Saturday, 16 July 2011

ຄາຖາປ້ອງກັນໄພ

- ຄະເຕສິ ຄະເຕສິ ກິງກະຣະນາຄະເຕສິ ອະຫັງປິຕັງ ຊານາມິ ຊານາມິ.
- ວິທີໃຊ້
- ໃຊ້ພາວະນາກ່ອນນອນທຸກວັນ ແລະການເດີນທາງ ຈະປ້ອງກັນໄພພິບັດທັງປວງແລ.

Friday, 15 July 2011

ງານບຸນເຂົ້າພັນສາທີ່ວັດວຽງຈະເຣີນ ປີ 2554

ການເຂົ້າພັນສາ

1. ການເຂົ້າພັນສາເປັນກິດຂອງສົງໂດຍກົງ, ການເຂົ້າພັນສາ ແປວ່າການເຂົ້າຢູ່ລະດູຝົນ (ຄືພຣະພິກຂຸ ຈະຈໍາຢູ່ອາວາດໃດໜຶ່ງ ໂດຍບໍ່ຕ້ອງໄປໃສ ມາໃສ ເປັນເວລາ 3 ເດືອນ, ພັນສາ ເປັນພາສາສັງສະກິດ ວັສສະ ເປັນພາສາປາລີ.
- ກາເຂົ້າພັນສາ ມີ 2 ແບບ.
1. ປຸຣິມິກາວັສສຸປະນະຍິກາວັສສະ : ພັນສາແຮກ ເຣີ່ມແຕ່ ແຮມ 1 ຄໍ່າ ເດືອນ 8 ເຖິງ ເພັງ 15 ເດືອນ 12.
2. ປັຈສິມມິກາວັສສຸຍິກາວັສສະ : ພັນສາຫຼັງ ເຣີ່ມແຕ່ ແຮມ 1 ຄໍ່າ ເດືອນຮອດ ເພັງ 15 ຄໍ່າ ເດືອນ 12.
(ພຣະພິກຂຸອົງໃດ ຫາທີ່ຈໍາພັນສາແຮກບໍ່ໄດ້ ຫຼືມີເຫດອັນຄວນ ອະນຸຍາດໃຫ້ຈໍາພັນສາຫຼັງ ຄະນະສົງລາວ ຫຼືຄະນະສົງລາວຢູ່ພາຍໃນປະເທດ ແມ່ນເຂົ້າພັນສາແຮກສະເໝີກັນ ເພາະບໍ່ມີເຫດອັນຄວນ ເວັ້ນເສັຍແຕ່ອາພາດ, ປັດຈຸບັນມີການອະນຸຍາດພຣະສົງຜູ້ທີ່ຈະໄປຈໍາພັນສາຕ່າງປະເທດ ມີການຊັກຊ້າ ເພາະການເດີນທາງ ເມື່ອໄປຮອດຈຸດໝາຍນັ້ນກ່ອນແຮມ 1 ຄໍ່າ ເດືອນ 9 ອະນຸດຍາດໃຫ້ຈໍາພັນສາຫຼັງໄດ້, ຫາກບໍ່ຈໍາພັນສາເລີຍ ກໍຖືວ່າຂາດພັນສາ ແລະບໍ່ໄດ້ນັບພັນສານັ້ນ)

2. ເມື່ອຈໍາພັນສາແລ້ວ ມີເຫດອັນຄວນ ຈະຍ້າຍທີ່ອື່ນ ຫາກຊອບດ້ວຍພຣະວິໄນ ທີ່ພຣະພຸດທະອົງຊົງອະນຸຍາດ ກໍໄປໄດ້ພຽງ 7 ວັນ, ວິທີນີ້ເຂົາຮຽກວ້າ ສັຕຕາຫະກາຣະນີຍະກິຈຈາ ຄື ໄປເພາະມີກິຈະອະນຸຍາດໄດ້ 7 ວັນ ເກີນກວ່າ 7 ວັນ, ຂາດພັນສາ ແລະປັບອາບັດດ້ວຍ.
- ເຫດທີ່ຊົງ ອະນຸຍາດ ມີ 4 ຢ່າງຄື:
2.1. ສະຫະທະມິກ ຫຼືບິດາ-ມານດາເຈັບໄຂ້ ໄປຮັກສາພາຍາບານ.
2.2. ສະຫະທະມິກກະສັນຍາກສິດ ຮູ້ແລ້ວໄປຫ້າມປາມ.
2.3. ມີກິຈສົງເກີດຂຶ້ນ ເຊັ່ນວິຫານອື່ນຊຸດໂຊມ ເປເພ ໄປປະຕິສັງຂອນ.
2.4. ມີກິດນິມົນເກີດຂຶ້ນ ຍາດໂຍມທ້ອງຖິ່ນອ່ນຢາກທໍາບຸນ ມານິມົນກໍໄປໄດ້.
- ແມ່ນກິດອື່ນ ເກີດຂຶ້ນນອກຈາກ 4 ຢ່າງນີ້ ເປັນກິຈອະນຸໂລມ ກໍໄປໄດ້ ເຊັ່ນ ໃນເວລາຈໍາພັນສາຢູ່ນັ້ນ ມີກິຈເກີດຂຶ້ນຂຶ້ນຢູ່ບໍ່ໄດ້ ກໍໜີຈາກທີ່ນັ້ນໄດ້ ຕົ່ວຢ່າງ
ກ. ສັດຮ້າຍ ໂຈນ ຜີສາດ ບຽດບຽນ.
ຂ. ເສນາສະນະຖືກໄຟໄໝ້ ຖືກນໍ້າທ້ວມ.
ຄ. ໄຟອັນເກີດຈາກໂຄຈາຣະຄາມ ເຂົ້າຢາກໝາກແພງບິນທະບາດບໍ່ໄດ້, ຫາກຊາວບ້ານອົບພະຍົບກໍໄປຕາມເຂົາໄດ້(ຫາກທົນໄດ້ກໍໃຫ້ຢູ່)
ງ. ມີຍິງມາເກັ້ຍກ່ອມ ຫຼືມີຄົນເອົາຊັບມາລໍ້ ເພື່ອໜີໄພນີ້ກໍໄປໄດ້.
ຈ. ສະຫະທະມິກະໃນອາວາດອື່ນຂັດແຍ້ງກັນຈວນຈະແຕກສາມັກ ຄືໄປເພື່ອໃຫ້ເກີດສາມັກຄື (ຂໍ້ນີ້ຫາກໄປເລີຍ ກໍຂາດພັນສາ ຫາກກັບມາທັນສັຕຕາຫະ 7 ວັນບໍ່ປັບອາບັດ, ພັນສາບໍ່ຂາດ)

