Wednesday, 7 March 2012

ມື້ນີ້ວັນສິນ ໑໕ ຄ່ຳເພັງເດືອນ ໔ ມື້ອື່ນວັນທີ ໘ ມິນາ ວັນແມ່ຍິງສາກົນ

- ວັນນີ້ ເປັນວັນສິນ ໑໕ ຄ່ຳເພັງເດືອນ ໔ ຍາດໂຍມ ເຂົ້າວັດທຳບຸນຕັກບາດ ດ້ວຍກຸສົນສັດທາ ອັນແຮງກ້າ ເບິ່ງແລ້ວ ບໍ່ໄດ້ມາຕາມປະເພນີລ້າໆ ຫາກແມ່ນມາເພາະສັດທາທີ່ຄົງໝັ້ນໃນພຸດທະສາສນາແທ້ໆໆ ອາຕະມາຈຶ່ງຂໍອັງເຊີນເອົາພຸດທະພົດມາສາທະຍາຍແກ່ຍາດໂຍມໄດ້ສະດັບ "ເຈຕະນາຫັງ ພິກຂາເວ ວະທາມິ ກັມມ" ເຊິ່ງແປວ່າ "ດູກອນ ພິກຂຸທັງຫຼາຍ ກັມຍ່ອມສໍ່ສະແດງເຈຕະນາ".
- ກັມຄືການກະທຳ ການກະທຳຂອງທ່ານສາທຸຊົນທີ່ທຳໃນວັນນີ້ ແມ່ນວ່າມີການມາໃຫ້ທານ ມາຮັບສິນ ມາຟັງທຳ ເຊິ່ງທັງສາມນີ້ ແມ່ນການທຳບຸນໃນທາງພຣະພຸດທະສາສນາ ການກະທຳຂອງທ່ານ ແມ່ນການທຳຄວາມດີ ຫຼືການທຳບຸນ ດ້ວຍເຫດນັ້ນຜົນຂອງການກະທຳຂອງທ່ານທັງຫຼາຍ ສະແດງອອກເຖິງເຊິ່ງຄວາມດີ ກໍເລັ່ງເຫັນເຈດ ຕະນາຂອງທ່ານວ່າ ມີເຈດຕະນາດີ ເຈດຕະນາເປັນບຸນ ເມື່ອການກະທຳດີ ເຈດຕະນາກໍດີ ທ່ານກໍເປັນຄົນດີ ຕາມແບບສະບັບຂອງພຸດທະສາສນິກກະຊົນໂດຍແທ້.

- ມື້ນີ້ເປັນວັນສີເພັງ ກາງເດືອນ 4 ເປັນວັນສຳຄັນຂອງພຸດທະສາສນາ ແລະຊາວພຸດລາວທົ່ວປະເທດພາກັນ ເຂົ້າມາວັດເພື່ອທຳບຸນ ຖືເປັນກິດເປັນໜ້າທີ່ຂອງຊາວພຸດ ສ່ວນມື້ອື່ນ ວັນທີ 8 ມິນາ 2012 ອົງການສະຫາ ປະຊາຊາດກນົດເປັນກົດບັດສາກົນວ່າ ເປັນວັນແມ່ຍິງສາກົນ ສະນັ້ນ, ມື້ນີ້ຖືວ່າເປັນວັນພິເສດ ທີ່ແມ່່ອອກໄດ້ເຂົາມາ ທຳບຸນເປັນຈຳນວນຫຼາຍ ຈຶ່ງຂໍອ່ວຍພອນວັນແມ່ຍິ່ງສາກົນ ໂດຍສະເພາະແມ່ຍິງລາວທົ່ວປະເທດ ແລະທົ່ວໂລກ ຈົ່ງເປັນຜູ້ປະກອບດ້ວຍອາຍຸ ວັນນະ ສຸຂະ ພະລະ ພ້ອມທີ່ຈະທຳໜ້າທີ່ເພື່ອປົດປ່ອຍຕົນອອກຈາກຄວາມທຸກ ຍາຫຫຼ້າຫຼັງ ແລະພັດທະນາຕົນ ພັດທະນາສັງຄົມ ແລະພັັດທະນາປະເທດຊາດ ພຣະພຸດທະສາສນາ ໃຫ້ວັດທະນາຖາວອນ ແລະທີ່ສຳຄັນ ຄືຈົ່ງຊຳຮະຊະລ້າງແນວອັນຊົ່ວໆອອກຈາກກາຍໃຈ ສ້າງຕົນໃຫ້ເປັນຜູ້ມີຄວາມ ບໍຣຸດຜຸດຜ່ອງ ເພື່ອກ້າວຂຶ້ນສູ່ເປົ້າໝາຍໃຫຍ່ ຄືຄວາມອຸດົມສົມບູນ ທັງໃນຊາດນີ້ ແລະຊາດໜ້າເທີນ.

- ວັນແມ່ຍິງສາກົນນີ້ ເປົ້າໝາຍຂອງການກຳນົດວັນນີ້ ແມ່ນເພື່ອໃຫ້ຊາວໂລກ ຫັນມາໃຫ້ຄວາມສຳຄັນ ແກ່ເພດຍິງ ຄືໃຫ້ຜູ້ຍິງມີຄວາມສຳຄັນສະເໝີພາບທຽນເທົ່າກັນຊາຍ ຄື ສົ່ງເສີມບົດບາງຍິງຊາຍ ເຊິ່ງຮຽກຢ່າງໜຶ່ງສິດປະຊາທິ ປະໄຕລະຫວ່າງຍິງຊາຍ ເຊິ່ງໃນໂລກນີ້ໃນໄລຍະຜ່ານມາຍັງມີເພດຍິງຈຳນວນຫຼວງຫຼາຍ ຍັງບໍ່ມີສິດປະຊາທິປະໄຕ ສະເໝີຊາຍ.

- ສຳລັບປະເທດລາວເຮົາ ຍິງລາວຈຳນວນຫຼວງຫຼາຍ ມີຄວາມທຽບທັນກັບຊາຍເປັນສ່ວນຫຼາຍ ໂດຍສະເພາະວັດທະນະທຳລາວ ແລ້ວເກືອບກ່າວໄດ້ວ່າ ບໍ່ມີກົດກະຕິການເກືອດຫ້າມ ຫຼືກົດໜ່ວງປະຊາທິປະໄຕ ເພດຍິງເລີຍ ບໍ່ວ່າສິດການປະກອບອາຊີບ, ສິດການເລືອກຄູ່ຄອງ ແລະການຄອງຄູ່ ຕະຫຼອດສິນໃນການປາກເວົ້າ ການຮຽນ ການຂຽນ ແລະອ່ານ ໃນໄລຍະທີ່ປະເທດລ້ານຊ້າງຈະເລີນສູງສູດ ວັດທະນະທຳລາວຍິ່ງເປີດກວ້າງຕໍ່ເພດຍິງ ວັດທະນະທຳລາວຈັດສັນ ແບ່ງງານ ແບ່ງໜ້າທີ່ລະຫວ່າງຊາຍຍິງ ໄວ້ຢ່າງຮອບຄອບ ແລະເປັນທຳທີ່ສຸດ.

- ເມື່ອມາເວົ້າເບື້ອງພຣະພຸດທະສາສນາແລ້ວ ປະເທດລາວເປັນປະເທດພຣະພຸດທະສາສນາ ພຸດທະສາສນາ ອາດເປັນສາສນາດຽວ ທີ່ໃຫ້ສິດສະເໝີພາບລະຫວ່າງຍິງຊາຍ ເຊັ່ນສິດໃນການທຳບຸນກຸສົນ ທຳຕົນໃຫ້ບັນລຸທຳ ສູງສຸດ ສິດໃນການບວດ ແລະປະຕິບັດທຳ ໂດຍເຫັນໄດ້ຈະແຈ້ງ ຄື ຊາຍ ຫຼືຍິງສາມາດທຳຕົນໃຫ້ບັນລຸອໍ ຣະຫັນ ເຂົ້າສູ່ພຣະນິພພານ ສະເໝີເໝືອນເພດຊາຍ.

- ໃນຫຼັກທຳທາງພຸດທະສາສນາ ໄດ້ມີຫົວຂໍ້ທຳຫຼາຍຫົວຂໍ້ ທີ່ເວົ້າເຖິງຄວາມສະເໝີພາບຍິງຊາຍ ເຊິ່ງພຣະພຸດທະ ອົງໄດ້ສະເໜີໄວ້ເປັນເວລາ 2500 ກວ່າປີແລ້ວຄື.

- ຫຼັກຄວາມສະເໝີພາບຄອງຄູ່ຄອງ ແລະຄອບຄົວ 4 ປະການ ຄື
1. ສະມະສັດທາ ມີຄວາມເຊື່ອສະເໝີກັນ ເຊື່ອລັດທິສາສນາ, ເຊື່ອຄຳສອນ ແລະແນວທາງຕ່າງໆໃຫ້ສະເໝີກັນ ຄືໃຫ້ສົມກັນ.
2. ສະມາສີລາ ມີສີນ(ຄວາມງາມ, ຄວາມໜັກແໜ້ນ) ຄືມີຂໍ້ວັດປະຕິບັດສະເໝີກັນ.
3. ສະມະຈາຄະ ມີຄວາມເສັຍສະຫຼະ ເອື້ອເຟື້ອ ບໍລິຈາກສະເໝີກັນ.
4. ສະມະປັນຍາ ມີຄວາມຮູ້ໃນການປະກອບຊີວິດ ແບະຄວາມຮູ້ໃຫ້ວຽກງານໃດໆ ສະເໝີກັນ


- ຄວາມສົມກັນ ຫຼືສະເໝີກັນທັງ 4 ປະການນີ້ ຄືນະໂຍບາຍການສ້າງຄວາມເປັນເອກະພາບ ແລະຄວາມເປັນອັນໜຶ່ງອັນດຽວກັນຂອງຍິງ ຊາຍ ທີ່ພຣະພຸດທະເຈົ້າສະເໝີກັນ ເຊິ່ງເປັນຂໍ້ສະເໜີທີ່ສຳຄັນ ແລະກວາມລວມເອົາບັນຫາຊີວິດຂອງມະນຸດທຸກໆເຊື້ອຊາດວັນນະ.


