Tuesday 10 May 2011

ການເຂົ້າເຖິງ ພຣະຣັຕນະໄຕຣ

- ຄໍາວ່າ ຣັຕນະ ນັ້ນ, ແປວ່າ ຂອງທີ່ໃຫ້ເກີດຄວາມຍິນດີ ດັ່ງທີ່ທ່ານພຣະອັຕຖະກະຖາຈາຣຍ໌ກ່າວໄວ້ ໃນຄໍາພີປາຣະມັຕຖ໌ໂຊຕິກະວ່າ ຣະຕິງ ນະຍະຕິ ວະຫະຕິ ວັດເຖຕີຕິ ຣະຕະນັງ ແປວ່າ ສິ່ງໃດນໍາໄປເຊິ່ງຄວາມຍິນດີ ຄືໃຫ້ເກີດຄວາມຍິນດີ ໃຫ້ຄວາມຍິນຕີຈະເຣີນຂຶ້ນ ສິ່ງນັ້ນຮຽກວ່າ ຣັຕນະ, ໂດຍທົ່ວໄປແລ້ວກໍໝາຍເຖິງແກ້ວ ແຫວນ ເງິນ ຄໍາ ແລະຂອງມີຄ່າອື່ນໆ ເພາະສິ່ງດັ່ງກ່າວນີ້ ຍ່ອມນຳມາເຊິ່ງຄວາມປາບປຶ້ມ ດີໃຈ ອົບອຸ່ນໃຈ ແກ່ບຸກຄົນຜູ້ເປັນເຈົ້າຂອງ.
- ສ່ວນທາງພຣະພຸດທະສາສນານັ້ນ ໝາຍເອົາພຣະພຸດທະເຈົ້າ, ພຣະທັມມະເຈົ້າ ແລະພຣະສັງຄະເຈົ້າ, ເຊິ່ງເວົ້າເປັນພາສາປາລີວ່າ:
1. ພຸທະຣັຕນະ : ເຄື່ອງໃຫ້ເກີດຄວາມປາບປື້ມໃຈ ດີໃຈ ອົບອຸ່ນໃຈ ຄືພຣະພຸດທະເຈົ້າ.
2. ທັມມະຣັຕນະ: ເຄື່ອງໃຫ້ເກີດຄວາມປາບປື້ມໃຈ ດີໃຈ ອົບອຸ່ນໃຈ ຄືພຣະທັມມະເຈົ້າ.
3. ສັງຄະຣັຕນະ: ເຄື່ອງໃຫ້ເກີດຄວາມປາບປື້ມໃຈ ດີໃຈ ອົບອຸ່ນໃຈ ຄືພຣະສັງຄະເຈົ້າ.
- ຣວມທັງ 3 ປະການນີ້ ຮຽກວ່າ ຣັຕນະໄຕຣ ເຄື່ອງໃຫ້ເກີດຄວາມປາບປື້ມໃຈ ດີໃຈ ອົບອຸ່ນໃຈ, ເຫດໃດຈຶ່ງກ່າວວ່າ ເຄື່ອງໃຫ້ເກີດຄວາມປາບປື້ມໃຈ ດີໃຈ ອົບອຸ່ນໃຈ, ກໍເພາະວ່າບຸກຄົນໃດ ເຂົ້າເຖິງພຣະພຸດທະເຈົ້າ ພຣະທັມມະເຈົ້າ ແລະພຣະສັງຄະເຈົ້າ ຄືໄດ້ປະຕິບັດຕາມ ຫຼືຣະລຶກເຖິງຄຖນພຣະພຸດທະເຈົ້າ ພຣະທັມມະເຈົ້າ ແລະພຣະສັງຄະເຈົ້າຢູ່ສະເໝີແລ້ວ, ຈິດໃຈຂອງບຸກຄົນນັນຍ່ອມເບີກບານແຈ່ມໃສ (ຍັງມີຕໍ່)

ຖາມຕອບເລື່ອງເອກະພາບໃນການເຮັດບຸນ

ສາລະວັດ ຫຼືຜູ້ນໍາພາໄຫວ້ພຣະສູດມົນໃນງານບຸນສິນກິນທານ ບ້ານໜຶ່ງໃນໃຈກາງວຽງຈັນໄດ້ຖາມຜູ້ຂຽນວ່າ :
- ສາລະວັດ: ພຣະອາຈານ ເຮັດຈັ່ງໃດ ການນໍາພາໄຫວ້ພຣະສູດມົນແຕ່ລະບ້ານ ແຕ່ລະທີ່ບໍ່ຄກັນເອົາແຕ່ຜູ້ຊິເຮັດ ?
