Thursday 17 October 2013

ພາຍຸ

ພາຍຸ
            ຫຼາຍຄົນຄົງຈະລຶ້ງກັບຄຳວ່າ “ພາຍຸ” ແຕ່ຫຼາຍຄົນຍັງບໍ່ຮູ້ຈັກຄວາມເປັນມາຂອງພາຍຸກະມີ ຈຶ່ງຄົ້ນຄວ້າຮຽບຮຽງມາໄວ້ ໃນເວບວັດທີ່ນີ້ ເພື່ອເປັນແຫຼ່ງຂໍ້ມູນຫາຄວາມຮູ້ ຕາມອັດທະຍາໄສ ສຳລັບຜູ້ໄຝ່ສຶກສາທຸກຄົນ.
            ພາຍຸ ເປັນຄຳລາວບູຮານທີ່ສ້າງຂຶ້ນຈາກພາສາປາລີ “ວາຍຸ, ວາໂຍ”, ໃນພາສາບູຮານເຮົາພົບຄຳວ່າ “ລົມພາຍຸ” ອັນ ໝາຍເຖິງລົມໃຫຍ່ ແລະພັດແຮງ, ໃນລາວເຮົາມີພາຍຸ ໒ ແບບ ຄື ພາຍຸລົມ ແລະພາຍຸຝົນ.
            ພາຍຸລົມ ມັກຈະເກີດຂຶ້ນໃນຍາມໜ້າໜາວ ແລະໜ້າຮ້ອນ ເປັນພາຍຸລົມລ້ວນໆ ມີຄວາມແຮງສາມາດພັງທະລາຍ ສິ່ງກໍ່ສ້າງ ບ້ານເຮືອນໄດ້, ສ່ວນພາຍຸຝົນ ກໍມີລົມແຮງພ້ອມພ້ອມຝົນ ກໍຄືລົມພັດຝົນເຂົ້າມາ ການເກີດຂອງພາຍຸຝົນມັກຈະເກີດ ປາຍ ລະດູແລ້ງ ແລະລະດູຝົນເອງ.
            ພາຍຸ ໃນພາສາລາວນັ້ນ ມັກຈະຮຽກສະເພາະລົມໃຫຍ່ໆ ທີ່ພັດແຮງໆໆມີການທຳລາຍບ້ານເຮືອນຫຼາຍຮຽກວ່າ “ລົມພາຍຸ” ແຕ່ປະຊາຊົນທົ່ວໄປມັກຈະຮຽກວ່າ “ລົມໃຫຍ່”, ຫາກເປັນພາຍຸໝູນ ຈະຮຽກວ່າ “ລົມຫົວກຸດ”, ຫາກແມ່ນລົມໃຫຍ່ມພ້ອມກັບຝົນ ຈະ ຮຽກວ່າຝົນແຮງ ຫຼືຝົນລິນ ແຕ່ດຽວນີ້ ຈະຮຽກວ່າພາຍຸ ຄື ພາຍຸຝົນ, ພາຍຸລົມ ແລະຈະຮຽກຕາມຊື່ຂອງພາຍຸທີ່ທາງການຕັ້ງ, ຄຳວ່າ ພາຍຸນັ້ນມີການເວົ້າກັນມານານແລ້ວ ເພາະພົບໃນຄຳດ່າກັນຂອງຄົນສະໄໝເກົ່າວ່າ “ພາຍຸກິນຫົວມຶງເອີຍ” ອັນນີ້, ອາດບໍ່ແມ່ນກ່າວ ເຖິງລົມ ອາດກ່າວເຖິງໂລກທີ່ຮ້າຍແຮງກໍເປັນໄດ້ ຢ່າງໃດກໍຕາມ ຄຳວ່າພາຍຸ ແມ່ນພາສາລາວອີກຄຳໜຶ່ງໄດ້ມາຈາກພາສາປາລີ.
            ໑. ພາຍຸຄືຫຍັງ ?
