Saturday 29 July 2017

ລາຍເຊັນ ອ່ານບໍ່ອອກ

ລາຍເຊັນ ອ່ານບໍ່ອອກ
- ແຕ່ກ່ອນບູຮານພຸຸ້ນ ຄົນໃນພາກພື້ນອາຊີ ໂດຍສະເພາະໄທຍ-ລາວ-ຊະເໝນນີ້ ຍັງບໍ່ພົບ ຫຼັກຖານຄັກແນ່ວ່າ ມີນາມສະກຸນມາກ່ອນບໍ, ແຕ່ຄັນບໍ່ມີ ກໍສົງໄສວ່າເຂົານັບຍາດກັນຈັງໃດ ? ໃນຂະນະທີ່ ຈີນ ແລະຫວຽດນາມມີແຊ້ມາເຫິງ ແລ້ວ, ເທົ່າທີ່ຮູ້ຄົນລາວ-ໄທຍ-ຂະເໝນ ເລີ່ມໃຊ້ນາມສະກຸນ ເມື່ອຝຣັ່ງ-ອັງກິດເຂົ້າມານີ້ ຄົນມີຄວາມກີຄວາມຊອບ ແລະມີຈຳແໜ່ງໜ້າທີ່ ກໍໄດ້ນາມສະກຸນພະຣາຊະທານ, ຄົນທຳມະດາສາມັນ ກໍໄປຫາຄູບາອາຈານຕັ້ງໃຫ້ ຜູ້ເປັນທິດເປັນຈານກໍຕັ້ງເອງ, ຜູ້ຢູ່ຊົນນະບົດແທ້ໆ ບໍ່ສົນໃຈເລີຍກະມີ ເວົ້າເລື່ອງນາມສະກຸນ ຜູ້ຂຽນນີ້ ຕາມປະຫວັດ ກໍຄົງຢູ່ 89 ປີແລ້ວ ເພາະເພິ່ນໃຫ້ອາຈານເພິ່ນຕັ້ງໃຫ້ ຕອນຊິໄປຮຽນພະນົມເປັນ ຢ່າງໃດກໍຕາມ ເລື່ອງນາມສະກຸນ(ອັນນີ້ ເອົາໄວ້ຄົ້ນຄວ້າໃນຫົວຂໍ້ໃໝ່)
- ທີ່ນີ້ມາເວົ້າເລື່ອງລາຍເຊັນ ກໍບໍ່ຮູ້ອີກແລ້ວລະ ວ່າລາວ-ໄທຍ໌-ຂະເໝນນີ້ ມີການໃຊ້ລາຍເຊັນ ມາແຕ່ບູຮານະການບໍ ? ອັນນີ້ມກະຫາຫຼັກຖານ ບໍ່ເຫັນ ຄືກັນ, ສົງໄສມີແຕ່ບໍ່ໃຊ້ ຫຼືບໍ່ໃຊ້ເລີຍກໍເປັນໄດ້ ເພາະເຮົາພົບຫຼັກຖານໜຶ່ງໃນ ວັນນະກຳລາວ ບູຮານທຸກໆເລື່ອງມີໜ້ອຍທີ່ສຸດ ທີ່ຜູ້ແຕ່ງ ຜູ້ແປ ຜູ້ລິດຈະນາ ຈະໃສ່ຊື່ຕົນ ຫາກກມີໃສ່ ຈະພາດຫົວເລື່ອງໄວ້ຕົ້ນໆ ຫຼືທ້າຍໆ ວັນນະກຳ ຫາກຜູ້ບໍ່ຈັກກໍບໍ່ຮູ້ຊ້ຳວ່າ ເປັນນາມເຂົາ ເພາະຈະແຕ່ງເປັນກອນໄປເລີຍ.
