Saturday 13 October 2012

ຫຍໍ້ປະຫວັດຊີວິດ ແລະບົດບາດນາງວິສາຂາ ທິ່ມີຕໍ່ພຸດທະສາສນາ




ຫຍໍ້ປະຫວັດຊີວິດ ແລະບົດບາດນາງວິສາຂາ ທິ່ມີຕໍ່ພຸດທະສາສນາ
--------------- 
ນາງວິສາຂາໄດ້ເປັນຕົ້ນເຫດນຳພາທຳບຸນກຸສົນໃນສາສນາສະໄໝພຣະພຸດທະອົງຍັງຊົງພຣະຊົນຢູ່ຢ່າງໃດ ເຫດໃດນາງຈຶ່ງຖືກຍົກຍ້ອງຈາກພຣະພຸດທະອົງວ່າ ເປັນມະຫາອຸປະສິກາ.
ນາງວິສາຂາໄດ້ເປັນມະຫາອຸປາສິກາ ທີ່ອຸປະຖັມພຣະພຸດທະສາສະໜານັບແຕ່ອາຍຸ 7 ປີ ຈົນຕລອດຊີວິດ, ພຣະພຸດທະອົງຊົງຍົກຍ້ອງ ແລະຕັ້ງໄວ້ວ່າເປັນມະຫາອຸປາສິກາຊັ້ນເລີດ, ຊີວິດຂອງນາງກ່ຽວພັນກັບພຣະພຸດທະສາສະໜາຢ່າງໃດ ມີເລື່ອງລາວເປັນທີ່ໜ້າສຶກສາຮຽນຢ່າງ ຍິ່ງນາງວິສາຂາ ເປັນລູກຂອງທະນັນໄຊເສດຖີ ແມ່ຊື່ສຸມະນາເທວີ, ປູ່ຊື່ເມນທະກະເສດຖີ.
ເມື່ອນາງວິສາຂາໄດ້ເປັນອຸປາສິການັ້ນ ຕອນອາຍຸ 7 ປີ, ນັ້ນ ພຣະພຸດທະອົງພ້ອມດ້ວຍ ພິກຂຸສົງສາວົກຈຳນວນຫຼາຍ ໄດ້ສະເດັດຍັງບ້ານຂອງນາງ ທີ່ເມືອງພັດທິຍະ, ປູ່ຂອງນາງໃນຖາ ນະເປັນມະຫາເສດຖີ ຕ້ອງທຳໜ້າທີ່ຕ້ອນຮັບແຂກບ້ານແຂກເມືອງນັ້ນ ໄດ້ມອບໜ້າທີ່ໃຫ້ນາງ ພ້ອມດ້ວຍບໍຣິວານ 500 ຄົນພ້ອມກວຽນ 500 ຄັນໄປຕ້ອນຮັບອົງສົມ ເດັດພຣະສັງມາສັັມພຸດ ທະເຈົ້າ
ຂະນະນັ້ນນາງຍັງເປັນເດັກນ້ອຍ ອາຍຸພຽງ 7 ປີ, ກໍທຳໜ້າທີ່ທີ່ມອບໃຫ້ໄດ້ຢ່າງສົມກຽດ ເມື່ອນາງໄດ້ຕ້ອນຮັບພຣະພຸດທະອົງແລ້ວ ກໍໄດ້ສະດັບຮັບຟັງທັມມະເທດສະ ໜາຈາກພຣະອົງ ຂະນະນາງຟັງທັມຢູ່ນັ້ນກໍໄດ້ເອົາຈິດນ້ອມຮັບ ແຕ່ພິຈາຣະນາທັມໄປດ້ວຍນາງກໍໄດ້ບັນລຸໂສດາ ບັນ (ນາງສາຂາກໍເປັນກາຍເປັນເດັກຍິງຄົນທຳອິດທີ່ສຳເຮັດ ພຣະໂສດາບັນອາຍຸພຽງ 7 ປີ) ເກີດສັດທາໃນພຣະພຸດທະສາສນາ ຈຶ່ງຮັບຮັບເອົາພຣະຣັຕນະໄຕຣເປັນທີ່ເພິ່ງສະແດງຕົນເປັນ ພຸດທະມາມະກະ (ນາງກໍໄດ້ກາຍເປັນອຸປາສິກາທີ່ອາຍຸນ້ອຍທີ່ສຸດໃນສາສນາຄົນແຮກອີກ), ໃນ ຂະນະນັ້ນເອງນາງກໍຕັດສິນໃຈໄດ້ເອງວ່າຈະຕ້ອງນິມົນພຣະພຸດທະອົງໄປສັນອາຫານທີ່ຄະຣືຫາດ ພຣະພຸດທະອົງເຫັນແລ້ວເຊິ່ງສັດທາ ແລະຄວາມສາມາດພຽງພໍຂອງນາງ ຈຶ່ງຮັບນິມົນພັດຕາ ຫານ (ນາງກໍເປັນເດັກນ້ອຍ ຄົນທຳອິດພຽງອາຍຸ 7 ປີເທົ່ານັ້ນ ທີ່ກ້າຕັດສິນໃຈທຳບຸນເອງໂດຍ ບໍ່ໃຫ້ມີຄົນອື່ນຕ່າງໜ້າເລີຍ)
ມື້ອື່ນເຊົ້າໄດ້ເວລາພັດຕາຫານແລ້ວ ພຣະພຸດທະອົງພ້ອມດ້ວຍພິກຂຸສົງ ຈຳນວນມາກໄດ້ ສະເດັດຍັງຄະຣືຫາດຂອງນາງ ສັນພັດຕາຫານຈົນສຳເລັດພັດຕາກິິດ (ນາງວິສາຂາກໍກາຍເປັນ ເດັກນ້ອຍຄົນທຳອິດອີກ ທີ່ທຳພັດຕາຫານ ແລະບໍຣິຫານງານບຸນດ້ວຍຕົນເອງ (ໃນປະຫວັດ ນັ້ນກ່າວວ່າເມື່ອນາງກັບໄປຍັງຄະຣືຫາດແລ້ວ ໄດ້ຂໍອະນຸຍາດຈາກປູ່ວ່າ ໄດ້ນິມົນພຣະພຸດທະເຈົ້າ ມາສັນເຂົ້າທີ່ເຮືອນ ພໍ່ປູ່ຂອງນາງກໍຍິນດີອະນຸຍາດ ແຕ່ບອກນາງວິສາຂາວ່າ ໃຫ້ຫຼານຈັດແຈງບໍ ຣິຫານງານເອງນາງກໍທຳສຳເຣັດ), ຫຼັງຈາກພຣະພຸດທະອົງ ແລະສົງສາວົກສັນພັດຕາກິດແລ້ວ ກໍໄດ້ຊົງເທດສະໜາໂຜດພໍ່ປູ່ແມ່ຍ່າ ແລະພໍ່ແມ່ຂອງນາງຈົນເກີດສັດທາໃນພຣະຣັຕນະໄຕຣ ສະ ແດງຕົນເປັນພຸດທະມາມະກະອຸປະຖັມ ພຣະພຸດທະສາສນາ (ນາງວິສາຂາກໍເປັນເດັກນ້ອຍຄົນ ທຳອິດ ທີ່ໄດ້ນຳພາບຸພພາກາລີ "ພໍ່ປູ່-ພໍ່ແມ່" ນັບຖືພຸດທະສາສນາ), ຕລອດໄລຍະທີ່ພຣະພຸດ ທະອົງໄດ້ພຳນັກຢູ່ໃນບ້ານຂອງນາງນັ້ນ ນາງກໍຈັດແຈງໄປຈັງຫັນ, ເພນ, ແລະຟັງທັມໃນຕອນ ແລງ ຈົນພຣະພຸດທະອົງສະເດັດໄປທີ່ອື່ນ ນີ້ແລ້ວທ່ານພຸດທະບໍຣິສັດທັງຫຼາຍ ຄົງຈະເຫັນແລ້ວວ່າ ການທຳ ບຸນໃນພຸດທະສາສນານັ້ນໄດ້ເລືອກອາຍຸບໍ ມີການກຳນົດໄວ້ບໍ ຄຳຕອບກໍຢູ່ເຣື່ອງນາງ ວິສາຂາແລ້ວ ຕໍ່ໄປຈະສຶກສາຊີວິດນາງວິສາຂາເບິ່ງວ່າ ການທຳບຸນຂອງນາງວິສາຂາຕັ້ງ ແຕ່ນ້ອຍ ແລ້ວຊິວິດຂອງນາງຈະທຸກ ແລະຕາຍໄວແທ້ບໍ ຕິດຕາມອ່ານຕໍ່ໄປ.
