍ່ເຫັນຄຸນເດີ

Tuesday, 16 December 2014
ເງິນສາມນາງ ໃຊ້ແທນເງິນຫຼຽນຫົວໜາມ ແລະເງິນຝັກເງິນຮາງແຕ່ກີ້.

-====------====-
- ເງິນເຈັ້ຍ ທີ່ເຫັນນີ້ລາວ ຮຽກວ່າເງິນ 3 ນາງ, ແຕ່ເກີດມາເຄີຍເຫັນໃບແທ້ 2-3 ຄັ້ງນີ້ລະ ແຕ່ ລະຄັ້ງກໍຂອງເຂົາທັງນັ້ນ, ແຕ່ກ່ອນມີຄົນຊອກຫາຊື້ ບໍ່ຮູ້ວ່າເຂົາຈະເອົາໄປ ເຮັດຫຍັງ, ປີ 1986 ເປັນຕົ້ນມາ ມາຢູ່ວຽງຈັນ ກະເຫັນເຂົາຊອກຫາ ຊື້ອີກ, ຮູ້ສືກວ່າມີຄົນຊອກຊື້ ຊອກຫາຫຼາຍ ສົມຄວນ ກະສອບຖາມເຂົາໄດ້ຄວາມ ວ່າ "ເອົາໄປລົງເລກ" ຟັງປຸບ ແນວຄິດຢຸດປັບ ເຂົາພັນລະນາສັບພະຄຸນຂອງເງິນ ແລະອາຈານລົງເລກ ອະພິນິຫານຄັກ, ຍິ່ງພັນລະນາ ຍິ່ງເຮັດໃຫ້ຜູ້ຂຽນບໍ່ ເຊື່ອຂຶ້ນຊັກໃຊ້ ເພາະບໍ່ມັກເລກແນ່ ແລະຕອນນັ້ນຄົງຈະປະຕິບັດກຳມັ ດຖານ ຈຶ່ງບໍ່ໄດ້ຕົກຢູ່ໃນວົງຈອນນັ ້ນ,
ຫຼັງປີ 1990 ພັດມີການຊອກຫາ ຂອງດີໆຕ່າງໆ ນານາໆ ກະແສເອົາໄປລົງເລກກໍຍັງຢູ່
ທັງງ້າງ, ທັງຄຸດ, ທັງເຫຼັກໄຫຼ ແລະອື່ນໆລວມທັງເງິນສາມນາງ ນີ້ດ້ວຍ
ແຕ່ວ່າຄັ້ງນີ້ມາເພິ່ມວ່າ ມີການສັ່ງຊື້ຈາກ ຕ່າງປະເທດດ້ວຍ.
- ການທີ່ມີຄວາມເຊື່ອວ່າ ເອົາຂອງດີໄປລົງເລກ, ກັບການສັ່ງຊື້ຈາກຕ່າງປະເທດ ມັນເຮັດໃຫ້ຜູ້ຂຽນຄິດຕ່າງ ນອກເໜືອຈາກລົງເລກ ສະໄໝນັ້ນກໍອາຍຸປະມມານ 21-22 ປີນີ້ລະ ພວກຫາຊື້ຂອງກະມາຫາເລື້ອຍ ມາຊວນເລື້ອຍ ໃຫ້ຊອກຫາໃຫ້ ຮັບຟັງເຂົາໄດ້ ແຕ່ບໍ່ສົນໃຈຫາໃຫ້ເຂົາຈັກເທື ່ອ ເພາະຫຍັງ ເພາະບໍ່ເຊື່ອວ່າ ອາຈານລົງເລກຈະເກ່ງ ຄັນເກ່ງແທ້ ບໍ່ຕ້ອງຫາວັດຖຸມາລົງດອກ ນັ່ງສະທິເອົາກໍໄດ້ຄັນໃຈສະຫວ ່າງ, ຍິ່ງມາຍິນການສັ່ງຊື້ຈາກຕ່າງ ປະດ້ວຍ
ຊື້ທຸກຢ່າງທີ່ເປັນຂອງເກົ່າ ຂອງດີ ມີເຫຼັກໄຫຼ, ງ້າງ ເປັນຕົ້ນ
ແຕ່ຕ້ອງຍິງຜ່ານຈຶ່ງຊື້ ແຕ່ເທົ່າທີ່ຮູ້ມາ ນ້ອຍຄົນທີ່ຈະຜ່ານການທົດ ລອງນີ້
ຍິ່ງເຮັດໃຫ້ຄິດຕ່າງ ວ່າມັນຕ້ອງ ມີອັນຕ່າງ ຈາກການລົງເລກແນ່ນອນ.
- ຄວາມຄິດຂອງຜູ້ຂຽນຕອນຄິດຕ່າງ ໝູ່ ຄື 1. ນັກສະສົມຂອງເກົ່າ, 2. ເອົາເຂົ້າພິທະພັນ 3. ເປັນຕົ້ນແບບໃນການລອກລຽນແບບຕ ົ້ນສະບັບ ເພື່ອປຳ້ຂາຍ.
- ທັງສາມຄວາມຄິດນີ້ ເກີດຂຶ້ນແຕ່ປີ 1990 ເປັນຕົ້ນມາ ເພາະມີແນວຄິດແບບນີ້ ຈຶ່ງບໍ່ກະຕືລືລົ້ນຈະຊອກຫາ ເພາະການຊອກ ຫາບໍ່ແມ່ນຈະຊອກງ່າຍໆ ເລີ່ມຕົ້ນຈາກການລົງ ທືນກ່ອນ ຄິດວ່າເສັຍເງິນ ແລະເວລາຍ້ອນ.
