Thursday, 21 July 2011

ສາມັນຍະຜົລ

- ພຣະເຈົ້າອະຊາຕະສັຕຕູທູລຖາມພຣະພຸດທະເຈົ້າວ່າ:
ບຸຄຄົລໃດໃນໂລກນີ້ ເຂົາມີອາຊີພແຕກຕ່າງກັນ ເປັນທະຫາຮ ເປັນຂ້າຣາຊະກາຣ ເປັນຄະຫະບໍດີ ມີອາຊີພເປັນຊ່າງຕ່າງໆ ເປັນຊາວນາ ເປັນຊ່າວໄຮ່ ຊາວສວນ ຫຼືອາຊີພຊ່າງໄມ້ຕ່າງໆ ບຸຄຄົລທີ່ປະກອບອາຊີພເຫຼົ່ານີ້ ເມື່ອປະກອບອາຊີພແລ້ວກໍຈະສ້າງຕົວໄດ້ ລ້ຽງຕົວໄດ້ໃນປັຈຈຸບັນ ແລ້ວກໍມີເງິນຄຳລຽງດູເບິ່ງ ແຍງບຸຕ ພັລຍາຂອງຕົນ ແລະກໍທຳບຸນທຳທານ ກໍມີໂອກາສໄປເດີນບົນສວັນຄ໌ ຢາກຖາມວ່າ ໃນພຸດທະສາສນານີ້ ພຣະອົງຕັສຄວາມ ເປັນສາມັນຍະຜົລ ຄືຜົລທີ່ຈະໄດ້ຈາກກາຮບວຊຂອງບຸຕໃນສາສນານີ້ໄວ້ຢ່າງໃດແນ່
- ພຣະພຸດທະເຈົ້າຈຶ່ງໄດ້ຕັສວ່າ :
"ຜູ້ບວຊເຂົ້າມາໃນສາສນານີ້ ຍ່ອມໄດ້ອານິສົງສ໌ 14 ປະກາຣ"
ສາມັນຍະ ຜົລ 3 ໝວດ, ສາມັນຍະຜົລ ຫຼືຜົລຂອງຄວາມເປັນສະມະນະ ທີ່ພຣະພຸດທະເຈົ້າຊົງສະແດງໄວ້ນີ້ ສາມາຖຈັດອອກໄດ້ເປັນ 3 ໝວດຄື:

ໝວດທີ 1. ທຳໃຫ້ພົ້ນຈາກຖານະເດີມ ຄື ພົ້ນຈາກຄວາມເປັນທາສ, ເປັນກັມມະກຣ ເປັນຊາວນາ ໄດ້ຮັບກາຣປະຕິບັຕິດີ ແມ່ນຈາກພຣະມະຫາກະສັຕຍ໌ ນີ້ຄືຜົລຂໍ້ທີ 1 ແລະຂໍ້ທີ 2.
ໝວດທີ 2. ເມື່ອອົບຮົມຈິຕໃຈເປັນສະມາທິ ເປັນເຫຕຸໃຫ້ໄດ້ຊານທີ 1 ເຖິງທີ 4 ອັນທຳໃຫ້ກິເລສຢ່າງກາງສງົບລົງໄດ້ ຄື ຜົນຂໍ້ທີ 3 ທີ 4 ທີ 5 ແລະທີ 6.
ໝວດທີ 3 ທຳໃຫ້ໄດ້ວິຊຊາ 8 ເຣີ່ມຕັ້ງແຕ່ຂໍ້ທີ 7 ຄືໄດ້ ວິປັສສະນາຍານ ຈົນເຖິງຂໍ້ທີ 14 ຄື ອາສາວັກຂະຍານ.

- ໃນຂໍ້ແຮກພຣະພຸດທະອົງຊົງຕັສຖາມພຣະເຈົ້າອະຊາຕະສັຕຕູວ່າ:
ກໍຄົນທີ່ເປັນທາສກັມມະກຣ ຂອງພຣະອົງຄ໌ ເຄີຍຮັບໃຊ້ພຣະອົງຄ໌ຢູ່ ຕື່ນກ່ອນນອນທີຫຼັງ ທາສກັມມະກຣເຫຼົ່ານັ້ນມາພິຈາຣະນາວ່າ ພຣະມະຫາກະສັຕຍ໌ເຈົານາຍຂອງເຮົານີ້ ຊົງມີບຸນ ຍາທິກາຣ ມີບຸຄຄົລແວດລ້ອມ ມີສັພຍ໌ສິນນານາປະກາຣ ມີອຳນາຈຍິ່ງໃຫຍ່ ພຣະອົງຄ໌ກໍເປັນມະນຸສຍ໌ ເຮົາກໍເປັນມະນຸສຍ໌ ເພາະສະນັ້ນ ເຮົາຈະຕ້ອງອອກບວຊສາດີກວ່າ ເມື່ອອອກບວຊແລ້ວ ປະພືດພຣົມະຈັນຍ໌ ຕໍ່ມາພຣະອົງຄ໌ໄດ້ພົບທາສກັມມະກຣຂອງພຣະອົງຄ໌ນັ້ນ ພຣະອົງຄ໌ຈະຮຽກບຸຄຄົລນັ້ນໃຫ້ມາທຳນາ ທຳງານຮັບໃຊ້ພຣະອົງຄ໌ ໃຫ້ຕື່ນກ່ອນນອນທີຫຼັງອີກຫຼືບໍ ?
- ພຣະເຈົ້າອະຊາຕະສັຕຕູທູລຕອບວ່າ:
ບໍ່ເລີຍ ແຕ່ຂ້າພຣະອົງຄ໌ຈະເຄົາຣົບຂາບໄຫວ້ຜູ້ນັ້ນ ໃຫ້ຄວາມຄຸ້ມຄອງຕາມທັມ
- ພຣະພຸດທະອົງຄ໌ຕັສວ່າ:
ນີ້ແລ້ວ ຄືອະນິສົງຄ໌ຂໍ້ທີ 1 ທີ່ເຫັນໄດ້ແຈ້ງຊັດໃນປັຈຈຸບັນ
- ຕໍ່ຈາກນັ້ນພຣະພຸດທະອົງຕັສວ່າ
"ມີຄົນທີ່ທຳນາຂອງພຣະອົງ ມາພິຈາຣະນາວ່າ ພຣະເຈົາແຜ່ນດິນຂອງເຮົາມີອຳນາຈວາສນາ ມີບຸນໃຫຍ່ ພຣະອົງຄ໌ເປັນມະນຸສຍ໌ ເຮົາກໍເປັນມະນຸສຍ໌ ຈັ່ງໃດໜໍ ເຮົາຈຶ່ງໄດ້ອອກບວຊ ປະພຶຕພຣົມະຈັນຍ໌ ແລະໃນທີສຸດ ທ່ານຜູ້ນັ້ນກໍໄດ້ອອກບວຊ ປະພຶດພຣົມະຈັນຍ໌ ເມື່ອພຣະອົງຄ໌ພົບຊົງພົບ ພຣະພິກຂຸຜູ້ທີ່ເຄີຍເປັນຊາວນານັ້ນອີກ ຈະຕັສຣຽກທ່ານຜູ້ນັ້ນໃຫ້ມາທຳນາໃຫ້ແກ່ພຣະອົງອີກຫຼື ?"
- ພຣະເຈົ້າອະຊາຕະສັຕຕູທູລຕອບວ່າ
"ບໍ່ດອກຂ້ານ້ອຍ ແຕ່ຂ້າພຣະອົງຄ໌ຈະເຄົາຣົບຂາບໄຫວ້ ໃຫ້ຄວາມຄຸ້ມຄອງ ຖວາຍປັຈຈັຍ 4 ໃຫ້ກາຣຄຸ້ມຄອງດ້ວຍຄວາມເປັນທັມແກ່ຜູ້ນັ້ນ"
- ພຣະພຸດທະອົງຈຶ່ງຕັສຕໍ່ໄປວ່າ: ຄະຫະບໍດີ ຫຼືກຸລບຸຕໃນແວ້ນແຄວ້ນຂອງພຣະອົງຄ໌ນີ້ ມາພິຈາຣະນາວ່າ ພຣະເຈົ້າແຜ່ນດິນຂອງເຮົານັ້ນ ພຽບພ້ອມໄປດ້ວຍຄວາມສຸຂ ມີຄວາມຮຸ່ງເຮືອງ ກໍເຮົານີ້ເຫັນວ້າກາຣຄອງເຮືອນເຕັມໄປດ້ວຍຄວາມທຸກຂ໌ ເປັນທີ່ຄັບແຄບ ສ່ວນບັນພະຊາ ເປັນຊ່ອງວ່າງ ກາຣທີ່ຢູ່ຄອງເຮືອນຈະປະພຶຕພຣົມະຈັນຍ໌ໃຫ້ບໍຣິສຸທ ສະອາດດຸຈດັ່ງສັງຂ໌ຂັດນັ້ນທຳໄດ້ຍາກ ເພາະສະນັ້ນ ເຂົາຈຶ່ງອອກບວຊ ປະພຶດພຣົມະຈັນຍ໌ ສົມບູນຍ໌ໄປດ້ວຍສີລ ຄື ຈຸລສີລ ມັຊຊິມະສີລ ແລະມະຫາສີລ (ຄື ສີລຂນາດນ້ອຍ, ຂນາດກາງ ແລະສີລຫຼາຍ) ຕໍ່ຈາກ ນັ້ນສຳຣວມອິນຊີຍ໌ ຄື ຕາ, ຫູ, ດັງ, ລິ້ນ, ກາຍ, ໃຈ ມີສະຕິສັມປະຊັນຍະ ລະບາປອະກຸສົລ ມີສັນໂດສ ຍິນດີດ້ວຍປັຈຈັຍ 4 ອອກປ່າບໍາເພັງ ສະມາທິ ລະນິວຣນ໌ 5 ໄດ້, ໃນທີສຸດກໍໄດ້ບັລລຸຊານທີ 1 ໄດ້ປະສົບຄວາມສຸຂ ອັນເກີດຈາກຊານນີ້ ຄື ອານິສົງສ໌ຂອງກາຣບວຊ ຫຼືສະມັນຍະ ຜົລ ຂໍ້ທີ 3 ຕໍ່ຈາກນັ້ນ ທ່ານຜູ້ນັ້ນກໍບຳເພັງສະມາທິຈົນບັລລຸຊານທີ 2 ກໍເປັນອານິສົງສ໌ຂໍ້ທີ 4 ບັລລຸຊານທີ 3 ກໍເປັນອານິສົງສ໌ຂໍ້ທີ 5 ບັລລຸ ຊານທີ 4 ກໍເປັນອານິສົງສ໌ ຂໍ້ທີ 6, ຕໍ່ຈາກນັ້ນ ທ່ານກໍນ້ອມຈິຕໄປເພື່ອຈະເຣີນວິປັສນາ.

