ໃບຂ່າວບຸນພຣະເຫວດປະຈຳປີ
ປະຈຳວັດວິິຈິຕທັມມາລາວ ບ້ານວຽງຈະເຣີນ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ
ລະຫວ່າງວັນທີ ວັນເສົາ-ອາທິດ ວັນທີ 22-23 ເດືອນມິນາ 2008
ວຸດທິທັມຄຳຝູງຂ້າ ທັງຫຼາຍພາຍໃນມີພຣະສົງ-ສາມະເນນເປັນເຄົ້າ ພາຍນອກມີອອກຕົນຍາດໂຍມຜູ້ຊົງຄຸນວຸດທິ ຄະນະພັກບ້ານ, ນາຍບ້ານ, ສະຫະພັນແມ່ຍິງ ຫົວໜ້າໜ່ວຍ ແລະຊາວບ້ານວຽງຈະເຣີນໄດ້ຕົກລົງກັນເປັນເອກະສັນກັນຕັ້ງບຸນມະຫາຊາດ ປະຈຳປີຂຶ້ນໜຶ່ງປາງທີ່ວັດວິຈິຕທັມມາຣາມ ບ້ານ ວຽງຈະເຣີນ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ວັດຖຸປະສົງເພື່ອສືບຕໍ່ປະເພນີອັນຈົບງາມຂອງຊາດ, ຂອງພຸດທະສາສນາ ແລະເພື່ອສືບຕໍ່ຂົນຂວາຍປັດໄຈສ້າງ ສາລາໂຮງທັມ ໃຫ້ສຳເຮັດລຸລ່ວງໄປເທື່ອລະກ້າວ ເຊິ່ງມີກຳນົດການຈັດງານບຸນ ດັ່ງນີ້:
ວັນເສົາ, ວັນທີ 22 ເດືອນມິນາ ປີ 2008, ກົງກັບແຮມ 1 ຄ່ຳ ເດືອນ 4 ພ.ສ 2550 ເປັນມື້ຕັ້ງ ແລະຫ້າງຫາກະກຽມງານບຸນ, ຕອນແລງເວລາ 16:00 ໂມງ ສູຕປະຣິດຕະມຸງຄຸນ ແລະຟັງທັມມະໄລໝື່ນ, ມະໄລແສນ ຕອນກາງຄືນ ມືການຄົບງັນຕາມປະເພນີ(ລຳວົງ).
ວັນອາທິດ, ວັນທີ 23 ເດືອນມິນາ ປີ 2008, ກົງກັບແຮມ 2 ຄ່ຳເດືອນ 5 ພ.ສ 2550 ເວລາ 02:00 ໂມງ ແຫ່ເຂົ້າພັນກ້ອນ ແລະເຣີ່ມເທດພຣະເຫວດສັນດອນໄປ, ຈົນຮອດ 07:00 ໂມງເຊົ້າ ໄຫວ້ພຣະ-ຮັບສິນ ແລະຕັກບາດຖວາຍສັງຄະທານ ແລ້ວກໍຟັງທັມມະເທສນາຕໍ່ໄປຕລອດວັນ.
ດັ່ງນັ້ນຈຶ່ງຂໍເຊີນຊວນອອກຕົນຍາດໂຍມ ແລະສັດທາສາທຸຊົນທັງຫຼາຍທັງຢູ່ໃກ້ ແລະຢູ່ໄກຈົ່ງໄດ້ມາຮ່ວມອະນຸໂມທະນາທານ ແລະຟັງທັມມະເທສນາຮ່ວມນຳພວກຂ້າພະເຈົ້າດ້ວຍ, ຂໍອ່ວຍພອນໃຫ້ທ່ານ ແລະຄອບຄົວຈົ່ງປະກອບໄດ້ດ້ວຍສັນຕິສຸກທຸກເມື່ອທຸກຍາມເທີ້ນ.
ໝາຍເຫດ: ຊາວບ້ານຍວຽງຈະເຣີນ ຂໍແຜ່ພາເຂົ້າ ຫຼືບ້ານໃກ້ຄຽງແຜ່ອາຫານຫວານຄາວ ຫຼືເຄື່ອງປະກອບອາຫານສັດທາ ຫາກເຈົ້າສັດທາຜູ້ໃຈບຸນທ່ານໃດ ມີສັດທາຖວາຍນຳ້ດື່ມນໍ້າປານະ ກໍຂໍໃຫ້ທ່ານທັງຫຼາຍ ນຳຕິດໄມ້ຕິດມືມາຖວາຍດ້ວຍ.
ກັມມະການຈັດງານບຸນ
| ຝ່າຍສົງ ໑. ພຣະຄຣູເນືອງພິລັກ ໂຊຕິທອນ ເຈົ້າອະທິການ ໒. ພຣະອາຈາຣຍ໌ສົມຊາຍ ບຸນຍະປາສິດ ວັດໂຊກຄຳ ໓. ພຣະອາຈາຣຍ໌ສີຈັນ ສຸກຈະເຣີນ ຮອງເຈົ້າອະທິການ ໔. ພຣະອາຈາຣຍ໌ຄຳໄພ ໄຊຍະວົງ ໕. ພຣະອາຈາຣຍ໌ສີໜູນ ກັຕຕິຍະ ໖. ພຣະອາຈາຣຍ໌ສຸສາສິດ ໗. ພ້ອມດ້ວຍພຣະສົງສາມະເນນພາຍໃນວັດ | ຝ່າຍຄະຣາວາດ ໑. ທ່ານຄຳແດງ ບຸບຜາພັນ ເລຂາພັກບ້ານ ໒. ທ່ານຄຳເພັດ ກຸສົນສະຫວັດ ນາຍບ້ານ ໓. ທ່ານຈັນທາ ກິດຕິພັນ ແນວໂຮມບ້ານ ໔. ທ່ານຈັນທາ ພຣົມມະບຸດ ສາຣະວັດ ໕. ທ່ານບຸນນາງ ພຣົມມະໄກສອນ ຄະນະແນວໂຮມ ໖. ທ່ານມະຫາສະຫວັດ ທອງປະເສີດ ທີ່ປຶກສາ ໗. ທ່ານມະຫາສີນນວນ ຄຳມະນີເພັດ ທີ່ປຶກສາ |
ພ້ອມດ້ວຍຫົວໜ້າໜ່ວຍ ຜູ້ຊົງຄຸນະວຸດທິທັງຫຼາຍໝາຍມີ ຊາວບ້ານວຽງຈະເຣີນ ແລະຍາດໂຍມ ທີ່ຮັກແພງບ້ານໃກ້ຄຽງ.