3. ສະຖານທີ່ຈໍາພັນສາ ຊົງອະນຸຍາດ.
- ພຣະພຸດທະອົງອະນຸຍາດໃຫ້ພຣະພິກຂຸຈໍາພັນສາໃນວັດວາອາຮາມ, ນອກຈາກນັ້ນ ພຣະອົງຍັງອະນຸຍາດໃຫ້ພຣະພິກຂຸສົງຈໍາພັນສາໃນສະຖານທີ່ເຫຼົ່ານີ້ອີກ ເຊັ່ນ:
3.1. ຄອກສັດ(ຢູ່ໃນສະຖານທີ່ຄົນລ້ຽງສັດ)
3.2. ເມື່ອຄອກສັດຍ້າຍໄປ ອະນຸຍາດໃຫ້ຍ້າຍຕາມໄປໄດ້.
3.3. ໃນໝູ່ກວຽນ ແລະຝູງຂະບວນຂອງພໍ່ຄ້າ.
3.4. ໃນເຮືອ.

4. ສະຖານທີ່ຊົງຫ້າມຈໍາພັນສາ:
- ພຣະພຸດທະອົງຊົງຫ້າມຈໍາພັນສາໃນສະຖານທີ່ອັນບໍ່ຄວນ ເຫຼົ່ານີ້ຄື:
4.1. ໂກນໄມ້.
4.2. ເທິງງ່າໄມ້.
4.3. ໃນທີ່ກາງແຈ້ງ.
4.4. ສະຖານທີ່ບໍ່ມີເສນາສະນະ ຄືບໍ່ມີທີ່ນອນທີ່ນັ່ງ.
4.5. ໃນໂຮງຜີ.
4.6. ໃນກົດ ຫຼທສັບປະທົນ (ການກັ້ງສັບປະທົນຢູ່)
4.7. ໃນໃຫ້ຕຸ້ມ.

5. ການຫ້າມໃນການຕັ້ງກະຕິກາ ຫຼືຄວາມປາຖະໜາຫຼັງກ່າວຄໍາອະທິຖານເຂົ້າພັນສາແລ້ວ.
- ນອກຈາກຂໍ້ຫ້າມນັ້ນແລ້ວ ພຣະອົງຊົງຫ້າມເພິ່ມຕື່ມອີກ 2 ຢ່າງຄື:
5.1. ຫ້າມບໍ່ໃຫ້ຕັ້ງກະຕິກາອັນບໍ່ຄວນ ເຊັ່ນວ່າ ການຫ້າມບໍ່ໃຫ້ມີການບວດໃນພັນສາ (ສະແດງວ່າຊົງອະນຸຍາດບວດໃນພັນສາໄດ້)
5.2. ຫ້າມຮັບປາກວ່າຢູ່ຈໍາພັນສາແລ້ວ ຈະບໍ່ຈໍາພັນສາໃນທີ່ນັ້ນ.
- ອັນໜຶ່ງ, ວັນເຂົ້າພັນສານີ້ ຖືເປັນກິດພິເສດສໍາລັບພຣະພິກຂຸສົງ ຄວນປັດກວດເສນາສະນະທີ່ຢູ່ໃນດີ, ໃນວັນພັນສາ ປະຊຸມສົງໃນສີມ ຫຼືສາລາໂຮງທັມ, ຫຼືວິຫານ, ຫຼືສະຖານທີ່ໃດໆໃນອາວາດ ທີ່ຊົງຖືກຕ້ອງຕາມພຣະວິໄນ ແລ້ວໄຫວ້ພຣະສູດມົນ ຮຽບຮ້ອຍ ເປັນພຣະສົງປົງອາບັດ, ພຣະເຖຣະໃນວັດ ນໍາພາຄາຣະວະພຣະຣັຕນະໄຕຣ໌, ພຣະອະນຸເຖຣະນໍາພາພຣະສົງ, ສາມະເນນ ຄາຣະວະພຣະເຖຣະ ແລະພຣະສົງອົງອື່ນໆ ຄາຣະວະກັນແລະກັນ, ຫຼັງຈາກນັ້ນ ກໍປະກອບພິທີເຂົ້າພັນສາ ພຣະພິກຂຸອະທິຖານຈິດຕໍ່ໜ້າພຣະປະທານໄວ້ວ່າ ຈະຈໍາພັນສາຢູ່ທີ່ນີ້ບໍ່ໄປໃສຕະຫຼອດ 3 ເດືອນ ດ້ວຍການກ່າວເປັນພາສາປາລີວ່າ ດັ່ງນີ້:
- ອິມັສສມິງ ອາວາເສ ອະມັງເຕ ມາສັງ ວັສສັງ ອຸເປມິ (ແປວ່າ) ຂ້ານ້ອຍຈະຈໍາພັນສາຢູ່ອາວາສນີ້ຕລອດ 3 ເດືອນ.
- ຫຼັງຈາກນັ້ນ ກໍນໍາດອກໄມ້ທູບທຽນໄປບູຊາພຣະພຸດທະຮູບ ທີ່ໜ້າຄອງພຣະໃນວັດທີ່ຕ່າງໆ, ວັນຕໍ່ມານໍາດອກໄມ້, ທູບທຽນ ໄປທ່ຽວຄາຣະວະບູຊາ ພຣະອຸປັດຊາ ແລະພຣະເຖຣະທີ່ຕົນເຄົາຣົບນັບຖື.

