Wednesday, 30 November 2011

ພຣະສົງກັບວຽກງານສັງຄົມ(ວຽກບ້ານ ການເມືອງ)

- ເປັນພຣະສົງ ບໍ່ຄວນຫຍຸ້ງກັບເລື່ອງຊາວບ້ານ, ບໍ່ຄວນຫຍຸ້ງກັບວຽກບ້ານການເມືອງ ແລະອື່ນໆ ລ້ວນແຕ່ເປັນຄໍາຖາມ ຂອງຊາວບ້ານໃນຍຸກປັດຈຸບັນ ເປັນຢ່າງຍິ່ງ ?
- ຕໍ່ບັນຫານີ້ ພຣະສົງຈະຕອບບັນຫາຊາວບ້ານໄດ້ຖືກຕ້ອງ ແລະເປັນທີ່ເຂົ້າອົກເຂົ້າໃຈຂອງຊາວບ້ານໄດ້ບໍ ຫຼືຊາວບ້ານເອງ ຈະເຂົ້າໃຈບັນຫາກິດຂອງສົງ ແລະໜ້າທີ່ຂອງສົງໄດ້ຢ່າງຖືກຕ້ອງສອດຄ່ອງບໍນັ້ນ ຈໍາເປັນຢ່າງຍິ່ງທີ່ເຮົາຈະມາສຶກສາຄົ້ນຄວ້າບັນຫາດັງກ່າວນໍາກັນ.
- ຄວາມຈິງ ພຣະພຸດທະສາສນານັ້ນ ເປັນສາສນາຂອງສັງຄົມ, ເກີດມາເພື່ອສັງຄົມຢ່າງແທ້ຈິງ ເພາະເຮົາຈະເຫັນການເກີດຂຶ້ນຂອງພຸດທະສາສນານັ້ນ ແມ່ນມີປັດໄຈຂອງບັນຫາສັງຄົມ ໂດຍສະເພາະໃນສະໄໝກ່ອນພຸດທະສາສນາຈະເກີດ ຫຼືນັ້ນສັງຄົມຊາວຊຸມພູທະວີບນັ້ນ ມີການນັບຖືສາສນາພຣາມ ແລະໃນສາສນາພຣາມໄດ້ ຈັດແບ່ງສັງຄົມອອກເປັນວັນນະ(ຊົນຊັ້ນ) ອອກເປັນ 4 ຄື:
1. ວັນນະກະສັດ (ຊົນຊັ້ນປົກຄອງ)
2. ວັນນະພຣາມ (ພວກຄູ-ອາຈານ ແລະນັກບວດ)
3. ວັນນະແພທະຍະ(ແພດ-ຊົນຊັ້ນ ພໍ່ຄ້າວານິດ)
4. ວັນນະສຸທະ(ສູດ-ຊົນຊັ້ນກັມມະກອນ-ຊາວນາ-ທາສ)
- ໃນສີ່ຊົນຊັ້ນນີ້ ແມ່ນວ່າບໍ່ໄດ້ຮ່ວມຊີວິດສັງຄົມກັນໄດ້ເລີຍ ພວກເຂົາແຍກກັນຢູ່ຢ່າງຂາດຕົວ ນັບແຕ່ການຢູ່, ການກິນ, ການຄົບຄ້າສາມາຄົມກັນ ພວກໃດສົມຄົບ ຫຼືພົວພັນກັນຈະຖືເປັນກາລະກີນີ ຫາກຄົນໃດ ໃນຊົນຊັ້ນໃດໆ ເຊິງເປັນຊົນຕ່າງຊົນຊັ້ນຄົນທັງສອງຈະຕ້ອງຂັບອອກໄປຈາກສັງຄົມ ນັ້ນໆ ໂດຍສິ້ນເຊີງຫາກລູກຂອງຄົນຕ່າງວັນນະທີ່ແຕ່ງງານກັນນັ້ນ ຈະຕ້ອງຈັດເປັນອີກຊົນຊັ້ນໜຶ່ງ ທີ່ຮຽກວ່າ ຈັນທານ(ຈັນດານ) ຊົນຊັ້ນຈັນທານ, ຊົນຊັ້ນຈັນທານ ເປັນຊົນຊັ້ນພິເສດ ບໍ່ມີສິດທິຕໍາສຸດໃນສັງຄົມອິນເດັຍ, ພວກເຂົາບໍ່ມີສິດທິໃດໆໃນຄວາມເປັນມະນຸດ, ພວກເຂົາບໍມີສຸດໃນການຄືຄອງ ທີ່ດິນ ແລະອື່ນໆໃນສັງຄົມ ພວກເຂົາມີສິດທິເປັນພຽງຄົນຂໍທານເທົ່ານັ້ນ.