- ວັນທີ 8 ມິນາ ຂໍໃຫ້ແມ່ຍິງທົ່ວໂລກ ຈົ່ງເທົ່າທຽມເພດຊາຍ ໂດຍທຳເທີ້ນ.
 

Tuesday, 6 March 2012

ກິນເຈ ກັບກິນຊິ້ນ ອັນໃດບາບຫຼາຍກວ່າກັນ ?

- ພໍ່ອອກມາຈາກ ບ້ານລາດຄວາຍຜູ້ດຽວກັບ ກັບທີ່ຖາມເລື່ອງເອົາຄວາຍງົວມາຂ້າທໍາບຸນ ແລະຊື້ທີ່ເຂົາຂ້າແລ້ວອັນໃດໄດ້ບາບກວ່າກັນ ? ເຂົາຖາມຕື່ມ ອີກວ່າ:
(ພໍ່ອອກ) ຍິນບອກເຂົາວ່າ "ກິນຊີ້ນກັບກິນເຈ ? ຢາກຖາມວ່າ ກິນເຈກັບກິນຊີ້ນ ອັນໃດບາບກວ່າກັນ ?
(ພຣະອາຈານ) ອັນນີ້ຕ້ອງຖາມພໍ່ອອກຄືນກ່ອນ ໄດ້ບໍ ?
(ພໍ່ອອກ) ໂດຍ ຂ້ານ້ອຍ ໄດ້.
(ພຣະອາຈານ) ຜູ້ກິນຊີ້ນ ຕ້ອງລ້ຽງສັດ ແລະຂ້າສັດ, ຫຼືຊື້ສັດທີ່ເຂົາຂ້າມາແລ້ວ ແມ່ນບໍ ?
(ພໍ່ອອກ) ໂດຍຂ້ານ້ອຍ.
(ພຣະອາຈານ) ຜູ້ກິນເຈ ຕ້ອງກິນພືດຜັກແມ່ນບໍ ?
(ພໍ່ອອກ) ໂດຍຂ້ານ້ອຍ.
(ພຣະອາຈານ) ຕ້ອງຊື້ຜັກ ຫຼືປູກຜັກທີ່ເຂົາປູກແລ້ວມາກິນແມ່ນບໍ ?
(ພໍ່ອອກ) ແມ່ນແລ້ວ ຂ້ານ້ອຍ.
(ພຣະອາຈານ) ທ່ານປູກຜັກ ໄດ້ໃສ່ຝຸຍ ແລະຢາຂ້າແມງແນ່ບໍ ?
(ພໍ່ອອກ) ໂດຍ ໃສ່ໃດຂ້ານ້ອຍ ບໍ່ໃສບໍ່ໄດ້ກິນດິນບໍ່ງາມຄູ່ມື້ນີ້.
(ພຣະອາຈານ) ທ່ານຄິດບໍ່ວ່າຝຸ໋ຍບາງຊະນິດ ເປັນສານເຄມີທໍາລາຍສັດທີ່ຢູ່ພື້ນດິນນັ້ນຕາຍຈັກໂຕ, ສ່ວນວ່າຢາຂ້າແມງເດຕາຍຈັກໂຕ ກວ່າຈະໄດ້ມາ ເຊິງຜັກທີ່ສວຍງາມນັ້ນ.
(ພໍ່ອອກ) ນັບບໍ່ໄດ້ຂ້ານ້ອຍ.
(ພຣະອາຈານ) ຄົນປູກຜັກເປັນການຄ້າ ແລະອຸດສະຫະກັມ ເຂົາຍິ່ງໃສມາກມາຍກ່າຍກອງ ເຂົາກໍມີສ່ວນໃນການຂ້າສັດ ແລ້ວຜູ້ບໍຣິໂພກພືດແລະຜັກ ເປັນຫຍັງຊິບໍ່ມີສ່ວນໄດ້ຂ້າສັດ ຍິ່ງຂ້າຫຼາຍກວ່າຜູ້ບໍລິໂພກສັດສາດ້ວຍ ເພາະຜັກໜານໜຶ່ງໆ ມີສັດທີ່ມີຊີວິດຢູ່ໃນທີ່ນັ້ນລ້ານໆໆໂຕ ແລ້ວມັນຈະໄປຕ່າງ ຫຍັງກັບຜູ້ບໍລິໂພກສັດໂດຍກົງລະ ?
(ພໍ່ອອກ) ໂດຍໆໆໆ ຂ້ານ້ອຍເຂົ້າໃຈແລ້ວ.

ເຮັດບຸນ ເອົາຊີ້ນສັດມາທານໄດ້ບຸນຫຼືໄດ້ບາບ ?

- ພໍ່ອອກມາຈາກບ້ານລາດຄວາຍ ຖາມອາຈານວ່າ:
(ຜູ້ຖາມ) ຂໍ້ທີໜຶ່ງເຮັດບຸນຊື້ງົວ ຊື້ຄວາຍມາຂ້າທານມີກໍາບໍ ? ຂໍ້ທີສອງ ເຮົາເຮັດບຸນ ຄົນອື່ນຂ້າງົວ ຂ້າຄວາຍແລ້ວເຮົາໄປຊື້ມາ ມີກໍາບໍ ?
(ຜູ້ຕອບຖາມຄືນ) ສອງເລື່ອງນີ້ບໍ ?
(ຜູ້ຖາມຕອບ) ໂດຍ ຂ້ານ້ອຍ.

(ຕອບ) ຈະເລີນພອນ, ຈະຕອບຈັ່ງຊີ້ ເລື່ອງນີ້ໜີ້ ທັງມະນຸດ ແລະສັດລ້ວນແຕ່ເກີດມາໃຊ້ກໍາ ການບໍລິໂພກອາຫານ ກໍມັນເປັນປະເພນີຂອງມະນຸດແລະສັດ, ສິ່ງທີ່ຈໍາເປັນຂອງທັງມະນຸດ ແລະສັດຄືມີປັດໄຈ 4 ໄດ້ແກ່ 1. ອາຫານ, 2.ເຄື່ອງນຸ່ງຫົ່ມ, 3.ທີ່ຢູ່ອາໄສ ແລະ 4.ຢາປົວພະຍາດ.

- ສັດເກີດຂຶ້ນມາ ມີຄວາມສະເໝີກັນກັບມະນຸດ ຄື ຕ້ອງການກິນ, ຖ່າຍ, ສືບພັນ, ພັກຜ່ອນ, ອັນໜຶ່ງ ທັງມະນຸດ ແລະສັດລ້ວນແຕ່ມີຄວາມສະເໝີກັນ ຄື ຮັກຕົວ ກົວຕາຍດ້ວຍກັນທັງນັ້ນ, ດ້ວຍເຫດນັ້ນທັງສັດ ແລະມະນຸດ ຈຶ່ງຕ້ອງຫາກິນ ແຕ່ວ່າປະເພນີຂອງການຫາກິນທັງມະນຸດ ແລະສັດມີຄວາມແຕກ ຕ່າງກັນຕາມໜ້າທີ່ ສໍາມະນຸດແລ້ວ ນອກຈາກຫາກິນຕາມໜ້າທີ່ແລ້ວ ຍັງຕ້ອງຫາກິນຕາມປະເພນີອີກດ້ວຍ.

- ທັງມະນຸດ ແລະສັດກໍຫາກິນຕາມປະເພນີ ຄື ສັດບາງຊະນິດ ເຄີຍກິນພືດ ກໍກິນແຕ່ພືດ, ສັດບາງປະເພດ ເຄີຍກິນສັດ ກໍກິນແຕ່ສັດ, ມີສັດອີກບາງ ປະເພດກິນທັງພືດທັງສັດ ພວກເຂົາກໍກິນຢ່າງນັ້ນ, ສ່ວນມະນຸດນັ້ນ ກິນທັງພືດທັງສັດ ອີງຕາມຮີດຄອງປະເພນີ ບາງທ້ອງຖີ່ນເຄີຍກິນພືດຊະນິດນີ້ ແຕ່ແຕ່ທ້ອງຖິ່ນອື່ນກັບບໍ່ກິນ, ບາງທ້ອງຖິ່ນເຄີບກິນສັດປະເພດນີ້ ທ້ອງຖິ່ນອື່ນກັບບໍ່ກິນ ແມ່ນແຕ່ບາງທ້ອງຖິ່ນ ກິນສັດປະເພດດຽວກັນ ແຕ່ອາໄວຍະວະ ບາງຢ່າງຂອງສັດນັ້ນກັບບໍ່ກິນ, ເຊັ່ນ ຄົນທາງເມືອງໂຂງກ່ອນປີ 1975 ບໍ່ມັກກິນເຄື່ອງໃນ ແລະໜັງຄວາຍ, ງົວ ແຕ່ທ້ອງຖິ່ນອື່ນກິນຈົນໝົດ(ດຽວນີ້ ກິນຄືກັນໝົດແລ້ວ)

- ເມື່ອສະຫຼຸບແລ້ວ ທັງສັດທັງມະນຸດລ້ວນແຕ່ເກີດມາເພື່ອກິນ ແລະຊອກຫາກິນຕາມໜ້າທີ່ ແລະປະເພນີຂອງແຕ່ລະເພົ່າພັນນັ້ນໆ, ໃນທາງພຣະພຸດທະສາສນາ ເລື່ອງການກິນມັງສາວິຣັດ ເຊິ່ງເຮົາຮຽກວ່າກິນເຈນີ້ ບໍ່ໄດ້ຫ້າມ ແລະບໍ່ໄດ້ອະນຸດຍາດໄວ້, ມີການຫ້າມໄວ້ໃນສິນຫ້າວ່າ "ຫຼີກເວັ້ນຂ້າ ແລະບຽດບຽນສັດ" ໃນສິນຂໍ້ທີໜຶ່ງ ປານາ ຕິປາຕາເວ ຣະມະນີ ສິກຂາ ປະທັງສະມາທິຍາມິ ແລະໄດ້ຊົງອະນຸຍາດເລື່ອງການບໍລິໂພກໄວ້ວ່າ "ໂພຊະເນ ມັດຕັນຍຸຕາ - ຄືບໍລິໂພກພໍປະມານ".

