Friday, 26 August 2011

ຮັກສາສີລຈັ່ງໃດຈຶ່ງຊີຖືກຕ້ອງ

- ເວົ້າເລື່ອງການຮັບສິລ ໃຜໆກໍຮັບໄດ້ ໂດຍສະເພາະສີລຫ້າ ຮັບງ່າຍໆ ເພາະເປັນສີລພື້ນຖານຂອງທຸກຄົນ, ເປັນນິຈະສີລ ຄືສິລສາມັນ ຮັບວັນລະເທົ່າໃດກະໄດ້ ເຮົາມັກເຫັນໃນເວລາເຮັດບຸນ ວັດ ແລະເຮືອນ ຈະມີການໄຫວ້ພຣະອາຣາດທະນາສິລ ຮຽກວ່າຂໍສີນ, ບາງຄັ້ງວັນໜຶ່ງ ມີບຸນຫຼາຍຄັ້ງ ຫ​ຼາຍເຮືອນ ຄົນໆດຽວໄປເຮືອນໃດ ພຣະໃຫ້ສິນ ອອກຕົນຍາດໂຍມຈະພ້ອມກັນເວົ້າເຄືອບໆ ຮູ້ຈັກຄວາມໝາຍກໍມີ ບໍ່ຮູ້ຈັກຄວາມໝາຍກໍມີ ກ​ໍວ່າກັນໄປ ຮັບແລ້ວກໍແລ້ວໄປບໍ່ມີໃຜສົນໃຈຮັກສາ.

- ຄົນລາວເຮົາເປັນຊາວພຸດ ມັກທຳຂໍສີລ ເຮັດບຸນເຮືອນໃດ ຄັນພຣະບໍ່ໃຫ້ສີລ ຫຼືຄັນວ່າບໍ່ໄດ້ຂໍສິລ ບໍ່ຄັກໃຈ ຈະນຶກວ່າບໍ່ໄດ້ບຸນ ສະນັ້ນຈຶ່ງຂໍສິລ ທຸກຄັ້ງໄປໃຫ້ເທົ່າໃດບໍ່ກ່ຽງຂໍແຕ່ວ່າໄດ້ຮັບສິລ ສຳລັບພຣະມີໜ້າທີ່ໃຫ້ສິລກໍໃຫ້ໄປ ວ່າແຕ່ຂໍມາ, ຄັນອອກຕົນຂໍສີລ ພຣະອົງໃດບໍໃຫ້ ແມ່ອອກກໍບໍດີ ໃຈອີກແລ້ວ ຫາວ່າພຣະບໍ່ຮູ້ຮີດຮູ້ຄອງ, ບາງຄົນວ່າໜັກໄປກວ່ານັ້ນ ພຣະວັດໜີເຮັດບຸນນຳຄືຊິບໍ່ໄດ້ບຸນ ບໍ່ໃຫ້ສິລບໍ່ໃຫ້ພອນ ວ່າກັນບັກໃຫຍ່ເລີຍ, ບາງຄົນວ່າໜັກໄປກວ່ານັ້ນອີກ ພຣະວັດນີ້ຂໍສີລບໍ່ໃຫ້ສິລ ເປັນພຣະອີສັງບໍ່ມີສິນ ວ່າໄປຈັ່ງຊັ້ນກະມີ.

- ຊິວ່າຈັ່ງໃດ ກະວ່າໄປ ຫາກບໍ່ຮູ້ຖືວ່າບໍ່ຜິດ ແຕ່ຄັນຮູ້ແລ້ວ ຕ່າວໂພໂລ ຫຼືພາໂລ ຖືວ່າເປັນຜິດ ມີອະທິກັມຕິດຕົວ, ເວົ້າເລື່ອງສິລໃຜໆກໍຢາກໄດ້, ເນື່ອງຈາກວ່າ ເປັນຂອງດີ, ໃຜມີສິລ ຖືວ່າເປັນຄົນດີ ດ້ວຍເຫດນັ້ນ ຄົນຈຶ່ງຢາກໄດ້ສິລ.

- ແຕ່ປະຊາຊົນຊາວພຸດລາວ ໑໐໐/໑໐໐ ມັກຂໍສິລ ແຕ່ບໍ່ຮັກສາສິລ, ຖາມວ່າຮັກສາສີລເປັນບໍ ? ຕອບໄດ້ເໝືອນກັນໂລດວ່າ "ເປັນ".
- ແຕ່ຫາກຖາມວ່າ ສີນພໍ່ອອກມີຈັກຂໍ້ ຫຼາຍຄົນຕອບວ່າ ມີ ໕ ຂໍ້, ແລະມີອີກຈຳນວນຫຼາຍ ວ່າ ບໍ່ຈັກ.
- ບາດຖາມຜູ້ທີ່ຕອບຜູ້ທີ່ຮູ້ຈັກວ່າມີຫ້າຂ້ໍນັ້ນ ແຕ່ລະຂໍ້ມີຫຍັງແນ່ ອັນນີ້ ເກືອບ ໙໐/໑໐໐ ຕອບບໍ່ໄດ້, ສ່ວນ ໑໐/໑໐໐ ທີ່ຍັງເຫຼືອນັ້ນ, ຮູ້ທຸກຂໍ້ ແຕ່ອາດລຽງລຳດັບບໍ່ຖືກຂໍກະມີຈຳນວນຫຼາຍ, ບາງຄົນລຽນຖືກຂໍ້ ຕາມພາສາປາລີໄດ້ ແຕ່ມີຈຳຫຼາຍແປບໍ່ໄດ້, ສ່ວນທີ່ແປໄດ້ ເວົ້າປາລີໄດ້ ມີບໍ່ເຖິງ ໒/໑໐໐ ອັນນີ້ໄດ້ຮັບຮອງວ່າຊາວພຸດລາວເຮົາດຽວນີ້ ເປັນຈັ່ງຊັ້ນແທ້.

- ແລະທີ່ເຫັນກັນຄັກແນ່ ແລະມີ ໙໙/໑໐໐ ຢາກໄດ້ສິນ ແລະຢາກຮັບສິນ ແລະບໍ່ຮັກສາສິລ.
- ບາດນີ້ມາເວົ້າບ່ອນເອົາ ການຣັກສິລທີ່ຖືກຕ້ອງ ຄວນເຮັດຈັ່ງໃດ ?
ງ່າຍໆໆໆ ໃຫ້ຈື່ເອົາຈັງຊີ້ ເພາະເວົ້າສິນແຕ່ລະຂໍ້ຄົນລາວສ່ວນຫຼາຍບໍ່ຮູ້ຈັກປານໃດດອກ ຄັນຢາກຮັກສາສິລໃຫ້ດີ ແລະຖືກຕ້ອງໃຫ້ຮັກສາກາຍ ກັບວາຈາ ຊື່ວ່າຮັກສາສິລໄດ້ແລ້ວ.
- ຮັກສາກາຍ ກັບວາຈາເປັນຈັ່ງໃດ ?
ເບິ່ງໃນອະກຸສົນກັມມະບົດ ໑ ປະການຄື.

ສີລາ(ປັນຈະສີລາ) ສິນຫ້າ ທະສະສີລາ ສິນສິບ.

 ຂຽນໂດຍ: ພຣະຄຣູເນືອງພິລັກ ໂຊຕິທອນ
-----------------------------------
ສີລາ : ແປວ່າສິລ ສີພື້ນຖານມີຫ້າຂໍ້ ຮຽກວ່າສິນຫ້າ (ປັນຈະສີລາ) ເປັນເຄື່ອງມືຮັກສາກາຍກັບວາຈາໃຫ້ຮຽບຮ້ອຍງົດງາມ ໃຜມີສີລ ຫຼືຮັກສາສິລ ໄດ້ຈະເປັນຄົນງາມ ເປັນຫົນທາງໄປສູ່ການທຳບາປທັງປວງ.

ກອນບູຮານ:(ຈື່ຈາກຄຳສອນຂອງພຣະອາຈານໃຫຍ່ພໍ່ເຖົ້າອ້ວນ ເຈົ້າອະທະການ ແລະເປັນທີ່ປຶກສາເຈົ້າອະທິການວັດແສນເໜືອ ໑໙໗໓-໑໙໘໕), ຄືນັບແຕ່ບວດມາຈົນຮອດປີ ໑໙໗໖ ກໍໄດ້ເປັນເຈົ້າອະທິການວັດແສນເໝືອ ຫຼັງຈາກພຣະອາຈານອາດສິກ, ຕໍ່ມາປີ ໑໙໗໘ ລາອອກເພາະຊະລາຫຼາຍ ໄປມາຍາກ ກໍລາອອກມອບໃຫ້ພຣະອາຈານສຸຄົນເປັນແທນ, ແຕ່ເພິ່ນກໍເປັນທີ່ປຶກສາເຈົ້າອະທິການວັດ ແຕ່ເພີ່ນກໍຈະເປັນຜູ້ສອນຄວາມຮູ້ຕ່າງໆ ເຊັ່ນສອນເທດ ແລະອົບຮົມພຣະສົງ ຫາກສອນສູດ ແລະວຽກການປົກຄອງແມ່ນອາຈານສຸຄົນ ປີ ໑໙໘໓ ພຣະອາຈານສຸຄົນຂຶ້ນມາວຽງຈັນ ເພິ່ນກໍຮັກສາການເຈົ້າອະທິການ ຕອນນັ້ນຜູ້ຂຽນເປັນຈົວເກົ່າໄປຮຽນທີ່ເມືອງໂຂງຕອນອອກພັນສາ ເວລາເຂົ້າພັນສາຕ້ອງມາຈຳພັນສາທີ່ວັດແສນ ເໜືອ ບັງເອີນບໍ່ມີພຣະໜຸ່ມ ມີແຕ່ອາຈານພໍ່ເຖົ້າສອງອົງ ຄືອາຈານພໍ່ເຖົ້າອ້ວນແລະອາຈານພໍ່ເຖົ້າຈັນ ເຖົ້າແລ້ວ ເພິ່ນກໍເລີຍໃຫ້ເປັນເຈົ້າອະທິການຈົວເລີຍ ຮ່າໆໆ ໄດ້ເປັນເຈົ້າອະທິການຈົວ ຄືທຳໜ້າທີ່ປົກຄອງສົງແທນເພິ່ນ(ບໍ່ໄດ້ແຕ່ງຕັງທາງການດອກ ມີແຕ່ມອບໜ້າທີ່ໃຫ້) ອອກພັນສາກໍຮຽນເມືອງໂຂງ ມໍ ໒, ກໍມີອາຈານສັກ ມາຈາກວັດຫີນສິ່ວ ທີ່ພຣະ ອາຈານບໍ່ເຖົ້າເຮືອນປະທານຕາແສງເມືອງແສນ ສົ່ງມາໄດ້ ໑ ພັນສາກໍສິກ, ທາງພຣະອາຈານພໍ່ເຖົ້າເຮືອກໍສົ່ງພຣະອານບຸນເລີດມາແທນ, ປີນັ້ນ ບໍ່ໄດ້ ຈຳພັນສາທີ່ວັດແສນເໜືອອີກໄປຮຽນຕໍ່ມໍ ໓ ເພາະວ່າທາງໂຮງຮຽນສົງປ່ຽນມາເປີດໂຮງຮຽນເດືອນ ໗ ປີນັ້ນ, ໄປຈຳພັນສາທີ່ວັດກາງໂຂງ ກໍເລີນປ່ວຍ ກັບມາປົວໂຕທີ່ວັດແສນເໜືອ ອອກພັນສາກໍສິກຈາກເປັນເນນ ຮອດເດືອນ ໕ ປີຕໍ່ມາກໍກັບມາບວດແລ້ວກໍອອກຈາກວັດແສນເໜືອ ໄປຮຽນໜັງສື ຈົນເທົ້າປັດນີ້, ແຕ່ວ່າຍັງຈື່ບົດກອນສີ ໘ ທີີ່ເຄີຍຟັງມາຕອນເປັນຈົວເທົ້າບັດນີ້.