- ເຈົ້າຊາຍສິດທັດຖະ ເປັນຣາຊະມຸງກຸດ ແຫ່ງກະສັດເມືອງກະບິນລະພັດ ເຫັນບັນຫາສັງຄົມເຊັ່ນນັ້ນ ກໍຫາທາງແກ້ໄຂບັນຫານັ້ນ ດ້ວຍຫຼາຍວິທີ ແຕ່ວ່າພຣະອົງ ກັບຖືກລ້ຽງດູໃຫ້ຢູ່ແຕ່ໃນວັງ ລ້ຽງດູຍິ່ງກວ່າລູກກະສັດ(ເພາະສະໄໝນັ້ນ ສັງຄົມອິນເດັຍນັ້ນ ນິຍົມກັນອອກສຶກສາທັມ ແລະບວດເປັນລືສືເປັນສ່ວນຫຼາຍ ພຣະເຈົ້າສຸດໂທທະນະ ໄດ້ຮັບຄໍາທໍານາຍຈາກພຣາມວ່າ ເຈົ້າຊາຍສຶດທັດຖະຫາກຄອງຄະຣາວາດຈັກໄດ້ເປັນ ພຣະເຈົ້າຈັກກະພັດ (ມະຫາກະສັດໃຫຍ່ກວ່າກະສັດທັງມວນ) ຫາກບວດຈັກໄດ້ເປັນພຣະພຸດທະເຈົ້າ ພຣະເຈົ້າສຸດໂທທະນະມີຄວາມມຸ້ງຫວັງ ຢາກໃຫ້ຣາຊະໂອຣົດເປັນກະສັດ ຫຼາຍກວ່າເປັນພຣະພຸດທະເຈົ້າ ຈຶ່ງບໍາລຸງບໍາເຣີພຣະຣາຊະໂອຣົດ ດ້ວຍກາມະຄຸນ ແລະລ້ຽງແບບພິເສດ ບໍ່ໃຫ້ເຫັນແມ່ນແຕ່ຄວາມທຸກ ຄວາມບໍ່ດີບໍ່ງາມທັງໃນ ແລະນອກວັງ, ເຈົ້າຊາຍຈຶ່ງຢູ່ແຕ່ໃນວັງ 3 ຣະດູບໍ່ຮູ້ສັງຄົມພາຍນອກໃດໆ ຈົນມາວັນໜຶ່ງເຈົ້າ ຊາຍເຖິງຈະເກີດຢູ່ໃນກອງສຸກດ້ວຍກາມະຄຸນຕ່າງໆກໍຕາມ ແຕ່ຄວາມທຸກກໍເກີດຂຶ້ນຈາກພາຍໃນຂອງເຈົ້າຊາຍ ຄືຄວາມທຸກໃຈ ຈຶ່ງປອມຕົວເປັນສາມັນຊົນ ໄປນອກວັງ ທີ່ນີ້ເອງພຣະອົງ ຈຶ່ງໄດ້ເຫັນຄວາມເປັນຈິງ 2 ຢ່າງເກີດຂຶ້ນ ຄື ບັນຫາພາຍໃນຕົວ ແລະບັນຫາພາຍນອກຕົວຄື (ອັຕຕະວິໄສ ແລະພາວະວິໄສ) ຂອງສັງຄົມມະນຸດວ່າມັນມີຈຶງ ທີ່ສໍາຄັນ ຄືບັນຫາທີ່ທຳໃຫ້ມະນຸດມີບັນຫາ, ເຈົ້າຊາຍຈຶ່ງນໍາມາຄົ້ນຄິດຈຶ່ງເຫັນ ເທວະທູດ 4 ຄື, ຄືເຫັນສະພາບຄວາມເປັນຈິງຂອງມະນຸດ ກໍຄືສັງຄົມ ຄື ເກີດ ແກ່ ເຈັບ ຕາຍ ເມື່ອເຫັນບັນຫາສັງຄົມເຊັ່ນນັ້ນ ພຣະອົງຈຶ່ງເກີດກການສົມທຽບ ເຫັນໄດ້ວ່າ ສັງຄົມມີຄວາມເປັນຈິງທີ່ແຕກຕ່າງກັນ ຍິ່ງເຮັດໃຫ້ເຈົ້າຊາຍຕ້ອງຄົ້ນຄິດ ຫາທາງທີ່ຈະຊ່ວຍສັງຄົມ ມີທາງດຽວ ທີ່ຈະທໍາໄດ້ ກໍຄືສະເດັດ ອອກສະແຫວງຫາໂມກຂະທັມ, ດ້ວຍການສະແຫວງຫາເປັນເວລາ 6 ປີ ຈຶ່ງຄົ້ນພົບອະຣິຍະສັດ 4 ຄືຮູ້ບັນຫາ, ຮູ້ແຫຼ່ງເກີດບັນຫາ, ຮູ້ຄວາມດັບຂອງບັນຫາ ແລະທາງແກ້ໄຂບັນຫາ ຄື ທຸກ, ສະມຸໄທ, ນິໂຣດ ແລະມັກ.