- ເຮົາມາເບິ່ງວັດທະນະທຳຂອງຈີນ-ຫວຽດ-ເກົາຫຼີ-ຢີ່ປຸ່ນ ພັດມີການ້ອຍໆ ປະຈຳຈຳບຸກຄົນ ເພື່ອຈໍ້າຊື່ ອັນນີ້ກະບໍ່ຮູ້ວ່າເກີດເຫິງນານພຽງໃດ ໜ້າຊິເກີດພ້ອມໆກັນກະບໍ່ຮູ້.
- ໃນລາວເຮົາ ມີຫຼັກຖານໜຶ່ງທີ່ພົວພັນກັບລາຍເຊັນຄື ການແປະໂປ້, ແລະລົງລາຍເຊັນ ຜູ້ເຖົ້າຜູ້ແກ່ເວົ້າໃຫ້ຟັງ ເວລາໄປເຮັດໜັງສືສະ ໄໝເກົ່າ ເຂົາຈະໃຫ້ແປະໂປ້ກັບລົງຊື່ສະເໝີ, ຜູ້ບໍ່ເປັນໜັງສືກະໃຫ້ແປະໂປ້ ກັບຂຽນ ລາຍມືໄປຕາມວາດ ຄືຂີດໆໄປ ອ່ານໄດ້ບໍ່ໄດ້ກໍຕາມ ຂໍໃຫ້ມີຫຼັກຖານ ເມື່ອມາເບິ່ງສັງຄົມ ຊົນນະບົດລາວ ໃນຍຸກບ້ານແຕກສະແຫຼກຂາດ ສະໄໝນັ້ນ ຊົນນະບົດເປັນສ່ວນຫຼາຍ ຄົນບໍ່ຮູ້ໜັງສືອາດມີຫຼາຍ ເຂົາກໍລົງນາມເຂົາ ແບບແປະໂປ້ ແລະຂີດໄປຕາມໃຈຊອບ ແບບອ່ານບໍ່ໄດ້ ດ້ວຍເຫດນີກະບໍ່ຮູ້ ຈຶ່ງເປັນທີ່ມາຂອງລາຍເຊັນ ເມື່ອຍົກເລີກ ການແປະໂປ້ ແລ້ວຈຶ່ງມີການກຳນົດ ລາຍເຊັນ ແລະລົງນາມ(ຄືລາຍເຊັນແລະຊື່່ແຈ້ງເທົ່າບັດນີ້).
- ບາດນີ້ມາເບິ່ງລາຍເຊັນ ສະເພາະວັດທະນະທຳຄົນລາວແລ້ວ ທຸກໆຄົນຈະອ່ານບໍ່ອອກ ຄືເຊັນໄປເປັນລາຍເສັ້ນຢ່າງມີເອກະລັກ ແລະຈື່່ຈຳເອກະລັກໂຕເອງກໍຖືວ່າໃຊ້ໄດ້, ນ້ອຍໜັກ ນ້ອຍໜາ ຈຶ່ງມີລາຍເຊັນທີ່ອ່ານອອກ, ສະຫຼຸບຄວາມວ່າ ລາຍເຊັນອາດກຳເນີດຈາກ ຈຸດເລີ່ມຕົ້ນ ຈາກຄົນຂຽນໜັງສືບໍ່ເປັນນີ້ເອງ ຈຶ່ງອະນຸໂລມຕາມໃຫ້ຂີດເສັນສັນຍະລັກຂອງຕົນ ວິເຄາະຄຳ ຈາກພາສາລາວ ຄົງຈະມາຈາກ "ລາຍເສັ້ນ" ຂຽນເປັນລາຍ ໃຫ້ເປັນເສັ້ນ" ໂດຍບໍ່ຕ້ອງເອົາຄວາມໝາຍ ຂໍໃຫ້ແຕ່ເປັນສັນຍະລັກ ແລະຕໍ່ມາພາສາອາດ ປ່ຽນໄປ ລາຍເສັ້ນ ກາຍເປັນເຊັນ, ການຜ້ຽນ ຫຼືປ່ຽນ ເສັ້ນເປັນເຊັນ, ມີ 2 ປັດໄຈ ຄື ປັດໄຈທີໜຶ່ງແມ່ນປ່ຽນໄປໂດຍທຳມະຊາດ ເໝືອນຄຳເວົ້າບາງຄຳເວົ້າເປັນຈາກເດີມໂດຍການເວລາ, ສ່ວນປັດໄຈທີສອງ ອັນນີ້ປ່ຽນຈາກການບຈົງໃຈ ຄື ຄຳວ່າລາຍເສັ້ນ ສື່ສານເຖິງລາຍມືທີ່ຂີດເອກະລັກຂອງຄົນນີ້ ພັດໄປກົງກັບສີລະປະວາດແຕ້ມ ຄືແຕ້ມລາຍເສັ້ນ ແລະແຕ້ມລົງສີ ລົງແສງ, ເມື່ອລາວເຂົ້າສູ່ລະບົບຣາຊການ ທາງການອາດຈະ ຈະປ່ຽນຈາກລາຍເສັ້ນ ມາເປັນລາຍເຊັນກໍໄດ້.
