Tuesday 18 September 2012

ກາງພັນສາພຣະສົງໄປນອນທີ່ຄ້າງຄືນທີ່ອື່ນໄດ້ບໍ ?

- ພໍ່ອອກເຮົາສ້າງຄວາມສົນໃຈບໍ່ຢອກ ກ່ຽວກັບການຈຳພັນສາ ຂອງພຣະສົງ-ສາມະເນນ "ເພາະຕາມ ວິໄນແລ້ວ ພຣະສົງຈຳພັນສາ ຄືຈຳຢູ່ໃນລະດູຝົນ ຕລອດສາມເດືອນ ຄືບໍ່ໄປນອນແຮມຄືນທີ່ອື່ນ.
- ດ້ວຍເຫດນັ້ນ ຍາດໂຍມຈຶ່ງຖືວ່າ ພຣະສົງຕ້ອງຢູ່ສະເພາະແຕ່ໃນວັດ ໄປໃສມາໃສບໍ່ໄດ້ໃນໄລຍະທີ່ຈຳ ພັນສານີ້.
- ບາງຄົນເຖິງກັບວ່າ "ບໍ່ໄປໃສມາໃສຕີຍາມກາງພັນສາ ?", ບາງຄົນໄປຫາຄູບາງ ບັງເອີນບໍ່ພົບເພິ່ນ ເມື່ອໄປຮອດວັດແລ້ວ ຮູ້ວ່າເພິ່ນໄປປາກເຊ ກໍຕິຕຽນໄປພຣະໂດຍບໍ່ຮູ້ສຶກຕົວ "ເອົາຄືວ່າໄປປາກເຊ ບໍ່ຈຳພັນສາບໍ່" ຕິແບບນີ້ຍັງໃຄ "ບາງຄົນຕິວ່າ "ເປັນພຣະອີສັງບໍ່ຮູ້ຮີດຮູ້ຄອງ ຍາມກາງພັນສາ ກະຍັງໄປທີ່ອື່ນ" 555555 ແບບນີ້ ກາຍເປັນນັກບຸນຂີ້ບາບແນ່ນອນ.
- ບາງຄົນກໍຕັ້ງໃຈ ມາຖາມອາຈານເອງເລີຍ ເພາະເພິ່ນເຫັນພຣະວັດເພີ່ນໄປທຸຣະຕ່າງແຂວງ ຫຼືຕ່າງ ປະເທດ, ຖາມກົງເລີຍ "ພຣະອາຈານບ້ານຂະນ້ອຍ ຕ່າງແຂວງ 2-3 ວັນຍັງບໍ່ກັບ, ກາງພັນສາ ພຣະສົງ ໄປນອນທີ່ອື່ນໄດ້ຊັ້ນບໍ ຂ້ານ້ອຍ ?" ເລົ່ານີ້ເປັນຕົ້ນ.

ກ່ຽວຄຳຖາມທີ່ວ່າ "ຈຳພັນສາແລ້ວ ໄປນອນທີ່ອື່ນໄດ້ບໍ" ? ຕອບວ່າ "ໄດ້".

- ຄືຢູ່ໃນລະຫວ່າງຈຳພັນສາ ອັນໝາຍເຖິງຈຳຢູ່ໃນສະຖານທີ່ໃດທີ່ໜຶ່ງຕລອດລະດູຝົນ, ໃນຂະນະຈຳ ພັນສາຢູ່ນັ້ນ ພຣະພຸດທະເຈົ້າຊົງອະນຸຍາດໃຫ້ໄປໄດ້ ແຕ່ຕ້ອງໄປບໍ່ເກີນ 7 ຄືນ, 7 ວັນ, ພາສາປາລີ ຮຽກວ່າ "ສັຕຕາຫະກະຣະນີຍະ" ຄືເມື່ອມີເຫດອັນຄວນໃຫ້ໄປໄດ້ບໍ່ເກີນ 7 ວັນ (ເຫດອັນຄວນ ກໍຕ້ອງ ໃຫ້ຖືກຕ້ອງຕາມພຸດທະກຳນົດດັ່ງນີ້)

1. ພໍ່, ແມ່, ຄຣູບາອາຈານເຈັບປ່ວຍໄຂ້ ບຸກຄົນທັງສາມນີ້ ພຣະສົງສາມາດສັຕຕາຫາໄປ ເພື່ອຮັກສາ ພະຍາບານ ຫຼືປິ່ນປົວພະຍາດໄດ້ ຖີ ວ່າເປັນການໄປທຳຄວາມກະຕັນຍູ ແຕ່ຕ້ອງບໍ່ເກີນ 7 ວັນ.

