Wednesday 22 June 2011

ເທວະດາດີ ຊີ້ທາງຖືກ

- ເຊົ້າວັນນີ້(ວັນທີ 22 ມິຖຸນາ 2011) ເວລາ 08:20 ໂມງ, ຫຼັງຈາກຍາດໂຍມຄູ່ຜົວເມັຍ ຈາກແຂວງເຊກອງມາຢ້ຽມຢາມແລ້ວກັບລົງໄປແລ້ວ, ກໍມີຄູ່ຜົວເມັຍຈາກບ້ານທາດຫຼວງກາງ ເຂົ້າມາຫາແລ້ວຂາບລົງສາມຫົນ ຖວາຍຊອງທີ່ເຂົາຖືມານັ້ນແລ້ວ ກໍເວົ້າວ່າ.
- ແມ່ອອກຜູ້ເປັນເມັຍ: ຂ້ານ້ອຍ ເປັນຄົນບ້ານທາດຫຼວງກາງ ບໍ່ເຄີຍມາວັດອາຈານຈັກເທື່ອ.
- ພຣະອາຈານ: ໂອ...ຄືບໍ່ມາລະໃກ້ໆກັນບໍ່ຢອກ ອາຈານຕັ້ງວັດນີ້ກະສິບປີແລ້ວເດ.
- ແມ່ອອກເວົ້າວ່າ : ຂ້ານ້ອຍບໍ່ເຄີຍ ເຂົ້າວັດທໍາບຸນຕັ້ງແຕ່ເກີດ.
- ພຣະອາຈານ: ເອົາວ໌...ເປັນຫຍັງ ຈຶ່ງບໍ່ເຂົ້າລະ ຢູ່ໃກ້ວັດໃກ້ວາປານນັ້ນ.
- ພໍ່ອອກຜູ້ເປັນຜົວ: ຂໍປະທານໂທດຂ້ານ້ອຍ, ເພິ່ນ(ໝາຍເຖິງເມັຍ) ເປັນຄົນຫວຽດນາມ.
- ພຣະອາຈານ: ໂອ...ຄົນຫວຽດນາມກະເຂົ້າວັດຄືກັນ ເປັນຊາວພຸດ ຄືກັນກັບລາວນີ້ຕວາ ?
- ແມ່ອອກຜູ້ເປັນເມັຍ: ໂດຍ ຂ້ານ້ອຍເປັນຄົນໄທແດງ, ຢູ່ຫວຽດນາມ ໃກ້ໆກັບຊາຍແດນ ຊຽງຂວາງ.
- ພຣະອາຈານ: ໂອ...ໄທແດງ ຖືສາສນາຜີ ຫຼືສາສນາແຖນລະ.
- ແມ່ອອກຜູ້ເປັນເມັຍ: ໂດຍ...ຖືແຖນ ເວົ້າພ້ອມກັບເອົາມືຊີ້ຂຶ້ນເມືອຟ້າ.
- ພຣະອາຈານ: ອືມ໌...ບໍ່ແມ່ນຜີບໍ ?
- ແມ່ອອກຜູ້ເປັນເມັຍ: ໂດຍ...ແຖນ ຕ້ອງໄຫວ້ເມື່ອຮອດຍາມໄຫວ້.
- ພຣະອາຈານ: ໄຫວ້ຍາມໃດລະ ?
- ແມ່ອອກຜູ້ເປັນເມັຍ: ໄຫວ້ຍາມກຸດຈີນ ກຸດຫວຽດ.
- ພຣະອາຈານ: ອືມດີໆໆໆໆ ພໍ່ອອກເດລະ ?
- ພໍ່ອອກຜູ້ເປັນຜົວ: ປະທານໂທດ ຂ້ານ້ອຍເປັນຄົນຊົນເຜົ່າ ເກີດຢູ່ແຂວງຜົ້ງສາລີ.
- ພຣະອາຈານ: ເປັນຄົນຜົ້ງສາລີ ບໍ່ໄດ້ຖືສາສນາພຸດກ່ອນບໍລະ ?
- ພໍ່ອອກຜູ້ເປັນຜົວ: ພໍ່ແມ່ພາຖື ຂ້ານ້ອຍ.
- ພຣະອາຈານ: ມີວັດບໍລະ ຜົ້ງສາລີນັ້ນ.
- ພໍ່ອອກຜູ້ເປັນຜົວ: ມີຂ້ານ້ອຍ ແຕ່ຂ້ານ້ອຍໜີຈາກຜົ້ງສາລີເຫິງແລ້ວ ໄປຢູ່ຫຼາຍບ່ອນ ຍ້ອນຄວາມທຸກຄວາມຍາກ ບໍ່ເຄີຍເຂົ້າວັດຈັກເທື່ອ.
- ພຣະອາຈານ: ດຽວນີ້ ອາຍຸຈັກປີແລ້ວ ?
- ພໍ່ອອກຜູ້ເປັນຜົວ: ປະທານໂທດຂ້ານ້ອຍ ອາຍຸ 53 ປີ, ເພິ່ນ (ງວາກໜ້າໄປຫາເມັຍ) 48-49 ແມ່ນບໍ ?
- ແມ່ອອກຜູ້ເປັນເມັຍ: ໂດຍ 48-49 ນີ້ແລ້ວ.
- ພຣະອາຈານ: ມາຢູ່ວຽງຈັນຈັກປີແລ້ວນີ້ ?
- ພໍ່ອອກຜູ້ເປັນຜົວ: ຂ້ານ້ອຍມາແຕ່ 1980.
- ແມ່ອອກຜູ້ເປັນເມັຍ: ມາກ່ອນປົດປ່ອຍ ຂ້ານ້ອຍບໍ່ຈື່ປີ ມາແຕ່ຍັງນ້ອຍໆ ບໍ່ຮູ້ຄວາມ ພໍ່ແມ່ພີ່ນ້ອງມາໝົດ.
- ພຣະອາຈານ: ຕົກລົງເປັນຄົນຫວຽດ ຫຼືເປັນໄທແດງລະ ?
- ພໍ່ອອກຕອບແທນ: ພໍ່ເພິ່ນເປັນຫວຽດ ແຕ່ແມ່ເພິ່ນເປັນໄທແດງ.
- ພຣະອາຈານ: ຄົນຢູ່ບ້ານເກີດ ເປັນເວົ້າໄທແດງໝົດບໍ ?
- ແມ່ອອກ: ແຕ່ຍັງນ້ອຍເວົ້າໄທແດງໝົດ, ແຕ່ດຽວນີ້ບໍ່ຮູ້ ບໍ່ໄດ້ເມືອຈັກເທື່ອ.
- ພຣະອາຈານ: ເອົາລະ ເຂົ້າໃຈແລ້ວ ຢາກຖາມວ່າມາຫາພຣະອາຈານມີເລື່ອງຫຍັງໃຫ້ຊ່ວຍບໍ ?
- ແມ່ອອກ: ຂ້ານ້ອຍ ຢາກມາເຮັດພາເຂົ້າທິບ ຊິເຮັດມືໃດດີ ? ເວລາໃດ ?
- ພຣະອາຈານ: ເລືອກເອົາ ວັນສຸກ 8 ຄໍ່າ ເອົາເຊົ້າຫຼືເພນລະ ?
- ແມ່ອອກ: ສຸດແລ້ວແຕ່ອາຈານ ຊິໃຫ້ເຮັດຕອນໃດ ?
- ພຣະອາຈານ: ເອົາ...ຕອນເຊົ້າເດີ...ມາຮອດນີ້ 7 ໂມງເຊົ້າ.
- ແມ່ອອກ: ແຕ່ງຫຍັງມາແນ່ ຂ້ານ້ອຍ.
- ພຣະອາຈານ: ກະແຕ່ງພາເຂົ້າທິບຫັ້ນແລ້ວ ມື້ນັ້ນມີຍາກໂຍມມາຕັກບາດ ກໍແຕ່ງເຄື່ອງໃສ່ບາດມາພ້ອມກະໄດ້.
- ແມ່ອອກ: ຂອງກິນເດ ຂ້ານ້ອຍ ເອົາຫຍັງແນ່ ?
- ພຣະອາຈານ: ອັນນັ້ນສຸດແລ້ວແຕ່ແມ່ອອກເດີ ຢາກເອົາຫຍັງກະໄດ້ ກໍຄືຂອງທີ່ພຣະສັນໄດ້ຫັ້ນແລ້ວ (ຄວາມຈິງ ພຣະເຮົາກໍານົດປະເພດ ອາຫານບໍ່ໄດ້ດອກແມ່ອອກ ເຮົາຢາກເຮັດຫຍັງກະສຸດແລ້ວ ຖາມພຣະບໍ່ໄດ້) ພຣະອາຈານຫົວ 5555 ຢ່າໄປຖາມພຣະໃດເດີ.
- ພໍ່ອອກ ແມ່ອອກພາກັນຕອບຮັບ: ໂດຍ, ພວກຂ້ານ້ອຍບໍ່ຈັກເຮັດອີຫຼື ບໍ່ເຄີຍແທ໊ໆ ຂ້ານ້ອຍ.
- ພຣະອາຈານ: ດີໆໆໆໆ ບໍ່ເຄີຍ ແຕ່ກໍຢາກເຮັດນໍ ?
- ແມ່ອອກຜູ້ເປັນເມັຍ: ໂດຍ...ມີຄົນມາບອກໃຫ້ເຮັດ.
- ພຣະອາຈານ: ແນ໊ະ...ໃຜມາບອກໃຫ້ເຮັດອີກລະ ?
- ແມ່ອອກ: ໂດຍຂ້ານ້ອຍ ມີຜູ້ເຖົ້າສັກໄມ້ເຖົ້າຫຼັງກົ່ງໆໆ ຈູງຫຼານນ້ອຍ ເຂົ້າມາໃນຮ້ານ ບອກຂ້ານ້ອຍໆ ວ່າໃຫ້ໄປເຮັດບຸນ, ເຮັດພາເຂົ້າທິບ, ເຮັດພາເວນ ຢູ່ວັດເບື້ອງຕາເວັນອອກ ຂ້ອງພຣະທາດຫຼວງ ເປັນວັດສອກຫຼິ້ກ ໄປຫາອາຈານພາເຮັດ ຊີ້ມືມາແຖວວັດອາຈານພຸ້ນ.
- ພຣະອາຈານ: ເອົາອີກແລ້ວນໍ ພໍ່ອອກນັ້ນມາແຕ່ໃສ, ຮຸ້ເຂົາບໍ ?
- ແມ່ອອກ: ຂ້ານ້ອຍຖາມເພີ່ນວ່າ ເພິ່ນມາຈາກອັດຕະປື.
- ພຣະອາຈານ: ໂຮ...ມາໃກ ເຂົາມວ່າຈັກໃດ ?
- ແມ່ອອກ: ຂ້ານ້ອຍຂາຍເຄື່ອງຢູ່ຮ້ານ, ມີລູກຄ້າຫຼາຍຄົນເຂົ້າມຊື້ຂອງ ເຫັນຜູ້ເຖົ້າໜັງຫ່ຽວໆ ມືໜຶ່ງຖືຄ້ອນເທົ້່າ ມືໜຶ່ງຈຸງຫຼານ ມາທ້ວງຂ້ານ້ອຍວ່າ ອີນາງມຶງຊວຍແທ້ ນໍປີນີ້ ໃຫ້ມຶງໄປເຮັບບຸນເດີ ເຮັດພາເຂົ້າທິບ, ສູດລົດນໍ້າ, ໄປວັດເບື້ອງຕາເວັນອອກພຸ້ນ ເປັນວັດທີ່ຢູ່ຊອກຫຼິ້ກ ຊີ້ມືມາທາງວັດພຣະອາຈານພີ້ ຂ້ານ້ອຍເຂົ້າໃຈໂລດວ່າແມ່ນວັດອາຈານ.
- ພຣະອາຈານ: ແລ້ວເຂົາວ່າ ຈັ່ງໃດຕໍ່.
- ແມ່ອອກ: ຂ້ານ້ອຍໄດ້ແຕ່ຕົກໃຈ, ພໍ່ເຖົ້າຄືຊິຮູ້ວ່າຂ້ານ້ອຍຕົກໃຈ ເຂົາກໍຢ່າງເຂົ້າມາເອົາມືລູບຫຼັງຂ້ານ້ອຍ ແລ້ວເວົ້າວ່າຢ່າຕົກໃຈ, ອີ່ພໍ່ມາບອກໃຫ້ລູກເຮັດບຸນຊື່ໆ ອີນາງບໍ່ເຄີຍເຮັດບຸນຈັກເທື່ອໃນຊີວິດນີ້, ອີນາງປຸກເຮືອນໃໝ່ແມ່ນບໍ ? ຂ້ານ້ອຍກໍງົງເລີຍ ວ່າຈັ່ງໃດ ເຂົາຈຶ່ງຮູ້ວ່າຂ້ານ້ອຍປູກເຮືອນໃໝ່, ແລ້ວເຂົາກໍບອກວ່າ ໃຫ້ພາລູກພາຜົວໄປເຮັດບຸນ ຈະດີເອງ.
- ພຣະອາຈານ: ໂອ...ມີຄືກັນເນາະແບບນີ້, ແມ່ອອກປຸກເຮືອນໃໝ່ແທ້ບໍລະ ?
- ພໍ່ອອກຜູ້ເປັນຜົວ: ໂດຍ ຂ້ານ້ອຍ ແມ່ນແທ້.
- ພຣະອາຈານ: ແລ້ວພໍ່ເຖົ້ານັ້ນ ວ່າຈັງໃດຕໍ່ ?
- ແມ່ອອກ: ມີຄົນເຂົ້າມາໃນຮ້ານຫຼາຍ ໃຜໆກໍມາໃຫ້ເພິ່ນເບິ່ງໃຫ້ ແຕ່ເພິ່ນບໍ່ເບິ່ງ ຮີບຈູງມືເດັກນ້ອຍຢ່າງໜີ ຂ້ານ້ອຍເອົາເງິນ 100.000 ໃຫ້ເພິ່ນ, ເພິ່ນກະບໍ່ເອົາ ມີແຕ່ບອກຂ້ານ້ອຍວ່າ ໃຫ້ອີນາງຟ້າວໄປເຮັດບຸນເດີ ແລ້ວກະຢ່າງໜີໄປທາງໃນເມືອງໄປໄວໆແທ້ໄວວ່າ ບໍ່ໜ້າເຊື່ອວ່າ ຜູ້ເຖົ້າປະມານ 70 ປີຈະຢ່າງໄວຂະໜາດນັ້ນ, ຂ້ານ້ອຍແລ່ນນໍາ ໄກເຕີບຈຶ່ງທັນ ຈົກເງິນໃຫ້ເພິ່ນ ຊິໂຕນເພິ່ນ ຂ້ານ້ອຍຈົກໃຫ້ 200.000 ກະບໍ່ເອົາ ມີແຕ່ເວົ້າວ່າ ໃຫ້ໄປເຮັດບຸນ ຂ້ານ້ອຍເລີຍຊື້ ໝາກພ້າວຫອມທີ່ຂາຍຢູ່ແຄມທາງ ໃຫ້ເພິ່ນ 2 ໜ່ວຍ ເພິ່ນຈຶ່ງເອົາ.
- ພຣະອາຈານ: ໂອ...ຈັ່ງຊີ້ກະມີເນາະ...ເອົາຈັ່ງຊີ້ 8 ຄໍ່າ ຈຶ່ງມາເດີ.
- ທັງຜົວ ແລະເມັຍ ກໍວ່າ: ໂດຍ ແລະຖາມອາຈານວ່າ ຢາກໄດ້ຄວາມຢາດນໍ້າ ແລະຄວາມໄຫວ້ພຣະ, ອາຕະມາ ກໍເອົາຄວາມໄຫວ້ ພຣະຫຍໍ້ໆໃຫ້ ແລະອາທິບາຍວິທີຢາດນໍ້າ ແລະຄໍາຫຍາດນໍ້າໃຫ້ຜົວເມັຍທັງສອງຟັງ ຢ່າງລະອຽດ ແລ້ວກໍບອກເຂົາຮັບພອນ, ທັງສອງກໍພາກັນ ຂາບລົງແລ້ວກໍລາອາຈານຈະກັບ ລຸກຂຶ້ນແລ້ວຢ່າງໄຂປະຕູແກ້ວ ແລ້ວອາຕະມາກໍຈະລຸກຕາມເຂົາໄປສົ່ງເຂົາ, ທັນໃດນັ້ນ ແມ່ອອກຜູ້ເປັນເມັຍກໍກັບ ເຂົ້າມາຄືນແລ້ວເວົ້າວ່າ ຫຼົງຄາວໄປ ຂ້ານ້ອຍເກືອບລືມ ທັງຜົວທັງເມັຍ ກໍກັບເຂົ້າມານັ່ງທີ່ເດີມ ແລ້ວເວົ້າວ່າ.
- ແມ່ອອກ: ຜູ້ເຖົ້າຫັ້ນມາບອກຂ້ານ້ອຍມື້ຊືນ ແຕ່ວານີ້ຄາວຽກ ຈຶ່ງບໍ່ໄດ້ມາຕົກກາງຄືນເມື່ອຄືນນີ້ ຂ້ານ້ອຍກໍຝັນເຫັນຜູ້ເຖົ້ານັ້ນອີກ.
- ພຣະອາຈານ: ຝັນວ່າຈັ່ງໃດ ?
- ແມ່ອອກ: ຝັນວ່າ ເຂົາມາທີ່ເຮືອນຂ້ານ້ອຍ ແລ້ວມາບອກໃຫ້ຂ້ານ້ອຍ ມາສູດນໍ້າມົນ ແລະເຮັດພາເຂົ້າທິບເໝືອນເດີມ.
- ພຣະອາຈານ: ຫະ...ຝັນ ຫຼືເປັນເລື່ອງຈຶງ.
- ແມ່ອອກ: ມື້ຊືນຫັ້ນເລື່ອງຈິງ ແຕ່ມື້ຄືນນີ້ແມ່ນຝັນ.
- ພຣະອາຈານ: ເຂົາມາເຮືອນແມ່ອອກຢູ່ໃສ ?
- ແມ່ອອກ: ຕອນເຂົາໄປຫາແມ່ນຢູ່ຮ້ານ ແຕ່ຕອນຝັນແມ່ນຢູ່ເຮືອນ ເຂົາເຂົ້າມາເຮືອນແລ້ວ ກໍທ້ວງເຮືອນຂ້ານ້ອຍວ່າ ເຮືອນນີ້ເປື້ອນແທ້, ທັງໆທຮາເປັນເຮືຶອນໃໝ່ ແລະສະອາດຢູ່ ໃຫ້ຜົວມຶງພາໄຫວ້ພຣະສູດມົນແນ່, ຜົວມຶງບໍ່ລໍ້າລິລໍ່າໄລ ນໍາເຮືອນນໍາຊານ ປະຮີດປະຄອງ ແລະບໍ່ໄຫວ້ພຣະສູດມົນ, ໃຫ້ຜົວມືງໄປຂໍຄໍາໄຫວ້ພຣະ ກັບອາຈານຢູ່ວັດນັ້ນ ແລ້ວພາກັນເຮັດ ເຂົາເວົ້າແລ້ວກໍຊີ້ມີ ມາທາງຕາເວັນອອກ ກໍປາກວ່າ ວັດນັ້ນໆໆໆໆ ມືຂອງຜູ້ເຖົ້າຍາວອອກ ຈົນເຖິງຍອດວັດອາຈານ ຂ້ານ້ອຍຢ້ານກະຮ້ອງເຫຼີໃຫຼ ຈົນຜົວຂ້ານ້ອຍຕື່ນ ແລະເລົ່າໃຫ້ຜົວຂ້ານ້ອຍຟັງ ຈຶ່ງພາກັນມາແຕ່ເຊົ້າ, ບາດຂ້ານ້ອຍມາເຫັນ ຍອດວັດອາຈານແລ້ວ ເໝືອນໃນຄວາມຝັນນັ້ນເລີຍ.
- ພຣະອາຈານ: (ນຶກໃນໃຈ-ເອ..ແປກໆໆ) ເຂົາມານໍາໃຜ ?
- ແມ່ອອກ: ໃນຝັນເຂົາສັກຄ້ອນເທົ້າ ຈູງຫຼານເໝືອນເດີມ, ໃນຄວາມຝັນ ຂ້ານ້ອຍຖາມວ່າ ພໍ່ເຖົ້າມາຈາກໃສ ? ເຂົາຕອບວ່າມາຈາກອັດຕະປື.
- ພຣະອາຈານ: ອືມ໌....ເມື່ອມີຄົນມາບອກເຮັດ ກະເຮັດຫັ້ນຕິ ດີແລ້ວເດ ເຂົາມາບອກໃຫ້ເຮັດບຸນ..ເອົາເຮັດໆໆ ວັນແປດຄໍ້າມາໂລດ 7 ໂມງໃດລະ ຈຶ່ງທັນໝູ່.
-------------------------
- ທັງໝົດນີ້ ແມ່ນຄໍາສົນທະນາລະຫວ່າງຜູ້ຂຽນ ກັບສອງຜົວເມັຍ ມືເຊົ້ານີ້, ຈິງບໍ່ຈິງໃຫ້ໃຊ້ພິຈາຣະນາຍານຂອງທ່ານຕັດສິນເອງ, ຜູ້ຂຽນ ຄັດສັນແຕ່ບົດສົນທະນາອັນຈໍາເປັນມາເລົ່າໃຫຟັງ, ເພື່ອເປັນທັມມະທານຊື່ໆ ແລະສະຫຼຸບວ່າ ຄົນເຖົ້າຄົນນັ້ນແມ່ນໃຜກັນແທ້ ? ຖ້າວ່າ ພໍ່ອອກສອງຄົນນີ້ເວົ້າມາເປັນຄວາມຈິງ ກໍຖືວ່າເປັນເລື່ອງແປກ ແຕ່ຖ້າແມ່ອອກນີ້ບໍ່ໄດ້ວ່າຄວາມຈິງ ເປັນຫຍັງຈຶ່ງມາຫາອາຈານທີ່ວັດ ຖາມຂໍໜັງສືໄຫວ້ພຣະ ແລະເປັນຫຍັງເຂົາ ຈຶ່ງກະສັນຢາກທຳບຸນທັງໆ ທີ່ບອກວ່າບໍ່ເຄີຍທໍາບຸນ ເພາະຖືສາສນາແຖນ ມີແຕ່ເສັ້ນໄຫວ້ ? ແລ້ວກັບມາຖາມວ່າ ຄົນເຖົ້ານັ້ນເປັນຜີບໍ ? ເປັນຄົນບໍ ? ເປັນຄົນ ເປັນຫຍັງ ຈຶ່ງໄປເຂົ້າຄວາມຝັນຍິງຄົນນັ້ນໄດ້ ໃນວັນທີສອງຈາກເຫດການຈິງເກີດຂຶ້ນແລ້ວ, ທັງໃນຄວາມຝັນ ແລະຄວາມຈິງ ຜູ້ເຖົ້າຄົນນັ້ນ ໄດ້ບອກແມ່ອອກວ່າເຂົາມາຈາກອັດຕະປື, ຫຼືວ່າເຖົ້າຄົນນີ້ເປັນຜີ ອາຕາມາວ່າ ຄັນເປັນຜີ ພໍ່ເຖົ້າຄົນນັ້ນ ຄົງຊິບໍ່ບອກໃຫ້ແມ່ຍິງ ຄົນນັ້ນໄປທໍາບຸນດອກ ຄົງຈະໃຫ້ໄປໄຫວ້ ແລະບູຊາຜີແນ່ນອນ ເພາະແມ່ຍິງຄົນນີ້ກໍຖືແຖນ ແລະຜີຢູ່ແລ້ວ ຫາກພໍ່ເຖົ້າຄົນນີ້ ບໍ່ແມ່ນຄົນ ກໍຄົງເປັນເທວະດາເທົ່ານັ້ນ.
-------------------------------------------
- ຂໍ້ມູນເພິ່ມຕື່ມ: ຜົວຊື່ສີມ້າວ, ເມັຍຊື່ວັນນາ
- ວັນສຸກ 8 ຄໍ່າ ເຂົາຈະມາເຮັດບຸນ