- ໂດຍພິຈາຣະນາພຣະໄຕຣລັກສນ໌ ຈົນຈິຕຂອງຕົນເຂົ້າເຖິງວິປັສນາຍາຍ ແຍກຮູບແຍກນາມ ພິຈາຣະນານາມຮູປ ເຫັນຕາມຄວາມເປັນຈິງ ກໍເປັນເຫຕຸໃຫ້ທ່ານຜູ້ນັ້ນ ສາມາຖບັລລຸຍານະທັສສນະ ອັນເປັນວິປັສສນາຍາຍ ພຣະພຸດທະອົງຕັສວ່າ: ນີ້ ຄືອານິສົງສ໌ຂອງກາຣບວຊຂໍ້ທີ 7 ຕໍ່ຈາກນັ້ນກໍສະມາຖບັລລຸ ມະໂນຍິທທິ ຄື ຣິທທາງໃຈ: ນິຣະມິຕກາຍອື່ນຈາກກາຍນີ້ໄດ້ເປັນອານິສົງສ໌ ຂໍ້ທີ 8, ຕໍ່ຈາກນັ້ນກໍໄດ້ບັລລຸ ອິທທິ ວິທີ ຄື ສແດງຣິທ ເຊັ່ນ ນ້ອຍຄົນທຳໃຫ້ເປັນຄົນຫຼາຍຄົນ, ດຳໄປໃນດິນ, ດຳໄປໃນນ້ຳໄດ້ດໍເປັນອານິສົງສ໌ຂໍ້ທີ 9, ເມື່ອປະຕິບັຕິຕໍ່ໄປ ກໍສາມາຖ ໄດ້ທິພໂສຕ ຄື ຫູທິພຍ໌ ໄດ້ຍິນສຽງຈາກທີ່ໄກເກີນວິສັຍຂອງຫູມະນຸສຍ໌ທັມມະດາ ເປັນອານິສົງສ໌ຂໍ້ທີ 10, ເມື່ອປະຕິບັຕິຕໍ່ໄປ ກໍສາມາຖໄດ້ ເຈໂຕປະຣິຍາຍາຍ ຄື ຮູ້ໃຈຄົນອື່ນ ຄື ສາມາຖທາຍໃຈຄົນອື່ນໄດ້ (ແມ່ນໃຈປັຈຈຸບັນກໍມີພຣະບາງອົງທີ່ສາມາຖຮູ້ໃຈຄົນອື່ນໄດ້ ຮຽກວ່າ ເຈໂຕ ປຣິຍາຍານ) ກາຣໄດ້ເຈໂຕປະຣິຍາຍານເປັນອານິສົງສ໌ ຂໍ້ທີ 11, ບາງທ່ານກໍຣະລືກຊາຕໄດ້ ຮຽກບຸພເພນິວາສານຸສສະຕິຍານ ຄື ຣະນຶກຊາຕິ ຫຼັງໄດ້ເປັນຈຳນວນມາກມາຍ ອາຈາຈະເປັນຈຳນວນຫຼາຍໆຊາຕິ ຫຼືຊາຕິຈພນວນມາກມານທີ່ຜ່ານມາໃນອະດີຕ, ກາຣຣະລຶກຊາຕຫຼັງໄດ້ນີ້ ເປັນອານິສົງສ໌ຂໍ້ທີ 12, ບາງທ່ານກໍໄດ້ທິພຈັກຂຸ, ຫຼືຈຸຕູປປະຕະຍານ ຄື ຍານຮູ້ຈຸຕິກຳເນີດຂອງສັຕວ໌ທັງຫຼາຍ ຄື ສາມາຖຮູ້ເຫັນສັຕວ໌ທັງ ຫຼາຍທີ່ເກີດ ແລະຕາຍດ້ວຍຕາທິພຍ໌ ກາຣໄດ້ທິພຈັກຂຸນີ້ ເປັນອານະສົງສ໌ຂອງກາຣບວຊຂໍ້ທີ 13 ໃນທີ່ສຸດກໍໄດ້ບັລລຸອາສະວັກຂະຍານ ຄື ທຳກິເລສໃຫ້ສິ້ນໄປ ກໍເປັນອານິສົງສ໌ຂໍ້ທີ 14.
- ພຣະພຸດທະອົງຊົງສຣຸປ ໃນທີ່ສຸດແຫ່ງທຸກຂ໌ວ່າ ເປັນຜົລແຫ່ງຄວາມເປັນສະມະນະ ທີ່ເຫັນໄດ້ໃນປັຈຈຸບັນວ່າສູງກວ່າກັນໄປຕາມລຳດັບ ຄືຕັ້ງແຕ່ຂັ້ນແຮກແລ້ວບັລລຸສູງຂຶ້ນໆໄປຕາມລຳດັບ ເຊິ່ງເປັນອານິສົງສ໌ຂອງກາຣບວຊ ທີ່ເຫັນໄດ້ຈະແຈ້ງເຊັ່ນ ຜູ້ໄດ້ບັນລຸຊານທີ 2 ກໍປະເສີຖ ກວ່າຊານທີ 1, ໄດ້ບັລລຸຊານທີ 3 ກໍປະເສີຖກວ່າຊານທີ 2, ໄດ້ບັລລຸຊານທີ 4 ກໍປະເສີຖກວ່າຊານທີ 3 ບັລລຸຕໍ່ໄປ ກໍສູງຂຶ້ນໄປຕາມລຳດັບ.
ວິຊຊາ 8 ຄືອັນໃດ ? ວິຊຊາ 8 ນັ້ນ ຄື:
1) ວິປັສສນາຍານ: ຍານອັນນັບເຂົ້າເປັນວິປັສສນາ
2) ມະໂນຍິທິ : ຣິທທາງໃຈ.
3) ອິທທິວິທີ : ສແດງຣິທ.
4) ທິພໂສຕ : ຫູທິພຍ໌.
5. ເຈໂຕປະຣິຍະຍານ : ຮູ້ໃຈຄົນອື່ນ.
6. ປຸພເພນິວາສານຸສສະຕິຍານ : ຣະລຶກຊາດໄດ້.
7) ທິພຈັກຂຸ : ຕາທິພຍ໌.
8) ອາສາວັກຂະຍານ : ສິ້ນອາສາວະ ຄື ກິເລສສິ້ນໄປໄດ້.
(ສະມັນຍະຜົລ ຄືຜົລທີ່ໄດ້ຈາກການບວຊ)

ອານິສົງສ໌ຂອງກາຣບວຊ

1. ອານິສົງສ໌ຂອງກາຣບວຊ.
- ອານິສົງສ໌ຂອງກາຮບວຊ ແບ່ງອອກເປັນ 3 ຢ່າງ.
1.1. ປະໂຍຊນ໌ອານິສົງສ໌ທີ່ຕົວຜູ້ຂໍບັນພະຊາຈະໄດ້ຮັບຢ່າງໜຶ່ງ.
1.2. ປະໂຍຊນ໌ອານິສົງສ໌ທີ່ຍາຕິມິຕທັງຫຼາຍໝາຍມີບິດາ, ມາຣດາ ເປັນຕົ້ນຈະໄດ້ຮັບຢ່າງໜຶ່ງ.
1.3. ປະໂຍຊນ໌ທີ່ເພື່ອນມະນຸດ ສັຕວະໂລກທັງຫຼາຍ ເພິ່ງໄດ້ຮັບ ຕລອດຕົນສາສນາຈະເພິ່ງໄດ້ຮັບຮ່ວມກັນນີ້ ອີກຢ່າງໜຶ່ງ.

- ອານິສົງທີ 1. ທີ່ວ່າໃນສ່ວນຕົວເຂົານັ້ນ ຕ້ອງໄດ້ຮັບອັນໃດໃໝ່ໆ ເປັນຂອງໃໝ່ໆ ແລະດີທີ່ສຸດທີ່ເຂົາຈະໄດ້ຮັບ ຄື ໃຫ້ໄດ້ມີການບັນພະຊາ ຈິງນັ້ນແຫຼ້ວ, ຮຽກວ່າບວຊຈິງ ໃຫ້ຮຽນຈິງ ໃຫ້ປະຕິບັດຈິງ ໃຫ້ໄດ້ຜົນຈິງໆ ນີ້ຮຽກວ່າບັນພະຊາຈິງໆ ໄດ້ຜົນຈິງໆ ໃນຣະຫວ່າງທີ່ເຂົາບັນ ພະຊາຢູ່ໄດ້ສິ່ງດີທີ່ສຸດ ທີ່ເຂົາຄວນຈະຳດ້ ຄືເລື່ອງຂອງພຣະທັມທີ່ທຳໃຫ້ບຸຄຄົນຫຼຸດພົ້ນອອກຈາກຄວາມທຸກຂ໌ ນີ້ປໂຍຊນ໌ສ່ວຮຕົວຂອງເຂົາ
ກໍມີຢູ່ຢ່າງນີ້ແລ້ວ ຂໍໃຫ້ເຂົາໄດ້ຮັບ.

- ອານິສົງສ໌ 2. ຍາຕິທັງຫຼາຍມີບິດາ ມາຣດາເປັນຕົນ ຈະເພິ່ງໄດ້ອານິສົງສ໌ນີ້ກໍເພາະລູກຂອງເຮົາບວຊຈິງ ຮຽນຈິງ ປະຕິບັຕິຈິງ ໄດ້ຜົລຈິງ ຫຼືວ່າສອນຜູ້ອື່ນໄດ້ຈິງດ້ວຍກໍດີ ຖ້າລຸກຫຼານຂອງເຮົາບວຊຈິງຢ່າງໜີແລ້ວ ບິດາ ມາຣດາ ກໍມີຄວາມປີດາປໂມທຍ໌ ພໍໃຈໃນທັມ ໃນສາສນານີ້ ຫຼາຍຂຶ້ນ ກາຣບວຊຊອງລູດຈະທຳໃຫ້ມີອັນໃດໆ ເກີດຂຶ້ນຫຼາຍປະກາຣ ເຊັ່ນ ທີ່ວ່າບິດາ ມາຣດາຈະໄດ້ມີສັດທາຫຼາຍຂຶ້ນ ມີຄວາມໝັນຄົງ ໃນພຣະສາສນາຫຼາຍຂຶ້ນ ຮຽກວ່າເປັນຍາຕິໃຫ້ສາສນາຫຼາຍຂຶ້ນນັ້ນເອງ ເຂົາໃຊ້ຄຳຢ່າງນີ້ນັ້ນມາແຕ່ບູຣານະກາລແລ້ວ ທີ່ວ້າພໍລູກບວຊແລ້ວ ພໍ່ແມ່ເປັນຍາຕໃນພຣະສາສນາຫຼາຍຂຶ້ນ ເພາະສະນັ້ນອານິສົງສ໌ຂໍ້ນີ້ໄດ້ແກ່ ຍາຕິທັງຫຼາຍມີບິດາ ມາຣດາເປັນຕົ້ນດ້ວຍ.

- ອານິສົງສ໌ທີ 3 ກໍໄດ້ແກ່ສັຕວ໌ັທງຫຼາຍທັງປວງ ທັງມະນຸດ ທັງເທວະດາ ກະທັງສາກົລຈັກຣະວາລ ແລະໄດ້ແກ່ສາສນາດ້ວຍ ຂໍ້ນີ້ມັນສັມ ພັນທ໌ກັນທີ່ວ່າສັຕວ໌ ທັງຫຼາຍທັງປວງກັບສາສນານັນສັມພັນທ໌ກັນຢູ່ ຖ້າສາສນາຍັງຢູ່ໃນໂລກ ສັຕວຼທັງຫຼາຍທັງປວງກໍປອດພັຍ ສັຕວ໌ທັງຫຼາຍ ທັງປວງຈະປອດພັຍ ກໍເພາະມີສາສນາຢູ່ຄູ່ໂລກ ສະນັ້ນເຮົາທຳສາສນາໃຫ້ມີຢູ່ຄູ່ໂລກ ກໍທໍາປໂຍຊນ໌ໃຫ້ເກີດແກ່ສັຕວ໌ທັງຫຼາຍທັງປວງ ສາສນາ ນີ້ຈະມີອາຍຸໄດ້ບໍ່ສູນຫາຍໄປເສັຍ ກໍເພາະວ່າ.
1. ມີຄົນບວຊຄົນຮຽນ.
2. ມີຄົນປະຕິບັດຖືກຕ້ອງ.
3. ມີຄົນໄດ້ຜົລຂອງກາຣປະຕິບັຕິ.
- ທັງໝົດນີ້ທີ່ເຂົາຮຽກວ່າ ປະຣິຍັຕິ, ປະຕິບັຕິ ປະຕິເວທະ ເປັນພາສາປາລີ ເຮົາຄວຣຈະຂອບໃຈຄົນທີ່ລ່ວງລັບໄປແລ້ວ ທີ່ເຂົາສືບອາຍຸພຣະ ສາສນາາໄວ້ຈົນມາເຖິງເຮົາ ເຮົາຕ້ອງຊ່ວຍກັນສືບຕໍ່ໄປ ດ້ວຍກາຣບວຊ, ກາຣບວຊະຈະເປັນກາຣຊົ່ວຄາວ ຫຼືບວຊຍາວນານ, ກາຣບວຊ ທີ່ໄດ້ຜົລແທ້ໆ ບໍ່ຄວຣຕໍ່າກວ່າ 2 ເດືອນ, 3 ເດືອນ ຫາກບວຊຍາວນານບໍ່ມີກຳນົດ ແຕ່ 1 ປີໄປຈົນຮອດຕລອດຊີວິຕ, ຢ່າງໃດກໍຕາມກາຣ ບວຊໄລຍະສັ້ນ ຫຼືຍາວຍ່ອມໄດ້ອານິສົງສ໌ເທົ່າກັນ ຕ່າງແຕ່ຄວາມຮູ້ໃນທາງພຸດທະສາສນາຕ່າງກັນທໍ່ນັ້ນເອງ, ເມື່ອເຮົາສິກໄປແລ້ວ ເຮົາກໍມອບ ມັນທະກິດນີ້ໃຫ້ຄົນອື່ນສືບຕໍ່ໄປ ສ່ວນເຮົາສິກອອກໄປແລ້ວ ກໍບໍ່ແມ່ນວ່າເຮົາຈະເລີກຈາກສາສນາ ເຮົາກໍຍັງຈະໄດ້ສືບສາສນາອີກ ດ້ວຍກາຣ ເອົາຄວາມຮູ້ທີ່ໄດ້ຈາກກາຣບວຊ ໄປປະຕິບັຕິດີປະຕິບັຕິຊອບ ອົບຮົມບົ່ມສອນຕົນແລະຄົນອື່ນ, ປະຕິບັຕິທານ, ສີລ, ພາວະນາ, ອຸປະຖັມສາສນາໄຫວ້ພຣະສູຕມົນຕ໌ ແລະປະຕິບັຕິທັມ ໃນຢ້າວໃນເຮືອນ.