            ພາຍຸ ຄື ສະພາບອາກາດຖືລົບກວນໃນຮູບແບບໃດໆກໍຕາມ, ໂດຍສະເພາະທີ່ມີຜົນກະທົບຕໍ່ພື້ນໂລກ ແລະບົ່ງບອກເຖິງສະ ພາບອາກາດ ທີ່ຮຸນແຮງ ເວລາກ່າເຖິງຄວາມຮຸນແຮງຂອງພາຍຸ ຈະມີເນື້ອໃນສຳຄັນຢູ່ບາງປະການ ຄື ຄວາມໄວຂອງສູນກາງ ເຊິ່ງອາດສູງເຖິງ ໔໐໐ ກິໂລແມັດຕໍ່ຊົ່ວໂມງ(Km/) ຄວາມໄວຂອງການເຄື່ອນຕົວ ທິດທາງການເຄື່ອນຕົວຂອງພາຍຸ ແລະຂະໜາດ ຄວາມກວ້າງຫຼືເສັ້ນສູນກງຂອງຕົວພາຍຸ ເຊິ່ງບອກເຖິງອະນາບໍລິເວນ ທີ່ຈະໄດ້ຮັບຄວາມເສັຍຫາຍວ່າຄອບຄຸມເທົ່າໃດ ຄວາມຮຸນແຮງ ຂອງພາຍຸຈະມີໜ່ວຍວັດຄວາມຮຸນແຮງ ຄ້າຍໜ່ວຍຣິກເຕີຣ໌ ຂອງການວັດຄວາມຮຸນແຮງ ແຜ່ນດິນໄຫວມັກຈະມີຄວາມໄວຂຶ້ນເລື້ອຍໆ.
            ໒. ພາຍຸມີ ຈັກປະເພດ ?
            - ພາຍຸ ແບ່ງເປັນ ໓ ປະເພດໃຫຍ່ ຄື
            ພາຍຸຝົນຟ້າຄະນອງ ມີລັກສະນະເປັນລົມພັນຍ້ອນໄປມາຫຼືພັດເຄື່ອນຕົວໄປໃນທິດທາງດຽວກັນ ອາດເກີດຈາກພາຍຸທີ່ອ່ອນ ຕົວແລະລົດຄວາມຮຸນເຮງຂອງລົມລົງ ຫຼືເກີດຈາກຄວາມກົດອາກາດຕໍ່າ ຮ່ອງຄວາມກົດອາກາດຕໍ່າ ອາດບໍ່ມີທິດທາງທີ່ແນ່ນອນ ຫາກສະພາບການແວດລ້ອມຕ່າງໆ ຂອງການເກີດຝົນເໝາະສົມ ກໍຈະເກີດຝົນຕົກ ມີລົມພັດ.
            ພາຍຸໝູນເຂດຮ້ອນ(ລົມຫົວກຸດ Tropical cyclone) ຕ່າງໆເຊັ່ນ ເຮີຣິເຄນ, ໄຕ້ຝຸ່ນ ແລະໄຊໂຄລນ ເຊິ່ງເຊິ່ງລ້ວນເປັນ ພາຍຸໝູນຂະໜາດໃຫຍ່ ເຊັ່ນດຽວກັນ ແລະຈະເກີດຂຶ້ນ ຫຼືເຣີ່ມຕົ້ນກໍຕົວໃນທະເລ ຫາກເກີດຂຶ້ນເໜືອເສັ້ນສູນສູດ ຈະມີມີທິດທາງໝູນທວນ ເຂັມໂມງ ແລະຫາກເກີດໃຕ້ເສັ້ນສູນສູດຈະໝູນຕາມເຂັມໂມງ ໂດຍມີຊື່ຕ່າງກັນຕາມສະຖານທີ່ເກີດ ກ່າວຄື.
            ໑. ພາຍຸເຮີຣີເຄນ (hurricane) ເປັນຊື່ຮຽກພາຍຸໝຸນ(ລົມຫົວກຸດ) ເປັນພາຍຸທີ່ເກີດບໍລິເວນທິດຕາເວັນຕົກຂອງມະຫາ ສະໝຸດແອຕລັງຕິກ ເຊັ່ນບໍລິເວນຟລໍຣິດາ ສະຫະຣັດອາເມຣິກາ, ອ່າວເມັກຊິໂກ, ທະເລກາຣິບບຽນ ເປັນຕົ້ນ ລວມທັງມະຫາສະໝຸດປາ ຊິຟິກ ບໍລິເວນຊາຍຝັ່ງປະເທດເມັກຊິໂກ.