ສືບ​ທອດ​​ປະ​ເພນີ​ບຸນ​ອອກພັນ​ສາ​ ປະວາ​ຣະ​ໃຫ້ທົ່ວ​ປວງ​ຊົນ

ສືບ​ທອດ​​ປະ​ເພນີ​ບຸນ​ອອກພັນ​ສາ​ ປະວາ​ຣະ​ໃຫ້ທົ່ວ​ປວງ​ຊົນພຣະ
ຄຣູ​ເນືອງ​ພິລັກ ​ໂຊຕິ​ທອນ

-ວັນສຸກ ວັນທີ 26 ເດືອຕຸລາ ປີ 2007 ທີ່​ຈະ​ມາ​ເຖິງ​ນີ້ ກົງ​ກັບ​ຂຶ້ນ 15 ຄ່ຳ, ​ເດືອນ 11 ປີ ພສ. 2550 ປີ​ຈໍ(ປະຕິທິນ​ທາງ​ຈັນທະ​ຣະຄະຕິ, ພຣະພິກ​ຂຸ​ສົງ​ໃນ​ພຣະພຸດທະສາສນາ​ທົ່ວ​ໂລກ, ຈະ​ໄດ້​ທຳ​ພິທີ​ກັມ​ອອກ​ພັນ​ສາ, ປະວາຣະນາ​ກັມ, ​ໂດຍ​ສະ ເພາະ​ພຣະສົງ​ລາວ​ທົ່ວ​ປະ​ເທດກໍ​ໄດ້​ສືບ​ຕໍ່​ປະຕິບັດ​ຮີດຄອງ​ທາງ​ພຣະພຸດທະສາສນາ, ​ເຊິ່ງ​ເປັນ​ພຸດ​ທາ​ນຸຍາດ​ນີ້​ຢ່າງ​ຖ້ວນ​ໜ້າ ​ໂດ​ຍບໍ່​ມີ​ຂໍ​ຍົກ​ເວັ້ນ ​ເຖິງ​ແມ່ນ​ວ່າ​ບ​້ານ​ເມືອງ​ຈະ​ຢູ່​ໃນ​ພາວະ​ໃດ​ກໍ​ຕາມ, ພຣະພິກຂຸ​ສົງ​ລາວ​ບໍ່​ເຄີຍ​ຖິ້ມ​ປະລະ​ເລີຍ ກິ​ດຈະ​ວັດ​ຂອງ​ຕົນ ຍິ່ງ​ບ້ານ​ເມືອງ​ກຳລັງ​ພັດທະນາ​ສ້າງສາຍິ່ງ​ໃນປັດຈຸບັນ​ນີ້ ພຣະພິກຂຸສົງ ກໍຄື​ຍາດ​ໂຍມ​ລາວ ຍິ່ງ​ຕັ້ງໜ້າ​ປະຕິບັດ ຄຸນງາມ​ຄາມ​ດີ ​ແລະ​ສ້າງ​ບຸນ​ກຸສົນ​ຢ່າງ​ຈູບ​ຈ້າວ​ຫ້າວຫັນ, ​ໃນ​ປີ​ນີ້ ການ​ເຮັດບຸນ​ປະ​ເພນີ​ອອກ​ພັນ​ສາ ປະວາຣະນາ ກໍ​​ໄດ້​ເຮັດ ຄື​ປີ​ກ່ອນໆ​ຜ່ານ​ມາ ສິ່ງ​ທີ່​ແຕກ​ຕ່າງ​ແນ່ ກໍ​ຄື​ສິ່ງ​ຂ​ອງທີ່​ນຳ​ມາ​ເຮັດ​ອາດ​ປ່ຽນ​ໄປ.ບຸນ​ໃນ​ທາງ​ພຣະພຸດທະສາສນາທັງ​ຫຼາຍ​ແມ່ນ​ຖືກ​ປະຕິບັດ​ຂຶ້ນ​ຕາມ​ພຸດທະ​ປະສົງ ທີ່​ມາ​ຈາກ​ພຸດ​ທະ​ບັນຍັດ​ແນ່, ພຸດທະ​ດຳ​ຣັດ​ແນ່, ​ເຊິ່ງພຣະ​ພຸດທະອົງ​ຊົງ​ມີ​ພຸດ​ທານຸຍາດ​ໄວ້, ​ແລ້ວ​ສືບ​ຕໍ່​ປະຕິບັດ​ມາ​ບໍ່​ໄດ້​ຂາດ ​ແລ້ວ​ປະສົມ​ປະສານ​ກັບຈາຮີດ, ປະ​ເພນີ​, ຂະໜົບທຳນຽມ ສືບ​ຕໍ່​ປະຕິ​ບັດ​ຢ່າງ​ບໍ່​ລົດ​ລະ ຈົນ​ກໍ່​ເກີ​ດກາຍ​ເປັນ​ວັດທະນະ​ທັມ​ທີ່​ມີ​ເອກະລັກ, ສັນຍາ​ລັກ​ຂອງ​ຊາ​ສັງຄົມທີ່​ມີ​ເອກລາດ, ສຳລັບ​ຊາວ​ລາວ​ເຮົາ​​ແລ້ວ ​ເປັນ​ປະ​ເທດ​ພຣະພຸດທະສາສນາ​ແມ່​ແຕ່​ກຳ​ເນີ​ດຊາດ, ວັດທະ ນະ​ທັມ​ສ່ວນ​ໃຫຍ່ຂອງ​ລາວ ຈຶ່ງ​ໄດ້​ພັດທະນາ​ມາ​ຈາກ​ແນວທາງ​ຄຳ​ສອນ​ຂອງ​ພຣະພຸດທະສາສນາ, ຈະ​ເວົ້າວ່າພຣະພຸດທະ ສາສນາ ​ເປັນ​ພື້ນຖານ​ຂອງ​ວັດທະນະ​ທັມ​ລາວ​ກໍ​ຍ່ອມ​​ເວົ້າ​ໄດ້​ຢ່າງ​ທະ​ນົງ​ອົງອາດ.ບຸນ​ອອດ​ພັນ​ສາ ປະວາຣະນາ ​ຖື​ວ່າ​ເປັນ​ວັດທະນະ​ທັມ​ຂອງ​ຊາວ​ພຸດ​ລາວ, ການ​ອອກ​ພັນ​ສາ​ປີ​ນີ້ ກໍ​ເໝືອນ​ກັບ​ປີ​ກ່ອນໆ​ຜ່ານມາ ການ​ປະຕິບັດ​ຍ່ອມ​ເປັນ​ໄປ​ຕາມ​ພຣະທັມມະ​ວິ​ໄນ​ແນ່ ທາງ​ພຣະພຸດທະສາສນາ​ເປັນ​ຫຼັກ​ ​ແລະ​ເປັນ​ໄປ​ຕາມ ປະ​ເພນີ​ວັດທະນະ​ທັມ​ດ້ວຍ, ບຸນ​ອອກ​ພັນ​ສານັ້ນ ​ເປັນ​ທັງ​ບຸນ​ພິທີ ​ແລະ​ກັມ​ພິທີ ຄຳ​ວ່າ​ບຸນ​ພິທີ ກໍ​ຄື​ພຣະສົງ ​ແລະ​ອອກ​ຕົນ​ຍາດ​ໂຍມ ​ໄດ້​ປະຕິບັດ​ດ້ວຍ​ການ​ໃຫ້​ທານ, ຮັກສາ​ສິນ ​ແລະ​ຈະ​ເຣີນ​ເມ​ຕຕາ​ພາວະນາ, (ທານ​, ສິນ, ພາວະນາ) ສ່ວນ​ທີ່​ວ່າ​ກັມ​ພິທີ​ນັ້ນ, ​ແມ່ນ​ວ່າ​ພຣະສົງ ຈະ​ຕ້ອງ​ໄດ້​ເຮັດ​ເປັນ​ສັງຄະກັມ ທີ່​ມີ​ມາ​ໃນ​ພຣະວິນັຍ ທີ່​ພຣະພຸດທະອົງ​ບັນ​ຍັຕ​ແລ້ວ, ​ເຮັດບຸນ​ອອກ​ພັນ​ສາ​ຈຶ່ງ​ເປັນ​ພິທີກັມ​ຂອງ​ຄະນະ​ສົງ ​ທີ່​ຖືກ​ປະຕິບັດ​ໃນ​ດິນ​ລາວ​ມາ​ແລ້ວ​ຫຼາຍ​ກວ່າ​ສອງ​ພັນ​ປີ ນັບ​ແຕ່​ພຣະພຸດທະ ສາສນາ​ເຂົ້າມາ​ສູ່ດິນ​ແດນ​ຕອນ​ນີ້​ໃນ​ສະ​ໄໝ​ອານາຈັກ​ສີ​ໂຄດ​ຕະບອງ, ​ແລະ​ເມື່ອ​ພຣະ​ເຈົ້າຟ້າ​ງຸ່ມ​ມະຫາຣາຊ​ໄດ້​ສ້າງຕັ້ງອາ ນາຈັກ​ລ້ານ​ຊ້າງ​ສຳ​ເຣັດລົງ​ແລ້ວ ພຣະອົງ​ກໍ​ໄດ້​ນິມົນ​ພຣະສັງ​ຄະ​ທູດ​ມາ​ສືບ​ທອດ​ພຣະພຸດທະສາ​ສນາ​ໃນ​ອານາຈັກ​ລ້ານ​ຊ້າງ ກໍ​ນັບ​ແຕ່​ປີນັ້ນມາ​ເລີຍ ທີ່​ໄດ້​ມີ​ການ​ເຮັດບຸນ​ເຂົ້າພັນ​ສາ​ຢ່າງ​ເປັນ​ທາງ​ການ​ໃນ​ອານາ​ຈັກ​ລ້ານ​ຊ້າງ ​ເພາະ​ຄຳ​ວ່າ​ເຂົ້າພັນ​ສາ ​ແລະ​ອອກ​ພັນ​ສາ​ນີ້ ​ຫາກ​ແມ່ນ​ມີ​ພຣະສົງ​ຢູ່​ທີ່​ໃດ ກໍ​ຍ່ອມ​ຖືກ​ປະຕິບັດ​ຢູ່​ທີ່​ນັ້ນ, ບໍ່​ໄດ້​ຍົກ​ເວັ້ນ ຫຼື​ເລື່ອນ​ມື້​ວັນ​ທັນ​ຍາມ ຫຼື​ວ່ປີ​ນີ້​ເຂົ້າຢາກ​ໝາກ​​ແພງ​ບ້ານ​ເມືອງ​ບໍ່​ສະຫງົບ​ສຸກ​ແລ້ວ​ຍົກ​ເລີກ​ບຸນ​​ເຂົ້າພັນ​ສາ ອອກ​ພັນ​ສາ​ປະ​ວ່າຣະນາ​ ​ຫຼື​ຍົກ​​ເວັ້ນພຣະສົງ​ອົງ​ເຈົ້າຜູ້​ໜຸ່ມ ຜູ້​ເຖົ້າຕອ້ງຍົກ​ເວັນ ດ່ັງ​ນີ້, ໝາຍ​ຄວາມ​ວ່າ​ພຣະສົງ​ທຸກ​ອົງ​ຕ້ອງ​ປະຕິບັດ​ກິດຂອງ​ສົງນີ້ສະ​ເໝີ​ກັນ, ​​ແລະ​ບຸນ​ອອກ​ພັນ​ສາ​ປະວາຣະນາ​ນີ້ ​ຍັງ​ໄດ້​ປາກົດ​ເຫັນ​ໃນ​ຮີດ 12 ຄອງ​ສິບ​ສີ່​ ທີ່​ບັນພຣະບູຣຸດລາວ​ໄດ້​ວາງ​ໄວ້​ເປັນ​ບັນທັດຖານ ​ໃຫ້​ລູກ​ຫຼານ​ລາວ​ສືບ​ຕໍ່​ປະຕິບັດ​ຈົນ​ກາຍ​ເປັນ​ປະ​ເພນີ​ສຳຄັນ​ຂອງ​ສັງຄົມ​ລາວ.