- ກ່າວໂດຍຫຍໍ້ອານິສົງສ໌ຂອງກາຣບວຊແບ່ງອອກເປັນ 2 ປະກາຣ ຄື:
ປະກາຣທີ 1 ອານິສົງສ໌ຫຼັກ ໄດ້ແກ່.
1. ກໍຣະນີຂອງຜູ້ທີ່ໝົດກິເລສ ສຳເຣັຈພຣະອໍຣະຫັນຕ໌ ຍ່ອມໄດ້ອານິສົງສ໌ ຄື.
ກ. ທຸກຂ໌ເກົ່າໝົດໄປ.
ຂ. ທຸກຂ໌ໃໝ່ບໍ່ເກີດຂຶ້ນ ຄື ໝົດກິເລສ ກໍໝົດທຸກຂ໌.
ຄ. ເປັນເນື້ອນາບຸນອັນປະເສີດຂອງມະນຸດທັງຫຼາຍ ທີ່ໄດ້ທຳບຸນໃຫ້ທານ ແລະຖວາຍສັກກາຣະແກ່ທານ.
2. ມອງໃນດ້ານຄຸນນະທັມໃນຕົວຂອງຜູ້ບວຊ.
ກ. ທຳໃຫ້ຕົນເອງເປັນຜູ້ມີຄວາມບໍຣິສຸທ.
ຂ. ຈະໄດ້ນໍ້າໃຈອັນງາມ ຮຽກວ່າເປັນຄົນມີນ້ຳໃຈ.
ຄ. ເປັນຜູ້ມີປັນຍາ.

ປະກາຣທີ 2 ອານະສົງສ໌ທີ່ພອຍໄດ້ ໄດ້ແກ່.
1. ອານິສົງສ໌ທີ່ເກີດແກ່ຜູ້ອື່ນ.
ກ. ຊ່ວຍໃຫ້ມາຣດາບິດາໄດ້ໃກ້ຊິດພຣະພຸດທະສາສນາ ເຊັ່ນ ໄດ້ໃຫ້ທານເນື່ອງໆ ເປັນຕົ້ນ, ເພາະຕ້ອງໄປຢ້ຽມຢາມຜູ້ບວຊຢູ່ສະເໝີ, ເຫີງໆເຂົ້າກໍຮັກສາສີລ ແລະໄດ້ຟັງທັມ,
ຂ. ແມ່ນສິກອອກໄປແລ້ວ ລູກເມັຍກໍເປັນສຸຂ ເພາະໄດ້ຄົນນິສັຍດີໆຈາກກາຣໄດ້ຂັດເກົາຄວາມຈັງໄຮຕິດຕົວອອກໄປແນ່ແລ້ວ ເຊັ່ນ ແຕ່ກ່ອນ ເຄີຍກິນເຫຼົ້າ ເມົາມາກໍອາຣະວາດ ບາດນີ້ຫຼັງຈາກບວຊກັບໄປແລ້ວ ເຫຼົ້າບໍ່ຫົວຊາກາຍເປັນຄົນນິສັຍເສັຍ.
ຄ. ປະເທສຊາຕິໄດ້ພົລເມືອງດີໆເພີ່ມຂຶ້ນ.
2. ອານິສົງສ໌ທາງທັມ ເປັນຜູ້ສືບທອດອາຍຸພຸດທະສາສນາ.

ອານິສົງສ໌ກາຣບວຊຊົ່ວຄາວ.
- ສຳລັບນິສິຕ ນັກສຶກສາ ທີ່ໄດ້ບວຊໃນໄຣຍະສັ້ນໆ ເປັນຄັ້ງໆ ຄາວໆ ກໍຖືວ່າເປັນການບວຊຊົ່ວຄາວ ຫາກຕັ້ງໃຈປະພຶດປະຕິບັຕິຂະນະ ບວຊນັ້ນຢ່າງເຄັ່ງຄັດແລ້ວ ຍ່ອມໄດ້ອານິສົງສ໌ ດັ່ງນີ້:

1) ເປັນຜູ້ຮູ້ຈັກບໍຣິຫາຣເວລາ ຄື ຮູ້ຈັກໃຊ້ເວລາໃຫ້ປໂຍຊນ໌ ພາສາສາສນາຮຽກວ່າ ກາລັນຍຸຕາ ເປັນຜູ້ຮູ້ຈັກກາລອັນເປັນຄຸນທັມຂໍ້ໜຶ່ງຂອງ ສັປປຸຣິສະ, ຂະນະເປັນນິສິຕນັກສຶກສາ ພາຣະຮັບຜິດຊອບຍັງບໍ່ມີຫຼາຍ ຄວາມຫັງວົນທາງບ້ານເຮືອນຍັງບໍ່ມີ ຫາກຮີບມາບວຊກ່ອຍຍ່ອມບັລ ລຸທັມໄດ້ໂດຍງ່າຍ.
2) ແມ່ນໄຣຍະເວລາຈະສັ້ນ ແຕ່ຖ້່ລົງມືປະຕະບັຕິຢ່າງຈິງໆຈັງໆ ກໍຈະໄດ້ຊີມຣົສແຫ່ງຄວາາມສຸຂອັນເກີດຈາກຄວາມສງົບຕັ້ງແຕ່ເຍົາວ໌ໄວ ເພາະຕອນເປັນນິສິຕນັກສຶກສາ ກິເລສຍັງບໍ່ແກ່ ຈັດເປັນໄມ້ອ່ອນພໍດັດໄດ້ງ່າຍ ຄັນບວຊແລ້ວໄດ້ຣົສແຫ່ງຄວາມສຸຂພາຍໃນ ກໍຈະຮູ້ວ່າບາປ ບຸນ ນັ້ນມີຈິງ ຄວາມສຸຂພາຍໃນດີກວ່າ ກໍຈະບໍ່ຕິດໃນອາມິສສຸຂ ອັນເປັນສຸຂທາງໂລກ.
3) ມີໂອກາສໄດ້ສຶກສາຫຼັກທັມໄວ້ ກຳກັບຄວາມຮູ້ ຈະໄດ້ໃຊ້ຄວາມຮູ້ໄປໃນທາງທີ່ຖືກທີ່ຄວຣ ດັ່ງພຸທພົຈນ໌ວ່າ (ຄວາມຮູ້ທາງດ້ານວິຊາກາຣ ທີ່ຊາວໂລກຮຽນ ຫາກເກີດແກ່ຄົນພາລ ບໍ່ມີສີລທັມ ຍ່ອມມີແຕ່ຈະນຳຄວາມຈິບຫາຍມາໃຫ້ ເພາະເຂົາຈະນຳຄວາມຮູ້ໄປໃຊ້ໃນທາງທີ່ຜິດ ເນື່ອງຈາກບໍ່ມີຄຸນທັມກຳກັບ).
4) ທຳໃຫ້ໄດ້ຝຶກວິນັບ ແລະເຂົ້າໃຈວັດທະນະທັມໃນກາຣຢູ່ຮ່ວມກັນກັບໝູ່ຄະນະ, ຖ້າບວຊແລ້ວ ຕັ້ງໃຈຝຶກຝົນອົບຮົມຕົນຢ່າງຈິງຈັງ ສິກອອກໄປແລ້ວ ຈະເປັນຄົນມີວິນັຍ ຄົນສ່ວນຫຼາຍມັກຈະສັງເກຕທັງໆທີ່ມີພຣະເປັນຕົວຢ່າງທາງດ້ານວິນັຍໃຫ້ເບິ່ງ ເຊົ້າຂຶ້ນ ກໍອອກໄປ ບິນທະບາຕກັນເປັນແຖວ, ສູຕມົນ ໄຫວ້ພຣະ ຟັງທັມ ເທສນາ ຮຽນໜັງສືຕ່າງໆກໍນັ່ງເປັນແຖວ ເພາະສະນັ້ນຄົນທີ່ເຄີຍບວຊແລ້ວ ຄວາມີວິນັຍກໍຈະຕິດຕົວໄປເປັນນະສັຍໄປດ້ວຍ.
5) ທຳໃຫ້ໄດ້ຝຶືກສາມາທິ ທຳຈິຕໃຈໃຫ້ສງົບ ເຊິ່ງເປັນຜົລດີຕໍ່ກາຣສຶກສາຕໍ່ໄປພາຍໜ້າ.
6) ເກີດຄວາມປຶ້ມປະຕິຍິນດີ ທີ່ໄດ້ກະທຳຄວາມດີໄວ້ແລ້ວຕັ້ງແຕ່ຍັງໜຸ່ມນ້ອຍ, ປິຕິຈະເປັນເຄື່ອງຫຼໍ່ລ້ຽງໃຈຢູ່ສເມີ ເຖິງຄາວຕາຍກໍບໍ່ຕ້ອງຫ່ວງ ນ້າພະວົງຫຼັງ ຄົນໜຸ່ມໆສາວໆ ມັກຈະມອງໂລກໄປທາງໜ້າສເມີ ຄິດສ້າງສາອະນາຄົຕຢ່າງນັ້ນ ຢ່າງໜີ ສ່ວນຄົນເຖົ້າແກ່ ຈະຫຼຽວມອງຂ້າງຫຼັງ ມອງໄປດູໄປຫາດີບໍ່ໄດ້ ກໍຈະແຫ່ງຫ່ຽວໃຈ ເປັນເຄື່ອງຕອບແທນ ຕອນໃກ້ຕາຍ ກໍຈະຕາຍແບບຫ່ຽວ, ກົງກັນຂ້າມກັບ ບວຊ ຫຼືໄດ້ທໍາຄວາມດີມາກ່ອນກໍຈະປຶ້ມປິຕິທີ່ໄດ້ທຳຄວາມດໄວ້ ແມ່ນຕາຍກໍຕາຍດີ ຕາຍຢ່າງຄົນມີຊີວິຕທີ່ກຸ້ມຄ່າມາແລ້ວ. (ເລື່ອງນີ້ຍັງກວາມ ຣວມໄປເຖິງແມ່ຍິງທີ່ບໍ່ມີໂອກາດບວຊ ແຕ່ກໍໄດ້ອຸປະຖັມວັດວາສາສນາ ສົ່ງລູກຫຼານຂອງຕົນມາບວຊ ກໍມີຄວາມປິດາເຊັ່ນຫັນ)
7) ທຳໃຫ້ໃຫ້ຮູ້ຈັກເປົ້າໝາຍຂອງຊິວິຕຢ່າງຈິງຈັງແທ້ວ່າ ເກີດມາເພື່ອຫຍັງ ເພາະຝືກຮູ້ແລ້ວວ່າ ທຳໃຫ້ກິເລສໝົດໄປໄດ້ ເກີດເປັນຄວາມສຸຂ ພາຍໃນຂຶ້ນມາ ຈະໄດ້ແກ້ໄຂປັບປຸງຕົວເອງໄດ້ຢ່າງຖືກຕ້ອງ.
8) ທຳໃຫ້ມີຄວາມອົດທົນ ບໍ່ຫວັນໄຫວ້ໃນອຸປະສັກ....
9) ທຳໃຫ້ຮູ້ຈັກຕົນເອງ ຄື ຮູ້ວ່າຄົນເອງມີຄວາມຮູ້ ຄວາມສາມາດ ມີຄຸນທັມພຽງໃດ ຂະໜາດໃດ.....
10) ທຳໃຫ້ເປັນຄົນມີເຫຕຸ-ຜົລ.
11) ໄດ້ຊື່ວ່າຊຳຮະໂທດທາງກາຍ ວາຈາ ໃຈ ໃຫ້ສີ້ນໄປເພາະສີລ ເປັນເຄື່ອງຊຳຮະໂທສທາງກາຍ ວາຈາ ສະມາທິ ເປັນເຄື່ອງຊຳຮະໂທສທາງ ໃຈ ປັນຍາຊຳຮະໂທສທາງສັນດານ ເປັນເປັນຄົນມີສັມມາທິຕຖີ.
12) ໄດ້ຊື່ວ່າ ປະຕິບັຕິບູຊາ ເຊິ່ງເປັນການບູຊາອັນສູງສູດ ແມ່ນຈະເປັນໄຣຍະສັ້ນໆກໍຕາມ. (ບວຊສັ້ນໆ ໝາຍເອົາ ແຕ່ 2-3 ເດືອນຂຶ້ນໄປ ທີ່ໄດ້ຮຽນ ໄດ້ສຶດສາທາງທັມແນ່ແລ້ວ).
13) ທຳໃຫ້ມີໂອກາສເອົາຊະນະກິເລສ ໄດ້ໄຣຍະໜຶ່ງ ຈຶ່ງມີເຊື້ອສາຍແຫ່ງຄວາມເປັນຜູ້ຊະນະ.
14) ທຳໃຫ້ສະແຫວງຫາຄວາມສຸຂໄດ້ຫຼາຍທີ່ສຸດ ເທົ່າທີ່ມະນຸດຈະເພິ່ງໄດ້ເພິ່ງມີ.
15) ໄດ້ຊື່ວ່າ ເປັນຜູ້ມີກຳໄຣຊີວິຕແລ້ວ ເພາະໄດ້ກະທຳກັມທີ່ບໍຣິສຸດທັງກາຍ ວາຈາ ແລະໃຈ.
16) ໄດ້ຊື່ວ່າເປັນຜູ້ເຣີ່ມຖາງທາງໄປພຣະນິພພານແລ້ວ.
- ອານິສົງສ໌ທີ່ກ່າວມາທັງໝົດນີ້ ບໍ່ຕ້ອງຫ່ວງວ່າຈະມາປະມານການເທົ່າໃດ ເພາະເມື່ອໄດ້ເຣີ່ມຕົ້ນ ໜຶ່ງ,ຕ້ອງມີສອງ, ສາມ, ສີ່ ຫ້າ....ກໍຈະຕາມາ ເອງດີກວ່າຍັງບໍ່ທັນໄດ້ເຣີ່ມລົ້ມສາແລ້ວນັ້ນເອງ.
- ນອກຈາກອານິສົງສ໌ ທັງໝົດທີ່ກ່າວໄວ້ແລ້ວນັ້ນ ກາຣບວຊ ແລ້ວໄດ້ບຳເພັງສະມາທິພາວະນາ ຕາມໜ້າທີ່ຂອງບັນພະຊິຕແລ້ວ ຍ່ອມໄດ້ອານິສົງສ໌ ຈາກກາຣບວຊນັ້ນ ເຊິ່ງຮຽກວ່າສາມັນຍະຜົລ ຄືຜົລທີ່ໄດ້ຈາກກາຣບວຊນັ້ນອີກ 14 ຢ່າງ.