(ສີລ ໑໐ ຄຳກອນ)
- ປະການໜຶ່ງບໍ່ໃຫ້ຂ້າສັດໂຕນ້ອຍໂຕໃຫຍ່ ຕົວເປັນຈົນຕາຍ.
- ປະການສອງບໍ່ໃຫ້ສໍ້ລັກເອົາຂອງທ່ານມາເປັນຂອງຕົນ.
- ປະການສາມບໍ່ໃຫ້ເສບເມຖຸນນະທັມລະຫວ່າງຍິງ ລະວ່າງຊາຍ ແລະອະໄວຍະວະ ວັດຖຸສິ່ງຂອງ
- ປະການສີ່ບໍ່ໃຫ້ລ່າຍພາງຮູ້ເຫັນຢ່າງໃດ ໃຫ້ວ່າຢ່າງນັ້ນ.
- ປະການຫ້າບໍ່ໃຫ້ດື່ມສຸຣາ ແລະມົວເມົາຄືເມໄຣ ອັນເປັນທີ່ຕັ້ງແຫ່ງຄວາມປາໝາດ.
- ປະການຫົກບໍ່ໃຫ້ສັນອາຫານໃນເວລາວິການຕັ້ງແຕ່ຕາເວັນບ່າຍໄປເທົ້າທ່ຽງຄືນ.
- ປະການເຈັດບໍ່ໃດ້ແກວ່ງຄ້ອນຢ້ອນດິນ
- ປະການແປດບໍ່ໃຫ້ທັດທຣົງດອກໄມ້ຂອງຂອງເຄື່ອງຍ້ອມເຄື່ອງທາຕ່າງໆ.
- ປະການເກົ້າບໍ່ໃຫ້ນັ່ງນອນທີ່ສູງທີ່ກວ້າງທີ່ໃຫຍ່ຊະແນນແລະຕຽງ
- ປະການສິບບໍ່ໃຫ້ຍິນດີດ້ວຍເງິນແລະຄຳ ມົວເມົາຫຼົງໃຫຼ.

ທີ່ຈິງ ເວົ້າສິນຫ້າ ກ່ອນຈຶ່ງມາວ່າສິນສິບ ແຕ່ທີ່ນີ້ຍົກກອນສິລສິບມາໄວ້ກ່ອນ ເພາະເປັນກອນບູຮານ ຈາກນີ້ໄປຈະເປັນກອນສິລ ໕ ເປັນກອນ ທີ່ແຕ່ງເອງໂດຍໄດ້ແນວທາງຈາກກອນສີລສິບດັ່ງນີ້ ຈະແຕ່ງເປັນສອງແບບ ດັ່ງນີ້

(ສີລຫ້າຄຳກອນແບບທີ ໑)
- ປະການໜຶ່ງ ໃຫ້ຫຼີກເວັ້ນຈາກການບຽດບຽດສັດ
- ປະການສອງ ໃຫ້ຫຼິກເວັ້ນຈາກການລັກໂລບຂອງເຂົາໃຊ້
- ປະການສາມ ໃຫ້ຫຼິກການລ່ວງເກີນຜົວເມັຍເຂົານັ້ນບຸດຕາບຸດຕີທີ່ເຂົາຮັກຫໍ່
- ປະການສີ່ ໃຫ້ຫຼິກເວັ້ນກ່າວລ່ວງຫຼອກລິ້ນລ່າຍພາງເວົ້າແບບອຳ
- ປະການຫ້າ ໃຫ້ຫຼິກເວັ້ນການດື່ມເຫຼົ້າກັບສິ່ງມືນເມົາ ອັນເປັນທາງພາເສັຍທຸສິນໝົດກ້ຽງ.
(ພຣະເນືອງພິລັກ ໂຊຕິທັມໂມ ແຕ່ງ ປີ ໑໙໙໗ ຂະນະທີ່ໃຊ້ນາມປາກກາວ່າ ກະວິວັງໂສ)

(ສີລຫ້າຄຳກອນແບບ ໒)
-- ສີລຂໍ້ໜຶ່ງໃຫ້ຫຼີກເວັ້ນ ຝູງແຫ່ງປານາ
ຄືຂ້າສັດມີຄຸນ ບຽດບຽນຈົນຕາຍສິ້ນ
ທັງຊີວິນຄົນດ້ວຍ ຢ່າທຳລາຍໃຫ້ຊີບລ່ວງ
ລວມທັງບັງບຽດດ້ວຍ ພະຍາມຂ້າຈ່ອງຜານ

- ສິລຂໍ້ທີສອງນັ້ນ ອະທິນນາທານາ ໃຫ້ລະເວັ້ນລັກເຄື່ອງເຂົາ
ລອບລັກທັງຂະໂມຍຂອງ ບັງບຽດເອົາມາໄວ້
ຂອງທີ່ເຂົາບໍ່ໃຫ້ ຢ່າງຈົງໃຈລັກລອບ
ທັງຂອງສົງຂອງລັດດ້ວຍ ກະທຳແລ້ວບາບມະຫັນ

- ສີລຂໍ້ທີສາມນັ້ນ ກາເມແຫ່ງສຸມິສາຈານ
ເສບເມຖ​ຸນນະທັມ ນອກຈາກຜົວເມັຍແກ້ວ
ລູກຂອງເຂົາຈົ່ງໄກເວັ້ນ ຜົວເມັຍເຂົາຈົ່ງລະຫ່າງ
ຄົນທີ່ເເຂົາຮັກຫໍ່ແທ້ ຢ່າລ່ວງເກີນປະເວນີນັ້ນຈົ່ງຫຼິກໄກ

- ສີລຂໍ້ທີສີ່ຈົ່ງຢ່າໄດ້ ເວົ້າລ່າຍບັງປິດ
ສຸສາວາທາ ເວົ້າບໍ່ຈິງລວງລໍ້
ການເວົ້າຈາຂີ້ສໍ້ ລວງປິດບັງລ້ຽວຕໍ່
ມີຄຳໃດເວົ້າໃຫ້ແຈ້ງ ຢ່າບິດບ້ຽງເສື່ອງຄວາມ

- ສິລຂໍ້ທີຫ້າເປັນຕົ້ນເຫງົ້າ ພາໃຫ້ລ່ວງທຳລາຍສິນ ທັງໝົດ
ຄືສຸລາຢາເມົາ ພ້ອມພ​ໍ່າມົວເມົາບ້າ
ກັບການຫຼົງໃຫຼຊັ້ນ ອຳນາດສູງຍົດໃຫຍ່
ທັງຊົນຊັ້ນກໍນັບໄດ້ ລວມເຂົ້າເປັນເລື່ອງເມົາ

ເມົາຍົດລືມຕາຍສ້ຽງ ບໍ່ຮູ້ເມື່ອຄິງຄັກ
ເມົາກາຍວາຍຊີວາ ບໍ່ເມື່ອຄິງຈັກດີ້
ເມົາຜົວເມັບນັ້ນ ລືມວົງວານພໍ່ແມ່
ຄັນເມົາຂອງໝູ່ນີ້ ທຳລາຍສ້ຽງຍອດສິນ ທ່ານເອີຍ.

ສາຍເຊລຳເພົາ ແຕ່ງ (໒໕ ສິງຫາ ໒໐໑໑)

ສິນຫ້າພາສາປາລີ
- ປານາຕິປາຕາ ເວຣະມະນີ
- ອະທິນນາທານາ ເວຣະມະນີ
- ກາເມ ສຸມິຈສາຈາຣາ ເວຣະມະນີ
- ມຸສາ ວາທາ ເວຣະມະນີ
- ສຸຣາ ເມຣະຍະ ມັຊຊະປະມາ ທັດຖານາ ເວຣະມະນີ

ແປສີລເອົາເນື້ອໃນ.
- ຫຼິກເວັ້ນການຂ້າສັດ, ບຽດບຽນສັດ ເຮັດໃຫ້ຊີວິດເຂົາຕົກລ່ວງ
- ຫຼິກເວັັ້ນຈາກການສໍ້ ລັກ ໂກງ ໂລບ ເອົາຂອງເຂົາມາເປັນຂອງຕົນ
- ຫຼິກເວັ້ນການລ່ວງເກີນປະເວນີລະຫວ່າງລູກ ຜົວ ເມັຍເຂົາທີ່ເຂົາຮັກຫ່ວງແຫນ ທີ່ເຂົາອ້າງຕົ້ນເປັນເຈົ້າຂອງ ຍິນດີສະເພາະຜົວເມັຍຕົນ.
- ຫຼິກເວັ້ນຈາກການເວົ້າຕົວະ, ເວົ້າສໍ່ສຽດ, ເວົ້າຫຼິ້ນລີ້ນ ເວົ້າເພີເຈີ້ ແລະເວົ້າສັບສໍ່,
- ຫຼີກເວັ້ນຈາກການດື່ມສຸຣາ ຢາເມົາ ແລະມົວເມົາໃນລາບ ຍົດ ກຽດ ແລະເມົາຊີວິດ (ຫາກໃຜລ່ວງເກີນສິນຂ້ໍນີ້ ຈັກຕັ້ງຕົນໃນຄວາມປາໝາດ ທຳລາຍສິລຂໍ້ອື່ນໄດ້ທັງໝົດ)

- ອາການລະເມີດສິລ
ກ. ທຳດ້ວຍກາຍ
ຂ. ເວົ້າດ້ວຍວາຈາ
ຄ. ຄິດດ້ວຍໃຈ.