- ຕໍ່ບັນຫາ ຊີວິດສ່ວນຕົວພຣະອົງກໍດີ, ຕໍ່ບັນຫານະ ແລະຕໍາແໜ່ງກໍດີ ເຈົ້າຊາຍສິດທັດຖະ ເຖິງວ່າພຣະອົງເປັນພຽງເຈົ້າຊາຍ ທີ່ບໍ່ເຄີຍພົບເຄີຍເຫັນບັນຫາສຸກທຸກຂອງສັງຄົມ ເພາະຊີວິດພຣະອົງຖືກລ້ຽງແຕ່ຢູ່ໃນວັງ ທັງສາມຣະດູເຫຼົ່ານັ້ນ, ຂຶ້ນຊື່ວ່າຄວາມທຸກໃດໆ ໃນໂລກນີ້ພຣະອົງເອງບໍ່ເຄີຍບັນຈົບ ກໍບໍ່ເຄີຍພົບເຄີຍເຫັນ ແລະບໍ່ເຄີຍຮູ້ເລີຍແມ່ນແຕ່ໜ້ອຍດຽວວ່າການເກີດ ແກ່ ເຈັບຕາຍ ຫຼືບັນຫາຕ່າງໆ ໃນສັງຄົມຊາວຊຸມພູທະວີບ ແລະມະນຸດຈະມີ ແຕ່ເມື່ອຄວາມທຸກບົນຄວາມສຸກທີ່ພຣະພຸດທະອົງ ໄດ້ບັນຈົບພົບພໍ້ ຄືມັນເກີດຂຶ້ນພາຍໃຕຕົວຂອງພຣະອົງເອງ ຮຽກວ່າ ກາຍິກະທຸກ ແລ້ວທຳໃຫ້ພຣະອົງຕ້ອງລັກລອບອອກຈາກວັງ ເພື່ອໄປເບິ່ງສັງຄົມນອກວັງ ກໍຍິ່ງເຮັດໃຫ້ພຣະອົງເຫັນ ຄວາມທຸກຂອງສັງຄົມ ຍິ່ງເພີ່ມຄວາມທຸກຂຶ້ນແກ່ພຣະອົງອີກ ຮຽກວ່າ ສາພາວະທຸກ, ທຸກທັງສອງນີ້ ເຮັດໃຫ້ເຈົ້າຊາຍຕ້ອງຄົ້ນຄິດ ແລະສະແຫວງຫາທາງແກ້ໄຂ ທໍາອິດພຣະອົງຄິດຫາທາງແກ້ໄຂຄວາມ ທຸກໃຫ້ແກ່ພຣະອົງເອງ ແຕ່ເມື່ອພຣະອົງເຫັນສະພາວະທຸກຂອງສັງຄົມ ພຣະອົງກັບຕ້ອງຄິດສະແຫວງຫາທາງແກ້ໄຂບັນຫາຄວາມທຸກຂອງສັງຄົມ, ແນວຄວາມຄິດນີ້ ໄດ້ເປັນແຮງຜັກດັນໃຫ້ເຈົ້າຊາຍສິດທັດຖະ ຕ້ອງອອກສະແຫວງຫາໂມກຂະທັມ (ຄືທັມມະສຳລັບແກ້ໄຂຄວາມທຸກ)
- ເຮົາເຫັນວ່າ ແນວຄິດມະຫາບູຮຸດນັ້ນ ເປັນແນວຄິດຍິ່ງໃຫຍ່ ຍາກຫວ່າທີ່ມະນຸດໃນໂລກຈະມີ ເພາະເປັນແນວຄວາມຄິດ ເພື່ອແກ້ໄຂບັນຫາສັງຄົມ ຄືວຽກບ້ານການເມືອງ ທັງໆ ທີ່ບໍ່ແມ່ນໜ້າທີ່ ແລະບໍ່ແມ່ນພັນທະ ແຕ່ພຣະອົງຕ້ອງທໍາ ນີ້ຄືການຊໍ່ແນວທາງໃຫ້ ເຫັນມະຫາກະຣຸນາທິຄຸນຂອງອົງສົມເດັດສັມມາສັມພຸດທະເຈົ້າໃນເວລາຕໍ່ມາ.

