Saturday 18 June 2011

ພຣະຜູ້ບໍ່ເຄີຍຖືກດ່າ

- ອັກໂກສະ ເມື່ອມີຍາດມິດມາສູ່ເຮືອນຂອງທ່ານ ທ່ານຍົກອາຫານມາຮອງຮັບ ຖ້າຍາດມິດເຫຼົ່ານັ້ນບໍ່ບໍຣິໂພກອາຫານຂອງທ່ານ ທ່ານຈະເອົາອາ ຫານເຫຼົ່ານັ້ນໄປໃຫ້ໃຜ ?
- ຂ້າພະເຈົ້າ ກໍບໍຣິໂພກເອງຫັ້ນແລ້ວ.
- ສັນໃດກໍດີ ອັກໂກສະ ! ຄໍາດ່າອັນຫຍາບຊ້າ ທີ່ທ່ານດ່າເຮົາຢ່າງເຜັດຮ້ອນຮ້າຍແຮງ ຄຳດ່າເຫຼົ່ານັ້ນ ຈະໄປໃສ ?
- ເຣື່ອງໂດຍຫຍໍ້ມີຢູ່ວ່າ...ພຣາມອັກໂກສະໂກດແຄ້ນ ພຣະພຸດທະເຈົ້າມາກ ທີ່ສາມາດເທສະໜາຈົນເພື່ອນພຣາມທີ່ຮັກໃຄ່ພໍໃຈຂອງເຂົາຄົນໜຶ່ງ ຊື່ພາຣະທະວາຊະໂຄດ ເຫຼື້ອມໃສຈົນອອກບວດ ເຂົາຈຶ່ງຜູກໃຈເຈັບແຕ່ນັ້ນມາ.
- ຈົນມາວັນໜຶ່ງ ເຂົາອົດກັ້ນຄວາມໂກດບໍ່ໄຫວ ຈຶ່ງຕາມມາດ່າພຣະພຸດທະເຈົ້າເຖິງພຸດທະສຳນັກ ເຂົາດ່າຢ່າງຫຍາບຄາຍຕ່າງໆນານາສາຣະພັດ ພຣະພຸດທະເຈົ້າ ກໍນັ່ງຟັງຊື່ໆ ບໍ່ຊົງໂຕ້ຕອບແມ່ນແຕ່ຄຳດຽວ ເຂົາດ່າຈົນເໝື່ອຍຫອບໝົດແຮງ ຈຶ່ງໄດ້ຫຍຸດ ພຣະພຸດທະເຈົ້າຊງຖາມເຂົາວ່າ:
- ອັກໂກສະ ? ເຄີຍມີມິດ ອຳມາດ ຍາຕິສາໂຣຫິດ ເປັນແຂກມາເຮືອນຂອງທ່ານແນ່ບໍ ?
- ເຄີຍມີ (ຕອບແບບກວນໆໆ)
- ທ່ານເຄີຍຈັດອາຫານຫວານຄາວ ຮັບຮອງລ້ຽງແຂກທີ່ມາເຮືອນຂອງທ່ານຢູ່ບໍ ?
- ເຄີຍຈັດ (ເຂົາແບບຫ້າວໆຢູ່)
- ຖ້າແຂກເຫຼົ່ານັ້ນບໍ່ບໍຣິໂພກອາຫານຂອງທ່ານ ທ່ານຈະເອົາອາ ຫານເຫຼົ່ານັ້ນໄປໃຫ້ໃຜ ?
- ຂ້າພະເຈົ້າ ກໍບໍຣິໂພກເອງຫັ້ນຕິ ! ຈະເອົາໄປໃຫ້ໃຜອີກ.
- ເຣື່ອງນີ້ກໍເຊັ່ນກັນອັກໂກສະ ! ທ່ານດ່າເຮົາ ຜູ້ບໍ່ດ່າຕອບ ທ່ານໂກດເຮົາ ຜູ້ບໍ່ໂກດຕອບ ເຮົາບໍ່ຮັບຄໍາດ່າ ແລະຄວາມໂກດຂອງທ່ານ ທີ່ທ່ານໃຫ້ ເຮົາ ແລະຄຳດ່່າ ແລະຄຳໂກດນັ້ນກໍເປັນຂອງທ່ານແຕ່ພຽງຜູ້ດຽວ.
- ອັກໂກສະ ! ຜູ້ໃດດ່າຕອບ ບຸກຄົນຜູ້ກພຳລັງດ່າຢູ່ ໂກດຕອບບຸກຄົນຜູ້ກຳລັງໂກດຢູ່ ຜູ້ນັ້ນຊື່ວ່າບໍຣິໂພກອາຫານຂອງຄວາມໂກດຮ່ວມກັນ ສ່ວນເຮົານັ້ນບໍ່ຂໍບໍຣິໂພກຮ່ວມດ້ວຍ.
- ສຸດທ້າຍ ພຣາມອັກໂກດ ກໍຫາຍໂກດປານປິດຖິ້ມ ເຂົາເກີດຄວາມຊາບເຊິ່ງໃນທັມຈົນສໍາເຣັດ ເປັນພຣະອໍຣະຫັນອົງໜຶ່ງໃນໂລກ.
(ອັກໂກສກະສູຕຣະ 15/24)
- ພຣະສູດນີ້ ສະແດງວ່າຄົນທີ່ດ່າຕອບບຸກຄົນຜູ້ກຳລັງດ່າຢູ່ ໂກດຕອບບຸກຄົນຜູ້ກຳລັງໂກດຢູ່ ຍ່ອມຊົ່ວຊ້າເທົ່າກັນ ແລະເລື່ອງຈະລົງເອີ່ຍ ດ້ວຍຄວາມພະນາດຈິບຫາຍທັງສອງຝ່າຍ ທີ່ໝາຍຂອງບຸກຄົນຜູ້ດ່າຕອບ ຫຼືໂກດຕອບກໍຄືຄຸກຕະຣາງ ຫຼືຍົມມະໂລກ.
- ໃນທີ່ບາງແຫ່ງ ທ່ານຈຶ່ງສະແດວງວ່າ ຄົນຜູ້ດ່າຕອບ ຫຼືໂກດຕອບບຸກຄົນກຳລັງດ່າ ຫຼືໂກດຢູ່ນັ້ນ ຊົ່ວກວ່າຄົນດ່າ ຫຼືຄົນໂກດ, ທັງນີ້ ເພາະຄົນ ທີ່ດ່າເຮົາ ຫຼືໂກດເຮົາ ເໝືອນເຂົາຈູດໂຟໃນອົກຈົນຮ້ອນແຮງ ແລ້ວລະເບີດອອກມາພາຍນອກແລ້ວ ແທນທີ່ເຮົາຈະໄປຊ່ວຍເຂົາດັບໄຟ ເຮົາກັບເອົາເຊື້ອໄຟໃສ່ເພີິ່າເຂົ້າໄປອີກ ແລ້ວມັນຈະດັບໄດ້ຢ່າງໃດ ເດີມໄຟຄືຄວາມຮ້ອນຈາກຄົນໂກດຢູ່ດວງໜຶ່ງ ເຮົາກໍຮ້ອນເພີ່ມອີກດວງໜຶ່ງ ທັງສອງກໍຮ້ອນເທົ່າກັນ ຈຸດໝາຍກໍອະເວຈີທັງສອງ.

No comments:

Post a Comment