- ລັກສະນະລະເມີດສີລ
ກ. ລະເມີດເອງ.
ຂ. ເວົ້າໃຫ້ຄົນອື່ນລະເມີດ, ວານ, ຂໍຮ້ອງ, ເວົ້າລຽບຄຽງ, ບອກວິທີ(ໃຫ້ເຂົາທຳແທນ)

Sunday, 21 August 2011

ກ່ອນຕາຍ ຮູ້ເທວະທູຕ ໕

- ຊິວິດທຸກຊີວິດ ໄປສູ່ທາງດຽວກັນ ຄື ຕາຍ, ຄຳວ່າຕາຍ ຄືການສິ້ນລົມຫາຍໃຈ ເມື່ອສິ້ນລົມຫາຍໃຈແລ້ວ ຮ່າງກາຍນັ້ນກໍເຄື່ອນເໜັງໄປເອງບໍ່ໄດ້ ຮ່າງກາຍເຄື່ອນເໜັງບໍ່ໄດ້ເພາະກາຍຕາຍນັ້ນ ພາສາລາວເຮົາເຂົາຮຽກວ່າສົບ. ຂຽນແບບບູຮານລາວ "ສົພ" ຫຼືຊາກສົບ, ມາຈາກພາສາປາລີ ທີ່ຂຽນ ແລະອອກສຽງ ດ້ວຍ (ສ-ມໍຫຼັງຂວຳ້ "ສວ"), ພາສາສັນສະກິດ ກໍຂຽນວ່າ "ສວ" (ແຕ່ຂຽນດ້ວຍ ສ.ຄໍ)

- ສົພ (ປັດຈຸບັນຂຽນ "ສົບ") ໃນພາສາລາວນັ້ນ ໄດ້ດັດແປງມາຈາກພາສາປາລີ ແລະສັນສະກິດ ແລະຂຽນໃຫ້ຖືກຕາມໄວຍາກອນປັດຈຸບັນວ່າສົບ, ຄື ເດີມເປັນ "ສວ" ແປງ "ວ" ເປັນ "ພ" ແລ້ວກໍ ແປງອະສອງຕົວໃຫ້ເປັນ ໄມ້ ×ົ ຈຶ່ງຂຽວວ່າ "ສົພ", ຄຳວ່າຊາກສົບ ໝາຍເຖິງຮ່າງກາຍທີ່ໝົດສະພາບ ໄຣ້ວິນຍານ, ບາງຄົນກໍວ່າ ຊາກຜີຕາຍ, ສົບຜີຕາຍກະມີ.

- ມະນຸດທຸກຄົນ ກ່ອນຕາຍບໍ່ມີໃຜຮູ້ດອກວ່າຈະໄປໃສ ? ແລະທຸກຄົນຈະບໍ່ຮູ້ວ່າຕົນຈະຕາຍເມື່ອໃດ, ຄົນບາງພວກຍັງບໍ່ເຊື່ອວ່າຕົນຈະຕາຍກະຍັງມີ, ຫຼືເຖິງຄາວແລ້ວຍັງບໍ່ຢາກຕາຍທັງນັ້ນ ແຕ່ມີຫຼາຍຄົນຮູ້ວ່າຕົນຈະຕ້ອງຕາຍ ແລະກໍຫວັງວ່າກ່ອນຈະຕາຍຢາກຈະໄປສູ່ທີ່ດີກວ່າ ຈຶ່ງຂົນຂວາຍທຳບຸນ ສຶກສາທັມ ປະຕິບັດທັມ ໄຫວ້ພຣະສູດມົນພາວະນາ ເຂົາຮຽກວ່າມີສະຕິກ່ອນຕາຍ ຄັນເຖິງຄາວຕາຍຕ້ອງຕາຍຢ່າງມີສະຕິ.

- ຄົນຄູ່ມື້ນີ້ ຕາຍແບບຫຼົງສະຕິ ຫຼືຕາຍແບບໂງ່ເຂົາເປັນສ່ວນຫຼາຍ ແຕ່ຄົນລາວຊາວອານາຈັກລ້ານຊ້າງໃນອະດີດ ເຂົາມີຄວາມເຊື່ອເລື່ອງຕາຍແບບມີ ສະຕິ ຄື ເຊື່ອວ່າການເກີດ, ແກ່, ເຈັບ, ຕ້ອງໂທດ, ແລະຕາຍ ເປັນຂອງຈິງໃນໂລກ, ເມື່ອເກີດມາສະພາບຕ່າງໆທີ່ເຂົາເຫັນຢູ່ລ້ວນແຕ່ມີຈິງໃນໂລກ, ເຂົາເຊື່ອເມື່ອຕາຍໄປແລ້ວ ສິ່ງເຫຼົ່ານີ້ຕ້ອງມີຈິງໃນໂລກອື່ນ, ເຂົາເຊື່ອວ່າ ຄວາມເກີດ, ຄວາມແກ່, ຄວາມເຈັບ, ຄວາມຕ້ອງໂທດ ແລະຄວາມຕາຍ ເຂົາຈະຕ້ອງໄດ້ພົບ ແລະເຊື່ອວ່າສິ່ງເລົ່ານີ້ ຄືເທວະທູຕ.

- ເທວະ-ທູຕາ ເປັນພາສາປາລີ, ຄື ທູຕຂອງເທວະດາ, ມະນຸດເຫັນສິ່ງທີ່ຮອບຕົວເຂົາວ່າເປັນເທວະທູຕ, ພຣະພຸດທະອົງເອງ ກ່ອນຈະສະເດັດອອກ ບວດກໍເຫັນເທວະທູຕເລົ່ານີ້ ເທວະທູຕ ມີ ໕ ຢ່າງ ຄື.

໑.ຄວາມເກີດ.
໒. ຄວາມແກ່.
໓. ຄວາມເຈັບ.
໔. ຄວາມຕ້ອງໂທດ.
໕. ຄວາມຕາຍ.

- ເມື່ອເຫັນຄົນແກ່, ຄົນເຈັບ, ຄົນຕ້ອງໂທດ ແລະຄົນຕາຍ, ທາງພຸດທະສາສນາສອນໃຫ້ຄົນນ້ອມນຶກມາໃສ່ຕົວ ຈົນເກີດຄວາມສະຫຼົດສັງເວດໃຈ ບໍ່ກ້່າທຳບາບກັມ, ດ້ວຍເຫດນັ້ນຄົນບູຮານ ຈຶ່ງຮຽນຄາຖາເທວະທູຕ ແລະສູດທ່ອງທຸກວັນໆໆບໍ່ໄດ້ຂາດ.

- ໃນເວລາຕໍ່ໆມາ ບໍ່ຮູ້ວ່າເຫິງປານໃດແລ້ວ ຄົນລາວສະໄໝໜຶ່ງ ສົງໃສເກີດຄວາມຂີ້ຄ້ານໄຫວ້ພຣະສູດມົນ ແລະສູດທ່ອງຄາຖາເທວະທູຕ ກໍໃຫຊ້ວິ ທີ່ຂຽນຄາຖາເທວະທູຕນັ້ນໃສ່ປາກຄົນຕາຍ ເມື່ອນາຍທະວານບານຖາມເຖິງເທວະທູຕ ເຊື່ອວ່າຄົນທີ່ຕາຍນັ້ນຈະໄດ້ເອົາອ້າງນາຍທະວານບານ ໃຫ້ຜ່ານປະຕູໄປສູ່ເມືອງຍົມພິບານ, ຕໍ່ມາເຖິງເຕີບໆ ກະບໍ່ຮູ້ວ່າເຫິງປານໃດເໝືອນກັນ ຄົນອາດບໍ່ຈື່ຄາຖາເທວະທູຕນັ້ນແລ້ວ ກໍມັກຈະເອົາຄຳ ເງິນ ປ່ອນໃສ່ປາກຄົນຕາຍເວລາໃຈຂາດ ຄວາມໝາຍຂອງເຂົາຄື ເພື່ອຈ້າງນາຍທະວານບານ ໃຫ້ຜ່ານປະຕູໄປສູ່ເມືອງພະຍາຍົມ, (ອັນນີ້ ຖືວ່າເປັນການ ໃຫ້ສິນບົນພະຍາຍົມ ບໍ່ຮູ້ວ່າຈະໄດ້ຜົນບໍຫຼືບໍ່ ຍັງບໍ່ທັນໄດ້ຄຳຕອບ ແຕ່ຄົນກໍນິຍົມກັນຈົນກາຍເປັນປະເພນີ ໃຫ້ຖືກະບໍ່ໄດ້, ໃສ່ຖົງສົ້ງ, ຖົງເສື້ອກະບໍ່ ໄດ້ເພາະເຂົາເຊື່ອວ່າຢ້ານຜີບໍຣິສາດຍາດເອົາຕາມທາງ ຕ້ອງປ່ອນໃສ່ປາກໃຫ້ອົມໄວ້, ບາດໄປເຜົາແລ້ວຄຳ ຫຼືເງິນນັ້ນ ມັນບໍ່ໃໝ້ ລູກຫຼານເກັບໄດ້ວ່າ ເປັນມຸງຄຸນ, ໃຜເກັບໄດ້ວ່າມີບຸນ, ບາງຄົນກະວ່າຄົນທີ່ຕາຍຮັກຄົນນັ້ນເຂົາຈຶ່ງເຫັນ, ອັນນີ້ແມ່ນກົນລະຍຸດຂອງຄົນ ເພື່ອບໍ່ໃຫ້ພີ່ນ້ອງຜິດໃຈກັນ ຍ້ອນຄຳປາກຜີ, ແຕ່ໃນປັດຈຸບັນນີ້ ບໍ່ເຊື່ອວ່າກົນລະຍຸດນີ້ຍັງຄົງຄວາມສັກສິດຢູ່ບໍ ຫຼືບໍ່, ເພາະວ່າເຫັນເຣື່ອງເກີດຂຶ້ນຢູ່ຫຼາຍເຣື່ອງ ເຊັ່ນ ຄົນທີ່ອຸປະ ຖັມຄ້ຳຊູຜູ້ຕາຍຕອນຍັງມີຊີວິດນັ້ນແມ່ນຜູ້ໜຶ່ງ, ສ່ວນຄົນທີ່ໄດ້ພັດແມ່ນຄົນເສັຍທາດຂາດຄຸນ ກິນເຫຼົ້າ ກິນຍາ, ບາງທີຄົນທີ່ເຮັດດີກະນ້ອຍໃຈ ກະຍັງມີ ບໍ່ຢາກທຳຄວາມດີກ​ໍມີຫຼາຍຖົມໄປ).