6. ສິ່ງທີ່ຄວນຈໍາເປັນຕ້ອງທໍາ ໃນເວລາທໍາພິທີອະທິຖານເຂົ້າພັນສາ ຄື
6.1. ໃຫ້ປິດປະຕູວັດໄວ້ໝົດ ຫ້າມບໍ່ໃຫ້ຄົນນອກ ຫຼືຍາດໂຍມເຂົ້າມາໃນວັດຂະນະນັ້ນ.
6.2. ບາງກໍຣະນີ ມີພຣະສົງບາງອົງ ບໍ່ມີຈຸດປະສົງຈະເຂົ້າພັນສາ ເພາະດ້ວຍເຫດການທີ່ຄວນອະນຸມັດ ເວລາອະທິຖານຈໍາພັນສານັ້ນ ບໍ່ໃຫ້ມາຮ່ວມສັງຄະກັມ ຢູ່ໃນສົງນັ້ນ (ບາງອາຈານ ຫຼືບາງວັດໃຫ້ອອກໄປຢູ່ນອກວັດກ່ອນ ທໍາການອະທິດຖານເຂົ້າພັນສາແລ້ວຈຶ່ງໃຫ້ເຂົ້າວັດ)

7. ອານິສົງແຫ່ງການຈໍາພັນສາ.
- ເມື່ອພຣະສົງຢູ່ຈໍາພັນສາຄົບ 3 ເດືອນບໍຣິບູນຈົນຮອດປະວໍຣະນາອອກພັນສາ ຈະໄດ້ອານິສົງ 5 ຢ່າງຕະຫຼອດ 1 ເດືອນນັບແຕ່ອອກພັນສາເປັນຕົ້ນໄປ ຄືຮອດ ເດືອນ 12 ເພັງ ອານິສົງ 5 ມີດັ່ງນີ້:
1. ທ່ຽວຈອນໄປໂດຍບໍ່ຄອບລາ ຕາມສິກຂາບົດທີ 6 ຕາມເຈຣະກະວັກ ປາຈິຕຕີຍ໌ກັນ.
2. ທ່ຽວຈາຣີກໄປໂດຍບໍ່ຕ້ອງຖືຈີວອນຄົບໄຕຣ(ໄກ) ຄືບໍ່ຕ້ອງຖືຜ້າສັງຄາກໍໄດ້.
3. ສັນຄະນະໂພຊະນາ ແລະປະຣັມປະຣະໂພຊະນາໄດ້.
4. ເກັບ(ສະສົມ) ອະຕິເຣກຈີວອນໄດ້ຕາມໃຈປາຖະໜາ.
5. ຈີວອນອັນເກີດໃນທີ່ນັ້ນເປັນຂອງພວກທ່ານ.

- ອານິສົງຂອງການຈໍາພັນສານີ້ ຍັງໄດ້ອານິສົງຮັບຜ້າກະຖີນ ແລະການກະຖີນອີກດ້ວຍ, ເມື່ອໄດ້ຮັບກະຖິນແລ້ວ ອະນິສົງກະຖິນກໍຈະຢືດອານິສົງ 5 ນັ້ນອອກໄປອີກ 4 ເດືອນ ຄືນັບຕັ້ງແຕ່ ແຮມ 1 ຄໍ່າເດືອນ 12 ຈົນຮອດເພັງເດືອນ 4 ທ່ານກ່າວວ່າໝົດເຂດອານິສົງກະຖິນ.

7. ການປະຕິບັດປະເພນີເຂົ້າພັນສາໃນລາວເຮົາ.

- ການເຂົ້າພັນສາ ເປັນກິດຂອງສົງ ປະເພດສັງຄະກັມ ແລະມີສະເພາະພຸດທະສາສນາເທົ່ານັ້ນ, ໃນລາວຖືເປັນປະເພຮີຂອງຊາດ, ການເຂົ້າພັນສາໃນລາວນັ້ນ ປະຕິບັດກັນມາຕັ້ງແຕ່ມີພຣະສົງເຂົ້າມາຢູ່ໃນດິນແດນລາວກ່ອນແລ້ວ ຫຼັກຖານນີ້ພົບໄດ້ຈາກຫຼັກຖານທາງວັດຖຸ ເຊັ່ນ ວັດບູຮານ ທີ່ມີຮອຍພຣະບາດ ໃນລ່ອງແມ່ນໍ້າຂອງ ຢູ່ໃນວຽງຈັນພົບຮອຍພຣະບາດຫຼວງຫຼາຍໃນບໍຣິເວນລ່ອງງື່ມ ພູເຂົາຄວາຍ ຈົນຮອດແຂວງສະຫວັນນະເຂດນັ້ນ ຄືວັດໃນສະໄໝບູຣານ, ພຸດທະສາສນາໄດ້ຂະຫຍາຍຕົວໃນຊຸມຊົນແມ່ນໍ້າຂອງຕັ້ງແຕ່ປີ ພ.ສ 8 ເລື້ອຍມາ ເລີ່ມຕົ້ນທີ ອານາຈັກສີໂຄດຕະບອງ ສືບທອດມາຮອດສະໄໝຈັນທະບູຣີ ໃນປີ ພ.ສ 236 ຂະຫຍາຍຕົວໄປຍັງຊຽງແສນ, ຊຽງດົງເມືອງຊວາ ເລື້ອຍມາທ ຈົນເຖິງຍຸກປະຫວັດສາດຊາດລາວ ໃນປີ ພ.ສ 1902 ພຣະເຈົ້າຟ້າງຸ່ມໄດ້ນໍາເອົາພຣະພຸດທະສາສນານິກາຍເຖຣະວາດ ລັດທິລັງກາວົງ ຈາກຂະເໝນ ມາສືບທອດເຜີຍແຜ່ໃນລ້ານຊ້າງ ໂດຍມີສູນກາງຢູ່ນະຄອນຊຽງທອງ ແຕ່ນັ້ນພຸດທະສາສນາກໍໄດ້ຂະຫຍາຍຕົວ ໄປໃນຫົວເມືອງຂອບເຂດແຫ່ງມະຫາອານາຈັກລ້ານຊ່າງ ທາງຣາຊະການກໍໄດ້ອຸປະຖັມພຸດທະສາສນາຢ່າງຕັ້ງໜ້າ ປະເພນີເຂົ້າພັນສາ ກໍໄດ້ສືບຕໍ່ປະຕິບັດເລື່ອຍມາເທົ່າປັດຈຸບັນ.