Wednesday, 20 July 2011

ປາກົດຫຼັກຖານ ການຂຶ້ນເຮືອນໃໝ່ ນິຍົມນິມົນພຣະໄປຂຶ້ນກ່ອນ ໃນສັງຄີຕິສູຕ

- ການປຸກເຮືອນໃໝ່ ຄົນລາວດຽວນີ້ຖືກັນໜັກກັນໜາ ຕ້ອງໄປຊອກຫາມື້ຫາວັນດິບດີຈຶ່ງຈະໄດ້ລົງມືລົງເສົາແຮກເສົາເຂັມ ຕັ້ງເສົາແຮກເສົາແຮກແລ້ວຜູ້ມີເງິນກໍຮີບປຸກຮີບແລ້ວ, ບາງຄົນບໍ່ມີເງິນກໍຮີບລົງເສົາແຮກ ເອົາມື້ເອົາວັນດິບວັນດີ ປຸກແລ້ວຍາມໃດກໍບໍ່ເປັນຫຍັງ ຂໍແຕ່ໃຫ້ມື້ດີ ມີຫຼາຍຄົນ ຮີບແທ້ຮີບວ່າ ບາງຄົນຊ່າງປລັງຍັງບໍ່ທັນຜ່ານ, ບາງຄົນຊ່າງຍັງບໍ່ທັນໄດ້ຈ້າງ ຟ້ານິມົນພຣະມາສູດຖອດລົງເສົາເຂັມ ໄວ້ກ່ອນເອົາມື້ດີ ອັນນີ້ແລ່ນນໍາມື້ດີ, ບາງຄົນຟ້ານໍາປີ ຍິນເຂົາຊ່າລືກັນວ່າປີຂານປຸກເຮືອນບໍ່ໄດ້ວ່າຈັ່ງຊັ້ນ ກໍຟ້າວປຸກເຮືອນຕັ້ງເສົາແຮກ ເສົາຂວັນໄວ້ກ່ອນແຕ່ປີປີສະຫຼຸບພີ້ ທັງໆທີ່ຍັງບໍ່ທັນມີງົບປະມານພໍ, ແຕ້ມແບບຍັງບໍ່ທັນແລ້ວຊໍ້າ ຟ້າວລົງເສົາແຮກໄວ້ກ່ອນຮອດປີຂານຊິປຸກ ບໍ່ໄດ້, ມີເຈົ້າໜຶ່ງແລ່ນຕາລິງຕາຈໍມານິມົນພຣະໃຫ້ໄປສູດຕັ້ງເສົາແຮກມື້ອື່ນເຊົ້າ ເປັນ 9 ຄໍ່າ ນິມົນວັດອາຈານ 4 ອົງ ແລະນິມົນວັດຍາທ່ານອີກ 5 ລວມກັນເປັນ 9 ຮອດມື້ອື່ນເຊົ້າ ເຂົາມາຮັບເຫັນຍາທ່ານພ້ອມດ້ວຍພຣະນັ່ງຢູ່ພຸ້ນກ່ອນແລ້ວ ຈັ່ງແມ່ນມັນຄັກ ບໍ່ຈືເດືອນເພາະຕັ້ງແຕ່ປີສະຫຼຸ ພຸ້ນ ບາດໄປຮອດແລ້ວອີຫຍັງກະຍັງບໍ່ທັນມີ ເສົາກະຍັງບໍ່ທັນຂຸດ, ພາມຸງຄຸນຍັງບໍ່ທັນມີ, ເຄື່ອງສູດຖອດຍັງບໍ່ທັນຕັ້ງ, ເສົາຊິຕັ້ງຍັງບໍ່ທັນມີ ເອົາໄປເອົາມາໃຫ້ພຣະໄປນ່ັງໜາວຢູ່ກາງເດີນແຕ່ 7 ໂມງ ຈົນຮອດ 9 ໂມງ, (ວັ້ນນັ້ນກະແປກແທ້ແປກວ່າໜາວພິລຶກກຶກກີ) ບາດສູດແລ້ວ ເຂົາກໍນິມົນສັນເຂົ້າເຮືອນເຂົາເພາະຈວນເພນ, ສ່ວນຍາທ່ານຄານິມົນທີ່ອື່ນກັບໄປກ່ອນ ຈຶ່ງຖາມເຈົ້າຂອງປຸກເຮືອນວ່າ ເປັນຫຍັງຄືປຸກຟ້າວປຸກ ຟັ່ງແທ້ ອີສັງກະຍັງບໍ່ທັນແລ້ວ ຮ່າວມາລົງເສົາແຮກ, ຈັກແລ້ວເພິ່ນວ່າປີໜ້າ(ປີຂານ) ປຸກເຮືອນບໍ່ໄດ້ ແລະວັນນີ້ກະເປັນວັນດີ ເພິ່ນວ່າຈັ່ງຊັ້ນ ກະເລີຍອິລຸບປຸບປັບ ເຮັດຫຍັງນຳບໍ່ທັນ.
- ອາຕະມາວ່າ ອືມ໌.....ວັນນີ້ກະຊົງດີອີຫຼືໃດ ໜາວແທ້ໜາວວ່າ ໜາວແບບບໍ່ມີໃນປະຫວັດການເລີຍ, ຈາກວັນນັ້ນ ເຖິງວັນນີ້ ເຮືອນຫຼັງນັ້ນ ຍັງບໍ່ທັນໄດ້ປຸກຊ້ຳ.
- ບາດນີ້ມາເວົ້າເລື່ອງປຸກແລ້ວ ພັດມີແນວມາວ່າ ແທນທີ່ຊິເອົາພຣະສົງອົງຄະເຈົ້າໄປຂຶ້ນເຮືອນ ຫາມື້ດີ ມື້ງາມເໝືອນກັບຕອນປຸກ, ກັບມີ ຄຳເວົ້າໃໝ່ອອກມາອີກວ່າ ປຸກເຮືອນແລ້ວ ໃຜຊິເອົາພຣະມາຂຶ້ນກ່ອນລະ ເຮືອນເຈົ້າຍັງໃໝ່ຢູ່, ບາງກໍວ່າຢູ່ໄປກ່ອນ 1 ປີ, ບາງກໍວ່າ ຢູ່ໄປກ່ອນຮອດ 3 ປີ, ບາດຮອດ 1 ຫຼື 3 ປີ ແລ້ວກໍມີຄຳເວົ້າເຂົ້າມາອີກວ່າ ຕ້ອງເຮັດບຸນເຮືອນໄປອີກ 3. ປີຊ້ອນ.
- ທີ່ຍົກຕົວຢ່າງມາຂ້າງເທິງນັ້ນ ເປັນຕົວຢ່າງທີ່ເກີດມາໃນສັງຄົມເມືອງ ໂດຍສະເພາະນະຄອນຫຼວງວຽງຈັນ ອາດຊິຂະຫຍາຍຕົວໄປຮອດ ບ້ານນອກ ແລະເມືອງນອກໆແລ້ວ, ເພາະປະເພນີແບບນີ້ເກີດຂຶ້ນທີ່ວຽງຈັນກ່ອນ ມັນຍ່ອມມີອິດທິພົນຕໍ່ຄົນຊົນນະບົດເປັນຢ່າງຍິ່ງ ຫາກແນວຄິດນີ້ຂະຫຍາຍຕົວໄປ ຄົງຈະໄວວາ ເພາະການສື່ສານສະດວກກວ່າແຕ່ເດີມ.
- ເມື່ອຄວາມຄິດແບບ ນີ້ຖືກຂະຫຍາຍຕົວໄປທົ່ວສັງຄົມ ກໍບໍ່ສາມາດທີ່ຈະລະເລີກໄດ້ ກໍພາກັນເຮັດຈົນກາຍເປັນປະເພນີ. ຜູ້ສຶບທອດກໍວ່າ ເປັນການປະຕິບັດຖືກ ເພາະເຫັນວ່າຜູ້ເຖົ້າຜູ້ແກ່ພາເຮັດ, ຈິງຢູ່ວ່າປະເພນີ ເປັນສິ່ງທີ່ຄວນຢຶດໝັ້ນ ຢຶດຖື ແຕ່ປະເພນີບາງປະເພນີ ຂັດຕາມຫຼັກ ຄຳສອນກໍດີ, ເປັນຫົນທາງແຫ່ງຄວາມເສື່ອມ, ບໍ່ກໍ່ເກີດທາງບຸນ ກໍບໍ່ຄວນສົ່ງເສີມ ແລະສະໜັບສະໜຸນ, ອີກອັນໜຶ່ງ ຫາກພຶດຕິກັມໃດ ທີ່ກາຍເປັນປະເພນີ ຫາກອະທິບາຍທາງເຫດຜົນບໍ່ໄດ້, ບໍ່ມີຫຼັກຖານອ້າງພໍເໝາະ ກໍຍິ່ງບໍ່ສົມຄວນຈະສົ່ງເສີມ ນັກປາດ ຫຼືທ່ານຜູ້ຮູ້ຄວນແນະ ນຳກ່າວເຕືອນ ຫາກເຮົາເປັນຊາວພຸດແທ້ ເວັ້ນເສັຍແຕ່ບາງທ່ານ ບາງຄົນບໍ່ແມ່ນຊາວພຸດນັ້ນ ກໍຍົກເປັນເລື່ອງໜຶ່ງ ເພາະວິທິ ຫຼືປະເພນີຄວາມ ເຊື່ອຂອງຄົນຕ່າງສາສນາ ແລະວັດທະນະທັມກໍຍ່ອມຕ່າງກັນເປັນທັມມະດາ ອັນນັ້ນກໍບໍ່ວ່າກັນ.
- ແຕ່ຫາກເປັນວິທີຂອງຊາວພຸດແລ້ວ ທຸກໆ ຢ່າງໃນກິດຈະກັມຂອງຊີວິດເຮົາ ຍ່ອມເອົາຄຳສອນ ແລະແນວທາງຂອງພຸດທະສາສນານໍາໜ້າ, ເຊັ່ນການຖືຣຶກງາມຍາມດີນີ້ ຫາກເປັນພຸດທະແທ້ ທີ່ເດີນຕາມທາງປາຣະມັດແທ້ ເພີ່ນຈະບໍ່ຖືກຣືກຖືຍາມເດັດຂາດ, ເພິ່ນຖືກວ່າ ຣືກດີ, ຍາມດີ, ຊົ່ວດີ, ຂະນະດີ, ບຸກຄົນດີ ແລະອື່ນຍ່ອມເປັນມຸງຄຸນທັງນັ້ນ ໂດຍສະເພາະຫາກບຸກຄົນດີ ທຸກຢ່າງຍ່ອມດີ, ການປະກອບກິດທາງ ສາສນາແມ່ນທຳປັດຈຸບັນໃຫ້ດີນັ້ນແມ່ນດີທີ່ສຸດ.
- ເຖິງປານນັ້ນ ຂັ້ນພຣະວິໄນ ແລະພິທີກັມທາງພຸດທະສາສນາກໍໃຫ້ກຳນົດຣືກ ພໍສົມຄວນ ຄື ລົງອຸໂປສົດຍາມວັນສິນ, ການໄຫວ້ພຣະເຊົ້າ ການໄຫວ້ພຣະເດີກ, ການໄຫວ້ພຣະແລງເປັນອາຈີນ, ການເຂົ້າພັນສາ ການອອກພັນສາ ຕ້ອງເຂົ້າແລະອອກຕາມພຸດທະບັນຍັດເທົ່ານັ້ນ ແມ່ນກະທັງການທຳກະຖິນ ເຂດກະໂິນກໍມີກຳນົດຕາຍຕົວ, ນອກນັ້ນ ແມ່ນເຮັດຕາມການຕົກລົງເໝາະສົມ ສັງຄົມນັ້ນໆ ກຳນົດຂຶ້ນເອງ ແລະພ້ອມກັນປະຕິບັດ ກໍຖືວ່າເປັນເລື່ອງດີ ເລື່ອງມຸງຄຸນ.
- ກ່ຽວກັບ ການເຮັດບຸນຂຶ້ນເຮືອນໃໝ່ນັ້ນ ເຖິງວ່າບໍ່ເປັນປະເພນີ ທີ່ພຣະພຸດທະອົງກຳນົດໄວ້ ແຕ່ປາກົດເວັນວ່າ ໃນສະໄໝພຸດທະການນັ້ນ ກໍມີຄວາມນິຍົມ ນິມົນພຣະສົງຂຶ້ນເຮືອນໃໝ່ ເພື່ອເປັນສີຣິມຸງຄຸນເຊັ່ນກັນ ດັ່ງເຮົາພົບໃນພຣະໄຕປິດົກ ສັງຄີຕິສູດ ດັ່ງລຸ່ມນີ້:

สังคีติสูตร
ข้าพเจ้าได้สดับมาอย่างนี้-

สมัยหนึ่ง พระผู้มีพระภาคเสด็จเที่ยวจาริกไปในแคว้นมัลละ พร้อมด้วย พระภิกษุสงฆ์หมู่ใหญ่ประมาณ ๕๐๐ รูป ได้เสด็จถึงนครของพวกมัลลกษัตริย์อัน มีนามว่า ปาวา ได้ยินว่า สมัยนั้น พระผู้มีพระภาคประทับอยู่ ณ สวนมะม่วง ของนายจุนทกัมมารบุตร เขตนครปาวา ฯ

ก็โดยสมัยนั้นแล ท้องพระโรงหลังใหม่ อันมีนามว่า อุพภตกะ ของพวกเจ้ามัลละแห่งนครปาวา สร้างสำเร็จแล้วไม่นาน ยังไม่ทันที่สมณพราหมณ์ หรือใครๆ ที่เป็นมนุษย์จะได้อยู่อาศัย พวกเจ้ามัลละแห่งนครปาวาได้สดับข่าวว่า พระผู้มีพระภาคได้เสด็จเที่ยวจาริกไปในแคว้นมัลละ พร้อมด้วยพระภิกษุสงฆ์หมู่ ใหญ่ประมาณ ๕๐๐ รูป เสด็จถึงนครปาวาโดยลำดับ กำลังประทับอยู่ ณ สวน มะม่วงของนายจุนทกัมมารบุตร เขตนครปาวา ฯ

ครั้งนั้นแล พวกเจ้ามัลละแห่งนครปาวา ได้พากันเข้าไปเฝ้าพระผู้มี พระภาคถึงที่ประทับ ครั้นแล้วถวายบังคมพระผู้มีพระภาค นั่ง ณ ที่ควรส่วนข้างหนึ่ง ได้กราบทูลพระผู้มีพระภาคว่า

ข้าแต่พระองค์ผู้เจริญ ท้องพระโรงหลังใหม่ อันมีนามว่าอุพภตกะ ของ พวกเจ้ามัลละแห่งนครปาวา สร้างสำเร็จแล้วไม่นาน ยังไม่ทันที่สมณพราหมณ์ หรือใครๆ ที่เป็นมนุษย์จะได้อยู่อาศัย ข้าแต่พระองค์ผู้เจริญ ขอพระผู้มีพระภาค จงเสด็จประทับ ณ ท้องพระโรงนั้นก่อนเถิด พระผู้มีพระภาคเสด็จประทับก่อนแล้ว ภายหลังพวกเจ้ามัลละแห่งนครปาวาจึงจักใช้สอย การเสด็จประทับก่อนของพระผู้มี พระภาคนั้น พึงเป็นไปเพื่อประโยชน์ เพื่อเกื้อกูล เพื่อความสุขแก่พวกเจ้ามัลละ แห่งนครปาวาสิ้นกาลนาน พระผู้มีพระภาคทรงรับด้วยดุษณีภาพแล้ว ฯ

ครั้นพวกเจ้ามัลละแห่งนครปาวา ได้ทราบการทรงรับของพระผู้มีพระภาค แล้ว จึงลุกจากอาสนะ ถวายบังคมพระผู้มีพระภาคทำประทักษิณแล้ว พากันไปยัง ท้องพระโรง ครั้นแล้วจึงปูลาดท้องพระโรงให้พร้อมสรรพ แต่งตั้งอาสนะ ให้ตั้ง หม้อน้ำ ตามประทีปน้ำมัน แล้วพากันเข้าไปเฝ้าพระผู้มีพระภาคถึงที่ประทับ ถวาย บังคมพระผู้มีพระภาค ได้ยืนอยู่ ณ ที่ควรส่วนข้างหนึ่ง ได้กราบทูลพระผู้มีพระภาค ว่า ข้าแต่พระองค์ผู้เจริญ ท้องพระโรงพวกข้าพระองค์ปูลาดพร้อมสรรพแล้ว อาสนะก็แต่งตั้งไว้แล้ว หม้อน้ำก็ให้ตั้งไว้แล้ว ประทีปน้ำมันก็ตามไว้แล้ว พระเจ้าข้า พระผู้มีพระภาคย่อมทรงทราบกาลอันควรในบัดนี้ ฯ

ลำดับนั้นแล พระผู้มีพระภาคทรงครองอันตรวาสกแล้ว ทรง ถือบาตรจีวรเสด็จไปยังท้องพระโรง พร้อมด้วยภิกษุสงฆ์ ทรงล้างพระบาทแล้ว เสด็จเข้าไปยังท้องพระโรง ประทับนั่งพิงเสากลาง ผินพระพักตร์ไปทางทิศบูรพา แม้พระภิกษุสงฆ์ก็ล้างเท้าแล้วพากันเข้าไปยังท้องพระโรง นั่งพิงฝาด้านหลัง ผิน หน้าไปทางทิศบูรพา แวดล้อมพระผู้มีพระภาค แม้พวกเจ้ามัลละแห่งนครปาวา ก็พากันล้างเท้าแล้วเข้าไปยังท้องพระโรง นั่งพิงฝาด้านบูรพา ผินหน้าไปทางทิศ ปัจฉิมแวดล้อมพระผู้มีพระภาค ฯ

ครั้งนั้นแล พระผู้มีพระภาคทรงยังพวกเจ้ามัลละแห่งนครปาวาให้เห็นแจ้ง ให้สมาทาน ให้อาจหาญ ให้รื่นเริง ด้วยธรรมีกถาตลอดราตรีเป็นอันมาก แล้ว ทรงส่งไปด้วยพระดำรัสว่า ดูกรวาเสฏฐะทั้งหลาย ราตรีล่วงมากแล้ว บัดนี้พวก ท่านจงสำคัญเวลาอันสมควรเถิด พวกเจ้ามัลละแห่งนครปาวาได้พร้อมกันรับ พระดำรัสของพระผู้มีพระภาคว่า อย่างนั้น พระเจ้าข้า แล้วพากันลุกขึ้นจากอาสนะ ถวายบังคมพระผู้มีพระภาค กระทำประทักษิณแล้วหลีกไป ฯ

ลำดับนั้น พระผู้มีพระภาค เมื่อพวกเจ้ามัลละแห่งนครปาวา หลีกไปแล้วไม่นาน ได้ทรงเหลียวดูหมู่ภิกษุผู้นิ่งอยู่แล้วได้รับสั่งกะท่านพระสารีบุตรว่า ดูกรสารีบุตร ภิกษุสงฆ์ปราศจากถีนะและมิทธะ สารีบุตรจงแสดงธรรมีกถา แก่ภิกษุทั้งหลาย เราเมื่อยหลัง ฉะนั้น เราพึงพักผ่อน ท่านพระสารีบุตรได้ รับพระดำรัสของพระผู้มีพระภาคด้วยคำว่า อย่างนั้น พระเจ้าข้า ดังนี้ ลำดับนั้น แล พระผู้มีพระภาครับสั่งให้ปูผ้าสังฆาฏิเป็นสี่ชั้น แล้วทรงสำเร็จสีหไสยา โดยพระปรัศว์เบื้องขวา ทรงเหลื่อมพระบาทด้วยพระบาท มีพระสติสัมปชัญญะ ทรงกระทำความหมายในอันที่จะเสด็จลุกขึ้นไว้ในพระทัย ฯ

ก็โดยสมัยนั้นแล นิครนถ์นาฏบุตรทำกาละแล้วที่นครปาวาไม่ นานนัก เพราะกาลกิริยาของนิครนถ์นาฏบุตรนั้น พวกนิครนถ์จึงแตกกัน เกิด แยกกันเป็นสองพวก เกิดบาดหมางกัน เกิดการทะเลาะวิวาทกันขึ้น เสียดแทง กันและกันด้วยหอกคือปากอยู่ว่า ท่านไม่รู้ทั่วถึงธรรมวินัยนี้ ข้าพเจ้ารู้ทั่วถึง ท่าน จักรู้ทั่วถึงธรรมวินัยนี้ได้อย่างไร ท่านปฏิบัติผิด ข้าพเจ้าปฏิบัติถูก ถ้อยคำของ ข้าพเจ้าเป็นประโยชน์ ของท่านไม่เป็นประโยชน์ คำที่ควรจะกล่าวก่อน ท่าน กลับกล่าวภายหลัง คำที่ควรจะกล่าวภายหลัง ท่านกลับกล่าวก่อน ข้อที่ท่านช่ำชอง มาผันแปรไปแล้ว ข้าพเจ้าจับผิดวาทะของท่านได้แล้ว ข้าพเจ้าข่มท่านได้แล้ว ท่านจงถอนวาทะเสีย มิฉะนั้นจงแก้ไขเสีย ถ้าสามารถ ดังนี้ เห็นจะมีแต่ความ ตายอย่างเดียวเท่านั้นจะเป็นไปในพวกนิครนถ์ ผู้เป็นสาวกของนาฏบุตร ถึงพวก สาวกของนิครนถ์นาฏบุตรที่เป็นคฤหัสถ์ผู้นุ่งขาวห่มขาวก็มีอาการเบื่อหน่าย คลาย ความรัก รู้สึกท้อถอยในพวกนิครนถ์ผู้เป็นสาวกของนาฏบุตร ทั้งนี้เพราะธรรมวินัย อันนิครนถ์นาฏบุตรกล่าวไว้ไม่ดี ประกาศไว้ไม่ดี ไม่เป็นธรรมที่จะนำผู้ปฏิบัติให้ ออกจากทุกข์ได้ ไม่เป็นไปเพื่อความสงบระงับ มิใช่ธรรมที่ท่านผู้เป็นพระสัมมาสัมพุทธเจ้าประกาศไว้ เป็นธรรมวินัยมีที่พำนักอันทำลายเสียแล้ว เป็นธรรมวินัย ไม่มีที่พึ่งอาศัย ฯ

ครั้งนั้นแล ท่านพระสารีบุตรได้เล่ากะภิกษุทั้งหลายว่า ดูกรผู้มีอายุทั้งหลาย นิครนถ์นาฏบุตรทำกาละแล้วที่พระนครปาวาไม่นานนัก เพราะกาลกิริยาของนิครนถ์ นาฏบุตรนั้น พวกนิครนถ์จึงแตกกัน เกิดแยกกันเป็นสองพวก เกิดบาดหมางกัน เกิดการทะเลาะวิวาทกันขึ้น เสียดแทงกันและกันด้วยหอกคือปากอยู่ว่า ท่านไม่รู้ทั่ว ถึงธรรมวินัยนี้ ข้าพเจ้ารู้ทั่วถึง ท่านจักรู้ทั่วถึงธรรมวินัยนี้ได้อย่างไร ท่านปฏิบัติผิด ข้าพเจ้าปฏิบัติถูก ถ้อยคำของข้าพเจ้าเป็นประโยชน์ ของท่านไม่เป็นประโยชน์ คำที่ ควรจะกล่าวก่อน ท่านกลับกล่าวภายหลัง คำที่ควรจะกล่าวภายหลัง ท่านกลับกล่าว ก่อน ข้อที่ท่านเคยช่ำชองมาผันแปรไปแล้ว ข้าพเจ้าจับผิดวาทะของท่านได้แล้ว ข้าพเจ้าข่มท่านได้แล้ว ท่านจงถอนวาทะเสีย มิฉะนั้น จงแก้ไขเสีย ถ้าสามารถ ดังนี้ เห็นจะมีแต่ความตายอย่างเดียวเท่านั้นจะเป็นไปในพวกนิครนถ์ ผู้เป็นสาวก ของนาฏบุตร ถึงพวกสาวกของนิครนถ์นาฏบุตรที่เป็นคฤหัสถ์ผู้นุ่งขาวห่มขาว ก็มี อาการเบื่อหน่าย คลายความรัก รู้สึกท้อถอยในพวกนิครนถ์ ผู้เป็นสาวกของ นาฏบุตร ทั้งนี้ เพราะธรรมวินัยอันนิครนถ์นาฏบุตรกล่าวไว้ไม่ดี ประกาศไว้ไม่ดี ไม่เป็นธรรมที่จะนำผู้ปฏิบัติให้ออกจากทุกข์ได้ ไม่เป็นไปเพื่อความสงบระงับ มิใช่ ธรรมที่ท่านผู้เป็นพระสัมมาสัมพุทธเจ้าประกาศไว้ เป็นธรรมวินัยมีที่พำนักอันทำลาย เสียแล้ว เป็นธรรมวินัยไม่มีที่พึงอาศัย ฯ