- ພຣະອາຈານ : ເຂົາເຮັດຈັ່ງໃດ ?
- ສາລະວັດ: ບາງຄົນກະມັກສັ້ນ ບາງຄົນກໍມັກຍາວ ບາງຄົນຄົນກໍເວົ້າບໍ່ຖືກ.
- ພຣະອາຈານ: ຜູ້ພາເຮັດສັ້ນ, ເຮັດຍາວທັງສອງນີ້ ເຂົາສະຫຼາດຄັກພໍ່ຕູ້.
- ສາລະວັດ : ຈັ່ງໃດຈຶ່ງວ່າ ຈັ່ງຊັ້ນ ຂ້ານ້ອຍ ມັນບໍ່ຜິດບໍ ?
- ພຣະອາຈານ : ຄັນເວົ້າປາລີບໍ່ຜິດ ແລ້ວແມ່ນບໍ່ຜິດ, ໄຫວ້ພຣະຕ້ອງໄຫວ້ເປັນພາສາປາລີ ຫາກເວົ້າພາສາປາລີບໍ່ຜິດພາສາປາລີ ເວົ້າພາສາລາວບໍ່ຜິດພາສາລາວ ແມ່ນຖືກ, ທີ່ວ່າຍາມເວົ້າສັ້ນກໍສັ້ນ ຍາມເວົ້າຍາວກໍຍາວນັ້ນ ນັບວ່າເຂົາເບິ່ງສະຖານະການເປັນ ແລະເບິ່ງເວລາເປັນ ຜູ້ນີ້ຮູ້ສະຖານະການ ແລະເວລາ, ຜູ້ໃນຮູ້ສະຖານະການ ແລະເວລາຜູ້ນັ້ນປະເສີດສຸດພໍ່ຕູ້.
- ສາລະວັດ : ຈັ່ງໃດຈຶ່ງວ່າຈັ່ງຊັ້ນ.
- ພຣະອາຈານ: ກໍຊິວ່າຈັ່ງຊີ້ ກໍເພາະຄົນນັ້ນເຂົາເປັນຄົນຮູ້, ເປັນຄົນສະຫຼາດ ສາມາຈັດສັນເວລາໃຫ້ເໝາະສົມ ແລະຮູ້ຈັກວ່າຄວນຈະເຮັດຈັ່ງໃດກ່ອນ ແລະຫຼັງ ຫຼືປະຍຸກທັມໃສ່ຄົນ ປະຍຸກຄົນໃສ່ທັມ.
- ສາລະວັດ: ຮູ້ຫຍັງລະ ? ຢາກເວົ້າສັ້ນກະເວົ້າ ຢາກເວົ້າຍາວກະເວົ້າ.
- ພຣະອາຈານ: ເຂົາຮູ້ເວລາ ຮູ້ລຶກ ຮູ້ຍາມ ໝາຍຄວາມວ່າຍາມໃດ ເຂົາຈະເວົ້າຈັ່ງໃດ ຍາມໃດເຂົາຈະເວົ້າສັ້ນ ຍາມໃດເຂົາຈະເວົ້່າຍາວ, ແລະບົດໄຫວ້ພຣະສູດມົນ ຫຼືຖວາຍທານຕ່າງ ເຂົາສາມາດທີ່ຈະເວົ້າເຂົ້າກັບງານໄດ້.
- ສາລະວັດ: ຂ້ານ້ອຍບໍ່ເຂົ້າໃຈ ?