ຄຳ​ວ່າ​ອອະ​ພັນ​ສາ ໝາຍ​ເອົາ​ວັນ​ສິ້ນສຸ​ດການ​ຈຳ​ພັນ​ສາ​ຕລອດ​ໄຕຣມາດ ຂອງ​ພຣະສົງ​, ຄື​ໃນ​ວັນ​ຂຶ້ນ 15 ຄ່ຳ ​ເດືອນ 11 ຂອງ​ທຸກໆ​ປີ, ສ່ວນ​ວັນ​ດຽວ​ກັນນັ້ນ ຍັງ​ມີ​ພຸດ​ທະ​ບັນຍັດ​ໄວ້​ອີກ​ວ່າ ​ໃຫ້​ເປັນ​ວັນ​ປະວາຣະນາ ຫຼື​ຮຽກກັນ​ຢ່າງ​ໜຶ່ງ​ວ່າ​ວັນ​ມະຫາ​ສັງຄະປະວາຣະນາ ອີກ​ພິທີ​ຫັມໜຶ່ງ ຖື​ວ່າ​ວັນ​ດຽວ​ມີ 2 ພິທີກັມ.ປະຫວັດ​ຄວາມ​ເປັນ​ມາ ຂອງ​ວັນ​ອອກ​ພັນ​ສາ ຖື​ວ່າ​ເປັນ​ວັນ​ສິ້ນ​ສຸດ​ຂອງ​ການ​ຈຳ​ພັນ​ສາ ຂອງ​ພຣະພິກຂຸ​ສົງ ທີ່​ອະທິຖານ​ເຂົ້າພັນ​ສາ​ຮ່ວມ​ກັນ ​ຢູ່​ໃນ​ອາວາດ, ວັດ ​ແລະ​ສະຖານ​ທີ່​ໃດ​ໜຶ່ງ​ທີ່​ພຣະພິກຂຸ​ສົງ​ອະທິຖານ​ຈຳ​ພັນ​ສາຄົບ 3 ​ເດືອນ ​ຕາມ​ພຸດ​ທາ​ນຸຍາດ​ກໍ​ອອກ, ​ໄປ​ຕາມ​ຣະດູ​ການ, ຄຳ​ວ່າ​ພັນ​ສາ ໝາຍ​ເຖິງຣະດູ​ຝົນ​ດ ບາງ​ຄັ້ງກໍ​ຮຽກ​ວ່າ​ວັສສະ, ​ໃນ​ວັນ​ນີ້ ພຣະສົງ​ໄດ້ຮ່ວມກັນ​ເ​ປັນ​ໝູ່​ເປັນ​ຄະນະປະກອບ​ສັງຄະ​ນກັມ ​ໂດຍ​ການ​ກ່າວ​ອະນຸຍາດ ຫຼື​ກ່າວ​ກ່າວ​ອະນຸຍາດ ຫຼື​ສະ​ແດງ​ຄວາມ​ໄວ້​ວາງ​ໃຈ​ແກ່​ກັນ​ແລະ​ກັນ ​ໃຫ້​ວ່າ​ກ່າວ​ຕັກ​ເຕືອນ​ກັນ​ໄດ້ ​ໃນ​ເຣື່ອງລາວ​ກ່ຽວ​ກັນ​ຄວາມ​ປະພຶດ ຈະຣິຍະ​ວັດ​ຕ່າງໆ ນັບ​ແຕ່​ພຣະສັງຄະ​ເຖຣະ(ພຣະຜູ້​ໃຫຍ່ ຜູ້​ອາວຸ​ໂສ​ສູງ​ລົງ​ມາ) ຈົນ​ຮອດ​ພຣະນະ​ວະ​ກະ(ພຣະຜູ້​ພັນ​ສາ​ອ່ອນ) ຈະ​ສາ​ມາ​ວ່າ​ກ່າວ​ຕັກ​ເຕືອນ​ກັນ​ໄດ້, ຫຼື​ມີ​ຂໍ​ສົ່ງ​ໄສ​ເຊັ່ນ​ໃດ ກໍ​ສາມາດ​ຊັກ​ສ້ອມ​ຂໍ້​ສົງ​ໄສ​ກັນ​​ແລະ​ກັນໄດ້ ໂດຍ​ບໍ່​ຕ້ອງ​ເກງ​ອົກ​ເກງ​ໃຈ , ການ​ທຳ​ປະວາຣະນາ ຖື​ເປັນ​ສັງຄະ​ກັມ​ຊະ​ນິດ​ໜຶ່ງ ​ເໝືອນ​ກັນ​ກັບ​ການ​ບວດ, ການ​ລົງ​ອຸ​ໂປ​ສົດ ​ແລະ​ສາມາດ​ປະຕິບັດ​ແທນການ​ສູດ​ອຸ​ໂປ​ສົດ​ໄດ້ (ການ​ລຳດັບ​ທົບ​ທວນ​ພຣະວິ​ໄນ ຫຼື​ສີນ 227) ເຊິ່ງໄດ້ກະທຳທຸກໆວັນ 14-15 ຄ່ຳຂອງທຸກໆເດືອນຜ່ານມາ ໃນຮອບປີ.ການທຳສັງຄະປະວາຣະນານີ້ ມີຄວາມມຸ້ງໝາຍຢ່າງຈະແຈ້ງ ເຊິ່ງປາກົດໃນຄຳທີ່ສົງໃຊ້ປະວາຣະນາເຊິ່ງກັນ ແລະກັນ ດ່ັງນີ້.1. ເປັນກັມພິທີລົດຢ່ອນຜ່ອນຄາຍຄວາມຂຸ້ນເຄືອງຈິດໃຈ ທີ່ເກີດຈາກການຣະແວງສົງໃສກັນແລະກັນໃຫ້ໝົດສິນ ໄປ.2. ເປັນການປະສານຮອຍແຕກແຫງ ທີ່ເກີດຈາກການເວົ້າຈາປະຕິບັດ ມນຂະນະຢູ່ຮ່ວມກັນ ໃຫ້ມີໂອກາດປັບຕົວ ແລະຄືນດີກັນໄດ້ ໂດຍໃຫ້ຄະນະສົງປະກາດຄວາມເຂົ້າໃຈເຊິ່ງກັນແລະກັນດ້ວນຄວາມຈິງໃຈ.3. ເປັນທາງສ້າງເສີມຄວາມສາມັກຄີ ໃນໝູ່ຄະນະຢ່າງກົມກຽວໜຽວແໜ້ນ ຢູ່ຮ່ວມກັນຢ່າງສະໜິດອົກສະໜິດໃຈ.4. ເປັນແນວປະຕິບັດກໍ່ໃຫ້ເກີດຄວາມສະເໝີພາກກັນໃນການສະແດງອອກທາງຄວາມຄິດ ວ່າກ່າວຕັກເຕືອນກັນ ໄດ້ໂດຍບໍ່ໄດຈຳກັດຍົດ, ຊັ້ນ, ຕຳແໜ່ງ, ອາຍຸພັນສາ.5. ກໍໃຫ້ເກີດ “ພາລາດອນພາບ” ຮູ້ສຶກເປັນມິດຊິດເຊື້ອປາຖະໜາດີຕໍ່ກັນ ເອື້ອເຟື້ອອາທອນເຊິງກັນແລະກັນເປັນ ພື້ນຖານນຳໄປສູ່ພຶດຕິກັມອັນເພິ່ງປາຖະໜາ ທີ່ດີງາມເໝືອນກັນ.6. ຄະນະສົງ ຍ່ອມມີຄວາມສະເໝີກັນ 2 ຢ່າງຄື, ສີລະສະມັນຍະຕາ(ມີຄວາມສະເໝືພາບກັນໂດຍສິນ) ທິດຖີສະ ມັນຍະຕາ(ຄວາມເໝີພາບກັນໂດຍຄວາມຄິດເຫັນ) ອັນເປັນພຶດຕິກັມ ແລະຫຼັກປະຊາທິປະໄຕທາງຄະນະສົງ ຖດຍມີອົງສົມເດັດພຣະສັມມາສັມພຸດທະເຈົ້າໄດ້ວາງຮາກຖານໄວ້ແລ້ວ ໃຫ້ຈະເລີນງອກງາມສືບຕໍ່ໄປ.ອານິສົງຂອງການອອກພັນສານັ້ນ ສຳລັບ​ພຣະພິກຂຸ ກໍເນື່ອງມາດ້ວຍອານິສົງຂອງການຈຳພັນສານັ້ນເອງ, ຄື ພຣະພິກຂຸສົງຈຳພັນສາ 3 ເດືອນອະທິດຖານບໍ່ໄປນອນ​ທີ່​ອື່ນ ​ຈົນຄົບ​ໄຕ​ມາດ ຕາມ​ພຸດ​ທະ​ບັນຍັດ ທ່ານ​ມີ​ສິດ​ທີ່​ຈະ​ຈາຣີກ​ໄປ ​ພັກ​ນອນ​ແຮມ​ຄືນໃນ​ທີ່​ໃດໆ​ໄດ້ ບໍ່​ຜິດ​ພຸດ​ທະ​ບັນຍັຕ ​ແລະ​ຍັງ​​ໄດ້​ຮັບ​ອານິສົມ(ຜົນ​ດີ)ອີກ​ຄື​:1. ​ໄປ​​ໃສ​ບໍ່​ຕ້ອງ​ບອກ​ລາ. 2. ​ໄປ​​ໃສ​ບໍ່​ຕ້ອງ​ຖື​ຜ້າ​ໄປ​ໃຫ້​ຄົບ​ໄຕຣ​ໄດ້. 3. ລາບ​ທີ​່ອາ​ຈະ​ເກີ​ຂຶ້ນ​ທ່ານ​ຈະ​ມີ​ສິດ​ຮັບ​ເທົ່າ​ທຽບ​ກັບ​ພຣະພິຂຸ​ອື່ນ, 4. ມີ​ສິດທິ​ທ່ີ​ຈະ​ໄດ້​ຮັບ​ອະນຸ​ໂມທະນາ​ກະຖິນ ​ແລະ​ໄດ້​ຮັບ​ອານິສົງ ຄື​ໄດ້​ຮັບ​ການ​ຂະຫຍາຍ​ເວລາ​ຂອງ​ອານິສົງ​ນັ້ນອອກ​ໄປ​ອີກ 4 ​ເດືອນ.ຂ້ໍ​ທີ່​ວ່າ​ໄປ​ໃສ​ບໍ່​ຕ້ອງ​ບ​ອກລາ ໝາຍ​ຄວາມ​ວ່າ​ພຣະສົງ​ຢູ່​ກັນ​ເປັນ​ຄະນະ ຕ້ອງ​ຢູ່​ໃນ​ຄວາມ​ປົກຄອງ​ຂອງ​ສົງ, ​ເມື່ອ​ໄປ​ໃສ​ມາ​ໃສ ​ໃນ​ເວລາ​ຈຳ​ເປັນ​ປະຈຸ​ບັນ​ທັນ​ດ່ວນ​ບໍ່​ຈຳ​ເປັນ​ຕ້ອງ​ຄອບ​ລາຄະ​ນະ​ສົງ​ກໍ​ໄດ້.