Saturday, 29 July 2017

ຊຽງໝ້ຽງ ກິນກ້ຽງແຊບຫຼາຍ.

ຊຽງໝ້ຽງ ກິນກ້ຽງແຊບຫຼາຍ.
-=====-
- ຊຽງໝ້ຽງເປັນຊື່ນິທານ ແລະຕົວລະຄອນເອກຂອງ ເລື່ອງ ເວົ້າເຖິງຊຽງໝ້ຽງ ໃຜໆກໍຮູ້ຊື່ນີ້ ແຕ່ຈະເລົ່າເລື່ອງໃຫ້ຈົບນັ້ນກໍຈົບ ຍາກເພາະ ມັນຫຼາຍບັ້ນຫຼາຍຕອນ ເລື່ອງຈົບໃນຕອນ ຄືແຕ່ລະຕອນຄືຕັ້ງບັນຫາ ແກ້ໄຂບັນຫາ ແລະສະຫຼຸບຫາລົງ ເປັນຕອນໆໄປ ຈຶ່ງເຮັດໃຫ້ຜູ້ຕິດ ຕາມອ່ານຟັງເຂົ້າໃຈເລື່ອງງ່າຍ ແລະຕິດຕາມເລື່ອງຕໍ່ເລື່ອງ ເປັນນິທານລາວ ເລື່ອງໜຶ່ງທີ່ມີຄວາມສຳຄັນສຸດ ຈັດຢູ່ໃນປະເພດ ຕະຫຼົກ ສອນໃຈ ບັນເທີງປັນຍາ ມີລົດຊາດ ເກືອບຄົບອັດຖະລົດ.
- ອັນນິທານຊຽງໝ້ຽງນີ້ ບາງຄົນວ່າ ເປັນນິທານ ຕະຫຼົກ ມັນກະຕະຫຼົກອີຫຼີ ເພາະໃຜເລົ່າກະໄດ້ ສຸດທ້າຍກະຫົວຂວັນໂລດ, ບາງຄົນກະວ່າຊຽງ ໝ້ຽງເປັນຄົນຫຼອກລວງ, ຕົວະ ບາງຄົນຈົນທຽບ ປຽບເປີຍ ຄົນມີນິໄສຕົວະລ່າຍຫຼອກລວງ ຄືຊຽງໝ້ຽງ ແຕ່ເບິ່ງເລືຶ່ອງລາວແລ້ວ ກໍຄ້າຍກັບ ຕົວະ ແຕ່ບໍ່ຫຼວກລວງ ບໍ່ເອົາປຽບ ແບບຊຽງ ໝ້ຽງນີ້ ຄືຄົນສະຫຼາດມີປະຕິພານ ໄຫວພິບ ທັນຄົນ ທັນການ ທັນເວລາ ໂດຍເອົາປັນຍາ ມາຜະສົມພາສາເປັນຕົວແກ້ໄຂບັນຫາ ເຊັ່ນເລື່ອງຂ້າມແມ່ນຳ້, ພະຍາໃຫ້ສະໜົມໄປ ອຸດຈະລະໃສ່ເຮືອນຊຽງໝ້ຽງ, ໄປກ່ອນໄກ່ ທຸກຕອນລ້ວນແຕ່ກ່ຽວຂ້ອງກັບການ
ໃຊ້ພາສາທັງນັ້ນ, ຄືຊຽງໝ້ຽງຈະໃຊ້ພາສາ ຫັກລ້າງພາສາ, ຄວາມຈິງແລ້ວ ຊຽງໝ້ຽງບໍ່ແມ່ນຄົນຊົ່ວຊ້າສາມານດັ່ງທີ່ຫຼາຍຄົນເຂົ້າໃຈດອກ ຊຽງໝ້ຽງເປັນ ຕົວແທນຂອງປະ ຊົນ, ຕໍ່ສູ້ເພື່ອປະຊາຊົນ ບົນຄວາມຖືກຕ້ອງ ເປັນທຳ ບໍ່ປະຫັດປາຫານດ້ວຍກຳລັງ ເອົາປັນຍາສູ້ກັບອະປັນຍາລ້ວນໆ ຕໍ່ສູ້ ກັບພະຍາຜູ້ຊົງອຳນາດ ເຖິງບໍ່ສູ້ກັນດ້ວຍດ້ວຍກຳລັງກໍຕາມ, ຜູ້ໄຮ້ປັນຍາ ກໍເຖິງຂັ້ນຊີວິດໄດ້ ດັ່ງຕອນຈົບຂອງເລື່ອງຄື ກິນງ້ວນ ຜູ້ມີປັນຍາແມ່ນກະທັງຕົນຈະຕາຍ ກໍຕາຍຢ່າງມີກຽດ ແຕ່ຄົງໄວ້ເຊິ່ງຄວາມເປັນທຳ ແລະເຖິງຕົນຈະຕາຍກໍເອົາຊະນະຜູ້ໄຮ້ປັນຍາໄດ້, ຄວາມຈິງເລື່ອງຊຽງໝ້ຽງ ຈົບລົງດ້ວຍການຕາຍ ແຕ່ກໍຍັງມີພາກຕໍ່.
- ຊຽງໝ້ຽງແທ້ ຊື່ເດີມສີທະນົນໄຊ ທີ່ພໍ່ແມ່ຕັ້ງຊື່ໃຫ້ ຄົນຮູ້ໃນນາມທ້າວສີ ເອົາໄປຝາກກັບພະຍາເປັນລູກລ້ຽງ ບາດແລ້ວໄດ້ບວດເປັນບຈົວ ກໍໄດ້ສ້າງວິລະກຳ ຕອນເປັນຈົວຫັ້ນກະຫຼາຍເລື່ອງ ກ່ອນຊິໄດ້ຊື່ວ່າຊຽງໝ້ຽງ ພໍ່ຄ້າໝ້ຽງ ມາພະນັນກັບຈົວສີທະນົນໄຊ ເລື່ອງຂວ້າມນ້ຳ ວາງພະນັນຄັກແນ່ ຖາມເລື່ອງຂວ້າມນ້ຳນີ້ໄດ້ບໍ ຈົວສີ ຕອບວ່າຂວ້າມນຳນີ້ບໍ່ໄດ້ ທາງພໍ່ຄ້າກະລຸຍນຳ້ໄປຮອດຝັ່ງນັ້ນ ເຂົ້າໃຈວ່າຕົນຂວ້າມນ້ຳໄດ້ແລ້ວ ກໍຈະມາແກ້ເອົາຜ້າຄຸມຈົວສີ ຕາມທີ່ຕົກລົງກັນໄວ້ ຈົວສີບໍ່ຍອມໃຫ້ ເພາະພໍ່ຄ້າໝ້ຽງຂວ້າມນໍ້າບໍ່ໄດ້ ເມື່ອເປັນເຊັ່ນນັ້ນ ຄູ່ກໍລະນີຈຶ່ງພາກັນໄປຂຶ້ນສານໃຫ້ພະຍາຕັດສິນ ແຕ່ວ່າມີກົດທີ່ວ່າ ຫາກພິກຂຸ-ສາມະເນນ ຈະຂຶ້ນສານ ວ່າຄວາມ ຈະຕ້ອງໄດ້ສິກກ່ອນ ຈົວສີທະນົນໄຊ ຈຶ່ງໄດ້ສິກຂາໄປຂຶ້ນສານ ເມື່ອສານຊັກຖາມ ຊຽງສີແກ້ຄວາມ ເຫັນວ່າຊຽງສີຊະນະນຳ້ຕື້ນໆ ຄື ພໍ່ຄ້າໝ້ຽງລຸຍນ້ຳ ບໍ່ແມ່ນຂວ້າມນຳ້ ນີ້ລະຜູ້ຂຽນ ຈຶ່ງຂຽນບົດໄວ້ຫຼາຍເລື່ອງ ພາສານີ້ມີຄວາມສຳຄັນ ຫາກໃຊ້ປົກກະຕິ ໃນຄອບຄົວເຮືອນຊານ ຈະໃຊ້ຈັງໃດກໍໄດ້, ແຕ່ເມື່ອໃຊ້ທາງການ ໃຊ້ກັບສັງຄົມໝູ່ໃຫຍ່, ສອນໜັງສື, ບັນຍາຍ, ປາຖະກະຖາ ອື່ນໆ ຈະໃຊ້ພາສາຕາມທຳມະດາບໍ່ໄດ້ ມັນຕ້ອງເລືອກໃຊ້ ແລະລະວັງໃນການໃຊ້ພາສານັ້ນ, ເຫດການນີ້ ປາກົດວ່າຈົວສີໄດ້ໝ້ຽງເປັນ ຄ່າພະນັນ ກັບເງິນອີກ ສີ່ກະຊ້າ ກັບຫ້າບາດພະ 5555 ຄົນທັງຫຼາຍຈຶ່ງຮຽກຊື່ວ່າຊຽງໝ້ຽງສືບຕໍ່ມາ. (ເອີຢ່າວ່າຊັ້ນວ່າຊີ້ ຂະນະທີ່ຂຽນເລື່ອງນີ້ຢູ່ໄດ້ເຫັນຂ່າວທາງທໍລະທັດໄທຍ ຫຼືໂທລະພາບໄທຍນັ້ນລະ ເຫັນຄູບາສຸເທບ ໄປຂຶ້ນສານທັງຜ້າເຫຼືອງ ຄື ບໍ່ເຫັນວ່າຊິສິກ ເໝືອນຈົວສີ ຍັງສົງໄສຢູ່ວ່າ ບາດສານບອກວ່າ ເຄົາລົບສານ ຄູບາສຸເທບຊິເຮັດຈັງໃດ ຄັນບໍ່ເຄົາລົບ ພັດວ່າຊິວ່າຜາໝາດສານ, ຄັນເຄົາລົບພັດເປັນພະ ຄູບາສຸເທບຊິໄຫວ້ສານຈັງໃດເນາະ ອັນນີ້ກະເວົ້າໄປຊື່ໆດອກ ເລື່ອງຂອງເພິ່ນ ບ້ານເພິ່ນກະຢ່າເຂົາ ນຳມາເວົ້າກໍເພື່ອເອົາບົດຮຽນຊື່ໆດອກ).