- ພຣະອາຈານ: ກໍເບິ່ງເວລາເອົາ ສູດນີ້ບໍ່ຕາຍຕົວ ແຕ່ລະງານບໍ່ຄືກັນເຂົ້າໃຈເອົາເອງ, ເຮົາເປັນຜູ້ນໍາຄວນຮູ້ວ່າ ງານແຕ່ລະງານ ແມ່ນງານຫຍັງຈະເຮັດຈັ່ງໃດ ເຮັດເມື່ອໃດ ?.
- ສາລະວັດ: ຂ້ານ້ອຍ ຍັງຄິດວ່າເຮັດຈັ່ງໃດ ຊິໃຫ້ມີເອກະພາບກັນ.
- ພຣະອາຈານ: ເອກະພາບເລື່ອງໃດ ?
- ສາລະວັດ: ເລື່ອງໄຫວ້ພຣະ ຮັບສິນໃນງານບຸນ.
- ພຣະອາຈານ: ອາຕະມາເຊື່ອວ່າ ເອກະພາບກັນແລ້ວຫາກຄົນຫຼາຍຄົນໄຫວ້ພຣະ, ຂໍສິນ, ເວົ້າພ້ອມກັນເພືອບໆໆໆ ບໍ່ຂັດຂ້ອງກັນໝາຍວ່າແຕ່ລະຄົນເວົ້າຄືກັນ ກໍເອກະພາບກັນແລ້ວ ເວັ້ນເສັຍແຕ່ຄົນໜຶ່ງວ່ານະໂມ, ອີກຄົນໜຶ່ງວ່ານະມາ ອັນນັ້ນແມ່ນບໍ່ເອກະພາບກັນແລ້ວ ຄົນວ່ານະມາຜິດແລ້ວ, ຄົງຈະບໍ່ມີໃຜວ່ານະມາຕີ.
- ສາລະວັດ: ບໍ່ມີດອກ ຂ້ານ້ອຍ.
- ພຣະອາຈານ: ຄັນບໍ່ມີ ກະສະແດງວ່າເອກະພາບກັນແລ້ວ ຊິໃຫ້ເອກະພາບແນວໃດອີກ.
- ສາລະວັດ: ຄືໃຫ້ແຕ່ລະທີ່ ແຕ່ລະບ່ອນເຮັດຄືກັນ.
- ພຣະອາຈານ: ອາຕະມາໄປຮອບທີບ ແຕ່ລະທີ່ ແຕ່ລະບ່ອນເຮັດຄືກັນໝົດ ມີໄຫວ້່, ຮັບສີນ, ຖວາຍທານ, ຮັບພອນ, ຢາດນໍ້າ.
- ສາລະວັດ : ຄືຢາກໃຫ້ເຮັດເອກະພາບການ ຄືບໍ່ໃຫ້ຕ່າງກັນ.
- ພຣະອາຈານ: ອັນນີ້ຕ້ອງຂຶ້ນກັບພໍ່ອອກເອງ ເຮັດຈັ່ງໃດຊິໃຫ້ເອກະພາບ ບໍ່ແມ່ນໃຫ້ຄົນອື່ນມາເອກະພາບ ຄືຢາກໃຫ້ຄົນອື່ນຄືເຮົາ, ເຮົາຢາກມີຄວາມເອກະພາບ ມັນກໍຂຶ້ນກັບຕົວເຮົາ ເຮົາເປັນຜູ້ນໍາເຂົາມອບໜ້າທີ່ໃຫ້ເຮົາແລ້ວ ເຮົາຈະເຮັດແນວໃດໃຫ້ຄົນອື່ນເອກະພາບກັບເຮົາແມ່ນເຮົາເອງ ໄປບັງຄັບຄົນອື່ນບໍ່ໄດ້.
- ສາລະວັດ: ບໍ່ເຂົ້າໃຈ ຂ້ານ້ອຍ.