- ປີ1990 ຮູ້ຈັກກັບຄົນທີ່ຊອກຫາຂອງ ດີໄປລົງເລກນີ້ ແລະຂາຍນີ້ຄົນໜຶ່ງ ຮູ້ຈັກກັນພໍປະມານ ວ່າເຂົາມັກໃນທາງນີ້ ເຂົາເອງສະໄໝນັ້ນເຝີຖ້ວຍ 20-30 ກີບນີ້ເຂົາມີ ຮອດບໍລິສັດ, ມີເຮືອນກໍ່ ມີລົດຂີ່ ແລະມີລົດ ຫາເງິນຫຼາຍຄັນ ແລະບໍລິສັດກໍ່ສ້າງນີ້ ນັບວ່າຮັ່ງບໍ່ຢອກ, ເຂົາໃຈປໍ້າໃນການຊອກຫາ ຂອງດີ ວ່າແຕ່ຍິນຂ່າວແມ່ນໄປໂລດໄກປາ ນໃດ ຍິນເຂົາເວົ້າໃຫ້ຟັງ ເໝົາຍົນໄປກໍຍັງເຄີຍມີ ຫາກແມ່ນຂອງນັ້ນຢູ່ບ່ອນກັນດາ ນ ເຄີຍເວົ້າເປັນໄນໆໃຫ້ເຂົາຟັງ ກ່ຽວກັບຄວາມເຂົ້າໃຈ ຂອງຜູ້ຂຽນ ທີ່ກ່າວໄວ້ 3
ຂໍ້ ບໍ່ຮູ້ວ່າເຂົາເຊື່ອ ຫຼືບໍ່ເຊື່ອ ແຕ່ຈາກປີ 1990-1994 ບໍ່ເຄີຍຍິນວ່າເຂົາສົມຫວັງກ່ ຽວກັບເລື່ອງນີ້ ປີ 1994 ຜູ້ຂຽນ ໄປຮຽນຕ່າງປະເທດກັບມາຢາມວຽງຈ ັນ ປີ 1996 ຫາໂອກາດໄປຢາມເຂົາ ປາກົດວ່າເຂົາອົບພະຍົບໄປຢູ່ອ ະເມລິກາ ເຫດຜົນບໍລິສັດລົ້ມລະລາຍ ເປັນໜີ້ສິນ.
- ເມື່ອໄດ້ໄປທ່ອງທ່ຽວຕ່າງປະເທ ດ ໂດຍສະເພາະໄທຍ ເຫັນເຂົາວາງຂາຍຂອງ ທີ່ຄົນລາວຊອກຫານີ້ເກື່ອນກາດ ເປັນຕະຫຼາດສະເພາະທີ່ທ່າພຣະຈ ັນ ກທມ ເປັນຕົວຢ່າງ, ໄປປະເທດອື່ນໆ ກໍເຫັນມີຂອງເຫຼົ່ານີ້ປາກົດຕ ົວໃນທີ່ທ່ອງທ່ຽວ ເມື່ອເຂົ້າພິພິທະພັນຕ່າງປະເ ທດ ໝວດເງິນໂລກ ກໍມັກຈະເຫັນເງິນລາວ ສະໄໝຕ່າງໆລວມເງິນສາມນາງນີ້.
- ປີ 1999 ຮຽນຈົບໄປເມືອງຫຼວງພະບາງຄັ້ງ ທຳ
ອິດ ຕາມທີ່ທ່ອງທ່ຽວ ມີການຂາຍຂອງເກົ່າຢ່າງ ເປີດແປນມີທຸກຢ່າງເງິນເກົ່າ
ຂອງເກົ່າ ຫີນຂວັນຟ້າສຽມຕຸ່ນ ແລະອື່ນໆ ລ້ວນແຕ່ຂອງແທ້ລາຄາບໍ່ແພງ 40.000
ກີບຂຶ້ນເມືອ ບໍ່ເກີນ 100.000 ກີບ.
- ສິ່ງທີ່ບໍ່ເຄີຍມີ ໃນແນວຄວາມຄິດທາງວັດທະນະທຳລາ ວ ຄື ເອົາພະພຸດທະຮູບແທ້ໆ ມາວາງຂາຍປົນກັບ ຂອງທີ່ລະນຶກ ແລະຂອງເກົ່າແທ້ໆເຫຼົ່ານັ້ນ ອັນນີ້ຖືວ່າເປັນຈຸດປ່ຽນທາງຄ ວາມຄິດຂອງຄົນ ລາວກ່ຽວກັບຂອງດີ ຂອງມຸງຄຸນ ມີການໄດ້ມາໂດຍການຊື້ຂາຍ ບໍ່ແມ່ນສັດທາ.
- ນັບແຕ່ປີ 2004 ເປັນຕົ້ນມາ ປາກົດວ່າໃນທີ່ທ່ອງ ທ່ຽວຂອງລາວ ຂອງທີ່ລະນຶກ ລວມທັງພຣະຕ່າງໆ ລ້ວນມີແຕ່ຂອງປອມຂອງລຽນແບບ ໄປທີ່ໃດກໍເຫັນ ບໍ່ສະເພາະແຕ່ໃນທີ່ທ່ອງທ່ຽວລ າວ ທີ່ປະເທດອື່ນໃນອາຊີ ກໍຍັງມີຂອງແບບດຽວຂາຍ ເງິນສາມນາງນີ້ ຂອງປອມກະຍັງເຄີຍເຫັນຄືກັນ.