ນັບແຕ່ວັນນັ້ນເປັນຕົ້ນມາ ນາງກໍໄດ້ເປັນຊາວພຸດ ແລະເອົາໃຈໃສ່ອຸປະຖັມບໍາຣຸງພຸດທະ ສາສນາ ໂດຍອຸປະຖັມພຣະພິກຂຸທີ່ປະຈຳຢູ່ບ້ານຂອງນາງ ແລະຈອນມາຈາກທີ່ອື່ນ, ຈົນຮອດ ອາຍຸ 16 ປີ, ນະທີ່ເມືອງສາວັດຖືນັ້ນມິຄາຣະເສດຖີ ມີລູກຊາຍຄົນໜຶ່ງ ຊື່ປູນນະວັດທະນະກຸມານ ໃຫຍ່ສົມຄວນແຕ່ງງານແລ້ວກໍບໍ່ລົມສາວ ພໍ່ແມ່ຫາສາວໃນຕະກູນດີໆເທົ່າກັນ ທ່້າວກໍບໍ່ເວົ້າບໍ່ ໂລມພໍ່ແມ່ນກໍເຂົ້າໄປຖາມຈຶ່ງຄວາມວ່າ ຕ້ອງການຍິງທີ່ມີຄວາມງາມຫ້າປະການ ຈຶ່ງຈະແຕ່ງຖ້າ ບໍ່ມີກໍຈະຢູ່ເປັນໂສດຕະຫຼອດຊີວິດ ເສດຖີຈຶ່ງໄດ້ແຕ່ງພາມ 8 ຄົນພ້ອມດ້ວຍເງິນແສນກະຫະ ປະນະ ແລະພວງມະໄລຄຳ ໃຫ້ໄປຫາຍິງງາມ ຫ້່າປະການຮຽກວ່າ "ປັນຈະກັລຍານີ" ພາມໄປ ທົ່ວແຄວ້ນແດນເມືອງຫຼາຍຫົວເມືອງ ຈຶ່ງໄປເມືອງນ້ອຍໆເມືອງໜຶ່ງ ຊື່ພັດທິຍານະຄອນ ອັນເປັນ ເມືອງປູ່ຂອງນາງວິສາຂານັ້ນເອງ ໃນຂະນັ້ນເອງທີ່ສາລາທ່ານໍ້າ ພຣາມກໍໄດ້ພົບນາງວິສາຂາ ທ່າມ ກາງຝູງບໍຣິວານ 500 ຄົນທີ່ພາກັນລົງມາຫຼິ້ນນໍ້າໃນເທດສະການ, ເຫັນວ່ານາງນັ້ນງາມກວ່າ ຍິງທັງປວງ ແລະເບິ່ງຕາມລັກສະນະແລ້ວ ກໍເຫັນວ່ານາງງາມດ້ວຍປັນຈະກັລນີຄົບ ຈຶ່ງຍົກພວງ ມາໄລຄຳໃຫ້ ພ້ອມເງິນສິນສອດແສນກະຫະປະນະນັ້ນໃຫ້ນາງ ແລ້ວກ່າວຄວາມເປັນໄປເປັນມາ ທັງໝົດໃຫ້ນາງພັງທຸກປະການ ນາງຟັງຈົບແລ້ວນາງກໍໄດ້ຕັດສິນໃຈຮັບໝັ້ນນັ້ນດ້ວຍຕົນເອງ ກ່ອນຈະພາພາມເຂົ້າໄປຍັງຄະຣືຫາດຂອງຕົນ ບອກວັດຖຸປະສົງໃຫ້ແກ່ພໍ່ແມ່ປູ່ຍ່າ ວ່າຮັບໝັ້ນເຂົາ ແລ້ວ ເມື່ອປູ່ຍ່າໄດ້ຟັງວັດຖຸປະສົງ ແລະສະພາບການຂອງມິຄາຣະເສດຖີ ແລະປຸນນະວັດທະນະ ກຸມມານແລ້ວ ກໍອະນຸຍາດໃຫ້ນາງສາຂາແຕ່ງງານ ເພາະເຫັນວ່ານາງຕັດ ສິນໃຈຖືກຕ້ອງບໍ່ຜິດ (ມີນັກປາດທາງສາສໜາກ່າວວ່າ ເປັນຫຍັງນາງຈຶ່ງຮັບໝັ້ນເອງ ໂດຍທີ່ຍັງບໍ່ທັນເຫັນໜ້າ ແລະ ສະຖານະຄູ່ໝັ້ນ ນາງຕັດສິນໃຈຖືກຕ້ອງບໍ ທ່ານຜູ້ຮູ້ວ່າ ນາງວິສາຂາ ໄດ້ເປັນໂສດາບັນ ຕັ້ງແຕ່ ອາຍຸ 7 ປີ, ນາງຍ່ອມມີປັນຍາຢັ່ງຮູ້ໄດ້ເຖິງຄູ່ໝັ້ນວ່າ ຕ້ອງເປັນຜູ້ມີບຸນຍາປາຣະມີ ຈື່ງຕັ້ງກະຕິ ກະເລືອກຫາຄູ່ຄອງທີ່ເປັນປັນຈະກັນລະຍານີ້ ເຊີ່ງມັນມີໂດຍຍາກ ເຊິ່ງໃນຂະນະນັ້ນໃນໂລກ ນີ້ກໍມີຍິງ ທີ່ເປັນກັລະຍານີ້ ພຽງ 2 ຄົນເທົ່ານັ້ນ ຄືນາງເອງ ແລະລູກສາວເຈົ້າເມືອງເມືອງໜຶ່ງ)
(ຕິດຕາມຕໍ່ໃນຄອມເມັນ)