Picture@Bailane.com
(ປອມຕົວ ອອກໄປເບິ່ງສັງຄົມນອກວັງ ໂດຍມີນາຍສັນນະເປັນເພື່ອຮ່ວມທາງ)
- ເມື່ອເວລາ ພຣະພຸດທະອົງ ໄດ້ສະເດັດອອກຊົງຜະໜວດ ແລະແຫວງຫາໂມກຂະທັມ ໃນຂະນະເວລາອາຍຸ ພຽງ 29 ພັນສານັ້ນ, ຕລອດໄລຍະ 6 ປີ ທີີທ່ອງທ່ຽວສະແຫວງກາຄວາມຮູ້ໃນທີ່ຕ່າງໆ ເບື້ອງຕົ້ນພຣະອົງສະແຫວງຫາຄູອາຈານ ໃນທີ່ຂະນະເດີນທາງຕລອດນັ້ນ ພຣະອົງໄດ້ພົບພໍ້ກັບມາບັນຫາຂອງສັງຄົມຫຼວງຫຼາຍ ເປັນສັງຄົມທີ່ຈິງແຈ້ງ ທີ່ມະນຸດມີທັງທີ່ເກີດຈາກຮ່າງກາຍຊີວິດຂອງພຣະອົງເອງ ແລະຄົນທີ່ພຣະອົງໄດ້ ພົບພໍ້ດ້ວຍແຕ່ເປັນປະສົບການ ແລະບົດຮຽນຮາຄາແພງ, ເຖິງວ່າພຣະອົງຈະຫຼີກອອກຈາກຄວາມວຸ້ນວາຍຂອງສັງຄົມໃນເມືອງໄປສູ່ປ່າເຂົາລໍາເນົາໄຟກໍຕາມ ພຣະອົງຍັງຕ້ອງໄດ້ພົບພໍ້ກັບສັງຄົມຊົນນະບົດ ແລະຕ່າງເມືອງ ເຫັນຄວາມແຕກຕ່າງຂອງບັນຫາສັງຄົມ ຫຼວງຫຼາຍໃນະຂະນະທີ່ພຣະອົງກໍາລັງຊອກສະແຫວງຫາໂມກຂະທັມຢູ່ນັ້ນ ພຣະອົງກໍໄດ້ຊ່ວຍເຫຼືອ ແລະແກ້ໄຂບັນກາສັງຄົມຢູ່ຫຼາຍເຣື່ອງເຊັ່ນ:
1. ເຈົ້າຊາຍສິດທັດຖະ ບໍ່ໄດ້ອອກບວດເພາະລັງກຽດຊາວໂລກ ແຕ່ການອອກບວດຂອງພຣະອົງນັ້ນ ເປັນການອອກບວດເພາະເປັນຫ່ວງຊາວໂລກ ທີ່ຈະຕ້ອງມາທົນທຸກທໍຣະມານເພາະກິເລດບີບຄັ້ນ, ສະນັ້ນພຣະອົງຕ້ອງສະແຫວງຫາໂພທິຍານ ເມື່ອພົບກັບບັນຫາຫຍັງໃນຂະນະທີ່ບວດ ກໍແກ້ບັນຫາຕ່າງໆ ແກ່ສັງຄົມ ກໍຄືບຸກຄົນຄົນນັ້ນໄປເລື້ອຍໆ ເຖິງວ່າພຣະອົງຍັງບໍ່ທັນພົບກັບສັມມາສັມໂພທິຍານກໍຕາມ ຫາກພຣະອົງພົບບັນຫາແລ້ວ ກໍຈະຊ່ວຍເຂົາໃນທັນທີ ດ້ວຍຄວາມເມດຕາ ແລະພຣະອົງຕ້ອງແກ້ໄຂ ແນະນໍາ ແລະສອນເຂົາໄປເລື້ອຍໆ ເຊັ່ນວັນນໜຶ່ງພຣະອົງພົບກັບຍິງຄົນໜຶ່ງ ທີ່ອຸ້ມລູກຂອງຕົນທີ່ສິ້ນຊີວິດແລ້ວ ເຂົ້າມຫາພຣະມະຫາບູຣຸດ ເຊິ່ງນາງວ່ານັກບວດອົງນີ້ຈະຕ້ອງໄດ້ຊຸບຊີວິດຂອງນາງໃຫ້ຟື້ນຄືນມາໄດ້ ດ້ວຍຄວາມຮໍ່າໄຮ ລໍາພັນ ວິປະໂຍກໂສກສັນ ຂໍໃຫ້ພຣະມະຫາບູຣຸດຊ່ວຍ, ພຣະອົງຮູ້ດີວ່າຄົນທີ່ຕາຍໄປແລ້ວ ຍ່ອມຫາທາງຟື້ນຄືນໄດ້ຢາກ ແຕ່ດ້ວຍຄວາມເມດຕາທັມອັນສູງ ຈຶ່ງຕ້ອງຫາທາງພົ້ນທຸກ ນາງຄົນນີ້ໃຫ້ພົ້ນຈາກກຄວາມທຸກຈາກລູກຕາຍຈາກ ລົງໄດ້ດ້ວຍປັນຍາທັມ ຈຶ່ງໄດ້ບອກແກ່ນາງດ້ວຍອຸບາຍວ່າ ໃຫ້ນາງໄປຫາແກ່ນຜັກກາດ ໃນເຮືອນທີ່ບໍ່ມີຄົນຕາຍຈັກຄົນເລີຍມາຈັກ 2-3 ເມັດ ເພື່ອຈະມາປະກອບເປັນຢາ ເພື່ອໃຫ້ລູກຂອງນາງຟື້ນຄືນໄດ້, ນາງກໍອຸ້ມສົບລູກໃສ່ໜ້າເອີກແລ່ນໄປຫາເມັດຜັກກາດ ໄປທົ່ວໝົດບ້ານກໍບໍ່ມີເຮືອນຫຼັງໃດເລີຍທີ່ບໍ່ມີຄົນຕາຍແມ່ນແຕ່ ຫຼັງຄາດຽວ, ດ້ວຍຄວາມຮັກລູກນາງກໍແລ່ນເຮາະຮ່ອນຫາເມັດຜັກກາດສືບຕໍ່ໄປຈາກບ້ານໜຶ່ງຕໍ່ໄປບ້ານໃໝ່ ກໍຫາເມັດຜັກກາດ ທີ່ເຮືອນບໍ່ມີຄົນຕາຍໄດ້ ເລີຍໃນຂະນະທີ່ນາງຊອກຫາເມັດຜັກກາດຢູ່ນັ້ນ ນາງກໍເຫັນຄວາມຈິງທີ່ວ່າ ຄວາມຕາຍ ນີ້ບໍ່ແມ່ນມີສະເພາະເຮົາຄົນດຽວເທົ່ານັ້ນເລີຍ ໃຜໆກໍຕາຍ ໃຜໆກໍມີຄວາມພັດພາກດ້ວຍການຕາຍທັງນັ້ນ ນາງຢ່າງໄປ ຄໍານຶ່ງໄປ ໃນທີ່ສຸດນາງກໍປົງຕົກ ໝົດຈາກຄວາມທຸກລົງໄປໄດ້ ໃນທີ່ສຸດເມື່ອມະຫາບູຣຸດ ໄດ້ສໍາເຣັດເປັນພຣະພຸດທະເຈົ້າແລ້ວ ນາງຄົນນັ້ນກໍໄດ້ບວດເປັນພຣະພິກຂຸນີ ແລະເປັນອໍຣະຫັນອົງໜຶ່ງໃນສາສນາ.
2. ວັນໜຶ່ງພຣະອົງເດີນຜ່ານໄປເຫັນຝູງແກະ ແລະແບ້, ທີ່ເຂົາໄລ່ຕ້ອນໄປຍັງເມືອງຂອງພຣະເຈົ້າພິມພິສານ ເມື່ອເຫັນແກະແລະແບ້ ໂຕໃດຂາຫັກ ໄດ້ຮັບການບາດເຈັບ ເດີນໄປບໍ່ທັນໝູ່ ພຣະອົງກໍເຂົ້າໄປອຸ້ມເອົາ ສົ່ງເຂົາໄປເຖິງຈຸດໝາຍປາຍທາງ.
- ອັນນີ້ ເຖິງວ່າເປັນເລື່ອງເລັກໆນ້ອຍໆ ແລະເປັນເລື່ອງຂອງສັດ ພຣະອົງກໍເອົາໃຈໃສ່ ສະແດງຄວາມເມດຕາຕໍ່ສັງຄົມໂລກ ບໍ່ສະເພາະແຕ່ຄົນ ແມ່ນກະທັງສັດ ພຣະອົງຍັງເອົາໃຈໃສ່.
3. ເມື່ອພຣະມະຫາບູຣຸດສະເດັດມາເຖິງ ພຣະອົງເຫັນພຣະເຈົ້າພິມກໍາລັງເຜົາແກະ ແລະແບ້ ເພື່ອບູຊາຍັນ, ພຣະອົງກໍເຂົ້າໄປຖາມວັດຖຸປະສົງ, ພຣະເຈົ້າພິມພິສານກໍບອກວ່າ ທໍາການບູຊາຍັນນີ້ ແມ່ນເພື່ອເຮັດພຣະອົງມີອາຍຸຍືນຍາວນານ, ພຣະມະຫາບູຣຸດກໍບອກແກ່ພຣະເຈົ້າພິມພິສານວ່າ ພຣະອົງຕ້ອງການອາຍຸຍືນຍາວນານ ແຕ່ພຣະອົງກັບທໍາປະຫານຊີວິດເຂົາ ແລະເຮັດໃຫ້ຊີວິດເຂົາສັ້ນລົງ ແລ້ວເຮົາຈະມີຊີວິດຍືນຍາວນານ ແລະມີຄວາມສຸກສົມບູນໄດ້ຢ່າງໃດ ? ເມື່ອເຮົາໃຫ້ທຸກແກ່ທ່ານ ທຸກນັ້ນຕ້ອງມາເຖິງເຮົາແນ່ນອນ, ພຣະເຈົ້າພິມພິສານ ຟັງແລ້ວກໍໄດ້ສະຕິ ແລະເລີກບູຊາຍັນ.
- ຈາກຕົວຢ່າງ 3 ເລື່ອງທີ່ຍົກມານັ້ນ ເຫັນວ່າພຣະພຸດທະອົງອອກຈາກພຣະຣາຊະວັງ ໄປຜະໜວດນັ້ນ ບໍ່ແມ່ນໜີຄວາມທຸກ, ບໍ່ແມ່ນໜີເພາະການຣັງ ກຽດ ແຕ່ໜີເພື່ອມີຄວາມເມດຕາ ແລະຮັກຕໍ່ສັງຄົມ ເຫັນໄດ້ວ່າແມ່ນແຕ່ພຣະອົງອອກຈາກວັງໄປ ຍັງບໍ່ທັນໄດ້ພົບກັບສັມໂພທິຍານດ້ວຍຊໍ້າ ພຣະອົງກໍໄດ້ ແກ່ໄຂບັນຫາສັງຄົມໄປຫຼາຍເລື່ອງ ພຣະສົງກໍເຊັ່ນດຽວກັນ ເມື່ອອອກຈາກສັງຄົມໄປສູ່ສັງຄົມຂອງນັກບວດ ກໍບໍແມ່ນວ່າຈະຕັດຂາດອອກຈາກສັງຄົມສ່ວນໃຫຍ່ ພຣະສົງກໍຕ້ອງໄດ້ກັບມາຊ່ວຍສັງຄັມນັ້ນ ດ້ວຍກໍາລັງແຮງ ກໍາລັງປັນຍາ ແລະຄວາມຮູ້ຂອງຕົນ ນີ້ຄືພັນທະກິດຂອງພຣະສົງຕັ້ງແຕ່ອະດີດ ແມ່ນກະທັງປັດຈຸບັນຈະຕ້ອງທໍາ. 