- ຢ່າງໃດກໍຕາມ ຄວາມເຊື່ອກັບຄວາມຈິງ ມັນຫາກຕິດພັນກັນຢູ່ຢ່າງແຍກບໍ່ອອກ, ຄົນເຊື່ອວ່າ ຕອນຕາຍຂຽນຄາຖາເທວະທູເທັງ ໕ ໃສ່ປາກ ຄົນນັ້ນຈະໄປຮອດເມືອງພະຍາຍົມ, ບາງຄົນກໍເຊື່ອວ່າ ຫາກຄົນບໍ່ຮູ້ເທວະທູຕທັງຫ້າ ກ່ອນຕາຍ ບໍ່ມີທາງຈະຕອບນາຍທະວານບານໄດ້ວ່າ ເທວະທູຕທັງຫ້າມີຫຍັງແນ່ ເພາະຕອນຍັງມີຊີວິຕຢູ່ເຂົາເວົ້າພາສາລາວຍັງບໍ່ຖືກ ເຫດໃດຄາຖາເທວະທູຕເປັນພາສາປາລີ ແລະຂຽນດ້ວຍອັກສອນ ທັມດ້ວຍເຂົາຈະອ່ານໄດ້, ສະນັ້ນ ຄົນທີ່ເຊື່ອວ່າເຮົາຕ້ອງຮູ້ເທວະທູຕ ຕ້ອງທ່ອງຂຶ້ນໃຈໃຫ້ຈື່ຈຳ ແລະມີສະຕິກ່ອນຕາຍ ຈຶ່ງຈະຜ່ານປະຕູນາຍທະວານ ບານໄດ້.

ກ. ຄາຖາເທວະທູຕນັ້ນ ເປັນເຊັ່ນໃດ (ຈະຂຽນເປັນພາສາປາລີ ແລະແປໃຫ້ພ້ອມດັ່ງນີ້)
໑. ອະຫັມປິ ໂຂມຫິ ຊາຕິທັມໂມ ຊາຕິງ ຫັນທາຫັງ ກັລຍານັງ ກະໂຣມິ ກາເຍນະ ວາຈາຍະ ມະນະສາ.
(ເຮົາມີຄວາມເກີດເປັນທັມມະດາ ຈະລ່ວງພົ້ນຄວາມເກີດໄປບໍ່ໄດ້ ເອົາເຖີດເຮົາຈະຮີບທຳຄວາມດີດ້ວຍກາຍ, ວາຈາ ແລະໃຈກ່ອນຕາຍ)

໒. ອະຫັມປິ ໂຂມຫິ ຊະຣາຕິທັມໂມ ຊະຣັງ ຫັນທາຫັງ ກັລຍານັງ ກະໂຣມິ ກາເຍນະ ວາຈາຍະ ມະນະສາ.
(ເຮົາມີຄວາມຊະຣາເປັນທັມມະດາ ຈະລ່ວງພົ້ນຄວາມຊະຣາໄປບໍ່ໄດ້ ເອົາເຖີດເຮົາຈະຮີບທຳຄວາມດີດ້ວຍກາຍ, ວາຈາ ແລະໃຈກ່ອນຕາຍ)


໓. ອະຫັມປິ ໂຂມຫິ ພະຍາທິທັມໂມ ພະຍາທິງ ອະນະຕິໂຕ ຫັນທາຫັງ ກັລຍານັງ ກະໂຣມິ ກາເຍນະ ວາຈາຍະ ມະນະສາ.
(ເຮົາມີຄວາມເຈັບໄຂ້ເປັນທັມມະດາ ຈະລ່ວງພົ້ນຄວາມເຈັບໄຂ້ໄປບໍ່ໄດ້ ເອົາເຖີດເຮົາຈະຮີບທຳຄວາມດີດ້ວຍກາຍ, ວາຈາ ແລະໃຈກ່ອນຕາຍ)

໔. ເຍ ກິຣະ ໂພ ປາປານິ ກັມມານິ ກະໂຣນຕິ ເຕ ທິຕເຖວະ ທັມເມ ເອວະຣູປາ ວິວິທາ ກັມມະກາຣະນາ ກະຣິຍັນຕິ ກິມັງຄັງ ປຣັຕຖະ ຫັນທາຫັງ ກັລຍານັງ ກະໂຣມິ ກາເຍນະ ວາຈາຍະ ມະນະສາ.
(ຄົນທີ່ທັມກັມຊົ່ວ ຈະຖືກເຂົາທຳກັມຕ່າງໆ ຢ່າງເໝາະສົມ ໃນປັດຈຸບັນທັນຕາເຫັນບໍ່ຕ້ອງຣໍເຖິງຊາດໜ້າ ເອົາເຖີດເຮົາຈິຮີບທຳຄວາມດີກ່ອນຕາຍ ດ້ວຍກາຍ ວາຈາ ກ່ອນຕາຍ)

໕. ອະຫັມປິ ໂຂມຫິ ມະຣະນະທັມໂມ ມະຣະນັງ ອະຣາຕິໂຕ ຫັນທາຫັງ ກັລຍານັງ ກະໂຣມິ ກາເຍນະ ວາຈາຍະ ມະນະສາ.
(ເຮົາມີຄວາມຕາຍເປັນທັມມະດາ ຈະລ່ວງພົ້ນຄວາມຕາຍໄປບໍ່ໄດ້ ເອົາເຖີດເຮົາຈະຮີບທຳຄວາມດີດ້ວຍກາຍ, ວາຈາ ແລະໃຈກ່ອນຕາຍ)

- ນີ້ເປັນຄາຖາບອກທາງໄປເມືອງພະຍາຍົມ ຫຼືໄປເມືອງສະຫວັນ ສະນັ້ນເມື່ອຄົນປ່ວຍໃກ້ຈະຕາຍ ກຳລັງຫັນໃຈປາ ທາດລົມທາດໄຟເຂົ້າອອກ ເຂົາຈະຫາດອກໄມ້ ທູປ ທຽນ ໃຫ້ຄົນປ່ວຍປະນົມມືຖືເຕືອນໃຫ້ຣະນຶກເຖິງຄຸນພຣະຣັຕນະໄຕ ແລເວບອກຄາຖານີ້ແກ່ຄົນຕາຍ (ຄວາມເຊື່ອຂອງຄົນ ຍຸກໜຶ່ງ) ໄດ້ຂຽນຄາຖານີ້ປ່ອນໃສ່ປາກຄົນຕາຍເລີຍ.

- ການປ່ອນຄາຖານີ້ໃສ່ປາກຄົນຕາຍ ທີ່ບໍ່ເຄີຍຮູ້ຄາຖານີ້ ຈະໄດ້ຜົນບໍ ຫຼືບໍ່ເຮົາຕອບໄດ້ວ່າ ບໍ່ໄດ້ຜົນ ເພາະວ່າພົບຫຼັກຖານໃນຄາຖານີ້ ໃນຂໍ້ທີ ໔ ວ່າ "ເຍ ກິຣະ ໂພ ປາປານິ ກັມມານິ ກະໂຣນຕິ ເຕ ທິຕເຖວະ ທັມເມ ເອວະຣູປາ ວິວິທາ ກັມມະກາຣະນາ ກະຣິຍັນຕິ ກິມັງຄັງ ປຣັຕຖະ ຫັນທາຫັງ ກັລຍານັງ ກະໂຣມິ ກາເຍນະ ວາຈາຍະ ມະນະສາ.
(ຄົນທີ່ທັມກັມຊົ່ວ ຈະຖືກເຂົາທຳກັມຕ່າງໆ ຢ່າງເໝາະສົມ ໃນປັດຈຸບັນທັນຕາເຫັນບໍ່ຕ້ອງຣໍເຖິງຊາດໜ້າ ເອົາເຖີດເຮົາຈິຮີບທຳຄວາມດີກ່ອນຕາຍ ດ້ວຍກາຍ ວາຈາ ກ່ອນຕາຍ) ນັ້ນກໍສະແດງວ່າ ເມື່ອມີຊີວິດຢູ່ ເຣົາບໍ່ຮູ້ເທວະທູຕ ບໍ່ຮູ້ບາບ ບຸນ ຄຸນ ໂທດ ເມື່ອຕາຍໄປແລ້ວ ຈຶ່ງຂຽນຄາຖາໃສ່ປາກ ຄົນຕາຍກໍບໍ່ຮູ້ເຊິ່ງຄວາມໝາຍນັ້ນເລີຍ.

ຂ. ຄວາມໝາຍຂອງຄາຖາເທວະທູຕທັງ ໕.
- ທາງຄະດີໂລກ ທ່ານວ່າ ມະນຸດຕາຍແລ້ວມີບາບມີບຸນ ເປັນເຄື່ອງນຳໄປສູ່ສະຫວັນ ຫຼືນະຣົກ, ບໍ່ຢາກໃຫ້ຄົນຕາຍໄປຕົກນະຣົກກ່ອນ ຈຶ່ງຂຽນ ຄາຖາເທວະທູຕໃສ່ປາກ.
- ສ່ວນທາງຄະດີທັມ ມະນຸດຕາຍແລ້ວມີບາບມີບຸນ ເປັນເຄື່ອງນຳໄປສູ່ສະຫວັນ ຫຼືນະຣົກ, ມະນຸດ ຮູ້ວ່າສະຫວັນມີຈິງ ນະຣົກມີຈິງ ຈຶ່ງຕ້ອງທຳຄວາມດີ ດ້ວຍກາຍ ວາຈາ ໃຈກ່ອນຕາຍ ຈິງໃຫ້ມະນຸດທ່ອງ ແລະສູດສາທະຍາຍຄາຖານີ້ກ່ອນຕາຍ.

ຄ. ຄວາມໝາຍຂອງການນຳດອກໄມ້ທູບທຽນໃສ່ມືຄົນຕາຍ.
- ທາງຄະດີໂລກ ຖືວ່າໃຫ້ນຳເຄື່ອງສັກກາຣະນັ້ນໄປໄຫວ້ພຣະທາຕເກດແກ້ວຈຸລາມະນີ ບົນສະຫວັນຊັ້ນຕາວະດິງ,
- ທາງຄະດີທັມ ສອນໃຫ້ຄົນທີ່ຍັງເປັຍໃຫ້ຮູ້ຈັກການໄຫວ້ ນົບ ເຄົາຣົບ ບູຊາ ຢ່າຢູ່ໂດຍ ບໍ່ຮູ້ຈັກທຳບຸນໃຫ້ທານ ຮັກສາສິນ ພາວະນາ.