-====------====-
- ເງິນເຈັ້ຍ ທີ່ເຫັນນີ້ລາວ ຮຽກວ່າເງິນ 3 ນາງ, ແຕ່ເກີດມາເຄີຍເຫັນໃບແທ້ 2-3 ຄັ້ງນີ້ລະ ແຕ່ ລະຄັ້ງກໍຂອງເຂົາທັງນັ້ນ, ແຕ່ກ່ອນມີຄົນຊອກຫາຊື້ ບໍ່ຮູ້ວ່າເຂົາຈະເອົາໄປ ເຮັດຫຍັງ, ປີ 1986 ເປັນຕົ້ນມາ ມາຢູ່ວຽງຈັນ ກະເຫັນເຂົາຊອກຫາ ຊື້ອີກ, ຮູ້ສືກວ່າມີຄົນຊອກຊື້ ຊອກຫາຫຼາຍ ສົມຄວນ ກະສອບຖາມເຂົາໄດ້ຄວາມ ວ່າ "ເອົາໄປລົງເລກ" ຟັງປຸບ ແນວຄິດຢຸດປັບ ເຂົາພັນລະນາສັບພະຄຸນຂອງເງິນ ແລະອາຈານລົງເລກ ອະພິນິຫານຄັກ, ຍິ່ງພັນລະນາ ຍິ່ງເຮັດໃຫ້ຜູ້ຂຽນບໍ່ ເຊື່ອຂຶ້ນຊັກໃຊ້ ເພາະບໍ່ມັກເລກແນ່ ແລະຕອນນັ້ນຄົງຈະປະຕິບັດກຳມັ
- ການທີ່ມີຄວາມເຊື່ອວ່າ ເອົາຂອງດີໄປລົງເລກ, ກັບການສັ່ງຊື້ຈາກຕ່າງປະເທດ ມັນເຮັດໃຫ້ຜູ້ຂຽນຄິດຕ່າງ ນອກເໜືອຈາກລົງເລກ ສະໄໝນັ້ນກໍອາຍຸປະມມານ 21-22 ປີນີ້ລະ ພວກຫາຊື້ຂອງກະມາຫາເລື້ອຍ ມາຊວນເລື້ອຍ ໃຫ້ຊອກຫາໃຫ້ ຮັບຟັງເຂົາໄດ້ ແຕ່ບໍ່ສົນໃຈຫາໃຫ້ເຂົາຈັກເທື
- ຄວາມຄິດຂອງຜູ້ຂຽນຕອນຄິດຕ່າງ
- ທັງສາມຄວາມຄິດນີ້ ເກີດຂຶ້ນແຕ່ປີ 1990 ເປັນຕົ້ນມາ ເພາະມີແນວຄິດແບບນີ້ ຈຶ່ງບໍ່ກະຕືລືລົ້ນຈະຊອກຫາ ເພາະການຊອກ ຫາບໍ່ແມ່ນຈະຊອກງ່າຍໆ ເລີ່ມຕົ້ນຈາກການລົງ ທືນກ່ອນ ຄິດວ່າເສັຍເງິນ ແລະເວລາຍ້ອນ.
- ປີ1990 ຮູ້ຈັກກັບຄົນທີ່ຊອກຫາຂອງ ດີໄປລົງເລກນີ້ ແລະຂາຍນີ້ຄົນໜຶ່ງ ຮູ້ຈັກກັນພໍປະມານ ວ່າເຂົາມັກໃນທາງນີ້ ເຂົາເອງສະໄໝນັ້ນເຝີຖ້ວຍ 20-30 ກີບນີ້ເຂົາມີ ຮອດບໍລິສັດ, ມີເຮືອນກໍ່ ມີລົດຂີ່ ແລະມີລົດ ຫາເງິນຫຼາຍຄັນ ແລະບໍລິສັດກໍ່ສ້າງນີ້ ນັບວ່າຮັ່ງບໍ່ຢອກ, ເຂົາໃຈປໍ້າໃນການຊອກຫາ ຂອງດີ ວ່າແຕ່ຍິນຂ່າວແມ່ນໄປໂລດໄກປາ
ຂໍ້ ບໍ່ຮູ້ວ່າເຂົາເຊື່ອ ຫຼືບໍ່ເຊື່ອ ແຕ່ຈາກປີ 1990-1994 ບໍ່ເຄີຍຍິນວ່າເຂົາສົມຫວັງກ່
- ເມື່ອໄດ້ໄປທ່ອງທ່ຽວຕ່າງປະເທ
- ປີ 1999 ຮຽນຈົບໄປເມືອງຫຼວງພະບາງຄັ້ງ
- ສິ່ງທີ່ບໍ່ເຄີຍມີ ໃນແນວຄວາມຄິດທາງວັດທະນະທຳລາ
- ນັບແຕ່ປີ 2004 ເປັນຕົ້ນມາ ປາກົດວ່າໃນທີ່ທ່ອງ ທ່ຽວຂອງລາວ ຂອງທີ່ລະນຶກ ລວມທັງພຣະຕ່າງໆ ລ້ວນມີແຕ່ຂອງປອມຂອງລຽນແບບ ໄປທີ່ໃດກໍເຫັນ ບໍ່ສະເພາະແຕ່ໃນທີ່ທ່ອງທ່ຽວລ
Friday, 19 September 2014
ແພດານ ພີດານ ເພດານ ພັດທະນາການທາງພາສາລາວ