ຂໍ້​ທີ່​ວ່າ​ໄປ​ໃສ​ບໍ່​ຕ້ອງ​ຖື​ຜ້າ​ຄົບ​ໄຕຣ(ຄື ຜ້າ3 ຜືນ) ປົກກະຕິ​ຜ້າ​ທີ່​ພຣະພິກ​ສົງ​ສາມາດ​ເປັນ​ເຈົ້າຂອງ​ໄດ້(ຄື​ຄອງ) ມີ 3 ຜືນ ຮຽກ​ວ່າ​ຜ້າ​​ໄຕຣ(​ໄກ) ອັນ​ໄດ້​ແກ່​ຜ້າສະບົງ, ຜ້າຄຸມ ​ແລະ​ຜ້າສັງຄາ, ພຣະພິກຂຸ​ອົງ​​ໃດ​ຫາກ​ໄດ້​ອານິສົງ​ພັນ​ສາ​ແລ້ວ ​ໄປ​ນອນ​ວັນ​ຊັນ​ຂາ​ທີ່​ໃດ ບໍ່​ຕ້ອງ​ຖື​ຜ້າ​ຜືນ​ທີ 3 ​ໄປ​ດ້ວຍ​ກໍ​ໄດ້ ຄື​ຜ້າສັງຄາ​ນັ້ນ​ເອງ, ໝາຍ​ຄວາມ​ວ່າ​ຄຸມ​ປົກ​ປ່າ ຫຼື​ຄຸມ​ບ່ຽງ​ບ່າ​​ໄປ​ໃສ​ມາ​ໃສ ໄດ້​ເລີຍ, ບໍ່​ຕ້ອງ​ຄຸມ​ມັດ​ເອີກກໍ​ໄດ້, ຖື​ວ່າ​ບໍ່​ຜິດ​ຕາມ​ພຣະວິນັຍ​ບັນຍັດອັນ​ນີ້​ສຳຄັນ ສຳລັບ​ພຣະພິກຂຸ​ຜູ້​ຖື​ຜ້າຄອງ ບໍ່​ແມ່ນ​ຊິ​ຜູກ​ຕິດ​ແອວ​​ໄວ້ ​ເໝືອນ​ເຂົາ​ໃຈ​ກັນ.ຂໍ້​ທີ່​ວ່າ​ລາບ​ທີ່​ຈະ​ເກີດ​ຂຶ້ນ​ມີ​ສິດ​ໄດ້​ຮັບ ໝາຍວຄວາ​ມວ່າ ລາບ​ອັນ​ໃດ​ທີ່​ເກີດ​ແກ່​ຄະນະ​ສົງ​ນັ້ນ ພຣະພິກຂຸ​ອົງ​ທີ່​ມີ​ອານິສົງ​ພັນ​ສາ​ແລ້ວ ຍ່ອມ​ມີ​ສິດທິ​ໄດ້​ຮັບ ​ແມ່ນ​ແຕ່ພຣະພິກ​ອົງ​ນັ້ນ ບໍ່ໄດ້ຢູ່​ຮ່ວມ​ຮັບ ກໍຍ່ອມ​ໄດ້​ແບ່ງ​ລາບ​ໄວ້​ໃຫ້.ຂໍ້ທີ່​ວ່າ ມີ​ສິດທິ​ທ່ີ​ຈະ​ໄດ້​ຮັບ​ອະນຸ​ໂມທະນາ​ກະຖິນ ​ແລະ​ໄດ້​ຮັບ​ອານິສົງ ຄື​ໄດ້​ຮັບ​ການ​ຂະຫຍາຍ​ເວລາ​ຂອງ​ອານິສົງ​ນັ້ນອອກ​ໄປ​ອີກ 4 ​ເດືອນ, ໝາຍ​ຄວາມ​ວ່າ ພຣະພິກຂຸ​​ອົງ​ນັ້ນມີ​ສິດ​ທີ​ທີ່​ຈະ​ຕ້ອງ​ໄດ້ຢູ່​ອະນຸ​ໂມທະນາ​ກະຖິນ ​ໃນ​ເມື່ອ​ກະຖິນ​ເກີດ​ຂຶ້ນ​ແລ້ວ​ໃນ​ຄະນະ​ສົງ​ນັ້ນ ​ແລະ​ຍ່ອມ​ໄ້ດຮັບ​ອານິສົງ​ກະຖິນ​ນັ້ນຕາມ​ພຣະວິ​ໄນ​ບັນຍັດ ​ນອກຈາກ​ນັ້ນ ຍັງ​ໄດ້​ຂະຫຍາຍ​ເວລາ​ທີ່​ຈະ​ຮັບ​ອະ​ນິສົງ​ກະຖິນ​ນັ້ນ​ໄປ​ຮອດ​ເດືອນ 4 ​ເພັງ, ກໍໝາຍ​ຄວາມ​ວ່າ ອະ​ນິສົງ 5 ມຕິ​ກາ 8 ປະຣິ​ໂພດ 2 ນັ້ນ ພຣະພິກຂຸນັ້ນກໍ​ຈະ​ໄດ້​ຮັບ​ເໝືອນ​ກັນ ຖື​ເປັນຫຼັກ​ປະຊາທິປະ​ໄຕ ​ເຣື່ອງສັງຄະ​ບໍຣິ​ໂພ​ກ, ຂໍ້​ນີ້​ສຳຄັນ ມີ​ຄົນ​ເຂົ້າ​ໃຈ​ວ່າ ພຣະສົງ ອົງ​ທີ່​ຮັບ​ກະຖິນ​ແລ້ວ ບໍ່​ສາມາດ​ໄປ​ນອນ​ວັນ​ຊັນ​ຂາ​ທີ​ອື່ນ​ໄດ້​ນັ້ນ​ແມ່​ຖື​ວ່າ​ເຂົ້າ​ໃຈ​ຜິດ ​ເພາະວ່າ​ຄຳ​ວ່າ ອາ​ນິສົງ(ໝາຍ​ເຖິງ​ຜົນ​ດີ ຫຼື​ສິ່ງ​ທີ່​ເກື້ອ​ກູລຕໍ່​ຊີວິດ ບໍ່​ແມ່ນ​ຂໍ້​ຫ້າ​ມ ຫຼື​ສິ່ງ​ທີ່​ກີດ​ຂວາ​ງຂໍ້​ປະຕິບັດ) ດ້ວຍ​ເຫ​ດນັ້ນຈຶ່ງ​ຖື​ວ່າການ​ໄດ້​ຮັບ​ກະຖິນ​ແລ້ວ ຄື​ໄດ້​ຮັບ​ສິດ​ທີ​ພິ​ເສດ ດັ່ງ​ທີ່​ກ່າວ​ແລ່້ວ​ໃນ​ເບື້ອງ​ຕົ້ນ.ກິດຈະກັມທີ່ປະຕິບັດກັນ​ຂອງ​ຄະນະ​ສົງ ​ແລະ​ຄະລາວາດຍາດ​ໂຍມ ທີ່​ປະຕິ​ກັນ​ໃນ​ວັນ​ອອກ​ພັນ​ສາ ຄື:ໃນ​ວັນ​ຂຶ້ນ 15 ​ເດືອນ 111. ຕອນ​ເຊົ້າທຳບຸນ​ຕັກບາດ, ຖວາຍ​ພັດ​ຕາ​ຫານ ອຸທິດ​ສ່ວນ​ບຸນ​ສວ່ນກຸສົນ​ໄປ​ຫາ​ຍາຕິ ພີ່ນ້ອງ​ຜູ້​ທີ່​ລ່ວງ​ລັບ​ໄປ ​ແລະ​ສ້າງ​ບຸນ​ສ້າງ​ກຸສົນ​ເພື່ອ​ສ້າງ​ປາຣາະມີ​ໃຫ້​ແກ່​ຕົນ., ຕ​ອນສວຍ​ຮອດ​ຕອນ​ແລງ​ຖວາຍ​ຜ້າ​ຈຳນຳ​ພັນ​ສາ.2. ​ໄປວັດ​ຟັງ​ທັມມະ​ເທສນາ ​ເພ​ື່ອສະຫຼອງ​ສະຕິ​ປັນຍາ​ຫາ​ຄວາມ​ຮູ້​ເພື່ອ​ພັດທະນາ​ຊົນ​ວິດ​ຕົນ, ປະຕິບັດ​ທັມ ​ເພ​ື່ອ ຊຳຮະ​ໃຈ​ໃຫ້​ສະອາດ​ປາສະຈາ​ກິ​ເລດ.3. ​ໄປ​ແກ່​ດອກ​ໄມ້​ວຽນທຽນ ​ເພື່ອ​ນ້ອມ​ລະ​ນຶກ ຫຼື​ບູຊາ​ຄຸນ ພຣະພຸດ, ພຣະທັມ, ພຣະສົງ, ຄຸນ​ພໍ່, ​ຄຸນ​ແມ່ ​ແລະ​ຄຸນ​ບັນພຣະບູຣຸດຂອງ​ຊາດ.4. ​ໄປ​ໄຫຼເຮືອ​​ໄຟ ​ເພື່ອ​ບູຊາ​ຄຸນ​ນ້ຳ ​ແລະ​ເທ​ພະ​ດາ​ຜູ້​ຮັກສາ​ບ້ານ​ເມືອງ.ວັນ​ແຮມ 1 ຄ່ຳ​ເດືອນ 111. ທີ່​ວຽງ​ຈັນ ​ແລະ​ປາກ​ເຊ​ແມ່ນ​ເຮັດບຸນ​ຊ່ວງ​ເຮືອ.2. ບາງ​ທ້ອງ​ຖິ່ນ​ຕັກບາດ​ເທ​ໂວ ​ແລະ​ຕັກບາດ​ດອກ​ໄມ້ ການ​ທຳບຸນ​ຕັກບາດ​ເທ​ໂວ​ນີ້ ​ແມ່ນ​ຖື​ວ່າ​ເປັນ​ກາລະ​ທານ ​ເພາະ​ເຮັດ​ກັນ​ພຽງ​ຄັ້ງດຽວ​ຂອງ​ໜຶ່ງ​ປີດ ການ​ເຮັດບຸນ​ນີ້ ຖື​ວ່າ​ບູຊາ​ໃນ​ວັນ​ທີ່​ພຣະພຸດທະອົງ​ສະ​ເດັດ​ມາ​ຈາກ ​ເທວະ​ໂລກ ​“ຮຽກວ່າ​ວັນ​ເທ​ໂວ​ໂລຫະ​ນະ” ​ເຊິ​່ງພຣະພຸດທະອົງ​ໄດ້​ສະ​ເດັດ​ຂຶ້ນ​ໄປ​ຈຳ​ພັນ​ສາ​ໂຜດ​ພຸດທະ​ມານ​ດາ ທີ່​ສະ​ໄປ​ເກີດ​ເປັນ​ເທວະ​ບຸດ ​ຢູ່​ຊັ້ນດຸສິຕາ​ສະ​ຫວັນ, ​ພຣະອົງ​ສະ​ເດັດ​ໄປ​ຈຳ​ພັນ​ສາ​ທີ່ ຕາ​ວະ​ຕິງ​ສາ​ສະຫວັນ​​ເທດພຣະອະພິທັມ​​ຄັມພີ ​ທີ່​ເຄົ້າ​ໄມ້​ປະຣິກະ​ຊາຕທີ່​ຕາ​ວະ​ຕິງ​ສາວະ​ຫວັນ ເມື່ອ​ອອກ​ພັນ​ສາ​ແລ້ວ ພຣະອົງ​ກໍ​ສະ​ເດັດ​ລົງ​ມາ​ຍັງ​ມະນຸດ​ໂລກ​ດ້ວຍ​ຂັ້ນ​ໃດ​ແກ້ວທິພ ​ເຊິ່ງມີ​ຂັ້ນ​ໃດ​ຄຳ​ຢູ່​ເບື້​ອງຂວາ ​ແລ​ະຂັ້ນ​ໃດ​ຄຳ​ທີ່​ເບື້ອງ​ຊ້າຍ ​ເວດ​ລອ້ມດ້ວຍ​ເຫຼົ່າ​ເທບ ພຣະອິນ ພຣະພຣົມ. ວັນນັ້ນບາງ​ຄັ້ງກໍ​ຮຽດວ່າ “ວັນ​ເປີດ​ໂລກ” ​ເພາະ​ທັງ 3 ​ໂລກ​ມອງ​ເຫັນກັນ​ໝົດ ຄື ມະນຸດ​ສາ​ໂລກ, ​ເທວະ​ໂລກ ​ແລະ​​​ນະຣົກພູມ, ການ​ທີ່​ພຣະພຸດທະອົງ​ສະ​ເດັດ​ລົງ​ມາ​ຈາກ​ເທວະ ​ໂລກ​ຄັ້ງນີ້ ພຣະສົງ​ສາວົກ ​ແລະ​ຍາດ​ໂຍມ​ໄປ​ຕ້ອນຮັບ​ພຣະອົງ​ຢ່າງ​ຫຼວງ​ຫຼາຍ ຈຶ່ງ​ມີ​ການ​ທຳບຸນ​ຕັກບາດ​ໃນ​ວັນ ​ແຮມ 1 ຄ່ຳ​ນັ້ນອີກ. ສະນັ້ນ, ຫາກ​ມີ​ການ​ຟັງ​ເທດ​ໃນ​ວັນ​ນີ້ ຈຶ່ງ​ມັກ​ຈະ​ເທດ​ອະພິທັມ 7 ຄຳ​ພີ ​ແລະ​ໜັງສື​ເທ​ນນ້ຳ ນົມ​ແມ່.3. ບາງ​ທ້ອງ​ຖິ່ນ​ເຮັດບຸນ​ເຂົ້າສັງ​ຂະຫຍາ, ບາງ​ທ້ອງ​ຖິ່ນ​ກໍ​ເຮັດບຸນ​ກວນ​ເຂົ້າປາດ​ຈະ​ເຮັດ​ງ່າຍ​ກວ່າ.