ดูกรผู้มีอายุทั้งหลาย ข้อนี้ย่อมเป็นเช่นดังกล่าวมาสำหรับในธรรมวินัยที่ กล่าวไว้ไม่ดี ประกาศไว้ไม่ดี ไม่เป็นธรรมที่จะนำผู้ปฏิบัติให้ออกจากทุกข์ได้ ไม่เป็นไปเพื่อความสงบระงับ มิใช่ธรรมที่ท่านผู้เป็นพระสัมมาสัมพุทธเจ้าประกาศไว้ ผู้มีอายุทั้งหลาย ส่วนธรรมนี้แล อันพระผู้มีพระภาคของเราทั้งหลาย ตรัสไว้ดี แล้ว ประกาศไว้ดีแล้ว เป็นธรรมที่จะนำผู้ปฏิบัติให้ออกจากทุกข์ได้ เป็นไปเพื่อ ความสงบระงับ เป็นธรรมอันพระสัมมาสัมพุทธเจ้าประกาศไว้แล้ว พวกเราทั้งหมด ด้วยกัน พึงสังคายนา ไม่พึงกล่าวแก่งแย่งกันในธรรมนั้น การที่พรหมจรรย์นี้จะ พึงยั่งยืนตั้งอยู่นาน นั้นพึงเป็นไปเพื่อประโยชน์แก่ชนมาก เพื่อความสุขแก่ชน มาก เพื่อความอนุเคราะห์แก่โลก เพื่อประโยชน์ เพื่อเกื้อกูล เพื่อความสุข แก่เทวดาและมนุษย์ทั้งหลาย ผู้มีอายุทั้งหลาย ก็ธรรมอะไรเล่าที่พระผู้มีพระภาค ตรัสไว้ดีแล้ว ประกาศไว้ดีแล้ว เป็นธรรมที่จะนำผู้ปฏิบัติให้ออกจากทุกข์ได้ เป็น ไปเพื่อความสงบระงับ เป็นธรรมอันพระสัมมาสัมพุทธเจ้าประกาศไว้แล้ว พวก เราทั้งหมดด้วยกัน พึงสังคายนา ไม่พึงกล่าวแก่งแย่งกันในธรรมนั้น การที่พรหมจรรย์นี้จะพึงยั่งยืนตั้งอยู่นาน นั้นพึงเป็นไปเพื่อประโยชน์แก่ชนมาก เพื่อความสุข แก่ชนมาก เพื่อความอนุเคราะห์แก่โลก เพื่อประโยชน์ เพื่อเกื้อกูล เพื่อความ สุข แก่เทวดาและมนุษย์ทั้งหลาย ฯ

หมวด ๑
ดูกรผู้มีอายุทั้งหลาย ธรรมหนึ่ง ที่พระผู้มีพระภาค ผู้ทรงรู้เห็น เป็นพระอรหันตสัมมาสัมพุทธเจ้าพระองค์นั้น ตรัสไว้โดยชอบแล้วมีอยู่แล พวก เราทั้งหมดด้วยกันพึงสังคายนา ไม่พึงกล่าวแก่งแย่งกันในธรรมนั้น การที่ พรหมจรรย์นี้จะพึงยั่งยืนตั้งอยู่นาน นั้นพึงเป็นไปเพื่อประโยชน์แก่ชนมาก เพื่อ ความสุขแก่ชนมาก เพื่อความอนุเคราะห์แก่โลก เพื่อประโยชน์ เพื่อเกื้อกูล เพื่อความสุขแก่เทวดาและมนุษย์ทั้งหลาย ธรรมหนึ่งเป็นไฉน สัตว์ทั้งหมดตั้งอยู่ ได้เพราะอาหาร สัตว์ทั้งหมดตั้งอยู่ได้เพราะสังขาร ดูกรผู้มีอายุทั้งหลาย ธรรม หนึ่งนี้แล อันพระผู้มีพระภาคผู้ทรงรู้ทรงเห็น เป็นพระอรหันตสัมมาสัมพุทธเจ้า พระองค์นั้น ตรัสไว้โดยชอบแล้ว พวกเราทั้งหมดด้วยกันพึงสังคายนา ไม่พึง กล่าวแก่งแย่งกันในธรรมนั้น การที่พรหมจรรย์นี้จะพึงยั่งยืนตั้งอยู่นาน นั้นพึงเป็น ไปเพื่อประโยชน์แก่ชนมาก เพื่อความสุขแก่ชนมาก เพื่อความอนุเคราะห์แก่โลก เพื่อประโยชน์ เพื่อเกื้อกูล เพื่อความสุข แก่เทวดาและมนุษย์ทั้งหลาย ฯ

ນິທທະສະສູຕທີ 2

- ສະໄໝໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ ນະ ໂຄສີຕາຣາມ ໃຫ້ພຣະນະຄອນໂກສັມພີ, ຄັ້ງນັ້ນເປັນເວລາເຊົ້າ ທ່ານພຣະອານົນທ໌ນຸ້ງແລ້ວ ຖືກບາດ ແລະຈີວອນ ເຊົ້າໄປບິນທະບາດຍັງພຣະນະຄອນໂກສັມພີ ກໍຍັງເຊົ້າຫຼາຍ ຢ່າເລີຍເຮົາຄວນເຂົ້າໄປຍັງອາຮາມຂອງອັນຍະເດັຍຣະຖີ ປະຣິພາຊົກເຖີດ, ລຳດັບນັ້ນແລ ທ່ານພຣະອານົນທ໌ເຂົ້າໄປຍັງອາຣາມຂອງພວກອັນຍະເດັຍຣະຖີປະຣິພາຊົກ ໄດ້ສົນທະນາປາໄສກັບພວກ ຍະເດັຍຣະຖີປະຣິພາຊົກ. ຄັນຜ່ານການປາໄສພໍໃຫ້ລະຣະລືກເຖິງກັນໄປແລ້ວ ຈຶ່ງນັ່ງ ນະທີ່ຄວນສ່ວນຂ້າງໜຶ່ງ.
- ກໍສະໄໝນັ້ນ ອັນຍະເດັຍຣະຖີປະຣິພາຊົກ ກຳລັງນັ່ງປະຊຸມສົນທະນາກຫນວ່າ ທ່ານຜູ້ມີອາຍຸ ທັງຫຼາຍ ທ່ານຜູ້ໃດຜູ້ໜຶ່ງປະພຶດພຣົມະຈັນຍ໌ ບໍຣິສຸດບໍຣິບູນຄົບ 12 ປີ, ຄວນຈະຮຽກພິກຂຸຜູ້ນິທທະສະ ທ່ານພຣະອານົນທ໌ບໍ່ຍິນດີ ບໍ່ຄັດຄ້ານຄຳກ່າວຂອງພວກອັນຍະເດັຍຣະຖີປະ ຣິພາຊົກເຫຼົ່ານັ້ນ ຄັນແລ້ວ ລຸກຈາກອາສະນະຫຼີກໄປດ້ວຍຕັງໃຈວ່າ ເຮົາຈະຮູ້ທົ່ວເຖິງເນື້ອຄວາມແຫ່ງຄຳກ່າວຂອງອັນຍະເດັຍຣະຖີປະ ຣິພາຊົກ ໃນສຳນັກຂອງພຣະຜູ້ມີພຣະພາຄ.
- ລຳດັບນັ້ນ ພຣະອານນົນທ໌ໄດ້ທ່ຽວບິນທະບາດໃນພຣະນະຄອນໂກສັມພີ ກັບຈາກບິນທະບາດໃນເວລ່ປັຈສາພັຕ ເຂົ້າໄປເຝົ້າພຣະຜູ້ມີ ພຣະພາຄເຖິງທີ່ປະທັບ ຖວາຍອະພິວາດແລ້ວນັ່ງ ນະທີ່ຄວນສ່ວນຂ້າງໜຶ່ງ, ຄັນແລ້ວ ໄດ້ຂາບທູນວ່າ ຂ້າແຕ່ພຣະອົງຜູ້ຈະເຣີນ ຂໍປະທານພຣະ ວະໂຣກາດ ເວລາເຊົ້າ ຂ້າພຣະອົງນຸ່ງແລ້ວ ຖືບາດ ແລະຈີວອນ ເຂົ້າໄປບິນທະບາດຍັງພຣະນະຄອນໂກສັມພີ ຊ້າພຣະອົງ ຄິດໄດ້ວ່າເຮົາຈະທ໋ຽວບິນທະບາດ ໃນພຣະນະຄອນໂກສັມພີ ກໍຍັງເຊົ້າຫຼາຍ ກະຢ່າເລີຍ ເຮົາຄວນເຂົ້າໄປຍັງອາຣາມຂອງພວກອັນຍະ ເດັຍຣະຖີປະ ຣິພາຊົກ, ລຳດັບນັ້ນຂ້າພຣະອົງເຂົາໄປຍັງອາຮາມຂອງພວກອັນຍະເດັຍຣະຖີປະ ຣິພາຊົໄດ້ສົນທະນາປາໄສກັບພວກ ອັນຍະເດັຍຣະຖີປະຣິພາຊົກ ຄັນຜ່ານການປາໄສພໍໃຫ້ຣະລືກເຖິງກັນໄປແລ້ວ ຈຶ່ງນັ່ງນະທີ່ຄວນສ່ວນຂ້າງໜຶ່ງ ກໍສະໄໝນັ້ນ ອັນຍະເດັຍຣະຖີປະ ຣິພາຊົກ ກຳລັງນັ່ງປະຊຸມສົນທະນາກັນວ່າ ທ່ານຜູ້ມີອາຍຸທັງຫຼາຍ ທ່ານຜູ້ໃດຜູ້ໜຶ່ງປະພຶດພຣົມະຈັນຍ໌ບໍ່ຣິສຸດ ບໍຣິບູນ ຄົບ 12 ປີ ຄວນຮຽກພິກຂຸນິທທະສະ ແຕ່ຂ້າພຣະອົງບໍ່ຍິນດີ ບໍ່ຄັດຄ້ານຄຳກ່າວຂອງອັນຍະເດັຍຣະຖີປະຣິພາຊົກເຫຼົ່ານັ້ນ ຄັນແລ້ວລຸກຈາກ ອາສະນະຫຼີກໄປ ດ້ວຍຄິດວ່າເຮົາຈະຮູ້ທົ່ວເຖິງ ເນື້ອຄວາມຂອງພາສິດນີ້ໃນສຳນັກຂອງພຣະຜູ້ມີພຣະພາຄ ຂ້າແຕ່ພຣະອົງຜູ້ຈະເຣີນ ພຣະອົງ ອາດ ຫຼືໜໍ ເພື່ອຊົງບັນຍັດພິກຂຸຜູ້ນິທທະສະ ດ້ວຍເຫຕພຽງນັບພັນສາຢ່າງດຽວ ໃນທັມວິນັຍນີ້.
- ພຣະຜູ້ມີພຣະພາຄຕັດວ່າ ດູກຣອານົນທ໌ ບໍ່ມີໃຜໆ ອາຈເພື່ອບັນຍັດພິກຂຸ ຜູ້ນິທທະສະ ດ້ວຍເຫດພຽງເພື່ອນັບພັນສາຢ່າງດຽວ ໃນທັມວິ ນັຍນີ້ ດູກຣອານົນທ໌ ວັຕຖຸແຫ່ງນິທທະສະ 7 ປະການນີ້ ເຮົາກະທຳໃຫ້ແຈ້ງດ້ວຍປັນຍາອັນຍິ່ງເອງ, ປະກາດແລ້ວ 7 ປະການເປັນຈັ່ງໃດ ດູກຣອານົນທ໌ ພິກຂຸໃນທັມວິໄນນີ້ ເປັນຜູ້
- ມີສັດທາ 1
- ມີຫິຣິ 1
- ມີໂອຕຕັປປະ 1
- ເປັນພຣະຫູສູຕ 1
- ປາຣົພຄວາມພຽຣ 1
- ມີສະຕິ 1
- ມີປັນຍາ 1
- ດູກຣອານົນທ໌ ວັຕຖຸແຫ່ງນິທທະສະ 7 ປະການນີ້ແລ ເຮົາກະທຳໃຫ້ແຈ່ງດ້ວຍປັນຍາອັນຍິ່ງເອງ ປະກາດແລ້ວ, ດູກ່ອນອານົນທ໌ ພິກຂຸຜູ້ປະກອບດ້ວຍແຫ່ງນິທທະສະ 7 ປະການນີ້ແລ ຖ້າປະພຶກພຣົມມະຈັນຍ໌ບໍຣິສຸດ ບໍຣິບຸນຄົບ 12 ປີກໍດີຄວນຈະຮຽກໄດ້ວ່າພິກຂຸ ນິທທະສະ ຖ້າປະພຶກພຣົມະຈັນຍ໌ບໍຣິສຸດ ບໍຣິບູນຄົຍ 214 ປີກໍດີ....36 ປີກໍດີ....48 ປີກໍດີ ຄວນຈະຮຽກໄດ້ວ່າ ພິກຂຸຜູ້ນິທທະສະ.