-ເຮືອນໜຶ່ງໆ ມັກຈະມີແພດານ ເຮືອນສະໄໝບູຮານ ແພດານມັກຈະເປັນໄມ້, ຫຼືເປັນແພ, ເຮືອນລາວບູຮານ ແພດານຈະເປັນແພສາເປັນສ່ວນໃຫຍ່ (ເວັ້ນເຮືອນມຸງຫຍ້າ ມັກຈະເອົາໄມ້ໄຜ່ສານເປັນແພດານ) ຢູ່ທີ່ວັດຍາດໂຍມມັກຈະເຮັດ ແພດານດານ ດ້ວຍຜ້າໃໝ ຝ້າຍ ຫຼືຜ້າກໍາມະຍີ່ ແລະອື່ນໆ ໄປຖວາຍວັດ ເພື່ອກັ້ງສາລາໂຮງທໍາ ແລະທີ່ພຣະເຈົ້າໃຫຍ່ປະດິດສະຖານໃນສິມ ແລະສາລາ ແມ່ນກຸດຕິ ວິຫານ ເມື່ອ ໒໐ ປີກັບໄປມັດມີແພດານແພ, ປັດຈຸບັນກໍມີ ແຕ່ໄດ້ຮັບຄວາມນິຍົມນ້ອຍ ແນ່ ເພາະປັດຈຸບັນ ນິຍົມເຮັດແພດານສໍາເຣັດຮູບ ດ້ວຍປູນຊີມັງ, ຍິຊ່ໍາ, ກະຕົງ ແລະແຕ້ມຮູບສວຍງາມ, ໃນວັດໜຶ່ງມັກປະດັບປະດາແພດານສວຍງາມກ່ອນອື່ນໝົດ ແມ່ສາລາໂຮງທໍາ ເພາະສາລາໂຮງທັມ ເປັນທີ່ຍາດໂຍມມາທໍາບຸນຫຼາຍແທບທຸກວັນ ສະນັ້ນ ຈຶ່ງຕ້ອງມີການເອ້ຍ້ອງສວຍສົດງົດງາມ ເພື່ອເປັນທີ່ຈະເລີນຕາ ຈະເລີນໃຈແກ່ຍາດສັດທາທັມທີ່ມາພົບ ເຫັນ, ລອງລົງມາແມ່ນສິມ ແລະກຸຕິຕາມລໍາດັບ.
- ທີ່ທີ່ແພດານສາລາໂຮງທັມນັ້ນ ທີ່ນິຍົມກັນແຕ້ມຮູບຫຼາຍທີ່ສຸດ ແລະແທບທຸກວັດມັກຈະເປັນຮູບພຣະເວດ ພຣະເຈົ້າສິບຊາດ ແລະປະຫວັດພຣະພຸດທະເຈົ້າ, ການແຕ້ມຮູບເພດານ ແລະຝາຜະໜັງນັ້ນ ເທົ່າທີ່ພົບບໍແມ່ນນິຍົມແຕ່ສະໄໝນີເທົ່ານັ້ນ ມີການິຍົມກັນມາຕັ້ງແຕ່ອານາຈັກລ້ານຊ້າງພຸ້ນ ດັ່ງຮູບແຕ້ມສິນວັດສີສະເກດ ແມ່ນແຕ້ຮູບປະຫວັດວຽງຈັນ ແລະພະລັກພະລາມ (ນັບແຕ່ເຂົາສ້ອມແຊມວັດສີສະເກດມາ ຍັງບໍ່ທັນໄປເບິ່ງເທື່ອວ່າເພິ່ນຮັກສາໄວ້ຫຼືບໍ ? ຄັນຮັກສາໄວ້ແມ່ນດີ ຄັນທໍາລາຍຖິ້ມກໍເປັນໜ້າເສັຍດາຍມູນມໍລະດົກທາງວັດທະນະທໍາ ເມື່ອ ໒໐໐ ປີແທ້ໆ) ນອກຈາກນີ້ຍັງພັບຫຼັກຖານ ທີ່ນະຄອນຫຼວງພຣະບາງຫຼາຍວັດ.
- ແພດານ ຕາຄະຕິບູຮານ ຄົງຈະເຮັດດ້ວຍແພ ດັ່ງທີ່ປາກົດຫຼັກຖານໃນເມືອງລາວ ເມື່ອ ໒໐ ປີກັບຄືນໄປ, ອາດເປັນເພາະເຮັດດ້ວຍແພນີ້ເອງ ພາສາບູຮານ ຈຶ່ງຮຽກວ່າ "ແພດານ", ແຕ່ສະໄໝຍັງນ້ອຍ ພາສາບ້ານ ຜຂ ຮຽກວ່າ "ພີດານ"(ປັດຈຸບັນ ວ່າແພດານທົ່ວໄປໝົດແລ້ວ) ຄໍາວ່າພີດານອາດເປັນສ້ຽງພ້ອງຈາກ "ແພດານ" ປັດຈຸບັນນີ້ ຄໍາວ່າ ແພດານນັ້ນ ໄດ້ຮັບຄວາມນິຍົມລົງວ່າ "ເພດານ", ຕາພາສານິຍົມສະໄໝໃໝ່.
- ຫຼັກຖານໜຶ່ງທີ່ຢັ້ງຢືນວ່າ ແພດານ ເປັນພາສາບູຮານ ແລະຕ້ອງຢູ່ເທິງກັ້ນກັນລະຫວ່າງທີ່ສູງ ແລະທີ່ຕ່ໍາ ຄື ທີ່ປາກດ້ານເທິງຂອງຄົນເຮົາ ເຂົາກໍຮຽກວ່າ "ແພດານ" ການທານແພດານໄດ້ອານິສົງຫຼາຍ ປາກົດໃນໜັງສືສະຫຼອງແພດານ ທີ່ພຣະສົງມັກນໍາເອົາໄປເທດ ສະຫຼອງຍາມມີການຖວາຍເພດານ.