ງ. ອາບນ້ຳສົບໃຫ້ຄົນຕາຍ.
- ຄົນທີ່ຖືກຂ້າຕາຍ ຕົກນຳ້ຕາຍ ຕົກຕົ້ນໄມ້ຕາຍ ລົດຊົນຕາຍ ເປັນຕົ້ນ ຖືວ່າຕາຍຫູງ ບໍ່ນິຍົມອາບນຳ້ສົບ ພຽງແຕ່ມັດແລ້ວກໍນໄປຝັງທີ່ປ່າຊ້າ ເພາະຖືວ່າຕາຍບໍ່ບໍຣິສຸດ ທີ່ບໍ່ເຜົ່າເພາະເຊື່ອວ່າກົວຢ້ານຈະເກີດຄວາມເດືອດຮ້ອນໃຫ້ຍາດພີ່ນ້ອງ ແລະຖ້າເປັນການຕາຍທັມມະດາ ນິຍົມອາບດ້ວຍນຳ້ອົບ ນຳ້ຫອມ.
- ທາງຄະດີໂລກ ຖືວ່າອາບໃຫ້ປາສະຈາກມົນທຶນ.
- ທາງຄະດີທັມ ຖືວ່າສອນໃຫ້ຄົນເປັນ ຢູ່ດ້ວຍສິນ ສະມາທິ ປັນຍາ ດ້ວຍກາຍ ວາຈາ ແລະໃຈ ເພື່ອຢູ່ໃນໂລກຢ່າງສະອາດ ແລະຕາຍດີ ເໝືອນກັບກາບນຳ້ຫອມ.

ຈ. ຫວີຜົມສົບ.
- ການຫວີຜົມໃຫ້ສົບ ຫວີໄປທາງຫຼັງເຄິ່ງໜຶ່ງ ທາງໜ້າເຄິ່ງໜຶ່ງ, ເມື່ອຫວີແລ້ວຫັກຫວີເປັນສອງທ່ອນຖິ້ມ.
- ທາງຄະດີໂລກ ຖືວ່າຫວີສຳລັບຄົນຕາບ ແລະຄົນເກີດ.
- ທາງຄະດີທັມ ຖືວ່່າເປັນການເຕືອນໃຫ້ພິຈາຣະນາວາມ ຄວາມເກີດກັບຄວາມຈາຍ ເປັນຂອງຄູ່ກັນ ເກີດແລ້ວຕ້ອງຕາຍ ຕາຍແລ້ວຕ້ອງເກີດ ຜູ້ທີ່ບໍ່ຕາຍ ຄືຜຸ້ທີ່ບໍ່ເກີດ.

ສ. ນຸ່ງຫົ່ມຜ້າສົບ.
- ໃຫ້ເອົາເຄື່ອງນຸ່ງຫົ່ມໃໝ່ ນຸ່ງໃຫ້ຄົນຕາຍ ແຕ່ໃຫ້ນຸ່ງດ້ານກັບ ຄືນຸ່ງສົ້ງ ແລະເສື້ອກັບໄປທາງຫຼັງ ບໍ່ເໝືອນຄົນເປັນ, ເມື່ອນຸ່ງແລ້ວໃຫ້ເອົາຜ້າຂາວ ມາບ່ຽງບ່າ ແຕ່ໃຫ້ບຽງກັບດ້ານໄປທາງດ້ານຊ້າຍ ບໍ່ໃຫ້ບ່ຽງໄປທາງດ້ານຂວາ (ເບິ່ງການຄຸມຜ້າຂອງພຣະສົງເປັນເກນ ຄືໃຫ້ກັບກັນກັບພຣະສົງ ຄຸມຜ້າໃຫ້ເອົາສົ້ນຜ້າພົກໄວ້ດ້ານໜ້າແບບບ່ຽງບ່າ) ເຄື່ອງນຸ່ງຫົ້​່ມນັ້ນ ຈະຕ້ອງຕັດໃຫ້ຂາດສ້ອຍ.
- ທາງຄະດີໂລກ ຖືວ່າການນຸ່ງຫົ່ມກັບຫັຼງນຸ່ງຫົ່ມໃຫ້ຄົນຕາຍ, ການນຸ່ງໄປດ້ານໜ້າເປັນການນຸ່ງຂອງຄົນເປັນ ບອກໃຫ້ເຫັນວ່າ ຄົນຕາຍແລ້ວ ບໍ່ມີວັນກັບມາໄດ້ອີກ, ສ່ວນທີ່ໃຫ້ຕັດເສື້ອຜ້າໃຫ້ຂາດ ເຖິງເປັນເສື້ອໃໝ່ກໍຕາມ ເພາະເຊື່ອວ່າ ປ້ອງກັນບໍ່ໃຫ້ຜີບໍຣິສາດຍາດເອົາຕອນໄປຕາມທາງ ກ່ອນຈະເຖີງເມືອງຍົມພິບານ.
- ທາງຄະດີທັມ ຖືວ່າທີ່ນຸ່ງຜ້າກັບຫຼັງ ເປັນການອາການບໍ່ປົກກະຕິ ການຕາຍເປັນເລື່ອງຈິງ ແມ່ນຈະຫົ່ມຜ້າກັບຫຼັງເຂົາກໍບໍ່ຮູ້ສຶກ, ການທີ່ຫົ່ມຜ້າຂາວ ບອກໃຫ້ຄົນຍັງມີສຸດຈະຣິດ ເພາະສຸດຈະຣິດເປັນກັມທີ່ຂາວ, ສ່ວນການຕັດເສື້ອຜ້າໃຫ້ຂາດ ບອກໃຫ້ຄົນຍັງຮູ້ວ່າ ການຕາຍເໝືອນສິ່ງຂອງທີ່ເສັຍຫາຍໃຊ້ການບໍ່ໄດ້.

- ຮຽນຮູ້ເພີ່ມຕື່ມ : ແຕ່ປີ ຄ.ສ ໒໐໐໐ ເປັນຕົ້ນມາຮອດໄຣຍະໜຶ່ງ ຄົນວຽງຈັນຍັງນິຍົມໃຊ້ຣົດຈັກເປັນສ່ວນຫຼາຍ ເຫັນນັກຮຽນນັກສຶກສາ ແລະຄົນທົ່ວໄປ ຂີ່ຣົດຈັກຫົ່ມເສື້ອແລ້ວ ຍັງຫົ່ມເສື້ອກັນລົມ ຫຼືເສື້ອແຂນຍາວປົກອີກ ແຕ່ຫົ່ມທາງກັບ ເຫັນແລ້ວຂີນຕາ ເຄີຍເວົ້າທຸກຄັ້ງ ທີ່ພົບເຫັນ ວ່າ ເປັນການນຸ່ງແບບຜີຕາຍ ເຄີຍເວົ້າໃນງານປະຖະກະຖາ ແລະສາທະຍາຍ ດຽວນີ້ລົດຜ່ອນລົງແນ່ແລ້ວ ມີການນຸ່ງແບບນັ້ນນ້ອຍລົງແລ້ວ.

- ການຂຽນບົດຄວາມນີ້ ໄດ້ແຮງຜັກດັນຈາກເລື່ອງຈິງເກີດຂຶ້ນວັນນີ້ (ວັນທີ ໒໑ ສິງຫາ ໒໐໑໑) ຄືວ່າ ວັນນີ້ ມີແມ່ອອກຄົນໜຶ່ງມາຫາ ບອກວ່າ ເປັນຄົນວັງວຽງ ແລະເປັນຄົນເຜົ່າລາວສູງ ວ່າມີແມ່ເຖົ້າແລ້ວ ປ່ວຍໄຂ້ ຈະສິ້ນລົມຫາຍໃຈ ໂທມາບອກວ່າ ໃຫ້ໄປຫາພຣະຂຽນຄາຖາໃຫ້ແນ່ ເພື່ອເປັນໜັງສທເດີນທາງໄປສູ່ສະຫວັນສະບາຍ, ຖາມເຂົາວ່າ ຄາຖາຫຍັງ ເຂົາກໍບໍ່ຮູ້ ເພາະເຂົາຮູ້ແຕ່ພຽງວ່າ ແມ່ເຖົ້າບອກວ່າ ໜັງສືເດີນທາງ.
- ຜູ້ຂຽນ ກໍນຶກເຖິງຄາຖາເທວະທູຕທັງ ໕ ນີ້, ເພາະເຄີຍຍິນຄົນເຖົ້າຄົນແກ່ເວົ້າເຣື່ອງຄາຖາເທວະທູດ ແລະເຄີຍເຫັນເຂົາເຮັດ ແລະຕອນມາຢູ່ວັດ ວຽງຈະເຣີນນີ້ ໑໐ ປີເຕັມພໍດີ ກ​ໍເຄິຍເຫັນແມ່ເຖົ້າຊາວຫົວພັນ ມາຫາໃຫ້ຂຽນໃຫ້ຄັ້ງໜຶ່ງ ກໍຂຽນໃຫ້ເຂົາໄປແລ້ວ, ວັນນີ້ກໍເອົາຄາຖາເທວະທູດ ນີ້ໃຫ້ແມ່ອອກຄົນລາວສູງຄົນນັ້ນໄປ(ຂຽນທັງອັກສອນທັມ ແລະອັກສອນລາວດ້ວຍ) ເມື່ອຂຽນໃຫ້ໃຫ້ເຂົາແລ້ວກໍມາຂຽນບົດຄວາມນີ້ລົງໃນ ເວບນີ້ໄວ້.
- ເປັນສິ່ງທີ່ໜ້າສົງໄສຢ່າງໜຶ່ງ ເມື່ອຖາມເຂົາວ່າ ແມ່ເຖົ້າຄົນນັ້ນ ເປັນຊາວພຸດບໍ ເຂົາຕອບວ່າບໍ່ ? ແລະເຄີຍເຂົ້າວັດບໍ ? ກໍຕອບວ່າບໍ່ ອັນນີ້ ກໍເປັນທີ່ໜ້າສົງໄສ ແຕ່ເປັນຫຍັງແມ່ຕູ້ຄົນນັ້ນຈຶ່ງຕ້ອງການໜັງສືເດີນທາງລະ (ອັນນີ້ ຊິຫາຄຳຕອບຈາກຍິງຄົນທີ່ມາຫາໄດ້ຄວາມແລ້ວ ຈຶ່ງຊິມາຂຽນລົງໃນເວບນີ້ອີກ ລ​​ໍຟັງເລື່ອງລາວໄດ້ໃນໂອກາດຕໍ່ໄປ.
(ຂຽນແລ້ວ ເວລາ ໒໒ : ໔໘ ໂມງ ວັນທີ ໒໑ ສິງຫາ ໒໐໑໑)