- ຫາກຈະຕອບວ່າ ການບໍລິໂພກສັດເປັນບາບບໍ ? ກໍອາດຈະຕອບວ່າ ບາບກະມີ ບໍ່ບາບກະມີ ຕ້ອງເບິ່ງເຈຕະນາ ດັ່ງພຸດທະພົດວ່າ "ເຈຕະນາຫັງ ພິກຂາເວ ວະທາມິກັມມັງ - ດູກ່ອນພິກຂຸທັງຫຼາຍ ກັມສໍ່ສະແດງເຈຕະນາ" ອະທິບາຍວ່າ ການກະທໍາ ອັນວ່າກໍາຂອງມະນຸດນັ້ນສະແດງເຈຕະນາ ຫາກເຈຕະນາດີກໍເປັນດີ ຫາກເຈຕະນາຮ້າຍກໍເປັນຊົ່ວ.

- ສົມມຸດວ່າ "ຫາກການກະທໍານັ້ນ ເປັນການບຽດບຽນ ການທໍາຮ້າຍ ການທໍລະມານນັ້ນ ກໍເປັນກັມ ກໍາໜັກ ຫຼືເບົາເບິ່ງເຈຕະນາ, ຫາກວ່າ ມີເຈຕະນາ ເພື່ອຫວັງດີ ບໍ່ໄດ້ທໍາໜ້າທີ່ເພື່ອການບຽດບຽນ ການທໍາຮ້າຍ ແລະທໍລະມານ ກໍມີກໍານ້ອຍ ຈະໜ້ອຍຫຼືຫຼາຍຫຼືບໍ່ມີເລີຍກໍໄດ້ ເຊັ່ນການນໍາມາເພື່ອການ ປະກອບບຸນທາງພຸດທະສາສນາກໍອາຈະມີກໍານ້ອຍ ຫຼືບໍ່ມີເລີຍ ກ່າວໄດ້ວ່າ ໄດ້ບຸນຫຼາຍກວ່າບາບ ກໍເປັນບຸນນັ້ນເອງ.

- ສະນັ້ນ ຈະຕອບຂໍ້ທີ 1 ວ່າ "ຂໍ້ທີໜຶ່ງເຮັດບຸນຊື້ງົວ ຊື້ຄວາຍມາຂ້າທານມີກໍາບໍ ?" ອັນນີ້ ຫາກເຮົາຈັດແຈງ ແລະຈັດຫາມາເພື່ອຂ້າ ກໍຈະໄດ້ກໍານໍາດ້ວຍ, ເພາະເຮົາເປັນທຸລະຈັດຫາເອງ ແຕ່ວ່າເຈຕະນາທີ່ຍິ່ງໃຫຍ່ກວ່າ ເພື່ອການທານ ແລະການເຮັດບຸນ ຈິດເຮົາບໍລິສຸດທັງ ກ່ອນ, ກໍາລັງທໍາ ແລະທໍາໄປແລ້ວ ບຸນນນັ້ນກໍຫຼາຍກວ່າບາບ ກໍຖືວ່າເຮົາຍັງມີກໍາໄລຢູ່, ຂໍ້ທີສອງ ເຮົາເຮັດບຸນ ຄົນອື່ນຂ້າງົວ ຂ້າຄວາຍແລ້ວເຮົາໄປຊື້ມາ ມີກໍາບໍ ? ອັນນີ້ ຫາກເຮົາບໍລິສຸດໃຈທັງສາມສະຖານະດັ່ງທີ່ວ່າ ບາບກໍາອາດນ້ອຍທີ່ສຸດ ບຸນກໍຈະມີ ອະທິກໍາກໍບໍ່ມີ ເພາະບຸນ ແລະກຸສົນມັນເໜືອກວ່າແລ້ວ.

Saturday, 21 January 2012

ພຣົມ

- ສວັນຄ໌ ຫຼືເທວະໂລກ ຄືພົບພູມອັນເປັນທີ່ຢູ່ຂອງເທວະດາ ເປັນທີ່ຢູ່ອາໄສຂອງກາຍຣະຽດ ເປັນພົບພູມອັນມີ ແຕ່ຄວາມສຸກ ສົມບູນດ້ວຍທິບພະສົມບັດຕ່າງໆ ເຊິ່ງມີຢູ່ ໖ ຊັ້ນ ຜູ້ທີ່ຈະໄປຈຸຕິບົນສະຫວັນໄດ້ນັ້ນຈະຕ້ອງເປັນຜູ້ ທີ່ປະກອບບຸນກຸສົນອັນດີງາມ.
- ພຣົມມະໂລກນັ້ນ ເປັນພົບພູມທີ່ຢູ່ຂອງຜູ້ຈະເຣີນສະມາທິຈົນໄດ້ຊານ ເຊິ່ງມີຢູ່ ໒໐ ຊັ້ນ.

ກ. ສະຫວັນ ຫຼືເທວະໂລກ ມີ ໖ ຊັ້ນ ເຊິ່ງຮຽກວ່າ ສະກາມາວະຈອນ ມີດັ່ງນີ້:
໑. ຈາຕຸມາຫາຣາຊິກາ ມີທ້າວມະຫາຣາດທັງອ ໔ ເປັນຜູ້ປົກຄອງ ຄື:
໑.໑. ທ້າວທະຕະຣະຖະ ປົກຄອງເທວະດາ ໓ ພວກໄດ້ຄົນທັບ ວິທະຍາທອນ ກຸມພັນ.
1.2. ທ້າວວິຣຸນຫົກ ປົກຄອງຄຸດ.
1.3. ທ້າວວິຣູປັກ ປົກຄອງພວກນາກ.
1.4. ທ້າວເວດສຸວັນ ປົກຄອງພວກຍັກຂ໌.


สวรรค์ หรือ เทวโลก มี 6 ชั้น ซึ่งเรียกว่า ฉกามาพจร มีดังนี้
1. จาตุมหาราชิกา มีท้าวมหาราชทั้ง 4 เป็นผู้ปกครอง คือ
-1. ท้าวธตรฐ ปกครองเทวดา 3 พวก ได้แก่ คนธรรพ์ วิทยาธร กุมภัณฑ์
-2. ท้าววิรุฬหก ปกครองพวกครุฑ
-3. ท้าววิรูปักษ์ ปกครองพวกนาค
-4. ท้าวเวสสุวรรณ ปกครองพวกยักษ์
2. ดาวดึงส์ มีพระอินทร์ เป็นผู้ปกครอง
3. ยามา มีท้าวสุยามเทวราช เป็นผู้ปกครอง
4. ดุสิต มีท้าวสันดุสิตเทวราช เป็นผู้ปกครอง
5. นิมมานรดี มีท้าวสุนิมมิตเทวราช เป็นผู้ปกครอง
6. ปรนิมมิตวสวัตดี มีท้าวปรนิมมิตวสวัตตีมาราธิราช เป็นผู้ปกครอง
พรหมโลกมีทั้งหมด 20 ชั้น แบ่งเป็น รูปพรหม 16 ชั้น และ อรูปพรหม 4 ชั้น
รูปพรหม 16 ชั้น
1. พรหมปาริสัชชาภูมิ
2. พรหมปุโรหิตาภูมิ
3. มหาพรหมาภูมิ
4. ปริตตาภาภูมิ
5. อัปปมาณาภาภูมิ
6. อาภัสราภูมิ
7. ปริตตสุภาภูมิ
8. อัปปมาณสุภาภูมิ
9. สุภกิณหาภูมิ
10. เวหัปผลาภูมิ
11. อสัญญีสัตตาภูมิ
12. อวิหาสุทธาวาสพรหมภูมิ
13. อตัปปาสุทธาวาสพรหมภูมิ
14. สุทัสสาสุทธาวาสพรหมภูมิ
15. สุทัสสีสุทธาวาสพรหมภูมิ
16. อกนิฏฐสุทธาวาสพรหมภูมิ
อรูปพรหม 4 ชั้น
1. อากาสานัญจายตนภูมิ
2. วิญญาณัญจายตนภูมิ
3. อากิญจัญญายตนภูมิ
4. เนวสัญญานาสัญญายตนภูมิ

สิบแปดสาด

เมื่อครั้งที่เรียนศึกษาวิชาพระพุทธประวัติ เรามักจะเห็นคำว่า 18 ศาสตร์
ซึ่งเป็นวิชาที่เจ้าฟ้าพระราชามหากษัตริย์ในสมัยอดีตส่งบุตรหลานไปศึกษาเป็นประจำ
นักประพันธ์โบราณ ได้ประพันธ์ 18 ศาสตร์ ไว้ ดังต่อไปนี้

สุติ สัมมติ สังขะยา จ โยคา นีติ วิเสสะกา

คันธัพพา คะณิกา เจวะ ธะนุเพทา จ ปูระณา

ติกิจฉา อิติหาสา จะ โชติ มายา จ ฉันทะติ

เกตุมันตา จะ สัททา จะ สิปปาฏจาระกา อิเม


1. สูติ เวททั้งสามอย่าง ที่เป็นหลักความรู้
2. สัมมุติ เวททางศาสตร์ที่เป็นความรู้รอบตัว มีฉันทศาสตร์ ไวยากรณ์ นุรุตติ โชยติ กัลปะ
และคู่มืออีก 3 อย่าง พิธีบวงสรวง บอกฤกษ์ปลูกเรือน ธรรมเนียม ประเพณี
3. สังขะยา ความรู้เกี่ยวกับการเกิดขึ้น ความตั้งอยู่ และความรู้การดับของโลก คือ โมกขะ หรือนิพพาน
4. โยคะ หลักปฏิบัติเกี่ยวกับวิญญาณเพื่อให้เข้าถึงความดับสนิทคือนิพพาน
5. นีติ ความรู้จักศีลธรรม จรรยาและกฎหมาย
6. วิเสสกะ ความรู้เกี่ยวเหตุผลโดยการอ้างบุญบาปมาเป็นปทัฏฐาน
7. คันธัพพะ วิชานาฏศิลป์
8. คณิกา วิชาการคำนวณ
9. ธนุเพท ยิงธนู
10. ปุราณะ โบราณคดี เกี่ยวกับพงศาวดารดั้งเดิม
11. ติกิจฉา แพทย์ศาสตร์เกี่ยวกับการรักษาพยาบาลไข้
12. อิติหาสะ ประวัติศาสตร์หรือตำนาน
13. โชติ ดาราศาสตร์ การพยากรณ์ตามการโคจรของดวงดาว แรงดึงดูดของดวงดาว ฤดู วัน เดือน ปี
14. มายา วิธีแสดงอุบายเอาชนะข้าศึก เช่น ตำราพิชัยสงคราม
15. ฉันทะ วิชาฉันทศาสตร์ รู้การแต่งกาพย์ กลอน โคลง ฉันท์
16. เกตุ รู้นิมิตลางร้ายดีของเมฆ หมอ ควัน อันเป็นพิธีกรรมเกี่ยวกับตำราพิชัยสงคราม
17. มันตะ รู้เวทย์มนต์ คาถา เลข ยันต์
18. สัททะ รู้เสียงสัตว์ที่บอกลางร้าย ลางดี รู้คัมภีร์สัททาวิเสส