Monday, 8 September 2014
ບົດທຳມະເທດສະໜາ ສະຫຼອງເຂົ້າສະຫຼາກສ້າງຊາດສ້າງຄົນ ທີ່ວັດຂະເໝົາໂພນຈຳປາ 08/09/14 ເວລາ 07:18 ໂມງ
- ນະໂມ ຕັດສະ ພະຄະວະໂຕ......(3 ຫົນ)
- ກິດໂສ ມະນຸດສາ ປະຕິລາໂພ
ກິດສັງ ມັດຈານະ ຊິວິດວິດຕັງ
ກິດສັງ ທຳມັດສາວວະນັງ
ກິດໂສ ພຸດທາມຸບປາໂທ ຕີຕິ.
- ນະວະໂລກາດນີ້ ອາຕະມາພາບ ຈັກໄດ້ສະແດງພະສັດທຳມະເທດສະໜາ ພັນລະນາອານິສົງ ຂອງການທະບຸນເຂົ້າສະຫຼາກ ຫຼືສະຫຼາກກະພັດ ເພື່ອເປັນການສະເຫຼືມສະຫຼອງສັດທາອອກຕົນ ຍາດໂຍມພຸດທະບໍລິສັດທັງຫຼາຍ ທີ່ມີຄວາມເຊື່ອຄວາມເຫຼືມໃສ ໃນພະບໍວອນພະພຸດທະສາສະໜາ ຕາມສົມຄວນຕາມການເວລາ.
- ວັນນີ້ ເປັນວັນເພັງເດືອນ 10 ເປັນວັນສຳຄັນທາງພະພຸດທະສາສະໜາ ທົ່ວໂລກ ເພາະເປັນວັນປັນນະສີດີຖີລຶດ ວັນເພັງພະຈັນເຕັມດວງ ໃນເດືອນສິບ ໂດຍສະເພາະ ພະພຸດທະສະໜາໃນລາວເຮົາແມ່ນໄດ້ພາກັນເຮັດບຸນເຂົ້າສະຫຼາກ ຫຼືຮຽກວ່າສະຫຼາດກະພັດ ຫຼືບຸນຫໍ່ເຂົ້າໃຫຍ່ ເຊິ່ງຖືວ່າເປັນບຸນປະເພນີສະເພາະຂອງຊົນຊາວລາວ ຫຼືເຊື້ອຊາດລາວເທົ່ານັ້ນ ທີື່ສືບຕໍ່ກັນປະພຶດປະຕິບັດມາແຕ່ສະໄໝອານາຈັກລ້ານຊ້າງ ຈົນກາຍເປັນຮີດ ເປັນຄອງ ບໍ່ຖື້ມບໍ່ປະ ເຖິງເວລາວັນນີ້ແລ້ວ ກໍພາກັນເຂົ້າວັດຖວາຍເຂົ້າສະຫຼາກໂລດ ຖືວ່າເປັນວັດທະນະທຳຫຼັກອີກ ແບບໜຶ່ງຂອງລາວ.

Sunday, 7 September 2014
Thursday, 4 September 2014
Thursday, 27 February 2014
ກ້າວສູ່ນີຣະພານ
ກ້າວສູ່ນີຣະພານ
———
ອາໄລອາວອນແດ່ດວງວິນຍານອັນບໍລິສຸດ
ຂອງ
ພຣະພຸດທະໂຄສານຈາຣຍ໌(ພຣະອາຈານໃຫຍ່ມະຫາກ້າວ ພຸດທະວົງສ໌)
———
ດວງດາວເດັ່ນດັບລົ່ນພື້ນ ພິພົບໂລກມົວແສງ
ເມທີຈານຜູ້ຊົງທຳວາຍຊົນ ມືດກະມົນສາທຸຊົນເສົ້າ
ເໝືອນກັບດາວປະດັບຟ້າ ເວຫາເຄີຍແສງຮຸ່ງ
ມືດດັບອັບແສງສູນສ້ຽງສິ້ນ ໂລກາເສົ້າໝົ່ນໝອງ
ພຸດທະສາສິນິກະຊົນລາວທົ່ວຫ້ອງ ສາທາຖິ່ນດິນລາວ
ທຸກໝູ່ຊຸມແຊງສິດ ຢູ່ໄກທັງໃກ້
ໃຜກໍໂສກາເສົ້າ ອຸໄທເຫງົາຫງວມໂສກ
ວິໂຍກຈິດສະອື້ນ ສະເນືອນແໜ້ນອັ່ງມະໂນ
ສຸດທີ່ອ່າວອັ່ງໂອ້ ອຸກອຸ່ມດວງຈິດ
ແສນເສັຍດາຍຊີວິດ ຜູ້ທີ່ທຳຄຸນອະນັນລົ້ນ
ສະຫຼະຕົນບູຊາໄທ້ ອົງພຸດທາຕະຫຼອດຊີບ
ທຳປະໂຫຍດເພື່ອຊາດສ້ຽງ ສາສະໜາພ້ອມຊົ່ວຊີບວາຍ
ພຣະເຖຣະອົງປຣາຊນັ້ນ ໄດ້ວາງລະສັງຂານ
ປະແຕ່ຄຸນງາມທັງຄວາມດີ ໄວ້ແກ່ຊຸມແຊງເຊື້ອ
ກັບປັນຍາຄວາມຮູ້ ວິຊາການທຸກຢ່າງ

Wednesday, 26 February 2014
ປະຫວັດຫຍໍ້ ພຣະທຳມະໂຄສາຈານ ອັກຄະມະຫາບັນດິດທຳມະໂຊຕິກະທະຊະ(ພຣະອາຈານໃຫຍ່ມະຫາກ້າວ ພຸດທະວົງສ໌)
- ພຣະທຳມະໂຄສາຈານ ອັກຄະມະຫາບັນດິດ ທຳມະໂຊຕິກະທະຊະ(ພຣະອາຈານໃຫຍ່ມະຫາກ້າວ ພຸດທະວົງສ໌)
- ນາມເດີມ ກ້າວ ພຸດທະວົງສ໌
- ກຳເນີດ(ເກີດ) ເມື່ອວັນທີ 16 ເມສາ(4) ປິ 1920 ກົງກັບ ວັນສຸກ ແຮມ 13 ຄໍ່າ ເດືອນ 5 ລາວ ປີວອກ ພສ. 2463, ທີ່ບ້ານທ່ານາ ຕາແສງບໍ່ໂອ ເມືອງວຽງຈັນ (ປັດຈຸບັນ ເມືອງຫາດຊາຍຟອງ) ນະຄອນຫຼວງວຽງຈັນ.