Wednesday, 13 July 2011

ປັດສະຍາລາວ(ແນວຄິດເລື່ອງໂລກ ແລະຊີວິດ)

1 ແນວຄິດເລື່ອງໂລກ.
1.1. ແນວຄິດເລື່ອງການກຳເນີດໂລກ.
- ຄົນລາວສະໄໝບູຮານ ມີຄວາມສົນໃຈເລື່ອງການກຳເນີດໂລກ ມາຕັ້ງແຕ່ດົນນານພ້ອມໆກັບແນວຄິດຂອງຊົນຊາດຕ່າງໆທົ່ວໂລກ, ເຮົາຈະເຫັນວ່າ ແນວຄວາມຄິດຂອງການກຳເນີດໂລກແບບລາວນັ້ນ ຍັງຕິດພັນກັບຄວາມເຊື່ອເລື່ອງເທບພຣະເຈົ້າຢູ່ເທິງຟ້າ ທີ່ຮຽກວ່າພຣະຍາແຖນ ເຊິ່ງເປັນແນວຄວາມ, ແນວຄວາມຄິດແບບນີ້ ມັນຢັ້ງຢືນໃຫ້ເຫັນວ່າ ເປັນຄວາມຄິດທີ່ເກີດກ່ອນແນວຄວາມຄິດພຸດທະສາດ,
- ພຣະຄາຖາວ່າ ດັ່ງນີ້

- ນະໂມຕັສສຖຸ
- ມາຄະໂຍ ມາວະໂຍ ຕຸຍຫັງ ມາຈາໂກຈິ ອຸປັທທະໂວ ຍະຖາ ທັນຍະທະຣາ ທະນັນໄຊຍະ ຄະເຣ ປະວັດສັນຕຸ.
- ມາຄະໂຍ ມາວະໂຍ ຕຸຍຫັງ ມາຈາໂກຈິ ອຸປັທທະໂວ ຍະຖາ ການຈະນານິ ອຸຄຄະຕັສສະ ຄະເຣ ປະວັດສັນຕຸ. - ມາຄະໂຍ ມາວະໂຍ ຕຸຍຫັງ ມາຈາໂກຈິ ອຸປັທທະໂວ ຍະຖາ ການຈະນານິ ຄິຣິສັງຄະໂສ ສະຕິຣັສສະ ຄະເຣ ອຸປັສສະຕິ.
- ມາຄະໂຍ ມາວະໂຍ ຕຸຍຫັງ ມາຈາໂກຈິ ອຸປັທທະໂວ ຍະຖາ ກະຫາປະນານິ ມັນທາຕຸລາຊິໂນ ຄະເຣ ປະວັດສັນຕຸ.
- ມາຄະໂຍ ມາວະໂຍ ຕຸຍຫັງ ມາຈາໂກຈິ ອຸປັທທະໂວ ຍະຖາ ສັພພະທານິ ປຸນນະກັສສະ ຄະເຣ ປະວັດສັນຕຸ.
- ມາຄະໂຍ ມາວະໂຍ ຕຸຍຫັງ ມາຈາໂກຈິ ອຸປັທທະໂວ ຍະຖາ ສັຕຕະນະວັສສານິ ເວສສັນຕະຣະ ຄະເຣ ປະວັດສັນຕຸຕິ


- ທ່ານກ່າວໄວ້ວ່າ ໃຜສູດໄຫວ້ທຸກເຊົ້າຄໍ່າວັນຄືນ ຈະເຮັດຜູ້ນັ້ນຢູ່ດີມີສຸກ ແລະອຸດົມສົມບູນຮັ່ງມີ ໝັ້ນຄົງໃນຄອບຄົວເຮືອນຊານ.