Friday, 12 August 2011

ซึ่งกล่าวว่าเป็นผู้รักษาสมุทรดังที่เล่าไว้ในรามเกียรติ์ว่า นางเมขลาเป็นพนักงานรักษาสมุทร มีแก้วประจำตัวอยู่ ๑ ดวง ถ้านางโยนขึ้นจะเห็นแสงแวววับจับตา ซึ่งเราเรียกกันว่าฟ้าแล่บ ได้ไปเล่นกับเทพบุตรและนางฟ้าในเวลานักขัตฤกษ์ได้โยนแก้วเล่นแสง แก้วนี้ส่องไปจนรามสูรเห็นก็อยากได้ จึงไปไล่หวังจะได้แก้ว แต่ก็ไม่ได้ เพระนางเมขลาเอาแก้วส่องตาทำให้หน้ามืด เลยโมโหขว้างขวานหวังจะฆ่าซึ่งก็ไม่ถูกนาง ทางมนุษย์เราเรียกฟ้าร้องและฟ้าผ่านั้นเอง นี้แหละเป็นเรื่องของนางเมขลา
เผอิญวันเรือแตกนั้นนางเมขลากำลังไปประชุมอยู่กับเทพบุตรนางฟ้า จวบจนถึงวันที่ ๘ จึงกลับมา ได้เห็นมหาชนกว่ายน้ำอยู่จึงช่วยพาขึ้นจากสมุทรมาไว้ในอุทยานของพระเจ้าโปลชนก แล้วก็กลับไปที่อยู่ เจ้ามหาชนก ก็นอนหลับอยู่ในสวน


เมื่อเจ้ามมหาชนกมาหลับอยู่ในพระราชอุทยาน นั้น พระเจ้ากรุงมิถิลาสวรรคตได้ ๗ วันนี้ ราชธิดาของเจ้าโปลชนกพยายามเลือกหาผู้สมควร ให้เสวยราชสมบัติแทนพระบิดา โดยป่าวร้องให้อำมาตย์ข้าราชการมาเฝ้านางจะเลือกเอาเป็นคู่ครอง นางก็ไม่เลือกใคร ต่อมาถึงวาระเศรษฐีคฤหบดีก็ไม่มีใครได้นาง นางจึงปรึกษากับราชปุโรหิตว่า จะทำอย่างไรดีจึงจะได้คนมาครองราชสมบัติ ราชปุโลหิตจึงทูลตอบว่า
“ข้าแต่พระแม่เจ้า ตามโบราณมาถ้าพระเจ้าแผ่นดินไม่มีบุตรชาย ถึงแก่สวรรคตแล้ว อำมาตย์ข้าราชบริพานต่างก็จะเซ่นสรวงสังเวยเทพยดาอารักษ์ เสี่ยงราชรถออกไป ถ้าราชรถไปเกยถูกผู้ใด เห็นทีบุญแล้วก็จงเชิญมาครองราชสมบัติ”
“ถ้าเช่นนั้นท่านอาจารย์จงจัดแจงทำพิธีเสี่ยงราชรถเถิด” ราชปุโรหิตจึงจัดแจงทำบวงสรวงสังเวยอธิษฐานขอไห้ได้ผู้พระทำการสืบราชสมบัติแทน แล้วเทียมรถด้วยม้ามงคลปล่อยออกไป

ม้าที่นำรถนั้นเหมือนจะมีหัวใจ หรือไม่ก็ดูเหมือนมีคนมาชักสายขับขี่ไปให้บ่ายหน้าออกประตูเมืองด้านทิศตะวันออก มุ่งหน้าตรงไปยังอุทยานที่เจ้ามหาชนกนอนหลับอยู่ ราชรถไปถึงสวนหลวงก็เลี้ยวเข้าไปภายในสวน


เมื่อถึงที่เจ้ามหาชนกนอนอยู่ ก็ไป แล่นวนอยู่สามรอบก็หยุดที่ปลายเท้าของเจ้ามหาชนก ราชปุโรหิตที่ตามราชรถไปเห็นดังนั้นจึงคิดว่า
“ถ้าชายคนนี้เป็นผู้ทีบุญ เวลาได้ยินเสียงดุริยดนตรีคงจะไม่ตื่นตกใจ ถ้าไม่มีบุญคงตื่นตกใจหนีเป็นแน่” “จึงสั่งให้ประโคมดนตรีขึ้นพร้อมกันเสียงดังกึกก้อง

เจ้ามหาชนกได้ยินเสียงอึกทึกครึกโครม รู้สึกตัวตื่นขึ้นก็เปิดผ้าคลุมหน้าออกดู ก็เห็นคนชุมนุมกันอยู่มากมายก็รู้ได้ทันทีว่าเรานี่จะถึงแก่สมบัติแล้ว เลยชักผ้าปิดหน้านอนต่อไป ราชปุโรหิตจึงคลานเข้าปลายพระบาท เลิกผ้าคลุมออกพิจารณาดูเท้า แล้วประกาศแก่ชนทั้งปวงที่มาร่วมชุมนุมกันว่า “อย่าว่าแต่จะครองสมบัติในเมืองเท่านี้แม้ราชสมบัติทั้ง ๓ ทวิป ท่านผู้นี้ก็สามาถจะครอบครองได้

แล้วจึงสั่งให้ประโคมดนตรีขึ้นอีกครั้งหนึ่ง คราวนี้ดังยิ่งกว่าคราวแรกเสียอีก เจ้ามหาชนกจึงเปิดผ้ามองดู ราชปุโรหิตจึงทูลว่า
“ข้าแต่พระองค์ อย่าทรงบรรทมอยู่เลย สมบัติในเมืองมิถิลานี้มาถึงแล้ว” เจ้ามหาชนกจึงครัสถามว่า
"พระเจ้าแผ่นดินของพวกท่านไปไหนเสียเล่า จึงมาหาคนอย่างเราไปเป็นพระเจ้าแผ่นดิน”
“ขอเดชะ พระราชาพระองค์ก่อนได้เสด็จสวรรคตได้ ๗ วันแล้วพระเจ้าข้า”
“พระราชโอรสของพระแผ่นดินท่านไม่มีหรือ”
“ขอเดชะ ไม่มีพระเจ้าข้า มีแต่พระราชธิดาองค์เดียวเท่านั้น”
"ถ้าอย่างนั้นเราจะรับครองราชสมบัติ”

ราชปุโรหิตจึงเอาเครื่องทรงมาถวายให้เจ้ามหาชนกทรงทำพิธีมอบราชสมบัติมอบราชบัติกัน ณ ที่นั้นเอง แล้วจึงได้เสด็จขึ้นสู่พระราชมณเฑียร

พระราชธิดาคิดจะลองดูว่าคนผู้นี้จะมีปัญญาหรือไม่จึงตรัสให้ราชบุรุษคนหนึ่งไปทูลเจ้ามหาชน ว่าพระราชธิดารับสั่งให้เสด็จเข้าไปเฝ้า แต่เจ้ามหาชนกทำเป็นไม่ใส่ใจ เพียงดำเนินชมปรางค์ปราสาท ที่นั่นก็สวย ที่นี่ก็สวย แม้พระราชธิดาจะใช้ไห้มาเชิญ ๒ ครั้ง ก็ยังปฎิบัติเช่น

ต่อมาเมื่อได้เวลาพอสมควรแล้ว เจ้ามหาชนกก็ได้เสด็จขึ้นสู่เรือนหลวง พระราชธิดาเสด็จออกมารับถึงบันได ยื่นพระหัตถ์ให้เจ้ามหาชนก ๆ จึงจับมือ พระราชธิดาพาเข้าไปประทับภายในพร้อมกับดำรัสเรียกราชปุโรหิตแล้วถามว่า
“พระราชาของพวกท่านจวนจะสวรรคต ได้รับสั่งข้อความว่าอย่างไรไว้บ้าง”
“บอกไว้ว่ามีอะไรบ้าง”
“ขอเดชะ มีรับสั่งไว้หลายประการ”
“ข้อแรก ถ้าผู้ใดทำให้สิวลีราชธิดาของเรายินดีได้ก็ให้ยกราชสมบัติให้ผู้นั้น”
“ข้อนี้ไม่มีปัญหาแล้ว พระนางได้ยื่นมือให้เราพาเข้าในเรือนหลวงแล้ว ข้อต่อไปเล่า”
“ข้อต่อไปนี้ให้ผู้ที่รู้จักบัลลังก์ ๔ เหลี่ยม ว่าที่ใดเป็นปลายเท้าและทางใดเป็นทางศีรษะ”

พอได้ยินเจ้ามหาชนกแกล้งทำเป็นไม่สนใจ หันไปสนทนากับสิวลีราชธิดาเสีย พร้อมถอดปิ่นจากศีรษะส่งให้พระราชธิดาซึ่งนางก็รู้ได้เท่าทัน รับปิ่นแล้ววางที่บัลลังก์ ๔ เหลี่ยม แล้วหันไปถามปุโรหิต
“ท่านว่าอย่างไรข้อต่อไป”
“ข้อต่อไปคือบัลลังก์ ๔ เหลี่ยม ให้รู้จักว่าทางไหนเป็นด้านเท้าและด้านศีรษะ”
เจ้ามหาชนกชี้ไปที่ด้านปิ่นวางอยู่ พลางบอกว่า
“ทางด้านนั้นแหละเป็นด้านศีรษะ”
"ขอเดชะ ข้อที่ ๓ เรื่องประลองกำลังพะย่ะค่ะ”
“ลองอย่างไร”
“ที่เมืองนี้มีธนูอยู่คันหนึ่งต้องใช้คนถึง ๑.๐๐๐ คน จึงจะดึงสายธนูนี้ได้ ถ้าผู้ใดโก่งคันธนูคันนี้ได้ก็ให้ราชสมบัติแก่ผู้นั้น” “ข้อนี้ไม่ยาก พวกท่านไปเอาธนูคันนั้นมา”