- ມີຍາດພີ່ນ້ອງຮ່ວມອຸທອນດຽວກັນ 4 ຄົນ.
1. ນາງດົກ (ຕາຍ)
2. ຈານຊານາກ (ຕາຍ)
3. ນາງຄຳແຫວນ (ຕາຍ)
4. ຍາທ່ານກ້າວ ພຸດທະວົງສ໌ ເປັນນ້ອງຊາຍຫຼ້າ.
- ເມຶ່ອອາຍຸ 7 ປີໄດ້ເຂົ້າຮຽນໂຮງຮຽນປະຖົມສົມບູນ ບ້ານບໍ່ໂອ ຈົນຈົບປະຖົມ;
- ອາຍຸໄດ້ 13 ປີ ໄດ້ເຂົ້າອຸປະສົມບົດເປັນສາມະເນນ ໄດ້ຮຽນຕໍ່ທີ່ໂຮງຮຽນວັດທະນາ ຮຽນໜັງສືສູດ, ເທດ, ວິໄນ, ອັກສອນທຳ, ອັນສອນລາວ, ອັກສອນຂອມ, ອັກສອນໄທ ຈົນອ່ານອອກຂຽນໄດ້.
- ອາຍຸ 16 ປີໄດ້ຍ້າຍຈາກວັດເດີມທ່ານາ ໄປພຳນັກທີ່ວັດເພັຍວັດ ຕາແສງວັດຈັນ ນະຄອນວຽງຈັນ(ປັດຈຸບັນ ເມືອງສີສັດຕະນາກ) ໄດ້ເຂົ້າຮຽນຕໍ່ທີ່ໂຮງຮຽນປະຣິຍັດຕິທຳວັດສີສະເກດ, ເປັນເວລາ 3 ປີ ສອບໄລ່ນັກທຳຕີ ໂທ ເອກ ຕາມລຳດັບ.
1. ດ້ານການສຶກສາ ແລະສາສະໜາ
- ອາຍຸ 18 ປີ ໄດ້ສຶບຕໍ່ຮຽນປະຣິຍັດໃນຊັ້ນມັດທະຍົມ 1, 2, 3 ຕາມລຳດັບ ທຽບມະຫາປະໂຫຍກ 6.
- ອາຍຸ 21 ປີ ໄດ້ອຸປະສົມບົດ ເປັນພຣະພິກຂຸ ທີ່ພັດທະສີມາວັດທະນາ ຕາແສງບໍ່ໂອ ໂດຍມີ ພຣະຫຼັກຄຳແກ້ວ ອຸເທນສັກດາ ເປັນພຣະອຸປັດຊາຈານ, ພຣະຊາປັນ ເປັນກຳມະວາຈາ ແລະພຣະຄຣູສຸຄົດ ເປັນອະນຸສາວະນາຈານ.
- ປີ 1941 ເຂົ້າໂຮງຮຽນປະຣິຍັດຕິທຳ ມັດທະຍົມປາຍ ສອບໄລ່ ໄດ້ມະຫາປະໂຫຍກ 7, 8, 9. ເມຶ່ອຈົບແລ້ວ 1944 ໄດ້ຖືກແຕ່ງຕັ້ງເປັນຄູສອນໂຮງຮຽນປະຣິຍັດຕິທຳ ທີ່ໂຮງຮຽນປະຣິຍັດຕິທຳວັດກາງທ່າ ຕາແສງບໍໂອ ແລະຖຶກແຕ່ງຕັ້ງ ເປັນເຈົ້າອະທິການວັດດັ່ງກ່າວ.
- ປີ 1957 ໄດ້ເປັນອະນຸກຳມະການ ສະຫຼອງເຄິ່ງພຸດທະການທີ່ຈັດຂຶ້ນ ທີ່ຫໍທຳມະສະພາ(ສາລາພັນຫ້ອງ) ພຣະທາດຫຼວງ ທີ່ອົງການປົກຄອງສົງ ແລະລັດຖະບານແຫ່ງພຣະຣາຊະອານາຈັກລາວຈັດຂຶ້ນ ສະຫຼອງພ້ອມກັນທົ່ວປະເທດ ແລະທົ່ວໂລກ, ເຊິ່ງມີຊາວພຸດທົ່ວໂລກເຂົ້າຮ່ວມ.