(ໝາຍເຫດ ບົດວິເຄາະທັງໝົດເທິງນີ້ ບໍ່ເຄີຍ ອ່ານ ແລະຍິນມາຈາກໃສມາກ່ອນ ເປັນການວິ ເຄາະຕາມການຫາຫຼັກຖານ ຕາມວິຊາການຄົ້ນ ຄວ້າຫາຂໍ້ມູນ ຕາມບົດຮຽນທີ່ຮຽນມາເທົ່ານັ້ນ)
- ບາດນີ້ມາເວົ້າເລື່ອງປະສົບການຂອງລາຍລາຍເຊັນໃຫ້ຟັງ ເປັນເລື່ຶອງຈິງສະໄໝໄປຮຽນຢູ່ໄທຍ໌ ມັກຈະໄປຟັງການເສວະນາວິຊາການ ສະເໝີວ່າແຕ່ມີການເປີດເສວະນາ ປາຖັກກະຖາ ເພື່ອຫາຄວາມຮູ້ເສີມໃນວິຊາຮຽນ ສ່ວນຫຼາຍຈະລົງທະບຽນຈ່າຍ ເງິນເຂົ້າຟັງ ເມື່ອໄປແບບນັ້ນ ແນ່ນອນກ່ອນເຂົ້າຟັງຕ້ອງ ລົງທະບຽນ ຜູ້ລົງທະບຽນຕ້ອງມີບັດປະຊາຊົນ, ຄັນພະ ກໍຕ້ອງມີໃບສຸດທິ ຫຼືຫຼັກຖານອື່ນ ສຳລັບ ເຮົານັກສືກສາຕ່າງປະເທດ ຈຶ່ງສະແດງໜັງສືປັດສະປອດ, ຜູ້ຮັບລົງທະບຽນເຂົາຈຶ່ງຮູ້ວ່າ ແມ່ນລາວ.
- ທີ່ມີຄວາມຮູ້ກ່ຽວກັບລາຍເຊັນນີ້ ກໍຢູ່ທີ່ນີ້ລະ ເມື່ອອ້າງຫຼັກຖານ ແລະລົງຊື່ແລ້ວກໍຕ້ອງລົງລາຍເຊັນ ສົງໄສເຂົາສັງເກດເຫັນໃຜຖືປັດສະ ປອດລາວທຸກອົງ ທຸກຄົນ ມີແຕ່ລາຍເຊັ່ນອ່ານ ບໍ່ອອກ(ໄປກັນບາງຄັ້ງບໍໍ່ຕໍ່າກວ່າ 5) ໃນຂະນະ ຄົນໄທຍ໌ ສ່ວຫຼາຍ ລາຍເຊັນມັກຈະອ່ານອອກ, ຈຶ່ງເກີດການຖາມຂຶ້ນມາ ວ່າເປັນຫຍັງລາຍເຊັນ ທາງລາວ ຈຶ່ງອ່ານບໍ່ອອກ ກໍຕອບເຂົາວ່າ ເພາະມັນເປັນລາຍເຊັນ ບໍ່ແມ່ນການລົງຊື່ ເພາະໃນວັດທະນະທຳລາວ ຄື ບອກວ່າ ເຊັນ ແລະລົງນາມ, ທາງໄທຍ໌ກໍເໝືອນກັນບໍ່ແມ່ນບໍ ?