- ເວົ້າເລື່ອງຊຽງໝ້ຽງ ກໍຄິດເຫັນເລື່ອງພາສາລາວ ທີ່ກ່ຽວກັບໝ້ຽງ ຄືໝ້ຽງທີ່ຈົວສີທະນົນໄຊ ໄດ້ຮັບຄ່າປັບ ເປັນໝ້ຽງອົມ ແຕ່ກ່ອນຄົງຈະ ມີລາຄາແພງເປັນທີ່ນິຍົມ ຈຶ່ງມີການຂາຍກັນ, ມີຄຳເວົ້າຄຳເວົ້າປະໂຫຍກໜຶ່ງວ່າ "ໝ້ຽງໝາກ" ຄົງຈະແມ່ນອົມແທນໝາກກະໄດ້, ອີກສຳນວນ ໜຶ່ງວ່າ "ເອົາລູກເຂົາມາລ້ຽງ ເອົາໝ້ຽງເຂົາມາອົມ" ໝ້ຽງ ຄົງຈະອົມແທນໝາກ ເພາະເຂົາບອກວ່າໝ້ຽງນີ້ອົມຫຼາຍເມົາ ວ່າຈັງຊັ້ນ, ທີ່ຈິງໝ້ຽງນັ້ນ ດຽວນີ້ກະຍັງມີຢູ່ ແຖວທາງເໜືອພຽງໄຊຍະບູລີຂື້ນເມືອ ຍິນວ່າມີການເຮັດຢູ່ ກຳມະວິທີເຮັດໝ້ຽງ ຄືເອົາໃບໝ້ຽງ ມາບົ່ມໃສ່ໄຫຈົນລົດ ສົ້ມແລ້ວຈຶ່ງເອົາມາອົມ ກ່ອນຈະອົມ ຕ້ອງຫາເກືອ, ກະທຽມ, ຂີງ, ຂ່າ, ໝາກພິກ ມາ ແລ້ວເອົາໝ້ຽງຫໍ່ພໍຄຳ, ອົມໄວ້ໃນປາກ ດູດກິນນ້ຳອັນແຊບຊ້ອຍຂອງມັນ, ຖາມເຂົາວ່າ ຕົ້ນໝ້ຽງເປັນຈັງໃດ ໄດ້ຄວາມວ່າ ເໝືອນຕົ້ນຊານີ້ລະ ຜູ້ຂຽນສົງໄສ ຄົງແມ່ນຕົ້ນຊາ ເພາະເຫັນໃບ ທີ່ເປັນໝ້ຽງແລ້ວ ຄ້າຍກັນ ຄັນບໍ່ແມ່ນຕົ້ນຊາ ກໍຄົງແມ່ນຕົ້ນແຈ້ ກໍຄືຕົ້ນຊາປະເພດໜຶ່ງນີ້ລະ ຕ່າງກັນຈັກໜ່ອຍ ໃບມັນແກວດກວ່າ ແຕ່ກ່ອນບ້ານຜູ້ຂຽນມີ ເຂົາເອົາມາແຊ່ກິນນໍ້າຄ້າຍຊາ ດຽວນີ້ບໍ່ເຫັນແລ້ວຄົງ ຈະດັບແນວໄປແລ້ວ.
- ໝ້ຽງອີກປະເພດໜຶ່ງ ຂອງຊາວສີພັນດອນ ເປັນແບບຕ່າງ ຄື ເອົາຫົວສິງໃຄ ຂີງ ຂ່າ ແລະອື່ນໆຊອຍຄັກແລ້ວ ມາຕຳລົງຄົກໃສ່ກັບ ໝາກພິກ ຈົນລະອຽດດີຄັກ ເອົາປາແດກດີໆລົງ ເຫັນວ່ານົວພໍໃຈແລ້ວ ກໍຕັກມາໄວ້ຫາຜັກມາຫໍ່ມາພັນ ເຊັ່ນໃບອີເລີດ ຜັກຂາວທອງ ຍອດໃບມີ້ ໃບຂ່າ ໃບຂີງ ປີອ່ອນ ຢວກກ້ວຍ ໝາກມີ້ອ່ອນ ແລະອື່ນໆ ຕາມໃຈຊອບ ມີປາຢ້າງ ປາແຫ້ງ ປາກະເຕົາເອົາຫໍ່ມາພັນ ປ່ອນໃສ່ປາກ ອັນນີ້ກະວ່າໝ້ຽງ.
- ໝ້ຽງອີກແບບໜຶ່ງ ສະໄໝກ່ອນປະມານປີ 1985-1995 ໄທວຽງຈັນຂະນະນັ້ນໃຜໆ ຄົງຊິຮູ້ຈັກກັນທົ່ວໜ້າ ມີການເຮັດຂາຍຍາມຄໍ່າ ແລະນິຍົມກິນກັນຄັກ ຢູ່ຕໍ່ໜ້າສວນເຍົາວະຊົນ ສະພັງເລນດຽວນີ້, ກຳມະວິທີການເຮັດໝ້ຽງ ແບບນີ້ ພໍຮູ້ຄ້າວໆ ແມ່ນມີເຂົ້າໜຶ້ງແຫ້ງຂົ້ວ ແລ້ວກໍຂົ້ວໃສ່ໜັງໝູ ຫຼືຄຽບໝູປຸງລົດແຊບຊ້ອຍ ເອົາຜັກສະຫຼັດມາຫໍ່ໝ້ຽງນັ້ນດ້ວຍ ຂີງຊອຍ ຂ່າຊອຍ ຖົ່ວດິນ ພິກແຫ້ງຂົ້ວ ຄຽບໝູ ພິກແຫ້ງຂົ້ວ ແລະອື່ນໆຕາມໃຈຊອບ ຫໍ່ເປັນຄຳແລ້ວ ເອົາມາປ່ອນໃສ່ປາກຜູ້ມັກກະວ່າແຊບມແບບນີ້ເຂົາວ່າໝ້ຽງຄຳ ສະໄໝນັ້ນມຮູ້ຈັກກັບຄົນຂາຍ ຄືຄອບຄົວພໍສາຍ ແມ່ນາງຂາຍດິບຂາຍດີ ລ້ຽງລູກລ້ຽງເຕົ້າ 2 ຈົນຮຽນຈົບມະຫາວິທະຍາ ໄລທັງສອງ ດຽວນີ້ລູກຂອງລາວ ກໍມາຈະເລີນຮອຍຕາມພໍ່ແມ່ ແຕ່ຈັດລະບົບ ຮ້ານແບບທັນສະໄໝ ຮ້ານຢູ່ຖະໜົນວຽງຈະເລີນ ຊື່ວ່າ "ຮ້ານໝ້ຽງເຈົ້າເກົ່າ" ດັງຄັບດັງຄັ່ງ ຄົນໜຸ່ມຄົນສາວ ເຈົ້າໃຫຍ່ນາຍໂຕ ໃນວຽງຈັນ ແລະຕ່າງແຂວງ ຕ່າງປະເທດ ບໍ່ມີໃຜຊິບໍ່ຮູ້ຮ້ານນີ້ ອັັນນີ້ກະຍ້ອງເຂົາ ຮູ້ຈັກໃຊ້ພາສາລາວໃຫ້ເປັນປະໂຫຍດ 555 ໝ້ຽງ ໃຜຊິຮູ້ຈັກວ່າມັນຊິດັງ ເພາະພາສາພື້ນໆນີ້ເອງ ບາດມັນດັງແລ້ວ ຈ່ອງກະບໍ່ລົງ.
- ມີໝ້ຽງ ອີກແບບໜຶ່ງ ມີເຄື່ອງປະກອບຄ້າຍກັບໝ້ຽງຕຳນັ້ນລະ ແຕ່ມີປາປີ້ງທີ່ເຮັດໃຫ້ມຸ່ນແລ້ວມາຜະສົມກັບ ເຂົ້າທີ່ຂົ້ວແລ້ວ ໃນປະລິມານເທົ່າກັນ ແລ້ວໄປຫໍ່ກັບເຄື່ອງປະກອບດັ່ງໝ້ຽງຄຳ ປ່ອນໃສ່ປາກຄືກັນຜູ້ມັກ ກະວ່າແຊບທຸກຄົນ ໝ້ຽງແບບນີ້ ເພິ່ນວ່າໝ້ຽງປາ ບາງຄົນວ່າໝ້ຽງເມືອງຫຼວງ ແຕ່ກ່ອນປາພັນປາ ແບບຂາຍກັນເກື່ອນໃນວຽງຈັນນີ້ ກະຊື່ວ່າ ໝ້ຽງພັນປາ ເພາະເຄື່ອງມັນຄືກັນ ດຽວນີ້ຮູ້ຈັກໃນນາມພັນປາ, ເວົ້າເລື່ອງພັນປາ ມີອາຫານສີທັນດອນ ຈຳປາສັກ ປະເພດໜຶ່ງຄື ກ້ອຍພັນ ກໍພັນຄືກັບໝ້ຽງ ແຕ່ບໍ່ມີວີ່ແວວວ່າ ຊິເປັນໝ້ຽງ ເພາະເຄື່ອງພັນກ້ອຍບໍ່ມີຂີງຄ່າ ສິງໄຄ ເໝືອນພັນປາແບບທາງວຽງ ສະນັ້ນ ຄຳວ່າໝ້ຽງ ມີສ່ວນປະກອບຫຼັກໆ ຄື ຂີງ ຄ່າ ສິງໃຄ ແລະອື່ນໆດັ່ງທີ່ທ່ານຮູ້.
- ໝ້ຽງອີກແບບໜຶ່ງ ເຂົາວ່າໝ້ຽງຊາວວັງ ມີ ຂ່າ ຂີງ ຜັກບົ່ວ ຫົວກະທຽມ ພີກຢວກ ພິກກົ້ນຊັນ ແລະອື່ນໆສຸດແລ້ວແຕ່ຈະໃສ່ທັງໝົດເອົາມາຫັ່ນ ມາຊອຍ ແລ້ວຕັ້ງໝໍ້ຂາງລົງ ໃສ່ນຳ້ປາ ນ້ຳຕານຊາຍ ນໍ່າຕານກ້ອນ ນຳ້ຕານກະຖັງຂອງໄທຍ ຫຼືນຳ້ອ້ອຍກ້ອນ ກະສຸດແລ້ວແຕ່ ເອົາຂອງເລົ່ານັ້ນລົງ ຂົ່ວໃຫ້ສຸກ ປຸງລົດໃຫ້ຖືກລີ້ນ ເຫັນວ່າພໍໃຈແລ້ວຍົກລົງມາ ຫາຜັກອີເລີດ ຂາວທອງ ໝາກແຕງ ໝາກເຂືອເຄືອ ໝາກເຫຼັ່ນ ຜັກສະຫຼັດອື່ນໆ ທີ່ເປັນເຄື່ອງພັນໝ້ຽງ ຕາມໃຈຊອບ ຢ່າລືມໝາກພິກຂີ້ໜູ ຫຼືໝາກພິກແຫ້ງຂົ້ວຈັກ ໜ່ອຍອັນນີ້ກະວ່າໝ້ຽງ.
- ໂອຍ ເວົ້າເລື່ອງຊຽງໝ້ຽງ ຈັງແມ່ນມັນຫຼາຍໝ້ຽງ ມີຄົນຖາມວ່າ ໝ້ຽງໂຕສຸດທ້າຍນີ້ ຄືບໍ່ໃສ່ຊີ້ນ ໃສ່ປາ ອັນນີ້ກະຕອບວ່າສຸດແລ້ວແຕ່ຈະໃສ່ ແນວວ່າ ເວົ້າເລື່ອງພາສາ ຊິໃຫ້ເວົ້າຄູ່ກິ ຄູ່ກີ ມັນກະບໍ່ໄດ້ ຢາກໃສ່ຫຍັງຫາລະໃສ່ໂລດ ໃສ່ກຸ້ງ ກະວ່າໝ້ຽງກຸ່ງ ໃສ່ປາ ໃສ່ໝູຫຍອງ ກະວ່າໄປຕາມນັ້ນ ຢ່າລືມວ່າ ກຳລັງເວົ້າເລື່ອງພາສາກະແລ້ວກັນ.
- ມີອີກໝ້ຽງແບບໜຶ່ງ ຫຼາຍຄົນຄືຊິໄດ້ກິນ ແນ່ແລ້ວ 555 ຄືຂີ້ໝ້ຽງ ທີ່ມັນກັດເຫັຼກນັ້ນໜ່າ ອັນນີ້ກະເອີ້ນໝ້ຽງແຕ່ເອົາຂີ້ ຂຶ້ນໜ້າ ເພາະເປັນ ຂອງໄຮ້ຄ່າ, ເວົ້າແລ້ວກະວ່າຊິສຸດພຽງນີ້ ແລະແລ້ວມັນກະບໍ່ສຸດ ມີຄົນໆໜຶ່ງບໍ່ເປັນຕາ ຂີ້ຮ້າຍທ້າຍເປ ຂີ້ເລ່ນ້ຳມັນຍາງ ເຮັດຫຍັງກໍບໍ່ເອົາການເອົາງານ ເຂົາຕັ້ງຊື່ໃຫ້ຄົນແບບນີ້ວ່າ ໜ້າຂີ້ໝ້ຽງ.
ສຸດແລ້ວບາດນີ້ ຢ່າລືມວ່ານີ້ເປັນການ ຂຽນເລື່ອງ ພາສາ ທີ່ວ່າດ້ວຍໝ້ຽງໆໆໆ.