- ປີ 1958 ໄດ້ໄປສຶກສາຕໍ່ທີ່ມະຫາວິທະຍາໄລນາລັນທາ ປະເທດອິນເດັຍ, ເປັນເວລາ 6 ປີ ໄດ້ຮັບປະຣິນຍາບັດ ໃນລະດັບປະຣິນຍາໂທ (M.A) ໄດ້ໄປທັດສະນະສຶກສາທີ່ປະເທດສີລັງກາ ແລະຈຳພັນສາຢູ່ທິ່ນັ້ນເປັນເວລາ 3 ເດືອນ.
- ປີ 1963 ໄດ້ຖືກແຕ່ງຕັ້ງເປັນຜູ້ອຳນວຍການກອງຕຳລາ ສະຖາບັນການສຶກສາພຣະພຸດທະສາສະໜາ ແລະເປັນອາຈານສອນໃນສະຖາບັນການສຶກພຸດທະສາສະໜາ ເຊິ່ງເປັນໂຮງຮຽນປະຣິຍັດຕິທຳທຽບກັບມະຫາວິທະຍາ ໄລສົງ ເປິດສອນທາງວິຊາສາສະໜາ ແລະວິຊາການທົ່ວໄປ ໃນລະດັບປະຣິນນາຕີ ແລະມະຫາປະໂຫຍກ 9 ສາຍປະຣິຍັດ (ວັດອົງຕຶ້ມະຫາວິຫານຈົນຮອດ ປີ 1975)
- ຫຼັງ 1976 ສະຖາບັນການສຶກສາພຣະພຸດທະສາສະໜາ ໄດ້ຖືກປ່ຽນມາເປັນໂຮງຮຽນສ້າງຄູສົງຊັ້ນກາງ ເພິ່ນກໍໄດ້ເປັນ ອາຈານປະຈຳໂຮງຮຽນສ້າງຄູສົງ ແລະເປັນຄະນະປົກຄອງສົງ ໃນລະດັບ ອພສ ສູນກາງ ແລະທັງຍັງໄດ້ເປັນຜູ້ອຳນວຍ ຮອງຜູ້ອຳນວຍການໂຮງຮຽນສ້າງຄູສົງ ແລະເປັນຜູ້ອຳນວຍການ ຈົນເຖິງປິ 1993 ໄດ້ເປັນຫົວໜ້າສຶກສາສົງສູນກາງ ຈົນຮອດປີ 1997.(ນັບແຕ່ປີ 1975 ເປັນຕົ້ນມາ ຂໍ້ມູນລະອຽດຈະໄດ້ເພີ່ມຕື່ມຕາມທີຫຼັງ)
2. ດ້ານການຕ່າງປະເທດ.
- ປີ 1970 ໄດ້ຖຶກແຕ່ງຕັ້ງໄປຮ່ວມປະຊຸມ ອົງການພຸດທະສາສະໜາສຳພັນແຫ່ງໂລກ ທີ່ປະເທດອິນເດັຍ 1 ອາທິດ.
- ປີ 1972 ໄດ້ຖືກແຕ່ງຕັ້ງໄປຢ້ຽມຢາມປະເທດຣັດເຊັຍ 1 ອາທິດ.
- ປີ 1974 ໄດ້ຖືກແຕ່ງຕັ້ງໄປຮ່ວມປະຊຸມ ອົງການພຸດທະສາສະໜາສຳພັນແຫ່ງໂລກ ທີ່ປະເທດມົງໂກລີ 1 ອາທິດ.
- ປີ 1979 ໄດ້ຖືກແຕ່ງຕັ້ງໄປຮ່ວມປະຊຸມ ອົງການພຸດທະສາສະໜາສຳພັນແຫ່ງໂລກ ທີ່ປະເທດອິນເດັຍ 2 ອາທິດ.
- ປີ 1999 ໄດ້ໄປຢ້ຽມຍາມ ຄະນະສົງ ແລະຍາດໂຍມລາວ ທີ່ປະເທດສະຫະຣັດອາເມຣິກາ (ຣັດເທັກຊັດ) ເປັນເວລາ 11 ເດືອນ.
- ປີ 2001 ໄດ້ໄປທັດສະນະສຶກສາ ທີ່ປະເທດສິງກະໂປ ຕາມການນິມົນຂອງພຣະອາຈານເລືອງສັກ ເປັນເວລາ 1 ເດືອນ.
- ວັນທີ 3 ມິນາ(3) ປີ 2004 ກົງກັບຂຶ້ນ 13 ຄໍ່າເດືອນ 3 ໄດ້ໄປຮັບອັກຄະມະຫາບັນດິດ ທຳມະໂຊຕິກະທະຊະ ທີ່ຣັດຖະບານ ແລະຄະນະສົງປະເທດສະຫາພາບມຽນມາ ນ້ອມຖວາຍ ທີ່ຖໍ້າກາບາເອ ເປັນເວລາ 6 ວັນ.
(ຍັງມີຕໍ່ລໍອ່ານວັນໜ້າ)
- ວັນທີ 26 ກຸມພາ 2014 ກົງກັບ ພະຫັດ ແຮມ 12 ຄໍ່າເດືອນ 3 ລາວ, ປີມະສິງ ພສ 2556 ເວລາ 12 ໂມງ 30 ນາທີ ໄດ້ລະສັງຂານ, ທີ່ໂຮງໝໍມະໂຫສົດ ລວມສີລິອາຍຸໄດ້ 93 ປີ 10 ເດືອນ 10 ວັນ.
ປະຫວັດຫຍໍ້ຂອງຍາທ່ານ ຍັງບໍ່ທັນຈົບ(ເພາະຍັງໄດ້ຄົ້ນຄວ້າເພິ່ມຕື່ມຈາກຫຼາຍຝ່າຍໂດຍສະເພາະ ທາງອົງການ ອພສ ທີ່ຈະສະຫຼຸບ ການເຄື່ອນໄຫວ້ວຽກງານຂອງທ່ານທັງກ່ອນແລະຫຼັງລະບອບໃໝ່ໂດຍລະອຽດອີກຄັ້ງ.