- ຕາມການສັງເກດໜັງສືເກົ່າແຕ່ສະໄໝລາຊະອານາຈັກ ທີ່້ເປັນຄຳສັ່ງ ຫຼືດຳລັດອື່ນໆ ຈາກສູເນກາງລົງສູ່ທ້ອງຖິ່ນນັ້ນ ບາງຢ່າງຕ້ອງສັ່ງເປັນທອດໆກັນໄປ ສະໄໝນັ້ນ ບໍ່ເໝືອນສະໄໝນີ້ ຄືໄດ້ຮັບເອກະສານແບບນັ້ນ ແລ້ວກໍໄປອັດເອກສານດ້ວຍເຄື່ອງຖ່ານເອກະສານ ເຂົ້າລະຫັັດຂາເຂົ້ຂາ ຂາອອກ ແລ້ວກໍຈ້ຳກາລົງວັນທີ ແລ້ວກໍສົ່ງໄປໜ່ວຍງານ ຕ່າງໆຕາມຕ້ອງການສະບາຍທາດ, ແຕ່ໃນສະ ໄໝນັ້ນ ບໍ່ເປັນຢ່າງນັ້ນ ຫາກຢາກໄດ້ເອກະ ສານຫຼາຍໆ ຕ້ອງພິມເນື້ອຄວາມລົງສະຕັງຊິນ, ແລ້ວກໍໄປໂລນຽວໃນເຄື່ອງໂລນຽວ ແຕ່ວ່າຈະບໍ່ໄດ້ຕົ້ນສະບັບສົມບູນ ຄືກາປະທັບ ແລະລາຍເຊັນ ດ້ວຍເຫດນັັ້ນໃນໜັງສືແບບນີ້ ບ່ອນຫ້ອງລາຍເຊັນ ແລະປະທັບການັ້ນ ມັກຈະພົບຄຳນີ້ສະເໝີ "ປະທັບກາ ແລະລົງລາຍເຊັນ" ແຕ່ທີ່ຈິງບໍ່ມີຈິງບໍ່ມີກາ ສ່ວນທີ່ບອກວ່າ ລາຍເຊັນນັັ້ນຈະໃສ່ວົງເລັບໄວ້ ແລ້ວຂຽນວ່າ (ອ່ານບໍ່ອອກ) ແລະຕາມມາດ້ວຍຊື່່ແຈ້ງ ເອກະສານແບບນີ້ ຄຳບອກໄວ້ຫົວເອກະສານວ່າ "ສຳເນົາຖືກຕ້ອງມຕາມສະບັບດດີມ", ດ້ານຫັງ ຫຼືທ້າຍເອກະສານ ຈະມີຄຳວ່າ ພິມດີດ ແລະກວດທານ ໂດຍ ວັນທີ ແລະລົງລາຍເຊັນ ຜູ້ທຳເອກະສານນີ້ໄວ້ຈະແຈ້ງ.
ໝາຍເຫດ: ລາຍເຊັນທີ່ເປັນຂອງໄທຍນັ້ນມເປັນ ລາຍເຊັນ ຂອງທ່ານປີດີ ພະນົມຍົງ ເຊິ່ງນຳເອົາ ມາອ້າງ ເພື່ອໃຫ້ຄວາມຕ່າງລະຫວ່າງລາຍເຊັນ ແບບອ່ານໄດ້ ແລະບໍ່ໄດ້ ການທີ່ເອົາລາຍເຊັນເພີ່ນມາເປັນຕົວຢ່າງ ເພາະທ່ານເປັນບຸກຄົນສາທາລະນະຢູ່ແລ້ວ ຄົງບໍ່ເປັນສັງນັ້ນເອງ.

No comments:

Post a Comment