Wednesday, 16 November 2011

ສູດສຳເລັດຂອງບູຮານລາວ

ໃນກຸ່ມຊົນຊາດລາວທັງມວນແມ່ນຢຶກຖືຫຼັກສາມັກຄີເປັນບັນຫາສຳຄັນ, ຄົນລາວນັບຖືສາສນາມາຫຼາຍກວ່າພັນປີ ຍ້ອນວ່າມີແນວທາງພຣະພຸດທະສາສນານີ້ ຄົນລາວຈຶ່ງເອື້ອເຝື້ອເກືອກູນກັນ
ໃນພາວະຄັບຂັນ ຄົນລາວເຮົາສາມັກຄີກັນຢູ່ແລ້ວ ແຕ່ວ່າຄົນລາວເຮົານັ້ນຍ່ອມແຍກມິດແຍກສັດຕູໄດ້
ມີຄຳສອນຫຼາຍຢ່າງທີ່ກ່ຽວຂ້ອງກັບກິທູ້ເບື້ອງຕົ້ນສຳລັບວັດທະນະທັມລາວ ເຊັ່ນ
໑. ເພີ່ນບໍ່ເອີ້ນຢ່າຂານ ເພີ່ນບໍ່ວານຢ່າຊ່ອຍ
໒. ເຫັນຫົວລ້ານ ຢ່າເວົ້າເຣື່ອງນົກກະຊຸມ
໓. ໜັກຊ່ວຍກັນຫາບ ຫຍາບຊ່ວຍກັນດຶງ
໔. ບໍ່ມີແຂ້ວ ຢ່າຫາກິນໜັງ
໕. ຢ່າຂ້າມຫຼັງເຕົ່າ ຢ່າເຫົ່າແທນໝາ
໖. ມີເຂົ້າໃຫ້ສົ່ງເຮືອນເໜືອ ມີເກືອໃຫ້ສົ່ງເຮືອນໃຕ້
໗. ຟັນເຮືອໄວ້ຫຼາຍລຳແຮທ່າ ມ່າເຂົ້າໄວ້ຫຼາຍບ້ານເພື່ອເມືອງ
໘, ຢາມຝົນຕົກຢ່າໄດ້ແຍງແວ່ນ ຢາມຮີບແລ່ນຢ່າຖືຂອງໜັກ
໙. ທີ່ສູງຄວນໄຫວ້ ທີ່ໃກ້ຄວນບູຊາ
໑໐. ເພີ່ນບໍ່ຖາມຢ່າເວົ້າ ຢາມກິນເຂົ້າຢ່າໂສກັນ
໑໑. ກິນເຂົ້າໂຕ ຢ່າໂສຄວາມເພິ່ນ
ແລະ ມີຄຳສອນອີກຫຼວງຫຼາຍທີສອນປະເພດດຽວກັນໄວ້ ແຕ່ຄົນລາວເຮົາກໍຍັງຮັກກັນສາມັກຄີກັນ ເພາະຄົນລາວທົ່ວໄປຍ່ອມຮູ້ໄດ້ວ່າ ອັນໃດຄວນອັນໃດບໍ່ຄວນ
ໃນອະດີດ ຈົນຮອດປັດຈຸບັນ ຍ້ອນຄຳສອນບູຮານ ຈຶ່ງເຮັດໃຫ້ຄົນລາວໄປໄສ ມາໄສບໍ່ຖືຫໍ່ເຂົ້າ ບໍ່ຫ່ວງເຣື່ອງນອນ ເພາະຄົນລາວຊ່ວຍກັນສາມັກຄີກັນ
ໃນຄຳສອນຍິງ ກໍມີມາວ່າ
ການເປັນຍິງນີ້ ໃຫ້ຮູ້ຈັກການເຮືອນການຊານ ຢ່າຂຶ້ນເຮືອນສູງລົງເຮືອນຕ່ຳ ມັນຄຳລຳ (ຄຳວ່າຂຶ້ນເຮືອນສູງລົງເຮືອນຕ່ຳ ໃນຄວາມໝາຍນີ້ບໍ່ແມ່ນວ່າບໍ່ໃຫ້ໄປຢ້ຽມຢາມຖາມຂ່າວພີ່ນ້ອງປ້າລູງ ແຕ່ຢ່າໄປໂສເຣື່ອງຄົນອື່ນຈົນລືມແລງລືມງາຍ
ໃນຄຳສອນທາງພຣະພຸດທະສາສນາ ກໍສອນໄວ້ໃນທິດ ໖ ຢ່າງຈະແຈ້ງກ່ຽວກັບການຊ່ວຍເຫຼືອກັນ ສຳລັບບຸກຄົນທີ່ມີສ່ວນພົວພັນກັນ
ແຕ່ທ່ານຫ້າມໄວ້ນັ້ນ ເຊັ່ນ
໑. ຄົນບໍ່ຮູ້ຈັກໜ້າ
໒. ຍາມເວລາທີ່ມີວຽກ
໓. ສຳລັບເຣື່ອງບາງເຣື່ອງ ກໍບໍ່ຄວນທີ່ຈພເວົ້າ ເຊັ່ນ ເຣື່ອງຄຸນຄວາມດີຂອງຕົນ ຢ່າເວົ້າໃຫ້ຄົນອື່ນຟັງ ຈະເປັນອັນຕຣາາຍແກ່ຕົນເອງ ດັ່ງນີ້ເປັນເຄົ້າ ແຕ່ສຳລັບຄົນໃຫນອານັດຂອງຕົນ ເຊັ່ນໃນທິດຫົກກັບນົດໄວ້ ເຊັ່ນ
໑. ພໍ່ແມ່ກັບລູກ
໒. ຜົວກັບເມັຍ
໓. ໝູ່ກັບເພື່ອນ
໔. ເຈົ້ານາຍ
໕. ສະມະນະຊີພຣາມ
໕. ຊາດສາສນາ
ເຫຼົ່ານີ້ເປັນຕົ້ນ ຫາກເຮົາມີເວລາ ແລະ ສັດທາ ຫຼືບໍ່ມີສັດທາກໍຄວນເຮັດໃຫ້ສຸດກົກສຸດປາຍ
ສ່ວນສັດຕູໝູ່ອາຄາດ ຫຼືຄົນບໍ່ຮູ້ຈັກກໍຄວນລະວັງໃນການກະທຳທັງສາມປະການທີ່ກ່າວມາຂ້ງຕົ້ນ
ສຳລັບ ການເວົ້າກໍເຊັ່ນກັນຄວນລະວັງແມ່ນກະທັງຍາດຕິພີ່ນ້ອງ ເວົ້າຫຼາຍບໍ່ມີເຂົ້າຈອກໝໍ້ ວ່າຊັ້ນນາ
ຂອບໃຈ