ถ้าจะเทียบกับปัจจุบันนี้ คงเป็นวิชาเหล่านี้ (แต่ข้อไมได้ตรงกัน) คือ


1. ยุทธศาสตร์ วิชาการรบ
2. รัฐศาสตร์ การปกครอง
3. นิติศาสตร์ กฎหมาย จารีตประเพณี
4. พาณิชยศาสตร์ การค้าขาย
5. อักษรศาสตร์ วรรณคดี
6. นิรุกติศาสตร์ ภาษาของตนเองและภาษาต่างประเทศ
7. คณิตศาสตร์ การคำนวณ
8. ดาราศาสตร์ ศึกษาเกี่ยวกับดวงอาทิตย์ ดวงจันทร์ ดาวฤกษ์ ดาวเคราะห์ดวงดาวในจักรวาล
9. โหราศาสตร์ พยากรณ์เหตุการณ์ต่างๆ
10. ภูมิศาสตร์ ดูพื้นที่ แผนที่ของสถานที่ต่างๆ
11. เวชศาสตร์ การพยาบาลรักษาคนป่วย
12. ตรรกศาสตร์ ว่าด้วยเหตุผล
13. สัตวศาสตร์ ดูลักษณะสัตว์ รู้จักเสียงและอาการของสัตว์
14. วิศวกรรมศาสตร์ ช่างกล
15. ปรัชญา-ศาสนศาสตร์ วิชาการด้านแนวความคิดและศาสนาต่างๆ
16. นโยบายศาสตร์ ชั้นเชิงในการเจรจา วางแผน หรือตำรับพิชัยสงคราม
17. นาฏศาสตร์ ดนตรี นาฎศิลป์
18. ฉันทศาสตร์ การแต่งกาพย์ กลอน โคลง

Friday, 13 January 2012

ມະນຸດໂລກພະອັງຄານສັ່ງເຕືອນມະນຸດໂລກໃຫ້ຮັກສາສິນ 5

ບັນທຶກຄວາມຝັນ
(ຈົ່ງອ່ານໂດຍພິຈາລະນາ ຮູ້ສະເພາະບຸກຄົນ)
-------------------------
            ຄວາມຝັນນີ້ ເປັນຄວາມຝັນຈິງເພາະຜູ້ກ່ຽວເອງຝັນ ແລະການຝັນນີ້ໃຜໆກໍເຄີຍໄດ້ຝັນມາດ້ວຍກັນທັງນັ້ນ, ແຕ່ຄວາມຝັນນັ້ນຈິງກໍອາດເປັນໄປໄດ້ ແລະບໍ່ຈິງກໍເປັນໄປໄດ້ອັນນີ້ບໍ່ຢືນຢັນ ເຫດທີ່ບໍ່ຢືນຢັນນັ້ນ ເພາະຄວາມຝັນມັນເປັນອະຈິນໄຕຮູ້ໄດ້ສະເພາະບຸກຄົນເທົ່ານັ້ນ ຄົນອື່ນບໍ່ອາດຮັບຮູ້ນຳ ແຕ່ຢ່າງໃດກໍຕາມຫາກຄົນຮູ້ ແລະເຂົ້າໃຈກໍເປັນເລື່ອງດີ ບັງເອີນຄົນບໍ່ຮູ້ບໍ່ເຂົ້າໃຈກໍຫາວ່າບ້າ ຫຼືນຳຄວາມ ໄຮ້ສາລະມາບອກໃຫ້ຄົນອື່ນ ກໍອາດກາຍເປັນ ເລື່ອງບໍ່ດີແກ່ຜູ້ເວົ້ານັ້ນໂດຍກົງ ແຕ່ຢ່າງໃດກໍຕາມ ໃນເລື່ອງນີ້ຜູ້ຂຽນຕັດສິນໃຈແລ້ວວ່າ ຈັກຕ້ອງເຜີຍແຜ່ໃຫ້ຄົນຮູ້ນຳ ໃຜຈະເຊື່ອບໍ່ເຊື່ອ ຫຼືຈະຄິດຢ່າງໃດກໍເປັນໄປຕາມສິດທິຂອງໃຜມັນຕາມທຳມະນູນ.
            (ຄຳເຕືອນ ການຂຽນເລົ່າເລື່ອງຄວາມຝັນຕ່າງໆນີ້ ບໍ່ແມ່ນອວດວິເສດໃດໆທັງສິ້ນ ພຽງແຕ່ຄວາມຝັນບາງປະການ ທີ່ເຫັນວ່າບໍ່ເປັນການເສັຍຫາຍ ຈຶ່ງນຳມາເລົ່າໄວ້ໃຫ້ຄົນທັງຫຼາຍຮູ້ເທົ່ານັ້ນ)


ຄວາມຝັນເລື່ອງທີ 1
ຄວາມຝັນເລື່ອງທີ່ 1 ເປັນຄວາມຝັນຄືນວັນເຂົ້າພັນສາແລ້ວ 1 ວັນ ເປັນວັນແຮມ 1 ຄ່ຳເດືອນ 8 (2009)

         ກາງຄືນວັນນັ້ນ ສະພາບຮ່າງກາຍເມື່ອຍຫຼາຍ ເໝືອນໄຂ້ ແຕ່ບໍ່ແມ່ນຕົວຮ້ອນ ມີຈົວ 2 ອົງ ແລະພຣະອາຈານພໍ່ເຖົ້າມານອນເຝົ້າ ທີ່ຫ້ອງພຣະຄວາມຝັນກໍຝັນໄປວ່າ.
         
         ຕົນເອງຮູ້ສຶກວ່າຈະໄປສະຫວັນ ແຕ່ວ່າຕົນເອງປະກົດຢູ່ອຸມຸງແຖວຫຼັງພຣະທາດຫຼວງເບື້ອງຕາເວັນອອກ ເໝືອນກັບໄດ້ນັ່ງສິ່ງທີ່ຄ້າຍເຮືອຄຳ ໃນອຸມຸງນັ້ນຜ່ານມາທາງສະໜາມກິລາທາດຫຼວງກາງ ນອກບ້ານພັກແກ້ວພິລາ(ຄວາມຮູ້ສຶກເປັນເຊັ່ນນັ້ນ ກໍຜ່ານມາທາງ ວັດວຽງຈະເລີນ ຮ່ອງແຊງໄປຮອດນອກທົ່ງນາວັດໂພນພຣະເນົາ ຍິນສຽງພຣະອາຈານໃຫຍ່ຈະຣຸນ ວະຊິຣະຣັງສີ ຖາມວ່າ ພໍ່ຂອງຄູບາຊື່......ບໍ ?, ກໍຕອບພຣະອາຈານວ່າແມ່ນ(ບໍ່ເຫັນຕົວພຣະອາຈານໃຫຍ່ ຍິນແຕ່ສຽງ) ພໍ່ຂອງຄູບາ ເປັນຄົນເກົ່າສະໄໝສ້າງພະທາດຫຼວງ ເພິ່ນວ່າຈັງຊັ້ນ, ເຮືອຄຳນັ້ນໄດ້ພາອາຕະມາໄປຕາມອຸມຸງນັ້ນ ສວຍງາມ ບໍ່ມີຫຍັງເປັນອຸປະສັກ, ຮູ້ສຶກວ່າ (ໄປຮອດບ້ານສ້າງຫີນ ຫຼັກ15 ສະໜາມກີລາຊີເກມ ທາງໃນບ່ອນໂຮງຮຽນບ່ອນຕົ້ນໄມ້ໃຫຍ່ນັ້ນ) ດ້ານໃນບ້ານນັ້ນ ອຸມຸງແບ່ງເປັນ 3 ແຍກ ແຍກໜຶ່ງໄປທາງເໜືອ ທາງບ້ານໄຊດອນໜູນ, ແຍກໜຶ່ງໄປທາງຖະໜົນ ຂ້າມຖະໜົກເລກທີ 13 ໄປ ແຕ່ທາງນີ້ມືດຄ້າຍກັບຖືກຕັນດ້ວຍດິນ, ອີກແຍກໜຶ່ງລອດກ້ອງສະໜາມຊີເກມ ມີສຽງບອກວ່າໃຫ້ເດີນທາງຕໍ່ ອຸມຸງລົງໄປທາງໃຕ້ ເສັ້ນນີ້ແຈ້ງມີແສງສະຫວ່າງ ແລະງາມດີ ຍານຄ້າຍຄືເຮືອນັ້ນ ກໍໄປທາງສະໜາມຊີເກມ ເມື່ອໄປຮອດ ກາງສະໜາມຮູອຸມຸງຖືກຕັນ, ເພາະເຫັນເໝືອນກັບໄຍຫີນຄ້າຍກັບ ຫີນຍ້ອຍໃນຖໍ້າຕັນໄວ້ ເປັນຊັ້ນໆ ມີເຄືອໄມ້ປົ່ງຕັນ ໄປສ່ອງເບິ່ງເຫັນເປັນເຊັ່ນນັ້ນ ຍາວຢຽດຕາມອຸມຸງໄປໄກ ມີສຽງບອກວ່າ ຖ້າຈະໄປກໍໄດ້ ແຕ່ຕ້ອງໄດ້ລອດສິ່ງກີດກັນນີ້ໄປ ແຕ່ຈະຊ້າ, ໃນໃຈກໍບໍ່ໄດ້ຄິດຫຍັງ ຄິດແຕ່ພຽງວ່າຢາກໄປເບິ່ງໃຫ້ຄັກໆວ່າ ສິ່ງທີ່ຕັນນັ້ນແມ່ນຫຍັງ ທັນໃດນັ້ນ ຍິນສຽງພຣະອາຈານໃຫຍ່ທັງຫຼາຍທີ່ອາຕະມາເຄົາຣົບ ເຊັ່ນພຣະອາຈານຈະຣຸນ ພຣະອາຈານບົວຄຳ ພຣະອາຈານໃຫຍ່ຊາລີ ພຣະອາຈານໃຫຍ່ວິຈິດ ພຣະອາຈານໃຫຍ່ຊາໂງນ ແລະພຣະອາຈານອົງອື່ນໆ(ບໍ່ເຫັນຕົວ ຍິນແຕ່ສຽງຮ້ອງບອກວ່າ ບໍ່ຕ້ອງໄປກັບມາ" ທັນໃດນັ້ນ ພຣະອາຈານກໍກັບຄືນ ແລະກໍຕື່ນຂຶ້ນມາ.