- ພຣະອາຈານ: ໝາຍວ່າ ທ່ານໄປເປັນຜູ້ນໍາໃນງານບຸນໃດ ທ່ານຕ້ອງນໍາພາເຂົາໃຫ້ເຮັດກັບທ່ານໄດ້ຮູ້ຣືກ ຮູ້ຍາມ ຮູ້ສະຖານທີ ຮູ້ບຸກຄົນ ຫັ້ນແລ້ວແມ່ນດີ, ເພາະວ່າງານນັ້ນໆ ເທົ່າທີ່ອາຈານເຫັນ ເຂົາມອບໃຫ້ສາຣະວັດເປັນຜູ້ນໍາເຮັດຈັ່ງໃດມັນຊິດີງາມ ແມ່ນທ່ານເອງເປັນຜູ້ນໍາພາເຂົາ ເຈົ້າພາບ ແລະຄົນອື່ນ ແມ່ນເຂົາພ້ອມທີ່ຈະເຮັດນໍາທ່ານ ເພາະເຂົາມອບໃຫ້ທ່ານເປັນຜູ້ພາເຮັດພາທໍາ ອີກທາງໜຶ່ງ ທ່ານຢ່າເຂົ້າໃຈວ່າທ່ານເຮັດຖືກ ແລະດີກວ່າຄົນອື່ນໆ ທ່ານເອງພ້ອມທີ່ຈະຮຽນນໍາຄົນອື່ນ ແລ້ວນໍາມາປະຍຸກໃຊ້ໃຫ້ຖືກຕ້ອງຕາມຫຼັກການເຮັດບຸນ ແລະເວລາເວົ້າກໍໃຫ້ຖືກຕ້ອງຕາມພາສາປາລີ ແລະພາສາລາວ ແມ່ນຖືກຕ້ອງແລ້ວ ບໍ່ມີຜິດ.

ຣາຍຊື່ຜູ້ບໍຣິຈາກສ້າງກຸຕິຫຼັງໃໝ່

1. ແມ່ຕູ້ລໍາພັນ (ແມ່ຂອງແມ່ອອກສົມຈັນ ຮ້ານເຂົ້າປຸ້ນວຽງຈະເລີນ ) ບ້ານວຽງຈະເລີນ 1,000 ບາດ (ເທົ່າກັບ 276,000 ກິບ)
2, ເງິນອອມສິນລວມ ວັນືິ 10/05/11 ຂອງປະຊາຊົນມາທໍາບຸນໃນວັນສີນ 8 ຈຳນວນ 52,000 ກີບ.
3, ທ່ານອະນຸສະຫວັນ-ນາງໂອບີຢັງ ບ້ານວຽງຈະເລີນ ເຫຼັກ 14 ຈຳນວນ 1 ໂຕນ (ເປັນເງິນ 8,500,000 ກີບ) ແລະເງິນອີກ 5,000,000 ກີບ ລວມ 12,500,000 ກີບ.
3, Mr. Piew Kim Sung (ນັກທຸຣະກິດເກົາຫຼີ) ພັກທີ່ອາພາຕເມັນຕ໌ຫົງຄຳ ຊີມັງ 3 ໂຕນ (10/01/11)
(ຈະທະຍອຍລົງເລື້ອຍໆ)
4. ທ່ານຄຳໃບ (ຮ້ານຂາຍເຫຼັ້ກ ຄຳໃບ ໂພນພຣະເນົາ) 1.500.000 ກີບ (ວັນທີ 08/05/11)
5. ທ່ານສາງ ພິລາວັນ ບ້ານວຽງຈະເລີນ 400.000 ກີບ (05/05/11)
6. ນາງວັນນາລີ ຈຸລມະນີ ບ້ານວຽງຈະເລີນ (ໂຮງງານປູນຂາວ ບ້ານບົວ ເມືອງທ່າແຂກ) 5.000.000 ກີບ.
61669939088904635356.jpg
7. ນາງລັດຕະນະພອນ ພ້ອມຄອບຄົວ 10.000 ກີບ
8. ທ້າວຄອນມະນີ ພ້ອມຄອບຄົວ 27.600 ກີບ
9. ນາງມະນີຈັນ ຈູມພະຈັນ 5.000 ກິບ
10. ນາງພູປ້ອມ ແສງສົມບັດ 5.000 ກີບ.