ຜົນ​​ໄດ້​ຈາກ​ການ​ເຮັດບຸນ​ອອກ​ພັນ​ສາສຳລັບ​ຊາວ​ພຸດ ກໍ​ຄື:1. ວັນ​ອອກ​ພັນ​ສາ​ຖື​ເປັນ​ການ​ເຕືອນ​ໃຈ​ຊາວ​ພຸດວ່າ ​ເວລາ​ທີ່​ຜ່ານ​ໄປ ຊີວິດ​ໃກ້​ຈະ​ຕາຍ​ເຂົ້າ​ໄປ​ທຸກ​ຂະນະ​ແລ້ວ ຄວນ​ຮີບ​ສ້າງ​ກຸສົນ ​ແລະ​ຍັງ​ເຮັດ​ໃຫ້​ເຖິງ​ຄວາມ​ປິ​ຕິ ທີ່​ໄດ້​ບຳ​ເພັງກິດ​ຂອງ​ຕົນ​ຕລອດ​ພັນ​ສາ ​ແລະ​ເປັນ​ການ​ເຕືອນ​ສະຕິ​ຢ່າງ​ໃຫ້​ຈິດ​ຫຼົງ​ໄປ​ໃນ​ອະ​ກຸສົນ ​ແລະ​ບໍ່​ໃຫ້​ຈິດ​ໃຈ​ເລີກ​ຈາກ​ການ​ທຳ​ກຸສົນ ​ເຖິງ​ວ່າ​ບໍ່​ຢູ່​ໃນ​ພັນ​ສາ​ກໍ​ຕາມ, ເພາະ ​ເປັນ​ທາງ​ພົ້ນອອກ​ຈາກ​ອະບາຍ​​ໄດ້.2. ປະ​ໂຫຍ​ດທີ່​ໂດດ​ເດັ່ນ ກໍ​ຄື​ປະ​ໂຫຍ​ດຈາກ​ການ​ປະ​ວາຣະນາ ທີ່​ສົງ​ກະທຳ​ກັນ​ໃນ​ວັນ​ອອກ​ພັນ​ສາ ​ເພື່ອ​ໃຫ້​ພຣະສົງ ດຳລົງ​ໄວ້​ຢ່າງ​ເປັນ​ປຶກ​ແຜ່ນ​​ແໜ້ນ​ໜຽວ ຢາກ​ແກ່​ການ​ທຳລາຍ​ຂອງ​ສັດຕູ​ໄດ້, ບັນດາ​ຄາຣະວາດ ​ເຮົາ​ມອງ​ເຫັນ​ຜົນ​ດີ​ເຊັ່ນ​ນີ້ ​ຄົນ​ໃນ​ຊາດ​​ເຮົາ​ທຸກ​ຝ່າຍ​ຫັນ​ໜ້າ​ເຂົ້າມາ​ຫາ​ກັນ ປຶກສາ​ຫາຣືກັນ ດ້ວຍ​ຈິດ​ທີ່​ກໍ່​ໃຫ້​ເກີດ​ຄວາມ​ສາມັກຄີ ຈະ​ເປັນ​ພະລັງ​ໜຶ່ງ ທີ່​ຈະ​ພັດທະນາ​ຊາດ​ໃຫ້​ກ້າວ​ເຂົ້າສູ່​ຄວາມ​ຈະ​ເຣີນຮຸ່ງ​ເຮືອງ​ ໝັ້ນຄົງ ​ແລະ​ສະຖານ​ພອນໄດ້.3. ​ເຕືອນສະຕິ​ຕົນ ​ເຕືອນ​ສະຕິ​ສັງຄົມ ບໍ່​ໃຫ້​ມີ​ຄວາມ​ປາ​ໝາດ ສະພາວະ​ທຸກ​ຢ່າງ​ມີ​ການ​ປ່ຽນ​​ແປງ ບໍ່​ມີ​ສິ່ງ​ໃດ​ຄົງ​ທົນ​ໄດ້ ​ເຊັ່ນ​ດຽວກັບ​ການ​ເຂົ້າພັນ​ສາ​ເມື່ອ​ເຂົ້າ​ແລ້ວ​ກໍ​ຕ້ອງ​ອອກ​ໝູນ​ວຽນ​ປ່ຽນ​ກັນ​ໄປດ່ັງນັ້ນ, ສິ່ງ​ທີ່​ຍັງ​ຢູ່ ​ແລະ​ສ​້າງ​ເສີມບຸກຄົນ ບຸນ​ກຸສົນ ທີ່​ເກີດ​ຈາກ​ທານ​, ສິນ, ພະວະ​ນານັ້ນ.4. ການ​ອອກ​ພັນ​ສາ​ເປີດ​ໂອກາດ​ໃຫ້​ຜູ້​ອື່ນ​ຊຳ​ຮະ​ຄວາມ​ຜິດ ຂອງ​ຕົນ​ໄດ້ ຄື​ຫຼັກຂອງ​ການ​ທຳ​ປະວາຣະນາ ປົກກະຕິ ຄົນ​ເຮົາ​ຄົບ​ການ​ເຫິງ​ນານ​​ແລ້ວ ກໍ​ຈະ​ເຜີຍ “​ສັນດານ” ທີ່​ແທ້​ຂອງ​ຕົນ​ອອກ​ມາ ອາດ​ຈະ​ບໍ່​ດີ​ແນ່​ແຕ່​ຕົນ​ເອງ​ບໍ່​ຮູ້ ບໍ່​ເຫັນ ​ເໝືອນ​ກັບ “​ເສັ້ນຜົມ​ບັງ​ພູ​ເຂົາ” ​ແຕ່​ຄົນ​ອື່ນ​ພັດ​ມອງ​ເຫັນ​ຈຸດບົກ​ຜ່ອງ​ເຫຼົ່ານັ້ນ ​ແຕ່​ບໍ່​ກ້າ​ຕັກ​ເຕືອນ ດັ່ງນັ້ນ ຕົນ​ເອງ​ຕ້ອງ​ປະຣາວະ​ນາ​ກັບ​ໝູ່​ວ່າ ຫາກ​ເຫັນ​ສິ່ງ​ຜິດພາດ​ຂອງ​ເຮົາ ຂໍ​ໃຫ້​ໝູ່​ບອກ​​ເຕືອນດ້ວນ​ຈິດ​ເປັນ​ກຸສົນ ຄວາມ​ສັມພັນ​ກໍ​ຈະ​ພອກ​ພູນ​ງອກ​ງາມ ​ແລະ​ໝັ້ນຄົງ​ຍິ່ງ​ຂຶ້ນ.5. ​ໄດ້​ຂໍ້​ຄິດ​ທີ່​ວ່າ ຄົນ​ເຮົາ​ສ່ວນ​ຫຼາຍ​ມັກ​ຈະ​ລຳ​ອຽງ ​​ເຫັນ​ວ່າ​ຕົນ​ເອງ​ເປັນ​ຝ່າຍ​ຖືກ​ສະ​ເໝີ ຄວາມ​ຜິດ​ຂອງ​ຕົນ​ບໍ່​ເຫັນ ຄວາມ​ຜິ​ດຂອງ​ຄົນ​ອື່ນ​ເຫັນ​ງ່າຍ​ກວ່າ ​ເຊິ່ງ​ເປັນ​ສັນ​ຊາຕະ​ຍານ​ຂອງ​ເຮົາ ດັ່ງ​ກອນ​ທີ່​ວ່າ “​ໂທດ​ຄົນ​ອື່ນ​ເຫັນ​ເຫັນ​ຊ່ຳພູ​ເຂົາ ​ໂທດ​ຂອງ​ເຮົາ​ມອງ​ບໍ່​ເຫັນ​ເທົ່າ​ເສັ້ນຂົນ, ຕົດ​ຄົນ​ອື່ນ​ເໝັນ​ຈົນເບື່ອ​​ເຫຼືອຈັກ​ທົນ ຕົນ​ຂອງ​ຕົນ​ເຖິງ​ເໝັ້ນ ບໍ່​ເປັນ​ສັງ” ​ເມື່ອ​ຮູ​້ວ່າ ຄົນ​ເຮົາ​ຍ່ອມ​ລຳອຽງ​ເຂົ້າຂ້າງ​ຕົນ ຫຼືຝ່າຍ​ຕົນສະ​ເໝີ ດ້ວຍ​ກາມະ​ກິ​ເລດ ​ແລະ​ທິດ​ຖີມາ​ຄອບ​ງໍາ ​ເມື່ອ​ຮູ້​ວ່າ​ທາງ​ທີ່​ຈະ​ພັດທະນາ​ຕົນ ​ສັງຄົມ ໃຫ້​ເຖິງ​​ເຊິ່​ງຄວາມ​ຈະ​ເຣີນຈະ​ເຣີນ ກໍ​ຄື​ຫຼັກ​ທັມ​ວ່າ​ດ້ວຍ​ຄວາມ​ເປັນ​ກາງ ​ແລະ​ຄວາມ​ສາມັກຄີ ມະນຸດ​ຈົ່ງ​ສະ​ແດງ​ການ​ຍອມຮັບ​​ໃນ​ສິ່ງ​ນັ້ນ ​ແລະ​ອະນຸຍາດ​ໃຫ້​ຄົນ​ອື່ນ ​ເຕືອນ​ເຮົາ ​ແລະ​ເຮົາ​ເອງ ກໍ​ເອົາ​ການ​ທີ່​ວ່າ “ຊົ່ວ​ຄົນ​ອື່ນ​ກະ​ຊ່າງ​ເຖີດ​ເຮົາ​ບໍ່​ເຫັນ ​ເຮົາ​ຈະ​ພັດທະນາ​ຕົວ​ດັ່ງທີ່ເຂົາ ​ເປັນ ດີ​ທີ່​ເຫັນ​ຂອງ​ເຂົາ​ເຮົາ​​ເອົາ​ມາ.6. ​ເປັນ​ການ​ສ້າງ​ຄວາມ​ມີ​ມະນຸດ​ສຳພັນ ສ້າງ​ຄວາມ​ສະໝານ​ສາມັກຄີ ດ້ວຍ​ການ​ເປີດ​ໃຈ​ເຊິ່ງກັນ​ແລະ​ກັນ ຢູ່​ດ້ວຍ​ກັນ​ໂດຍ​ບໍ່​ມີ​ເລ້​ຫລຽມ ​ເຮັດ​ໃຫ້​ສັງຄົມ​ຕົນ​ມີ​ສັນຕິ​ສຸກ, ສັນ​ຕິ​ພາບ ​ແລະ​ພາຣາດອນ​ພາບ ຢ່າງ​ໝັ້ນຄົງ​ຕາມ​ແນວທາງ ພຣະພຸດທະສາສນາ​ແລ