(ສະພາບຮ່າງກາຍຂອງພຣະອາຈານຂະນະນັ້ນ ຄື ເມື່ອຍ ແລະເຈັບແອວຫຼວງຫຼາຍ ທາງແພດກໍມາກວດ ສຸຂະພາບ ແລະສີດຢາໃຫ້ ແລະກໍຕອນຮັບຍາດໂຍມ ແລະໄປສອນໜັງສືຕາມປົກກະຕິ ຕ່າງແຕ່ເມື່ອຍ ແລະເຈັບແອວ) 

ຄວາມຝັນເລື່ອງທີ 2 ແຮມ 8 ເດືອນແປດ ປີ 2009
ມະນຸດໂລກພະອັງຄານສັ່ງເຕືອນມະນຸດໂລກ
-------------------------
            ເລື່ອງມີຢູ່ວ່າ ຫຼັງຈາກເຂົ້າພັນສາປີ 2009 ເປັນຕົ້ນມາ ຜູ້ຂຽນມັກຈະເມື່ອຍໆ ແລະຢາກນອນແຕ່ ກໍມີໂອກາດໄດ້ນອນເວັນ ເພາະມີແຂກປະຈຳ ບາງວັນກໍໄປສອນໜັງສືທີ່ວິທະຍາໄລ, ຕົກກາງຄືນມັກຈະຝັນໄປທີ່ຕ່າງໆ ຄວາມ ຝັນມັກຈະໄປສະຫວັນ ແຕ່ບໍ່ທັນໄປຮອດສະຫວັນກໍມັກຈັກຕື່ນ, ແຕ່ລະວັນຂອງວັນເຂົ້າພັນສາ ມີການໄຫວ້ພຣະເຊົ້າ ແລະໄຫວ້ພຣະແລງ ຫາກວັນໃດເປັນວັນສິນມີພໍ່ອອກສອງຄົນມານອນວັດ ມານອນຈຳສິນວັດ ຕອນແລງມັກຈະພາພຣະ-ເນນ ແລະຍາດໂຍມນັ່ງສະມາທິບໍ່ຂາດ.
           