ເງິນສາມນາງ ໃຊ້ແທນເງິນຫຼຽນຫົວໜາມ ແລະເງິນຝັກເງິນຮາງແຕ່ກີ້.

ເງິນສາມນາງ ໃຊ້ແທນເງິນຫຼຽນຫົວໜາມ ແລະເງິນຝັກເງິນຮາງແຕ່ກີ້.
-====------====-
- ເງິນເຈັ້ຍ ທີ່ເຫັນນີ້ລາວ ຮຽກວ່າເງິນ 3 ນາງ, ແຕ່ເກີດມາເຄີຍເຫັນໃບແທ້ 2-3 ຄັ້ງນີ້ລະ ແຕ່ ລະຄັ້ງກໍຂອງເຂົາທັງນັ້ນ, ແຕ່ກ່ອນມີຄົນຊອກຫາຊື້ ບໍ່ຮູ້ວ່າເຂົາຈະເອົາໄປ ເຮັດຫຍັງ, ປີ 1986 ເປັນຕົ້ນມາ ມາຢູ່ວຽງຈັນ ກະເຫັນເຂົາຊອກຫາ ຊື້ອີກ, ຮູ້ສືກວ່າມີຄົນຊອກຊື້ ຊອກຫາຫຼາຍ ສົມຄວນ ກະສອບຖາມເຂົາໄດ້ຄວາມ ວ່າ "ເອົາໄປລົງເລກ" ຟັງປຸບ ແນວຄິດຢຸດປັບ ເຂົາພັນລະນາສັບພະຄຸນຂອງເງິນ ແລະອາຈານຜູ້ລົງເລກ ອະພິນິຫານຄັກ, ຍິ່ງພັນລະນາ ຍິ່ງເຮັດໃຫ້ຜູ້ຂຽນບໍ່ ເຊື່ອຂຶ້ນຊັກໃຊ້ ເພາະບໍ່ມັກເລກແນ່ ແລະຕອນນັ້ນຄົງຈະແມ່ນໄດ້ປະຕິບັດກຳມັດຖານ ຈຶ່ງບໍ່ໄດ້ຕົກຢູ່ໃນວົງຈອນນັ້ນ, ຫຼັງປີ 1990 ພັດມີການຊອກຫາ ຂອງດີໆຕ່າງໆ ນານາໆ ກະແສເອົາໄປລົງເລກກໍຍັງຢູ່ ທັງງ້າງ, ທັງຄຸດ, ທັງເຫຼັກໄຫຼ ແລະອື່ນໆລວມທັງເງິນສາມນາງ ນີ້ດ້ວຍ ແຕ່ວ່າຄັ້ງນີ້ມາເພິ່ມວ່າ ມີການສັ່ງຊື້ຈາກ ຕ່າງປະເທດດ້ວຍ.
- ການທີ່ມີຄວາມເຊື່ອວ່າ ເອົາຂອງດີໄປລົງເລກ, ກັບການສັ່ງຊື້ຈາກຕ່າງປະເທດ ມັນເຮັດໃຫ້ຜູ້ຂຽນຄິດຕ່າງ ນອກເໜືອຈາກລົງເລກ ສະໄໝນັ້ນກໍອາຍຸປະມມານ 21-22 ປີນີ້ລະ ພວກຫາຊື້ຂອງກະມາຫາເລື້ອຍ ມາຊວນເລື້ອຍ ໃຫ້ຊອກຫາໃຫ້ ຮັບຟັງເຂົາໄດ້ ແຕ່ບໍ່ສົນໃຈຫາໃຫ້ເຂົາຈັກເທື່ອ ເພາະຫຍັງ ເພາະບໍ່ເຊື່ອວ່າ ອາຈານລົງເລກຈະເກ່ງ ຄັນເກ່ງແທ້ ບໍ່ຕ້ອງຫາວັດຖຸມາລົງດອກ ນັ່ງສະທິເອົາກໍໄດ້ຄັນໃຈສະຫວ່າງ, ຍິ່ງມາຍິນການສັ່ງຊື້ຈາກຕ່າງປະດ້ວຍ ຊື້ທຸກຢ່າງທີ່ເປັນຂອງເກົ່າ ຂອງດີ ມີເຫຼັກໄຫຼ, ງ້າງ ເປັນຕົ້ນ ແຕ່ຕ້ອງຍິງຜ່ານຈຶ່ງຊື້ ແຕ່ເທົ່າທີ່ຮູ້ມາ ນ້ອຍຄົນທີ່ຈະຜ່ານການທົດລອງນີ້ ຍິ່ງເຮັດໃຫ້ຄິດຕ່າງ ວ່າມັນຕ້ອງ ມີອັນຕ່າງຈາກການລົງເລກແນ່ນອນ.
- ຄວາມຄິດຂອງຜູ້ຂຽນຕອນຄິດຕ່າງໝູ່ ຄື 1. ນັກສະສົມຂອງເກົ່າ, 2. ເອົາເຂົ້າພິທະພັນ 3. ເປັນຕົ້ນແບບໃນການລອກລຽນແບບຕົ້ນສະບັບ ເພື່ອປຳ້ຂາຍ.
- ທັງສາມຄວາມຄິດນີ້ ເກີດຂຶ້ນແຕ່ປີ 1990 ເປັນຕົ້ນມາ ເພາະມີແນວຄິດແບບນີ້ ຈຶ່ງບໍ່ກະຕືລືລົ້ນຈະຊອກຫາ ເພາະການຊອກ ຫາບໍ່ແມ່ນຈະຊອກງ່າຍໆ ເລີ່ມຕົ້ນຈາກການລົງ ທືນກ່ອນ ຄິດວ່າເສັຍເງິນ ແລະເວລາຍ້ອນ.
- ປີ1990 ຮູ້ຈັກກັບຄົນທີ່ຊອກຫາຂອງ ດີໄປລົງເລກນີ້ ແລະຂາຍນີ້ຄົນໜຶ່ງ ຮູ້ຈັກກັນພໍປະມານ ວ່າເຂົາມັກໃນທາງນີ້ ເຂົາເອງສະໄໝນັ້ນເຝີຖ້ວຍ 10 ກີບນີ້ເຂົາມີ ຮອດບໍລິສັດ, ມີເຮືອນກໍ່ ມີລົດຂີ່ ແລະມີລົດ ຫາເງິນຫຼາຍຄັນ ແລະບໍລິສັດກໍ່ສ້າງນີ້ ນັບວ່າຮັ່ງບໍ່ຢອກ, ເຂົາໃຈປໍ້າໃນການຊອກຫາຂອງດີ ວ່າແຕ່ຍິນຂ່າວແມ່ນໄປໂລດໄກປານໃດ ຍິນເຂົາເວົ້າໃຫ້ຟັງ ເໝົາຍົນເຮີລີຄອປ ໄປກໍຍັງເຄີຍມີ ຫາກແມ່ນຂອງນັ້ນຢູ່ບ່ອນກັນດານ ເຄີຍເວົ້າເປັນໄນໆໃຫ້ເຂົາຟັງກ່ຽວກັບຄວາມເຂົ້າໃຈ ຂອງຜູ້ຂຽນ ທີ່ກ່າວໄວ້ 3
ຂໍ້ ບໍ່ຮູ້ວ່າເຂົາເຊື່ອ ຫຼືບໍ່ເຊື່ອ ແຕ່ຈາກປີ 1990-1994 ບໍ່ເຄີຍຍິນວ່າເຂົາສົມຫວັງກ່ຽວກັບເລື່ອງນີ້ ປີ 1994 ຜູ້ຂຽນ ໄປຮຽນຕ່າງປະເທດກັບມາຢາມວຽງຈັນ ປີ 1996 ຫາໂອກາດໄປຢາມເຂົາ ປາກົດວ່າເຂົາອົບພະຍົບໄປຢູ່ອະເມລິກາ ເຫດຜົນບໍລິສັດລົ້ມລະລາຍ ເປັນໜີ້ສິນ.
- ເມື່ອໄດ້ໄປທ່ອງທ່ຽວຕ່າງປະເທດ ໂດຍສະເພາະໄທຍ໌ ເຫັນເຂົາວາງຂາຍຂອງ ທີ່ຄົນລາວຊອກຫານີ້ເກື່ອນກາດເປັນຕະຫຼາດສະເພາະທີ່ທ່າພຣະຈັນ ກທມ ເປັນຕົວຢ່າງ, ໄປປະເທດອື່ນໆ ກໍເຫັນມີຂອງເຫຼົ່ານີ້ປາກົດຕົວໃນທີ່ທ່ອງທ່ຽວ ເມື່ອເຂົ້າພິພິທະພັນຕ່າງປະເທດ ໝວດເງິນໂລກ ກໍມັກຈະເຫັນເງິນລາວ ສະໄໝຕ່າງໆລວມເງິນສາມນາງນີ້.
- ປີ 1999 ຮຽນຈົບໄປເມືອງຫຼວງພະບາງຄັ້ງທຳ ອິດ ຕາມທີ່ທ່ອງທ່ຽວ ມີການຂາຍຂອງເກົ່າຢ່າງ ເປີດແປນມີທຸກຢ່າງເງິນເກົ່າ ຂອງເກົ່າ ຫີນຂວັນຟ້າສຽມຕຸ່ນ ແລະອື່ນໆ ລ້ວນແຕ່ຂອງແທ້ລາຄາບໍ່ແພງ 40.000 ກີບຂຶ້ນເມືອ ບໍ່ເກີນ 100.000 ກີບ.
- ສິ່ງທີ່ບໍ່ເຄີຍມີ ໃນແນວຄວາມຄິດທາງວັດທະນະທຳລາວ ຄື ເອົາພະພຸດທະຮູບແທ້ໆ ມາວາງຂາຍປົນກັບ ຂອງທີ່ລະນຶກ ແລະຂອງເກົ່າແທ້ໆເຫຼົ່ານັ້ນ ອັນນີ້ຖືວ່າເປັນຈຸດປ່ຽນທາງຄວາມຄິດຂອງຄົນລາວ ກ່ຽວກັບຂອງດີ ຂອງມຸງຄຸນ ມີການໄດ້ມາໂດຍການຊື້ຂາຍ ບໍ່ແມ່ນສັດທາ.
- ນັບແຕ່ປີ 2004 ເປັນຕົ້ນມາ ປາກົດວ່າໃນທີ່ທ່ອງທ່ຽວຂອງລາວ ຂອງທີ່ລະນຶກ ລວມທັງພຣະຕ່າງໆ ລ້ວນມີແຕ່ຂອງປອມຂອງລຽນແບບ ໄປທີ່ໃດກໍເຫັນ ບໍ່ສະເພາະແຕ່ໃນທີ່ທ່ອງທ່ຽວລາວ ທີ່ປະເທດອື່ນໃນອາຊີ ກໍຍັງມີຂອງແບບດຽວຂາຍ ເງິນສາມນາງນີ້ ຂອງປອມກະຍັງເຄີຍເຫັນຄືກັນ.
- ໂອ ຄວາມສົງໄສລ້າໆ ຂອງຜູ້ຂຽນ ເມື່ອ 20 ກວ່າປີທີ່ແລ້ວ ໃຜລະຊິນຶກວ່ານະເປັນຈິງ.