ທຸຣະ 2 ຢ່າງໃນທາງພຸດທະສາສນາ

ທຸຣະທາງພຣະສາສນາ

- ທຸຣະທາງພຣະສາສນາ ມີ 2 ຢ່າງ ຄື
1. ຄັນຖະທຸຣະ
2. ວິປັສນາທຸຣະ

- ຄັນຖະທຸຣະ: ໄດ້ການສຶກສາຮໍ່າຮຽນ ໃຫ້ຮູ້ເລື່ອງສາສນາ ແລະຫຼັກສິນທັມ.
- ວິປັດສະນາທຸຣະ : ໄດ້ແກ່ທຸຣະ ຫຼືວຽກງານການບຳເພັງສະມັດຖະ ແລະວິປັດສະນາກັມມັດຖານ.

- ທຸຣະທັງສອງນີ້ເປັນໜ້າທີ່ ຫຼືພັນທະກິດທີ່ເປັນທຸຣະ 2 ຢ່າງ ທີ່ພຸດທະບໍຣິສັດຕ້ອງບຳເພັງໃນທາງພຸດທະສາສນາ ໃຫ້ໄດ້ ຄື.
- ຄັນຖະທຸຣະ : ການສຶກສາຮໍ່າຮຽນພຣະທັມ-ວິໄນ, ພຣະໄຕປິດົກ ອັນເປັນຄຳສອນຂອງ ພຸດທະສາສນາໃຫ້ເຂົ້າໃຈແລ້ວນໍາໄປສອນ ດ້ວຍການບອກກ່າວ, ເທດສະນາ, ສັ່ງສອນ, ການສອນໜັງສືໃນໂຮງຮຽນ, ເຜີຍແຜ່ທັມດ້ວຍຮູບການໃດໆກໍໄດ້ ທີ່ສາມາດນຳເອົາທັມມະເຂົ້າສູ່ປວງຊົນ ໂດຍການບໍ່ແຕະຕ້ອງຕໍ່ພຣະວິໄນ, ການສ້າງວັດວາອາຮາມ, ກຸຕິ, ວິຫານ, ສາລາໂຮງທັມ, ສິມ, ລວມເຖິງການປົກປັກຮັກສາ ສາສນາສະຖານ ແລະການອະນາໄມສາສນາສະຖານໃຫ້ສວຍສົດງົດງາມດ້ວຍ, ນອກຈາກນັ້ນ ຍັງສົງເຄາະເອົາການປົກຄອງຄະນະສົງເຂົ້າດ້ວຍ.

- ວິປັດສະນາທຸຣະ: ໄດ້ແກ່ວຽກງານກັມມັດຖານ ຫຼືການບໍາເພັງກັມມັຕຖານ 2 ຢ່າງ ຫຼືຢ່າງໃດ ຢ່າງໜຶ່ງໃນ 2 ຢ່າງ ຄື:
ກ. ສະມັດຖະກັມມັດຖານ
ຂ. ວິປັດສະຖານກັມມັດຖານ.