(ໂຜດຕິດຕາມທິຫຼັງ)

Tuesday, 4 February 2014
ການບວຊ ໃນພຸດທະສາສນາ
- ການບວຊ ໃນພຸດທະສາສນາ ຮຽກວ່າ ອຸປະສົມບົດ(ອຸປສົມບົທ) ປາລີວ່າ "ອຸປະສມປະທາ" ໃນສະໄໝພຸດທະການມີ 8 ຢ່າງ ຄື:
1. ເອຫິພິກຂຸອປະສັມປະທາ: ເປັນການບວຊທີ່ພຣະສັມມາສັມພຸດທະເຈົ້າ ຊົງພຣະທານບວຊໃຫ້ພຣະສາວົກເອງ, ໂດຍຕັດວ່າ "ເອຫິ ພິກຂຸ" ແປວ່າ "ທ່ານຈົ່ງມາເປັນພີກຂຸເຖີດ" ການບວຊແບບນີ້ ແມ່ນພຣະອັນຍາໂກນທັນຍະ(ໂກນທັນຍະ) ເປັນຜູ້ບວຊເປັນອົງແຮກ ແລະສຸພັດທະພິກຂຸ ເປັນອົງສຸດທ້າຍ ກ່ອນຈະປະຣິນິພພານ.
2. ຕິສະຣະນະຄະນູສັມປະທາ: ເປັນການບວຊ ໂດຍໃຫ້ຜູ້ຂໍບວຊເປັ່ງວາຈາ ຕໍ່ໜ້າພຣະສາວົກວ່າ ຂໍພຣະຣັດຕະນະໄຕຣ ເປັນທີ່ເພິ່ງ 3 ຄັ້ງ; ວິທີນີ້ເປັນວິທີໃຊ້ບວຊໃຫ້ສາມະເນນ.
3. ຍັຕຕິຈະຕຸຕຖະກັມມະອຸປະສັມປະທາ: ເປັນການບວຊໂດຍໃຫ້ຄະນະສົງປະຊຸມກັນໃນອຸໂປສົດ ໂດຍມີພຣະພິກຂຸອົງໜຶ່ງເປັນຜູ້ແຈ້ງວ່າ ເມື່ອປະກາດຄົບ 4 ຄັ້ງໂດຍບໍ່ມີພຣະອົງໃດຄັດຄ້ານ ຖືວ່າຜູ້ຂໍບວຊໄດ້ຮັບອະນຸຍາດໃຫ້ບວຊ ເປັນພິກຂຸ.
4. ຄຣຸທັມມະປະຕິກຄຄະຫະນູປະສັມປະທາ: ເປັນການບວຊໂດຍພຣະພຸດທະເຈົ່າເປັນຜູ້ປະທານຄຣຸທັມ 8 ປະການ ແກ່ພຣະນາງມະຫາປະຊາບໍດີໂຄຕະມີ ພ້ອມດ້ວຍສະຕຣີສາວົກສາກະຍະ 500 ນາງ, ເມື່ອນາງຮັບຄຣຸທັມ 8 ປະການ ກໍໄດ້ຮັບສະຖາປານາເປັນພິກຂຸນີ.
5. ອັຕຖະວາຈິກາອຸປະສັມປະທາ: ເປັນການບວຊໂດຍໃຫ້ຜູ້ບວຊຮັບ ຍັຕຕິຈະຕຸຕຖະກັມມະອຸປະສັມປະທາຈາກພິກຂຸນີສົງກ່ອນຄັ້ງໜຶ່ງ ແລ້ວຈຶ່ງຮັບຍັຕຕິຈະຕຸຕຖະກັມມະອຸປະສັມປະທາ ຈາກພີກຂຸສົງອີກຄັ້ງໜຶ່ງ ເມື່ອຜ່ານການອຸປະສົມບົດທັງສອງຄັ້ງແລ້ວ ຈຶ່ງໄດ້ເປັນພິກຂຸນີ.
6. ໂອວາທະປະຕິຄຄະຫະອຸປະສັມປາທາ: ເປັນການບວຊ ໂດຍພຣະສັມມາສັມພຸດທະເຈົ້າປະທານພຣະໂອວາດ, ເມື່ອປະທານພຣະໂອວາດແລ້ວ ກໍເປັນພຣະພິກຂຸ ພຣະມະຫາກັສສະປະເປັນອົງແຮກທີ່ໄດ້ບວຊແບບນີ້.
7. ປັນຫາພະຍາກະຣະນູສັມປະທາ: ເປັນການບວຊທີ່ພຣະພຸດທະເຈົ້າບົງຕອບບັນຫາ ກ່ອນ້ວຈຶ່ງອຸປະສົມບົດ ຜູ້ບວຊແບບນີ້ແມ່ນ ສາມະເນນໂສປາກະ.
8. ທູເຕນະອຸປະສັມປະທາ: ເປັນການບວຊໂດຍທີ່ພຣະສັມມາສັມພຸດທະເຈົ້າຊົງສົ່ງທູດຂອງພຣະອົງໄປບວຊ ວິທີນີ້ ພຣະອົງໄດ້ສົ່ງທູຕາຂອງພຣະອົງໃຫ້ໄປບວຊແກ່ຍິງໂສເພນີອັຖທະກາສີ.

Subscribe to:
Posts (Atom)