ລາຍເຊັນ ອ່ານບໍ່ອອກ

ລາຍເຊັນ ອ່ານບໍ່ອອກ
- ແຕ່ກ່ອນບູຮານພຸຸ້ນ ຄົນໃນພາກພື້ນອາຊີ ໂດຍສະເພາະໄທຍ-ລາວ-ຊະເໝນນີ້ ຍັງບໍ່ພົບ ຫຼັກຖານຄັກແນ່ວ່າ ມີນາມສະກຸນມາກ່ອນບໍ, ແຕ່ຄັນບໍ່ມີ ກໍສົງໄສວ່າເຂົານັບຍາດກັນຈັງໃດ ? ໃນຂະນະທີ່ ຈີນ ແລະຫວຽດນາມມີແຊ້ມາເຫິງ ແລ້ວ, ເທົ່າທີ່ຮູ້ຄົນລາວ-ໄທຍ-ຂະເໝນ ເລີ່ມໃຊ້ນາມສະກຸນ ເມື່ອຝຣັ່ງ-ອັງກິດເຂົ້າມານີ້ ຄົນມີຄວາມກີຄວາມຊອບ ແລະມີຈຳແໜ່ງໜ້າທີ່ ກໍໄດ້ນາມສະກຸນພະຣາຊະທານ, ຄົນທຳມະດາສາມັນ ກໍໄປຫາຄູບາອາຈານຕັ້ງໃຫ້ ຜູ້ເປັນທິດເປັນຈານກໍຕັ້ງເອງ, ຜູ້ຢູ່ຊົນນະບົດແທ້ໆ ບໍ່ສົນໃຈເລີຍກະມີ ເວົ້າເລື່ອງນາມສະກຸນ ຜູ້ຂຽນນີ້ ຕາມປະຫວັດ ກໍຄົງຢູ່ 89 ປີແລ້ວ ເພາະເພິ່ນໃຫ້ອາຈານເພິ່ນຕັ້ງໃຫ້ ຕອນຊິໄປຮຽນພະນົມເປັນ ຢ່າງໃດກໍຕາມ ເລື່ອງນາມສະກຸນ(ອັນນີ້ ເອົາໄວ້ຄົ້ນຄວ້າໃນຫົວຂໍ້ໃໝ່)
- ທີ່ນີ້ມາເວົ້າເລື່ອງລາຍເຊັນ ກໍບໍ່ຮູ້ອີກແລ້ວລະ ວ່າລາວ-ໄທຍ໌-ຂະເໝນນີ້ ມີການໃຊ້ລາຍເຊັນ ມາແຕ່ບູຮານະການບໍ ? ອັນນີ້ມກະຫາຫຼັກຖານ ບໍ່ເຫັນ ຄືກັນ, ສົງໄສມີແຕ່ບໍ່ໃຊ້ ຫຼືບໍ່ໃຊ້ເລີຍກໍເປັນໄດ້ ເພາະເຮົາພົບຫຼັກຖານໜຶ່ງໃນ ວັນນະກຳລາວ ບູຮານທຸກໆເລື່ອງມີໜ້ອຍທີ່ສຸດ ທີ່ຜູ້ແຕ່ງ ຜູ້ແປ ຜູ້ລິດຈະນາ ຈະໃສ່ຊື່ຕົນ ຫາກກມີໃສ່ ຈະພາດຫົວເລື່ອງໄວ້ຕົ້ນໆ ຫຼືທ້າຍໆ ວັນນະກຳ ຫາກຜູ້ບໍ່ຈັກກໍບໍ່ຮູ້ຊ້ຳວ່າ ເປັນນາມເຂົາ ເພາະຈະແຕ່ງເປັນກອນໄປເລີຍ.
- ເຮົາມາເບິ່ງວັດທະນະທຳຂອງຈີນ-ຫວຽດ-ເກົາຫຼີ-ຢີ່ປຸ່ນ ພັດມີການ້ອຍໆ ປະຈຳຈຳບຸກຄົນ ເພື່ອຈໍ້າຊື່ ອັນນີ້ກະບໍ່ຮູ້ວ່າເກີດເຫິງນານພຽງໃດ ໜ້າຊິເກີດພ້ອມໆກັນກະບໍ່ຮູ້.
- ໃນລາວເຮົາ ມີຫຼັກຖານໜຶ່ງທີ່ພົວພັນກັບລາຍເຊັນຄື ການແປະໂປ້, ແລະລົງລາຍເຊັນ ຜູ້ເຖົ້າຜູ້ແກ່ເວົ້າໃຫ້ຟັງ ເວລາໄປເຮັດໜັງສືສະ ໄໝເກົ່າ ເຂົາຈະໃຫ້ແປະໂປ້ກັບລົງຊື່ສະເໝີ, ຜູ້ບໍ່ເປັນໜັງສືກະໃຫ້ແປະໂປ້ ກັບຂຽນ ລາຍມືໄປຕາມວາດ ຄືຂີດໆໄປ ອ່ານໄດ້ບໍ່ໄດ້ກໍຕາມ ຂໍໃຫ້ມີຫຼັກຖານ ເມື່ອມາເບິ່ງສັງຄົມ ຊົນນະບົດລາວ ໃນຍຸກບ້ານແຕກສະແຫຼກຂາດ ສະໄໝນັ້ນ ຊົນນະບົດເປັນສ່ວນຫຼາຍ ຄົນບໍ່ຮູ້ໜັງສືອາດມີຫຼາຍ ເຂົາກໍລົງນາມເຂົາ ແບບແປະໂປ້ ແລະຂີດໄປຕາມໃຈຊອບ ແບບອ່ານບໍ່ໄດ້ ດ້ວຍເຫດນີກະບໍ່ຮູ້ ຈຶ່ງເປັນທີ່ມາຂອງລາຍເຊັນ ເມື່ອຍົກເລີກ ການແປະໂປ້ ແລ້ວຈຶ່ງມີການກຳນົດ ລາຍເຊັນ ແລະລົງນາມ(ຄືລາຍເຊັນແລະຊື່່ແຈ້ງເທົ່າບັດນີ້).
- ບາດນີ້ມາເບິ່ງລາຍເຊັນ ສະເພາະວັດທະນະທຳຄົນລາວແລ້ວ ທຸກໆຄົນຈະອ່ານບໍ່ອອກ ຄືເຊັນໄປເປັນລາຍເສັ້ນຢ່າງມີເອກະລັກ ແລະຈື່່ຈຳເອກະລັກໂຕເອງກໍຖືວ່າໃຊ້ໄດ້, ນ້ອຍໜັກ ນ້ອຍໜາ ຈຶ່ງມີລາຍເຊັນທີ່ອ່ານອອກ, ສະຫຼຸບຄວາມວ່າ ລາຍເຊັນອາດກຳເນີດຈາກ ຈຸດເລີ່ມຕົ້ນ ຈາກຄົນຂຽນໜັງສືບໍ່ເປັນນີ້ເອງ ຈຶ່ງອະນຸໂລມຕາມໃຫ້ຂີດເສັນສັນຍະລັກຂອງຕົນ ວິເຄາະຄຳ ຈາກພາສາລາວ ຄົງຈະມາຈາກ "ລາຍເສັ້ນ" ຂຽນເປັນລາຍ ໃຫ້ເປັນເສັ້ນ" ໂດຍບໍ່ຕ້ອງເອົາຄວາມໝາຍ ຂໍໃຫ້ແຕ່ເປັນສັນຍະລັກ ແລະຕໍ່ມາພາສາອາດ ປ່ຽນໄປ ລາຍເສັ້ນ ກາຍເປັນເຊັນ, ການຜ້ຽນ ຫຼືປ່ຽນ ເສັ້ນເປັນເຊັນ, ມີ 2 ປັດໄຈ ຄື ປັດໄຈທີໜຶ່ງແມ່ນປ່ຽນໄປໂດຍທຳມະຊາດ ເໝືອນຄຳເວົ້າບາງຄຳເວົ້າເປັນຈາກເດີມໂດຍການເວລາ, ສ່ວນປັດໄຈທີສອງ ອັນນີ້ປ່ຽນຈາກການບຈົງໃຈ ຄື ຄຳວ່າລາຍເສັ້ນ ສື່ສານເຖິງລາຍມືທີ່ຂີດເອກະລັກຂອງຄົນນີ້ ພັດໄປກົງກັບສີລະປະວາດແຕ້ມ ຄືແຕ້ມລາຍເສັ້ນ ແລະແຕ້ມລົງສີ ລົງແສງ, ເມື່ອລາວເຂົ້າສູ່ລະບົບຣາຊການ ທາງການອາດຈະ ຈະປ່ຽນຈາກລາຍເສັ້ນ ມາເປັນລາຍເຊັນກໍໄດ້.