ราชปุโรหิตจึงให้ทหารไปเอาธนูอันใหญ่โตมโหฬารมา ณ ที่นั้น เจ้ามหาชนกก็เสด็จลงไปหยิบคันธนูขึ้นมา ประดุจว่าของเบา แล้วลองขึ้นสายโก่งดูได้อย่างง่ายดายเพระเจ้ามหาชนกทรงกำลังประดุจช้างสาร เสร็จแล้วก็ลดสายวางคันธนูลงดังเก่า
“ข้อต่อไปเป็นเรื่องของการค้นหาขุมทรัพย์”
"พระองค์ตรัสไว้อย่างไร”
"พระองค์ตรัสว่า ขุมทรัพย์แห่งหนึ่งอยู่ในที่พระอาทิตย์ขึ้น
“เวลานี้ไม่พอจะค้นหาขุมทรัพย์ เอาไว้พรุ่งนี้ค่อยค้นหากันเถิด”
เป็นอันว่าวันนั้นเจ้ามหาชนกได้แสดงทั้งปัญญา และกำลังปรากฎแก่มหาชนทั้งปวงแล้ว

รุ่งขึ้น เจ้ามหาชนกก็ได้ให้ประชุมราชปุโรหิต และเสนาข้าราชบริพารทั้งปวงแล้วถามว่า
“ขุมทรัพย์ข้อต้นของพระราชาว่าอย่างไร”
“ขอเดชะ" ราชปุโรหิตกล่าวว่า “ข้อแรกที่ว่าขุมทรัพย์ ที่ ๑ ของเราอยู่ในที่พระอาทิตย์ขึ้น”
"พวกท่านคิดว่าอย่วงไร”
“พวกข้าพระองค์คิดว่าขุมทรัพย์นี้คงจะอยู่ในทางทิศตะวันออกของพระราชวัง พระเจ้าข้า”
“แล้วพวกท่านทำอย่างไรต่อไป” พวกข้าพระองค์ก็พากันขุดค้นในภาคพื้นทางด้านตะวันออก ในที่ ๆ สงสัยว่าจะฝังขุมทรัพย์ไว้”
“แล้วได้ผลเป็นอย่างไร”
“ผลคือไม่พบขุมทรัพย์อะไรเลย”
“ก็เป็นอันว่าพวกท่านไม่สามารถจะค้นหาได้แล้วใช่ไหม”
“พระเจ้าข้า”
“พระราชาของพวกท่าน ยังนิมนต์พระเข้ามาในพระราชนิเวศน์เพื่อถวายทานบ้างหรือเปล่า”
"ขอเดชะ ข้อนั้นเป็นกิจวัตรประจำวันของพระราชาของพวกข้าพระองค์ทีเดียว พระองค์นิมนต์พระปัจเจกโพธิมารับอาหารบิณฑบาตในพระราชนิเวศน์ทุกวัน”
“พวกท่านทราบไหมว่าพระปัจเจกโพธินั้นเวลาพระราชาของพวกท่านเสด็จไปรับที่ใด หรือให้ใครไปคอยรับ”
“ขอเดชะ พระราชาเสด็จประทับยืนคอยรับอยู่ ณ บริเวณพระลานประจำเสมอ โดยมิได้ส่งใครไปคอยรับแทนพระองค์เลย”
“ถ้าเช่นนั้นพวกท่านจงไปขุดในที่ ๆ พระราชาของพวกท่านยืนคอยรับอยู่ที่นั้นเถิด”

พวกอำมาตย์ได้ยินดังนั้นก็ให้จัดแจงจอบเสียมแล้วพาไปขุดในที่นั้น ก็พบสมบัติของพระราชาเป็นขุมแรก ก็พากันดีประหลาดใจ เมื่อกลับมาก็พากันส่งเสียงด้วยความปีติว่า
“ขอเดชะ ขุมทรัพย์ที่พระองค์ชี้ให้ขุดนั้นพบแล้วพระเจ้าข้า”
“เออ พบแล้ว ขุดขึ้นเสียให้หมด แล้วนำมาเก็บไว้ในพระคลังหลวง”
“พวกข้าพระองค์สงสัย”
“สงสัยอะไรล่ะ”
“ทำไมพระองค์จึงชี้ให้ขุดที่นั้น”

ຜູ້ໃດປາຖະໜາຈະອຸປັດຖາກເຮົາຕະຖະຄົດ ຜູ້ນັ້ນເພິງປິ່ນປົວຮັກສາພິກຂຸຜູ້ປ່ວຍໄຂ້.

ພຮະພຸດທະເຈົ້າຊົງຕັດວ່າ:-
“ໂຍ ພິກຂະເວ ມັງ ອຸປັຕຖະເຫຍຍະ ໂສ ຄິລານັງ ອຸປັຕຖະເຫຍຍະ”
"ຜູ້ໃດປາຖະໜາຈະອຸປັດຖາກເຮົາຕະຖະຄົດ ຜູ້ນັ້ນເພິງປິ່ນປົວຮັກສາພິກຂຸຜູ້ປ່ວຍໄຂ້."

- ການໃຫ້ການພະຍາບານ ຫຼືບໍຳບັດໂລກໄພໄຂ້ເຈັບຂອງພຣະສົງ ເທົ່າກັບການໄດ້ອຸປະຖາກພຣະພຸດທະອົງເອງແທ້ ຜູ້ຂຽນກຳລັງໄດ້ຍິນປາລີ ບົດນີ້ວ່າ: “ໂຍ ພິກຂະເວ ມັງ ອຸປັຕຖະເຫຍຍະ ໂສ ຄິລານັງ ອຸປັຕຖະເຫຍຍະ ແປວ້າ = ຜູ້ໃດປາຖະໜາຈະອຸປັດຖາກເຮົາຕະຖະຄົດ ຜູ້ນັ້ນເພິງປິ່ນປົວຮັກສາພິກຂຸຜູ້ປ່ວຍໄຂ້." ບໍ່ວ່າຈະເປັນພຣະປັດເຈກະພຸດທະເຈົ້າ ຫຼືພຣະສັມມາສັມພຸດທະເຈົ້າ ບຸນທີ່ເກີດຈາກການຖວາຍທານນັ້ນ ມີອານິສົງຫຼາຍຈິງແທ້ ເຖິງຂະໜາດຜູ້ນັ້ນຕັ້ງຈິດອະທິຖານ ຂໍໃຫ້ໄດ້ເປັນສາວົກ ຫຼືອັກຄະສາວົກ ຫຼືປາຖະໜາພຸດທະພູມ ກໍໄດ້ສົມດັ່ງໃຈປາຖະໜາເລີຍ.

- ຕາມພຸດທະດຳຣັດທີ່ກ່າວມາຂ້າງຕົ້ນນັ້ນ ການທີ່ເຮົາເບິ່ງແຍງ ຊ່ວຍເຫຼືອປະຕິບັດຕໍ່ພຣະພິກຂຸສົງ-ສາມະເນນຜູ້ອາພາດ ເທົ່າກັບວ່າເຮົາໄດ້ສ້າງກຸ ສົນຕໍ່ພຣະພຸດທະອົງໂດຍກົງເລີຍ ດັ່ງນັ້ນຜົນບຸນຄົງຈະມະຫາສານ ດັ່ງກັບວ່າເຮົາໄດ້ຖວາຍທານຕໍ່ພຣະພຸດທະເຈົ້າເອງ.

- ດັ່ງນັ້ນ, ການທີ່ເຮົາມີໂອກາດ ຫຼືຕັ້ງໃຈທີ່ຈະປະຕິບັດເບິ່ງແຍງຊ່ວຍເຫຼືອ ພຣະພິກຂຸສົງທີ່ປ່ວຍໄຂ້ ອາພາດ ແລ້ວເຮົານ້ອມຈິດຈອງເຮົາຣະລຶກເຖິງ ອົງພຣະສັມມາສັມພຸດທະເຈົ້າ ຈະສົ່ງຜົນຕໍ່ຈິດໃຈອັນເປັນມະຫາກຸສົນເປັນຢ່າງຍິ່ງ ແລະຫາກມີອະນິສົງດັ່ງພຸດທະດຳຣັດແລ້ວ ບຸນຈາກການອຸປັດ ຖາພຣະພຸດທະອົງຍ່ອມມີກຳລັງມະຫາສານ ຫາກຕັ້ງຈິດອະທິຖານວ່າ ຂໍໃຫ້ຂ້ານ້ອຍຈະເຣິນໃນທັມ ໃນພຣະສາສນາຂອງພຣະພຸດທະອົງແລ້ວ ກຳລງັແຫ່ງຄວາມຕັ້ງໃຈນັ້ນຄົງມີຫຼາຍ ແລະສົ່ງຜົນໃຫ້ເຮົາກ້າວໜ້າໃນທັມ ມີພະລະກຳລັງ ແລະອິນຊີເພື່ອຄວາມຫຼຸດພົ້ນໃນໂອກາດພາຍໜ້າໄດ້ ແທ້ແນ່ນອນ.

Thursday, 11 August 2011

ເຮັດບຸນໃຫ້ຄົນຕາຍຄົນຕາຍຈະໄດ້ບໍ ?

- ວັນນີ້ ມີຄົນສົນໃຈພຸດທະສາສນາມາສົນທະນາກັນ 3 ຄົນ ແມ່ອອກ 2 ຄົນ, ພໍ່ອອກ 1 ຄົນ, ສົນທະນາເລື່ອງບຸນເລື່ອງບາບ ແມ່ອອກ 1 ໃນນັ້ນຖາມອາຈານວ່າ :
ພຣະອາຈານສົມມຸດວ່າ ຂ້ານ້ອຍເຮັດບຸນຫາຍາດພີ່ນ້ອງທີ່ຕາຍໄປ ພີ່ນ້ອງຈະໄດ້ບໍ ຂ້ານ້ອຍ ?