11. ທ້າວໄມ 8.000 ກີບ
12. ນາງຂັນທະລີ 5.000 ກີບ
13. ທ້າວນາ 5.000 ກີບ
14. ທ້າວສົມສະຫວັດ, ນ່່ງສຸຣິວົງ, ທ້າວສຸຣິສັກ, ນາງແສງເດືອນ ທ້າວມີໄຊ, ນ່ງຂັນທະດອນ, ທ້າວເພັດນິກອນ, ທ້າວດວງແກ້ວ 44.500 ກີບ
15. ນາງເພັງ ສີນໍເພັດ ບ້ານສະພານທອງເໜືອ 20.000 ກີບ.
16. ທ້າວດວງເດດ 20.000 ກີບ
18. ທ້າວມີໄຊ ດວງສະຫວັດ 20.000 ກີບ.
19. ທ້າວຕ່ວນ ໂຍພິງ 20.000 ກີບ
20.ນາງກິສນາ ແສງມະນີພອນ 10.000 ກີບ.
21. ທ້າວກົງເພັດ 5.000 ກີບ.
22. ນາງໜູພິດ 5.000 ກີບ.
23. ທ້າວວິໄຊ ຜາຍກົມມະນາ 50.000 ກີບ
24. ທ້າວສຸກທະວົງ ທັມມະວົງ ໂພນສະຫວັນເໜືອ 50.000 ກີບ.
25. ທ້າວວັນທອງ ສິດທິກຸນ 50.000 ກີບ.
26. ທ້າວຫັດສະດີ ບ້ານຜາງແຫ້ງ ເມືອງນາຊາຍທອງ 100.000 ກີບ.
-------------
27.ນາງສົມພາວັນ ນໍລະສິງ 200 ບາດ
28.ນາງລັດສະໝີ ລັດພັກດີ ບ້ານໜອງພົງ 100 ບາດ
29.ນາງຄຳ ວົງພະຈັນ ບ້ານທ່ານາງແລ້ວ 50 ບາດ
30.ນາງວຽງ 40 ບາດ
31.ນາງເມືອງ 3.000 ກີບ
32.ນາງຕິກ 20 ບາດ
33.ນາງລາຕີ 5.000 ກີບ
34.ນາງແຝງ 20 ບາດ
35.ທ້າວນາ 20 ບາດ.
36.ນາງກ້ອຍ 200.000 ກີບ
37.ນາງຈົນທະຄອນ ມະນີຈັນ ບ້ານບຶງຂະຫຍອງໃດຕ້ 20.000 ກີບ
38.ທ້າວແຫຼ້ນ້ອຍ (ວາສະໜາ) 100.000 ກີບ.
39.ນາງຈັນທິມາ 100 ບາດ.
40.ທ້າວຄພໄພ ສີຫາວົງ 50.000 ກີບ.
41.ທ້າວທ່າວຊິນ 20.000 ກີບ.
42.ທ້າວທ່າວຕ໊ວດ 100 ບາດ.
43.ນາງມ່າຍ 100 ບາດ
------------
44.ແມ່ອອກວຽງສະຫວັນ ບ້ານໂພນຕ້ອງຈອມມະນີ 150.000 ກີບ (11/01/11) ມາເຄນທີ່ວັດ.
-----------
45.ສຸຣິຍາ ບ້ານພູສອນໄຊ ເມືອງປາກຊັນ 50.000 ກີບ
46.ຜູ້ບໍ່ອອກນາມ 10.000 ກີບ
47.ຈັນໂນລັກ ວັນໂນ ພ້ອມຄອບຄົວ 10.000 ກີບ
48.ວັນວິສາ ພ້ອມຄອບຄົວ 10.000 ກີບ.
49.ຜູ້ບໍ່ບອກນາມ 13.000 ກີບ.
50.ທ່ານແສງແກ້ວ ນາງວັນາລີ ອຸນາລົມ ບ້ານສາລາແດງ 5.000 ບາດ
51.ທ່ານບູນທະວີ 50.000 ກີບ
52.ຜູ້ບໍ່ອອກນາມ 10.000 ກີບ
53.ຜູ້ບໍ່ອອກນາມ 10.000 ກີບ
54.ຜູ້ບໍ່ອອກນາມ 5.000 ກີບ.
55.ທ້າວໄໝ ບ້ານໂພນທັນເໝືອ 20.000 ກີບ
56.ທ່ານສົມບູນ ວົງຄຳຫຼ້າ ປາກເຊ 50.000 ກີບ.