(ໝາຍເຫດ ບົດວິເຄາະທັງໝົດເທິງນີ້ ບໍ່ເຄີຍ ອ່ານ ແລະຍິນມາຈາກໃສມາກ່ອນ ເປັນການວິ ເຄາະຕາມການຫາຫຼັກຖານ ຕາມວິຊາການຄົ້ນ ຄວ້າຫາຂໍ້ມູນ ຕາມບົດຮຽນທີ່ຮຽນມາເທົ່ານັ້ນ)
- ບາດນີ້ມາເວົ້າເລື່ອງປະສົບການຂອງລາຍລາຍເຊັນໃຫ້ຟັງ ເປັນເລື່ຶອງຈິງສະໄໝໄປຮຽນຢູ່ໄທຍ໌ ມັກຈະໄປຟັງການເສວະນາວິຊາການ ສະເໝີວ່າແຕ່ມີການເປີດເສວະນາ ປາຖັກກະຖາ ເພື່ອຫາຄວາມຮູ້ເສີມໃນວິຊາຮຽນ ສ່ວນຫຼາຍຈະລົງທະບຽນຈ່າຍ ເງິນເຂົ້າຟັງ ເມື່ອໄປແບບນັ້ນ ແນ່ນອນກ່ອນເຂົ້າຟັງຕ້ອງ ລົງທະບຽນ ຜູ້ລົງທະບຽນຕ້ອງມີບັດປະຊາຊົນ, ຄັນພະ ກໍຕ້ອງມີໃບສຸດທິ ຫຼືຫຼັກຖານອື່ນ ສຳລັບ ເຮົານັກສືກສາຕ່າງປະເທດ ຈຶ່ງສະແດງໜັງສືປັດສະປອດ, ຜູ້ຮັບລົງທະບຽນເຂົາຈຶ່ງຮູ້ວ່າ ແມ່ນລາວ.
- ທີ່ມີຄວາມຮູ້ກ່ຽວກັບລາຍເຊັນນີ້ ກໍຢູ່ທີ່ນີ້ລະ ເມື່ອອ້າງຫຼັກຖານ ແລະລົງຊື່ແລ້ວກໍຕ້ອງລົງລາຍເຊັນ ສົງໄສເຂົາສັງເກດເຫັນໃຜຖືປັດສະ ປອດລາວທຸກອົງ ທຸກຄົນ ມີແຕ່ລາຍເຊັ່ນອ່ານ ບໍ່ອອກ(ໄປກັນບາງຄັ້ງບໍໍ່ຕໍ່າກວ່າ 5) ໃນຂະນະ ຄົນໄທຍ໌ ສ່ວຫຼາຍ ລາຍເຊັນມັກຈະອ່ານອອກ, ຈຶ່ງເກີດການຖາມຂຶ້ນມາ ວ່າເປັນຫຍັງລາຍເຊັນ ທາງລາວ ຈຶ່ງອ່ານບໍ່ອອກ ກໍຕອບເຂົາວ່າ ເພາະມັນເປັນລາຍເຊັນ ບໍ່ແມ່ນການລົງຊື່ ເພາະໃນວັດທະນະທຳລາວ ຄື ບອກວ່າ ເຊັນ ແລະລົງນາມ, ທາງໄທຍ໌ກໍເໝືອນກັນບໍ່ແມ່ນບໍ ?
- ຕາມການສັງເກດໜັງສືເກົ່າແຕ່ສະໄໝລາຊະອານາຈັກ ທີ່້ເປັນຄຳສັ່ງ ຫຼືດຳລັດອື່ນໆ ຈາກສູເນກາງລົງສູ່ທ້ອງຖິ່ນນັ້ນ ບາງຢ່າງຕ້ອງສັ່ງເປັນທອດໆກັນໄປ ສະໄໝນັ້ນ ບໍ່ເໝືອນສະໄໝນີ້ ຄືໄດ້ຮັບເອກະສານແບບນັ້ນ ແລ້ວກໍໄປອັດເອກສານດ້ວຍເຄື່ອງຖ່ານເອກະສານ ເຂົ້າລະຫັັດຂາເຂົ້ຂາ ຂາອອກ ແລ້ວກໍຈ້ຳກາລົງວັນທີ ແລ້ວກໍສົ່ງໄປໜ່ວຍງານ ຕ່າງໆຕາມຕ້ອງການສະບາຍທາດ, ແຕ່ໃນສະ ໄໝນັ້ນ ບໍ່ເປັນຢ່າງນັ້ນ ຫາກຢາກໄດ້ເອກະ ສານຫຼາຍໆ ຕ້ອງພິມເນື້ອຄວາມລົງສະຕັງຊິນ, ແລ້ວກໍໄປໂລນຽວໃນເຄື່ອງໂລນຽວ ແຕ່ວ່າຈະບໍ່ໄດ້ຕົ້ນສະບັບສົມບູນ ຄືກາປະທັບ ແລະລາຍເຊັນ ດ້ວຍເຫດນັັ້ນໃນໜັງສືແບບນີ້ ບ່ອນຫ້ອງລາຍເຊັນ ແລະປະທັບການັ້ນ ມັກຈະພົບຄຳນີ້ສະເໝີ "ປະທັບກາ ແລະລົງລາຍເຊັນ" ແຕ່ທີ່ຈິງບໍ່ມີຈິງບໍ່ມີກາ ສ່ວນທີ່ບອກວ່າ ລາຍເຊັນນັັ້ນຈະໃສ່ວົງເລັບໄວ້ ແລ້ວຂຽນວ່າ (ອ່ານບໍ່ອອກ) ແລະຕາມມາດ້ວຍຊື່່ແຈ້ງ ເອກະສານແບບນີ້ ຄຳບອກໄວ້ຫົວເອກະສານວ່າ "ສຳເນົາຖືກຕ້ອງມຕາມສະບັບດດີມ", ດ້ານຫັງ ຫຼືທ້າຍເອກະສານ ຈະມີຄຳວ່າ ພິມດີດ ແລະກວດທານ ໂດຍ ວັນທີ ແລະລົງລາຍເຊັນ ຜູ້ທຳເອກະສານນີ້ໄວ້ຈະແຈ້ງ.
ໝາຍເຫດ: ລາຍເຊັນທີ່ເປັນຂອງໄທຍນັ້ນມເປັນ ລາຍເຊັນ ຂອງທ່ານປີດີ ພະນົມຍົງ ເຊິ່ງນຳເອົາ ມາອ້າງ ເພື່ອໃຫ້ຄວາມຕ່າງລະຫວ່າງລາຍເຊັນ ແບບອ່ານໄດ້ ແລະບໍ່ໄດ້ ການທີ່ເອົາລາຍເຊັນເພີ່ນມາເປັນຕົວຢ່າງ ເພາະທ່ານເປັນບຸກຄົນສາທາລະນະຢູ່ແລ້ວ ຄົງບໍ່ເປັນສັງນັ້ນເອງ.

Thursday, 22 September 2016

ປະຫວັດ ນາງວິສາຂາມະຫາອຸປາສິກາ

ຮຽບຮຽງໂດຍ
ພອຄ.ເນືອງພິລັກ ໂຊຕິທອນ
-----

     ນາງວິສາຂາ ເກີດໃນສະກຸນເສດຖີ ບິດາຊື່ທະນັນໄຊຍະເສດຖີ ມານດາຊື່ສຸມະນາເທວີ ປູ່ຂອງນາງຊື່ເມນທະກະເສດຖີ ທີ່ເມືອງພັດທິຍະ ແຄວ້ນອັງຄະ ຕໍ່ມາໄດ້ຍ້າຍຕາມບິດາມາຢູ່ເມືອງສາເກດ ເຊິ່ງຢູ່ລະຫວ່າງເມືອງຣາຊຄືຫະກັບເມືອງພາລານະສີ.

    ເມື່ອນາງວິສາຂາມີອາຍູໄດ້ 7 ປີ, ໄດ້ຟັງທຳຈາກພະພຸດທະເຈົ້າ ກໍໄດ້ບັນລຸພະໂສດາບັນ ເມື່ອອາຍຸໄດ້ 16 ປີ ນາງໄດ້ແຕ່ງງານກັບຊາຍໜຸ່ມຊື່ ປຸນນະວັດທະນະ ເຊິ່ງເປັນລູກເສດຖີ ໃນເມືອງສາວັດຖີ.