            ຕົກມາຄືນ ກົງກັບແຮມ ໘ ຄໍ່າເດືອນ ໘ ວັນນັ້ນ, ບໍ່ຮູ້ເປັນຄວາມຝັນທີເທົ່າໃດ ຝັນຄັ້ງນີ້ຖືວ່າແປກ ຈຶ່ງຢາກຈະເລົ່າໃຫ້ຟັງເທົ່າທີ່ຈື່ (ຄວາມຈິງຝັນກ່ຽວພັນກັບສະຫວັນແທບທຸກຄືນ ແຕ່ຂໍເວົ້າສະເພາະທີ່ສາມາດເປັນ ສະຕິເຕືອນໃຈແກ່ມະນຸດດ້ວຍກັນໄດ້ເທົ່ານັ້ນ).
            ຄືນນັ້ນ ຝັນໄປວ່າຕົນເອງໄປສະຖານທີ່ແຫ່ງໜຶ່ງເຊິ່ງເປັນສະຖານທີ່ທີ່ບໍ່ຄຸ້ນເຄີຍປານໃດ ແຕ່ຮູ້ໂດຍມີສຽງຄົນບອກວ່າ “ທີ່ນີ້ເປັນພູມມະເທວະດາ” ເຊິ່ງເປັນສະຖານທີ່ຢູ່ໃກ້ມະນຸດທີ່ສຸດ, ສະພາບຂອງສະຖານທີ່ນັ້ນກວ້າງໃຫຍ່ ເປັນເດີ່ນບໍ່ຮາບພຽງ ຂຽວງາມ ມີລຳທານ ແລະຕົ້ນໄມ້ ຖະໜົນດິນ ແລະມີລັກສະ ນະຄ້າຍຫີນອ່ອນ ມອງໄປໃນເດີ່ນທົ່ງກວ້າງຄ້າຍສະໜາມກ໊ອບ ຫຼືສວນອຸທະຍານໃນຕ່າງປະເທດ ອັນນັ້ນຈະເປັນຄົນມີແຕ່ຜູ້ງາມໆ ໃບໜ້າມີລັກສະນະຕ່າງກັນເໝືອນກັບມະນຸດນີ້ ນັ່ງຫຼິ້ນ ຍ່າງໄປມາ ຢ່າງສຸກສຳລານແຕ່ບໍ່ຮູ້ວ່າໃຜເປັນໃຜເພາະຢູ່ໃກ, (ຫາກທຽບໃສ່ສະຖານທີ່ໃນເມືອງລາວແລ້ວ ເໝືອນກັບ ພູພຽງຊຽງຂວາງ ເພາະມີເດີ່ນຫຍ້າ ແລະເປິ້ນພູ ແຕ່ງາມກວ່ານັ້ນ ເນື່ອງຈາກວ່າສະພາບທົ່ວໄປເປັນ ສີຂຽວສົດ ຫຼືໃນຮູບທີ່ຮຽກ ວ່າສະວິດເຊີແລນ)
            ໃນຂະທີ່ໄປເຖິງນັ້ນ ຮູ້ສຶກວ່າມີແຕ່ຕົນເອງຄົນດຽວ ຍ່າງໄປໃນເສັ້ນທາງທີ່ປູດ້ວຍຫີນອ່ອນ ສະພາບທາງທັງໝົດ ທີ່ເຫັນລ້ວນແຕ່ປູດ້ວຍຫີນອ່ອນ.
            ຂະນະນັ້ນເອງຢູ່ທາງດ້ານຂວາມື ຮູ້ສຶກວ່າມີຍານລຳໜຶ່ງເຫາະມາ ຫຼຽວເຫັນເໝືອນລົດມ້າຂອງພຣະເວດສັນດອນ ໃນຮູບແຕ້ມພຣະເວດກັນທານະຂັນ ເມື່ອຍານຈອດແລ້ວ ຍານນັ້ນຫາຍໄປ ເຫັນແຕ່ຜູ້ຊາຍປາກົດຕົວຄົນດຽວ ມີຮູບຊົງທີ່ງົດງາມ ບໍ່ສູງບໍ່ຕ່ຳປານໃດຍົກປະນົມແລ້ວ ໄດ້ຮ້ອງຖາມຜູ້ຜູ້ຂຽນວ່າ:
            ຄົນທີ່ຂີ່ຍານມາຖາມວ່າ: ພຣະອາຈານຊິນິມົນໄປໃສ ?
            ໃນຄວາມຝັນບອກວ່າ: ຊິໄປສະຫວັນ ແລະທ່ານເດມາຈາກໃສ ? ຜູ້ຂຽນຖາມຄືນ.
            ເຂົາຄົນນັ້ນ ກໍຕອບຜູ້ຂຽນວ່າ: ຂ້ານ້ອຍມາຈາກດາວພະອັງຄານ.
            ຜູ້ຂຽນຖາມເຂົາວ່າ: ທ່ານຊິໄປໃສ ?
            ເຂົາຕອບວ່າ: ຂ້ານ້ອຍຊິໄປທ່ຽວເມືອງສະຫວັນ ເລີຍມາທ່ຽວເມືອງມະນຸດກ່ອນ ຂ້ານ້ອຍທ່ຽວໄປທຽວ ມາລະຫວ່າງເມືອງມະນຸດ ແລະເມືອງສະຫວັນ.
            ຜູ້ຂຽນກໍຖາມເຂົາວ່າ: ເອົາວ໌.ດາວພະອັງຄານກັບສະຫວັນບໍ່ແມ່ນທີ່ດຽວກັນບໍ ?
            ເຂົາຕອບວ່າ: ສະຫວັນກັບດາວພະອັງຄານບໍ່ແມ່ນທີ່ດຽວກັນດອກ, ດາວພະອັງຄານເປັນ ແບບດຽວກັບດາວໂລກມະນຸດ, ຄົນໃນດາວພະອັງຄານມີສະພາບເໝືອນໂລກມະນຸດ ຫາກພວກເຂົາຕາຍໄປ ເມື່ອເຂົາໄດ້ທຳບຸນ ເຂົາກໍຈະໄດ້ໄປສະຫວັນ ເໝືອນກັນກັບມະນຸດ, ຫາກເຂົາທຳບາບ ເຂົາຈະໄດ້ໄປເປັນສັດ, ເຜດ, ອະສຸຣະກາຍ ແລະນະຣົກເໝືອນກັນກັບມະນຸດ.
            ຜູ້ຂຽນຖາມເຂົາວ່າ: ທ່ານມາເຮັດຫຍັງເມືອງມະນຸດ ?
            ເຂົາຕອບວ່າ: ມາທ່ຽວເບິ່ງເມືອງມະນຸດຊື່ໆ ແລ້ວຈັ່ງຊິໄປສະຫວັນ.
            ຜູ້ຂຽນຖາມເຂົາວ່າ: ທ່ານມາເຫັນເມືອງມະນຸດແລ້ວບໍ ?
            ເຂົາຕອບວ່າ: ເຫັນແລ້ວ ແລະມາເລື້ອຍໆ.
            ຜູ້ຂຽນຖາມເຂົາວ່າ: ເມືອງມະນຸດເປັນຈັ່ງໃດ ?  ເຂົາຕອບຜູ້ຂຽນວ່າ: ເມືອງມະນຸດສັບສົນວຸ້ນວາຍຫຼາຍກວ່າດາວພະອັງຄານ, ຄົນດາວເມືອງພະອັງຄານນັບຖືສາສນາພຸດຢ່າງດຽວ ແຕ່ເມືອງມະນຸດນັບຖືສາສນາຫຼາຍໂພດ, ຜູ້ທີ່ຖືພຸດທະສາສນາແທ້ໆ ຍັງບໍ່ປະຕິບັດຕາມຄຳສອນຂອງພຸດທະເຈົ້າ, ມີບາງຄົນອ້າງວ່າຖືຄຳສອນພຣະພຸດທະເຈົ້າແຕ່ກັບໄປເຮັດແບບອື່ນ, ອາໄສຊື່ສາສນາພຸດບັງໜ້າ, ມີອີກຄົນພວກໜຶ່ງກຳລັງນຳພາມະນຸດໄປທາງຜິດ ກຳລັງຕັ້ງສາສນາໃໝ່ ບິດເບືອນຄຳສອນພຣະພຸດທະເຈົ້າ ແລະຄົນກຳລັງຫຼົງ ພວກເຂົາ.
            ຂ້າພະເຈົ້າຖາມເຂົາວ່າ ຄົນພວກນັ້ນເປັນໃຜ: ເຂົາຕອບວ່າ ໃຫ້ອາຈານໄປເບິ່ງເອງ ບໍ່ເຫິງທ່ານຈະຮູ້ເອງ, ຄົນພວກນີ້ກຳລັງພາຄົນໜີຈາກສະຫວັນ ລົງອະບາຍໃຫ້ໄປຫາຄຳຕອບເອງ.
            ພຣະອາຈານກັບເມືອ ໃຫ້ບອກສອນມະນຸດໃຫ້ຖືສິນຫ້າໃຫ້ບໍຣິສຸດ ໃຫ້ພວກເຂົາໄຫວ້ພຣະ, ທຳທານຮັກສາສິນ ແລະປະຕິບັດທຳໃຫ້ຖືກຕ້ອງ ກໍຈະພົ້ນຈາກໄພ ທີ່ຈະເກີດໃນໂລກມະນຸດໄດ້ ທີ່ສຳຄັນໃຫ້ມະນຸດມີປັນຍາຮູ້ຈົກສະພາວະຂອງຕົວເອງ.
            ເຂົາຊວນອາຕະມາວ່າ ພຣະອາຈານມານີ້ ຂ້ານ້ອຍຊິພາໄປເບິ່ງນີ້ ເຂົາເວົ້າແລ້ວກໍຢ່າງອອກຈາກທາງໄປເດີ່ນ ເດີນຜ່ານພຸ່ມໄມ້ໄປໄກເຕີບ ແຕ່ວ່າມາເບິ່ງອາຈານເອງແລ້ວຄືບໍ່ໄດ້ຢ່າງ ຄາວໜຶ່ງກໍໄປຮອດແຄມໜອງທີ່ສວຍງາມມີດອກໄມ້ນານາພັນ ສວຍງາມນໍ້ານັ້ນຂຽວມໍຣະກົດ ເມື່ອໄປຮອດແລ້ວເຂົາກໍຍົມແຂນຊ້າຍຂຶ້ນແລ້ວເອົາມື ກວາດໄປໃນອາກາດ ກໍສ່ອງເຫັນເມືອງສວຍງາມ ຖາມເຂົາວ່າເມືອງຫຍັງ ເຂົາຕອບວ່າເມືອງຈັນທະບູຣີເດີມ ຫຼືນະຄອນຫຼວງວຽງຈັນ, ເມື່ອເຫັນວ່າເປັນເມືອງວຽງຈັນຜູ້ຂຽນກໍຕັ້ງໃຈສ່ອງລົງໄປເບິ່ງ ເໝືອນກັບວ່າເຮົາຢືນຢູ່ເທິງ ຕຶກສູງແລ້ວມອງລົງຈະເຫັນຮູບເມືອງ ເມືອງວຽງຈັນໃນຄວາມຝັນນັ້ນຈະສວຍງາມກວ່າຄວາມເປັນຈິງທີ່ສຸດ ມີສວນສາທະລະນະງາມ ບ້ານຄົນແໜ້ນໜາ, ມີຕຶກຕໍ່າເຕັ້ຍ ແລະສູງ ແຕ່ເມືອງນີ້ຈະເປັນສີແດງໆສີຕັບໝູຫຼາຍ, ມີສວນບໍ່ຫຼາຍ ໃນຂະນະນັ້ນເອງເໝືອນວ່າຕົນເອງໄປໃນສ່ວນທີ່ເປັນອຸທະຍານມີຄົນໄປນັ່ງຫຼິນໃນຕັ່ງມ້າ, ນັ່ງຫຼິ້ນໃນລົດ, ໃນພຸ່ມໄມ້ ແລະໃນກ້ອງເສົາໄຟຟ້າ.
            ເຂົາບອກວ່າ ພຣະອາຈານ ຄົນຈຳນວນຫຼວງຫຼາຍເລົ່ານັ້ນ ກໍມີຄົນຈຳນວນໜຶ່ງໄປນັ່ງກອດຊົມ ດົມກັນໃນຣົດ, ໃນກ້ອງເສົາໄຟຟ້າ, ໃນຕັ່ງມ້າ, ໃນເດິ່ນຫຍ້າ ແລະອື່ນໆ ເຂົາບອກວ່າພຣະອາຈານກັບເມືອ ເມືອງມະນຸດແລ້ວໃຫ້ບອກຄົນຈຳນວນນີ້ແນ່ວ່າ ຢ່າໃຫ້ພວກເຂົາມາກອດກັນໃນສະຖານທີ່ແບບນີ້ ເທວະດາເຂົາມາຈົດບັນຊີໃດ ? ໃນຂະນະນັ້ນເອງ ກໍເຫັນນາງເທວະດາ ເໝືອນຮູບແຕ້ມສວຍງາມເຫາະມາທາງອາກາດ.
            ແລະແລ້ວເຂົາກໍເອົາແຂນຊ້າຍກວາດໄປໃນອາກາດອີກ ຄື ກວາດໄປທາງທິດຕາເວັນອອກນອກບຶງພະທາດຫຼວງ ປາກົດເຫັນຕຶກສູງເກີດຂຶ້ນໃນບຶງພະທາດຫຼວງຫຼາຍ ແລະເປັນຍ່ານໆ ອອກໄປທາງບ້ານໂຊກຄຳ ແລະໄກພຸ້ນຈົນໄປຮອດຖະໜົນ 450 ປີ ຍິ່ງຫຼຽວໄກກໍເຫັນຕົວເມືອງສວຍງາມ ຖະໜົນຫຼາຍສາຍ ແລະມີສະພານທາງດ່ວນ ເຂົາບອກວ່າເປັນເມືອງວຽງຈັນໃໝ່ ເມືອງວຽງຈັນໃໝ່ນີ້ບ້ານເຮືອນບໍ່ໜາແໜ້ນ ມີສີຂຽວງາມດີ.
            ຫຼັງຈາກນັ້ນເຂົາກໍພາຍ່າງໄປເບິ່ງຄົນ ກໍເຫັນຄົນທີ່ຮູ້ໜ້າແນ່ ແລະບໍ່ຮູ້ໜ້າແນ່ ກຳລັງນັ່ງກອດຊົມກັນ  ກໍເລີຍຮັບປາກເຂົາວ່າຈະບອກໃຫ້ (ດ້ວຍເຫດຜົນນີ້ເອງ ຈຶ່ງຈຳຕ້ອງຂຽນບົດຄວາມເລື່ອງນີ້ອອກເຜີຍແຜ່ໃນ ເວບນີ້ ເມື່ອພິຈາຣະນາເບິ່ງແລ້ວ ອາດຊິບໍ່ຜີດສິນທຳປານໃດເພາະວ່າມັນບໍ່ແມ່ນການອວດຕົວເອງວ່າວເສດວິໂສກວ່າຄົນອື່ນພຽງແຕ່ຝັນທຳມະດາ ແລະຖືເປັນເລື່ອງດີທີ່ໄດ້ແບ່ງປະສົບການຄວາມຝັນແປກໆໃຫ້ ພວກເຮົາໄດ້ຮູ້ນຳກັນ)
            ກ່ອນຊິກັບເມືອງມະນຸດ ມະນຸດດາວພະອັງຄານຍັງສັ່ງບອກຢໍ້າວ່າ “ຢ່າລືມບອກມະນຸດໃຫ້ຮັກສາ ສິນຫ້າ ແລະໃຫ້ນັບຖືພຣະພຸດທະສາສນາໃຫ້ຖືກຕ້ອງ ເພາະມີແຕ່ຄຳສອນຂອງພຣະພຸດທະສາສນາເທົ່ານັ້ນ ຈະຊ່ວຍໃຫ້ບອດພົ້ນຈາກໄພທີ່ຈະເກີດໃນເມືອງມະນຸດຕໍ່ໜ້າ ແລະມະນຸດຜູ້ນັບຖືພຣະພຸດທະສາສນາຈະເປັນຜູ້ທີ່ບໍ່ໄປຕົກນະຣົກ”
            ເມື່ອເຂົາຈະຈາກໄປ ຜູ້ຂຽນຍັງໄດ້ເອີ້ນເຂົາກັບມາ ແລະຖາມເຂົາວ່າ “ເອີພໍ່ອອກມາຈາກ ດາວ ພະອັງ ຄານຈິງບໍ ?”
            ເຂົາຕອບວ່າແມ່ນແທ້ ມາຈາກດາວພະອັງຄານ
            ຂ້າພະເຈົ້າຖາມເຂົາວ່າ: ມາຈາກດາວພະອັງຄານ ຄືເວົ້າພາສາລາວໄດ້.
            ເຂົາຕອບວ່າຢູ່ດາວພະອັງຄານ ກໍມີຄົນເວົ້າພາສາລາວຄືກັນ ແລະຍັງເວົ້າພາສາລາວຖືກ ແລະເຂົ້າໃຈກັນກວ່າ ຄົນລາວໃນເມືອງມະນຸດອີກ.
            “ພາສາຂະເໝນເດລະມີບໍ ?” ຜູ້ຂຽນຖາມ ເຂົາຕອບວ່າ “ພາສາຂະເໝນກະມີ” ຜູ້ຂຽນຖາມ “ພາສາ ຫວຽດເດ” ເຂົາກໍຕອບວ່າ “ພາສາຫວຽດກະມີ” ແລະເຂົາກໍບອກວ່າ ພາສາຕ່າງໆ ທີ່ມີໃຊ້ໃນໂລກມະນຸດ ໃນໂລກພະອັງຄານກໍມີຄົນເວົ້າ.
            ຫຼັງຈາກນັ້ນ ຜູ້ຂຽນກະຕື່ນຂຶ້ນ ແລະຈື່ເລື່ອງລາວນີ້ຕລອດມາ, ເກືອບກ່າວໄດ້ວ່າ ສິ່ງທີ່ເລົ່າມາ ນີ້ບໍ່ ຜິດບໍ່ຜ້ຽນເລີຍດ້ວຍຊຳ້.
            ການທີ່ເລົ່າມານີ້ ຜູ້ຂຽນຂໍຢັ້ງຢຶນວ່າເປັນພຽງຄວາມຝັນ ບໍ່ມີຈຸດປະສົງຈະອວດອ້າງຕົນເອງວ່າ ເປັນຜູ້ ວິເສດ ເພາະມັນເປັນແຕ່ຄວາມຝັນ ທ່ານຈະເຊື່ອບໍ່ເຊື່ອກໍເປັນເລື່ອງຂອງແຕ່ລະຄົນ.
            ຈຶ່ງຂໍບອກແຕ່ພຽງວ່າ “ຄວາມຝັນເປັນຈິງກໍໄດ້ ບໍ່ເປັນຈິງກໍມີ ແຕ່ການຝັນນັ້ນເປັນຈິງ ແລະ ທຸກໆ ຄົນມີ ໂອກາດຝັນໄດ້ທັງນັ້ນ ແຕ່ຈະເປັນເລື່ອງດຽວກັນບໍອັນນັ້ນ ກໍບໍ່ຮັບປະກັນວ່າຈະເປັນເລື່ອງ ດຽວກັນ.
ຂໍຈົບການເລົ່າເລື່ອງຄວາມຝັນເລື່ອງນີ້ ໄວ້ພຽງແຕ່ເທົ່ານີ້.