Thursday, 3 November 2011

ຄຳບູຮານວ່າ "ຫາບບໍ່ໜັກ, ຕັກບໍ່ເຕັມ, ເຄັມບໍ່ຈືດ, ມືດບໍ່ແຈ້ງ" ໝາຍຄວາມວ່າແນວໃດ ?

ຄຳບູຮານວ່າ "ຫາບບໍ່ໜັກ, ຕັກບໍ່ເຕັມ, ເຄັມບໍ່ຈືດ, ມືດບໍ່ແຈ້ງ" ໝາຍຄວາມວ່າແນວໃດ ?
ຫາບບໍ່ໜັກ = ຄືບຸນ ແລະວິຊາຄວາມຮູ້
ຕັກບໍ່ເຕັມ = ຄວາມໂລບ ຢາກໄດ້ບໍ່ມີເຕັມຈັກເທື່ອ ໄດ້ແລ້ວກໍໄດ້ອີກ
ເຄັມບໍ່ຈີດ = ຄຸນງາມຄວາມດີ ທີ່ທຳແລ້ວ.
ມືດບໍ່ແຈ້ງ = ໄດ້ແກ່ຄວາມບໍ່ຮູ້ແຈ້ງ ຫຼືອະວິຊຊາ ແລະຄວາມຫຼົງໄຫຼມົວເມົາ ແລະຄວາມອວດໂຕໂອຫັງ .

ເຊິ່ງອະທິບາຍໃຫ້ໄດ້ເນື້ອຄວາມ ດັ່ງລຸ່ມນີ້

໑. ຫາບບໍ່ໜັກ: ໄດ້ແກ່ບຸນ ຫຼືວິຊາຄວາມຮູ້ຕ່າງໆ ທີ່ມີຢູ່ຢ່າງບໍ່ຈັກໝົດສິ້ນ ຄົນຜູ້ສະແຫວງຫາເອງ ກໍບໍ່ຈຳເປັນຕ້ອງແບບຫາບ ເມື່ອໄດ້ມາແລ້ວກໍບໍ່ໄດ້ແບກ ຫາບຫຼືຖືໄວ້ກະບໍ່ໜັກ ມີແຕ່ອຸດົມສົມບູນເພີ່ມພູນຂຶ້ນໃນໃນຊີວິດ ແນວຄິດແລະການກະທພຂອງເຂົາຄົນນັ້ນ, ກາຍເປັນຜູ້ມີມັນສະໝອງ ແລະອຸດົມສົມບູນພອກພູນປັນ ຍາຂຶ້ນຕື່ມຊັກໃຊ້ ເມື່ອເຖິງຄາວເອົາອອກມາໃຊ້ກໍໃຊ້ໄດ້ເລີຍ ບໍ່ມີອັນຍາກອັນຊາ ຫຼືຜູ້ມີບຸນບຸນນັ້ນມັນກະຢູ່ຄູຕົວເຮົາບໍ່ໜັກບໍ່ໜາ ຜູ້ມີບຸນກໍເບົາກາຍເບົາໃຈ ເມື່ອໄພມາເຖິງບຸນນັ້ນກໍປົກປ້ອງຄຸ້ມຄອງໄດ້ ສະນັ້ນຄວາມຮູ້ວິຊາການ ແລະບຸນຍະສົມພານນີ້ຫາກບໍ່ໜັກ.