    ນາງວິສາຂາ ມີຄຸນສົມບັດພັ່ງພ້ອມໄປດ້ວຍປັນຈະກັນລະຍານີໝາຍເຖິງລັກສະນະງົດງາມພ້ອມ 5 ປະການ ອັນໄດ້ແກ່:
     1. ຜົມງາມ ຄື ຜົມດຳສວຍເປັນເງົາງາມ.
     2. ຊີ້ນງາມ ຄື ສົບງາມແດງບະໄມ່.
     3. ກະດູກງາມ ຄື ແຂ້ວຂາວງາມ ເປັນລະບຽບ.
     4. ຜິວງາມ ຄື ຄືຜິດກ້ຽງເກົາງາມບໍ່ມີໄຝ່ຝ້າກະກ້ຽນ.
     5. ໄວງາມ ຄື ຄວາມງາມເໝາະສົມຕາມໄວຂອງຕົນ.
     ເຊິ່ງເປັນຄວາມງາມຄົບ 5 ປະການຂອງຍິງຜູ້ສະສົມບຸນພ້ອມ ຣິບູນມ ຖືເປັນຍອດປາດຖະໜາຂອງຍິງທຸກຄົນບົນໜ້າໂລກນີ້.

     ວັນໜຶ່ງ ນາງວິສາຂາໄດ້ຈັດງານທຳບຸນ ຖວາຍພັດຕາຫານ ທີ່ຄະລືຫາດຂອງຕົນ ໄດ້ນິມົນພະພຸດທະເຈົ້າ ແລະເຫຼົ່າພະສົງສາວົກ ມາສັນພັດຕາຫານ ນາງວິສາຂາໄດ້ສົ່ງຄຳເຊີນໄປຍັງມິຄາຣະເສດຖີພໍ່ປູ່ ເຊິ່ງຍັງບໍ່ທັນໄດ້ນັບຖືພະພຸດທະສາສນາມາກ່ອນໃຫ້ທາຮ່ວມທຳບຸນ ເມື່ອມິຄາຣະເສດຖີໄດ້ເຝົ້າພະພຸດທະເຈົ້າ ໄດ້ຟັງທຳ ເຊິ່ງບໍ່ເຄີຍຟັງມາກ່ອນຕະຫຼອດຊີວິດ ເມື່ອຟັງຈົບກໍສຳເລັດອະຣິຍະບຸກຄົນຊັ້ນໂສດາບັນ.

   ນາງວິສາຂາເປັນຜູ້ຣິເລີ່ມຖວາຍຜ້າອາບນໍ້າຝົນ ແກ່ພິກຂຸຜູ້ເຂົ້າພັນສາ ເພາະນາງຊາບວ່າພິກຂຸເປືອຍກາຍອາບນໍ້າຝົນບໍ່ເໝາະສົມ ຄ້າຍກັບພວກຊີເປືອຍ ຈຶ່ງຂໍອະນຸຍາດພະພຸດທະເຈົ້າຖວາຍຜ້າອາບນໍ້າຝົນແຕ່ນັ້ນມາ ຈົນກາຍເປັນປະເພນີຖວາຍຜ້າອາບນ້ຳຝົນຈົນຕາບເທົ້າທຸກວັນນີ້.

   ນາງວິສາຂາໄດ້ຮັບການຍົກຍ້ອງຈາກພະພຸດທະເຈົ້າວ່າເປັນ ເອຕຕະທັຄຄະ(ເລີດກວ່າຜູ້ອື່ນ) ໃນດ້ານການຖວາຍທານ ມີອາຍຸຍືນຍາວນານເຖິງ 120 ປີ ມີບຸດຊາຍ 10 ຄົນ ມີບຸດສາວ 10 ຄົນ ເປັນສາວິກາທີ່ອຸປະຖັມພະພຸດທະສາສນາ ທີ່ສຳຄັນຄົນໜຶ່ງ ຄູ່ກັບບິນດິກະມະຫາເສດຖີ; ພະພຸດທະເຈົ້າຊົງຍົກຍ້ອງໄວ້ໃນຖານະ ມະຫາອຸປາສິກາ.

ຄຸນນະທຳທີ່ຄວນຖືເປັນແບບຢ່າງ                      
   1. ເປັນຜູ້ມີສັດທາໃນພະພຸດທະສາສນາຢ່າງແຮງກ້າ, ເປັນຜູ່ສະຫຼາດໃນການທຳບຸນໃຫ້ທານ.
   2. ເປັນຜູ້ເຊື່ອຟັງບິດາ ມານດາ ແລະມີຄວາມຊື່ສັດ ແລະໝັ້ນຄົງຕໍ່ສາມີ.
   3. ເປັນຜູ້ມີສະຕິປັນຍາສະຫຼຽວສະຫຼາດ ໃຊ້ຫຼັກສິນທຳແກ້ໄຂບັນຫາໃນຄອບຄົວ ສັງຄົມໄດ້.
   4. ເປັນຜູ້ສາມາດປ່ຽນຄວາມເຊື່ອຖືຂອງພໍ່ປູ່(ບິດາສາມີ) ໃຫ້ຫັນມານັບຖືພະພຸດທະສາສນາໄດ້(ເປັນມັກຄະທາຍິກາ ຜູ້ນຳທາງສະຫວັນ ນິບພານຜ).
   5. ເປັນເດັກນ້ອຍອາຍຸນ້ອຍທີ່ສຸດທີ່ໄດ້ອະຣິຍະບຸກຄົນຊັ້ນໂສດາ ຍິນດີໃນທານແຕ່ອາຍຸ 7 ປີ.

         

Monday, 4 July 2016

ເຈັ້າອະທິການວັດ(ຜູ້ກໍ່ຕັ້ງ) ວັດວິຈິຕທັມມາຣາມ ບ້ານວຽງຈະເລີນ







- ຊື່ສາມັນ : ເນືອງ ຫຼືບຸນເນືອງ.
- ຊື່ທາງການ: ເນືອງພິລັກ ໂຊຕິທອນ
- ຊື່ສາຍາ: ໂຊຕິທັມໂມ
- ຊື່ປາກກາ: ໂຊຕິທອນເນືອງພິລັກ, ສາຍເຊລຳເພົາ, ອະຣິຍະລູກຊາວດອນ.
- ເກີດ:
- ທີ່ບ້ານຫາງດອນຂະເໝົາ ເມືອງໂຂງ ແຂວງຈຳປາສັກ (ເດີມຕາແສງພານເຄົາ ເມືອງໂຂງ ແຂວງສີທັນດອນ)
- ບັນພະຊາເປັນສາມະເນນ: ວັນທີ ໕ ເດືອນກໍລະກົດ ໑໙໘໑, ວັດສີດາຈັນແສນເໜືອ ເມືອງໂຂງ ແຂວງຈຳປາສັກ
- ອຸປະສົມບົດເປັນພຣະ: ໒໕ ເດືອນພຶດສະພາ ໑໙໘໕, ວັດສີດາຈັນແສນເໜືອ ເມືອງໂຂງ ແຂວງຈຳປາສັກ.

- ປະວັດການຮຽນ:
໑. ຮຽນມຸນລະປະຖົມບ້ານຫາງດອນຂະເໝົາ ເມືອງມຸນລະປະໂມກ(ຂະນະນັ້ນ) ເມືອງໂຂງ(ປັດຈຸບັນ) ແຂວງຈຳປາສັກ.
໒. ຮຽນປະຖົມສົມບູນຂະເໝົາໂພນຈຳປາ ເມືອງມຸນລະປະໂມກ(ຂະນະນັ້ນ) ເມືອງໂຂງ(ປັດຈຸບັນ) ແຂວງຈຳປາສັກ.
໓. ຮຽນມັດທະຍົມເມືອງແສນ ເມືອງໂຂງ ແຂວງຈຳປາສັກ.
໔. ຮຽນມັດທະຍົມສົງເມືອງແສນ ເມືອງໂຂງ ແຂວງຈຳປາສັກ.
໕. ຮຽນມັດທະຍົມສົງວັດກາງໂຂງ ເມືອງໂຂງ ແຂວງຈຳປາສັກ.
໖. ຮຽນມັດທະຍົມສົງວັດໂສກປ່າຫຼວງ ສີສັດຕະນາກ ນະຄອນຫຼວງວຽງຈັນ.
໗. ຮຽນອຸດົມສົງທາດຫຼວງ ເມືອງໄຊເຊດຖາ  ນະຄອນຫຼວງວຽງຈັນ.
.8, ຮຽນນັກທັມຕີ ວັດບາງຣັກໃຫຍ່ ບາງບົວທອງ ກທມ.
9. ສຶກສາປະຣິນຍາ ທີ່ມະຫາວິທະຍາໄລມະຫາຈຸລາລົງກອນຣາຊະວິທະຍາໄລ.

- ປະວັດການທຳງານ:
໑. ພະນັກງານຫ້ອງການສູນກາງ ອ.ພ.ສ
໒. ອາຈານສອນອຸດົມສົງທາດຫຼວງ.
໓. (ໄປສຶກສາຕໍ່)
໔. ເປັນພະນັກງານສູນກາງ ອ.ພ.ສ
໕. ເປັນອາຈານສອນວິທະຍາໄລສົງ.
໖. ເປັນຫົວໜ້າຫ້ອງການວິຊາການ, ປີ ໒໐໐໘-໒໐໑໒
໗. ເປັນເປັນທີ່ປຶກສາ ຜອ ວິທະຍາໄລສົງ ໒໐໑໒-໒໐໑໓
- ເປັນຜູ້ຮັກສາການ ຜອ. ວິທະຍາໄລສົງ.(ຂະນະທີ່ ວສ ວ່າງລົງ)
໘; ເປັນຮອງຜູ້ອຳນວຍການ ວິທະຍາໄລສົງ ແຕ່ງຕັ້ງ ເມື່ອວັນທີ ໑໖ /໕/໒໐໑໓ ເ​​ລກທີ ໑໐໕໙/ອພສ(ປັດຈຸບັນ)
9. ຮັກສາການ ຜອ. ວິທະຍາໄລສົງ ເປັນເວລາ 4 ເດືອນ.(ຂະນະທີ່ ຜອ.ໄປປະຕິບັດກິດ)


- ວຽກງານສາສະນາ.
໑. ເປັນປະທານບວດສາມະເນນ ແລະອົບຮົມເຍົາວະຊົນຄັ້ງທີ ໑ ປີ ໑໙໙໙(ລຸ້ນບຸກເບີກ)
໒. ສ້າງຕັ້ງ ແລະເປັນບັນນາທິການວາຣະສານສຽງວິທະຍາໄລສົງ(ລຸ້ນບຸກເບີກ)
໓. ສ້າງວັດວິຈິດທັມມາຣາມ (ເຈົ້າອະທິການອົງທຳອິດ).
໔. ປັດຈຸບັນກຳລັງສ້າງໂຮງຮຽນມຸລະປະຖົມ ບ້ານຫາງຂະເໝົາໂພນຈຳປາ(ກຳລັງກໍ໋ສ້າງຢຸູຸ່່)
໕. ຊື່ດິນຕໍ່ເຕີມວັດ ປິ 2015-16 (ສຳເລັດໄປແລ້ວ ໑ ຕອນ ລາຄາ 600,000,000 ກີບ ແລະດຳເນີນການຊື້ຕອນທີ 2 ລາຄາ 234,000,000 ກີບ) ຍາດໂມທ່ານໃດຢາກສ້າງບູນສ້າງຮາກຖານຊີວີດ ຮາກຖານສາສນາຕິດຕໍ່ມາທາງວັດຕາມເທີ່ນ.