Sunday, 10 July 2011

ປະຫວັດ ທ້າວຈະຕຸໂລກະບານທັງ 4

(ຮູບທ້າວຈະຕຸໂລກະບານທັງ 4 ຕາມຄະຕິຄວາມເຊື່ອທາງພຸດທະສາສນາແບບໄທລາວ)
(ຮູບທ້າວຈະຕຸໂລກະບານທັງ 4 ຕາມຄະຕິຄວາມເຊື່ອທາງພຸດທະສາສນາແບບຈີນ)

- ສະຫວັນຊັ້ນຈາຕູມມະຫາຣາຊິກາ ມີທ້າວມະຫາຣາດທັງ 4 ເປັນຜູ້ປົກຄອງ ເບິ່ງແຍງ ຄອຍແບ່ງກັນປົກຄອງດັ່ງນີ້:
1. ດ້ານທິດຕາເວັນອອກ ເປັນທີ່ຢູ່ຂອງທ້າວຕະຖະຣະຖະ ມີພວກຄັນທັບເປັນບໍຣິວານ, ພວກຄັນທັບນີ້ເປັນເທວະດາພວກໜຶ່ງ ເຊິ່ງມີຄວາມຖະໜັດໃນການດົນຕຣີ , ສີລະປະການຂັບລໍາ ຟ້ອນ ຕຸຣິຍາງຄະສີນ, ເມື່ອໃດເທວະດາທັງຫຼາຍຊຸມນຸມກັນເພື່ອຄວາມບັນເທິງສະໜຸກສະໜານ ເມື່ອນັ້ນພວກຄັນທັບ ກໍຈະໄປທຳໜ້າທີ່ຂັບກ່ອມບັນເລງເພງ ແລະຟ້ອນລຳເພື່ອຄວາມສຳລານຂອງເທວະດາເຫຼົ່າອື່ນ.

2. ດ້ານທິດໃຕ້ ເປັນທີ່ຢູ່ຂອງທ້າວວິຣູປັກຂະ ມີພວກນາຄເປັນບໍຣິວານ ນາກໜີເປັນພວກກາຍທິບພວກໜຶ່ງ ມີຣິດເດດມາກ ເພາະພຽງແຕ່ພົ່ນພິດຂອງນາກຕ້ອງບຸກຄົນໃດບຸກຄົນໜຶ່ງ ກໍສາມາດຕັດເອົາຜິວໜັງຂອງບຸກຄົນນັ້ນ ແລະທຳໃຫ້ເຖິງແກ່ຄວາມຕາຍໄດ້ໃນພິບຕາດຽວ, ພວກນາກຮູ້ຈັກນິຣະມິດເປັນມະນຸດ, ສັດ, ແລະເປັນເທວະດາ, ເພື່ອທ່ອງທ່ຽວໄປຕາມ ສະຖານທີ່ຕ່າງໆ ຕາມອັດທະຍາໄສໄດ້ຢ່າງສະໜຸກສຳລານ, ຫາກບຸກຄົນໃດໄດ້ຍິນໄດ້ຟັງວວ່າພວກນາກມີອາຍຸຍືນ ມີວັນນະງາມ ມີຄວາມສຸກມາກ ທຳໃຫ້ຊອບໃຈ ແລ້ວທຳຄວາມງາມຄວາມດີດ້ວຍກາຍ ວາຈາ ແລະໃຈ ພ້ອມທັງປາຖະໜາໄປເກີດເປັນນາກ ບຸກຄົນນັ້ນລະໂລກນີ້ແລ້ວກໍຈະໄປເກີດເປັັນນາຄໃນຊາດຕໍ່ໄປຕາມຄວາມປາຖະໜາ.

4. ດ້ານທິດເໜືອ ເປັນທີ່ຢູ່ຂອງທ້າວເວດສຸວັນ ຫຼືທ້າວເວດສະຫວັນ, ທ້າວເວດສຸວັນມີພວກຍັກເປັນບໍຣິວານ ຍັກນີ້ເປັນພວກກາຍທິບພວກໜຶ່ງ ມີສັນດານແຕກຕ່າງກັນໄປ ບາງຕົນກໍມີສັນດານດີປະກອບດ້ວນສິນທັມ, ບາງຕົນມີສັນດາຮ້າຍເຕັມໄປດ້ວຍ ໂລພະ ໂທສະ ໂມຫະ ເປັນອັນທະພານມີຈິດໃຈກ້າຫານ ຮ້າຍກາຍກາດ.

- ທ້າວເວດສຸວັນ ມີຊື່ອີກຢ່າງຮຽກອີກຢ່າງໜຶ່ງວ່າ ທ້າວກຸເວນ ເພາະສະໄໝທີ່ທີ່ໂລກຍັງວ່າງຈາກພຣະພຸດທະສາສນາ ບໍ່ມີພຣະສັມມາສັມພຸດທະເຈົ້າ ສະເດັດອຸບັດນັ້ນ ມີພຣາມຜູ້ໜຶ່ງມີນາມວ່າ ກຸເວຣະ ເປັນຄົນມີຈິດໃຈເມດຕາກະຣຸນາ ປະກອບສັມມາຊີບດ້ວຍ ການທຳໄຮ່ອ້ອຍ ນຳຕົ້ນອ້ອຍຕັດໃສ່ລົງໄປໃນຫີບເຄື່ອງຍົນ ແລ້ວບີບນ້ຳອ້ອຂາຍລ້ຽງຊີບ ແລະບຸດພັນລະຍາ ຕໍ່ມາກິດຈະການຈະເຣີນຂຶ້ນ ຈົນເປັນເຈົ້າຂອງຫີບອ້ອຍເຖິງ 7 ເຄື່ອງ ຈຶ່ງສ້າງທີພັກຮັບຄົນເດີນທາງ ແລະບໍຣິຈາກນ້ຳອ້ອຍຈາກຫີບເຄື່ອງຍົນນັ້ນ ເຄື່ອງມີປະຣິມານອ້ອຍ ຫຼາຍກວ່າເຄື່ອງຍົນເຄື່ອງອື່ນໆ ໃນເປັນທານແກ່ຄົນເດີນທາງຜ່ານໄປມາຕລອດອາຍຸໄຂຍ໌.