57.ທ່ານສີລິວັນ ແກ້ວມະນີ ເກົ້າຍອດ ສີສັດຕະນາກ 50.000 ກີບ.
58.ເອກະໄຊ ພ້ອມຄອບຄົວ 20.000 ກີບ.
59.ສົມໝາຍ ວົງອິນ 20.000 ກີບ.
60.ທ້າວແກ່ນຕາ ເຮືອນວົງສາ 20.000 ກີບ.
61.ທ້າວລັດຕະນະວົງສັກ ຮວດທອງຄໍາ ໂພນປ່າເປົ້າ 20.000 ກີບ
62.ນາງອະນຸລັກ ບົວໄພວັນ ໂພນທັນເໜືອ 10.000 ກີບ.
63.ນາງປັດທຸມມາ ບ້ານໂພນທັນເໜືອ 20.000 ກີບ
64.ນາງສົມມັກ ຜາຍມະນີກອນ 27.600 ກີບ.
65.ນາງແກ້ວແກ່ນຄຳ ບ້ານໜອງໄຮ 50.000 ກີບ.
66.ທ່ານຄຳພັນ 50.000 ກີບ.
67.ນາງສົມບູນ ໃສທິຣາດ ໜອງໄຮ 50.000 ກີບ.
68.ທ້າວບຸນໜູນ 10.000
69.ແມ່ເຖົ້າພານ ພໍ່ເຖົ້າຜອງ ບ້ານເມືອງແສນ ເມືອງໂຂງ 20.000 ກີບ
70.ຜູ້ບໍ່ປະສົງອອກນາມ 100.000 ກີບ.
71.ຜູ້ບໍ່ປະສົງອອກນາມ 50.000 ກີບ
72.ຜູ້ບໍ່ປະສົງອອກນາມ 3.000 ກີບ
73.ຜູ້ບໍ່ປະສົງອອກນາມ 40.000 ກີບ.
74.ຜູ້ບໍ່ປະສົງອອກນາມ 20.000 ກີບ
75.ຜູ້ບໍ່ປະສົງອອກນາມ 20.000 ກີບ
76.ຜູ້ບໍ່ປະສົງອອກນາມ 10.000 ກີບ
77.ຜູ້ບໍ່ປະສົງອອກນາມ 10.000 ກີບ
78.ຜູ້ບໍ່ປະສົງອອກນາມ 20.000 ກີບ
(ເງິນຫ່ວງບໍຣິຈາກທີ່ງານຂຶ້ນເຮືອນໃໝ່ ທ່ານແສງແກ້ວ ນາງວັນາລີ 15/05/2011) ລວມເປັນເງິນ 834.000 ກີບ ກັບ 5.200 ບາດ.
-----------------------------------------------------
79.ທ່ານກອງໃບ-ນາງບັນດິດ ໂພນສະຫວັນ 100.000 ກີບ
80.ທ່ານຄຳແສນ-ວົງສາຫາຣາດ 100.000 ກີບ
81.ທ່ານມັງ-ນາງທອງໃບ ບ.ສະພານທອງເໜືອ 500.000 ບາດ.
82.ທ່ານວິລັດ-ສາວະລິດ ໂພນທັນໃຕ້ 1.000.000 ກີບ ພ້ອມກັບປູນແດງ 2 ໂຕນ
(ບັນທ່ານເລົ່ານີ້ມາບໍຣິຈາກທີ່ວັດ ວັນທີ 15/05/2011 ລວມເປັນເງິນ 1.200.000 ກີບ 500 ບາດ ປູນແດງ 2 ໂຕນ)
------------------------------------------------------
83. ເງິນໄດ່ຈາກສງານບຸນສົມໂພດພຣະພຸດທະຮູບເມື່ອວັນທີ 18 ເດືອນມິນາ 2011 ຈຳນວນ 100.285.000 ກີບ
84. ເງິນໄດ້ຈາກງານບຸນພະເຫວດ ວັນທີ 11 ມິຖຸນາ 2011 ຈຳນວນ 31.854.000 ກີບ.