- ກັມມັດຖານທັງ 2 ຢ່າງເປັນທຸຣະສຳຄັນຂອງພຣະພິກຂຸສາມະເນນ ຈະຕ້ອງບໍາເພັງໃຫ້ເກີດ ແກ່ຕົນ ເຊິ່ງມີເນື້ອຫາໃນດ້ານຄວາມສຳຄັນແກ່ພຣະພິກຂຸສາມະເນນເອງ ແລະຖືເປັນງານຫຼັກ ເພື່ອໃຫ້ຕົນ ໄດ້ຮູ້ຈັກທາງດັບທຸກ, ຫຼືປົດເປື້ອງທຸກ ອອກຈາກຕົນຫຼາຍນ້ອຍຕາມສົມຄວນແກ່ການປະຕິບັດ, ທາງດຽວ ກັນນັ້ນ ເປັນວຽກງານທີ່ຈະຊ່ວຍໃຫ້ຜູ້ນັບຖືພຸດທະສາສນາ ໄດ້ປະຕິບັດຈາມເພື່ອໃຫ້ຄົນເຫຼົ່ານັ້ນພົ້ນທຸກ ຕັ້ງແຕ່ທຸກເລັກໆນ້ອຍໆ ຈົນເຖິງທຸກໃຫຍ່ໆ ເຊັ່ນການເກີດ, ແກ່, ເຈັບ, ຕາຍ ເປັນທາງສາຍດຽວ ທີ່ຈະ ທຳໃຫ້ຜູ້ປະຕິບັດພົ້ນອອກຈາກໂອຄະສົງສານ ແລະກັມມັດຖານນີ້ ມີສະເພາະແຕ່ໃນສາສນາຂອງພຣະພຸດ ທະເຈົ້າເທົ່ານັ້ນ, ກັມມັດຖານນັ້ນ ມີ 2 ປະເພດຄື:

1. ສະມະຖະກັມມັດຖານ: ກັມມັດຖານຊະນິດນີ້ ເປັນອຸບາຍໃຫ້ໃຈສະງົບ ຄືໃຈທີ່ອົບຮົມໃນທາງ ສະມະຖະກັມມັດຖານແລ້ວ ຈະເກີດສະຫງົບນິ້ງ ແລະເກາະຢູ່ໃນອາຣົມໜຶ່ງ ພຽງຢ່າງດຽວ ອາຣົມຂອງສະມະຖະກັມມັດຖານນັ້ນ ແບ່ງອອກເປັນ 40 ກອງ ຄື ກະສິນ 10, ອະສຸພະ 10, ອະນຸສະຕິ 10 ພົມມະວິຫານ 4 ອາຫາເຣປະຕິກູລະສັນຍາ 1 ຈະຕຸທາຕະວັດຖານ 1 ອະຮູບ 4.

2. ວິປັສສະນາກັມມະຖານ : ເປັນອຸບາຍໃຫ້ເກີດ ຫຼືອຸບາຍໃຫ້ເຮືອງປັນຍາ ໝາຍເຖິງການມຸ້ງອົບຮົມປັນຍາ, ໂດຍການປ່ອຍວາງພາຣະທັງປວງ, ທຳກາຍໃຈໃຫ້ເບົາ ຍິນດີໃນເສນາສະນະທີ່ສະຫງົບ ພິຈາຣະນາເຖິງຄວາມເສື່ອມໄປ ສິ້ນໄປຂອງສັງຂານຮ່າງກາຍ ຈົນເຫັນສະມັນຍະລັກສະນະ ຄື ອະນິຈຈັງ, ທຸກຂັງ, ອະນັດຕ່ ໄດ້ແຈ່ມແຈ້ງ ຈະວິປັນສະນາຢ່າງຕໍ່ເນື່ອງ ບໍ່ຂາດສາຍກໍຈະເຖິງຫຼັກໄຊ ຄືເຫັນແຈ້ງ, ເຫັນປັດຈຸບັນ, ເຫັນຮູບນາມ,ເຫັນພຣະໄຕຣລັກ ແລະເຫັນມັກ ຜົນ ໄດ້ອໍຣະຫັນ ເປັນຜູ້ມຸ້ງສູ່ພຣະນິພພານຝ່າຍດຽວ.

- ວິປັສສະນາທຸຣະ ເປັນງານທີ່ພຣະພຸດທະເຈົ້າ ກຳນົດໃຫ້ພິກຂຸປະຕິບັດຢ່າງໜຶ່ງ ໃນສອງຢ່າງ ຄືຄັນຖະທຸຣະ ແລະວິປັສສະນາທຸຣະ, ໝາຍຄວາມວ່າພິກຂຸທຸກໆອົງ ຈະທຳງານດ້ານຄັນຖະທຸຣະກໍ ຕາມ ຕ້ອງໄດ້ທຳງານດ້ານວິປັສສະນາທຸຣະດ້ວຍ, ຫາກພິກຂຸຈະມຸ້ງເນັ້ນວຽກງານວິປັສສະນາທຸຣະຢ່າງດຽວ ກໍເປັນທາງເລືອກໄດ້ ຄືຕ້ອງຍິນດີໃນເສນາສະນະທີ່ສະຫງົບຕ້ອງຜີກອອກຈາກໝູ່ຄະນະ ໄປສະແຫວງຫາ ທີ່ສະຫງົບ ເພື່ອສະດວກຕໍ່ການທຳວິປັສສະນາທຸຣະ, ແຕ່ຫາກພິກຂຸຕ້ອງການຈະທຳທຸຣະທັງສອງ ຄືທັງ ຄັນຖະ ແລະວິປັສສະນາທຸຣະພ້ອມ ກໍຖືວ່າເປັນງານທີ່ຄວນແກ່ການຍົກຍ້ອງ ເພາະພຣະພຸດທະສາສນາ ຈະໝັ້ນຄົງສະຖາພອນໄດ້ນັ້ນ ພຣະພິກຂຸຕ້ອງທຳທຸຣະທັງສອງຕາມໜ້າທີ່ຂອງສະມະນະ.

- ໃນອານາຈັກລ້ານຊ້າງກ່ອນ ປີ 1357 ນັ້ນ ຄືກ່ອນພຣະບາດສົມເດັດພຣະເຈົ້າຟ້າງຸ່ມມະຫາ ຣາດຈະສະຖາປານາມະຫາອານາຈັກລ້ານຊ້າງ(ລາວ) ໃຫ້ກວ້າງໄກແຜ່ໄພສານນັ້ນ ນັກປະຫວັດສາດ ໄດ້ໃຫ້ຄວາມສຳຄັນວ່າ ພຣະອົງນິຍົມທັງຄັນຖະທຸຣະ ແລະວິປັດສະນາທຸຣະ ຄື ພຣະອົງເຫັນວ່າມະຫາ ອານາຈັກລ້ານຊ້າງຈະຈະເຣີນ ແລະໝັ້ນຄົງ ແລະເປັນເອກະພາບກັນຍືນຍາວນານໄດ້ ມີແຕ່ສົ່ງເສີມ ໃຫ້ພຣະສົງ(ທີ່ມີມາກ່ອນໜ້ານັ້ນ) ເຜີຍແຜ່ພຣະພຸດທະສາສນາ ສູ່ປວງຊົນຊາວລ້ານຊ້າງໃຫ້ທົ່ວເຖິງ ແລະທາງດຽວກັນນັ້ນ ພຸດທະສາສນາຈະໝັ້ນຄົງຢູ່ໄດ້ນານເທົ່າ 5000 ພຣະວັດສາ ພຣະສົງຕ້ອງທໍາງານ ຫຼືທຳທຸຣະທັງສອງມໃຫ້ບໍຣິບູນ, ມີນັກການສາສນາຂອງລາວບາງທ່ານກ່າວໄວ້ວ່າ ພຸດທະສາສນາເຂົ້າສູ່ ລາວເຫິງນານແລ້ວ ຫາກອີງຕາມໜັງສືອຸຣັງຄະນິທານ ກໍນັບແຕ່ ພ.ສ 8 ແຕ່ຫາກອີງຕາມປະຫວັດສາດ ຂອງຊົນຊາດລາວ ກໍປະມານ ພ.ສ 600 ປາຍສະໄໝລາວຢູ່ອານາຈັກໜອງແສ ເປັນຕົ້ນມາ ແລະໃນບັນດາ ຫົວເມືອງຕ່າງ ໃນອານາຈັກລ້ານຊ້າງກ່ອນພຣະອົງ ບາງເມືອງກໍນັບຖືພຸດທະສາສນາແລ້ວ ເຊັ່ນຍສີໂຄດຕະບອງ ແລະຈັນທະບູຣີ ແຕ່ບາງເມືອງກໍຍັງບໍ່ທັນນັບຖື ພຣະອົງຈຶ່ງມີຄວາມມຸ້ງຫວັງໃຫ້ ພຣະສົງທີ່ມີຢູ່ກ່ອນໜ້ານັ້ນ ທີ່ມຸ້ງເນັ້ນການທຳໜ້າທີ່ວິປັດສະນາທຸຣະຫຼາຍກວ່າຄັນຖະທຸຣະ ແລະມັກຢູ່ວັດປ່າໄກເມືອງ ຍາກທີ່ຈະເອົາຄຳສອນເຂົາເຖິງປະຊາຊົນໄດ້ ພຣະອົງຈຶ່ງນິມົນເອົາພຣະສົງ ເລົ່ານັ້ນເຂົ້າມາຕັ້ງວັດຢູ່ໃກ້ບ້ານ ແລະໃຫ້ພຣະສົງທໍາໜ້າທີ່ສອນປະຊາຊົນ ພຣະສົງທີ່ບໍ່ມາ ກໍໃຫ້ຢູ່ປ່າ ໃນສະໄໝພຣະອົງ ຈຶ່ງມີຄະນະສົງ ຂຶ້ນ 2 ຄະນະຄື ພຣະທີ່ຢູ່ໃກ້ບ້ານທໍາໜ້າທີ່ທັງຄັນຖະແລະວິປັສສະນາ ຮຽກວ່າ ຄາມະວາສີ, ພຣະທີ່ຍັງຢູ່ປ່າທໍາວິປັສສະນາທຸຣະຢ່າງດຽວ ຮຽກວ່າ ອາຣັນຍະວາສີ ແລະແລ້ວພຣະອົງ ຈຶ່ງໄດ້ໄປນໍາເອົາພຣະໄຕປິດົກຈາກຂະເໝນຂຶ້ນມາຍັງລ້ານຊ້າງ ໂດຍມີພຣະມະຫາປາ ສາມັນເປັນຫົວໜ້າ ມາຍັງນະຄອນຊຽງທອງ ແລະມອບໃຫ້ຄະນະສົງທໍາທຸຣະຂອງຕົນ ສືບເນື່ອງຈົນເປັນ ປະເພນີ ທີ່ໝັ້ນຄົງຢູ່ຄູ່ບ້ານເມືອງລາວ ແລະເມືອງບໍຣິວານເທົ້່າບັດນີ້.

ສະຣຸບແລ້ວ ພຸດທະສາສນາຂອງເຮົາມີທຸຣະສຳຄັນ 2 ຢ່າງ ເຊິ່ງຂາດເສັຍບໍ່ໄດ້ ຫາກຂາດເສັຍທຸຣະໃດ ທຸຣະໜຶ່ງສາສນາຈະໝັ້ນຄົງຢູ່ຄູ່ຊາດ ໄດ້ຍາກແລ.