- ດ້ວຍອຳນາດແຫ່ງບຸນກຸສົນທີ່ບໍຣິຈາກນໍ້າອ້ອນໃຫ້ເປັນທານນັ້ນ ທຳໃຫ້ກຸເວຣະໄດ້ໄປອຸບັດເປັນເທພບຸດຢູ່ເທິງສະຫວັນຊັ້ນ ຈາຕຸມມະຫາຣາຊິ ການມີນາມວ່າ "ກຸເວຣະເທບພະບຸດ" ຕໍ່ມາກຸເວຣະເທພບຸດ ໄດ້ເທວາພິເສກເປັນຜູ້ປົກຄອງເບິ່ງແຍງພຣະນະຄອນດ້ານທິດເໜືອ ຈຶ່ງໄດ້ມີພຣະ ນາວ່າ "ທ້າວເວສສຸວັນ ຫຼືເສສະຫວັນ"

ທ້າວຈະຕຸໂລກະບານທັງ 4 ບາງຄັ້ງຮຽກວ່າທ້າວມະຫາຣາຊທັງ 4 ມີ:
1. ທ້າວທະຕະຣະຖະ: ຢູ່ທາງທິດຕາ້ເວັນອອກ ຂອງພຸເຂົາສິເນຣຸເປັນຜູ້ປົກຄອງຄັນທັບພະເທວະດາທັງໝົດ.
2. ທ້າວວິຣູລະຫະກະ: ຢູ່ທາງທິດໃຕ້ຂອງພູເຂົາສິເນຣຸ ເປັນຜູ້ປົກຄອງກຸມພັນເທວະດາທັງໝົດ.
3. ທ້າວວິຣູປັກຂະ: ຢູ່ທາງທິດຕາເວັນຕົກຂອງເຂົາສິເນຣຸ ເປັນຜູ້ປົກຄອງນາຄະເທວະດາທັງໝົດ.
3. ທ້າວກຸເວຣະ ຫຼືທ້າວເວສສຸວັນນ ຢູ່ທາງທິດເໜືອຂອງພູເຂົາສິເນຣູ ເປັນຜູ້ປົກຄອງຍັກຂະເທວະດາທັງໝົດ,
- ເທວະດາທີ່ຢູ່ພາຍໃຕ້ການປົກຄອງທ້າວຈະຕຸມະຫາຣາຊ ຄື:
1. ປັພພັຖຖະເທດວະດາ: ເທວະດາທີ່ອາໄສພູເຂົາຢູ່.
2. ອາກາສັຖຖະເທວະດາ, ເທວະດາທີ່ອາໄສຢູ່ໃນອາກາດ.
3. ຂິທທາກະໂທສິກະເທວະດາ: ເທວະດາທີ່ມີຄວາມເພີດເພິນໃນການຫຼິ້ນກິລາ ຈົນລືມບໍຣິໂພກອາຫານແລ້ວຕາຍ.
4. ມະໂນປະໂທສິກເທວະດາ: ເທວະດາທີ່ຕາຍເພາະຄວາມໂກດ.
5. ສີຕະວະລາຫະກະເທວະດາ: ເທວະດາທີ່ທໍາໃຫ້ອາກາດເຢັນເກີດຂຶ້ນ.
6. ອຸນຫະວະລາຫະກະເທວະດາ: ເທວະດາທີ່ທຳໃຫ້ອາກາດຮ້ອນເກີດຂຶ້ນ.
7. ຈັນທິມະເທວະປຸຕຕະເທວະດາ: ເທວະດາທີ່ອາໄສຢູ່ພຣະຈັນ.
8. ສຸຣິຍະເທວະປຸຕຕະເທວະດາ: ເທວະດາທີ່ອາໄສຢູ່ໃນພຣະອາທິດ.

ຈະຕຸໂລກະບານ:
- ທ້າວມະຫາຣາດທັງ 4 ຍັງມີໜ້າທີ່ເປັນຈະຕຸໂລກະບານທັງ 4 ຄືເປັນຜູ້ຄຸ້ມຄອງ ແລະກວດກາເບິ່ງໂລກເຊິ່ງເປັນທີ່ຢູ່ຂອງມະນຸດ 4 ທິດ ອີກ, ໂດຍວັນ 8 ຄ່ຳ ອຳມາດຂອງທ້າວມະຫາຣາດທັງ 4 ຈະເປັນຜູ້ກວດເບິ່ງໂລກ; ສ່ວນວັນ 15 ຄ່ຳ ທ້າວມະຫາຣາດທັງ 4 ຈະເປັນຜູ້ກວດການ ເບິ່ງແຍງໂລກເອງ ວ່າພວກມະນຸດພາກັນບໍຳຣຸງບິດາມານດາ, ສະມະນະຊີພຣາວມວັດວາພຸດທະສາສນາ ໄຫວ້ພຣະສູດມົນ, ທັງເປັນຜູ້ນອບນ້ອມຜູ້ໃຫຍ່ໃນຕະກູນ ຮັກສາອຸໂປສົດສິນ ແລະທຳບຸນກຸສົນເປັນຈຳນວນຫຼາຍຫຼືນ້ອນຫຼືບໍ່.
- ຄັນກວດກາເບິ່ງແລ້ວ ຈະໄປບອກແກ່ພວກເທບຊັ້ນດາວະດຶງ ເຊິ່ງມາປະຊຸມກັນໃນສຸທັມມສເທວະສະພາ, ຖ້າໄດ້ຟັງວ່າພວກມະນຸດທຳດີນ້ອຍ ພວກເທບະດາຊັ້ນກໍມີໃຈຫົດຫູ່ ເພາະກາຍທີບຈະລົດນ້ອຍຖອຍລົງ, ອະສຸຣະກາຍຈະເພິ່ມພູນຂຶ້ນ ແຕ່ຖ້າໄດ້ຟັງວ່າພວກມະນຸດທຳດີຫຼາຍ ພວກເທຍຊັ້ນດາວະດິງ ກໍມີໃຈຊື່ນບານ ເພາະທິພການຈະເພີ່ມພູນ ອະສຸຣະກາຍຈະລົດນ້ອຍ ຖອຍລົງ.

