Friday 5 August 2011

ພຣະໂຄຕະມະສະເດັດໂຜດ ສຸວັນນະພູມ 45 ວັນ

ນະໂມ ອັນວ່າ ກິຣິຍານ້ອມໄຫວ້, ຕັດສະະຄະວະໂຕ ແດ່ ພຣະຜູ້ມີພຣະພາກພຣະອົງນັ້ນ, ອະຣະຫະໂຕ ຜູ້ໄກຈາກກິເລດ, ສັມມາສັມພຸດທັດສະ ຜູ້ເຖິງພ້ອມເປັນພຣະພຸດທະເຈົ້າ ດ້ວຍ ພຣະອົງເອງ.
ເອກັດສະມິງ ສະມະເຍ ຕາຫິພະຄະວາ ໂລກະວິທູ ພຸດທະ ຂະມາຄະຕັງ ສະຍາມັນຕິ ດັ່ງນີ້ເປັນເຄົ້າ, ໃນສະໄໝໜຶ່ງນັ້ນ ພຣະຜູ້ມີພຣະພາກເຈົ້າ ຜູ້ມີພຣະມະຫາກະຣຸນາທິຄຸນອັນຍິ່ງ ຕໍ່ຊາວໂລກໃນຍາມໃກ້ສະຫວ່າງ, ວັນໜຶ່ງນັ້ນພຣະພຸດທະ ອົງຊົງແຜ່ຕາຂ່າຍຍານທັມ, ໄປທົ່ວທິດສານຸທິດ ເພື່ອກວດດູໝູ່ ສັດໂລກທັງຫຼາຍ ທີ່ຄວນແກ່ການຮັບເອົາພຸດທະສາສນາ, ພຣະອົງຊົງຊາບດ້ວຍອະນາຄະຕັງສະຍານ ວ່າສຸວັນນະພູມປະເທດ ເຊິ່ງເປັນດິນແດນອຸດົມໄປດ້ວຍ ສັບພະຍາກອນດ້ານວັດຖຸ ທີ່ມີຄຸນຄ່າທົນທານຫາຍາກຫຼາຍ ຄືວ່າ ເງິນ, ທອງຄຳ, ແກ້ວ, ເພັດ, ພອຍ, ທອງຂາວ, ທອງເຫຼືອງ, ທອງແດງ, ແລະເຫຼັກກົ່ວ, ຊືນ ເປັນວັດຖຸທີ່ຢູ່ໃຕ້ດິນ ແລະເທິງດິນມີຫຼາຍຢ່າງຕ່າງໆກັນ ດັ່ງນັ້ນ ພຣະອົງຈິ່ງຊົງເຫັນສົມຄວນວ່າ ເປັນທີ່ປະດິດສະຖານພຣະພຸດ ທະສາສນາໄວ້ໃຫ້ໝັ້ນຄົງຕໍ່ໄປ ໃນອະນາຄົດຂ້າງໜ້າ ສົມຄວນເຮົາພຣະອົງຈະເດັດໄປໂຜດ.
(ຍັງມີຕໍ່ຍາວໆໆໆ ຕິດຕາມອ່ານໄປທຸກໆວັນ)

No comments:

Post a Comment