85. ເງິນໄດ້ຈຈາກການເຮັດບຸນຄອບຄົວ ທ່ານຄໍາພອນ-ນາງວັນພອນ ສຸຂະວົງ ບ້ານໂສກຄຳ ຖວາຍ ກໍສ້າງ 1.500.000 ກີບ + ນຳກອງບຸນ 1.000.000 ກີບ ລວມ 2.500.000 ກີບ.
------------------------------------------------------
86. ແມ່ຈັນສຸກ ໂພທິສານ ບ້ານວຽງຈະເລີນ 2.000.000 ກີບ
------------------------------------------------------
ວັນທີ 21 ມິຖຸນາ 2011
87. ທ.ຄຳຫວາງ-ນາງປິ່ງ ຈັນທະວົງ ບ້ານເພັຍໃໝ່ ເມືອງລະມາມ ແຂວງເຊກອງ 1.000 ບາດ
88. ທ້າວມ້າວ-ນາງວັນນາ ບ້ານທາດຫຼວງກາງ ໄຊເຊດຖາ 500 ບາດ.
-----------------------------------------------
89. ທ້າວອັກຄະສອນ-ນາງອານົງລັກ 2.000 ບາດ
90. ນາງໃບທອນ ລໍວັນໄຊ ສ້າງວັດ 1.000 ບາດ.(7|7|11)
------------------------------------------------
ວັນທີ 13/07/2011
91. ພໍ່ເຖົ້າບຸນເພັງ ເສນາພັນ ບ້ານຈອມມະນີໃຕ້ ເມືອງໄຊເຊດຖາ 1.000 ບາດ.
92. ນາງປັດ ບ້ານຈອມມະນີໃຕ້ ເມືອງໄຊເຊດຖາ 1.000 ບາດ.
------------------------------------------------
93. ນາງຮ່າທິຮວາ ບ້ານໂພນໄຊ 2.500 ບາດ(ເພີ່ມຕື່ມຊື້ກະເບື້ອງຊີແພັກ ໔໐໐ ດອນ) (ວັນທີ 21/7/2011)
94. ນາງບົວຈັນ ທັມມະວົງສາ 1.000 ບາດ (ວັນທີ 22/7/2011)
------------------------------------------------
95. ນາງເກດແກ້ວມະນີ ສີສຸລິດ 5.000.000 ກີບ, ກັບ 1.000 ດອນລາ. (12/9/2011)
96. ນາງວັນເພັງ ສີສຸລິດ 6.000.000 ກີບ, 500 ດອນລາ. (25/8/2011)
97. ນາງອຳພອນ ເຟຣດສະໄນເດີ
-----ນາງວັນຄຳ ຟອງສະຫວັນ
-----ນາງພອນປະເສີດ ສມິຕ
-----ທ້າວຊອນ ແຄຕຊີຕີ
( ລວມກັນໂມທະນາ 5.000 ບາດ) ວັນທີ 15/09/2011)
98. ນາງຈັນສຸດາ ນໍຣະສິງຫ໌ 100.000 ກັບ.
99. ນາງອະນຸສອນ ຂຸນສຳນານ 1.000 ບາດ.
100. ທ້າວບຸນປອນ + ນາງວົງສະຫວັນ ບ້ານຊຽງດາ 1.000 ບາດ.
(21 ກັນຍາ 2011)
101. ແມ່ອອກຄຳຜົງ ມອນໄຊ ປະເທດສະຫະຣັດ (USA) 1.500.000 ກີບ.


- ຍັງມີລາຍຊື່ຫຼາຍທ່ານ ທີ່ໂມທະນາເຂົ້າ ແຕ່ຍັງບໍ່ທັນພິມ ຈະທະຍອຍພິມໄປເລື້ອຍໆ ຫຼືຊື່ທ່ານໃດຂາດຕົກບົກຜ່ອງ ກໍຂໍອະໄພນຳ
- ທ່ານທີ່ຢູ່ທາງໄກ ຢາກປະກອບສ່ວນສ້າງ ຈະໂອນເງິນເຂົ້າບັນຊີ ທະນາຄານການຄ້າຕ່າງປະເທດລາວ
- ເລກບັນຊີ : 092-9-12-00-05138
- ໃນນາມ : vichitthammaram Temple