ຕຳນານອາຕານາຕິຍະປະຣິຕ, ອານາຕິຍະສູດກ່າວໄວ້ວ່າ.
- ໃນສະໄໝໜຶ່ງ ເມື່ອພຣະພຸດທະເຈົ້າປະທັຍ ນະທີ່ເຂົາຄິຊກູຕ ເມືອງຣາຊະຄືຫະ ທ້າວຈາຕະມະຫາຣາດມາເຝົ້າ, ຄືທ້າວທະຕະຣະຖະ, ທ້າວວິຣຸລະຫະກະ, ທ້າວວິຣູປັກຂະ ແລະທ້າວກຸເວຣະ, ພ້ອມດ້ວຍບໍຣິວານອັນໄດ້ແກ່ ຄັນທັພພະ, ກຸມພັນດະ, ນາຄະ ແລະຍັກຂ໌ ມາເຝົ້າ ພຣະພຸດທະເຈົ້າ, ທ້າວມະຫາຣາຊເຫຼົ່ານີ້ບາງຄັ້ງກໍຮຽກວ່າ ຈະຕຸໂລກະບານ(ຜູ້ຮັກສາຍັງໂລກທັງ 4) ເຊິ່ງເປັນຜູ້ນັບຖືພຣະພຸດທະສາສນາ, ເມື່ອໄດ້ເຂົ້າເຝົ້າພຣະພຸດທະເຈົ້າທ້າວກຸເວຣະຂາບທູນວ່າ ອະມະນຸດທີ່ເປັນບໍຣິວານຂອງຈະຕຸໂລກະບານ ບາງພວກກໍເຫຼື້ອມໃສພຣະພຸດທະເຈົ້າ, ບາງພວກກໍບໍ່ເຫຼື້ອມໃສ ເພາະພຣະອົງຊົງສະແດງທັມໃຫ້ຖືສິນ 5 ຄືໃຫ້ລະເວັ້ນຈາກການຂ້າສັດ, ການລັກຊັບ, ການປະພຶດຜິດໃນກາມ, ການເວົ້າຕົວະ ແລະການດື່ມສຸຣາແຕ່ ອະມະນຸດ ແລະຍັກຍັງມັກທຳບາບເຫຼົ່ານີ້ ຈຶ່ງຂັດໃຈ ບໍ່ຄ່ອຍເຫຼື້ອມໃສ ພວກສາວົກຂອງພຣະອົງທີ່ປະກອບວິປັດສະນາທຸຣະ ໄປບໍເພັງສະມະຖະທັມໃນເສນາສະນະປ່າປ່ຽວ ເມື່ອບໍ່ມີສິ່ງປ້ອງຫັນ ອະມະນຸດກໍຈະຣົບກວນບຽດບຽນໃຫ້ລຳບາກ ຂໍພຣະອົງທົງຮັບເອົາເຄື່ອງປ້ອງກັນຮັກສາຄື ອາຕານາຕິປະຣິຕຳໄວ້ ຈະໄດ້ປະທານສາວົກສູດຈະທຳໃຫ້ອະມະນຸດເຫຼື້ອມໃສ ບໍ່ບຽດບຽຣພິກຂຸ, ພິກຂຸນີ, ອຸປາສົກ, ອຸປາສິກາ ແລະກັບມາຊ່ວຍຄຸ້ມຄອງຮັກສາໃຫ້ຢູ່ຢ່າງຜາສຸກແລ້ວ ຈຶ່ງກ່າວ ອາຕານາຕິຍະປະຣິຕ ຂຶ້ນໃນເວລານັ້ນວ່າ ວິປັສສິສສະ ນະມັຕຖຸ ເປັນຕົ້ນ.
- ເມື່ອພຣະອົງຊົງຮັບແລ້ວ ທ້າວກຸເວຣະຈຶ່ງຂາຍທູນຕໍ່ໄປອີກວ່າ ຜູ້ທີ່ຈະເຣີນອານາຕິຍະປະຣິດດີແລ້ວ ອະມຸນຸດຈະບໍ່ທໍາຮ້າຍ ຖ້າອະມະນຸດຜູ້ ຍັງຝືນກະທຳຈະຜ່າຍແພ້ປາຣາໄຊໄພຕົວເອງ ຈາກນັ້ນພຣະພຸດທະເຈົ້າ ຈຶ່ງນໍາມາຕັດເລົ່າໃຫ້ແຫ່ພຣະພິກຂຸທັງຫຼາຍຟັງໃນພາຍຫຼັງ.

Thursday, 7 July 2011

ສະຫວັນ ຊັ້ນດາວະດິງສ໌

ດາວະດິງ(ພາສາປາລີ: ຕາວຕິງສ ໂລກາ) ຫຼື ຕຣັຍຕຣິງ ຫຼືຕຣັຍຕຶງສ໌(ສັນສະກິດ: त्रायस्त्रिंश लोक ຕຣາຍສຕຣິງສະ ເປັນຄໍາຄຸນສັບຂອງຄໍາວ່າ ຕຣາຍສຕຣິງ ສຕ, ເປັນຈຳນວນ 33 ອາດແປຄວາມໝາຍໄດ້ວ່າ "ທີ່ຢູ່ຂອງເທບ 33 ອົງ"