            ໒. ພາຍຸໄຕ້ຝຸ່ນ(typhoon) ເປັນ ເປັນຊື່ພາຍຸໝູນ(ລົມຫົວກຸດ) ທີ່ເກີດທາງທິດຕາເວັນຕົກຂອງມະຫາສະໝຸດປາຊີຟີກ ເໜືອ ບໍລິເວນ ທະເລຈີນໃຕ້, ອ່າວໄທຍ, ອ່າວຕົງແກັງ, ປະເທດຍີ່ປຸ່ນ ແຕ່ຖ້າເກີດໃນໝູ່ເກາະດອນໃນຟິລິປປິນ ຮຽກວ່າ ບາກຽວ (Baguio).
            ໓. ພາຍຸໄຊໂຄລນ((cyclone) ເປັນຊື່ພາຍຸໝຸນ(ທີ່ເກີດໃນມະຫາສະໝຸດອິນເດັຍເໜືອ ເຊັ່ນ ບໍລິເວນອ່າວບັງກ​ອລ, ທະເລອາຫຼັບ ເປັນຕົ້ນ ແຕ່ຖ້າພາຍຸນີ້ເກີດທີ່ທະເລຕີມໍຣ໌ ແລະທິດຕາເວັນອອກສ່ຽງເໜືອຂອງປະເທດອົດສະຕາລີ ຈະຮຽກວ່າ ພາຍຸວິລ ລີ-ວິລລີ willy-willy).
            ໔. ພາຍຸໂຊນຮ້ອນ (tropical storm) ເກີດຂຶ້ນເມື່ອພາຍຸເຂດຮ້ອນຂະໜາດໃຫຍ່ອ່ອນກຳລັງລົງ ຂະນະເຄື່ອນຕົວໃນທະ ເລ ແລະຄວາມໄວທີ່ຈຸດສູນກາງລົດລົງເມື່ອເຄື່ອນເຂົ້າຫາຝັ່ງ.
            ໕. ພາຍຸດີເປຣຊັນ (depression) ເກີດຂຶ້ນເມື່ອຄວາມໄວລົດລົງຈາກພາຍຸໂຊນຮ້ອນ ເຖິງກໍ່ໃຫ້ເກີດພາຍຸຝົນຟ້າຄະນອງ ທຳມະດາ ຫຼືຝົນຕົກແຮງ.
            ໖. ພາຍຸທໍຣ໌ນາໂດ(Tornado) ເປັນຊື່ຮຽກພາຍຸໝຸນ(ລົມຫົວກຸດ) ທີ່ເກີດຂຶ້ນໃນທະວີບອາເມຣິກາ ມີຂະໜາດເນື້ອທີ່ນ້ອຍ ຫຼືເນື້ອທີ່ສູນກາງນ້ອຍ ແຕ່ໝູນດ້ວຍຄວາມໄວສູງ ຫຼືຄວາມໄວທີ່ຈຸດສູນກາງຫຼາຍກວ່າພາຍຸໝູນອື່ນໆ ກໍຄວາມເສັຍຫາຍໄດ້ຢ່າງຮຸນ ແຮງໃນບໍລິເວນທີ່ພັດຜ່ານ, ເກີດໄດ້ໃນທັງບົກແລະທັງທະເລ ຫາກເກີດໃນທະເລ ຈະຮຽກວ່ານາກຫຼິ້ນນໍ້າ, (Water spout) ບາງຄັ້ງອາດເກີດຈາກກຸ່ມເມກບົນທ້ອງຟ້າ ແຕ່ໝູນຕົວລົງມາຈາກທ້ອງຟ້າ ບໍ່ເຖິງພື້ນດິນ ມີຮູບຮ່າງເໝືອນງວງຊ້າງ ທາງໄທຍ໌ຮຽກວ່າ “ລົມງວງຊ້າງ”