 - ປະຕິບັດງານ:
໑. ເປັນອາຈານສອນອຸດົມສຶກສາສົງ ທາດຫຼວງ (ທີ່ວັດທາດຫຼວງ) ປີ ໑໙໙໑-໑໙໙໔.
໒. ເປັນພຣະນັກງານປະຈຳຫ້ອງການສູນກາງອົງການພຸດທະສາສນາ ທີ່ວັດທາດຫຼວງ ປີ ໑໙໙໑-໑໙໙໕ ແລະປີ ໒໐໐໐-໒໐໐໑.
໓. ເປັນອາຈານສອນວິທະຍາໄລສົງ ແລະຫົວໜ້າກິດຈະກຳນັກສຶກສາ ແລະເປັນຫົວໜ້າຫ້ອງການວິຊາການ ວິທະຍາໄລສົງ ແລະຮອງ ຜູ້ອຳນວຍການ ວິທະຍາໄລສົງ ປັດຈຸບັນ.

- ທີ່ເຄີຍຢູ່. 
໑. ປີ ໑໙໗໑ ພຣະອາຈານໃຫຍ່ພໍ່ເຖົ້າລ້ວນ ມາຢາມເຮືອນ ແລ້ວກໍຂໍໄປເປັນສັງຄະລີ ເພີ່ນສົ່ງຮຽນ ທີ່ວັດຂະເໝົາ ໂພນຈຳປາ (ຈົນຮອດປີ ໑໙໗໔ ອາຈານພໍ່ເຖົ້າລ້ວນມະຣະນະພາບປີ ໑໙໗໓)
໒. ປີ ໑໙໗໔ ໄປຢູ່ວັດດອນຖານທ່າ (ຢູ່ກັບອ້າຍກົກ ທີ່ບວດເປັນພຣະຈົນຮອດປົດປ່ອຍຈຶ່ງກັບ).
໓. ປິ ໑໙໘໐ ໄປຮຽນຢູ່ມັດທະນະຍົມເມືອງແສນ ຢູ່ບ້ານແສນເໜືອ (ການເດີນທາງທຽວຮຽນຍາກ).
໔. ປີ ໑໙໘໑ ຢາກບວດໃຈຊິຂາດ ຈຶ່ງບວດເປັນສາມະເນນ ທີ່ວັດແສນເໜືອ.
໕. ປີ ໑໙໘໒ ໄປຮຽນຕໍ່ທີ່ວັດກາງໂຂງ ພັກທີ່ວັດກາງໂຂງ.
໖. ປີ ໑໙໘໔ ຢູ່ວັດແສນເໜືອ ແລະສິຈາກສາມະເນນ ໄປຢູ່ບ້ານຫາງດອນຂະເໝົາ.
໗. ປີ ໑໙໘໕ ກັບມາບວດເປັນພຣະທີ່ວັດແສນເໜືອ ຢູ່ໄດ້ ໒ ເດືອນກໍອອກຈາກວັດແສນເໜືອມາຊອກຮຽນທີ່ປາກເຊ ບໍ່ມີບ່ອນພັກ ກໍໄປຢູ່ວັດຫຼັກ ໓໐ ເມືອງປາກຊ່ອງ.
໘. ປີ ໑໙໘໖ ຂຶ້ນມາຢູ່ວັດໜອງດ້ວງ ວຽງຈັນ ກັບອ້າຍຜູ້ທີສອງ.
໙. ປີ ໑໙໙໐ ຍ້າຍມາຢູ່ວັດທາດຫຼວງ ເຮັດວຽກເປັນຄູສອນ ແລະພະນັກງານຫ້ອງການສູນກາງ ອພສ.
໑໐. ປີ ໑໙໙໔ ໄປຮຽນຢູ່ເມືອງໄທ ພັກທີ່ວັດປາກນຳ້ຝັ່ງເໜືອ ຍ້ອນສຸຂະພາບບໍ່ສູ້ຈະປົກກະຕິ ກໍຈຶ່ງ ລອງຍ້າຍຈາກວັດນັ້ນ.
໑໑. ປີ ໑໙໙໗ ຍ້າຍໄປຢູ່ວັດບາງຣັກໃຫຍ່ ນົນທະບູຣີ ສຸຂະພາບດີຂຶ້ນ(ສະພາບຮ່າງກາຍບໍ່ເໝາະ ກັບອາກາດໃນເມືອງ) ວັດນີ້ ເປັນວັດໃນເມືອງເຊັ່ນກັນ ແຕ່ເພິ່ນຈັດສ້າງຢູ່ກາງສວນ ມີປ່າ ແລະລຳທານ ເປັນວັດດີເດັ່ນ ຂອງກະຊວງສຶກສາທິການໄທຍ໌)
໑໒. ປີ ໑໙໙໙ ທ້າຍປີ ກັບມາຍັງວຽງຈັນ ຢູ່ທີ່ວັດທາດຫຼວງເໜືອ.
໑໓. ປິ ໒໐໐໑ ຖືກແຕ່ງຕັ້ງມາສ້າງວັດ ຢູ່ບ້ານວຽງຈະເຣີນ ຊື່ວ່າວັດວິຈິຕທັມມາຣາມ ຮອດປັດຈຸບັນ.
14. ປີ 2014 (ຄືປັດຈຸບັນນີ້) ຈຳພັນສາຢູ່ບ້ານເກີດ ວັດຂະເໝົາໂພນຈຳປາ ເມືອງໂຂງ ແຂວງຈຳປາສັກ.
15. ກັບມາຍັງວັດວິຈິດທຳມາຣາມ ບ້ານວຽງຈະເລີນ ເມື່ອວັນທີ 4 ພະຈິກ 2014.(ຮອດປັດຈຸບັນ) 

ທີ່ເຄີຍໄປ 
- ໄປເກືອບທົ່ວປະເທດ​ລາວລາວຍັງແຕ່ແຂວງບໍ່ແກ້ວ ແຂວງດຽວ.
- ປະເທດໄທຍ໌ໄປປະມານ ໔໓ ຈັງຫວັດ.
- ໄປປະເທດຈິນ ໖ ຄັ້ງ.
- ໄປປະເທດຫວຽດນາມ ພາກກາງ ພາກເໜືອ 20 ຄັ້ງ(ໄປທຳບຸນສະຖານທູດ 3 ຄັ້ງ)
- ໄປປະເທດປະເທດ ອົດສະຕາລີ ໑ ຄັ້ງ
- ໄປປະເທດກຳປູເຈັຍ  ຫຼາຍຄັ້ງ ;
- ໄປປະເທດເກົາຫຼີ ໒ ຄັງ
- ໄປປະເທດສິງກະໂປ ໑ ຄັ້ງ;
- ໄປປະເທດມາເລເຊັຍ ໓ ຄັ້ງ.
- ໄປປະເທດຈີນ(ຊຽງຮຸ່ງ) 8 ຄັ້ງ.
- ໄປເທດອິນເດັຍ 1 ຄັ້ງ.

- ການສ້າງສາ.

໑. ໄປຢູ່ວັດໃດ ກ​ໍມັກຈະໄດ້ແຕ່ງຕັ້ງເປັນກຳມະການວັດ ຈຶ່ງມີໂອກາດໄດ້ຊ່ວຍສ້າງວັດວາໃນແຕ່ລະວັດ.

໒. ວັດທີ່ສ້າງສ້າງເອງ:
- ສ້າງວັດ ໝົດທັງວັດທີ່ວັດວິຈິຕທັມມາຣາມ.(ເລີ່ມມາກໍ່ຕັ້ງແຕ່ ວັນທີ 28 ເດືອນ 3 ປີ 2001)
- ສ້າງສິມ ວັດຫາງດອນຂະເໝົາ (ຂອດແລ້ວ ວັນທີ 26 ກຸມພາ 2012)
- ສ້າງກຸຕິກວ້າງ 11 ຍາວ 12 ແມັດທີ່ວັດວຽງຈະເລີນ (ສຳເລັດ ແຕ່ຍັງບໍ່ທັນສະຫຼອງ)
- ສ້າງຫໍກອງ 3 ຊັ້ນ ສຳເລັດແລ້ວ ແຕ່ຍັງບໍ່ທັນສະຫຼອງ.
- ສ້າງສາລາໃຫຍ່ ສຳເລັດເປັນສ່ວນຫຼາຍ ແຕ່ຍັງບໍ່ທັນສະຫຼອງ.
- ສ້າງກຳແພງອ້ອມວັດ ຍັງບໍ່ທັນສຳເລັດ 1 ດ້ານ.
- ສ້າງປະຕູໂຂງ ຮຮ ປະຖົມບ້ານວຽງຈະເລີນ.