- ສະຫວັນດາວະດິງ ເປັນສະຫວັນຊັ້ນທີ 2 ຈາກສະຫວັນຊັນກາມາພະຈອນທັງ 6 ຊັ້ນ(ຈັດຢູ່ໃນກາມະຮູບ) ໂດຍຢູ່ສູງຂຶ້ນໄປຈາກຊັ້ນ ຈາຕູມມະຫາຣາຊິກາຂຶ້ນໄປ 336,000,000 ວາ ຫຼື 168,000 ກິໂລແມັດ, ຕັ້ງຢູ່ເທິງຍອດເຂົາພຣະສຸເມຣຸອັນສູງໄດ້ 80,000 ໂຍດ ເຊິ່ງເປັນຈຸດ ສູງສຸດທີ່ຍັງເຊື່ອຢູ່ກັບມະນຸດພູມ ຫຼືໂລກມະນຸດ, (ອາດທຽບໄດ້ກັບຍອດພູເຂົາໂອລິມປັສໃນຕໍານານເທພປະກອນນັມກຣີກ) ອານາບໍຣິເວນໂດຍຮອບ 80.000 ຕາລາງໂຍດ ມີທ້າວສັກກະ ຫຼືພຣະຍາອິນເປັນຜູ້ປົກຄອງ.

- ເມືອງບົນສະຫວັນຊັ້ນດາວະດິງ ເປັນເມືອງໃຫຍ່ທີ່ສ້າງຢ່າງງົດງາມດ້ວຍຄໍາ ແລະແກ້ວ 7 ປະການ ມີສຽງດົນຕຣີບັນເລັງຢູ່ຢ່າງອອນຊອນ ກາງເມືອງດາວະດິງມີຜາສາດໃຫຍ່ທີ່ງົດງາມເປັນທີ່ປະທັບຂອງພຣະຍາອິນ.

ບົນສະຫວັນຊັ້ນນີ້ມີອຸທະຍານທີ່ງົດງາມຫຼາຍຢູ່ 4 ແຫ່ງ ຄື:

1, ນັນທະວະນຸທິຍານ ຫຼືສວນນັນທະວັນ (ສວນທີ່ລື່ນລົມ) ຕັ້ງຢູ່ທາງທິດຕາເວັນອອກຂອງສະຫວັນັ້ນດາສະດິງ ໃນສວນທີ່ໃກ້ກັບຕົວເມືອງ ມີສະໃຫຍ່ 2 ສະ, ສະໜຶ່ງມີຊື່ວ່າ ສະນັນທາໂບກຂະຣະນີ ອີກສະໜຶ່ງຊື່ວ່າຈຸລະນັນທາໂບກຂະຣະນີ ມີແຜ່ນສີລາ 2 ແຜ່ນ ແຜ່ນໜຶ່ງມີຊື່ວ່າ ນັນທາປະຣິຖິປາສານ ອີກແຜ່ນໜຶ່ງມີຊື່ວ່າ ຈຸລະນັນທາປະຣິຖິປະສານ ເປັນສີລາທີ່ມີຣັສມີເຮືອງຮອງ ເມື່ອຈັບເບິ່ງຈະຮູ້ສຶກວ່ານິ້ມໆອ່ອນໆເໝືອນຂົນສັດ.

2, ຜະຣຸກະວັນ ຫຼືປາຣຸສະກະວັນ (ປ່າລິ້ນຈີ່) ຕັ້ງຢູ້ທາງທິດໃຕ້ຂອງສະຫວັນຊັ້ນດາວະດິງ ໃນອຸທະຍານນີ້ດ້ານໃກ້ຕົວເມືອງ ມີສະໃຫຍ່ 2 ສະ ສະໜຶ່ງຊື່ວ່າ ພັດທຣາໂບກຂະຣະນີ ອີກສະໜຶ່ງຊື່ວ່າ ສຸພັທຣາໂບກຂະຣະນີ ອັນມີກ້ອນແກ້ວໃສ 2 ກ້ອນ, ກ້ອນໜຶ່ງມີຊື່ວ່າ ພັທຣາປະຣິຖິປາສານ ອີກກ້ອນໜຶ່ງຊື່ວ່າ ສຸພັທຣາປະຣິຖິປາສານ ເປັນແກ້ວກ້ຽງອ່ອນນຸ້ມ.

3, ຈິຕຣລະດາວັນ (ປ່າເຄືອເຂົາວັນຫຼາກສີສວຍງາມ) ຕັ້ງຢູ່ທາງທິດຕາເວັນຕົກຂອງສະຫວັນຊັ້ນດາວະດິງ ສະໃນອຸທະຍານນີ້ມີຊື່ວ່າ ຈິຕຣະໂບກຂະຣະນີ ແລະຈຸລະຈິຕຣະໂບກຂະຣະນີ ສ່ວນແຜ່ນຫີນລາໃນອຸທະຍານນີ້ມີ 2 ແຜ່ນ, ແຜ່ນໜຶ່ງຊື່ວ້າ ຈິຕຣະປາສານ ແລະອີກແຜ່ນ ໜຶ່ງຊື່ວ່າ ຈຸລະຈິຕຣະປາສານ.

- ສັກກະວັນ ຫຼືມິສະກະວັນ (ປ່າໄມ້ຣະຄົນ) ຕັ້ງຢູ່ທາງທິດເໜືອຂອງສະຫວັນຊັ້ນດາວະດິງ ມີສະໃຫຍ່ 2 ສະ, ຊື່ວ່າທັມມາໂບກຂະຣະນີ ແລະສຸທັມມາໂບກຂະຣະນີ ສ່ວນແຜ່ນສີລາເປັນແຜ່ນແກ້ວມີຊື່ວ່າ ທັມມາປະຣິຖິປາສານ ແລະແຜ່ນສອງວ່າ ສຸທັມມາປະຣິຖິປາສານ.