ນິທທະສະສູຕທີ 2

- ສະໄໝໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ ນະ ໂຄສີຕາຣາມ ໃຫ້ພຣະນະຄອນໂກສັມພີ, ຄັ້ງນັ້ນເປັນເວລາເຊົ້າ ທ່ານພຣະອານົນທ໌ນຸ້ງແລ້ວ ຖືກບາດ ແລະຈີວອນ ເຊົ້າໄປບິນທະບາດຍັງພຣະນະຄອນໂກສັມພີ ກໍຍັງເຊົ້າຫຼາຍ ຢ່າເລີຍເຮົາຄວນເຂົ້າໄປຍັງອາຮາມຂອງອັນຍະເດັຍຣະຖີ ປະຣິພາຊົກເຖີດ, ລຳດັບນັ້ນແລ ທ່ານພຣະອານົນທ໌ເຂົ້າໄປຍັງອາຣາມຂອງພວກອັນຍະເດັຍຣະຖີປະຣິພາຊົກ ໄດ້ສົນທະນາປາໄສກັບພວກ ຍະເດັຍຣະຖີປະຣິພາຊົກ. ຄັນຜ່ານການປາໄສພໍໃຫ້ລະຣະລືກເຖິງກັນໄປແລ້ວ ຈຶ່ງນັ່ງ ນະທີ່ຄວນສ່ວນຂ້າງໜຶ່ງ.
- ກໍສະໄໝນັ້ນ ອັນຍະເດັຍຣະຖີປະຣິພາຊົກ ກຳລັງນັ່ງປະຊຸມສົນທະນາກຫນວ່າ ທ່ານຜູ້ມີອາຍຸ ທັງຫຼາຍ ທ່ານຜູ້ໃດຜູ້ໜຶ່ງປະພຶດພຣົມະຈັນຍ໌ ບໍຣິສຸດບໍຣິບູນຄົບ 12 ປີ, ຄວນຈະຮຽກພິກຂຸຜູ້ນິທທະສະ ທ່ານພຣະອານົນທ໌ບໍ່ຍິນດີ ບໍ່ຄັດຄ້ານຄຳກ່າວຂອງພວກອັນຍະເດັຍຣະຖີປະ ຣິພາຊົກເຫຼົ່ານັ້ນ ຄັນແລ້ວ ລຸກຈາກອາສະນະຫຼີກໄປດ້ວຍຕັງໃຈວ່າ ເຮົາຈະຮູ້ທົ່ວເຖິງເນື້ອຄວາມແຫ່ງຄຳກ່າວຂອງອັນຍະເດັຍຣະຖີປະ ຣິພາຊົກ ໃນສຳນັກຂອງພຣະຜູ້ມີພຣະພາຄ.
- ລຳດັບນັ້ນ ພຣະອານນົນທ໌ໄດ້ທ່ຽວບິນທະບາດໃນພຣະນະຄອນໂກສັມພີ ກັບຈາກບິນທະບາດໃນເວລ່ປັຈສາພັຕ ເຂົ້າໄປເຝົ້າພຣະຜູ້ມີ ພຣະພາຄເຖິງທີ່ປະທັບ ຖວາຍອະພິວາດແລ້ວນັ່ງ ນະທີ່ຄວນສ່ວນຂ້າງໜຶ່ງ, ຄັນແລ້ວ ໄດ້ຂາບທູນວ່າ ຂ້າແຕ່ພຣະອົງຜູ້ຈະເຣີນ ຂໍປະທານພຣະ ວະໂຣກາດ ເວລາເຊົ້າ ຂ້າພຣະອົງນຸ່ງແລ້ວ ຖືບາດ ແລະຈີວອນ ເຂົ້າໄປບິນທະບາດຍັງພຣະນະຄອນໂກສັມພີ ຊ້າພຣະອົງ ຄິດໄດ້ວ່າເຮົາຈະທ໋ຽວບິນທະບາດ ໃນພຣະນະຄອນໂກສັມພີ ກໍຍັງເຊົ້າຫຼາຍ ກະຢ່າເລີຍ ເຮົາຄວນເຂົ້າໄປຍັງອາຣາມຂອງພວກອັນຍະ ເດັຍຣະຖີປະ ຣິພາຊົກ, ລຳດັບນັ້ນຂ້າພຣະອົງເຂົາໄປຍັງອາຮາມຂອງພວກອັນຍະເດັຍຣະຖີປະ ຣິພາຊົໄດ້ສົນທະນາປາໄສກັບພວກ ອັນຍະເດັຍຣະຖີປະຣິພາຊົກ ຄັນຜ່ານການປາໄສພໍໃຫ້ຣະລືກເຖິງກັນໄປແລ້ວ ຈຶ່ງນັ່ງນະທີ່ຄວນສ່ວນຂ້າງໜຶ່ງ ກໍສະໄໝນັ້ນ ອັນຍະເດັຍຣະຖີປະ ຣິພາຊົກ ກຳລັງນັ່ງປະຊຸມສົນທະນາກັນວ່າ ທ່ານຜູ້ມີອາຍຸທັງຫຼາຍ ທ່ານຜູ້ໃດຜູ້ໜຶ່ງປະພຶດພຣົມະຈັນຍ໌ບໍ່ຣິສຸດ ບໍຣິບູນ ຄົບ 12 ປີ ຄວນຮຽກພິກຂຸນິທທະສະ ແຕ່ຂ້າພຣະອົງບໍ່ຍິນດີ ບໍ່ຄັດຄ້ານຄຳກ່າວຂອງອັນຍະເດັຍຣະຖີປະຣິພາຊົກເຫຼົ່ານັ້ນ ຄັນແລ້ວລຸກຈາກ ອາສະນະຫຼີກໄປ ດ້ວຍຄິດວ່າເຮົາຈະຮູ້ທົ່ວເຖິງ ເນື້ອຄວາມຂອງພາສິດນີ້ໃນສຳນັກຂອງພຣະຜູ້ມີພຣະພາຄ ຂ້າແຕ່ພຣະອົງຜູ້ຈະເຣີນ ພຣະອົງ ອາດ ຫຼືໜໍ ເພື່ອຊົງບັນຍັດພິກຂຸຜູ້ນິທທະສະ ດ້ວຍເຫຕພຽງນັບພັນສາຢ່າງດຽວ ໃນທັມວິນັຍນີ້.
- ພຣະຜູ້ມີພຣະພາຄຕັດວ່າ ດູກຣອານົນທ໌ ບໍ່ມີໃຜໆ ອາຈເພື່ອບັນຍັດພິກຂຸ ຜູ້ນິທທະສະ ດ້ວຍເຫດພຽງເພື່ອນັບພັນສາຢ່າງດຽວ ໃນທັມວິ ນັຍນີ້ ດູກຣອານົນທ໌ ວັຕຖຸແຫ່ງນິທທະສະ 7 ປະການນີ້ ເຮົາກະທຳໃຫ້ແຈ້ງດ້ວຍປັນຍາອັນຍິ່ງເອງ, ປະກາດແລ້ວ 7 ປະການເປັນຈັ່ງໃດ ດູກຣອານົນທ໌ ພິກຂຸໃນທັມວິໄນນີ້ ເປັນຜູ້
- ມີສັດທາ 1
- ມີຫິຣິ 1
- ມີໂອຕຕັປປະ 1
- ເປັນພຣະຫູສູຕ 1
- ປາຣົພຄວາມພຽຣ 1
- ມີສະຕິ 1
- ມີປັນຍາ 1
- ດູກຣອານົນທ໌ ວັຕຖຸແຫ່ງນິທທະສະ 7 ປະການນີ້ແລ ເຮົາກະທຳໃຫ້ແຈ່ງດ້ວຍປັນຍາອັນຍິ່ງເອງ ປະກາດແລ້ວ, ດູກ່ອນອານົນທ໌ ພິກຂຸຜູ້ປະກອບດ້ວຍແຫ່ງນິທທະສະ 7 ປະການນີ້ແລ ຖ້າປະພຶກພຣົມມະຈັນຍ໌ບໍຣິສຸດ ບໍຣິບຸນຄົບ 12 ປີກໍດີຄວນຈະຮຽກໄດ້ວ່າພິກຂຸ ນິທທະສະ ຖ້າປະພຶກພຣົມະຈັນຍ໌ບໍຣິສຸດ ບໍຣິບູນຄົຍ 214 ປີກໍດີ....36 ປີກໍດີ....48 ປີກໍດີ ຄວນຈະຮຽກໄດ້ວ່າ ພິກຂຸຜູ້ນິທທະສະ.