ຄວາມຝັນເລື່ອງທີ 3
 ຄວາມຈິງ ຄວາມຝັນນີ້ບໍ່ຈື່ວັນເດືອນປີວ່າຕອນໃດ ແລະລ້ວນແຕ່ກ່ຽວພັນກັບຈະເດີນທາງໄປສະຫວັນ ແຕ່ຍົກ ເອົາຄວາມຝັນທີ່ຈື່ໄດ້ເປັນເລື່ອງເປັນລາວມາບັນທຶກໄວ້, ຄວາມຝັນເລື່ອງນີ້ ຖືເປັນເລື່ອງທີ 3 ທີ່ບັນທຶກໄວ້ ແລະ ຈືຄັກແນ່.
ໃນຄວາມຝັນເໝືອນກັບຜູ້ຂຽນໄປຢືນຢູ່ດອນພຣະເພງ ຫົວເຫວຄອນພຣະເພງດ້ານທິດຕາເວັນຕົກ ຫຼຽວເຫັນດອນນ້ອຍ ຫົວເຫວພຣະເພງຢູ່ໄກ ການຢືນນັ້ນແມ່ນຢືນຄົນດຽວໃນແຄມດອນ ເທິງຫີນ ຍິນສຽງຄົນບອກມາທາງຫຼັງວ່າ "ເດີນຂ້າມໂລດພຣະອາຈານ" ໃນຫົວໃຈຂອງຕະມານຶກວ່າ "ຈະໄປໄດ້ຈັ່ງໃດ ມີແຕ່ນໍ້າ" ໃນຄວາມຮູ້ສຶກເໝືອນມີຄົນ(ແຕ່ບໍ່ເຫັນຄົນ) ນັ່ງນົບປະນົມມືໄຫວ້ອາຕະມາ ກຽມທີ່ຈະຮອງຮັບໂຕອາຕະມາໃຫ້ຂ້າມນໍ້າໄປດອນນັ້ນ ໃນໃຈເໝືອນມີຄົນໃຫ້ກຳລັງໃຈວ່າ "ຍ້າຍຂ້າໂລດພຣະອາຈານ" ອາຕະມາກໍຍ້າຍຂາຂວາອອກໄປ ກໍປາກົດມີຄົນຍົກເອົາ ຫີນສີລາມາຮັບເອົາຕີນອາຕະມາ ເມື່ອເປັນເຊັ່ນນັ້ນ ອາຕະມາກໍຍ້າຍຍ່າງໄປຕາມຫີນສີລາທີ່ປາກົດຕົວຂຶ້ນມາສູງກວ່າໜ້ານໍ້ານັ້ນ ທັນໃດກໍຢ່າງໄປເຖິງດອນນັ້ນ ທາງໃຕ້ຂອງດອນ ອາຕະມາຢືນຢູ່ໃນຫີນຂອງດອນນັ້ນ ເຫັນຕົ້ນໄມ້ເກີດຢູ່ຫີນສອງຕົ້ນ ໃບເໝືອນຕົ້ນໄຮແຫຼມໆໆ ມີງ່າຫຼາຍ ມີໃບດົກໜາຕົ້ນໄມ້ທັງສອງນັ້ນ ລ້ວນແຕ່ເກີດໃນຫວ່າງຫີນ, ຕົ້ນໜຶ່ງຢູ່ຫີນທາງໃຕ້ ໃກ້ກັບບ່ອນທີ່ອາຕະມາຢືນ ອີກຕົ້ນໜຶ່ງຢູ່ໂງ່ນຫີນເທິງດອນນັ້ນທາງເໜືອ ບໍ່ໄກກັນ ໃນຄວາມສຳນຶກຂອງອາຕະມານຶກໃນໃຈວ່າ "ຕົ້ນຫຍັງ ?" ມີສຽງຕອບພາຍໃຕ້ ສຳນຶກນັ້ນວ່າ "ຕົ້ນໄມ້ມະນີໂຄດ" ໃນສຳນຶກຂອງອາຕະມາກໍນຶກວ່າ "ເອົາວ໌ ຕົ້ນໄມ້ມະນີໂຄດ ຕາມອາຕະມາເຫັນແຕ່ປີ 1992 ບໍ່ແມ່ນເປັນຈັ່ງຊີ້ ມັນມີສາມງ່າບໍ່ແມ່ນບໍ ? ຄວາມສຳນຶກນັ້ນ ເໝືອນກັບມີຄົນບອກວ່າ ນີ້ແລ້ວຕົ້ນໄມ້ມະນີໂຄດ "ໃນດອນນີ້ ທີ່ອາຕະມາເຫັນມີຕົ້ນໄມ້ 3 ງ່າແຕ່ນີ້ຄືມີ 2 ຕົ້ນ" ສຽງບອກວ່າ "ມີ 2 ຕົ້ນນີ້ແລ້ວ" ທັນໃດນັ້ນ ໄດ້ຫຼຽວເຫັນຜູ້ຍິງ ຈອຍໂຕສູງ ເໝືອນກັບຮູບແຕ້ມ ສູງກວ່າຄົນປົກກະຕິຍ່າງຂ້າມນ້ຳມາແຕ່ຝັ່ງຕາເວັນອອກ ແລ້ວກໍມານັ່ງລົງຍົກມື້ໄຫວ້ພຣະອາຈານ ອາຈານຖາມວ່າ "ແມ່ອອກແມ່ນໃຜ" ແມ່ອອກກໍບອກວ່າ ຂ້ານ້ອຍເຝົ້າຕົ້ນໄມ້ນີ້" ອາຕະມາກໍຖາມຍິງຄົນນັ້ນວ່າ ມີຄົນບອກວ່າ ທັງສອງຕົ້ນນີ້ແມ່ນຕົ້ນໄມ້ມະນີໂຄດ, ນາງກໍບອກວ່າ "ແມ່ນ" ອາຕະມານຶກໃນໃຈວ່າ "ຄັນເປັນຕົ້ນໄມ້ມະນີໂຄດ ກໍຈົ່ງສະແດງອະພິນິຫານ" ທັນໃດນັ້ນ ຍອດຕົ້ນໄມ້ຕົ້ນທີ່ຢູ່ໃກ້ອາຕະມາ ກໍນ້ອຍຍອດງ່າລົງມາກ້ຽວກາຍຂອງອາຕະມາອ້ອມກາຍພັນຕົວ ຢູ່ຢ່າງນັ້ນ, ທັນໃດເຫັນຍິງຄົນຕົວດຳໆ ນັ້ນກໍຂ້າມໄປຕົ້ນໄມ້ຕົ້ນເໜືອ ມອງເຫັນເຂົານັ່ງຄຸເຂົາໄຫວ້ຕົ້ນນັ້ນຢູ່, ອາຕະມາຈຶ່ງຖາມເຂົາວ່າ "ຕົ້ນໄມ້ມະນີໂຄດວິເສດຫຍັງແນ່" ຍິງຄົນນັ້ນ ກໍຕອບວ່າ "ເປັນຢາວິເສດ" ອາຕະມາ ກໍຖາມວ່າດີຫຍັງແນ່ "ຍິງຄົນນັ້ນກໍຕອບວ່າດີທຸກຢ່າງ" ອາຕະມາບອກວ່າ "ອາຕະມາຢາກໄດ້" ເຂົາຖາມວ່າ "ພຣະອາຈານເປັນຫຍັງ" ພຣະອາຈານເມືື່ອຍໆ ແລະເຈັບແອວ" ເຂົາກໍເອົາພ້າໂຈ້ບັກໃຫຍ່ໄປບາກເອົາແກ່ນ ມະນີໂຄດມາໃຫ້ອາຕະມາ" ຍັງບໍ່ທັນໄດ້ຮັບເອົາແກ່ນມະນີໂຄດຊ້ຳ ກໍຕື່ນຂຶ້ນ ພໍດີຍິນສຽງຕິລະຄັງໄຫວ້ພຣະເດີກ.
- ເປັນສິ່ງແປກຢ່າງໜຶ່ງ ແອວອາຕະມາທີ່ເຈັບຈົນວ່າສັ່ນນັ້ນ ກໍເຊົາໄປເປັນປົກກະຕິ (ຄືວ່າ ອາການເຈັບແອວຂອງອາຕະມານັ້ນ ເຈັບມາໄດ້ເກືອບ 20 ປີແລ້ວ ແຕ່ປີກາຍເຈັບອອກຮ້ອນ ແລະຈົນສັ່ນກັບຫາຍໄປ ເຈັບພຽງເລັກນ້ອຍຍັງເຫຼືອແຕ່ເມື່ອຍ ແລະໃຈສັ່ນ ຕົກເວລາ 10 ໂມງຂອງວັນນັ້ນ, ມີຄົນນັບຖືຮັກແພງກັນ ໄດ້ຝາກໂສມເກົ່າຫຼີມາໃຫ້ ແລ້ວກໍກິນແລ້ວນອນຕື່ນຂຶ້ນມາ ອາການເມື່ອຍກໍເຊົາ ແຕ່ບັດນັ້ນເປັນຕົ້ນມາ. 