- ສະມະນະສັກ:
໑. ຫົດສົງເປັນພຣະສຳເຣັດ ທີ່ວັດວິຈິຕທັມມາຣາມ ປີ ໒໐໐໑
໒. ຫົດສົງເປັນພຣະຊາ ທີ່ວັດທາດຫຼວງໃຕ້ ປີ ໒໐໐໓.
໓. ຫົດສົງເປັນພຣະຄຣູ ທີ 1 ທີ່ ວັດພະຍອດແກ້ວ ອີເດນເຊີພາຣ໌ຄ ປາຣາມັດຕາ ຊິດນີ ລັດນິວຊາວເວລລ໌ ປະເທດອົດສະຕາລີ 2005 ສັດທາຊາວລາວຊີດນີ.
4.  ຫົດສົງແຖມສົມພານພຣະຄຣູຊັ້ນທີ 2 ທີ່ບ້ານດອນກອຍ ເມືອງສີສັດຕະນາກ ນວ 28 ເດືອນມັງກອນ 2012 ເຈົ້າສັດພໍ່ອອກໂໜ່ງ ແມ່ອອກພອນພະໄທ ອິນຖາວອນ.
5.  ຫົດສົ ຫົດສົງແຖມສົມພານພຣະຄຣູຊັ້ນທີ 3 ທີ່ວັດບ້ານສະພັງມືກ ເມືອງໄຊທານີ ນວ 22 ເດືອນກັນຍາ 2013. ເຈົ້າສັດທ່ານບູນໂຈມ-ແມ່ອອກມະນີ້ວັນ ອຸບັນປະເສີດ ບ້ານສະພັງມືກ
6, ຫົດສົງ ແຖມສົມພານພຣະຄຣູຊັ້ນທີ 5 ທີ່ວັດບ້ານແສນເໝືອ ເມືອງໂຂງແຂວງ ຈຳປາສັກ 3 ພະຈິກ 2014 (ປີນີ້) 
7. ຫົດສົງ ແຖມສົມພານພຣະຄຣູຊັນທີ 6 ທີ່ບ້ານສີວິໄລ ຄລີນິຄແພດລາວ ແມ່ບຸນທັນ ພັນທະວົງ ເປັນເຈົ້າສັດທາ ວັນທີ 3 ກໍລະກົດ 2016.

ທີ່ຕິດຕໍ່
- Ven. Neuangphilack SHOTITHONE
VICHITDHAMMARAM TEMPLE, VIENGCHALAEN VILLAGE, XAYASETTHA DISTRICT, VIENTIANE CPT, LAO PDR
E_Mail : neuang@gmail.com MB: 856-20-9880-8089. 5848-3322, 2224-1861 








Saturday, 23 April 2016

ຂຶ້ນເຮືອນໃໝ່ເອົາພະເກົ່າ ຫຼືພະໃໝ່

ຫຼັກຖານໃນສີລານີ້ ຍົກມາອ້າງອີງໃຫ້ເຫັນວ່າ ການຖວາຍທີ່ດິນສ້າງວັດ ຫຼືພະພຸດທະຮູບໄວ້ໃນພຸດທະສາສນານັ້ນ ຄົນບູຮານມັກຈະຕັ້ງຄຳມັກຄຳປາຖະໜາເຖິງສົມບັດ 3 ປະການຄື ມະນຸດສົມບັດ ສະຫວັນສົມບັດ ແລະພະນິບພານສົມບັດ ຫຼືມັກຈະປາຖະໜາໃຫ້ພົ້ນຈາກທຸກ ເຖິງສຸກທັງໃນໂລກນີ້ແລະໂລກໜ້າ ໃຫ້ໄດ້ພົບພໍ້ພະສີອະລິຍະເມດໄຕ ແລະໃນທີ່ສຸດມັກຖວາຍສິ່ງນັ້ນໄວ້ໃຫ້ຄູ່ດັບສາສນາເທົ່າ 5000 ພະວັດສາ, ຕອນທ້າຍມັກຈະໃຊ້ຄຳສາບແຊ່ງວ່າ "ໃຜຢ່າໄດ້ເອົາໄປໄວ້ເປັນສົມບັດຂອງຕົນ ຫາກໃຜເອົາໄປໄວ້ໃຫ້ມັນໄປໄໝ້ໃນມະຫາອະເວຈີນະຣົກ ຫຼືອະບາຍະພູມດັ່ງນີ້" ແລ້ວທ່ານຜູ້ຫວັງຄອບຄອງພະເກົ່າ ຂອງເກົ່າໃນສາສນາຍັງຢາກໄດ້ຢູ່ບໍ ?
------

ຂຶ້ນເຮືອນໃໝ່ເອົາພະໃໝ່ ຫຼືພະເກົ່າມາບູຊາ ຂ້ານ້ອຍ.
-----------------
- ວັນນີ້ ມີຍາດໂຍມມາປືກສາ ເລື່ອງຢາກໄດ້ພະໄປບູຊາໃນວັນຂຶ້ນເຮືອນໃໝ່ທີ່ຈະເຖິງນີ້ ຍາດໂຍມກໍຖາມວ່າ.
- ຍາດໂຍມ: ຂ້ານ້ອຍ ຢາກໄດ້ພະໄປໄວ້ຮ້ານພະ ໃນເຮືອນໃໝ່ ພໍເປັນມຸງຄຸນ ຈະເອົາພະແບບໃດ ຂ້ານ້ອຍ.
- ພອຈ: ເທົ່າທີ່ໄດ້ສຶກສາມາ ເຫັນເພິ່ນເອົາ 2 ປາງ ຄື
1. ພະປາງຊະນະມານ ເອົາເປັນພະປະທານໃນເຮືອນ ຈະເປັນອົງນ້ອຍ ອົງໃຫຍ່ກະໄດ້ ເຮົາຈະເຫັນວ່າ ພະປາງນີ້ມັກຈະເປັນພະປະທານໃນສິມ ແລະວັດຕ່າງໆ ຫຼັກຖານວັດເກົ່າໆໃນວຽງຈັນ ເມືອງຫຼວງພະບາງ ຈຳປາສັກ ປາກເຊ ແລະວັດອື່ນທັງທີ່ລາວ ແລະຕ່າງປະເທດ.
2. ພະປາງທີສອງ ແມ່ນປາງບັນທົມ ຫຼືປາງນອນ ພະປາງນີ້ມັກຈະເອົາມາ ແຫ່ຂຶ້ນເຮືອນໃໝ່ ຈະເວົ້າຫຍໍ້ໆໃຫ້ຟັງ ສະໄໝໜຶ່ງພະພຸດທະະຈົ້າສະເດັດໄປຍັງເມືອງກຸສີນາລາ ເມື່ອສະເດັດຮອດເມືອງເວສາລີ ຂອງເຈົ້າລິສວີ ທີ່ປົກຄອງໂດຍສະມະຄີທຳ ເມື່ອພະພຸດທະເຈົ້າ ສະເດັດມາຮອດເມືອງ ກໍພ້ອມກັນມາໄຫວ້ພະພຸດທະເຈົ້າ ໃນຂະນະນັ້ນເອງ ເຈົ້າລິສວີທັງຫຼາຍ ໄດ້ປຸກພະລາດຊະວັງໃໝ່ສຳເລັດແລ້ວ ຈະທຳການຂຶ້ນພະລາຊະວັງໃນວັນໜ້າ ຈຶ່ງນິມົນພະພຸດທະອົງ ແລະເຫຼົ່າພິກຂຸສົງໄປ ປະທັບແຮມເພື່ອເອົາລືກເອົາໄຊໃຫ້ແກ່ພວກເຂົາ ດ້ວຍເຫດນັ້ນ ການຂຶ້ນເຮືອນໃໝ່ ຈຶ່ງເປັນທີ່ມາຂອງພະປາງບັນທົມ(ນອນ)
- ຍາດໂຍມ: ໂດຍຂ້ານ້ອຍ ແລ້ວຈະເອົາພະໃໝ່ ຫຼືພະເກົ່າດີ ຂ້ານ້ອຍ ?
- ພອຈ: ຄັນມີພະເກົ່າແລ້ວ ເອົາພະເກົ່າຫັ້ນກະໄດ້.
- ຍາດໂຍມ: ບໍ່ທັນມີ ຂ້ານ້ອຍ.
- ພອຈ: ຈັ່ງໃດ ຈຶ່ງຖາມວ່າເອົາ ພະໃໝ່ພະເກົ່າຈຶ່ງດີລະ.
- ຍາດໂຍມ: ຄືວ່າ ຂ້ານ້ອຍຊິໄປບູຊາ ພະທີ່ເຂົາຂາຍໃນຕະຫຼາດມາ ບໍ່ຮູ້ວ່າຊິເອົາພະເກົ່າ ຫຼືພະໃໝ່ຈຶ່ງຊິດີຊັ້ນດອກ ຂ້ານ້ອຍ.
- ພອຈ: ໂອ...ຄັນຊັ້ນໃຫ້ເອົາພະໃໝ່ເດີ ຈຶ່ງດີຢ່າເອົາພະເກົ່າແກ່ແບບບູຮານ ເດັດຂາດ.
- ຍາດໂຍມ: ຈັ່ງໃດພະອາຈານຈຶ່ງວ່າຈັ່ງຊັ້ນ ເຂົາວ່າເອົາພະເກົ່າຍິ່ງດີ.
- ພອຈ: ອາຕະມາຊິເວົ້າໃຫ້ແມ່ອອກຟັງເດີ, ພະເກົ່ານັ້ນ ເປັນພະທີ່ຄົນບູຮານສ້າງຖວາຍວັດ, ຫຼືຖວາຍໄວ້ແກ່ສາສະໜາ ຄວາມປາຖະໜາຂອງເຂົາ ເພື່ອບັນລຸມັກຜົນນິບພານ ແລະມັກຈະອະທິຖານໃຫ້ຢູ່ເທົ້າຫ້າພັນພະວັດສາ ແລະຕອນທ້າຍໆ ມັກຈະກ່າວໄວ້ວ່າ ຫາກຜູ້ໃດເອົາໄປເປັນສົມບັດສ່ວນຕົວຂໍໃຫ້ໄປໃໝ້ໃນອະເວຈີ ອັນນີ້້ແລ້ວ ຄືບັນຫາ ທີ່ເຮົາຈະຄອບຄອງພະເກົ່າ ຫຼືພະໃໝ່ລະ ? ພະເກົ່າທີ່ເຮົາໄດ້ມາສ່ວນຫຼາຍຈະມາຈາກວັດ ທີ່ເຂົາຂະໂມຍມາຂາຍ ເຮົາເອົາມາຄອບຄອງ ກໍຈະສົ່ບຜົນບໍ່ດີໃຫ້ແກ່ເຮົາ ແໜງສູ້ເຮົາເອົາພະໃໝ່ໂລດດີກວ່າ ແລ້ວເຮົາໄຫວ້ ບູຊາທຸກວັນກໍສັກສີດເອງດອກ ພະເກົ່າ ພະໃໝ່ ຄັນໄດ້ມາບໍ່ໄຫວ້ ກໍບໍ່ສັກສິດດອກ ພໍອອກແມ່ອອກເລີຍ.
- ຍາດໂຍມ: ໂດຍ