໒. ຕັກບໍ່ເຕັມ: ໄດ້ແກ່ຄວາມໂລບ ອັນເປັນຄວາມຕ້ອງຢາກໄດ້ໂດຍບໍ່ມີທີ່ສິ້ນສຸດ ມະນຸດເຮົາຍິ່ງມີ ຍິ່ງຢາກໄດ້ໂດຍບໍ່ມີເມືອງພໍ ອັນນີ້ເຮົາບໍ່ຈຳເປັນຕ້ອງອະທິ ບາຍໃຫ້ຫຼາຍ ເພາະປະສົບການທີ່ພວກເຮົາເຈົ້າທ່ານປະສົບພົບພໍ້ກັນທຸກວັນນີ້ ກໍຫຼາຍເກີນທີ່ຈະບັນຍາຍແລ້ວ.

໓. ເຄັມບໍ່ຈືດ: ໄດ້ແກ່ຄຸນງາມຄວາມດີ ທີ່ບຸກຄົນໄດ້ທຳໄວ້ດີແລ້ວ ຍ່ອມສາມາດຄົງທົນຢູ່ຢ່າງນັ້ນເໝືອນດັ່ງເກືອຮັກສາຄວາມເຄັມສັນໃດ, ເຄັມໃນທີ່ນີ້ ໝາຍເຖິງ ຄົນທີ່ດີ ແລະຄົນທີ່ທຳບຸນໄວ້ແລ້ວ ແມ່ນສະພາວະການຈະປ່ຽນແປງໄປເຊັ່ນໃດ ຄົນຜູ້ນັ້ນຈະບໍ່ອັນຕະຣະທານໄປກັບສະພາບການ ປ່ຽນແປງ ດັ່ງກັບເກືອ ທີ່ຢູ່ໃນຖົງ ກັບເກືອທີ່ແທລົງຈອກນຳ້ແລ້ວ ມັນກໍຍັງມີຄວາມເຄັມຢູ່ ຫຼາຍຫຼືນ້ອຍ ກໍຢູ່ທີ່ປະຣິມານຂອງເກືອ ແລະນຳ້.

໔. ມືດບໍ່ແຈ້ງ: ໄດ້ແກ່ຄວາມບໍ່ຮູ້ແຈ້ງ ຫຼືອະວິຊຊາ ແລະຄວາມຫຼົງໄຫຼມົວເມົາ ແລະຄວາມອວດໂຕໂອຫັງ ນອກຈາກບໍ່ສາມາດທີ່ຈະໃຫ້ຜູ້ນັ້ນ ເຫັນແຈ້ງໃນທັມ ໃນຊີວິດແລ້ວ ຍັງຕ້ອງທຳລາຍໃຫ້ຄົນຜູ້ນັ້ນຕ້ອງເສື່ອມຊາມ ແລະອັນຕະຣະທານໄປໃນທີ່ສຸດໄດ້, ບໍ່ສະເພາະແຕ່ຕົວເຂົາ ຄອບຄົວ ສັງຄົມ ແລະປະເທດຊາດບ້ານເມືອງ ກໍຈັກຕ້ອງຕົກຕ່ຳລຳພອຍໄປກັບຄວາມມືດບອຂອງເຂົາດ້ວຍ.

- ທັງໝົດນີ້ ຈຶ່ງເປັນອະມະຕະວາຈາ ທີ່ຄົນລາວບູຮານໄດ້ຝາກໄວ້ຢ່າງປິດສະໜາ ສອນລູກສອນຫຼານລາວໃຫ້ການເປັນຄົນມີຄວາມຮູ້ປົກປ້ອງຕົນ ຄົນ ແລະຊາດມາໄດ້ເຫິງນານ ຫາກຄົນປັດຈຸບັນຍັງບໍ່ທັນມອງເຫັນຄຳບູຮານເລັກໆນ້ອຍນີ້ວ່າເປັນຂອງດີແລ້ວ ລາວເຮົາກໍຈະກາຍເປັນພຽງແຕ່ຊື່ປະດັບໂລກ ໂດຍປາສະຈາກຄຸນນະໂຫຍດໃດໆ ຫາກຄົນລາວຍັງເຫັນວ່າຄົນບູຮານ ແລະຄະຕິບູຮານເປັນຂອງລ້າສະໄໝແລ້ວ ບໍ່ນຳເອົາສິ່ງເລົ່ານີ້ມາວິໄຈ ວິຈານ ເພື່ອພັດທະນາຕົນ ຄົນ ແລະຊາດແລ້ວ ມີແຕ່ປ່ອຍໃຫ້ອະວິຊາ ຕັນຫາ ແລະຄວາມມືດບອດເຂົ້າຄອບງຳ ຊາດລາວເຮົາຄົງຈະເປັນສິ່ງທີ່ຊາດອື່ນດູຖູກເອົາໄວ້ ແລ້ວມີແຕ່ຄຽດແຕ່ບໍ່ຈັກຄິດ ຊີວິດກໍເສົ້າໝອງ ແລ້ວລະນານວນນາ.