(ຈົ່ງອ່ານດ້ວຍການພິຈາລະນາ)

Tuesday, 6 December 2011

ອາຊີວົກ ຜູ້ປຶກໜາປັນຍາບອດ

Picture@Bailane.com
- ພຣະບໍຣົມມະໂພທິສັດສີທັດຖະຂະນະນັ້ນ, ເມື່ອພຣະອົງຕັດສະຮູ້ອະນຸຕຣະສັມມາສັມໂພທິຍານ ເມື່ອໃກ້ໃກ້ສະຫວ່າງເດືອນວິຂາແລ້ວ ນັບແຕ່ນັ້ນມາ ພຣະອົງກໍໄດ້ ພຣະນາມວ່າ ພຣະອໍຣະຫັນຕະສັມມາສັມພຸດທະເຈົ້າ ຫຼືພຣະອໍຣະຫັນຕະສັມມາສັມໂພທິຍານ ຫຼືຮຽກສັ້ນໆວ່າພຣະພຸດທະເຈົ້ານັ້ນເອງ.
Picture@Bailane.com
- ພຣະພຸດທະອົງຕັດສຮູ້ແລ້ວ ມອງເຫັນວ່າມະນຸດທັງຫຼາຍ ຍ່ອມຕົກຢູ່ໃນບ້ວງແຫ່ງກິເລສ ຕັນຫາ, ກິເລສຕັນຫານັ້ນ ຍ່ອມເປັນເພີງເຜົາ ເຂົາຢ່າງເປັນວັດຕະຈັກ : ພຣະອົງເຫັນສະພາບຂອງສັຕວະໂລກແລ້ວ ພຣະອົງຊົງດໍາຣິເປັນສອງ ທາງວ່າ 1. ຈະເຂົ້າສູ່ພຣະນິພານເລີຍບໍ ? 2. ຫຼືຈະຢູ່ໂຜດສັຕວ໌ເລົ່ານີ້:
Picture@Bailane.com
- ໃນຂະນະ ຄືນນັ້ນເອງ, ພຣະສະຫັມປັຕຕິພຣົມກໍລົງມາອາຣາທະນາໃຫ້ພຣະອົງຢູ່ໂຜດສັຕວ໌ຕໍ່ໄປ
- ພຣົມມາ ຈະ ໂລກາ ........
Picture@Bailane.com
- ຂະນະນັ້ນເອງ ພຣະພຸດທະອົງປະທັບທີ່ສະໂບກຂະຣະນີ ຊົງພິຈາຣະນາດອກບົວ 4 ເລົ່າ ທຽບກັບມະນຸດ ກໍມີ 4 ພວກ ຕາມພື້ນພູມແຫ່ງການຮັບຮູ້.
1. ອຸຄຕິຕັນຍູ : ພວກສລາດຫຼາຍທີ່ສຸດ ເໝືອນດອກບົວທີ່ພົ້ນນໍ້າແລ້ວ ພຽງໄດ້ຟັງທີ່ຍົກຂຶ້ນກໍຈະຮູ້ໄດ້ທັນທີ.
2. ວິປຈິຕັນຍູ : ຄືພວກສະຫຼາດພໍສົມຄວນ ເໝືອນດອກບົວຢູ່ສະເໝີນໍ້າ ພຽງແຕ່ໄດ້ຟັງອະທິບາຍເລັກນ້ອຍກໍຮູ້ໂລດ.
3. ເນຍະ : ຄືພວກສລາດປານກາງ ຫຼືເວນະຍະສັຕວ໌ ເໝືອນດອກບົວທີ່ຢູ່ໃຕ້ນໍ້າ ມີໂອກາດທີ່ຈະພົ້ນນໍ້າໄດ້ໃນ ໂອກາດຕໍ່ໄປ ຫຼືວັນໜ້າ, ເມື່ອໄດ້ອົບຮົບບົ່ມສະຕິພໍຄວນ ແລະພໍ່າເພັງປາຣະມີ ພໍສົມຄວນກໍເຂົ້າໃຈທໍາໄດ້.
4. ປະທະປະຣະມະ : ຄືຜູ້ໂງ່ເຂົາເບົາປັນຍາ ເໝືອນບົວທີ່ຢູ່ໃນເຫງົ້າ ແລະຕົມ ຍາກທີ່ຈະສອນໃຫ້ເຂົ້າໃຈໄດ້ ບໍ່ມີ ໂອກາດພົບທັມ ຍ່ອມເປັນອາຫານຂອງເຕົ່າ ແລະປາໄດ້ທຸກເມື່ອ.
- ເມື່ອພຣະພຸດທະອົງ ເຫັນຄວາມເປັນຈິງຂອງມະນຸດແລ້ວ ກໍມີພຣະມະຫາກະຣຸນາທິຄຸນຕໍ່ຊາວໂລກ ພຣະອົງກໍເພັ່ງ ທິພຈັກຂຸຍານ ກວດເບິ່ງໂລກ ມອງຫາວ່າໃຜຈະຮັບຮູ້ທັມ ຂອງພຣະອົງໄດ້ໂດຍໄວ ກໍມອງເຫັນແຕ່ປັນຈະວັດຄີທັງ 5 ຈຶ່ງສະເດັດໄປຍັງອິສິປະຕະນະມະຣິຄຄະທານວັນ (ປ່າທີ່ມີກວາງຫຼາຍ) ເຊິ່ງປັນຈະວັຄຄີຢູ່ທີ່ນັ້ນ.
Picture@Bailane.com
ໃຜເປັນສາສດາຂອງທ່ານ ?
- ໃນລະຫວ່າງທາງ ພຣະພຸດທະອົງ ໄດ້ພົບກັບອາຊີວົກຄົນໜຶ່ງ ທີ່ສວນທາງພຣະອົງມາ, ຊື່ອຸປະກະ ໄດ້ເຂົ້າມາຖາມ ພຣະພຸດທະອົງວ່າ ໃຜເປັນສາສດາຂອງທ່ານ ? ໃຜເປັນຜູ້ອົບທັມໃຫ້ກັບທ່ານມາ ? ທ່ານຈົ່ງຊ່ວຍສະແດງທັມໂຜດເຮົາດ້ວຍ ພຣະອົງໄດ້ຕັດວ່າ ເຮົາເປັນສະຍັມພູ ເປັນຜູ້ຕັດສະຮູ້ໄດ້ດ້ວຍຕົນເອງ, ພຽງເທົ່ານັ້ນເອງ ອາຊີວົກຜູ້ນັ້ນ ທໍາຕົວແບບຕະລຶງ ແລະກ່າວຄໍາບໍ່ສັດທາອອກມາ ເຊີນທ່ານຮູ້ໄປຄົນດຽວເຖີດ ເປັນ ໄປບໍ່ໄດ້.....ຄົນບໍ່ມີຄຣູບາອາຈານຈະມີທີ່ໃດ,

- ໃນທີ່ສຸດກໍສະແດງການແກວ່ງສີສະ, ຖົ່ມນໍ້າລາຍ ແລບລີ້ນ, ແລ້ວກໍເດີນຫຼີ້ນພຣະພຸດທະອົງໜີໄປ.

ວິຈານ:
- ຄົນປຶກໜາ ປັນາຍາບອດນັ້ນມີຈິງ ບໍ່ວ່າແຕ່ໃນຍຸກນີ້ ຍຸກພຣະພຸດທະອົງ ຍັງຊົງພຣະຊົນຢູ່ກໍຍັງມີ ຄົນບາບໜັກ ປັນຍາຊາມ ແມ່ນແຕ່ພົບກັບພຣະພຸດທະເຈົ້າເອງ ຍັງບໍ່ສາມາດທີ່ຈະສຶກສາທັມ ໃຫ້ພົບທັມ, ຈາກວັນນັ້ນ ຮອດວັນນີ້ ກໍໄດ້ 2595 ປີແລ້ວ ຫ່າງຈາກພຣະພຸດທະອົງມາຫຼາຍປີ ຄົນທີ່ປຶກສາປັນຍາບອດ ຍ່ອມມີຢູ່ເປັນທັມມະດາ ສະນັ້ນ, ນັກການເຜີຍແຜ່ສາສນາ ຈໍາເປັນຢ່າງຍິ່ງ ທີ່ຈະຕ້ອງໄດ້ພະຍາຍາມ ເວົ້າທັມນັ້ນໆສະເໝີ ເວົ້າເລື້ອຍໆ ອະທິບາຍສະເໝີ ຢ່າລົດລະເດັດຂາດ.