ນິທທະສະສູຕທີ 2

- ສະໄໝໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ ນະ ໂຄສີຕາຣາມ ໃຫ້ພຣະນະຄອນໂກສັມພີ, ຄັ້ງນັ້ນເປັນເວລາເຊົ້າ ທ່ານພຣະອານົນທ໌ນຸ້ງແລ້ວ ຖືກບາດ ແລະຈີວອນ ເຊົ້າໄປບິນທະບາດຍັງພຣະນະຄອນໂກສັມພີ ກໍຍັງເຊົ້າຫຼາຍ ຢ່າເລີຍເຮົາຄວນເຂົ້າໄປຍັງອາຮາມຂອງອັນຍະເດັຍຣະຖີ ປະຣິພາຊົກເຖີດ, ລຳດັບນັ້ນແລ ທ່ານພຣະອານົນທ໌ເຂົ້າໄປຍັງອາຣາມຂອງພວກອັນຍະເດັຍຣະຖີປະຣິພາຊົກ ໄດ້ສົນທະນາປາໄສກັບພວກ ຍະເດັຍຣະຖີປະຣິພາຊົກ. ຄັນຜ່ານການປາໄສພໍໃຫ້ລະຣະລືກເຖິງກັນໄປແລ້ວ ຈຶ່ງນັ່ງ ນະທີ່ຄວນສ່ວນຂ້າງໜຶ່ງ.
- ກໍສະໄໝນັ້ນ ອັນຍະເດັຍຣະຖີປະຣິພາຊົກ ກຳລັງນັ່ງປະຊຸມສົນທະນາກຫນວ່າ ທ່ານຜູ້ມີອາຍຸ ທັງຫຼາຍ ທ່ານຜູ້ໃດຜູ້ໜຶ່ງປະພຶດພຣົມະຈັນຍ໌ ບໍຣິສຸດບໍຣິບູນຄົບ 12 ປີ, ຄວນຈະຮຽກພິກຂຸຜູ້ນິທທະສະ ທ່ານພຣະອານົນທ໌ບໍ່ຍິນດີ ບໍ່ຄັດຄ້ານຄຳກ່າວຂອງພວກອັນຍະເດັຍຣະຖີປະ ຣິພາຊົກເຫຼົ່ານັ້ນ ຄັນແລ້ວ ລຸກຈາກອາສະນະຫຼີກໄປດ້ວຍຕັງໃຈວ່າ ເຮົາຈະຮູ້ທົ່ວເຖິງເນື້ອຄວາມແຫ່ງຄຳກ່າວຂອງອັນຍະເດັຍຣະຖີປະ ຣິພາຊົກ ໃນສຳນັກຂອງພຣະຜູ້ມີພຣະພາຄ.
- ລຳດັບນັ້ນ ພຣະອານນົນທ໌ໄດ້ທ່ຽວບິນທະບາດໃນພຣະນະຄອນໂກສັມພີ ກັບຈາກບິນທະບາດໃນເວລ່ປັຈສາພັຕ ເຂົ້າໄປເຝົ້າພຣະຜູ້ມີ ພຣະພາຄເຖິງທີ່ປະທັບ ຖວາຍອະພິວາດແລ້ວນັ່ງ ນະທີ່ຄວນສ່ວນຂ້າງໜຶ່ງ, ຄັນແລ້ວ ໄດ້ຂາບທູນວ່າ ຂ້າແຕ່ພຣະອົງຜູ້ຈະເຣີນ ຂໍປະທານພຣະ ວະໂຣກາດ ເວລາເຊົ້າ ຂ້າພຣະອົງນຸ່ງແລ້ວ ຖືບາດ ແລະຈີວອນ ເຂົ້າໄປບິນທະບາດຍັງພຣະນະຄອນໂກສັມພີ ຊ້າພຣະອົງ ຄິດໄດ້ວ່າເຮົາຈະທ໋ຽວບິນທະບາດ ໃນພຣະນະຄອນໂກສັມພີ ກໍຍັງເຊົ້າຫຼາຍ ກະຢ່າເລີຍ ເຮົາຄວນເຂົ້າໄປຍັງອາຣາມຂອງພວກອັນຍະ ເດັຍຣະຖີປະ ຣິພາຊົກ, ລຳດັບນັ້ນຂ້າພຣະອົງເຂົາໄປຍັງອາຮາມຂອງພວກອັນຍະເດັຍຣະຖີປະ ຣິພາຊົໄດ້ສົນທະນາປາໄສກັບພວກ ອັນຍະເດັຍຣະຖີປະຣິພາຊົກ ຄັນຜ່ານການປາໄສພໍໃຫ້ຣະລືກເຖິງກັນໄປແລ້ວ ຈຶ່ງນັ່ງນະທີ່ຄວນສ່ວນຂ້າງໜຶ່ງ ກໍສະໄໝນັ້ນ ອັນຍະເດັຍຣະຖີປະ ຣິພາຊົກ ກຳລັງນັ່ງປະຊຸມສົນທະນາກັນວ່າ ທ່ານຜູ້ມີອາຍຸທັງຫຼາຍ ທ່ານຜູ້ໃດຜູ້ໜຶ່ງປະພຶດພຣົມະຈັນຍ໌ບໍ່ຣິສຸດ ບໍຣິບູນ ຄົບ 12 ປີ ຄວນຮຽກພິກຂຸນິທທະສະ ແຕ່ຂ້າພຣະອົງບໍ່ຍິນດີ ບໍ່ຄັດຄ້ານຄຳກ່າວຂອງອັນຍະເດັຍຣະຖີປະຣິພາຊົກເຫຼົ່ານັ້ນ ຄັນແລ້ວລຸກຈາກ ອາສະນະຫຼີກໄປ ດ້ວຍຄິດວ່າເຮົາຈະຮູ້ທົ່ວເຖິງ ເນື້ອຄວາມຂອງພາສິດນີ້ໃນສຳນັກຂອງພຣະຜູ້ມີພຣະພາຄ ຂ້າແຕ່ພຣະອົງຜູ້ຈະເຣີນ ພຣະອົງ ອາດ ຫຼືໜໍ ເພື່ອຊົງບັນຍັດພິກຂຸຜູ້ນິທທະສະ ດ້ວຍເຫຕພຽງນັບພັນສາຢ່າງດຽວ ໃນທັມວິນັຍນີ້.
- ພຣະຜູ້ມີພຣະພາຄຕັດວ່າ ດູກຣອານົນທ໌ ບໍ່ມີໃຜໆ ອາຈເພື່ອບັນຍັດພິກຂຸ ຜູ້ນິທທະສະ ດ້ວຍເຫດພຽງເພື່ອນັບພັນສາຢ່າງດຽວ ໃນທັມວິ ນັຍນີ້ ດູກຣອານົນທ໌ ວັຕຖຸແຫ່ງນິທທະສະ 7 ປະການນີ້ ເຮົາກະທຳໃຫ້ແຈ້ງດ້ວຍປັນຍາອັນຍິ່ງເອງ, ປະກາດແລ້ວ 7 ປະການເປັນຈັ່ງໃດ ດູກຣອານົນທ໌ ພິກຂຸໃນທັມວິໄນນີ້ ເປັນຜູ້
- ມີສັດທາ 1
- ມີຫິຣິ 1
- ມີໂອຕຕັປປະ 1
- ເປັນພຣະຫູສູຕ 1
- ປາຣົພຄວາມພຽຣ 1
- ມີສະຕິ 1
- ມີປັນຍາ 1
- ດູກຣອານົນທ໌ ວັຕຖຸແຫ່ງນິທທະສະ 7 ປະການນີ້ແລ ເຮົາກະທຳໃຫ້ແຈ່ງດ້ວຍປັນຍາອັນຍິ່ງເອງ ປະກາດແລ້ວ, ດູກ່ອນອານົນທ໌ ພິກຂຸຜູ້ປະກອບດ້ວຍແຫ່ງນິທທະສະ 7 ປະການນີ້ແລ ຖ້າປະພຶກພຣົມມະຈັນຍ໌ບໍຣິສຸດ ບໍຣິບຸນຄົບ 12 ປີກໍດີຄວນຈະຮຽກໄດ້ວ່າພິກຂຸ ນິທທະສະ ຖ້າປະພຶກພຣົມະຈັນຍ໌ບໍຣິສຸດ ບໍຣິບູນຄົຍ 214 ປີກໍດີ....36 ປີກໍດີ....48 ປີກໍດີ ຄວນຈະຮຽກໄດ້ວ່າ ພິກຂຸຜູ້ນິທທະສະ.

ເວຣັນຊະພຣາມ (ຕູ່ຫາພຣະພຸດທະເຈົ້າ)

- ເວຣັນຊະພຣາມກ່າວຕູ່ຫາພຣະພຸດທະເຈົ້າ.
- ຫຼັງຈາກນັ້ນ ເວຣັນຊະພຣາມໄດ້ໄປໃນພຸດທະສຳນັກ ຄັນເຖິງແລ້ວໄດ້ທູນປາໄສກັບພຣະຜູ້ມີພຣະພາຄ ຄັນຜ່ານການທູນປາໄສພໍໃຫ້ເປັນ ທີ່ບັນເທີງ ເປັນທີ່ຣະນຶກເຖິງກັນແລ້ວ ຈຶ່ງນັ່ງນະທີ່ຄວນສ່ວນຂ້າງໜຶ່ງ ເວຣັນຊະພຣາມນັ່ງ ນະທີ່ຄວນສ່ວນຂ້າງໜຶ່ງແລ້ວ ໄດ້ທູນຄຳນີ້ແດ່ພຣະ ຜູ້ມີພຣະພາຄວ່າ:

{ວ}. ທ່ານສະມະນະໂຄດົມ ຂ້າພະເຈົ້າຊາບມາວ່າ ພຣະສະມະນະໂຄດົມ ບໍ່ໄຫວ້, ບໍ່ລຸກຮັບພວກພຣາມຜູ້ແກ່, ຜູ້ເຖົ້າ, ຜູ້ໃຫຍ່ ຜູ້ລ່ວງການ ຜ່ານໄວມາໂດຍລຳດັບ ຫຼືບໍ່ເຊື້ອເຊີນດ້ວຍອາສະນະ ຂໍທີ່ຂ້າພະເຈົ້າຊາຍມານີ້ ເປັນເຊັ່ນນັ້ນຈິງ, ອັນການທີ່ທ່ານສະມະນະໂຄດົມບໍ່ໄຫວ້, ບໍ່ລຸກຮັບພວກພຣາມຜູ້ແກ່, ຜູ້ເຖົ້າ, ຜູ້ໃຫຍ່ ຜູ້ລ່ວງການ ຜ່ານໄວມາໂດຍລຳດັບ ຫຼືບໍ່ເຊື້ອເຊີນດ້ວຍອາສະນະນີ້ນັ້ນ ບໍ່ສົມຄວນເລີຍ.
{ພ}. ຕັດວ່າ, ດູກຣພຣາມ ໃນໂລກ, ທັງເທວະໂລກ, ມາຣໂລກ, ພຣົມໂລກ, ໃນໝູ່ສັດ, ພ້ອມທັງສະມະນະພຣາມ, ເທບ ແລະມະນຸດ ເຮົາບໍ່ເລັງເຫັນບຸກຄົນທີ່ເຮົາຄວນໄຫວ້, ຄວນລຸກຮັບ, ຫຼືຄວນເຊື້ອເຊີນດ້ວຍອາສະນະ ເພາະວ່າຕະຖາຄົດເພິ່ງໄຫວ້, ເພິ່ງລຸກຮັບ ຫຼືເພິ່ງເຊືອເຊີນ ບຸກຄົນໃດດ້ວຍອາສະນະ ແມ່ນສີສະຂອງບຸກຄົນນັ້ນກໍຈະເພິ່ງຂາດຕົກໄປ.

{ວ}. ພຣະສະມະນະໂຄດົມມີປົກກະຕິບໍ່ໄຍດີ.
{ພ}. ມີຢູ່ຈິງແທ້ ພຣາມ ເຫດທີ່ເຂົາກ່າວຫາເຮົາວ່າ ພຣະສະມະນະໂຄດົມມີປົກກະຕິບໍ່ໄຍດີ, ດັ່ງນີ້ ຊື່ວ່າກ່າວຖືກ, ເພາະຄວາມບໍ່ໄຍດີໃນຮູບ, ສຽງ, ກິ່ນ, ຣົສ, ໂຜຕຖັພພະ ເຫຼົ່ານັ້ນ ຕະຖາຄົຕລະໄດ້ແລ້ວ, ຕັດຮາກຂາດແລ້ວ, ທຳໃຫ້ເໝືອນຕານຍອດກຸດ ທຳບໍ່ໃຫ້ມີໃນພາຍຫຼັງ, ມີບໍ່ເກີດອີກ, ຕໍ່ໄປເປັນທັມມະດາ, ນີ້ແລ ເຫດທີ່ເຂົາກ່າວຫາວ່າພຣະສະມະນະໂຄດົມມີປົກກະຕິບໍ່ໄຍດີ ດັ່ງນີ້ຊື່ວ່າກ່າວຖືກ, ແຕ່ບໍ່ໃຊ່ເຫດທີ່ທ່າມຸ້ງກ່າວ.

{ວ}. ພຣະສະມະນະໂຄດົມບໍ່ມີສົມບັດ.
{ພ} ມີຢູ່ຈິງແທ້ພຣາມ ເຫດທີ່ເຂົາກ່າວຫາເຮົາວ່າ ພຣະສະມະນະໂຄດົມບໍ່ມີສົມບັດ, ດັ່ງນີ້ຊື່ວ່າກ່າວຖືກ ເພາະສົມບັດ ຄື ຮູບ, ສຽງ, ກິ່ນ, ຣົສ ໂຜຕຖັພພະເຫຼົ່ານັ້ນ, ຕະຖະຄົດລະໄດ້ແລ້ວ ຕັດຮາກຂາດແລ້ວ ທຳໃຫ້ເປັນເໝືອນຕານຍອດກຸດ ທຳບໍ່ໃຫ້ມີໃນພາຍຫຼັງ ມີບໍ່ເກີດອີກຕໍ່ໄປ ເປັນ ນີ້ແລເຫດທີ່ເຂົາກ່າວກາເຮົາວ່າ ພຣະສະມະນະໂຄດົມບໍ່ມີສົມບັດ ດັ່ງນີ້ ຊື່ວ່າກ່າວຖືກ ແຕ່ບໍ່ແມ່ນເຫດທີ່ທ່ານມຸ້ງກ່າວ.

{ວ}. ພຣະສະມະນະໂຄດົມກ່າວການບໍ່ທຳ.
{ພ} ມີຢູ່ຈິງແທ້ພຣາມ ເຫດທີ່ເຂົາກ່າວຫາວ່າ ພຣະສະມະນະໂຄດົມກ່າວການບໍ່ທຳດັ່ງນີ້, ຊື່ວ່າກ່າວຖືກ ເພາະເຮົາກ່າວການບໍ່ທໍາກາຍທຸດຈະ ຣິຕ, ວະຈີທຸຈະຣິຕ, ມະໂນທຸຕຈະຣິຕ ເຮົາການການບໍ່ທຳສິ່ງທີ່ເປັນບາບອະກຸສົນຫຼາຍຢ່າງນີ້ແລ, ເຫດທີ່ເຂົາກ່າວກາວ່າພຣະສະມະນະໂຄດົມ ກ່າວການບໍ່ທຳ ດັ່ງນີ້ຊື່ວ່າກ່າວຖືກ ແຕ່ບໍ່ແມ່ນເຫດທີ່ທ່ານມຸ້ງກ່າວ.

{ວ}. ພຣະສະມະນະໂຄດົມບໍ່ມີສົມບັດ.
{ພ} (ຍັງມີຕໍ່ ເຊີນຕິດຕາມບົດສະຫຼຸບ ຂອງເລື່ອງໄດ້)


ໝາຍເຫດ:

- {ວ}. ເວຣັນຊະພຣາມ.
- {ພ}. ພຣະຜູ້ມີພຣະພາຄ.