- ຂະນະນັ້ນ ພໍດີໄດ້ໂອກາດ ເຊິ່ງຊ່າງກຳລັງຕໍ່ເຕີມຫ້ອງຢູ່ ເຂົາຈອດເຫຼັກຢູ່ຈຶ່ງຂໍທູບຈອດເຂົາມາ 1 ດອກ, ແລ້ວກໍເອົາທູບຈິງອັນມາ 2 ດອກ ແລ້ວມາວາງໄວ້ຕໍ່ໜ້າໃຫ້ຄົນທັງສາມຈັບເອົາທູບນັ້ນ.
- ເອົາມາເຮັດຈັ່ງໃດ ຂ້ານ້ອຍ ພໍ່ອອກຖາມ.
- ອືມ໌ ຖືໄວ້ກ່ອນ ກະແລ້ວກັນ.
- ອາຈານຖາມແຕ່ລະຄົນວ່າ ໃນມືຂອງພໍ່ອອກແມ່ອອກແມ່ຫຍັງລະ ?
- ແມ່ອອກຄົນໜຶ່ງຕອບວ່າ ຂ້ານ້ອຍໄດ້ທູບຫອມ.
- ພໍ່ອອກກະບອກວ່າໄດ້ທູບຈິງ.
- ແມ່ອອກຄົນທີ່ຖາມອາຈານວ່າ ຂ້ານ້ອຍໄດ້ທູບຈອດ ຂ້ານ້ອຍ ເຂົາຈັບເອົາທູບຫຼັງໝູ່ເລີຍໄດ້ທູນຈອດ.
- ພວກເຂົາຖືໄວ້ໃນມືຜູ້ລະອັນແລ້ວກໍຖາມວ່າ ຊິໃຫ້ເຮັດຈັ່ງໃດ ?
- ອາຈານກໍເອົາທຽນເຫຼັ້ມບາດມາໃຕ້ໄຟຕິດໄວ້ໃນຈານ ແລ້ວກໍໃຫ້ເຂົາເອົາທູບນັ້ນມາໃຕ້ໄຟ.
- ພໍ່ອອກແມ່ອອກທີ່ໄດ້ທູບຈິງກໍເອົາທູບໃຕ້ໄຟຕິດງ່າຍສະບາຍທາດ.
- ສ່ວນແມ່ອອກຜູ້ໄດ້ທູບຈອດເຫຼັກກໍຖາມວ່າ ຂ້ານ້ອຍເດເຮັດຈັ່ງໃດ ?
- ກະບອກເຂົາໄປວ່າ ໃຫ້ເອົາມາຕໍ່ໄຟຕິ.
- ເຂົາວ່າຈູດບໍ່ໄດ້ ຂ້ານ້ອຍ.
- ເອົາເປັນຫຍັງບໍ່ໄດ້ ບໍ່ລອງເບິ່ງບາງທີໄດ້ກະມີໃດ.
- ເຂົາວ່າບໍ່ໄດ້ດອກ ຂ້ານ້ອຍ.
- ບໍ່ໄດ້ກະລອງຈູດ ເຂົາກໍບໍ່ຊາຄວາມ ກໍເອົາທູບເຫຼັກມາຈຸທີ່ແປວໄຟເຮັດຈັ່ງໃດກະບໍ່ໃໝ້.
- ນີ້ແລ້ວ ຄືຄຳຕອບ ທີ່ທ່ານຖາມເມື່ອກີ້ນີ້.
- ທັງສາມຄົນກໍຫົວຂຶ້ນຢ່າງໃຫຍ່ ທັງພາກັນເວົ້າກັນວ່າ ນຶກວ່າຊິໃຫ້ເຮັດຫຍັງຊັ້ນດອກ, ພໍ່ອອກຖາມຕໍ່ວ່າ ຂ້ານ້ອຍບໍ່ເຂົ້າໃຈ.
- ເອົາວ໌.....ບໍ່ເຂົ້າໃຈກະຊິອະທິບາຍອາຈານຈັບເອົາທຽນ ຂອງອາຈານຂຶ້ນມາ ແລ້ວຖາມພວກເຂົາວ່າ ໃນມືຂອງອາຈານແມ່ນແມ່ນທຽນມີໄຟແມ່ນບໍ ?
- ພວກເຂົາຕອບວ່າໂດຍ ຂ້ານ້ອຍ.
- ທຽນທີ່ໄຕ້ໄຟນີ້ ຢູ່ໃນມືຂອງອາຈານ ມັນຕ້ອງເປັນຂອງອາຈານແມ່ນບໍ ?
- ໂດຍ ຂ້ານ້ອຍ.
- ອາຈານສົມມຸດໃຫ້ວ່າ ທຽນເປັນບຸກຄົນທີ່ທຳບຸນ ແລະໄຟນັ້ນເປັນຂອງທານ ທີ່ຜູ້ເຮັດບຸນທານໄປໂດຍມີຈຸດປະສົງອຸທິດໃຫ້ເຜດ ຫຼືວິນຍານ ຂອງຍາດພີ່ນ້ອງເຮົາ.
- ບາດນີ້ ໃນມືຂອງທ່ານທັງສາມຄົນ ລ້ວນແຕ່ແມ່ນທູບທັງນັ້ນ ແຕ່ວ່າ 2 ດອກເປັນທູບຈິງ, 1 ດອກເປັນທູບເຫຼັກ ເມື່ອເອົາທູບຈິງມາໃຕ້ໄຟ ທູບສອງດອກກໍໄດ້ໄປທັງສອງຄົນ ແຕ່ເມື່ອເອົາທູບເຫຼັກມາຈູດໄຟ ໄປກັບບໍ່ໃໝ້ທູບເຫຼັກນັ້ນເລີຍ ໄດ້ແຕ່ຄວາມຮ້ອນລ້າໆ.
- ສ່ວນອາຈານເອງ ເຖິງທ່ານຈະມາຕໍ່ໄຟນຳອາຈານກໍຕາມ ໄຟໃນມືຂອງອາຈານກໍບໍ່ໝົດ ຍັງຄົງມືໄຟເໝືອນເດີມ, ແຕ່ທ່ານທັງສອງກັບໄດ້ໄຟໄປ ສະເໝີກັນ.
- ເພື່ອຢາກໃຫ້ທ່ານທັງສາມເຂົ້າໃຈຈະແຈ້ງ ກໍເອົາເຫຼັກອັນໜຶ່ງມາໃຫ້ພໍ່ອອກ ແລະເອົາທຽນສອງເຫຼັ້ມມາໃຫ້ຜູ້ຍິງສອງຄົນແລ້ວໃຫ້ເຂົາໃຕ້ໄຟ ເໝືອນເດີມ ທຽນສອງເຫຼັ້ມກໍໄດ້ໄຟໄປທັງສອງ ສ່ວນເຫຼັກໃຕ້ໄຟຈັ່ງໃດກໍບໍ່ໄດ້.
- ສະຫຼຸບໃຫ້ເຂົາຟັງວ່າ ເຖິງທ່ານເອົາທຽນມາໃຕ່ເອົາໄຟນຳອາຈານ ໄຟຂອງອາຈານກໍຍັງເໝືອນເດີມ, ສ່ວນເຫຼັກນັ້ນ ກໍໃຕ້ໄຟບໍ່ໄດ້ລົນເທົ່າເທົ່າໃດ ກໍໄດ້ແຕ່ຮ້ອນໆໆ.
1. ການເຮັດບຸນກໍເປັນເຊັ່ນນັ້ນ ອາຈານເປັນຜູ້ເຮັດບຸນ ຄືເປັນຜູ້ແຈກໄຟໃຫ້ທ່ານ ທັງທຽນ ແລະໄຟກໍຍັງເໝືອນເດີມ ໝາຍຄວາມວ່າຜົນບຸນຈາກ ການທານຂອງອາຈານນອກຈາກໄດ້ຜົນ ຄືເປັນຜູ້ແຈກແຈງໄຟໃຫ້ທ່ານທ່ານໄດ້ຄຸນຈາກອາຈານ ກໍຊາບຊຶ່ງໃນຄຸນນັ້ນທີ່ອາຈານໃຫ້ໄຟ ເໝືອນກັບ ໄດ້ບຸນຈາກອາຈານ.
2. ສ່ວນຜູ້ທີ່ມີທຽນແທ້ໆ ກໍເໝືອນກັບຄົນທີ່ເຄີຍທຳບຸນມາກ່ອນ ສົມຄວນທີ່ໄດ້ຜົນບຸນຈາກອາຈານ ເໝືອນກັບທຽນເຊິ່ງເໝາະສົມທີ່ຈະຈູດໄຟ ໄດ້ ເຖິງທຽນນັ້ນຈະເກົ່າ ຫຼືຈະໃໝ່ ຫຼືໄປຈຸ່ມນໍ້າມາມັນກໍຕ້ອງຈູດໄຟໄດ້ສັນໃດ ຄົນເຄີຍສ້າງບຸນເທົ່ານັ້ນຈະໄດ້ບຸນຈາກຍາດອຸທິດໃຫ້.
3. ສ່ວນທູບເຫຼັກ ຫຼືເຫຼັກທີ່ທ່ານນຳມາຈູດໄຟ ມັນກໍໄດ້ເພາະມັນບໍ່ເໝາະສົມກັນ ເໝືອນກັນຄົນທີ່ເຄີບທຳບຸນໄວ້ແລ້ວ ແຕ່ບັງເອີນໄປເກີດໃນພົບ ພູມທີ່ເໝາະສົມທີ່ຈະໄດ້ຮັບຜົນບຸນທີ່ຍາດພີ່ນ້ອງຍາດມິດສົ່ງຜົນອຸທິດໄປໃຫ້ນັ້ນເອງ.
- ທັງສາມຄົນກໍບອກພ້ອມກັນວ່າ ເຂົ້າໃຈແລ້ວ.

Friday, 5 August 2011

ລາຍຊື່ຜູ້ບໍຣິຈາກ ຕໍ່ຕື່ມຊານສາລາ ແລະຂະຫຍາຍຫ້ອງຮັບແຂກ

1. ທ້າວແສງພະຈັນ-ນາງຄຳຫຼ້າ ອຳພອນພົງ ບ້ານໂພນຕ້ອງສະຫວາດ 276.000 ກີບ. (ວັນທີ 5/8/11)
2. ທ່ານທະໂນສິນ ໄຊຍະວົງ ບ້ານດອນກອຍ ສີສັດຕະນາກ ນະຄອນຫຼວງວຽງຈັນ 1.000 ດອນລາວ (7/8/11)
3. ນາງເຈີ້ນວັນອັ່ນ ບ້ານທາດຫຼວງໃຕ້ ເມືອງໄຊເຊດຖາ 3.000ບາດ (7/8/11)
4. ແມ່ອອກແກ້ວ ພ້ອມດ້ວຍຄອບຄົວ ຮ້ານ CPS 5.000 ບາດ
5. ທ້າວກໍຣະເດດ - ນາງພອນພະຈັນ ພ້ອມຄອບຄົວ 500.000 ກີບ
6. ທ່ານວົງຄຳແຫງ-ນາງສຸນິສາ ວົງທະຈັກ ພ້ອມດ້ວຍຄອບຄົວ 200 ດອນ
7. ທ່ານທະນູສິນ - ນາງເບັນຈະມາດ ແກ່ນມະນີຈັນ 2.000 ບາດ.
8. ນາງຮົວ ຮານອາຫານນາໄຊ ຊື້ຊີເພັກ 400 ດອນລາ. (10/08/11)
9. ທ່ານທະວິສຸກ-ນາງເກດແກ້ວມະນີ ສີສຸຣິດ 5.000.000 ກີບ.(11/08/11)
10. ນາງບົວລຽນ 100 ດອນລາ.(14/08/11)