2. ເພື່ອສະຫະທະມິກຢູ່ຕ່າງວັດ ມີຄວາມກະສັນຢາກສຶກ ໄປເພື່ອຫ້າມປາມເຂົາ, ແຕ່ຕ້ອງບໍ່ເກີນ 7 ວັນ.

3. ວັດເພພັງ ໄປຫາສັມພາຣະ ເຄື່ອງວັດສະດູມາສ້ອມແປງວັດທີ່ເພພັງນັ້ນ ແຕ່ກ່ອນການສ້າງວັດ ຕ່າງໆບາງທີພຣະສົງຫາໄມ້ ຫວາຍ ເຄືອມາເຮັດເອງ ການຈະຫາສິ່ງເລົ່ານີ້ຫາວັນດຽວບໍ່ສຳເຣັດ ຕ້ອງໄປ ຫຼາຍວັນ ແຕ່ບໍ່ໃກ້ເກີນ 7 ວັນ.

4. ຂໍ້ສຸດທ້າຍ ໄດ້ຮັບກິດນິມົນ ໄປຈະເລີນສັດທາຂອງຍາດໂຍມ ໄປໄດ້ ເຊັ່ນ ຍາດໂຍມຢູ່ຕ່າງບ້ານ ຕ່າງເມືອງ ນິມົນໃຫ້ໄປທຳບູນສັງຄະທານເລົ່ານີ້ເປັນຕົ້ນ ຖືວ່າເປັນການໄປຈະເຣີນສັດທາ ແລະໃຫ້ ກຳລັງໃຈຍາດໂຍມ ແຕ່ບໍ່ໃຫ້ເກີນ 7 ວັນ.

- ການຈະເດີນທາງໄປ ເມື່ອຮູ້ວ່າຈະລ່ວງລາຕີແຕ່ 1 ຄືນເຖິງ 7 ຄືນນັ້ນ, ພຣະສົງຕ້ອງທຳພິທີທີ່ວັດສາ ກ່ອນຈຶ່ງໄປໄດ້ ຮຽກວ່າ "ຂໍສັດຕາຫະ" ກັບເພື່ອສະຫະທະມີກດ້ວຍກັນ ອັນເປັນພຣະສົງ ຄື ເຈົ້າອະທິການວັດ ຫຼືພຣະສົງອົງໃດອົງໜຶ່ງກ່ອນ ຈຶ່ງໄປໄດ້.

(ອັນນີ້, ຂຽນເພື່ອແກ້ຂໍ້ສົງໄສ ຜູ້ທີ່ຖາມ ເຊິ່ງຖືວ່າຄົນມີປັນຍາສົມຄວນ ເມື່ອມີຄວາມສົງໄສ ແລ້ວກໍຖາມ ຖືວ່າດີກວ່າ ຜູ້ບໍ່ຮູ້ ແລ້ວສົງໄສ ຊໍ້າບໍ່ພໍຍັງໄດ້ຕ້ອງຕິພຣະສົງອົງຄະເຈົ້າ ເປັນອະທິກັມລ້າໆໆ)

ຄຳສັຕຕາຫະ
- ສັຕຕາຫະກາຣະນີຍັງ ກິຈຈັງ ເມ ອັຕຖິ, ຕັສ໌ມາ ມະຍາ ຄັນຕັພພັງ, ອິມັສ໌ມິງ ສັຕຕາທັພພັນຕະເຣ ນິວັຕຕິສສາມິ ຯຯ
(ກິຈທຸຣະທີຄວນທຳໃນ 7 ວັນ ມີແກ່ຂ້ານ້ອຍ ຂ້ານ້ອຍເພິ່ງໄປ ຂ້ານ້ອຍຈະກັບມາພາຍໃນ 7 ວັນ)